ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 3: ບົດ​ຮຽນ​ທີ 4—ການ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ


“ບົດ​ທີ 3: ບົດ​ຮຽນ​ທີ 4—ການ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 3: ບົດ​ຮຽນ​ທີ 4,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ບົດ​ທີ 3: ບົດ​ຮຽນ​ທີ 4

ການ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ

ຮູບ​ພາບ
ແກະ​ທີ່​ເສຍ, ໂດຍ ແດວ ພາສັນ

ການ​ສິດ​ສອນ​ບົດ​ຮຽນ​ນີ້

ການ​ບັບ​ຕິ​ສະ​ມາ​ເປັນ​ພິ​ທີ​ການ​ແຫ່ງ​ຄວາມ​ຫວັງ​ທີ່​ມີ​ຄວາມ​ສຸກ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຈົ້າ ແລະ ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. ເຮົາ​ກໍ​ຍັງ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ​ນຳ​ອີກ.

ບົດ​ຮຽນ​ນີ້​ຖືກ​ຈັດ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ. ມັນ​ລວມ​ທັງ​ພາກ​ຫລັກ​ດັ່ງ​ຕໍ່​ໄປ​ນີ້, ແຕ່​ລະ​ພາກ​ມີ​ພາກ​ຍ່ອຍ:

ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ວ່າ ຫລັກ​ທຳ ແລະ ພຣະ​ບັນ​ຍັດ​ທີ່​ທ່ານ​ສິດ​ສອນ ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ຕອນ​ຮັບ​ບັບ​ຕິ​ສະ​ມາ. ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ແຕ່​ລະ​ພາກ​ສ່ວນ​ຂອງ​ບົດ​ຮຽນ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ “ມາ​ຫາ​ພຣະ​ຄຣິດ … ແລະ ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ” (ອອມ​ໄນ 1:26; ເບິ່ງ 1 ນີ​ໄຟ 15:14 ນຳ​ອີກ).

ທ່ານ​ຈະ​ຕ້ອງ​ການ​ສິດ​ສອນ​ບົດ​ຮຽນ​ນີ້​ໃນ​ການ​ຢ້ຽມ​ຢາມ​ຫລາຍ​ຄັ້ງ. ໜ້ອຍ​ຄັ້ງ​ຈະ​ຢ້ຽມ​ສອນ​ຫລາຍ​ກວ່າ 30 ນາ​ທີ. ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ເປັນ​ການ​ດີ​ທີ່​ຈະ​ຢ້ຽມ​ສອນ​ສັ້ນໆ, ເລື້ອຍໆ​ທີ່​ກວມ​ເອົາ​ສ່ວນ​ນ້ອຍໆ​ຂອງ​ບົດ​ຮຽນ.

ວາງ​ແຜນ​ວ່າ​ທ່ານ​ຈະ​ສິດ​ສອນ​ຫຍັງ, ຈະ​​ສິດ​ສອນ​ເມື່ອ​ໃດ, ແລະ ທ່ານ​ຈະ​ໃຊ້​ເວ​ລາ​ຫລາຍ​ເທົ່າ​ໃດ. ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ, ແລະ ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ. ທ່ານ​ສາ​ມາດ​ປັບ​ຕົວ​ງ່າຍ​ເຂົ້າ​ກັບ​ການ​ສິດ​ສອນ ຕາມ​ສິ່ງ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ກຽມ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໄດ້​ດີ​ທີ່​ສຸດ.

ບາງ​ພາກ​ໃນ​ບົດ​ຮຽນ​ນີ້​ແມ່ນ​ລວມ​ທັງ​ຄຳ​ເຊື້ອ​ເຊີນ​ສະ​ເພາະ. ສະ​ແຫວງ​ຫາ​ການ​ດົນ​ໃຈ​ໃນ​ການ​ຕັດ​ສິນ​ໃຈ​ວ່າ ຈະ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ແນວ​ໃດ ແລະ ເມື່ອ​ໃດ. ໃຫ້​ຄຳ​ນຶງ​ເຖິງ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ຂອງ​ແຕ່​ລະ​ຄົນ. ຊ່ວຍ​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ເທື່ອ​ລະ​ກ້າວ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຮັບ​ສິນ​ລະ​ລຶກ

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ “ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ.” ເຮົາ​ກໍ​ຍັງ​ເປັນ​ພະ​ຍານ​ວ່າ ເຮົາ “ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ” ນຳ​ອີກ (2 ນີ​ໄຟ 31:13; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37 ນຳ​ອີກ).

ໂດຍ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໝາຍ​ຄວາມ​ວ່າ​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄປ​ຕະ​ຫລອດ​ຊີ​ວິດ. ເຮົາ​ປ່ອຍ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ສ່ອງ​ແສງ​ຜ່ານ​ເຮົາ​ໄປ​ຍັງ​ຜູ້​ອື່ນ. ເຮົາ​ເບິ່ງ​ຕົວ​ເອງວ່າ​ເປັນ​ຂອງ​ພຣະ​ອົງ ແລະ ໃຫ້​ພຣະ​ອົງ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຮົາ.

ພາກ​ດັ່ງ​ຕໍ່​ໄປ​ນີ້​ບັນ​ຍາຍ​ເຖິງ​ສອງ​ວິ​ທີ​ທີ່​ເຮົາ​ລະ​ນຶກ​ເຖິງ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ອະ​ທິ​ຖານ​ເລື້ອຍໆ

ການ​ອະ​ທິ​ຖານ​ສາ​ມາດ​ເປັນ​ການ​ສົນ​ທະ​ນາ​ທີ່​ລຽບ​ງ່າຍ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ມາ​ຈາກ​ໃຈ. ໃນ​ການ​ອະ​ທິ​ຖານ, ເຮົາ​ເວົ້າ​ກັບ​ພຣະ​ອົງ​ຢ່າງ​ເປີດ​ເຜີຍ ແລະ ຊື່​ສັດ. ເຮົາ​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ອົງ ແລະ ກະ​ຕັນ​ຍູ​ຕໍ່​ພອນ​ຂອງ​ເຮົາ. ເຮົາ​ຍັງ​ຂໍ​ຄວາມ​ຊ່ວຍ​ເຫລືອ, ການ​ປົກ​ປ້ອງ, ແລະ ການ​ຊີ້​ນຳ ນຳ​ອີກ. ເມື່ອ​ເຮົາ​ປິດ​ການ​ອະ​ທິ​ຖານ​ຂອງ​ເຮົາ, ເຮົາ​ຄວນ​ໃຊ້​ເວ​ລາ​ຢຸດ​ບຶດ​ໜຶ່ງ ແລະ ຟັງ.

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ເຈົ້າ​ຕ້ອງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ ໃນ​ນາມ​ຂອງ​ເຮົາ ສະ​ເໝີ” (3 ນີ​ໄຟ 18:19, ເນັ້ນ​ຄຳ​ເນີ້ງ; ເບິ່ງ ໂມ​ເຊ 5:8 ນຳ​ອີກ). ເມື່ອ​ເຮົາ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ພຣະ​ເຢ​ຊູ​ໄດ້​ເປັນ​ຕົວ​ຢ່າງ​ໃຫ້​ເຮົາ​ເພື່ອ​ເຮັດ​ຕາມ ເມື່ອ​ເຮົາ​ອະ​ທິ​ຖານ. ເຮົາ​ສາ​ມາດ​ຮຽນ​ຮູ້​ໄດ້​ຫລາຍ​ກ່ຽວ​ກັບ​ການ​ອະ​ທິ​ຖານ ໂດຍ​ການ​ສຶກ​ສາ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ພຣະ​ຄຳ​ພີ (ເບິ່ງ ມັດ​ທາຍ 6:9–13; ໂຢ​ຮັນ 17).

ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ອາດ​ຈະ​ລວມ​ທັງ​ສ່ວນ​ດັ່ງ​ຕໍ່​ໄປ​ນີ້:

  • ເລີ່ມ​ຕົ້ນ​ໂດຍ​ການ​ເອີ່ຍ​ພຣະ​ນາມ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ສະ​ແດງ​ຄວາມ​ຮູ້​ສຶກ​ຈາກ​ໃຈ​ຂອງ​ເຮົາ, ດັ່ງ​ເຊັ່ນ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ທີ່​ເຮົາ​ໄດ້​ຮັບ.

  • ຖາມ​ຄຳ​ຖາມ, ສະ​ແຫວງ​ຫາ​ການ​ນຳ​ພາ, ແລະ ທູນ​ຂໍ​ພອນ.

  • ຈົບ​ດ້ວຍ​ຄຳ​ວ່າ, “​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.”

ພຣະ​ຄຳ​ພີ​ເຕືອນ​ໃຫ້​ເຮົາ​ອະ​ທິ​ຖານ​ໃນ​ຕອນ​ເຊົ້າ ແລະ ຕອນ​ແລງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ອະ​ທິ​ຖານ​ໄດ້​ທຸກ​ເວ​ລາ ແລະ ໃນ​ທຸກ​ສະ​ຖານ​ທີ່. ສຳ​ລັບ​ການ​ອະ​ທິ​ຖານ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ, ມັນ​ສາ​ມາດ​ມີ​ຄວາມ​ໝາຍ​ທີ່​ຈະ​ຄຸ​ເຂົ່າ​ລົງ ເມື່ອ​ເຮົາ​ອະ​ທິ​ຖານ. ເຮົາ​ຄວນ​ມີ​ຄຳ​ອະ​ທິ​ຖານ​ຢູ່​ໃນ​ໃຈ​ສະ​ເໝີ. (ເບິ່ງ ແອວ​ມາ 34:27; 37:36–37; 3 ນີ​ໄຟ 17:13; 19:16.)

ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຄວນ​ມີ​ການ​ໄຕ່​ຕອງ ແລະ ຈາກ​ໃຈ. ເມື່ອ​ເຮົາ​ອະ​ທິ​ຖານ, ເຮົາ​ຄວນ​ຫລີກ​ເວັ້ນ​ຈາກ​ການ​ເວົ້າ​ສິ່ງ​ດຽວ​ກັນ ດ້ວຍ​ວິ​ທີ​ເດີມ.

