ສິ່ງ​ຊ່ວຍ​ສຶກ​ສາ
14. ຮ້ານ​ຄ້າ​ດິນ​ຈີ່​ສີ​ແດງ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ


14. ຮ້ານ​ຄ້າ​ດິນ​ຈີ່​ສີ​ແດງ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ

ຮູບ​ພາບ
ຮູບ​ພາບ 14

ຮ້ານ​ຄ້າ ແລະ ຫ້ອງ​ການ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ ທີ່​ໄດ້​ຖືກ​ສ້ອມ​ແປງ​ຄືນ​ໃໝ່​ນີ້ ຕັ້ງ​ຢູ່​ໃນ​ເມືອງ​ນາ​ວູ, ລັດ​ອິ​ລິ​ນອຍ. ມັນ​ໄດ້​ເປັນ​ອາ​ຄານ​ຫລັງ​ທີ່​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ ໃນ​ສະ​ໄໝ​ເມືອງ​ນາ​ວູ. ບໍ່​ພຽງ​ແຕ່​ຖືກ​ໃຊ້​ເປັນ​ຮ້ານ​ຄ້າ​ທົ່ວ​ໄປ, ມັນ​ຍັງ​ກາຍ​ເປັນ​ສະ​ຖານ​ທີ່​ສັງ​ສັນ, ສະ​ຖານ​ທີ່​ເຮັດ​ກິດ​ຈະ​ກຳ​ທາງ​ເສດ​ຖະ​ກິດ, ທາງ​ການ​ເມືອງ, ແລະ ທາງ​ສາດ​ສະ​ໜາ ນຳ​ອີກ. ໂຈ​ເຊັບ ສະ​ມິດ ໄດ້​ໃຊ້​ຫ້ອງ​ຊັ້ນ​ເທິງ​ເປັນ​ຫ້ອງ​ການ.

ເຫດ​ການ​ທີ່​ສຳ​ຄັນ: ກ່ອນ​ພຣະ​ວິ​ຫານ​ສ້າງ​ສຳ​ເລັດ, ຫ້ອງ​ຊັ້ນ​ເທິງ​ຂອງ​ຮ້ານ​ຄ້າ ໄດ້​ຖືກ​ໃຊ້​ເປັນ​ຫ້ອງ​ກະ​ທຳ​ພິ​ທີ​ການ, ບ່ອນ​ທີ່​ຂອງ​ປະ​ທານ​ສັກ​ສິດ​ຄົບ​ຊຸດ​ໄດ້​ຖືກ​ມອບ​ໃຫ້​ເປັນ​ເທື່ອ​ທຳ​ອິດ. ໃນ​ວັນ​ທີ 17 ເດືອນ​ມີ​ນາ, 1842, ສາດ​ສະ​ດາ​ໂຈ​ເຊັບ ໄດ້​ຈັດ​ຕັ້ງ​ກຸ່ມ​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ເປັນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

ພິມ