“ບົດທີ 3: ບົດຮຽນທີ 2—ແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 3: ບົດຮຽນທີ 2,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 3: ບົດຮຽນທີ 2
ແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ
ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ ຊ່ວຍໃຫ້ເຮົາຕອບຄຳຖາມທີ່ສຳຄັນຂອງຈິດວິນຍານ. ຜ່ານທາງພຣະກິດຕິຄຸນ, ເຮົາຮຽນຮູ້ກ່ຽວກັບເອກະລັກແຫ່ງສະຫວັນ ແລະ ສັກກະຍະພາບນິລັນດອນຂອງເຮົາ ໃນຖານະລູກຂອງພຣະເຈົ້າ. ພຣະກິດຕິຄຸນໃຫ້ຄວາມຫວັງ ແລະ ຊ່ວຍໃຫ້ເຮົາພົບສັນຕິສຸກ, ຄວາມສຸກ, ແລະ ຄວາມໝາຍ. ການດຳລົງຊີວິດຕາມພຣະກິດຕິຄຸນຊ່ວຍໃຫ້ເຮົາເຕີບໂຕ ແລະ ພົບຄວາມເຂັ້ມແຂງ ຂະນະທີ່ເຮົາປະເຊີນກັບການທ້າທາຍຂອງຊີວິດ.
ພຣະເຈົ້າຕ້ອງການສິ່ງທີ່ດີທີ່ສຸດສຳລັບລູກໆຂອງພຣະອົງ ແລະ ປາດຖະໜາທີ່ຈະປະທານພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງໃຫ້ເຮົາ, ຊຶ່ງເປັນຄວາມເປັນອະມະຕະ ແລະ ຊີວິດນິລັນດອນ (ເບິ່ງ ໂມເຊ 1:39; ຄຳສອນ ແລະ ພັນທະສັນຍາ 14:7). ເພາະພຣະອົງຮັກເຮົາ, ພຣະອົງຈຶ່ງໄດ້ຈັດຕຽມແຜນໃຫ້ເຮົາ ເພື່ອຈະໄດ້ຮັບພອນເຫລົ່ານີ້. ໃນພຣະຄຳພີ, ແຜນນີ້ຖືກເອີ້ນວ່າ ແຜນແຫ່ງຄວາມລອດ, ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່, ແລະ ແຜນແຫ່ງການໄຖ່ (ເບິ່ງ ແອວມາ 42:5, 8, 11, 13, 15, 16, 31).
ໃນແຜນຂອງພຣະເຈົ້າ, ເຮົາແຕ່ລະຄົນເດີນທາງຜ່ານຊີວິດກ່ອນເກີດ, ການເກີດ, ຊີວິດມະຕະ, ຄວາມຕາຍ, ແລະ ຊີວິດຫລັງຈາກຄວາມຕາຍ. ພຣະເຈົ້າໄດ້ຈັດຫາສິ່ງທີ່ເຮົາຕ້ອງການໃນລະຫວ່າງການເດີນທາງນີ້ ເພື່ອວ່າຫລັງຈາກເຮົາຕາຍໄປ, ໃນທີ່ສຸດເຮົາຈະໄດ້ກັບຄືນໄປຫາທີ່ປະທັບຂອງພຣະອົງ ແລະ ຮັບຄວາມຊື່ນຊົມຢ່າງເຕັມປ່ຽມ.
ພຣະເຢຊູຄຣິດເປັນສູນກາງໃນແຜນຂອງພຣະເຈົ້າ. ຜ່ານທາງການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ພຣະເຢຊູໄດ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາແຕ່ລະຄົນທີ່ຈະໄດ້ຮັບຄວາມເປັນອະມະຕະ ແລະ ຊີວິດນິລັນດອນ.
ໃນຊ່ວງຊີວິດຂອງເຮົາຢູ່ເທິງໂລກ, ເຮົາບໍ່ຈື່ຈຳຊີວິດກ່ອນເກີດຂອງເຮົາ. ເຮົາກໍບໍ່ເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບຊີວິດຫລັງຈາກຄວາມຕາຍເຊັ່ນກັນ. ເຖິງຢ່າງໃດກໍຕາມ, ພຣະເຈົ້າໄດ້ເປີດເຜີຍຄວາມຈິງຫລາຍຢ່າງກ່ຽວກັບພາກສ່ວນນີ້ຂອງການເດີນທາງນິລັນດອນຂອງເຮົາ. ຄວາມຈິງເຫລົ່ານີ້ໃຫ້ຄວາມຮູ້ພຽງພໍສຳລັບເຮົາທີ່ຈະເຂົ້າໃຈຈຸດປະສົງຂອງຊີວິດ, ປະສົບກັບຄວາມຊື່ນຊົມ, ແລະ ມີຄວາມຫວັງໃນສິ່ງທີ່ດີທີ່ຈະມາເຖິງ. ຄວາມຮູ້ນີ້ເປັນສົມບັດອັນສັກສິດທີ່ນຳພາເຮົາໃນຂະນະທີ່ເຮົາຢູ່ໃນໂລກ.
ຄຳແນະນຳສຳລັບການສິດສອນ
ພາກນີ້ມີໂຄງຮ່າງຕົວຢ່າງ ເພື່ອຊ່ວຍໃຫ້ທ່ານກະກຽມພ້ອມທີ່ຈະສິດສອນ. ມັນຍັງມີຕົວຢ່າງຂອງຄຳຖາມ ແລະ ຄຳເຊື້ອເຊີນທີ່ທ່ານອາດໃຊ້ນຳອີກ.
ຂະນະທີ່ທ່ານກຽມທີ່ຈະສິດສອນ, ໃຫ້ພິຈາລະນາດ້ວຍການອະທິຖານກ່ຽວກັບສະຖານະການ ແລະ ຄວາມຕ້ອງການທາງວິນຍານຂອງບຸກຄົນ. ຕັດສິນໃຈວ່າອັນໃດຈະເປັນປະໂຫຍດຫລາຍທີ່ສຸດທີ່ຈະສິດສອນ. ກຽມນິຍາມສັບທີ່ຜູ້ຄົນອາດບໍ່ເຂົ້າໃຈ. ວາງແຜນຕາມເວລາທີ່ທ່ານຈະມີ, ຈື່ຈຳໄວ້ວ່າໃຫ້ບົດຮຽນສັ້ນໆ.
ເລືອກຂໍ້ພຣະຄຳພີເພື່ອໃຊ້ຂະນະທີ່ທ່ານສິດສອນ. ພາກ “ພື້ນຖານຄຳສອນ” ຂອງບົດຮຽນແມ່ນປະກອບດ້ວຍຂໍ້ພຣະຄຳພີທີ່ເປັນປະໂຫຍດຫລາຍຂໍ້.
ພິຈາລະນາວ່າຈະຖາມຄຳຖາມໃດຂະນະທີ່ທ່ານສິດສອນ. ວາງແຜນເຊື້ອເຊີນທີ່ຈະຊຸກຍູ້ແຕ່ລະຄົນໃຫ້ປະຕິບັດ.
ເນັ້ນພອນທີ່ພຣະເຈົ້າໄດ້ສັນຍາໄວ້, ແລະ ແບ່ງປັນປະຈັກພະຍານຂອງທ່ານກ່ຽວກັບສິ່ງທີ່ທ່ານສິດສອນ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 15–25 ນາທີ
ເລືອກຫລັກທຳຂໍ້ໜຶ່ງ ຫລື ຫລາຍກວ່ານັ້ນດັ່ງຕໍ່ໄປນີ້ກ່ຽວກັບແຜນແຫ່ງຄວາມລອດ ເພື່ອສິດສອນ. ພື້ນຖານຄຳສອນສຳລັບແຕ່ລະຫລັກທຳແມ່ນມີໃຫ້ຫລັງຈາກໂຄງຮ່າງນີ້.
ຊີວິດກ່ອນເກີດ: ຈຸດປະສົງຂອງພຣະເຈົ້າ ແລະ ແຜນສຳລັບເຮົາ
-
ເຮົາທຸກຄົນເປັນລູກທາງວິນຍານຂອງພຣະເຈົ້າ. ພຣະອົງໄດ້ສ້າງເຮົາໃນຮູບລັກສະນະຂອງພຣະອົງເອງ.
-
ເຮົາໄດ້ອາໄສຢູ່ກັບພຣະເຈົ້າກ່ອນເຮົາໄດ້ມາເກີດຢູ່ໃນໂລກນີ້. ເຮົາເປັນສະມາຊິກຂອງຄອບຄົວຂອງພຣະອົງ. ພຣະອົງຮູ້ຈັກ ແລະ ຮັກເຮົາແຕ່ລະຄົນ.
-
ພຣະເຈົ້າໄດ້ຈັດກຽມແຜນໄວ້ສຳລັບຄວາມສຸກ ແລະ ຄວາມກ້າວໜ້າຂອງເຮົາ ໃນຊີວິດນີ້ ແລະ ໃນນິລັນດອນ.
-
ໃນຊີວິດກ່ອນເກີດຂອງເຮົາ, ເຮົາເລືອກທີ່ຈະຕິດຕາມແຜນຂອງພຣະເຈົ້າ. ນີ້ໝາຍເຖິງການມາສູ່ໂລກ ເພື່ອວ່າເຮົາຈະສາມາດກ້າວໄປສູ່ຂັ້ນຕໍ່ໄປ ໃນຄວາມກ້າວໜ້ານິລັນດອນຂອງເຮົາ.
-
ພຣະເຢຊູຄຣິດເປັນສູນກາງໃນແຜນຂອງພຣະເຈົ້າ. ພຣະອົງເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະໄດ້ຮັບຄວາມເປັນອະມະຕະ ແລະ ຊີວິດນິລັນດອນ.
ການສ້າງ
-
ພາຍໃຕ້ການຊີ້ນຳຂອງພຣະເຈົ້າ, ພຣະເຢຊູຄຣິດໄດ້ສ້າງແຜ່ນດິນໂລກ.
