ສິ່ງ​ຊ່ວຍ​ສຶກ​ສາ
17. ການ​ອົບ​ພະ​ຍົບ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ


17. ການ​ອົບ​ພະ​ຍົບ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ

ຮູບ​ພາບ
ຮູບ​ພາບ 17

ການ​ເລີ່ມ​ຕົ້ນ​ໜີ​ຈາກ​ເມືອງ​ນາ​ວູ, ລັດ​ອິ​ລິ​ນອຍ, ໄດ້​ຖືກ​ວາງ​ແຜນ​ໄວ້​ວ່າ ເປັນ​ເດືອນ​ມີ​ນາ–ເມ​ສາ, ແຕ່ ເພາະ​ການ​ຂົ່ມ​ຂູ່​ຂອງ​ກຸ່ມ​ອັນ​ຕະ​ພານ ປະ​ທານ​ບຣິ​ກຳ ຢັງ ຈຶ່ງ​ໄດ້​ແນະ​ນຳ​ວ່າ ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ອົບ​ພະ​ຍົບ​ອອກ​ເດີນ​ທາງ​ຂ້າມ​ແມ່​ນ້ຳ​ມິດ​ຊີ​ຊິບ​ປີ ໄປ ເລີ່ມ​ຕົ້ນ​ໃນ​ວັນ​ທີ 2 ເດືອນ​ກຸມ​ພາ, 1846. ປະ​ທານ​ຢັງ ໄດ້​ຢູ່​ຕໍ່ ເພື່ອ​ມອບ​ຂອງ​ປະ​ທານ​ສັກ​ສິດ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ ບໍ່​ໄດ້​ໜີ​ຈາກ​ເມືອງ​ນາ​ວູ ຈົນ​ກວ່າ​ເຖິງ​ກາງ​ເດືອນ​ກຸມ​ພາ.

ເຫດ​ການ​ທີ່​ສຳ​ຄັນ: ກ່ອນ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ທຳ​ນາຍ​ວ່າ, “ບາງ​ຄົນ​ໃນ​ພວກ​ທ່ານ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່ ເພື່ອ​ໄປ​ຮັບ​ໃຊ້​ຕັ້ງ​ຖິ່ນ​ຖານ ແລະ ສ້າງ​ເມືອງ ແລະ ເຫັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ກາຍ​ເປັນ​ຜູ້​ຄົນ​ທີ່​ຍິ່ງ​ໃຫຍ່ ໃນ​ທ່າມ​ກາງ​ພູ​ເຂົາ​ຣ໊ອກ​ກີ້.” ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເກືອບ​ເຖິງ 12,000 ຄົນ ໄດ້​ໜີ​ຈາກ​ເມືອງ​ນາ​ວູ ເລີ່ມ​ຈາກ​ເດືອນ​ກຸມ​ພາ ເຖິງ ເດືອນ​ກັນ​ຍາ ປີ 1846. ຫລັງ​ຈາກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ໜີ​ຈາກ​ເມືອງ​ວິນ​ເຕີ​ຄວດ​ເຕີສ໌ ແລະ ສະ​ຖານ​ທີ່​ອື່ນໆ​ຕໍ່​ຈາກ​ນັ້ນ, ເຂົາ​ເຈົ້າ​ໄດ້​ຖືກ​ຈັດ​ເຂົ້າ​ເປັນ​ກຸ່ມໆ, ຈຳ​ນວນ​ສິບ​ຄົນ, ຫ້າ​ສິບ​ຄົນ, ແລະ ໜຶ່ງ​ຮ້ອຍ​ຄົນ, ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຫົວ​ໜ້າ​ກຸ່ມ (ຄພ 136:3). ໃນ​ເດືອນ​ກັນ​ຍາ ປີ 1846 ກຸ່ມ​ອັນ​ຕະ​ພານ ປະ​ມານ 800 ຄົນ ພ້ອມ​ດ້ວຍ​ປືນ​ໃຫຍ່​ຫົກ​ລຳ ໄດ້​ມາ​ລ້ອມ​ໂຈມ​ຕີ​ເມືອງ​ນາ​ວູ. ຫລັງ​ຈາກ​ໄດ້​ສູ້​ຮົບ​ກັນ​ຫລາຍ​ວັນ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຍັງ​ເຫລືອ​ຢູ່ ໄດ້​ຖືກ​ບັງ​ຄັບ​ໃຫ້​ຍອມ​ຈຳ​ນົນ ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ໄວ້ ແລະ ມີ​ໂອ​ກາດ​ທີ່​ຈະ​ຂ້າມ​ແມ່​ນ້ຳ​ໄປ. ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ ປະ​ມານ ຫ້າ ເຖິງ ຫົກ​ຮ້ອຍ​ຄົນ ໄດ້​ຂ້າມ​ແມ່​ນ້ຳ ແລະ ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ແຄມ​ແມ່​ນ້ຳ. ປະ​ທານ​ບຣິ​ກຳ ຢັງ ໄດ້​ສົ່ງ​ໜ່ວຍ​ຊ່ວຍ​ກູ້ ພ້ອມ​ດ້ວຍ​ສະ​ບຽງ​ອາ​ຫານ​ໄປ​ຊ່ວຍ​ເຫລືອ “ໄພ່​ພົນ​ທີ່​ຍາກ​ຈົນ” ຜູ້​ທີ່​ໜີ​ມາ​ນັ້ນ.

ພິມ