ສິ່ງ​ຊ່ວຍ​ສຶກ​ສາ
5. ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ


5. ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ

ຮູບ​ພາບ
ຮູບ​ພາບ 5

ຮູບ​ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ ໃນ​ເມືອງ​ຮາມ​ໂມ​ນີ, ລັດ​ເພັນ​ໂຊ​ເວ​ເນຍ.

ເຫດ​ການ​ທີ່​ສຳ​ຄັນ: ໂຈ​ເຊັບ ສະ​ມິດ ຜູ້​ລູກ ໄດ້​ມາ​ເມືອງ​ຮາມ​ໂມ​ນີ ເປັນ​ເທື່ອ​ທຳ​ອິດ ໃນ​ປີ 1825 ເພື່ອ​ຊອກ​ຫາ​ງານ​ທຳ. ເພິ່ນ​ກັບ​ພໍ່​ຂອງ​ເພິ່ນ ໄດ້​ອາ​ໄສ​ຢູ່​ໃກ້​ແມ່​ນ້ຳ​ນີ້ ຢູ່​ເຮືອນ​ຂອງ​ໄອ​ຊິກ ເຮວ, ບ່ອນ​ທີ່​ໂຈ​ເຊັບ ໄດ້​ພົບ​ກັບ​ນາງ​ເອມ​ມາ ເຮວ, ພັນ​ລະ​ຍາ​ໃນ​ອະ​ນາ​ຄົດ​ຂອງ​ເພິ່ນ, ເປັນ​ເທື່ອ​ທຳ​ອິດ (ຈສ—ປ 1:56–57). ໂຈ​ເຊັບ ແລະ ເອມ​ມາ ໄດ້​ແຕ່ງ​ງານ​ກັນ ໃນ​ວັນ​ທີ 18 ເດືອນ​ມັງ​ກອນ, 1827. ສາດ​ສະ​ດາ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ຄຳ ໃນ​ວັນ​ທີ 22 ເດືອນ​ກັນ​ຍາ, 1827, ທີ່​ເມືອງ​ແມນ​ເຈດ​ສະ​ເຕີ, ລັດ​ນິວ​ຢອກ, ແລະ ບໍ່​ດົນ​ຫລັງ​ຈາກ​ນັ້ນ ໄດ້​ຍ້າຍ​ໄປ​ກັບ​ນາງ​ເອມ​ມາ ໄປ​ຢູ່​ເມືອງ​ຮາມ​ໂມ​ນີ, ບ່ອນ​ທີ່​ເພິ່ນ​ໄດ້​ເລີ່ມ​ຕົ້ນ​ແປ​ແຜ່ນ​ຈາ​ລຶກ. ໃນ​ລະ​ຫວ່າງ​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ, ໂຈ​ເຊັບ ແລະ ອໍ​ລີ​ເວີ ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ ແລະ ໄດ້​ຍ່າງ​ໄປ​ຫາ​ບ່ອນ​ໜຶ່ງ​ຢູ່​ໃນ​ປ່າ​ໃກ້​ແມ່​ນ້ຳ​ນີ້ ເພື່ອ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ເລື່ອງ​ນີ້. ໃນ​ການ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ນີ້, ໂຢ​ຮັນ​ບັບ​ຕິ​ສະ​ໂຕ ໄດ້​ມາ​ປະ​ກົດ​ຕົວ ໃນ​ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 1829 (ຈສ—ປ 1:66–74; ຄພ 13). ເພິ່ນ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ. ແລ້ວ ພວກ​ເພິ່ນ​ໄດ້​ລົງ​ໄປ​ໃນ​ແມ່​ນຳ ແລະ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ກັນ ເພື່ອ​ການ​ປົດ​ບາບ. ແລ້ວ​ໂດຍ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ໂຈ​ເຊັບ ແລະ ອໍ​ລີ​ເວີ ໄດ້​ແຕ່ງ​ຕັ້ງ​ກັນ​ແລະ​ກັນ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ບໍ່​ດົນ​ຫລັງ​ຈາກ​ນັ້ນ, ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ໄດ້​ມາ​ປະ​ກົດ ລະ​ຫວ່າງ​ເມືອງ​ຮາມ​ໂມ​ນີ ແລະ ເມືອງ​ໂຄນ​ສະ​ວຽວ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໃຫ້​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ (ຄພ 27:12–13; 128:20).

ພິມ