ສິ່ງ​ຊ່ວຍ​ສຶກ​ສາ
8. ບ້ານ​ຂອງ​ຈອນ ຈອນສັນ


8. ບ້ານ​ຂອງ​ຈອນ ຈອນສັນ

ຮູບ​ພາບ
ຮູບ​ພາບ 8

ບ້ານ​ຂອງ​ຈອນ ແລະ ອາລີສ໌ ຈອນສັນ ໄດ້​ຕັ້ງ​ຢູ່​ໃນ​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ. ຫ້ອງ​ນີ້​ແມ່ນ​ຢູ່​ຊັ້ນ​ທີ​ສອງ.

ເຫດ​ການ​ທີ່​ສຳ​ຄັນ: ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ເອມມາ ພັນລະຍາ​ຂອງ​ເພິ່ນ ໄດ້​ອາ​ໄສ​ຢູ່​ໃນ​ບ້ານ​ນີ້. ໂຢເຊັບ ແລະ ຊິດນີ ຣິກດອນ ໄດ້​ຮັບ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ກ່ຽວ​ກັບ​ລະ​ດັບ​ຂອງ​ລັດ​ສະ​ໝີ​ພາບ ຢູ່​ຕໍ່​ໜ້າ​ຫລາຍ​ຄົນ ໃນ​ວັນທີ 6 ເດືອນ​ກຸມພາ, 1832 (ຄພ 76). ສາດ​ສະ​ດາ​ໂຈເຊັບ ກໍ​ໄດ້​ທຳ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈເຊັບ ສະມິດ (ປຈສ) ຢູ່ໃນ​ບ້ານ​ນີ້​ເໝືອນ​ກັນ. ໃນ​ຄ່ຳ​ຄືນ​ຂອງ​ວັນທີ 24 ເດືອນ​ມີນາ, 1832, ໃນ​ຂະນະ​ທີ່​ໂຈເຊັບ ແລະ ເອມມາ ອາ​ໄສ​ຢູ່​ບ່ອນ​ນີ້, ກຸ່ມ​ອັນ​ຕະພານ​ຜູ້​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ຜູ້​ຕໍ່​ຕ້ານ​ຊາວ​ມໍມອນ ໄດ້​ຂ້ຽນ​ຕີ, ເອົາ​ຢາງ​ໝາກ​ຕອຍ​ທາ​ຕົນ​ຕົວ​ຂອງ​ໂຈເຊັບ ແລະ ຊິດນີ ແລ້ວ​ໄດ້​ເອົາ​ຂົນ​ໄກ່​ພຶກ​ໃສ່​ພວກ​ເພິ່ນ​ນຳ​ອີກ.

ພິມ