ການຕົກຂອງອາດາມ ແລະ ເອວາ
-
ອາດາມ ແລະ ເອວາໄດ້ເປັນຜູ້ທຳອິດຂອງລູກໆທາງວິນຍານຂອງພຣະເຈົ້າ ທີ່ໄດ້ມາສູ່ໂລກ. ພຣະເຈົ້າໄດ້ສ້າງຮ່າງກາຍຂອງເຂົາເຈົ້າ ແລະ ໄດ້ວາງເຂົາເຈົ້າໄວ້ໃນສວນເອເດນ.
-
ອາດາມ ແລະ ເອວາໄດ້ລ່ວງລະເມີດ, ຖືກຂັບໄລ່ອອກຈາກສວນ, ແລະ ຖືກແຍກອອກຈາກທີ່ປະທັບຂອງພຣະເຈົ້າ. ເຫດການນີ້ເອີ້ນວ່າ ການຕົກ.
-
ຫລັງຈາກການຕົກ, ອາດາມ ແລະ ເອວາໄດ້ກາຍເປັນມະຕະ. ໂດຍທີ່ເປັນມະຕະ, ເຂົາເຈົ້າສາມາດຮຽນຮູ້, ກ້າວໜ້າ, ແລະ ມີລູກ. ເຂົາເຈົ້າຍັງປະສົບກັບຄວາມໂສກເສົ້າ, ບາບ, ແລະ ຄວາມຕາຍນຳອີກ.
-
ການຕົກໄດ້ເປັນບາດກ້າວໄປໜ້າຂອງມະນຸດ. ການຕົກເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະໄດ້ມາເກີດຢູ່ໃນໂລກ ແລະ ກ້າວໜ້າໃນແຜນຂອງພຣະບິດາເທິງສະຫວັນ.
ຊີວິດຂອງເຮົາຢູ່ໃນໂລກ
-
ໃນແຜນຂອງພຣະເຈົ້າ, ເຮົາຕ້ອງມາສູ່ໂລກ ເພື່ອຮັບເອົາຮ່າງກາຍທີ່ເປັນເນື້ອໜັງ, ຮຽນຮູ້, ແລະ ເຕີບໂຕ.
-
ຢູ່ໃນໂລກ, ເຮົາຮຽນຮູ້ທີ່ຈະເດີນໄປດ້ວຍສັດທາ. ເຖິງຢ່າງໃດກໍຕາມ, ພຣະບິດາເທິງສະຫວັນບໍ່ໄດ້ປະຖິ້ມເຮົາໄວ້ຕາມລຳພັງ. ພຣະອົງໄດ້ຈັດຫາຂອງປະທານ ແລະ ການນຳພາຫລາຍຢ່າງ ເພື່ອຊ່ວຍໃຫ້ເຮົາກັບໄປຫາທີ່ປະທັບຂອງພຣະອົງ.
ການຊົດໃຊ້ຂອງພຣະເຢຊູຄຣິດ
-
ເຮົາແຕ່ລະຄົນເຮັດບາບ, ແລະ ເຮົາແຕ່ລະຄົນຈະຕາຍ. ເພາະພຣະເຈົ້າຮັກເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ມາສູ່ໂລກ ເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
-
ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ເຮົາຈຶ່ງສາມາດໄດ້ຮັບການໃຫ້ອະໄພ ແລະ ຖືກເຮັດໃຫ້ສະອາດຈາກບາບຂອງເຮົາ. ຫົວໃຈຂອງເຮົາຖືກປ່ຽນແປງໃຫ້ດີຂຶ້ນກວ່າເກົ່າເມື່ອເຮົາກັບໃຈ. ສິ່ງນີ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຮັບຄວາມຊື່ນຊົມອັນເຕັມປ່ຽມ.
-
ເພາະການຟື້ນຄືນພຣະຊົນຂອງພຣະເຢຊູ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ.
-
ພຣະເຢຊູຄຣິດໄດ້ສະເໜີມອບການປອບໂຍນ, ຄວາມຫວັງ, ແລະ ການປິ່ນປົວ. ການເສຍສະລະຊົດໃຊ້ຂອງພຣະອົງເປັນການສະແດງໃຫ້ເຫັນເຖິງຄວາມຮັກອັນສູງສຸດຂອງພຣະອົງ. ທຸກສິ່ງທຸກຢ່າງທີ່ບໍ່ຍຸດຕິທຳໃນຊີວິດສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ໂລກວິນຍານ
-
ເມື່ອຮ່າງກາຍທີ່ເປັນເນື້ອໜັງຕາຍໄປ, ວິນຍານຂອງເຮົາມີຊີວິດຕໍ່ໄປ ເພື່ອອາໄສຢູ່ໃນໂລກວິນຍານ. ນີ້ແມ່ນສະພາວະຊົ່ວຄາວຂອງການຮຽນຮູ້ ແລະ ການກຽມພ້ອມກ່ອນການຟື້ນຄືນຊີວິດ.
-
ພຣະກິດຕິຄຸນຂອງພຣະເຢຊູຄຣິດຖືກສິດສອນຢູ່ໃນໂລກວິນຍານ, ແລະ ເຮົາສາມາດສືບຕໍ່ເຕີບໂຕ ແລະ ກ້າວໜ້າ.
ການຟື້ນຄືນຊີວິດ, ຄວາມລອດ, ແລະ ຄວາມສູງສົ່ງ
-
ຫລັງຈາກເວລາຂອງເຮົາຢູ່ໃນໂລກວິນຍານ, ການຟື້ນຄືນຊີວິດເປັນຂັ້ນຕອນຕໍ່ໄປ ໃນການເດີນທາງນິລັນດອນຂອງເຮົາ.
-
ການຟື້ນຄືນຊີວິດແມ່ນການນຳວິນຍານ ແລະ ຮ່າງກາຍຂອງເຮົາກັບມາລວມກັນອີກຄັ້ງ. ເຮົາແຕ່ລະຄົນຈະຟື້ນຄືນຊີວິດ ແລະ ມີຮ່າງກາຍທີ່ເປັນເນື້ອໜັງທີ່ສົມບູນແບບ. ເຮົາຈະມີຊີວິດຕະຫລອດໄປ. ສິ່ງນີ້ເຮັດໃຫ້ເປັນໄປໄດ້ໂດຍການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ.
ການພິພາກສາ ແລະ ອານາຈັກແຫ່ງລັດສະໝີພາບ
-
ເມື່ອເຮົາຟື້ນຄືນຊີວິດ, ພຣະເຢຊູຄຣິດຈະເປັນຜູ້ພິພາກສາຂອງເຮົາ. ໂດຍມີຂໍ້ຍົກເວັ້ນໜ້ອຍທີ່ສຸດ, ລູກໆຂອງພຣະເຈົ້າທຸກຄົນຈະໄດ້ຮັບບ່ອນຢູ່ໃນອານາຈັກແຫ່ງລັດສະໝີພາບ.
-
ເຖິງແມ່ນວ່າເຮົາທຸກຄົນຈະຟື້ນຄືນຊີວິດ, ແຕ່ເຮົາທຸກຄົນຈະບໍ່ໄດ້ຮັບລັດສະໝີພາບນິລັນດອນທີ່ເໝືອນກັນ. ພຣະເຢຊູຈະພິພາກສາເຮົາອີງຕາມສັດທາ, ວຽກງານ, ແລະ ການກັບໃຈ ໃນຊ່ວງມະຕະ ແລະ ໃນໂລກວິນຍານ. ເຮົາສາມາດກັບຄືນໄປອາໄສຢູ່ໃນທີ່ປະທັບຂອງພຣະເຈົ້າ ຖ້າຫາກເຮົາຊື່ສັດ.
ຄຳຖາມທີ່ທ່ານອາດຈະຖາມຜູ້ຄົນ
ຄຳຖາມດັ່ງຕໍ່ໄປນີ້ແມ່ນຕົວຢ່າງຂອງສິ່ງທີ່ທ່ານອາດຈະຖາມຜູ້ຄົນ. ຄຳຖາມເຫລົ່ານີ້ສາມາດຊ່ວຍໃຫ້ທ່ານມີການສົນທະນາທີ່ມີຄວາມໝາຍ ແລະ ເຂົ້າໃຈຄວາມຕ້ອງການ ແລະ ທັດສະນະຂອງບຸກຄົນ.
-
ເຈົ້າຮູ້ສຶກວ່າແມ່ນຫຍັງຄືຈຸດປະສົງຂອງຊີວິດ?
-
ແມ່ນຫຍັງນຳຄວາມສຸກມາໃຫ້ເຈົ້າ?
-
ມີການທ້າທາຍຢ່າງໃດແດ່ທີ່ເຈົ້າຢາກໃຫ້ພຣະເຈົ້າຊ່ວຍເຫລືອ?
-
ເຈົ້າໄດ້ຮຽນຮູ້ຫຍັງແດ່ຈາກການທ້າທາຍທີ່ເຈົ້າໄດ້ປະເຊີນ?
-
ເຈົ້າຮູ້ຫຍັງແດ່ກ່ຽວກັບພຣະເຢຊູ? ພຣະຊົນຊີບ ແລະ ພາລະກິດຂອງພຣະອົງມີຜົນກະທົບຕໍ່ຊີວິດຂອງເຈົ້າແນວໃດ?
ຄຳເຊື້ອເຊີນທີ່ທ່ານອາດຈະໃຊ້
-
ເຈົ້າຈະທູນຖາມພຣະເຈົ້າໃນຄຳອະທິຖານຫລືບໍ່ ເພື່ອຊ່ວຍໃຫ້ເຈົ້າຮູ້ວ່າສິ່ງທີ່ພວກເຮົາສິດສອນນັ້ນເປັນຄວາມຈິງ? (ເບິ່ງ “ຄວາມຮູ້ແຈ້ງດ້ານການສິດສອນ: ການອະທິຖານ” ໃນພາກສຸດທ້າຍຂອງບົດຮຽນທີ 1.)