ເຮົາ​ອະ​ທິ​ຖານ​ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ຈິງ​ໃຈ, ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ຕອບ​ທີ່​ເຮົາ​ໄດ້​ຮັບ. ເມື່ອ​ເຮົາ​ເຮັດ​ສິ່ງ​ນີ້, ພຣະ​ເຈົ້າ​ຈະ​ນຳ​ພາ​ເຮົາ ແລະ ຊ່ວຍ​ໃຫ້​ເຮົາ​ຕັດ​ສິນ​ໃຈ​ທີ່​ດີ. ເຮົາ​ຈະ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ອົງ​ຫລາຍ​ຂຶ້ນ. ພຣະ​ອົງ​ຈະ​ປະ​ທານ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຈິງ​ໃຫ້​ເຮົາ. ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ການ​ປອບ​ໂຍນ, ຄວາມ​ສະ​ຫງົບ, ແລະ ຄວາມ​ເຂັ້ມ​ແຂງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ສຶກ​ສາ​ພຣະ​ຄຳ​ພີ

ນີ​ໄຟ​ໄດ້​ສິດ​ສອນ​ວ່າ, “ຈົ່ງ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ [ມັນ] ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ” (2 ນີ​ໄຟ 32:3; ເບິ່ງ 31:20 ນຳ​ອີກ).

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ວິ​ທີ​ສຳ​ຄັນ​ທີ່​ຈະ​ລະ​ນຶກ​ເຖິງ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ໃນ​ພຣະ​ຄຳ​ພີ ເຮົາ​ຮຽນ​ຮູ້​ເຖິງ​ພຣະ​ຊົນ​ຊີບ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ເຮົາ​ຍັງ​ຮຽນ​ຮູ້​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ນຳ​ອີກ. ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ, ເຮົາ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ. ຈິດ​ວິນ​ຍານ​ຂອງ​ເຮົາ​ຂະ​ຫຍາຍ​ກວ້າງ, ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ​ເພີ່ມ​ພູນ, ແລະ ຈິດ​ໃຈ​ຂອງ​ເຮົາ​ຮູ້​ແຈ້ງ. ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ​ກັບ​ເຂັ້ມ​ແຂງ​ຂຶ້ນ.

ເຮົາ​ລະ​ນຶກ​ເຖິງ ແລະ ຕິດ​ຕາມ​ພຣະ​ເຢ​ຊູ ເມື່ອ​ເຮົາ​ນຳ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ຄວນ​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ວັນ, ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ.

ພຣະ​ຄຳ​ພີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ແກ່ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສັກ​ສິດ, ພຣະ​ຄຳ​ພີ​ມໍ​ມອນ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ພຣະ​ຄຳ​ພີ​ເຫລົ່າ​ນີ້​ຍັງ​ຖືກ​ເອີ້ນ​ວ່າ “ວຽກ​ງານ​ມາດ​ຕະ​ຖານ” ນຳ​ອີກ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສິດ​ສອນ​ຝູງ​ຊົນ

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ

ໝາຍ​ເຫດ: ມີ​ຫລາຍ​ວິ​ທີ​ທີ່​ຈະ​ສິດ​ສອນ​ພຣະ​ບັນ​ຍັດ​ຢູ່​ໃນ​ພາກ​ນີ້. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຈະ​ສິດ​ສອນ​ເຂົາ​ເຈົ້າ​ໃນ​ການ​ໄປ​ຢ້ຽມ​ຢາມ​ສອງ​ສາມ​ຄັ້ງ. ຫລື ທ່ານ​ສາ​ມາດ​ສິດ​ສອນ​ບາງ​ສ່ວນ ເປັນ​ສ່ວນ​ໜຶ່ງ​ຂອງ​ສາມ​ບົດ​ຮຽນ​ທຳ​ອິດ. ເມື່ອ​ສິດ​ສອນ​ພຣະ​ບັນ​ຍັດ, ຢ່າ​ລືມ​ເຊື່ອມ​ໂຍງ​ພັນ​ທະ​ສັນ​ຍາ​ໃສ່​ກັບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ແຜນ​ແຫ່ງ​ຄວາມ​ລອດ.

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ວ່າ ເຮົາ​ຈະ “ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (ໂມ​ໄຊ​ຢາ 18:10; ແອວ​ມາ 7:15).

ພຣະ​ເຈົ້າ​ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ຕ້ອງ​ການ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຮົາ, ທັງ​ໃນ​ເວ​ລາ​ນີ້ ແລະ ໃນ​ນິ​ລັນ​ດອນ. ໃນ​ຖາ​ນະ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ພຣະ​ອົງ​ຮູ້​ວ່າ​ເຮົາ​ຕ້ອງ​ການ​ຫຍັງ​ສຳ​ລັບ​ຄວາມ​ຜາ​ສຸກ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ​ຂອງ​ເຮົາ. ພຣະ​ອົງ​ຍັງ​ຮູ້​ວ່າ​ສິ່ງ​ໃດ​ຈະ​ນຳ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ມາ​ໃຫ້​ເຮົາ. ພຣະ​ບັນ​ຍັດ​ແຕ່​ລະ​ຂໍ້​ເປັນ​ຂອງ​ປະ​ທານ​ຈາກ​ສະ​ຫວັນ, ຖືກມອບ​ໃຫ້​ເພື່ອ​ນຳ​ພາ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ, ປົກ​ປ້ອງ​ເຮົາ, ແລະ ຊ່ວຍ​ໃຫ້​ເຮົາ​ເຕີບ​ໂຕ.

ເຫດ​ຜົນ​ໜຶ່ງ​ທີ່​ເຮົາ​ໄດ້​ມາ​ສູ່​ໂລກ​ແມ່ນ​ເພື່ອ​ຮຽນ​ຮູ້ ແລະ ເຕີບ​ໂຕ ຜ່ານ​ທາງ​ການ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ຢ່າງ​ສະ​ຫລາດ (ເບິ່ງ ອັບ​ຣາ​ຮາມ 3:25). ການ​ເລືອກ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ—ແລະ ກັບ​ໃຈ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ—ຊ່ວຍ​ເຮົາ​ໃຫ້​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ທີ່​ທ້າ​ທາຍ​ເລື້ອຍໆ​ນີ້​ໄດ້.

ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ເປັນ​ແຫລ່ງ​ຂອງ​ພະ​ລັງ ແລະ ພອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:8–9). ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ, ເຮົາ​ຮຽນ​ຮູ້​ວ່າ ມັນ​ບໍ່​ແມ່ນ​ກົດ​ທີ່​ໜັກ​ໜ່ວງ ທີ່​ຈຳ​ກັດ​ອິດ​ສະ​ລະ​ພາບ​ຂອງ​ເຮົາ. ເສ​ລີ​ພາບ​ທີ່​ແທ້​ຈິງ​ມາ​ຈາກ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ. ການ​ເຊື່ອ​ຟັງ​ເປັນ​ແຫລ່ງ​ຂອງ​ຄວາມ​ເຂັ້ມ​ແຂງ ທີ່​ນຳ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ມາ​ໃຫ້​ເຮົາ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ນຳ​ຄວາມ​ສຸກ​ຫລາຍ​ຂຶ້ນ​ມາ​ໃຫ້​ເຮົາ ແລະ ຊ່ວຍ​ໃຫ້​ເຮົາ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ອັນ​ສູງ​ສົ່ງ​ຂອງ​ເຮົາ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ.

ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ອວຍ​ພອນ​ເຮົາ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ພອນ​ບາງ​ຢ່າງ​ແມ່ນ​ສະ​ເພາະ​ເຈາະ​ຈົງ​ກັບ​ພຣະ​ບັນ​ຍັດ​ບາງ​ຂໍ້. ພອນ​ສູງ​ສຸດ​ຂອງ​ພຣະ​ອົງ​ແມ່ນ​ສັນ​ຕິ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. (ເບິ່ງ ໂມ​ໄຊ​ຢາ 2:41; ແອວ​ມາ 7:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7; 59:23; 93:28; 130:20–21.)

ພອນ​ຂອງ​ພຣະ​ເຈົ້າ​ມີ​ທັງ​ທາງ​ວິນ​ຍານ ແລະ ທາງ​ໂລກ. ໃນ​ບາງ​ຄັ້ງ, ເຮົາ​ຕ້ອງ​ອົດ​ທົນ​ໃນ​ການ​ລໍ​ຖ້າ​ມັນ, ໄວ້​ວາງ​ໃຈ​ວ່າ​ມັນ​ຈະ​ມາ​ເຖິງ​ອີງ​ຕາມ​ພຣະ​ປະ​ສົງ ແລະ ເວ​ລາ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 7:33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:68). ເພື່ອ​ທີ່​ຈະ​ຫລິງ​ເຫັນ​ພອນ​ບາງ​ຢ່າງ, ເຮົາ​ຕ້ອງ​ເອົາ​ໃຈ​ໃສ່ ແລະ ຮູ້​ຈັກ​ສັງ​ເກດ​ທາງ​ວິນ​ຍານ. ນີ້​ເປັນ​ຄວາມ​ຈິງ​ໂດຍ​ສະ​ເພາະ​ພອນ​ທີ່​ມາ​ຈາກ​ວິ​ທີ​ທີ່​ລຽບ​ງ່າຍ ແລະ ເບິ່ງ​ຄື​ວ່າ​ທຳ​ມະ​ດາ.

ພອນ​ບາງ​ຢ່າງ​ອາດ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ເມື່ອ​ເບິ່ງ​ຢ້ອນ​ກັບ​ໄປ. ພອນ​ອື່ນໆ​ອາດບໍ່​ມາ​ເຖິງ​ຈົນ​ກວ່າ​ຫລັງ​ຈາກ​ຊີ​ວິດ​ນີ້. ບໍ່​ວ່າ​ເວ​ລາ ຫລື ລັກ​ສະ​ນະ​ຂອງ​ພອນ​ຂອງ​ພຣະ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ໝັ້ນ​ໃຈ​ໄດ້​ວ່າ ມັນ​ຈະ​ມາ​ເຖິງ ເມື່ອ​ເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:10).

