ສິ່ງ​ຊ່ວຍ​ສຶກ​ສາ
4. ໂຮງ​ພິມ ແລະ ຮ້ານ​ພິມ ແກຣນ​ດິນ


4. ໂຮງ​ພິມ ແລະ ຮ້ານ​ພິມ ແກຣນ​ດິນ

ຮູບ​ພາບ
ຮູບ​ພາບ 4

ຮ້ານ​ພິມ​ທີ່​ຖືກ​ສ້ອມ​ແປງ​ຄືນ​ໃໝ່​ຂອງ ເອກ​ເບີດ ບີ ແກຣນ​ດິນ ໃນເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ, ບ່ອນ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ຊຸດ​ທຳ​ອິດ​ໄດ້​ຖືກ​ຈັດ​ພິມ ໃນ​ປີ 1830. ມາ​ຕິນ ແຮ​ຣິສ ໄດ້​ເອົາ​ບ້ານ​ສວນ​ຂອງ​ເພິ່ນ​ໄປ​ມັດ​ຈຳ ແລະ ໄດ້​ຂາຍ​ພາກ​ສ່ວນ​ໜຶ່ງ​ຂອງ​ທີ່​ດິນ ເພື່ອ​ຈ່າຍ​ຄ່າ​ພິມ​ພຣະ​ຄຳ​ພີ​ມໍ​ມອນ 5,000 ເຫລັ້ມ. ການ​ລຽນ​ຕົວ​ພິມ​ໄດ້​ເລີ່ມ​ຕົ້ນ ໃນ​ເດືອນ​ສິງ​ຫາ ປີ 1829, ແລະ ໄດ້​ພຣະ​ຄຳ​ພີ​ທີ່​ຈັດ​ພິມ​ສຳ​ເລັດ ມີ​ຈຳ​ໜ່າຍ ໃນ​ວັນ​ທີ 26 ເດືອນ​ມີ​ນາ, 1830.

ເຫດ​ການ​ທີ່​ສຳ​ຄັນ: ມາ​ຕິນ ແຮ​ຣິສ ໄດ້​ຖືກ​ບັນ​ຊາ​ໃຫ້​ສະ​ລະ​ຊັບ​ສິນ​ຂອງ​ເພິ່ນ​ບາງ​ຈຳ​ນວນ ດ້ວຍ​ຄວາມ​ສະ​ໝັກ​ໃຈ ເພື່ອ​ຈ່າຍ​ຄ່າ​ການ​ພິມ​ພຣະ​ຄຳ​ພີ​ມໍ​ມອນ (ຄພ 19:26–35).

ພິມ