-
ເຈົ້າຈະໄປໂບດໃນວັນອາທິດນີ້ກັບພວກເຮົາຫລືບໍ່ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງທີ່ພວກເຮົາໄດ້ສິດສອນ?
-
ເຈົ້າຈະອ່ານພຣະຄຳພີມໍມອນ ແລະ ອະທິຖານຫລືບໍ່ ເພື່ອຈະໄດ້ຮູ້ວ່າມັນເປັນພຣະຄຳຂອງພຣະເຈົ້າ? (ທ່ານອາດຈະແນະນຳບົດ ຫລື ຂໍ້ສະເພາະໃດໜຶ່ງ.)
-
ເຈົ້າຈະເຮັດຕາມຕົວຢ່າງຂອງພຣະເຢຊູ ແລະ ຮັບບັບຕິສະມາຫລືບໍ່? (ເບິ່ງ “ການເຊື້ອເຊີນໃຫ້ຮັບບັບຕິສະມາ ແລະ ການຢືນຢັນ,” ຊຶ່ງຢູ່ກ່ອນໜ້າບົດຮຽນທີ 1 ທັນທີ.)
-
ພວກເຮົາຈະກຳນົດເວລາສຳລັບການຢ້ຽມຢາມຄັ້ງຕໍ່ໄປຂອງພວກເຮົາຊິໄດ້ບໍ?
ພຶ້ນຖານຄຳສອນ
ພາກນີ້ມີຄຳສອນ ແລະ ຂໍ້ພຣະຄຳພີໃຫ້ທ່ານສຶກສາເພື່ອເສີມສ້າງຄວາມຮູ້ ແລະ ປະຈັກພະຍານຂອງທ່ານກ່ຽວກັບພຣະກິດຕິຄຸນ ແລະ ເພື່ອຊ່ວຍທ່ານສິດສອນ.
ຊີວິດກ່ອນເກີດ: ຈຸດປະສົງຂອງພຣະເຈົ້າ ແລະ ແຜນສຳລັບເຮົາ
ເຮົາເປັນລູກຂອງພຣະເຈົ້າ, ແລະ ເຮົາໄດ້ອາໄສຢູ່ກັບພຣະອົງກ່ອນເຮົາໄດ້ມາເກີດ
ພຣະເຈົ້າເປັນພຣະບິດາຂອງວິນຍານຂອງເຮົາ. ເຮົາເປັນລູກແທ້ໆຂອງພຣະອົງ, ຖືກສ້າງຂຶ້ນຕາມຮູບລັກສະນະຂອງພຣະອົງ. ເຮົາແຕ່ລະຄົນມີທຳມະຊາດແຫ່ງສະຫວັນ ໃນຖານະລູກຂອງພຣະເຈົ້າ. ຄວາມຮູ້ນີ້ສາມາດຊ່ວຍໃຫ້ເຮົາຜ່ານຜ່າຄວາມຫຍຸ້ງຍາກໄດ້ ແລະ ສາມາດດົນໃຈເຮົາໃຫ້ກາຍເປັນຄົນທີ່ດີທີ່ສຸດ.
ເຮົາໄດ້ອາໄສຢູ່ກັບພຣະເຈົ້າ ໃນຖານະລູກທາງວິນຍານຂອງພຣະອົງ ກ່ອນເຮົາໄດ້ມາເກີດຢູ່ໃນໂລກ. ເຮົາເປັນສະມາຊິກຂອງຄອບຄົວຂອງພຣະອົງ.
“ມີເອກະລັກສຳຄັນຢ່າງໜຶ່ງທີ່ເຮົາທຸກຄົນມີນຳກັນ ທັງໃນປະຈຸບັນ ແລະ ຕະຫລອດໄປ, ອັນທີ່ເຮົາບໍ່ຄວນລະສາຍຕາ, ແລະ ອັນທີ່ເຮົາຄວນກະຕັນຍູ. ນີ້ຄືທ່ານໄດ້ເປັນ ແລະ ຈະເປັນບຸດ ຫລື ທິດາຂອງພຣະເຈົ້າຕະຫລອດໄປ ພ້ອມດ້ວຍຮາກເຫງົ້າວິນຍານໃນນິລັນດອນ.
“… ການເຂົ້າໃຈຄວາມຈິງນີ້—ການເຂົ້າໃຈມັນແທ້ໆ ແລະ ການຮັບເອົາມັນ—ເປັນການປ່ຽນແປງຊີວິດ. ມັນເຮັດໃຫ້ທ່ານມີເອກະລັກພິເສດທີ່ບໍ່ມີໃຜສາມາດເອົາໄປຈາກທ່ານໄດ້. ແຕ່ຫລາຍກວ່ານັ້ນ, ມັນຄວນຈະໃຫ້ທ່ານມີຄວາມຮູ້ສຶກເຖິງຄຸນຄ່າມະຫາສານ ແລະ ຄວາມຮູ້ສຶກເຖິງຄຸນຄ່າອັນບໍ່ມີຂອບເຂດຂອງທ່ານ. ສຸດທ້າຍນີ້, ມັນໃຫ້ຈຸດປະສົງແຫ່ງສະຫວັນ, ທີ່ສູງສົ່ງ, ແລະ ມີຄ່າຄວນໃນຊີວິດ” (M. Russell Ballard, “Children of Heavenly Father” [Brigham Young University devotional, Mar. 3, 2020], 2, speeches.byu.edu).
ເຮົາເລືອກທີ່ຈະມາສູ່ໂລກ
ພຣະບິດາເທິງສະຫວັນຂອງເຮົາຮັກເຮົາ ແລະ ປາດຖະໜາໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງ. ພຣະອົງເປັນຜູ້ທີ່ໄດ້ຮັບຄວາມສູງສົ່ງແລ້ວ ແລະ ມີພຣະກາຍທີ່ເປັນເນື້ອໜັງທີ່ສະຫງ່າລາສີ.
ໃນຊີວິດກ່ອນເກີດຂອງເຮົາ, ເຮົາໄດ້ຮຽນຮູ້ວ່າ ພຣະເຈົ້າມີແຜນທີ່ຈະໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງ. ສ່ວນໜຶ່ງຂອງແຜນຂອງພຣະອົງຄື ເຮົາຈະອອກຈາກບ້ານແຫ່ງສະຫວັນຂອງເຮົາ ແລະ ມາສູ່ໂລກເພື່ອຮັບເອົາຮ່າງກາຍທີ່ເປັນເນື້ອໜັງ. ເຮົາຍັງຈຳເປັນຕ້ອງໄດ້ຮັບປະສົບການ ແລະ ພັດທະນາສັດທາໃນຊ່ວງລະຫວ່າງທີ່ຢູ່ຫ່າງໄກຈາກທີ່ປະທັບຂອງພຣະເຈົ້າ. ເຮົາຈະບໍ່ຈື່ຈຳວ່າໄດ້ຢູ່ກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ພຣະອົງຈະຈັດຕຽມສິ່ງທີ່ເຮົາຕ້ອງການ ເພື່ອເຮົາຈະໄດ້ກັບໄປຢູ່ກັບພຣະອົງ.
ອຳເພີໃຈ, ຫລື ເສລີພາບ ແລະ ຄວາມສາມາດທີ່ຈະເລືອກ, ເປັນສ່ວນທີ່ຈຳເປັນໃນແຜນຂອງພຣະເຈົ້າສຳລັບເຮົາ. ໃນຊີວິດກ່ອນເກີດຂອງເຮົາ, ເຮົາແຕ່ລະຄົນໄດ້ເລືອກທີ່ຈະເຮັດຕາມແຜນຂອງພຣະເຈົ້າ ແລະ ມາສູ່ໂລກ ເພື່ອວ່າເຮົາຈະໄດ້ກ້າວໄປສູ່ຂັ້ນຕໍ່ໄປ ໃນຄວາມກ້າວໜ້ານິລັນດອນຂອງເຮົາ. ເຮົາໄດ້ເຂົ້າໃຈວ່າ ຂະນະທີ່ເຮົາຢູ່ທີ່ນີ້, ເຮົາຈະມີຫລາຍໂອກາດໃໝ່ໆ ທີ່ຈະເຕີບໂຕ ແລະ ປະສົບກັບຄວາມຊື່ນຊົມ. ເຮົາຍັງໄດ້ເຂົ້າໃຈອີກວ່າ ເຮົາຈະປະເຊີນກັບການຕໍ່ຕ້ານ. ເຮົາຈະປະສົບກັບການລໍ້ລວງ, ການທົດລອງ, ຄວາມໂສກເສົ້າ, ແລະ ຄວາມຕາຍ.
ໃນການເລືອກມາສູ່ໂລກ, ເຮົາໄດ້ໄວ້ວາງໃຈໃນຄວາມຮັກ ແລະ ຄວາມຊ່ວຍເຫລືອຂອງພຣະເຈົ້າ. ເຮົາໄດ້ໄວ້ວາງໃຈໃນແຜນຂອງພຣະອົງສຳລັບຄວາມລອດຂອງເຮົາ.
ພຣະບິດາເທິງສະຫວັນໄດ້ເລືອກພຣະເຢຊູຄຣິດເພື່ອໄຖ່ເຮົາ
ພຣະເຢຊູຄຣິດເປັນສູນກາງໃນແຜນຂອງພຣະເຈົ້າ. ກ່ອນມາສູ່ໂລກ, ເຮົາໄດ້ຮູ້ວ່າເຮົາບໍ່ສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າໄດ້ດ້ວຍຕົນເອງ. ພຣະບິດາເທິງສະຫວັນໄດ້ເລືອກພຣະເຢຊູຄຣິດ, ພຣະບຸດຫົວປີຂອງພຣະອົງ, ເພື່ອເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະກັບໄປຫາພຣະອົງ ແລະ ມີຊີວິດນິລັນດອນ.
ພຣະເຢຊູໄດ້ຍອມຮັບຢ່າງເຕັມພຣະໄທ. ພຣະອົງໄດ້ຕົກລົງມາສູ່ໂລກ ແລະ ໄຖ່ເຮົາ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ. ການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງຈະຊ່ວຍບັນລຸຈຸດປະສົງຂອງພຣະເຈົ້າສຳລັບເຮົາ.