ພຣະ​ເຈົ້າ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ຢ່າງ​ສົມ​ບູນ​ແບບ. ພຣະ​ອົງ​ມີ​ຄວາມ​ອົດ​ທົນ​ກັບ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ພຣະ​ອົງ​ໃຫ້​ອະ​ໄພ​ເມື່ອ​ເຮົາ​ກັບ​ໃຈ.

ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ຂໍ້

ເມື່ອ​ພຣະ​ເຢ​ຊູ​ຖືກ​ຖາມ​ວ່າ, “ໃນ​ກົດ​ບັນ​ຍັດ ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ພຣະ​ອົງ​ໄດ້​ຕອບ​ວ່າ, “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”

ແລ້ວ​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ກົດ​ບັນ​ຍັດ​ຂໍ້​ໃຫຍ່​ຂໍ້​ທີ​ສອງ​ກໍ​ຄື​ກັນ​ກັບ​ຂໍ້​ທຳ​ອິດ: “ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:36–39). “ບໍ່​ມີ​ກົດ​ບັນ​ຍັດ​ຂໍ້​ໃດ​ທີ່​ສຳ​ຄັນ​ກວ່າ​ສອງ​ຂໍ້​ນີ້” (ມາ​ຣະ​ໂກ 12:31).

ໃນ​ຖາ​ນະ​ລູກໆ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ, ເຮົາ​ມີ​ຄວາມ​ສາ​ມາດ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຄວາມ​ຮັກ. ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ມໍ​ລະ​​ດົກ​ທາງ​ວິນ​ຍານ​ຂອງ​ເຮົາ. ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ຂໍ້​ນີ້—ທີ່​ຈະ​ຮັກ​ພຣະ​ເຈົ້າ​ກ່ອນ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ—ເປັນ​ລັກ​ສະ​ນະ​ສະ​ເພາະ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ເຮົາ​ມີ​ຫລາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ. ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 14:15, 21). ເຮົາ​ສາ​ມາດ​ໃຫ້​ພຣະ​ອົງ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຮົາ, ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ເຮົາ​ສາ​ມາດ​ລວມ​ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ແລະ ຫົວ​ໃຈ​ຂອງ​ເຮົາ​ໄວ້​ທີ່​ພຣະ​ອົງ (ເບິ່ງ ແອວ​ມາ 37:36). ເຮົາ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ກະ​ຕັນ​ຍູ​ຕໍ່​ພອນ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຮົາ—ແລະ ມີ​ໃຈ​ເພື່ອ​ແຜ່​ໃນ​ການ​ແບ່ງ​ປັນ​ພອນ​ເຫລົ່າ​ນັ້ນ (ເບິ່ງ ໂມ​ໄຊ​ຢາ 2:21–24; 4:16–21). ຜ່ານ​ທາງ​ການ​ອະ​ທິ​ຖານ ແລະ ການ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ ແລະ ເຮັດ​ໃຫ້​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ.

ເຊັ່ນ​ດຽວ​ກັບ​ພຣະ​ບັນ​ຍັດ​ຂໍ້​ອື່ນໆ, ພຣະ​ບັນ​ຍັດ​ທີ່​ຈະ​ຮັກ​ພຣະ​ເຈົ້າ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ. ສິ່ງ​ທີ່​ເຮົາ​ຮັກ ກຳ​ນົດ​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ. ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ ກຳ​ນົດ​ສິ່ງ​ທີ່​ເຮົາ​ຄິດ ແລະ ເຮັດ. ແລະ ສິ່ງ​ທີ່​ເຮົາ​ຄິດ ແລະ ເຮັດ ກຳ​ນົດ​ຜູ້​ທີ່​ເຮົາ​ເປັນ—ແລະ ຜູ້​ທີ່​ເຮົາ​ຈະ​ກາຍ​ເປັນ.

ຮັກ​ຄົນ​ອື່ນ

ການ​ຮັກ​ຄົນ​ອື່ນ​ເປັນ​ສ່ວນ​ເສີມ​ຂອງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ຮັກ​ຄົນ​ອື່ນ (ເບິ່ງ, ຍົກ​ຕົວ​ຢ່າງ, ລູ​ກາ 10:25–37 ແລະ ມັດ​ທາຍ 25:31–46). ເຮົາ​ເອື້ອມ​ອອກ​ໄປ ແລະ ຕ້ອນ​ຮັບ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ໃຈ ແລະ ຊີ​ວິດ​ຂອງ​ເຮົາ. ເຮົາ​ຮັກ​ໂດຍ​ການ​ຮັບ​ໃຊ້—ໂດຍ​ການ​ມອບ​ຕົວ​ເອງ​ເຖິງ​ແມ່ນ​ໃນ​ທາງ​ເລັກໆ​ນ້ອຍໆ. ເຮົາ​ຮັກ​ຄົນ​ອື່ນ​ໂດຍ​ການ​ໃຊ້​ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ ເພື່ອ​ເປັນ​ພອນ​ໃຫ້​ເຂົາ​ເຈົ້າ.

ການ​ຮັກ​ຄົນ​ອື່ນ​ແມ່ນ​ລວມ​ທັງ​ການ​ມີ​ຄວາມ​ອົດ​ທົນ, ມີ​ເມດ​ຕາ, ແລະ ຊື່​ສັດ. ມັນ​ລວມ​ທັງ​ການ​ໃຫ້​ອະ​ໄພ​ຢ່າງ​ສະ​ບາຍ. ມັນ​ໝາຍ​ເຖິງ​ການ​ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ດ້ວຍ​ຄວາມ​ເຄົາ​ລົບ.

ເມື່ອ​ເຮົາ​ຮັກ​ຄົນ​ໃດ​ຄົນ​ໜຶ່ງ, ເຮົາ ແລະ ບຸກ​ຄົນ​ນັ້ນ​ໄດ້​ຮັບ​ພອນ. ຫົວ​ໃຈ​ຂອງ​ເຮົາ​ເຕີບ​ໂຕ, ຊີ​ວິດ​ຂອງ​ເຮົາ​ກັບ​ມາ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ, ແລະ ຄວາມ​ຊື່ນ​ຊົມ​ຂອງ​ເຮົາ​ກໍ​ເພີ່ມ​ຂຶ້ນ.

ພອນ​ຕ່າງໆ

ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ຂໍ້—ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ—ເປັນ​ຮາກ​ຖານ​ຂອງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ (ເບິ່ງ ມັດ​ທາຍ 22:40). ເມື່ອ​ເຮົາ​ຮັກ​ພຣະ​ເຈົ້າ​ກ່ອນ, ແລະ ຮັກ​ຄົນ​ອື່ນ​ເຊັ່ນ​ກັນ, ທຸກ​ສິ່ງ​ໃນ​ຊີ​ວິດ​ຂອງ​ເຮົາ​ຈະ​ເຂົ້າ​ທີ່​ເຂົ້າ​ທາງ​ຂອງ​ມັນ​ເອງ. ຄວາມ​ຮັກ​ນີ້​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທັດ​ສະ​ນະ​ຂອງ​ເຮົາ, ການ​ໃຊ້​ເວ​ລາ​ຂອງ​ເຮົາ, ຄວາມ​ສົນ​ໃຈ​ທີ່​ເຮົາ​ສະ​ແຫວງ​ຫາ, ແລະ ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຕິດ​ຕາມ​ສາດ​ສະ​ດາ

ພຣະ​ເຈົ້າ​ເອີ້ນ​ສາດ​ສະ​ດາ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ພຣະ​ອົງ​ເປີດ​ເຜີຍ​ຄວາມ​ຈິງ ແລະ ໃຫ້​ການ​ນຳ​ພາ ແລະ ຄຳ​ເຕືອນ.

ພຣະ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ​ຄົນ​ທຳ​ອິດ​ຂອງ​ຍຸກ​ສຸດ​ທ້າຍ (ເບິ່ງ ບົດ​ຮຽນ​ທີ 1). ຜູ້​ສືບ​ທອດ​ຈາກ​ໂຈ​ເຊັບ ສະ​ມິດ ກໍ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ເຊັ່ນ​ກັນ ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ລວມ​ທັງ​ສາດ​ສະ​ດາ​ທີ່​ນຳ​ພາ​ໃນ​ທຸກ​ວັນ​ນີ້. ເຮົາ​ຄວນ​ມີ​ຄວາມ​ໝັ້ນ​ໃຈ​ເຖິງ​ການ​ເອີ້ນ​ຈາກ​ສະ​ຫວັນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ.

ຄຳ​ສອນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່ ເປັນ​ສະ​ໝໍ​ຂອງ​ຄວາມ​ຈິງ​ນິ​ລັນ​ດອນ ຢູ່​ໃນ​ໂລກ​ທີ່​ຄຸນ​ຄ່າ​ປ່ຽນ​ແປງ​ນີ້. ເມື່ອ​ເຮົາ​ຕິດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ຄວາມ​ສັບ​ສົນ ແລະ ຄວາມ​ຂັດ​ແຍ້ງ​ຂອງ​ໂລກ​ຈະ​ບໍ່​ຄອບ​ງຳ​ເຮົາ. ເຮົາ​ຈະ​ພົບ​ຄວາມ​ສຸກ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ນີ້ ແລະ ໄດ້​ຮັບ​ການ​ນຳ​ພາ​ສຳ​ລັບ​ການ​ເດີນ​ທາງ​ນິ​ລັນ​ດອນ​ສ່ວນ​ນີ້​ຂອງ​ເຮົາ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮັກ​ສາ​ພຣະ​ບັນ​ຍັດ​ສິບ​ປະ​ການ

ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ບັນ​ຍັດ​ສິບ​ປະ​ການ​ແກ່​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ຊື່​ໂມ​ເຊ ເພື່ອ​ນຳ​ພາ​ຜູ້​ຄົນ​ຂອງ​ເພິ່ນ. ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໃຊ້​ໄດ້​ຫລາຍ ເທົ່າ​ກັບ​ໃນ​ສະ​ໄໝ​ຂອງ​ເຮົາ. ພວກ​ເພິ່ນ​ສິດ​ສອນ​ເຮົາ​ໃຫ້​ນະ​ມັດ​ສະ​ການ ແລະ ສະ​ແດງ​ຄວາມ​ຄາ​ລະ​ວະ​ຕໍ່​ພຣະ​ເຈົ້າ. ພວກ​ເພິ່ນ​ຍັງ​ສິດ​ສອນ​ເຖິງ​ວິ​ທີ​ການ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ນຳ​ອີກ.

