ສິ່ງ​ຊ່ວຍ​ສຶກ​ສາ
13. ປາ​ສາດ​ໃນ​ເມືອງ​ນາ​ວູ


13. ປາ​ສາດ​ໃນ​ເມືອງ​ນາ​ວູ

ຮູບ​ພາບ
ຮູບ​ພາບ 13

ໂຈ​ເຊັບ ສະ​ມິດ ຜູ້​ລູກ ແລະ ຄອບ​ຄົວ​ຂອງ​ເພິ່ນ ໄດ້​ຍ້າຍ​ເຂົ້າ​ໄປ​ຢູ່​ປາ​ສາດ​ໃນ​ເມືອງ​ນາ​ວູ ໃນ​ເດືອນ​ສິງ​ຫາ ປີ 1843. ຕໍ່​ມາ ໄດ້​ຕໍ່​ເຮືອນ​ອອກ​ອີກ​ຢູ່​ທາງ​ເບື້ອງ​ຕາ​ເວັນ​ອອກ ລວມ​ແລ້ວ​ມີ​ຢູ່​ດ້ວຍ​ກັນ 22 ຫ້ອງ. ນັບ​ຕັ້ງ​ແຕ່​ເດືອນ​ມັງ​ກອນ ປີ 1844, ເອ​ເບ​ເນ​ເຊີ ຣໍ​ບິນ​ສັນ ໄດ້​ປ່ຽນ​ປາ​ສາດ​ຫລັງ​ນີ້ ໃຫ້​ເປັນ​ໂຮງ​ແຮມ, ແລະ ສາດ​ສະ​ດາ​ໄດ້​ເກັບ​ຫົກ​ຫ້ອງ​ໄວ້​ສຳ​ລັບ​ຄອບ​ຄົວ​ຂອງ​ເພິ່ນ. ປາ​ສາດ​ຫລັງ​ນີ້​ໄດ້​ຖືກ​ໃຊ້​ເປັນ​ສູນ​ກາງ ສັງ​ສັນ​ຂອງ​ຊຸມ​ຊົນ​ໃນ​ເມືອງ​ນາ​ວູ. ສາດ​ສະ​ດາ​ໄດ້​ຮັບ​ຕ້ອນ​ແຂກ​ຜູ້​ສຳ​ຄັນ​ໃນ​ປາ​ສາດ​ຫລັງ​ນີ້.

ເຫດ​ການ​ທີ່​ສຳ​ຄັນ: ໃນ​ວັນ​ທີ 27 ເດືອນ​ມິ​ຖຸ​ນາ, 1844, ສາດ​ສະ​ດາ​ໂຈ​ເຊັບ ແລະ ໄຮ​ຣຳ ອ້າຍ​ຂອງ​ເພິ່ນ ໄດ້​ຖືກ​ຍິງ ແລະ ຖືກ​ຂ້າ ໃນ​ເມືອງ​ຄາດ​ເທດ, ລັດ​ອິ​ລິ​ນອຍ, ແລະ ສົບ​ຂອງ​ພວກ​ເພິ່ນ ໄດ້​ຖືກ​ນຳ​ມາ​ທີ່​ປາ​ສາດ​ນີ້ ເພື່ອ​ການ​ໄວ້​ອາ​ໄລ ກ່ອນ​ງານ​ສົ່ງ​ສະ​ການ. ພວກ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ປ່າ​ຊ້າ​ຂອງ​ຄອບ​ຄົວ ກົງ​ກັນ​ຂ້າມ​ກັບ​ຖະ​ໜົນ​ເມນ, ເບື້ອງ​ຕາ​ເວັນ​ຕົກ​ຂອງ​ເຮືອນ​ໄມ້​ທ່ອນ ທີ່​ໂຢ​ເຊັບ​ເຄີຍ​ອາ​ໄສ​ຢູ່ ຕອນ​ເພິ່ນ​ຍ້າຍ​ມາ​ຢູ່​ເມືອງ​ນາ​ວູ​ໃໝ່. ເອມ​ມາ ສະ​ມິດ ໄດ້​ອາ​ໄສ​ຢູ່​ໃນ​ປາ​ສາດ ຈົນ​ເຖິງ​ປີ 1871. ແລ້ວ​ນາງ​ໄດ້​ຍ້າຍ​ໄປ​ຢູ່​ເຮືອນ​ນາ​ວູ, ບ່ອນ​ທີ່​ນາງ​ໄດ້​ເສຍ​ຊີ​ວິດ ໃນ​ປີ 1879.

ພິມ