ການສ້າງ
ແຜນຂອງພຣະບິດາເທິງສະຫວັນໄດ້ຈັດໃຫ້ມີການສ້າງເທິງແຜ່ນດິນໂລກ, ບ່ອນທີ່ລູກໆທາງວິນຍານຂອງພຣະອົງຈະໄດ້ຮັບຮ່າງກາຍທີ່ເປັນເນື້ອໜັງ ແລະ ມີປະສົບການ. ຊີວິດຂອງເຮົາຢູ່ໃນໂລກແມ່ນຈຳເປັນສຳລັບຄວາມກ້າວໜ້າຂອງເຮົາ ແລະ ກາຍເປັນເໝືອນດັ່ງພຣະເຈົ້າ.
ພາຍໃຕ້ການຊີ້ນຳຂອງພຣະບິດາເທິງສະຫວັນ, ພຣະເຢຊູຄຣິດໄດ້ສ້າງແຜ່ນດິນໂລກ ແລະ ສິ່ງທີ່ມີຊີວິດທັງໝົດ. ແລ້ວພຣະບິດາເທິງສະຫວັນໄດ້ສ້າງມະນຸດຊາຍ ແລະ ຍິງ ໃນຮູບລັກສະນະຂອງພຣະອົງເອງ. ການສ້າງເປັນການສະແດງເຖິງຄວາມຮັກຂອງພຣະເຈົ້າ ແລະ ຄວາມປາດຖະໜາຂອງພຣະອົງທີ່ຈະໃຫ້ເຮົາມີໂອກາດເຕີບໂຕ.
ການຕົກຂອງອາດາມ ແລະ ເອວາ
ກ່ອນການຕົກ
ອາດາມ ແລະ ເອວາໄດ້ເປັນຜູ້ທຳອິດຂອງລູກໆທາງວິນຍານຂອງພຣະເຈົ້າ ທີ່ໄດ້ມາສູ່ໂລກ. ພຣະເຈົ້າໄດ້ສ້າງຮ່າງກາຍພວກເພິ່ນທີ່ເປັນເນື້ອໜັງໃນຮູບລັກສະນະຂອງພຣະອົງເອງ ແລະ ໄດ້ວາງພວກເພິ່ນໄວ້ໃນສວນເອເດນ. ຢູ່ໃນສວນ ພວກເພິ່ນໄຮ້ດຽງສາ, ແລະ ພຣະເຈົ້າໄດ້ຈັດຫາສິ່ງທີ່ພວກເພິ່ນຕ້ອງການ.
ໃນຂະນະທີ່ອາດາມ ແລະ ເອວາຢູ່ໃນສວນ, ພຣະເຈົ້າໄດ້ບັນຊາພວກເພິ່ນບໍ່ໃຫ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວ. ຖ້າຫາກພວກເພິ່ນເຊື່ອຟັງພຣະບັນຍັດຂໍ້ນີ້, ພວກເພິ່ນສາມາດຢູ່ໃນສວນ. ເຖິງຢ່າງໃດກໍຕາມ, ພວກເພິ່ນຈະບໍ່ສາມາດກ້າວໜ້າ ໂດຍການຮຽນຮູ້ຈາກສິ່ງກົງກັນຂ້າມ ແລະ ການທ້າທາຍຂອງຊີວິດມະຕະ. ພວກເພິ່ນຈະບໍ່ສາມາດຮູ້ຄວາມສຸກ ເພາະວ່າພວກເພິ່ນບໍ່ສາມາດປະສົບກັບຄວາມໂສກເສົ້າ ແລະ ຄວາມເຈັບປວດ.
ຊາຕານໄດ້ລໍ້ລວງອາດາມ ແລະ ເອວາເພື່ອໃຫ້ກິນໝາກໄມ້ທີ່ຕ້ອງຫ້າມ, ແລະ ພວກເພິ່ນໄດ້ເລືອກເຮັດເຊັ່ນນັ້ນ. ຍ້ອນການເລືອກນີ້, ພວກເພິ່ນຈຶ່ງຖືກຂັບໄລ່ອອກຈາກສວນ ແລະ ຖືກແຍກອອກຈາກທີ່ປະທັບຂອງພຣະເຈົ້າ. ເຫດການນີ້ເອີ້ນວ່າ ການຕົກ.
ຫລັງຈາກການຕົກ
ຫລັງຈາກການຕົກ, ອາດາມ ແລະ ເອວາໄດ້ກາຍເປັນມະຕະ. ພວກເພິ່ນບໍ່ໄດ້ຢູ່ໃນສະພາວະໄຮ້ດຽງສາອີກຕໍ່ໄປ, ພວກເພິ່ນໄດ້ເຂົ້າໃຈ ແລະ ມີປະສົບການກັບທັງຄວາມດີ ແລະ ຄວາມຊົ່ວ. ພວກເພິ່ນສາມາດໃຊ້ອຳເພີໃຈຂອງພວກເພິ່ນ ເພື່ອເລືອກລະຫວ່າງຄວາມດີ ແລະ ຄວາມຊົ່ວ. ເພາະອາດາມ ແລະ ເອວາໄດ້ປະເຊີນກັບສິ່ງກົງກັນຂ້າມ ແລະ ການທ້າທາຍ, ພວກເພິ່ນຈຶ່ງສາມາດຮຽນຮູ້ ແລະ ກ້າວໜ້າ. ເພາະພວກເພິ່ນໄດ້ປະສົບກັບຄວາມໂສກເສົ້າ, ພວກເພິ່ນຈຶ່ງສາມາດມີຄວາມສຸກເຊັ່ນກັນ. (ເບິ່ງ 2 ນີໄຟ 2:22–25.)
ເຖິງແມ່ນຈະມີຄວາມຍາກລຳບາກ, ແຕ່ອາດາມ ແລະ ເອວາຮູ້ສຶກວ່າ ການເປັນມະຕະເປັນພອນອັນຍິ່ງໃຫຍ່. ພອນຢ່າງໜຶ່ງຄື ພວກເພິ່ນສາມາດມີລູກ. ສິ່ງນີ້ໄດ້ຕຽມທາງໃຫ້ລູກໆທາງວິນຍານຂອງພຣະເຈົ້າມາສູ່ໂລກ ແລະ ຮັບເອົາຮ່າງກາຍທີ່ເປັນເນື້ອໜັງ.
ກ່ຽວກັບພອນຂອງການຕົກ, ທັງອາດາມ ແລະ ເອວາປິຕິຍິນດີ. ເອວາໄດ້ເວົ້າວ່າ, “ຖ້າຫາກບໍ່ແມ່ນເພາະການລ່ວງລະເມີດຂອງພວກເຮົາ, ພວກເຮົາຄົງບໍ່ມີພົງພັນ, ແລະ ຄົງບໍ່ເຄີຍຮູ້ຈັກຄວາມດີ ແລະ ຄວາມຊົ່ວ, ແລະ ຄວາມສຸກຂອງການໄຖ່, ແລະ ຊີວິດນິລັນດອນຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ທຸກຄົນທີ່ເຊື່ອຟັງ” (ໂມເຊ 5:11; ເບິ່ງ ຂໍ້ທີ 10 ນຳອີກ).
ຊີວິດຂອງເຮົາຢູ່ໃນໂລກ
ຫລາຍຄົນສົງໄສວ່າ, “ເປັນຫຍັງຂ້ອຍຈຶ່ງມາຢູ່ໃນໂລກນີ້?” ຊີວິດຂອງເຮົາຢູ່ໃນໂລກເປັນພາກສ່ວນທີ່ຈຳເປັນໃນແຜນຂອງພຣະເຈົ້າ ສຳລັບຄວາມກ້າວໜ້ານິລັນດອນຂອງເຮົາ. ຈຸດປະສົງອັນສູງສຸດຂອງເຮົາແມ່ນການກະກຽມທີ່ຈະກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຮັບເອົາຄວາມຊື່ນຊົມອັນເຕັມປ່ຽມ. ໂຄງຮ່າງຢູ່ຂ້າງລຸ່ມເປັນບາງວິທີທີ່ຊີວິດກ່ອນເກີດກະກຽມເຮົາສຳລັບສິ່ງນີ້.
ຮັບຮ່າງກາຍທີ່ເປັນເນື້ອໜັງ
ຈຸດປະສົງໜຶ່ງຂອງການມາສູ່ໂລກຄືເພື່ອຮັບຮ່າງກາຍທີ່ເປັນເນື້ອໜັງ ຊຶ່ງໃນນັ້ນວິນຍານຂອງເຮົາສາມາດອາໄສຢູ່. ຮ່າງກາຍຂອງເຮົາເປັນສິ່ງສັກສິດ, ເປັນການສ້າງທີ່ອັດສະຈັນຂອງພຣະເຈົ້າ. ດ້ວຍຮ່າງກາຍທີ່ເປັນເນື້ອໜັງ, ເຮົາສາມາດເຮັດ, ຮຽນຮູ້, ແລະ ປະສົບກັບຫລາຍສິ່ງທີ່ວິນຍານຂອງເຮົາບໍ່ສາມາດເຮັດໄດ້. ເຮົາສາມາດກ້າວໜ້າໃນທາງທີ່ວິນຍານບໍ່ສາມາດເຮັດ.
ເພາະຮ່າງກາຍຂອງເຮົາເປັນມະຕະ, ເຮົາຈຶ່ງປະສົບກັບຄວາມເຈັບປວດ, ພະຍາດ, ແລະ ການທົດລອງອື່ນໆ. ປະສົບການເຫລົ່ານີ້ສາມາດຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະອົດທົນ, ເຫັນອົກເຫັນໃຈ, ແລະ ມີຄຸນສົມບັດອັນສູງສົ່ງອື່ນໆ. ມັນສາມາດເປັນພາກສ່ວນໜຶ່ງໃນເສັ້ນທາງໄປສູ່ຄວາມຊື່ນຊົມໄດ້. ການເລືອກສິ່ງທີ່ຖືກຕ້ອງ ເມື່ອມັນເຮັດໄດ້ຍາກ ມັກຈະເຮັດໃຫ້ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ ກາຍເປັນພາກສ່ວນໃນລັກສະນະຂອງເຮົາ.