  • “ຢ່າ​ນະ​ມັດ​ສະ​ການ​ພະ​ອື່ນ​ນອກ​ຈາກ​ເຮົາ” (ອົບ​ພະ​ຍົບ 20:3). “ພະ” ອື່ນ​ສາ​ມາດ​ລວມ​ທັງ​ຫລາຍ​ສິ່ງ, ດັ່ງ​ເຊັ່ນ​ການ​ຄອບ​ຄອງ, ອຳ​ນາດ, ແລະ ຊື່​ສຽງ.

  • “ຢ່າ​ສ້າງ​ຮູບ​ເຄົາ​ລົບ​ຢ່າງ​ໃດ​ຢ່າງ​ໜຶ່ງ​ສຳ​ລັບ​ຕົນ” (ອົບ​ພະ​ຍົບ 20:4).

  • “ຢ່າ​ໃຊ້​ຊື່​ຂອງ​ເຮົາ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ ເພາະ​ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ” (ອົບ​ພະ​ຍົບ 20:7).

  • “ຈົ່ງ​ຖື​ວັນ​ຊະ​ບາ​ໂຕ, ແລະ ຍຶດ​ຖື​ໄວ້​ເປັນ​ວັນ​ສັກ​ສິດ” (ອົບ​ພະ​ຍົບ 20:8).

  • “ຈົ່ງ​ໃຫ້​ກຽດ​ພໍ່​ແມ່​ຂອງ​ເຈົ້າ” (ອົບ​ພະ​ຍົບ 20:12).

  • “ຢ່າ​ຂ້າ​ຄົນ” (ອົບ​ພະ​ຍົບ 20:13).

  • “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ” (ອົບ​ພະ​ຍົບ 20:14).

  • “ຢ່າ​ລັກ” (ອົບ​ພະ​ຍົບ 20:15).

  • “ຢ່າ​ເປັນ​ພະ​ຍານບໍ່​ຈິງ​ຕໍ່​ສູ້​ເພື່ອນ​ບ້ານ” (ອົບ​ພະ​ຍົບ 20:16).

  • “ຢ່າ​ໂລບ” (ອົບ​ພະ​ຍົບ 20:17).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ເຈ່ຍ​ຜູ້​ຍິງ

ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ

ກົດ​ພົມ​ມະ​ຈັນ​ແມ່ນ​ສ່ວນ​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ. ຄວາມ​ໃກ້​ຊິດ​ທາງ​ເພດ​ລະ​ຫວ່າງ​ສາ​ມີ​ພັນ​ລະ​ຍາ​ແມ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ເພື່ອ​ການ​ສ້າງ​ລູກ ແລະ ເພື່ອ​ສະ​ແດງ​ຄວາມ​ຮັກ​ໃນ​ຊີ​ວິດ​ແຕ່ງ​ງານ. ຄວາມ​ໃກ້​ຊິດ ແລະ ພະ​ລັງ​ໃນ​ການ​ສ້າງ​ຊີ​ວິດ​ມະ​ນຸດ​ນີ້ ມີ​ໄວ້​ເພື່ອ​ຄວາມ​ສວຍ​ງາມ ແລະ ສັກ​ສິດ.

ກົດ​ພົມ​ມະ​ຈັນ​ຂອງ​ພຣະ​ເຈົ້າ​ແມ່ນ​ການ​ລະ​ເວັ້ນ​ຈາກ​ການ​ມີ​ເພດ​ສຳ​ພັນ​ນອກ​ການ​ແຕ່ງ​ງານ​ທາງ​ກົດ​ໝາຍ ລະ​ຫວ່າງ​ຊາຍ​ຄົນ​ໜຶ່ງ​ກັບ​ຍິງ​ຄົນ​ໜຶ່ງ. ກົດ​ນີ້​ຍັງ​ໝາຍ​ເຖິງ​ການ​ມີ​ຄວາມ​ຊື່​ສັດ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ຄູ່​ຄອງ​ຫລັງ​ຈາກ​ແຕ່ງ​ງານ​ນຳ​ອີກ.

ເພື່ອ​ຊ່ວຍ​ເຮົາ​ຮັກ​ສາ​ກົດ​ພົມ​ມະ​ຈັນ, ສາດ​ສະ​ດາ​ໄດ້​ເຕືອນ​ເຮົາ​ໃຫ້​ສະ​ອາດ​ໃນ​ຄວາມ​ຄິດ ແລະ ຄຳ​ເວົ້າ​ຂອງ​ເຮົາ. ເຮົາ​ຄວນ​ຫລີກ​ເວັ້ນ​ຈາກ​ຮູບ​ພາບ​ລາ​ມົກ​ໃນ​ທຸກ​ຮູບ​ແບບ. ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ພົມ​ມະ​ຈັນ, ເຮົາ​ຄວນ​ສຸ​ພາບ​ຮຽບ​ຮ້ອຍ​ໃນ​ການ​ປະ​ພຶດ ແລະ ການ​ປະ​ກົດ​ຕົວ​ຂອງ​ເຮົາ.

ຜູ້​ສະ​ໝັກ​ຮັບ​ບັບ​ຕິ​ສະ​ມາ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ.

ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ

ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ, ການ​ລະ​ເມີດ​ກົດ​ພົມ​ມະ​ຈັນ​ແມ່ນ​ຮ້າຍ​ແຮງ​ຫລາຍ (ເບິ່ງ ອົບ​ພະ​ຍົບ 20:14; ເອ​ເຟ​ໂຊ 5:3). ມັນ​ເປັນ​ການ​ໃຊ້​ອຳ​ນາດ​ສັກ​ສິດ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເພື່ອ​ສ້າງ​ຊີ​ວິດ​ໃນ​ທາງ​ທີ່​ຜິດ. ແຕ່​ພຣະ​ອົງ​ຍັງ​ຮັກ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ຜິດ​ກົດ​ນີ້​ກໍ​ຕາມ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ກັບ​ໃຈ ແລະ ສະ​ອາດ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຄວາມ​ສິ້ນ​ຫວັງ​ຂອງ​ບາບ​ສາ​ມາດ​ຖືກ​ທົດ​ແທນ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ​ອັນ​ຫວານ​ຊື່ນ​ຈາກ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43).

ພອນ​ຕ່າງໆ

ພຣະ​ເຈົ້າ​ໄດ້​ປະ​ທານ​ກົດ​ພົມ​ມະ​ຈັນ​ໃຫ້ ເພື່ອ​ເປັນ​ພອນ​ແກ່​ເຮົາ ແລະ ລູກໆ​ທາງ​ວິນ​ຍານ​ທີ່​ພຣະ​ອົງ​ໄດ້​ສົ່ງ​ມາ​ສູ່​ໂລກ. ການ​ເຊື່ອ​ຟັງ​ກົດ​ນີ້​ຈຳ​ເປັນ​ຕໍ່​ຄວາມ​ສະ​ຫງົບ​ສ່ວນ​ຕົວ ແລະ ການ​ມີ​ຄວາມ​ຮັກ, ຄວາມ​ໄວ້​ວາງ​ໃຈ, ແລະ ຄວາມ​ສາ​ມັກ​ຄີ​ໃນ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ.

ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ, ເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ສິ່ງ​ອັນ​ຕະ​ລາຍ​ທາງ​ວິນ​ຍານ ທີ່​ມາ​ຈາກ​ຄວາມ​ໃກ້​ຊິດ​ທາງ​ເພດນອກ​ການ​ແຕ່ງ​ງານ. ເຮົາ​ຈະ​ຫລີກ​ລ້ຽງ​ຈາກ​ບັນ​ຫາ​ທາງ​ອາ​ລົມ ແລະ ທາງ​ຮ່າງ​ກາຍ​ນຳ​ອີກ ທີ່​ມັກ​ມາ​ພ້ອມ​ກັບ​ຄວາມ​ສຳ​ພັນ​ດັ່ງ​ກ່າວ. ເຮົາ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45). ເຮົາ​ຈະ​ເປີດ​ຮັບ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ເຮົາ​ຈະ​ພ້ອມ​ຫລາຍ​ຂຶ້ນ​ໃນ​ການ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ໃນ​ພຣະ​ວິ​ຫານ ທີ່​ເຮັດ​ໃຫ້​ຄອບ​ຄົວ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຊົ່ວ​ນິ​ລັນ​ດອນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮັກ​ສາ​ກົດ​ສ່ວນ​ສິບ

ສິດ​ທິ​ພິ​ເສດ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ໂອ​ກາດ​ທີ່​ຈະ​ຈ່າຍ​ສ່ວນ​ສິບ. ເມື່ອ​ເຮົາ​ຈ່າຍ​ສ່ວນ​ສິບ, ເຮົາ​ຊ່ວຍ​ໃຫ້​ວຽກ​ງານ​ຂອງ​ພຣະ​ເຈົ້າ​ດຳ​ເນີນ​ໄປ​ໜ້າ ແລະ ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ກົດ​ສ່ວນ​ສິບ​ມີ​ຕົ້ນ​ກຳ​ເນີດ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ. ຍົກ​ຕົວ​ຢ່າງ, ສາດ​ສະ​ດາ​ອັບ​ຣາ​ຮາມ​ໄດ້​ຈ່າຍ​ສ່ວນ​ສິບ​ຂອງ​ທຸກ​ສິ່ງ​ທີ່​ເພິ່ນ​ຄອບ​ຄອງ (ເບິ່ງ ແອວ​ມາ 13:15; ປະ​ຖົມ​ມະ​ການ 14:18–20).

