ສິ່ງ​ຊ່ວຍ​ສຶກ​ສາ
6. ສະຖານ​ທີ່​ບ້ານ​ຂອງ ພີເຕີ ວິດເມີ ຜູ້ພໍ່


6. ສະຖານ​ທີ່​ບ້ານ​ຂອງ ພີເຕີ ວິດເມີ ຜູ້ພໍ່

ຮູບ​ພາບ
ຮູບ​ພາບ 6

ເຮືອນ​ໄມ້​ທ່ອນ​ຫລັງ​ນີ້ ເປັນ​ຕົວ​ແທນ​ໃຫ້​ແກ່​ເຮືອນ​ດັ້ງ​ເດີມ​ຂອງ ພີເຕີ ວິດເມີ ຜູ້ພໍ່ ໃນ​ເມືອງ​ເຟແອດ, ລັດ​ນິວຢອກ.

ເຫດ​ການ​ທີ່​ສຳ​ຄັນ: ໂຈເຊັບ ສະມິດ ໄດ້​ສຳ​ເລັດ​ການ​ແປ​ພຣະ​ຄຳ​ພີ​ມໍມອນ ຢູ່​ບ່ອນ​ນີ້ ໃນ​ທ້າຍ​ເດືອນ​ມິຖຸນາ ປີ 1829. ຢູ່​ໃນ​ປ່າ​ໃກ້​ເຮືອນ​ຫລັງ​ນີ້, ພະຍານ​ສາມ​ຄົນ ໄດ້​ເຫັນ​ທູດ​ໂມ​ໂຣ​ໄນ ແລະ ແຜ່ນ​ຈາລຶກ​ຄຳ. ປະຈັກ​ພະຍານ​ຂອງ​ພວກ​ເພິ່ນ ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ​ທຸກ​ເຫລັ້ມ. ໃນ​ວັນທີ 6 ເດືອນ​ເມສາ, 1830, ຜູ້​ຄົນ​ປະ​ມານ 60 ຄົນ ໄດ້​ມາ​ຮ່ວມ​ຊຸມ​ນຸມ​ກັນ ຢູ່​ໃນ​ເຮືອນ​ຂອງ ພີເຕີ ວິດເມີ ເພື່ອ​ເປັນ​ພະຍານ​ຕໍ່​ການ​ຈັດ​ຕັ້ງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ຂຶ້ນ​ເປັນ​ທາງ​ການ (ຄພ 20). ການ​ປະ​ຊຸມ ແລະ ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ໃໝ່ ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ໃນ​ເຮືອນ​ຫລັງ​ນີ້. ການ​ເປີດ​ເຜີຍ​ຊາວ​ຢ່າງ ທີ່​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ ຄຳ​ສອນ ແລະ ພັນທະ​ສັນ​ຍາ ແມ່ນ​ໄດ້​ຮັບ​ຢູ່​ໃນ​ບ້ານ​ຂອງ ພີເຕີ ວິດເມີ.

ພິມ