ຮຽນຮູ້ທີ່ຈະໃຊ້ອຳເພີໃຈຢ່າງສະຫລາດ
ຈຸດປະສົງໜຶ່ງຂອງຄວາມເປັນມະຕະຄືການຮຽນຮູ້ທີ່ຈະໃຊ້ອຳເພີໃຈຢ່າງສະຫລາດ—ທີ່ຈະເລືອກສິ່ງທີ່ຖືກຕ້ອງ. ການຮຽນຮູ້ທີ່ຈະໃຊ້ອຳເພີໃຈຂອງເຮົາຢ່າງສະຫລາດເປັນສິ່ງຈຳເປັນໃນການກາຍເປັນເໝືອນດັ່ງພຣະເຈົ້າ.
ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດສິດສອນເຮົາໃນສິ່ງທີ່ຖືກຕ້ອງ ແລະ ປະທານພຣະບັນຍັດໃຫ້ເພື່ອນຳພາເຮົາໄປສູ່ຄວາມສຸກ. ຊາຕານລໍ້ລວງເຮົາໃຫ້ເຮັດຜິດ, ຢາກໃຫ້ເຮົາທຸກລຳບາກຄືກັບມັນ. ເຮົາປະເຊີນກັບສິ່ງກົງກັນຂ້າມລະຫວ່າງຄວາມດີ ແລະ ຄວາມຊົ່ວ, ຊຶ່ງຈຳເປັນໃນການຮຽນຮູ້ທີ່ຈະໃຊ້ອຳເພີໃຈ (ເບິ່ງ 2 ນີໄຟ 2:11).
ເມື່ອເຮົາເຊື່ອຟັງພຣະເຈົ້າ, ເຮົາເຕີບໂຕ ແລະ ໄດ້ຮັບພອນທີ່ສັນຍາໄວ້. ເມື່ອເຮົາບໍ່ເຊື່ອຟັງ, ເຮົາແຍກຕົວເອງຈາກພຣະອົງ ແລະ ຮັບເອົາຜົນສະທ້ອນຂອງບາບ. ເຖິງແມ່ນວ່າບາງຄັ້ງມັນຈະປະກົດເປັນທາງອື່ນ, ແຕ່ໃນທີ່ສຸດບາບກໍນຳໄປສູ່ການບໍ່ມີຄວາມສຸກ. ສ່ວນຫລາຍແລ້ວ ພອນແຫ່ງການເຊື່ອຟັງ—ແລະ ຜົນກະທົບຂອງບາບ—ບໍ່ປະກົດແຈ້ງທັນທີ ຫລື ເຫັນໄດ້ພາຍນອກ. ແຕ່ມັນແນ່ນອນ, ເພາະພຣະເຈົ້າຊົງຍຸດຕິທຳ.
ເຖິງແມ່ນເຮົາໄດ້ເຮັດຈົນສຸດຄວາມສາມາດແລ້ວ, ເຮົາທຸກຄົນກໍເຮັດບາບ ແລະ “ຂາດຈາກລັດສະໝີພາບຂອງພຣະເຈົ້າ” (ໂຣມ 3:23). ໂດຍທີ່ຮູ້ເລື່ອງນີ້, ພຣະບິດາເທິງສະຫວັນໄດ້ຈັດຫາວິທີໃຫ້ເຮົາກັບໃຈ ເພື່ອວ່າເຮົາຈະສາມາດກັບຄືນໄປຫາພຣະອົງ.
ການກັບໃຈນຳອຳນາດຂອງພຣະຜູ້ໄຖ່, ພຣະເຢຊູຄຣິດ, ມາສູ່ຊີວິດຂອງເຮົາ (ເບິ່ງ ຮີລາມັນ 5:11). ເມື່ອເຮົາກັບໃຈ, ເຮົາຖືກຊຳລະໃຫ້ສະອາດຈາກບາບ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ (ເບິ່ງ 3 ນີໄຟ 27:16–20). ຜ່ານທາງການກັບໃຈ, ເຮົາປະສົບກັບຄວາມສຸກ. ທາງກັບໄປຫາພຣະບິດາເທິງສະຫວັນເປີດໃຫ້ເຮົາແລ້ວ, ເພາະພຣະອົງຊົງເມດຕາ. (ເບິ່ງ “ການກັບໃຈ” ໃນ ບົດຮຽນທີ 3.)
ຮຽນຮູ້ທີ່ຈະເດີນໄປດ້ວຍສັດທາ
ຈຸດປະສົງອີກຢ່າງໜຶ່ງໃນຊີວິດນີ້ແມ່ນເພື່ອຮັບປະສົບການທີ່ສາມາດມາເຖິງພຽງແຕ່ຜ່ານທາງການແຍກຕົວອອກຈາກພຣະບິດາເທິງສະຫວັນເທົ່ານັ້ນ. ເພາະເຮົາບໍ່ເຫັນພຣະອົງ, ເຮົາຈຶ່ງຕ້ອງຮຽນຮູ້ທີ່ຈະເດີນໄປດ້ວຍສັດທາ (ເບິ່ງ 2 ໂກຣິນໂທ 5:6–7).
ພຣະເຈົ້າບໍ່ໄດ້ປ່ອຍໃຫ້ເຮົາຢູ່ຕາມລຳພັງໃນການເດີນທາງນີ້. ພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາ ເພື່ອນຳພາ, ເສີມສ້າງ, ແລະ ເຮັດໃຫ້ເຮົາບໍລິສຸດ. ພຣະອົງກໍຍັງໄດ້ຈັດຕຽມພຣະຄຳພີ, ສາດສະດາ, ການອະທິຖານ, ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດໄວ້ໃຫ້ນຳອີກ.
ທຸກພາກສ່ວນໃນປະສົບການທີ່ເປັນມະຕະຂອງເຮົາ—ຄວາມສຸກ ແລະ ຄວາມໂສກເສົ້າ, ຄວາມສຳເລັດ ແລະ ຄວາມລົ້ມເຫລວ—ສາມາດຊ່ວຍໃຫ້ເຮົາເຕີບໂຕ ຂະນະທີ່ເຮົາກະກຽມທີ່ຈະກັບຄືນໄປຫາພຣະເຈົ້າ.
ການຊົດໃຊ້ຂອງພຣະເຢຊູຄຣິດ
ເພາະການຕົກຂອງອາດາມ ແລະ ເອວາ, ເຮົາທຸກຄົນຕ້ອງຢູ່ພາຍໃຕ້ບາບ ແລະ ຄວາມຕາຍ. ເຮົາບໍ່ສາມາດເອົາຊະນະຜົນກະທົບຂອງບາບ ແລະ ຄວາມຕາຍໄດ້ດ້ວຍຕົວເອງ. ໃນແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ, ພຣະອົງໄດ້ກຽມວິທີເອົາຊະນະຜົນກະທົບຂອງການຕົກ ເພື່ອເຮົາຈະສາມາດກັບໄປຫາພຣະອົງ. ກ່ອນໂລກໄດ້ຖືກສ້າງຂຶ້ນ, ພຣະອົງໄດ້ເລືອກໃຫ້ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ພຽງແຕ່ພຣະເຢຊູຄຣິດເທົ່ານັ້ນ ທີ່ສາມາດໄຖ່ເຮົາຈາກບາບ ແລະ ຄວາມຕາຍ. ພຣະອົງເປັນພຣະບຸດຂອງພຣະເຈົ້າ. ພຣະອົງໄດ້ມີຊີວິດທີ່ບໍ່ມີບາບ, ເຊື່ອຟັງພຣະບິດາຂອງພຣະອົງໃນທຸກຢ່າງ. ພຣະອົງໄດ້ກຽມພ້ອມ ແລະ ເຕັມພຣະໄທທີ່ຈະເຮັດຕາມພຣະປະສົງຂອງພຣະບິດາເທິງສະຫວັນ.
ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດແມ່ນລວມທັງການຮັບທຸກທໍລະມານຂອງພຣະອົງຢູ່ໃນເຄັດເຊມາເນ, ການຮັບທຸກທໍລະມານຂອງພຣະອົງ ແລະ ການສິ້ນພຣະຊົນຢູ່ເທິງໄມ້ກາງແຂນ, ແລະ ການຟື້ນຄືນພຣະຊົນຂອງພຣະອົງ. ພຣະອົງໄດ້ຮັບທຸກທໍລະມານທີ່ເກີນກວ່າຈະເຂົ້າໃຈໄດ້—ເຖິງຂະໜາດທີ່ໂລຫິດຂອງພຣະອົງໄດ້ໄຫລອອກຈາກທຸກຂຸມຂົນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 19:18).
ການຊົດໃຊ້ຂອງພຣະເຢຊູຄຣິດເປັນເຫດການທີ່ສະຫງ່າລາສີ ໃນປະຫວັດສາດຂອງມະນຸດຊາດທັງໝົດ. ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ, ພຣະເຢຊູໄດ້ເຮັດໃຫ້ແຜນຂອງພຣະບິດາເກີດຜົນ. ເຮົາຈະສິ້ນຫວັງປາດສະຈາກການຊົດໃຊ້ຂອງພຣະເຢຊູຄຣິດ ເພາະເຮົາບໍ່ສາມາດຊ່ວຍຕົວເອງໃຫ້ລອດຈາກບາບ ແລະ ຄວາມຕາຍໄດ້ (ເບິ່ງ ແອວມາ 22:12–15).
ການເສຍລະລະຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ເປັນການສະແດງອອກເຖິງຄວາມຮັກອັນສູງສົ່ງຕໍ່ພຣະບິດາຂອງພຣະອົງ ແລະ ຕໍ່ເຮົາ. “ຄວາມກວ້າງ, ແລະ ຄວາມຍາວ, ແລະ ຄວາມເລິກ, ແລະ ຄວາມສູງ” ຂອງຄວາມຮັກຂອງພຣະຄຣິດແມ່ນເກີນກວ່າຄວາມເຂົ້າໃຈຂອງເຮົາ (ເອເຟໂຊ 3:18; ເບິ່ງ ຂໍ້ທີ 19 ນຳອີກ).
ພຣະເຢຊູຄຣິດໄດ້ເອົາຊະນະຄວາມຕາຍເພື່ອທຸກຄົນ
ເມື່ອພຣະເຢຊູຄຣິດສິ້ນພຣະຊົນຢູ່ເທິງໄມ້ກາງແຂນ, ພຣະວິນຍານຂອງພຣະອົງໄດ້ແຍກອອກຈາກພຣະກາຍຂອງພຣະອົງ. ໃນມື້ທີສາມ, ພຣະວິນຍານຂອງພຣະອົງ ແລະ ພຣະກາຍຂອງພຣະອົງໄດ້ກັບມາລວມກັນ, ຈະບໍ່ຖືກແຍກອອກຈາກກັນອີກ. ພຣະອົງໄດ້ປະກົດຕົວຕໍ່ຫລາຍຄົນ, ສະແດງໃຫ້ເຂົາເຈົ້າເຫັນວ່າ ພຣະອົງມີເນື້ອໜັງ ແລະ ກະດູກທີ່ເປັນອະມະຕະ. ການກັບມາລວມກັນຂອງວິນຍານ ແລະ ຮ່າງກາຍເອີ້ນວ່າ ການຟື້ນຄືນຊີວິດ.
ໃນຖານະທີ່ເປັນມະຕະ, ເຮົາແຕ່ລະຄົນຈະຕາຍ. ເຖິງຢ່າງໃດກໍຕາມ, ເພາະພຣະເຢຊູໄດ້ມີໄຊເໜືອຄວາມຕາຍ, ທຸກຄົນທີ່ເກີດມາໃນໂລກຈະຟື້ນຄືນຊີວິດ. ການຟື້ນຄືນຊີວິດເປັນຂອງປະທານອັນສູງສົ່ງສຳລັບທຸກຄົນ, ມອບໃຫ້ຜ່ານທາງຄວາມເມດຕາ ແລະ ພຣະຄຸນແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ. ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ. ຖ້າຫາກບໍ່ແມ່ນເພາະພຣະເຢຊູຄຣິດ, ຄວາມຕາຍຈະຢຸດຕິຄວາມຫວັງທັງໝົດສຳລັບການດຳລົງຢູ່ໃນອະນາຄົດກັບພຣະບິດາເທິງສະຫວັນ (ເບິ່ງ 2 ນີໄຟ 9:8–12).
ພຣະເຢຊູເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະໄດ້ຮັບການຊຳລະຈາກບາບຂອງເຮົາ
ເພື່ອຈະເຂົ້າໃຈຄວາມຫວັງທີ່ເຮົາສາມາດໄດ້ຮັບຜ່ານທາງພຣະຄຣິດ, ເຮົາຕ້ອງເຂົ້າໃຈກົດແຫ່ງຄວາມຍຸດຕິທຳ. ນີ້ແມ່ນກົດທີ່ບໍ່ປ່ຽນແປງ ທີ່ສົ່ງຜົນສະທ້ອນຕໍ່ການກະທຳຂອງເຮົາ. ການເຊື່ອຟັງພຣະເຈົ້ານຳຜົນສະທ້ອນທາງບວກມາໃຫ້, ແລະ ການບໍ່ເຊື່ອຟັງນຳຜົນສະທ້ອນທາງລົບມາໃຫ້. (ເບິ່ງ ແອວມາ 42:14–18.) ເມື່ອເຮົາເຮັດບາບ, ເຮົາຈະມີມົນທິນທາງວິນຍານ, ແລະ ບໍ່ມີສິ່ງທີ່ບໍ່ສະອາດຈະມີຊີວິດຢູ່ໃນທີ່ປະທັບຂອງພຣະເຈົ້າໄດ້ (ເບິ່ງ 3 ນີໄຟ 27:19).
ລະຫວ່າງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ, ພຣະອົງໄດ້ຢືນຢູ່ໃນບ່ອນຂອງເຮົາ, ຮັບທຸກທໍລະມານ, ແລະ ຈ່າຍໂທດແທນບາບຂອງເຮົາ (ເບິ່ງ 3 ນີໄຟ 27:16–20). ແຜນຂອງພຣະເຈົ້າມອບອຳນາດໃຫ້ແກ່ພຣະເຢຊູຄຣິດ ໃນການວິງວອນແທນເຮົາ—ເພື່ອຢູ່ລະຫວ່າງເຮົາ ແລະ ຄວາມຍຸດຕິທຳ (ເບິ່ງ ໂມໄຊຢາ 15:9). ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ພຣະອົງສາມາດທວງເອົາສິດທິແຫ່ງຄວາມເມດຕາຂອງພຣະອົງແທນເຮົາ ເມື່ອເຮົາໃຊ້ສັດທາໄປສູ່ການກັບໃຈ (ເບິ່ງ ໂມໂຣໄນ 7:27; ຄຳສອນ ແລະ ພັນທະສັນຍາ 45:3–5). “ຄວາມເມດຕາສາມາດສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້, ແລະ ລ້ອມ [ເຮົາ] ໄວ້ໃນອ້ອມແຂນແຫ່ງຄວາມປອດໄພ” (ແອວມາ 34:16).
ພຽງແຕ່ຜ່ານທາງຂອງປະທານແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການກັບໃຈຂອງເຮົາເທົ່ານັ້ນ ທີ່ເຮົາຈະສາມາດກັບຄືນໄປຢູ່ກັບພຣະເຈົ້າໄດ້. ເມື່ອເຮົາກັບໃຈ, ເຮົາຖືກໃຫ້ອະໄພ ແລະ ຖືກຊຳລະໃຫ້ສະອາດທາງວິນຍານ. ເຮົາໄດ້ຮັບການຜ່ອນຄາຍຈາກພາລະຂອງຄວາມຮູ້ສຶກຜິດບາບຂອງເຮົາ. ຈິດວິນຍານທີ່ບາດເຈັບຂອງເຮົາໄດຮັບການປິ່ນປົວ. ເຮົາເຕັມໄປດ້ວຍຄວາມສຸກ (ເບິ່ງ ແອວມາ 36:24).
ເຖິງແມ່ນວ່າເຮົາບໍ່ສົມບູນແບບ ແລະ ອາດລົ້ມເຫລວໄດ້, ແຕ່ກໍມີພຣະຄຸນ, ຄວາມຮັກ, ແລະ ຄວາມເມດຕາໃນພຣະເຢຊູຄຣິດ ຫລາຍກວ່າຄວາມລົ້ມເຫລວ, ຂໍ້ບົກພ່ອງ, ຫລື ບາບຢູ່ໃນຕົວເຮົາ. ພຣະເຈົ້າພ້ອມສະເໝີ ແລະ ກະຕືລືລົ້ນທີ່ຈະໂອບກອດເຮົາ ເມື່ອເຮົາຫັນໄປຫາພຣະອົງ ແລະ ກັບໃຈ (ເບິ່ງ ລູກາ 15:11–32). ບໍ່ມີສິ່ງໃດ ແລະ ຄົນໃດ “ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະເຢຊູຄຣິດ ພຣະຜູ້ເປັນເຈົ້າຂອງພວກເຮົາ” (ໂຣມ 8:39).
ພຣະເຢຊູໄດ້ຮັບເອົາຄວາມເຈັບປວດ, ຄວາມທຸກ, ແລະ ຄວາມອ່ອນແອຂອງເຮົາ ໄວ້ກັບພຣະອົງເອງ
ໃນການເສຍສະລະຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດໄດ້ຮັບເອົາຄວາມເຈັບປວດ, ຄວາມທຸກ, ແລະ ຄວາມອ່ອນແອຂອງເຮົາ ໄວ້ກັບພຣະອົງເອງ. ເພາະສິ່ງນີ້, ພຣະອົງຈຶ່ງຮູ້ “ຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ແອວມາ 7:12; ເບິ່ງ ຂໍ້ທີ 11 ນຳອີກ). ພຣະອົງເຊື້ອເຊີນວ່າ, “ຈົ່ງມາຫາເຮົາ,” ແລະ ເມື່ອເຮົາເຮັດ, ພຣະອົງຈະໃຫ້ເຮົາໄດ້ເຊົາເມື່ອຍ, ໃຫ້ຄວາມຫວັງ, ພະລັງ, ທັດສະນະ, ແລະ ການປິ່ນປົວ (ມັດທາຍ 11:28; ເບິ່ງ ຂໍ້ທີ 29–30 ນຳອີກ).
ເມື່ອເຮົາເພິ່ງອາໄສພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ພຣະອົງສາມາດຊ່ວຍເຮົາໃຫ້ອົດທົນຕໍ່ການທົດລອງ, ຄວາມເຈັບປ່ວຍ, ແລະ ຄວາມເຈັບປວດຂອງເຮົາໄດ້. ເຮົາສາມາດເຕັມໄປດ້ວຍຄວາມສຸກ, ຄວາມສະຫງົບ, ແລະ ການປອບໂຍນ. ທຸກສິ່ງທຸກຢ່າງທີ່ບໍ່ຍຸດຕິທຳໃນຊີວິດສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ໂລກວິນຍານ
ຫລາຍຄົນສົງໄສວ່າ, “ຈະເກີດຫຍັງຂຶ້ນຫລັງຈາກຂ້ອຍຕາຍໄປ?” ແຜນແຫ່ງຄວາມລອດໃຫ້ຄຳຕອບທີ່ສຳຄັນບາງຢ່າງຕໍ່ຄຳຖາມນີ້.