ຄຳ​ວ່າ ສ່ວນ​ສິບ ຕາມ​ຈິງ​ແລ້ວ​ໝາຍ​ເຖິງ​ໜຶ່ງ​ສ່ວນ​ສິບ. ເມື່ອ​ເຮົາ​ຈ່າຍ​ສ່ວນ​ສິບ, ເຮົາ​ບໍ​ລິ​ຈາກ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ຮັບ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119:3–4; ລາຍ​ໄດ້ ກໍ​ເຂົ້າ​ໃຈ​ວ່າ​ໝາຍ​ເຖິງ​ລາຍ​ຮັບ​ເຊັ່ນ​ກັນ). ທັງ​ໝົດ​ທີ່​ເຮົາ​ມີ​ແມ່ນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ເມື່ອ​ເຮົາ​ຈ່າຍ​ສ່ວນ​ສິບ, ເຮົາ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ອົງ ໂດຍ​ການ​ສົ່ງ​ຄືນ​ພາກ​ສ່ວນ​ໜຶ່ງ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຮົາ.

ການ​ຈ່າຍ​ສ່ວນ​ສິບ​ເປັນ​ການ​ສະ​ແດງ​ເຖິງ​ສັດ​ທາ. ມັນ​ຍັງ​ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ໃຫ້​ກຽດ​ແກ່​ພຣະ​ເຈົ້າ​ນຳ​ອີກ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ເຮົາ​ຄວນ “ສະ​ແຫວງ​ຫາ … ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກ່ອນ​ສິ່ງ​ອື່ນ​ໝົດ” (ມັດ​ທາຍ 6:33), ແລະ ສ່ວນ​ສິບ​ເປັນ​ວິ​ທີ​ຂອງ​ການ​ເຮັດ​ແນວ​ນັ້ນ.

ຮູບ​ພາບ
ເງິນ​ຂອງ​ແມ່​ໝ້າຍ, ໂດຍ ແຊນ​ດຣາ ແຣສຕ໌

ການ​ໃຊ້​ເງິນ​ທຶນ​ສ່ວນ​ສິບ

ເງິນ​ສ່ວນ​ສິບ​ແມ່ນ​ສັກ​ສິດ. ເຮົາ​ມອບ​ເງິນ​ສ່ວນ​ສິບ​ໃຫ້​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ, ຫລື ໃນ​ຫລາຍໆ​ດ້ານ ເຮົາ​ຈ່າຍ​ທາງ​ອອນ​ລາຍ. ເມື່ອ​ຝ່າຍ​ອະ​ທິ​ການ​ຮັບ​ເອົາ​ເງິນ​ສ່ວນ​ສິບ, ພວກ​ເພິ່ນ​ຈະ​ສົ່ງ​ມັນ​ໄປ​ໃຫ້​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ.

ສະ​ພາ​ປະ​ກອບ​ດ້ວຍ​ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ ຈະ​ກຳ​ນົດ​ວິ​ທີ​ໃຊ້​ເງິນ​ທຶນ​ສ່ວນ​ສິບ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 120:1). ການ​ໃຊ້​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ການ​ສ້າງ ແລະ ການ​ບຳ​ລຸງ​ຮັກ​ສາ​ພຣະ​ວິ​ຫານ ແລະ ອາ​ຄານ​ປະ​ຊຸມ.

  • ການ​ແປ ແລະ ການ​ຈັດ​ພິມ​ພຣະ​ຄຳ​ພີ.

  • ການ​ສະ​ໜັບ​ສະ​ໜູນ​ກິດ​ຈະ​ກຳ ແລະ ການ​ດຳ​ເນີນ​ງານ​ໃນ​ບ່ອນ​ຊຸມ​ນຸມ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ.

  • ການ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ເຜີຍ​ແຜ່​ຕະ​ຫລອດ​ທົ່ວ​ໂລກ.

  • ການ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ.

  • ການ​ໃຫ້​ທຶນ​ແກ່​ໂຮງ​ຮຽນ ແລະ ການ​ສຶກ​ສາ.

ເງິນ​ສ່ວນ​ສິບ​ບໍ່​ໄດ້​ຖືກ​ໃຊ້​ເພື່ອ​ຈ່າຍ​ໃຫ້​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ. ພວກ​ເພິ່ນ​ຮັບ​ໃຊ້​ດ້ວຍ​ຄວາມ​ສະ​ໝັກ​ໃຈ ໂດຍ​ບໍ່​ຮັບ​ຄ່າ​ຈ້າງ​ໃດໆ.

ພອນ​ຕ່າງໆ

ເມື່ອ​ເຮົາ​ຈ່າຍ​ເງິນ​ສ່ວນ​ສິບ, ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ປະ​ທານ​ພອນ​ອັນ​ຍິ່ງ​ໃຫຍ່ ຫລາຍ​ກວ່າ​ສິ່ງ​ທີ່​ເຮົາ​ມອບ​ໃຫ້. ພຣະ​ອົງ​ຈະ “ໄຂ … ປະ​ຕູ​ສະ​ຫວັນ, ແລະ ຖອກ​ເທ … ພຣະ​ພອນ​ທຸກໆ​ຊະ​ນິດ​ລົງ​ມາ​ຍັງ​ພວກ​ເຈົ້າ​ຢ່າງ​ເຕັມ​ບໍ​ລິ​ບູນ” (ມາ​ລາ​ກີ 3:10; ເບິ່ງ ຂໍ້​ທີ 7–12). ພອນ​ເຫລົ່າ​ນີ້​ອາດ​ເປັນ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ໂລກ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ເຊື່ອ​ຟັງ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

ກົດ​ແຫ່ງ​ສຸ​ຂະ​ພາບ​ຂອງ​ພຣະ​ເຈົ້າ

ຮ່າງ​ກາຍ​ຂອງ​ເຮົາ​ເປັນ​ຂອງ​ປະ​ທານ​ສັກ​ສິດ​ຈາກ​ພຣະ​ເຈົ້າ. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ການ​ຮ່າງ​ກາຍ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ຮ່າງ​ກາຍ​ຂອງ​ເຮົາ​ມີ​ຄວາມ​ສຳ​ຄັນ​ຫລາຍ ຈົນ​ພຣະ​ຄຳ​ພີ​ປຽບ​ທຽບ​ຮ່າງ​ກາຍ​ກັບ​ພຣະ​ວິ​ຫານ (ເບິ່ງ 1 ໂກ​ຣິນ​ໂທ 6:19–20).

ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ປະ​ຕິ​ບັດ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ​ດ້ວຍ​ຄວາມ​ເຄົາ​ລົບ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ນີ້, ພຣະ​ອົງ​ໄດ້​ເປີດ​ເຜີຍ​ກົດ​ແຫ່ງ​ສຸ​ຂະ​ພາບ​ທີ່​ເອີ້ນ​ວ່າ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ. ການ​ເປີດ​ເຜີຍ​ນີ້ ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ບໍ​ລິ​ໂພກ​ອາ​ຫານ​ທີ່​ດີ​ຕໍ່​ສຸ​ຂະ​ພາບ ແລະ ບໍ່​​ໃຊ້​ສານ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ—ໂດຍ​ສະ​ເພາະ​ເຫລົ້າ, ຢາ​ດູດ, ແລະ ເຄື່ອງ​ດື່ມ​ຮ້ອນ (ໝາຍ​ເຖິງ​ນ້ຳ​ຊາ ແລະ ກາ​ເຟ).

ໃນ​ຄວາມ​ໝາຍ​ຂອງ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ສາດ​ສະ​ດາ​ສະ​ໄໝ​ໃໝ່​ໄດ້​ເຕືອນ​ບໍ່​ໃຫ້​ໃຊ້​ສານ​ອື່ນໆ​ທີ່​ເປັນ​ອັນ​ຕະ​ລາຍ, ຜິດ​ກົດ​ໝາຍ, ຫລື ຕິດ​ແສດ. ສາດ​ສະ​ດາ​ກໍ​ຍັງ​ເຕືອນ​ບໍ່​ໃຫ້​ໃຊ້ຢາ​ທີ່​ໝໍ​ສັ່ງ​ໃນ​ທາງ​ທີ່​ຜິດ​ເຊັ່ນ​ກັນ. (ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ​ຈະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ສານ​ອື່ນ​ໃດ​ໃນ​ພູ​ມີ​ພາກ​ເຂດ​ຂອງ​ທ່ານ ທີ່​ບໍ່​ຄວນ​ໃຊ້.)

ພອນ​ຕ່າງໆ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ໃຫ້ ເພື່ອ​ຄວາມ​ຜາ​ສຸກ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ຂອງ​ເຮົາ. ພຣະ​ອົງ​ສັນ​ຍາ​ພອນ​ອັນ​ຍິ່ງ​ໃຫຍ່ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ນີ້. ພອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ ສຸ​ຂະ​ພາບ, ປັນ​ຍາ, ຂຸມ​ຊັບ​ແຫ່ງ​ຄວາມ​ຮູ້ ແລະ ການ​ປົກ​ປ້ອງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:18–21).

ການ​ເຊື່ອ​ຟັງ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ຈະ​ຊ່ວຍ​ໃຫ້​ເຮົາ​ເປີດ​ຮັບ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຖິງ​ແມ່ນ​ວ່າ ເຮົາ​ທຸກ​ຄົນ​ປະ​ສົບ​ກັບ​ການ​ທ້າ​ທາຍ​ທາງ​ສຸ​ຂະ​ພາບ, ການ​ເຊື່ອ​ຟັງ​ຕໍ່​ກົດ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ມີສຸ​ຂະ​ພາບ​ດີ​ຂຶ້ນ​ທາງ​ດ້ານ​ຮ່າງ​ກາຍ, ຈິດ​ໃຈ, ແລະ ວິນ​ຍານ.

ຜູ້​ສະ​ໝັກ​ຮັບ​ບັບ​ຕິ​ສະ​ມາ​ຕ້ອງ​ເຊື່ອ​ຟັງ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ.

