ສິ່ງ​ຊ່ວຍ​ສຶກ​ສາ
11. ສະ​ຖານ​ທີ່​ພຣະ​ວິ​ຫານ​ຟາ​ແວັດ


11. ສະ​ຖານ​ທີ່​ພຣະ​ວິ​ຫານ​ຟາ​ແວັດ

ຮູບ​ພາບ
ຮູບ​ພາບ 11

ການ​ຕັ້ງ​ຖິ່ນ​ຖານ​ໃນ​ເມືອງ​ຟາ​ແວັດ, ລັດ​ມີ​ເຊີ​ຣີ, ໄດ້​ກາຍ​ເປັນ​ບ້ານ​ເຮືອນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈຳ​ນວນ 3,000 ເຖິງ 5,000 ຄົນ ຜູ້​ໄດ້​ຊອກ​ຫາ​ບ່ອນ​ຫລົບ​ໄພ ຈາກ​ການ​ຂົ່ມ​ເຫັງ ໃນ​ເຂດ​ແຈ໊ກ​ສັນ ແລະ ໃນ​ເຂດ​ຄະ​ເລ. ໃນ​ປີ 1838 ພຣະ​ຜູ້​ເປັນ​ເຈົ້າ ໄດ້​ບັນ​ຊາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ສ້າງ​ພຣະ​ວິ​ຫານ​ໜຶ່ງ​ຂຶ້ນ​ຢູ່​ບ່ອນ​ນີ້ (ເບິ່ງ ຄພ 115:7–8). ການ​ຂົ່ມ​ເຫັງ​ຂອງ​ກຸ່ມ​ອັນ​ຕະ​ພານ ໄດ້​ກີດ​ກັນ​ເຂົາ​ເຈົ້າ​ຈາກ​ການ​ສ້າງ. ໃນ​ວັນ​ທີ 31 ເດືອນ​ຕຸ​ລາ​ຂອງ​ປີ​ນັ້ນ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຜູ້​ນຳ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ຈັບ, ແລະ ຫລັງ​ຈາກ​ໄດ້​ໄປ​ຂຶ້ນ​ສານ​ຢູ່​ເມືອງ​ຣິຈ໌​ມອນ, ພວກ​ເພິ່ນ​ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ຄຸກ​ລີ​ເບີ​ຕີ. ໃນ​ລະ​ຫວ່າງ​ລະ​ດູ​ໜາວ​ຂອງ​ປີ 1838–1839, ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ​ຟາ​ແວັດ ແລະ ຈາກ​ສະ​ຖານ​ທີ່​ແຫ່ງ​ອື່ນໆ ໃນ​ລັດ​ມີ​ເຊີ​ຣີ ແລະ ໄດ້​ໄປ​ອາ​ໄສ​ຢູ່​ລັດ​ອິ​ລິ​ນອຍ.

ເຫດ​ການ​ທີ່​ສຳ​ຄັນ: ສະ​ຖານ​ທີ່​ສຳ​ລັບ​ພຣະ​ວິ​ຫານ​ໄດ້​ຖືກ​ອຸ​ທິດ ແລະ ຫີນ​ເສົາ​ເອກ​ໄດ້​ຖືກ​ປັກ​ລົງ. ໄດ້​ຮັບ​ການ​ເປີດ​ເຜີຍ​ເຈັດ​ຢ່າງ ທີ່​ຖືກ​ຈັດ​ພິມ​ໃນ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ທີ່​ມີ​ຢູ່​ໃນ (ພາກ 113–115; 117–120). ໂຈ​ເຊັບ ແອັຟ ສະ​ມິດ, ປະ​ທານ​ຄົນ​ທີ​ຫົກ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ເກີດ​ເມື່ອ​ວັນ​ທີ 3 ເດືອນ​ພະ​ຈິກ, 1838, ໃນ​ເມືອງ​ຟາ​ແວັດ. ເມືອງ​ຟາ​ແວັດ​ໄດ້​ຮັບ​ໃຊ້​ເປັນ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຊົ່ວ​ໄລ​ຍະ​ໜຶ່ງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.

ພິມ