ຄວາມຕາຍເປັນພາກສ່ວນໜຶ່ງໃນ “ແຜນທີ່ເຕັມໄປດ້ວຍຄວາມເມດຕາ” ຂອງພຣະເຈົ້າສຳລັບເຮົາ (2 ນີໄຟ 9:6). ແທນທີ່ຈະເປັນການສິ້ນສຸດຂອງການດຳລົງຢູ່ຂອງເຮົາ, ຄວາມຕາຍເປັນຂັ້ນຕອນຕໍ່ໄປ ໃນຄວາມກ້າວໜ້ານິລັນດອນຂອງເຮົາ. ເພື່ອຈະກາຍເປັນເໝືອນພຣະເຈົ້າ, ເຮົາຕ້ອງປະສົບກັບຄວາມຕາຍ ແລະ ຕໍ່ມາໄດ້ຮັບຮ່າງກາຍທີ່ສົມບູນ ແລະ ຟື້ນຄືນແລ້ວ.
ເມື່ອຮ່າງກາຍທີ່ເປັນເນື້ອໜັງຕາຍໄປ, ວິນຍານຂອງເຮົາມີຊີວິດຕໍ່ໄປ ເພື່ອອາໄສຢູ່ໃນໂລກວິນຍານ. ນີ້ແມ່ນສະພາວະຊົ່ວຄາວຂອງການຮຽນຮູ້ ແລະ ກຽມພ້ອມກ່ອນການຟື້ນຄືນຊີວິດ ແລະ ການພິພາກສາຄັ້ງສຸດທ້າຍ. ຄວາມຮູ້ຂອງເຮົາຈາກຊີວິດມະຕະຍັງຄົງຢູ່ກັບເຮົາ.
ໃນໂລກວິນຍານ, ຜູ້ຄົນທີ່ໄດ້ຮັບເອົາ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ “ຖືກຮັບເຂົ້າໃນສະພາບແຫ່ງຄວາມສຸກ, ຊຶ່ງເອີ້ນວ່າ ທີ່ສຸຂະເສີມ” (ແອວມາ 40:12). ເດັກນ້ອຍກໍຖືກຮັບເຂົ້າໃນທີ່ສຸຂະເສີມເຊັ່ນກັນເມື່ອພວກເຂົາຕາຍໄປ.
ວິນຍານໃນທີ່ສຸຂະເສີມຈະສະຫງົບສຸກຈາກບັນຫາ ແລະ ຄວາມໂສກເສົ້າ. ເຂົາເຈົ້າຈະສືບຕໍ່ເຕີບໂຕທາງວິນຍານ, ເຮັດວຽກງານຂອງພຣະເຈົ້າ ແລະ ປະຕິບັດສາດສະໜາກິດຕໍ່ກັນ. ເຂົາເຈົ້າຈະສິດສອນພຣະກິດຕິຄຸນຕໍ່ຜູ້ທີ່ບໍ່ໄດ້ຮັບເອົາມັນໃນຊ່ວງມະຕະຂອງເຂົາເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:32–37, 57–59).
ໃນໂລກວິນຍານ, ຜູ້ຄົນທີ່ບໍ່ສາມາດຮັບເອົາພຣະກິດຕິຄຸນຢູ່ເທິງແຜ່ນດິນໂລກ, ຫລື ຜູ້ທີ່ເລືອກບໍ່ຮັກສາພຣະບັນຍັດ, ຈະປະສົບກັບຂໍ້ຈຳກັດບາງຢ່າງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:6–37; ແອວມາ 40:6–14). ເຖິງຢ່າງໃດກໍຕາມ, ເພາະພຣະເຈົ້າຊົງຍຸດຕິທຳ ແລະ ມີເມດຕາ, ເຂົາເຈົ້າຈະມີໂອກາດທີ່ຈະຮັບການສິດສອນກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຖ້າຫາກເຂົາເຈົ້າຮັບເອົາ ແລະ ກັບໃຈ, ເຂົາເຈົ້າຈະຖືກໄຖ່ຈາກບາບຂອງເຂົາເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:58; ເບິ່ງ 138:31–35; 128:22 ນຳອີກ). ເຂົາເຈົ້າຈະຖືກຕ້ອນຮັບເຂົ້າສູ່ຄວາມສະຫງົບຂອງທີ່ສຸຂະເສີມ. ໃນທີ່ສຸດເຂົາເຈົ້າຈະໄດ້ຮັບບ່ອນຢູ່ໃນອານາຈັກແຫ່ງລັດສະໝີພາບ ອີງຕາມການເລືອກທີ່ເຂົາເຈົ້າໄດ້ເຮັດ ໃນຊ່ວງມະຕະ ແລະ ໃນໂລກວິນຍານ.
ເຮົາຢູ່ໃນໂລກວິນຍານຈົນກວ່າເຮົາຈະຟື້ນຄືນຊີວິດ.
ການຟື້ນຄືນຊີວິດ, ຄວາມລອດ, ແລະ ຄວາມສູງສົ່ງ
ການຟື້ນຄືນຊີວິດ
ແຜນຂອງພຣະເຈົ້າເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະເຕີບໂຕ ແລະ ໄດ້ຮັບຊີວິດນິລັນດອນ. ຫລັງຈາກເວລາຂອງເຮົາຢູ່ໃນໂລກວິນຍານ, ການຟື້ນຄືນຊີວິດເປັນຂັ້ນຕອນຕໍ່ໄປ ໃນການເຕີບໂຕນັ້ນ.
ການຟື້ນຄືນຊີວິດເປັນການກັບມາລວມກັນອີກຂອງຮ່າງກາຍ ແລະ ວິນຍານຂອງເຮົາ. ເຮົາແຕ່ລະຄົນຈະຟື້ນຄືນຊີວິດ. ສິ່ງນີ້ເຮັດໃຫ້ເປັນໄປໄດ້ໂດຍການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ. (ເບິ່ງ ແອວມາ 11:42–44.)
ເມື່ອເຮົາຟື້ນຄືນຊີວິດ, ເຮົາແຕ່ລະຄົນຈະມີຮ່າງກາຍທີ່ເປັນເນື້ອໜັງທີ່ສົມບູນແບບ, ເປັນອິດສະລະຈາກຄວາມເຈັບປວດ ແລະ ຄວາມເຈັບປ່ວຍ. ເຮົາຈະເປັນອະມະຕະ, ດຳລົງຢູ່ຕະຫລອດໄປ.
ຄວາມລອດ
ເພາະເຮົາຈະສາມາດຟື້ນຄືນຊີວິດ, ເຮົາທຸກຄົນຈະລອດ—ຫລື ໄດ້ຮັບຄວາມລອດ—ຈາກຄວາມຕາຍທາງຮ່າງກາຍ. ຂອງປະທານນີ້ຖືກມອບໃຫ້ເຮົາຜ່ານທາງພຣະຄຸນຂອງພຣະເຢຊູຄຣິດ.
ເຮົາກໍສາມາດຖືກຊ່ວຍໃຫ້ລອດ—ຫລື ໄດ້ຮັບຄວາມລອດ—ຈາກຜົນສະທ້ອນທີ່ກົດແຫ່ງຄວາມຍຸດຕິທຳຮຽກຮ້ອງສຳລັບບາບຂອງເຮົາເຊັ່ນກັນ. ຂອງປະທານນີ້ກໍຍັງເຮັດໃຫ້ເປັນໄປໄດ້ຜ່ານທາງພຣະຄຸນຄວາມດີ ແລະ ຄວາມເມດຕາຂອງພຣະເຢຊູຄຣິດ ເມື່ອເຮົາກັບໃຈ. (ເບິ່ງ ແອວມາ 42:13–15, 21–25.)
ຄວາມສູງສົ່ງ
ຄວາມສູງສົ່ງ, ຫລື ຊີວິດນິລັນດອນ, ເປັນສະພາວະທີ່ສູງສຸດຂອງຄວາມສຸກ ແລະ ລັດສະໝີພາບໃນອານາຈັກຊັ້ນສູງ. ຄວາມສູງສົ່ງແມ່ນຂອງປະທານທີ່ມີເງື່ອນໄຂ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເງື່ອນໄຂທີ່ເໝາະສົມເຫລົ່ານັ້ນແມ່ນລວມທັງສັດທາໃນພຣະຜູ້ເປັນເຈົ້າ, ການກັບໃຈ, ການບັບຕິສະມາ, ການຮັບເອົາພຣະວິນຍານບໍລິສຸດ, ແລະ ການສືບຕໍ່ຊື່ສັດຕໍ່ພິທີການ ແລະ ພັນທະສັນຍາຂອງພຣະວິຫານ” (“Salvation and Exaltation,” Liahona, May 2008, 9).
ຄວາມສູງສົ່ງໝາຍເຖິງການຢູ່ກັບພຣະເຈົ້າຕະຫລອດໄປ ໃນຄອບຄົວນິລັນດອນ. ມັນຄືການຮູ້ຈັກພຣະເຈົ້າ ແລະ ພຣະເຢຊູຄຣິດ, ການກາຍເປັນເໝືອນດັ່ງພວກພຣະອົງ, ແລະ ມີປະສົບການໃນຊີວິດເໝືອນດັ່ງທີ່ພວກພຣະອົງຊື່ນຊົມ.
ການພິພາກສາ ແລະ ອານາຈັກແຫ່ງລັດສະໝີພາບ
ໝາຍເຫດ: ເມື່ອສິດສອນກ່ຽວກັບອານາຈັກແຫ່ງລັດສະໝີພາບເປັນເທື່ອທຳອິດ, ໃຫ້ສິດສອນໃນລະດັບພື້ນຖານ ຕາມຄວາມຕ້ອງການ ແລະ ຄວາມເຂົ້າໃຈຂອງບຸກຄົນ.