ສຳ​ລັບ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ຊ່ວຍ​ຜູ້​ຄົນ​ທີ່​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ກັບ​ການ​ຕິດ​ແສດ, ໃຫ້​ເບິ່ງ ບົດ​ທີ 10.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ

ວັນ​ພັກ​ຜ່ອນ ແລະ ນະ​ມັດ​ສະ​ການ

ວັນ​ຊະ​ບາ​ໂ​ຕ​ເປັນ​ວັນ​ສັກ​ສິດ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໄວ້​ໃຫ້​ເຮົາ​ທຸກ​ອາ​ທິດ ເພື່ອ​ພັກ​ຜ່ອນ​ຈາກ​ການ​ທຳ​ງານ​ປະ​ຈຳ​ວັນ ແລະ ນະ​ມັດ​ສະ​ການ​ພຣະ​ອົງ. ໜຶ່ງ​ໃນ​ພຣະ​ບັນ​ຍັດ​ສິບ​ປະ​ການ​ທີ່​ໄດ້​ມອບ​ໃຫ້​ແກ່​ໂມ​ເຊ ແມ່ນ​ການ “ຖື​ວັນ​ຊະ​ບາ​ໂຕ, ແລະ ຍຶດ​ຖື​ໄວ້​ເປັນ​ວັນ​ສັກ​ສິດ” (ອົບ​ພະ​ຍົບ 20:8; ເບິ່ງ ຂໍ້​ທີ 9–11 ນຳ​ອີກ).

ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ວ່າ ວັນ​ຊະ​ບາ​ໂຕ “ຄື​ມື້​ທີ່​ກຳ​ນົດ​ໄວ້​ໃຫ້​ເຈົ້າ​ເພື່ອ​ພັກ​ຜ່ອນ​ຈາກ​ວຽກ​ງານ​ຂອງ​ເຈົ້າ, ແລະ ເພື່ອ​ສະແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:10). ພຣະ​ອົງ​ຍັງ​ໄດ້​ກ່າວ​ວ່າ ວັນ​ຊະ​ບາ​ໂຕ​ຄວນ​ເປັນ​ວັນ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ, ການ​ອະ​ທິ​ຖານ, ແລະ ການ​ຂອບ​ພຣະ​ໄທ (ເບິ່ງ ຂໍ້​ທີ 14–15).

ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ, ເຮົາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ອາ​ທິດ. ໃນ​ກອງ​ປະ​ຊຸມ​ນີ້, ເຮົາ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ແລະ ສະ​ແດງ​ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ. ພິ​ທີ​ການ​ຂອງ​ສິນ​ລະ​ລຶກ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ຖື​ປະ​ຕິ​ບັດ​ວັນ​ຊະ​ບາ​ໂຕ.

ຢູ່​ທີ່​ໂບດ​ເຮົາ​ກໍ​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ທີ່​ເຮົາ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ສັດ​ທາ​ຂອງ​ເຮົາ​ເຕີບ​ໂຕ​ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ນຳ​ກັນ. ຄວາມ​ຮັກ​ຂອງ​ເຮົາ​ເຕີບ​ໂຕ​ເມື່ອ​ເຮົາ​ຮັບ​ໃຊ້ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ.

ນອກ​ເໜືອ​ຈາກ​ການ​ພັກ​ຜ່ອນ​ຈາກ​ການ​ທຳ​ງານ​ໃນ​ວັນ​ຊະ​ບາ​ໂຕ​ແລ້ວ, ເຮົາ​ຄວນ​ຫລີກ​ເວັ້ນ​ຈາກ​ການ​ໄປ​ຊື້​ສິ່ງ​ຂອງ ແລະ ການ​ເຮັດ​ກິດ​ຈະ​ກຳ​ອື່ນໆ ທີ່​ຈະ​ເຮັດ​ໃຫ້​ຮູ້​ສຶກ​ຄື​ກັບ​ວັນ​ທຳ​ມະ​ດາ. ເຮົາ​ປະ​ຖິ້ມ​ກິດ​ຈະ​ກຳ​ຂອງ​ໂລກ ແລະ ສຸມ​ໃສ່​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ​ໃນ​ເລື່ອງ​ທາງວິນ​ຍານ.

ວັນ​ແຫ່ງ​ການ​ເຮັດ​ຄວາມ​ດີ

ການ​ເຮັດ​ຄວາມ​ດີ​ໃນ​ວັນ​ຊະ​ບາ​ໂຕ​ມີ​ຄວາມ​ສຳ​ຄັນ​ພໍໆ​ເທົ່າ​ກັບ​ສິ່ງ​ທີ່​ເຮົາ​ຫລີກ​ເວັ້ນ​ທີ່​ຈະ​ເຮັດ ເພື່ອ​ຮັກ​ສາ​ມັນ​ໃຫ້​ສັກ​ສິດ. ເຮົາ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ເສີມ​ສ້າງ​ສັດ​ທາ, ສ້າງ​ຄວາມ​ສຳ​ພັນ, ໃຫ້​ການ​ຮັບ​ໃຊ້, ແລະ ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ອື່ນໆ​ທີ່​ຍົກ​ລະ​ດັບ​ຈິດ​ໃຈ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ.

ຮູບ​ພາບ
ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພອນ​ຕ່າງໆ

ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ເປັນ​ການ​ສະ​ແດງ​ອອກ​ເຖິງ​ການ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ເຮັດ​ກິດ​ຈະ​ກຳ​ວັນ​ຊະ​ບາ​ໂຕ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ວັນ​ນັ້ນ, ເຮົາ​ຈະ​ຮູ້​ສຶກ​ຊື່ນ​ຊົມ ແລະ ສະ​ຫງົບ. ເຮົາ​ຈະ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ຝ່າຍ​ວິນ​ຍານ ແລະ ຟື້ນ​ຟູ​ຮ່າງ​ກາຍ. ເຮົາ​ຍັງ​ຈະ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ ແລະ ມີ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ. ເຮົາ​ຈະ​ຮັກ​ສາ​ຕົວ​ເອງ​ຢ່າງ​ເຕັມ​ທີ່​ເພື່ອ “ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9). ວັນ​ຊະ​ບາ​ໂຕ​ຈະ​ກາຍ​ເປັນ​ວັນ​ທີ່ “ຊື່ນ​ຊົມ​ຍິນ​ດີ” (ເອ​ຊາ​ຢາ 58:13; ເບິ່ງ ຂໍ້​ທີ 14 ນຳ​ອີກ).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ເຊື່ອ​ຟັງ ແລະ ເຄົາ​ລົບ​ກົດ​ໝາຍ

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ໃນ​ການ​ເຊື່ອ​ຟັງ​ກົດ​ໝາຍ ແລະ ເປັນ​ພົນ​ລະ​ເມືອງ​ດີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:12). ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ຮັບ​ໃຊ້ ເພື່ອ​ພັດ​ທະ​ນາ​ຊຸມ​ຊົນ ແລະ ປະ​ເທດ​ຊາດ​ຂອງ​ຕົນ. ເຂົາ​ເຈົ້າ​ຍັງ​ຖືກ​ຊຸກ​ຍູ້​ໃຫ້​ເປັນ​ຜູ້​ມີ​ອິດ​ທິ​ພົນ​ຕໍ່​ຄຸນ​ຄ່າ​ທາງ​ດ້ານ​ສິນ​ທຳ​ອັນ​ດີ ໃນ​ສັງ​ຄົມ ແລະ ລັດ​ຖະ​ບານ​ນຳ​ອີກ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ທາງ​ລັດ​ຖະ​ບານ ແລະ ການ​ເມືອງ​ຕາມ​ກົດ​ໝາຍ. ສະ​ມາ​ຊິກ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ລັດ​ຖະ​ບານ ເຮັດ​ໜ້າ​ທີ່​ໃນ​ຖາ​ນະ​ພົນ​ລະ​ເມືອງ​ທີ່​ເປັນ​ຫ່ວງ, ບໍ່​ແມ່ນ​ຕົວ​ແທນ​ຂອງ​ສາດ​ສະ​ໜາ​ຈັກ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ກິດ​ຈະ​ກຳ​ການ​ເມືອງ ແລະ ພົນ​ລະ​ເຮືອນ” ໃນ​ພາກ​ທີ 38.8 ຂອງ ຄູ່​ມື​ທົ່ວ​ໄປ

  • Gospel Topics: “Citizenship

ຮູບ​ພາບ
ຜູ້​ເປັນ​ໃຫຍ່​ໃນ​ອາ​ນາ​ຈັກ​ສະ​ຫວັນ, ໂດຍ ເຈ ເຄີກ ຣິ​ເຈີດສ໌

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ

ການ​ຮັບ​ໃຊ້

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຮັບ​ໃຊ້​ຄົນ​ອື່ນ. ການ​ຮັບ​ໃຊ້​ຄົນ​ອື່ນ​ເປັນ​ວິ​ທີ​ຫລັກ​ວິ​ທີ​ໜຶ່ງ​ທີ່​ເຮົາ​ຮັບ​ໃຊ້​ພຣະ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 2:17). ສາດ​ສະ​ດາ​ແອວ​ມາ​ໄດ້​ສິດ​ສອນ​ຜູ້​ທີ່​ປາດ​ຖະ​ໜາ​ຈະ​ຮັບ​ບັບ​ຕິ​ສະ​ມາ​ວ່າ ພວກ​ເຂົາ​ຄວນ “ເຕັມ​ໃຈ​ທີ່​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, … ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ … , ແລະ ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ” (ໂມ​ໄຊ​ຢາ 18:8–9).

ບໍ່​ດົນ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ, ຕາມ​ປົກ​ກະ​ຕິ​ແລ້ວ ສະ​ມາ​ຊິກ​ໃໝ່​ຈະ​ຮັບ​ເອົາ​ການ​ເອີ້ນ​ເພື່ອ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ. ການ​ເອີ້ນ​ເຫລົ່າ​ນີ້​ແມ່ນ​ອາ​ສາ​ສະ​ໝັກ ແລະ ບໍ່​ມີ​ເງິນ​ເດືອນ. ເມື່ອ​ເຮົາ​ຮັບ​ເອົາ​​ມັນ ແລະ ຮັບ​ໃຊ້​ຢ່າງ​ພາກ​ພຽນ, ເຮົາ​ຈະ​ເຕີບ​ໂຕ​ໃນ​ສັດ​ທາ, ພັດ​ທະ​ນາ​ພອນ​ສະ​ຫວັນ, ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ສ່ວນ​ໜຶ່ງ​ອີກ​ຂອງ​ການ​ຮັບ​ໃຊ້​ຂອງ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ການ​ເປັນ “ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ” ຫລື “ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.” ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້, ເຮົາ​ຮັບ​ໃຊ້​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ເຮົາ​ໄດ້​ຮັບ​ມອບ​ໝາຍ.

