ສິ່ງ​ຊ່ວຍ​ສຶກ​ສາ
3. ເຮືອນ​ໄມ້​ທ່ອນ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ພໍ່


3. ເຮືອນ​ໄມ້​ທ່ອນ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ພໍ່

ຮູບ​ພາບ
ຮູບ​ພາບ 3

ຮູບ​ຈຳ​ລອງ​ຂອງ​ເຮືອນ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ພໍ່, ຖືກ​ສ້າງ​ຂຶ້ນ​ໃນ​ສະ​ຖານ​ທີ່​ແຫ່ງ​ນີ້ ຊຶ່ງ​ດັ້ງ​ເດີມ​ເປັນ​ເຮືອນ​ໄມ້​ທ່ອນ ໃກ້​ເມືອງພາ​ໄມ​ຣາ, ລັດ​ນິວ​ຢອກ. ຄອບ​ຄົວ​ສະ​ມິດ​ໄດ້​ສ້າງ​ເຮືອນ​ໄມ້​ທ່ອນ​ທີ່​ເປັນ​ຊັ້ນ​ເຄິ່ງ ບໍ່​ດົນ​ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ມາ​ເຖິງ​ເມືອງພາ​ໄມ​ຣາ. ຄອບ​ຄົວ​ໄດ້​ອາ​ໄສ​ຢູ່​ເຮືອນ​ນີ້ ຈາກ​ປີ 1819 ເຖິງ​ປີ 1825.

ເຫດ​ການ​ທີ່​ສຳ​ຄັນ: ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ຢູ່​ໃນ​ເຮືອນ​ຫລັງ​ນີ້ ໃນ​ໄລ​ຍະ​ທີ່​ເພິ່ນ ມີ​ຄວາມ​ສັບ​ສົນ ແລະ ຢາກ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ແທ້​ຈິງ (ຈສ—ປ 1:11–13). ໂມ​ໂຣ​ໄນ​ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ແລະ ໄດ້​ບອກ​ເພິ່ນ​ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​ພຣະ​ຄຳ​ພີ​ມໍ​ມອນ (ຈສ—ປ 1:30–47).

ພິມ