ເມື່ອເຮົາຟື້ນຄືນຊີວິດ, ພຣະເຢຊູຄຣິດຈະເປັນຜູ້ພິພາກສາທີ່ຍຸດຕິທຳ ແລະ ມີເມດຕາຂອງເຮົາ. ໂດຍມີຂໍ້ຍົກເວັ້ນໜ້ອຍທີ່ສຸດ, ເຮົາແຕ່ລະຄົນຈະໄດ້ຮັບບ່ອນຢູ່ໃນອານາຈັກແຫ່ງລັດສະໝີພາບ. ເຖິງແມ່ນວ່າເຮົາທຸກຄົນຈະຟື້ນຄືນຊີວິດ, ແຕ່ເຮົາທຸກຄົນຈະບໍ່ໄດ້ຮັບລັດສະໝີພາບນິລັນດອນທີ່ເໝືອນກັນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:22–24, 29–34; 130:20–21; 132:5).
ບຸກຄົນທີ່ບໍ່ໄດ້ມີໂອກາດທີ່ຈະເຂົ້າໃຈ ແລະ ເຊື່ອຟັງກົດຂອງພຣະເຈົ້າຢ່າງເຕັມສ່ວນໃນຊ່ວງຊີວິດມະຕະຂອງເຂົາເຈົ້າ ຈະໄດ້ຮັບໂອກາດນັ້ນຢູ່ໃນໂລກວິນຍານ. ພຣະເຢຊູຈະພິພາກສາແຕ່ລະຄົນຕາມສັດທາ, ວຽກງານ, ຄວາມປາດຖະໜາ, ແລະ ການກັບໃຈຂອງເຂົາໃນຊ່ວງມະຕະ ແລະ ໃນໂລກວິນຍານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:32–34, 57–59).
ພຣະຄຳພີສິດສອນເຖິງອານາຈັກແຫ່ງລັດສະໝີພາບຂອງຊັ້ນສູງ, ຊັ້ນກາງ, ແລະ ຊັ້ນຕ່ຳ. ແຕ່ລະແຫ່ງເປັນການສະແດງອອກເຖິງຄວາມຮັກ, ຄວາມຍຸດຕິທຳ, ແລະ ຄວາມເມດຕາຂອງພຣະເຈົ້າ.
ຜູ້ທີ່ໃຊ້ສັດທາໃນພຣະຄຣິດ, ກັບໃຈຈາກບາບຂອງເຂົາເຈົ້າ, ຮັບເອົາພິທີການຂອງພຣະກິດຕິຄຸນ, ຮັກສາພັນທະສັນຍາ, ຮັບເອົາພຣະວິນຍານບໍລິສຸດ, ແລະ ອົດທົນຈົນເຖິງທີ່ສຸດ ຈະໄດ້ຮັບຄວາມລອດໃນອານາຈັກຊັ້ນສູງ. ອານາຈັກນີ້ຍັງຈະລວມທັງຜູ້ທີ່ບໍ່ໄດ້ມີໂອກາດຮັບເອົາພຣະກິດຕິຄຸນໃນຊ່ວງຊີວິດມະຕະຂອງເຂົາເຈົ້າ ແຕ່ “ຈະຮັບມັນໄວ້ດ້ວຍສຸດໃຈຂອງພວກເຂົາ” ແລະ ໄດ້ເຮັດເຊັ່ນນັ້ນໃນໂລກວິນຍານ (ຄຳສອນ ແລະ ພັນທະສັນຍາ 137:8; ເບິ່ງ ຂໍ້ທີ 7 ນຳອີກ). ເດັກນ້ອຍທີ່ໄດ້ຕາຍກ່ອນອາຍຸທີ່ຮັບຜິດຊອບ (ອາຍຸແປດປີ) ກໍຈະໄດ້ຮັບຄວາມລອດເຊັ່ນກັນໃນອານາຈັກຊັ້ນສູງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 137:10).
ໃນພຣະຄຳພີ, ອານາຈັກຊັ້ນສູງຖືກປຽບທຽບໃສ່ກັບລັດສະໝີພາບ ຫລື ຄວາມສະຫວ່າງຂອງດວງຕາເວັນ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 76:50–70.)
ຜູ້ຄົນທີ່ໄດ້ດຳລົງຊີວິດຢ່າງມີກຽດ “ຜູ້ທີ່ບໍ່ໄດ້ຮັບປະຈັກພະຍານເຖິງພຣະເຢຊູໃນເນື້ອໜັງ, ແຕ່ຕໍ່ມາໄດ້ຮັບເອົາມັນ” ຈະໄດ້ຮັບບ່ອນຢູ່ໃນອານາຈັກຊັ້ນກາງ (ຄຳສອນ ແລະ ພັນທະສັນຍາ 76:74). ເຊັ່ນດຽວກັນສຳລັບຜູ້ທີ່ບໍ່ກ້າກ່າວປະຈັກພະຍານຂອງເຂົາເຈົ້າເຖິງພຣະເຢຊູ. ອານາຈັກນີ້ຖືກປຽບທຽບໃສ່ກັບລັດສະໝີພາບຂອງດວງເດືອນ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 76:71–80.)
ຜູ້ທີ່ສືບຕໍ່ໃນການເຮັດບາບ ແລະ ບໍ່ກັບໃຈໃນຊີວິດນີ້ ຫລື ບໍ່ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດໃນໂລກວິນຍານ ຈະໄດ້ຮັບລາງວັນໃນອານາຈັກຊັ້ນຕ່ຳ. ອານາຈັກນີ້ຖືກປຽບທຽບໃສ່ກັບລັດສະໝີພາບຂອງດວງດາວ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 76:81–86.)
ໂຄງຮ່າງບົດຮຽນສັ້ນຫາປານກາງ
ແນວທາງຊີ້ນຳດັ່ງຕໍ່ໄປນີ້ເປັນຕົວຢ່າງຂອງສິ່ງທີ່ທ່ານອາດສິດສອນຄົນໃດຄົນໜຶ່ງ ຖ້າຫາກທ່ານມີເວລາໜ້ອຍ. ເມື່ອໃຊ້ໂຄງຮ່າງນີ້, ໃຫ້ເລືອກຫລັກທຳໜຶ່ງຂໍ້ ຫລື ຫລາຍກວ່ານັ້ນເພື່ອສິດສອນ. ພື້ນຖານຄຳສອນສຳລັບຫລັກທຳແຕ່ລະຂໍ້ແມ່ນມີໃຫ້ກ່ອນໜ້ານີ້ ໃນບົດຮຽນ.
ຂະນະທີ່ທ່ານສິດສອນ, ໃຫ້ຖາມຄຳຖາມ ແລະ ຟັງ. ສະເໜີຄຳເຊື້ອເຊີນທີ່ຈະຊ່ວຍໃຫ້ຜູ້ຄົນຮຽນຮູ້ວິທີທີ່ຈະເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ຄຳເຊື້ອເຊີນທີ່ສຳຄັນຢ່າງໜຶ່ງຄືການໃຫ້ບຸກຄົນນັ້ນໄດ້ພົບກັບທ່ານຕື່ມອີກ. ຄວາມຍາວຂອງບົດຮຽນຈະຂຶ້ນກັບຄຳຖາມທີ່ທ່ານຖາມ ແລະ ການຟັງທີ່ທ່ານເຮັດ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 3–10 ນາທີ
-
ເຮົາທຸກຄົນເປັນລູກທາງວິນຍານຂອງພຣະເຈົ້າ. ເຮົາເປັນສະມາຊິກໃນຄອບຄົວຂອງພຣະອົງ. ພຣະອົງຮູ້ຈັກ ແລະ ຮັກເຮົາແຕ່ລະຄົນ.
-
ພຣະເຈົ້າໄດ້ຈັດກຽມແຜນໄວ້ສຳລັບຄວາມສຸກ ແລະ ຄວາມກ້າວໜ້າຂອງເຮົາ ໃນຊີວິດນີ້ ແລະ ໃນນິລັນດອນ.
-
ໃນແຜນຂອງພຣະເຈົ້າ, ເຮົາຕ້ອງມາສູ່ໂລກ ເພື່ອຮັບເອົາຮ່າງກາຍທີ່ເປັນເນື້ອໜັງ, ຮຽນຮູ້, ແລະ ເຕີບໂຕ.
-
ພຣະເຢຊູຄຣິດເປັນສູນກາງໃນແຜນຂອງພຣະເຈົ້າ. ພຣະອົງເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະມີຊີວິດນິລັນດອນ.
-
ພາຍໃຕ້ການຊີ້ນຳຂອງພຣະເຈົ້າ, ພຣະເຢຊູໄດ້ສ້າງແຜ່ນດິນໂລກ.
-
ປະສົບການຂອງເຮົາຢູ່ເທິງໂລກຖືກມອບໃຫ້ເຮົາ ເພື່ອຊ່ວຍໃຫ້ເຮົາກຽມພ້ອມທີ່ຈະກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.
-
ເຮົາແຕ່ລະຄົນເຮັດບາບ, ແລະ ເຮົາແຕ່ລະຄົນຈະຕາຍ. ເພາະພຣະເຈົ້າຮັກເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ມາສູ່ໂລກ ເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
-
ທຸກສິ່ງທຸກຢ່າງທີ່ບໍ່ຍຸດຕິທຳໃນຊີວິດສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
-
ເມື່ອຮ່າງກາຍທີ່ເປັນເນື້ອໜັງຕາຍໄປ, ວິນຍານຂອງເຮົາມີຊີວິດຕໍ່ໄປ. ໃນທີ່ສຸດເຮົາຈະຟື້ນຄືນຊີວິດ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ.
-
ເມື່ອເຮົາຟື້ນຄືນຊີວິດ, ພຣະເຢຊູຄຣິດຈະເປັນຜູ້ພິພາກສາຂອງເຮົາ. ໂດຍມີຂໍ້ຍົກເວັ້ນໜ້ອຍທີ່ສຸດ, ລູກໆຂອງພຣະເຈົ້າທຸກຄົນຈະໄດ້ຮັບບ່ອນຢູ່ໃນອານາຈັກແຫ່ງລັດສະໝີພາບ. ເຮົາສາມາດກັບຄືນໄປອາໄສຢູ່ໃນທີ່ປະທັບຂອງພຣະເຈົ້າ ຖ້າຫາກເຮົາຊື່ສັດ.