ສິ່ງ​ຊ່ວຍ​ສຶກ​ສາ
12. ຄຸກ​ລີ​ເບີ​ຕີ


12. ຄຸກ​ລີ​ເບີ​ຕີ

ຮູບ​ພາບ
ຮູບ​ພາບ 12

ຄຸກ​ໃນ​ເມືອງ​ລີ​ເບີ​ຕີ, ລັດ​ມີ​ເຊີ​ຣີ, ປະ​ມານ 1878. ໂຈ​ເຊັບ ສະ​ມິດ ແລະ ອ້າຍ​ນ້ອງ​ຫ້າ​ຄົນ ໄດ້​ຖືກ​ຄຸມ​ຂັງ ຢ່າງ​ບໍ່​ຍຸດ​ຕິ​ທຳ ໃນ​ຄຸກ​ທີ່​ຝາ​ຕຶບ​ໜາ​ເຖິງ 1.2 ເມັດ ຈາກ​ວັນ​ທີ 1 ເດືອນ​ທັນ​ວາ, 1838, ຈົນ​ເຖິງ ວັນ​ທີ 6 ເດືອນ​ເມ​ສາ, 1839. (ຊິດ​ນີ ຣິກ​ດອນ ໄດ້​ຖືກ​ປ່ອຍ​ຕົວ ໃນ​ທ້າຍ​ເດືອນ​ກຸມ​ພາ.) ໂດຍ​ທີ່​ຖືກ​ຄຸມ​ຂັງ​ຢູ່​ໃນ​ຫ້ອງ​ຊັ້ນ​ລຸ່ມ ຫລື ຫ້ອງ​ໃຕ້​ດິນ​ຂອງ​ຕຶກ​ຄຸກ, ພວກ​ເພິ່ນ​ໄດ້​ນອນ​ຢູ່​ພື້ນ​ຫ້ອງ​ເປັນ​ຫີນ​ທີ່​ໜາວ​ເຢັນ, ປູ​ດ້ວຍ​ເຟືອງ, ມີ​ຄວາມ​ສະ​ຫວ່າງ​ພໍ​ມົວໆ ແລະ ຂາດ​ແຄນ​ສິ່ງ​ປົກ​ປ້ອງ​ຈາກ​ລະ​ດູ​ໜາວ.

ເຫດ​ການ​ທີ່​ສຳ​ຄັນ: ສາດ​ສະ​ດາ​ໂຈ​ເຊັບ, ໄດ້​ອ້ອນ​ວອນ​ເພື່ອ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ລັດ​ມີ​ເຊີ​ຣີ, ໄດ້​ຮັບ​ຄຳ​ຕອບ ຈາກ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ, ຊຶ່ງ​ເພິ່ນ​ໄດ້​ຂຽນ​ໄວ້​ໃນ​ຈົດ​ໝາຍ ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຖືກ​ເນ​ລະ​ເທດ (ຄພ 121–123).

ພິມ