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຊອກ​ຫາ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ໃນ​ແຕ່​ລະ​ມື້. ຄື​ກັນ​ກັບ​ພຣະ​ອົງ, ເຮົາ​ໄປ “ເຮັດ​ຄຸນ​ງາມ​ຄວາມ​ດີ” (ກິດ​ຈະ​ການ 10:38). ເຮົາ​ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ເຮົາ ແລະ ຄົນ​ອື່ນໆ​ໃນ​ຊຸມ​ຊົມ​ຂອງ​ເຮົາ. ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ໂອ​ກາດ​ຮັບ​ໃຊ້​ຜ່ານ​ທາງ JustServe ເມື່ອ​ເປັນ​ໄປ​ໄດ້. ເຮົາ​ສາ​ມາດ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເວົ້າ

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ໃນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ, ເຮົາ​ສັນ​ຍາ​ວ່າ​ຈະ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 18:9). ວິ​ທີ​ໜຶ່ງ​ທີ່​ເຮົາ​ຢືນ​ເປັນ​ພະ​ຍານ​ແມ່ນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ເປັນ​ການ​ຮັບ​ໃຊ້​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15–16). ມັນ​ເປັນ​ການ​ສະ​ແດງ​ອອກ​ທີ່​ມີ​ພະ​ລັງ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ.

ເມື່ອ​ເຮົາ​ປະ​ສົບ​ກັບ​ພອນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ຕາມ​ທຳ​ມະ​ຊາດ ເຮົາ​ຢາກ​ແບ່ງ​ປັນ​ພອນ​ເຫລົ່າ​ນັ້ນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ຄົນ​ທີ່​ເຮົາ​ຮູ້​ຈັກ ມັກ​ມີ​ຄວາມ​ສົນ​ໃຈ ເມື່ອ​ເຮົາ​ວາງ​ຕົວ​ຢ່າງ​ທີ່​ຊື່​ສັດ ແລະ ເຂົາ​ເຈົ້າ​ເຫັນ​ວ່າ ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ. ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ທາງ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ (ເບິ່ງ ຄູ່​ມື​ທົ່ວ​ໄປ, ບົດ​ທີ 23).

ເຮົາ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມີ​ສ່ວນ​ຮ່ວມ​ກັບ​ເຮົາ ໃນ​ກິດ​ຈະ​ກຳ​ຮັບ​ໃຊ້, ກິດ​ຈະ​ກຳ​ໃນ​ຊຸມ​ຊົນ, ກິດ​ຈະ​ກຳ​ພັກ​ຜ່ອນ, ແລະ ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໄປ​ຮ່ວມ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ຫລື ພິ​ທີ​ຮັບ​ບັບ​ຕິ​ສະ​ມາ. ເຮົາ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເບິ່ງ​ວິ​ດີ​ໂອ​ອອນ​ລາຍ ທີ່​ອະ​ທິ​ບາຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຫລື ໄປ​ທ່ຽວ​ຊົມ​ງານ​ເປີດ​ພຣະ​ວິ​ຫານ. ມີ​ຄຳ​ເຊື້ອ​ເຊີນ​ຫລາຍ​ຮ້ອຍ​ຄຳ​ທີ່​ເຮົາ​ສາ​ມາດ​ສະ​ເໜີ. ສ່ວນ​ຫລາຍ, ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ໝາຍ​ເຖິງ​ການ​ລວມ​ຄອບ​ຄົວ​ຂອງ​ເຮົາ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ເຮົາ ເຂົ້າ​ໃນ​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ແລ້ວ.

ຖ້າ​ເຮົາ​ທູນ​ຂໍ, ພຣະ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ບອກ​ຄົນ​ອື່ນ​ວ່າ ມັນ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ການ​ແບ່ງ​ປັນ, ແລະ ການ​ເຊື້ອ​ເຊີນ, ໃຫ້​ເບິ່ງ “ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ສະ​ມາ​ຊິກ” ໃນ ບົດ​ທີ 9.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ

ພຣະ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ກົດ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ ເພື່ອ​ເປັນ​ວິ​ທີ​ໃຫ້​ເຮົາ​ພັດ​ທະ​ນາ​ຄວາມ​ເຂັ້ມ​ແຂງ​ທາງວິນ​ຍານ ແລະ ເພື່ອ​ຊ່ວຍ​ຄົນ​ຂັດ​ສົນ.

ການ​ຖື​ສິນ​ອົດ​ເຂົ້າ​ໝາຍ​ເຖິງ​ການ​ບໍ່​ກິນ​ອາ​ຫານ ແລະ ເຄື່ອງ​ດື່ມ​ຊົ່ວ​ໄລ​ຍະ​ໜຶ່ງ. ຕາມ​ປົກ​ກະ​ຕິ​ແລ້ວ ສາດ​ສະ​ໜາ​ຈັກ​ໄດ້​ກຳ​ນົດ​ເອົາ​ວັນ​ອາ​ທິດ​ທຳ​ອິດ​ຂອງ​ທຸກໆ​ເດືອນ ຖື​ເປັນ​ວັນ​ຖື​ສິນ​ອົດ​ເຂົ້າ. ຕາມ​ປົກ​ກະ​ຕິ​ແລ້ວ ວັນ​ຖື​ສິນ​ອົດ​ເຂົ້າ​ແມ່ນ​ລວມ​ທັງ​ການ​ບໍ່​ກິນ​ອາ​ຫານ ແລະ ເຄື່ອງ​ດື່ມ​ເປັນ​ເວ​ລາ 24 ຊົ່ວ​ໂມງ ຖ້າ​ຫາກ​ຮ່າງ​ກາຍ​ຂອງ​ເຮົາ​ສາ​ມາດ. ສ່ວນ​ສຳ​ຄັນ​ຂອງວັນ​ອາ​ທິດ​ຖື​ສິນ​ອົດ​ເຂົ້າ​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ ແລະ ການ​ສະ​ແດງ​ປະ​ຈັກ​ພະ​ຍານ. ເຮົາ​ຖືກ​ຊຸກ​ຍູ້​ໃຫ້​ຖື​ສິນ​ອົດ​ເຂົ້າ​ໃນ​ຊ່ວງ​ເວ​ລາ​ອື່ນ​ນຳ​ອີກ ເມື່ອ​ເຮົາ​ຮູ້​ສຶກ​​ເຖິງ​ຄວາມ​ຈຳ​ເປັນ.

ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ

ການ​ຖື​ສິນ​ອົດ​ເຂົ້າ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຖ່ອມ​ຕົວ, ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ, ແລະ ຮູ້​ສຶກ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ທາງ​ວິນ​ຍານ. ກ່ອນ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຖື​ສິນ​ອົດ​ເຂົ້າ (ເບິ່ງ ມັດ​ທາຍ 4:1–2). ພຣະ​ຄຳ​ພີ​ບັນ​ທຶກ​ເລື່ອງ​ລາວ​ຫລາຍ​ຢ່າງ​ກ່ຽວ​ກັບ​ສາດ​ສະ​ດາ ແລະ ຄົນ​ອື່ນໆ​ທີ່​ໄດ້​ຖື​ສິນ​ອົດ​ເຂົ້າ ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ເພີ່ມ​ພູນ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ແລະ ສະ​ແຫວງ​ຫາ​ພອນ​ພິ​ເສດ​ສຳ​ລັບ​ຕົວ​ເອງ ຫລື ຄົນ​ອື່ນ.

ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ​ເປັນ​ຂອງ​ຄູ່​ກັນ. ເມື່ອ​ເຮົາ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ດ້ວຍ​ສັດ​ທາ, ເຮົາ​ຈະ​ພ້ອມ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຫລາຍ​ຂຶ້ນ. ເຮົາ​ຍັງ​ເປີດ​ກວ້າງ​ຫລາຍ​ຂຶ້ນ​ໃນ​ການ​ຮັບ​ຮູ້​ຄວາມ​ຈິງ ແລະ ເຂົ້າ​ໃຈ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ການ​ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ

ເມື່ອ​ເຮົາ​ຖື​ສິນ​ອົດ​ເຂົ້າ, ເຮົາ​ບໍ​ລິ​ຈາກ​ເງິນ​ໃຫ້​ສາດ​ສະ​ໜາ​ຈັກ ເພື່ອ​ຊ່ວຍ​ເຫລືອ​ຜູ້​ຄົນ​ທີ່​ຂັດ​ສົນ. ສິ່ງ​ນີ້​ເອີ້ນ​ວ່າ ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ. ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ບໍ​ລິ​ຈາກ​ຢ່າງ​ໜ້ອຍ​ເທົ່າ​ກັບ​ຄ່າ​ອາ​ຫານ​ທີ່​ບໍ່​ໄດ້​ກິນ. ເຮົາ​ຖືກ​ຊຸກ​ຍູ້​ໃຫ້​ໃຈ​ກວ້າງ ແລະ ໃຫ້​ຫລາຍ​ກວ່າ​ຄ່າ​ອາ​ຫານ​ເຫລົ່າ​ນີ້ ຖ້າ​ຫາກ​ເຮົາ​ເຮັດ​ໄດ້. ການ​ມອບ​ເງິນ​ບໍ​ລິ​ຈາກ​ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ.

ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ​ຖືກ​ນຳ​ໃຊ້​ເພື່ອ​ຈັດ​ຫາ​ອາ​ຫານ ແລະ ສິ່ງ​ຂອງ​ຈຳ​ເປັນ​ອື່ນໆ​ໃຫ້​ກັບ​ຜູ້​ຄົນ​ທີ່​ຂັດ​ສົນ, ທັງ​ໃນ​ປະ​ເທດ ແລະ ທົ່ວ​ໂລກ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ບໍ​ລິ​ຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ, ໃຫ້​ເບິ່ງ “ການ​ບໍ​ລິ​ຈາກ​ສ່ວນ​ສິບ ແລະ ການ​ບໍ​ລິ​ຈາກ​ອື່ນໆ” ໃນ​ບົດ​ຮຽນ​ນີ້.

