ສິ່ງ​ຊ່ວຍ​ສຶກ​ສາ
10. ອາ​ດາມ-ອອນ​ໄດ-ອາ​ມັນ


10. ອາ​ດາມ-ອອນ​ໄດ-ອາ​ມັນ

ຮູບ​ພາບ
ຮູບ​ພາບ 10

ໂດຍ​ທີ່​ເບິ່ງ​ໄປ​ທາງ​ໃຕ້ ຈະ​ເຫັນ​ຮ່ອມ​ພູ​ອາ​ດາມ-ອອນ​ໄດ-ອາ​ມັນ, ຊຶ່ງ​ງຽບ​ສະ​ຫງົບ, ແລະ ສວຍ​ງາມ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ລັດ​ມີ​ເຊີ​ຣີ ໃກ້​ຊຸມ​ຊົນ​ກາ​ລາ​ຕິນ.

ເຫດ​ການ​ທີ່​ສຳ​ຄັນ: ສາມ​ປີ​ກ່ອນ​ອາ​ດາມ​ໄດ້​ເສຍ​ຊີ​ວິດ​ໄປ, ເພິ່ນ​ໄດ້​ເອີ້ນ​ລູກ​ຫລານ​ທີ່​ຊອບ​ທຳ​ຂອງ​ເພິ່ນ​ມາ​ຫາ​ຫ່ອມ​ພູ​ນີ້ ແລະ ໄດ້​ມອບ​ພອນ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ​ໃຫ້​ເຂົາ​ເຈົ້າ (ຄພ 107:53–56). ໃນ​ປີ 1838 ອາ​ດາມ-ອອນ​ໄດ-ອາ​ມັນ ໄດ້​ເປັນ​ສະ​ຖານ​ທີ່​ຕັ້ງ​ຖິ່ນ​ຖານ​ຂອງ​ໄພ່​ພົນ​ຍົກ​ສຸດ​ທ້າຍ ປະ​ມານ 500 ເຖິງ 1,000 ຄົນ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ປະ​ເຮືອນ​ຊານ​ບ້ານ​ຊ່ອງ​ໄປ ເມື່ອ​ເຂົາ​ເຈົ້າ​ຖືກ​ຂັບ​ໄລ່​ອອກ​ຈາກ​ລັດ​ມີ​ເຊີ​ຣີ. ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ​ໃນ​ຄວາມ​ຮຸ່ງ​ເຫລື້ອມ​ຂອງ​ພຣະ​ອົງ, ອາ​ດາມ ແລະ ລູກ​ຫລານ​ທີ່​ຊອບ​ທຳ​ຂອງ​ເພິ່ນ, ຊຶ່ງ​ຮ່ວມ​ດ້ວຍ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ, ຈະ​ມາ​ເຕົ້າ​ໂຮມ​ກັນ​ອີກ ໃນ​ຮ່ອມ​ພູ​ແຫ່ງ​ນີ້ ເພື່ອ​ພົບ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ດນອ 7:9–10, 13–14; ຄພ 27; 107:53–57; 116).

ພິມ