ສິ່ງ​ຊ່ວຍ​ສຶກ​ສາ
7. ນິວເອັນ ເຄ ວິດນີ ແລະ ຮ້ານ​ຄ້າ


7. ນິວເອັນ ເຄ ວິດນີ ແລະ ຮ້ານ​ຄ້າ

ຮູບ​ພາບ
ຮູບ​ພາບ 7

ຮ້ານ​ຄ້າ​ຂອງ​ນິວເອັນ ເຄ ວິດນີ ມີ​ບົດ​ບາດ​ທີ່​ສຳ​ຄັນ ໃນ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເມືອງ​ເຄີດແລນ. ໂຈເຊັບ ແລະ ເອມມາ ສະມິດ ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້ ຊົ່ວ​ໄລ​ຍະ​ໜຶ່ງ. ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ສຳ​ຄັນ​ຫລາຍ​ຢ່າງ​ຢູ່​ບ່ອນ​ນີ້. ໂຮງ​ຮຽນ​ຂອງ​ສາດ​ສະ​ດາ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ຢູ່​ໃນ​ຮ້ານ​ຄ້າ ຈາກ​ວັນທີ 24 ເດືອນ​ມັງກອນ, 1833, ຈົນ​ເຖິງ ປະ​ມານ​ເດືອນ​ເມສາ ປີ 1833.

ເຫດ​ການ​ທີ່​ສຳ​ຄັນ: ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ຽວ​ກັບ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ (ຄພ 89). ເພິ່ນ​ໄດ້​ທຳ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈເຊັບ ສະມິດ (ປຈສ) ສ່ວນ​ຫລາຍ ຢູ່​ບ່ອນ​ນີ້.

ພິມ