15. ພຣະວິຫານນາວູ
ພຣະວິຫານນາວູດັ້ງເດີມ ໄດ້ຖືກສ້າງດ້ວຍຫີນປູນ ສີຂີ້ເຖົ່າປົນຂາວ ທີ່ມີຢູ່ໃນທ້ອງຖິ່ນ. ມັນມີຄວາມຍາວ 39 ແມັດ ແລະ ຄວາມກວ້າງ 27 ແມັດ. ຈອມຂອງພຣະວິຫານສູງ 48 ແມັດ ຈາກພື້ນ. ສະມາຊິກຂອງສາດສະໜາຈັກ ໄດ້ເສຍສະລະຢ່າງຫລວງຫລາຍ ໃນການສ້າງພຣະວິຫານທີ່ສວຍງາມແຫ່ງນີ້, ເລີ່ມຕົ້ນການສ້າງໃນປີ 1841. ບາງຄົນໄດ້ທຳງານເປັນເວລາຫລາຍເດືອນໃນການສ້າງ; ບາງຄົນໄດ້ສະລະເງິນຄຳ. ເຖິງແມ່ນວ່າມັນບໍ່ໄດ້ສຳເລັດຄົບຖ້ວນ, ແຕ່ພຣະວິຫານຍັງເຕັມໄປດ້ວຍສະມາຊິກ ຜູ້ມາເຮັດພິທີການ ໃນໄລຍະສອງສາມເດືອນ ກ່ອນເຂົາເຈົ້າໜີໄປຫາພາກຕາເວັນຕົກ. ໃນຂະນະທີ່ໄພ່ພົນຂອງພຣະເຈົ້າ ບາງຈຳນວນໄດ້ຈາກເມືອງນາວູໄປ ໃນຕົ້ນລະດູໃບໄມ້ປົ່ງຂອງປີ 1846 ເນື່ອງດ້ວຍການຂູ່ເຂັນຂອງກຸ່ມອັນຕະພານ, ແຕ່ຜູ້ຄົນພິເສດກຸ່ມໜຶ່ງໄດ້ຢູ່ຕໍ່ ເພື່ອສ້າງພຣະວິຫານໃຫ້ສຳເລັດ. ໃນວັນທີ 30 ເດືອນເມສາ, 1846, ແອວເດີ ອໍສັນ ຮາຍດ໌ ແລະ ແອວເດີ ວິວເຝີດ ວູດຣັບ ແຫ່ງກຸ່ມອັກຄະສາວົກສິບສອງ ແລະ ຄົນອື່ນໆ ປະມານ 20 ຄົນ ໄດ້ອຸທິດບ້ານຂອງພຣະຜູ້ເປັນເຈົ້າແຫ່ງນີ້. ພຣະວິຫານໄດ້ຖືກປະຖິ້ມ ໃນເດືອນກັນຍາ ເມື່ອສະມາຊິກກຸ່ມສຸດທ້າຍໄດ້ຖືກຂັບໄລ່ອອກຈາກເມືອງນາວູ; ກຸ່ມອັນຕະພານໄດ້ບັງຄັບຜູ້ຄົນໃຫ້ໜີໄປ ແລະ ໄດ້ທຳລາຍພຣະວິຫານທີ່ສັກສິດ. ຂ້າງໃນໄດ້ຖືກທຳລາຍດ້ວຍໄຟ ໃນເດືອນຕຸລາ ປີ 1848. ພຣະວິຫານໄດ້ຖືກສ້າງຄືນໃໝ່ (ຮູບນີ້), ສ້າງຄືນໃຫ້ເໝືອນດັ້ງເດີມ, ໄດ້ຖືກອຸທິດຄືນໃໝ່ ໂດຍປະທານກໍດອນ ບີ ຮິງລີ ໃນວັນທີ 27–30 ເດືອນມິຖຸນາ, 2002.
ເຫດການທີ່ສຳຄັນ: ກອງປະຊຸມໃຫຍ່ສາມັນ ໄດ້ຖືກຈັດຂຶ້ນໃນຫ້ອງຊຸມນຸມ ຂອງພຣະວິຫານ ໃນວັນທີ 5 ເດືອນຕຸລາ, 1845. ພິທີການສັກສິດໄດ້ເລີ່ມຕົ້ນໃນວັນທີ 10 ເດືອນທັນວາ, 1845, ແລະ ໄດ້ສືບຕໍ່ໄປເຖິງວັນທີ 7 ເດືອນກຸມພາ, 1846. ໄພ່ພົນຍຸກສຸດທ້າຍຫລາຍກວ່າ 5,500 ຄົນ ໄດ້ຮັບຂອງປະທານສັກສິດຂອງເຂົາເຈົ້າ, ແລະ ຫລາຍຄົນໄດ້ຮັບບັບຕິສະມາ ແລະ ໄດ້ຮັບພິທີການຜະນຶກແທນຄົນຕາຍ.