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ຖື​ສິນ​ອົດ​ເຂົ້າ

ການ​ດູ​ແລ​ຄົນ​ຂັດ​ສົນ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຄອບ​ຄົວ​ຢູ່ນອກ​ພຣະ​ວິ​ຫານ

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ທີ່​ຈະ “ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ” ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2 ນີ​ໄຟ 31:20; ເບິ່ງ ໂມ​ໄຊ​ຢາ 18:13 ນຳ​ອີກ). ເຮົາ​ພະ​ຍາ​ຍາມ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ.

ນີ​ໄຟ ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອະ​ທິ​ບາຍ​ວ່າ ການ​ບັບ​ຕິ​ສະ​ມາ​ເປັນ​ປະ​ຕູ ຊຶ່ງ​ໂດຍ​ທາງ​ປະ​ຕູນັ້ນ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ (ເບິ່ງ 2 ນີ​ໄຟ 31:17). ຫລັງ​ຈາກ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ສືບ​ຕໍ່ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ” (2 ນີ​ໄຟ 31:20).

ຂະ​ນະ​ທີ່​ເຮົາ “ມຸ້ງ​ໜ້າ” ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ເຮົາ​ກະ​ກຽມ​ທີ່​ຈະ​ໄປ​ພຣະ​ວິ​ຫານ. ຢູ່​ທີ່​ນັ້ນ ເຮົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ເມື່ອ​ເຮົາ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ. ໃນ​ພຣະ​ວິ​ຫານ, ເຮົາ​ຈະ​ໄດ້​ຮັບ​ອຳ​ນາດ ແລະ ສາ​ມາດ​ຖືກ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ ຈະ​ເປີດ​ປະ​ຕູ​ໃຫ້​ທຸກ​ສິດ​ອຳ​ນາດ​ທາງ​ວິນ​ຍານ ແລະ ພອນ​ທີ່​ພຣະ​ເຈົ້າ​ມີ​ໃຫ້​ສຳ​ລັບ​ເຮົາ.

ເມື່ອ​ເຮົາ​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຊື່​ສັດ, ໃນ​ທີ່​ສຸດ​ເຮົາ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ—ຂອງ​ປະ​ທານ​ແຫ່ງ​ການ​ມີ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ 2 ນີ​ໄຟ 31:20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7).

ສ່ວນ​ດັ່ງ​ຕໍ່​ໄປ​ນີ້ ອະ​ທິ​ບາຍ​ທັດ​ສະ​ນະ​ບາງ​ຢ່າງ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້ ເພື່ອ​ຊ່ວຍ​ໃຫ້​ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ—ແລະ ພົບ​ຄວາມ​ຊື່ນ​ຊົມ​ໃນ​ນັ້ນ.

ຖາ​ນະ​ປະ​ໂລ​ຫິດ ແລະ ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ

ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ. ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ “ເພື່ອ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ” ຂອງ​ລູກໆ​ຂອງ​ພຣະ​ອົງ (ໂມ​ເຊ 1:39). ພຣະ​ເຈົ້າ​ປະ​ທານ​ສິດ​ອຳ​ນາດ ແລະ ອຳ​ນາດ​ໃຫ້​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເພື່ອ​ຊ່ວຍ​ເຮັດ​ວຽກ​ງານ​ນີ້.

ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ. ພິ​ທີ​ການ​ເຊັ່ນ ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ ໄດ້​ຮັບ​ໂດຍ​ຜ່ານ​ທາງ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ. ເຮົາ​ກໍ​ໄດ້​ຮັບ​ພອນ​ແຫ່ງ​ການ​ປິ່ນ​ປົວ, ການ​ປອບ​ໂຍນ, ແລະ ການ​ຊີ້​ນຳ​ຄື​ກັນ.

ຖາ​ນະ​ປະ​ໂລ​ຫິດ ແລະ ການ​ເປັນ​ຜູ້​ນຳ ແລະ ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ

ສາດ​ສະ​ໜາ​ຈັກ​ຖືກ​ນຳ​ພາ​ໂດຍ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ. ຜູ້​ນຳ​ເຫລົ່າ​ນີ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ແລະ ໄດ້​ຮັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ໃຫ້​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ສະ​ໄໝ​ບູ​ຮານ, ພຣະ​ຄຣິດ​ໄດ້​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແບບ​ດຽວ​ກັນ​ນີ້ ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ຊຶ່ງ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຫລັງ​ຈາກ​ພຣະ​ອົງ​ໄດ້​ຂຶ້ນ​ສູ່​ສະ​ຫວັນ. ໃນ​ທີ່​ສຸດ​ສິດ​ອຳ​ນາດ​ນັ້ນ​ໄດ້​ສູນ​ຫາຍ​ໄປ ເມື່ອ​ຜູ້​ຄົນ​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ ແລະ ອັກ​ຄະ​ສາ​ວົກ​ໄດ້​ຕາຍ​ໄປ.

ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ໃນ​ປີ 1829 ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຄືນ​ອີກ ພ້ອມ​ດ້ວຍ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ. (ເບິ່ງ ບົດ​ຮຽນ​ທີ 1.)

ໃນ​ລະ​ດັບ​ທ້ອງ​ຖິ່ນ, ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ມີ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ນຳ​ພາ​ບ່ອນ​ຊຸມ​ນຸມ​ຂອງ​ສາດ​ສະ​ໜາ​ຈັກ.

ເມື່ອ​ຊາຍ ແລະ ຍິງ​ໄດ້​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃນ​ສາດ​ສະ​ໜາ​ຈັກ, ເຂົາ​ເຈົ້າ​ຖືກມອບ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ​ໃຫ້ ເພື່ອ​ກະ​ທຳ​ໃນ​ການ​ເອີ້ນ​ນັ້ນ. ສິດ​ອຳ​ນາດ​ນີ້​ຖືກ​ມອບ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ, ຜູ້​ນຳ, ແລະ ຄົນ​ອື່ນໆ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຖືກ​ປົດ​ຈາກ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ. ມັນ​ຖືກມອບ​ໃຫ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ຖືກ​ໃຊ້​ພຽງ​ແຕ່​ໃນ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–46). ສິດ​ອຳ​ນາດ​ນີ້​ເປັນ​ຄວາມ​ໄວ້​ວາງ​ໃຈ​ອັນ​ສັກ​ສິດ ໃນ​ການ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ມັນ​ມີ​ໄວ້​ເພື່ອ​ເປັນ​ພອນ ແລະ ຮັບ​ໃຊ້​ຄົນ​ອື່ນ​ສະ​ເໝີ.

ຮູບ​ພາບ
ຊາຍ​ໜຸ່ມ​ຢູ່​ໃນ​ໂຮງ​ຮຽນ​ວັນ​ອາ​ທິດ

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ໃນ​ສາດ​ສະ​ໜາ​ຈັກ, ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ລວມ​ທັງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ ຖືກ​ມອບ​ໃຫ້​ສະ​ມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຂອງ​ສາດ​ສະ​ໜາ​ຈັກ. ຫລັງ​ຈາກ​ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເໝາະ​ສົມ​ແລ້ວ, ບຸກ​ຄົນ​ນັ້ນ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ, ດັ່ງ​ເຊັ່ນ ມັກ​ຄະ​ນາ​ຍົກ ຫລື ແອວ​ເດີ. ລາວ​ຈະ​ຖືກ​ແຕ່ງ​ຕັ້ງ​ໂດຍ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ​ສິດ​ອຳ​ນາດ​ທີ່​ຈຳ​ເປັນ.

ເມື່ອ​ຜູ້​ຊາຍ​ທີ່​ເປັນ​ຜູ້​ໃຫຍ່ ຫລື ຊາຍ​ໜຸ່ມ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ, ລາວ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ທີ່​ຈະ​ເຮັດ​ໜ້າ​ທີ່​ສັກ​ສິດ​ໃຫ້​ສຳ​ເລັດ, ຮັບ​ໃຊ້​ຄົນ​ອື່ນ, ແລະ ຊ່ວຍ​ສ້າງ​ສາ​ສາດ​ສະ​ໜາ​ຈັກ.

ຊາຍ​ໜຸ່ມ​ອາດ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ ເມື່ອ​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ. ພວກ​ເຂົາ​ອາດ​ຖືກ​ແຕ່ງ​ຕັ້ງ​ເປັນ​ຄູ​ສອນ ໃນ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 14 ປີ ແລະ ເປັນ​ປະ​ໂລ​ຫິດ​ໃນ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 16 ປີ. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ເປັນ​ຜູ້​ຊາຍ ທີ່​ມີ​ອາ​ຍຸ​ສູງ ອາດ​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ບໍ່​ດົນ​ຫລັງ​ຈາກ​ການ​ຮັບ​ບັບ​​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ປະ​ຕິ​ບັດ​ພິ​ທີ​ການ ດັ່ງ​ເຊັ່ນ ສິນ​ລະ​ລຶກ ແລະ ການ​ບັບ​ຕິ​ສະ​ມາ.

ຫລັງ​ຈາກ​ໄດ້​ຮັບ​ໃຊ້​ຊົ່ວ​ໄລ​ຍະ​ໜຶ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ ທີ່​ມີ​ອາ​ຍຸ​ຢ່າງ​ໜ້ອຍ 18 ປີ ອາດ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ. ຜູ້​ຊາຍ​ທີ່​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ດັ່ງ​ເຊັ່ນ ການ​ໃຫ້​ພອນ​ຂອງ​ການ​ປິ່ນ​ປົວ ແລະ ປອບ​ໂຍນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ

ເບິ່ງ ຄູ່​ມື​ທົ່ວ​ໄປ, 38.2.9.1, ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ມາ​ຊິກ​ໃໝ່​ຮັບ​ຖາ​ນະ​ປະ​ໂລ​ຫິດ.

ກຸ່ມ ແລະ ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ

ກຸ່ມ​ຖາ​ນະ​ປະ​ໂລ​ຫິດ. ກຸ່ມ ໝາຍ​ເຖິງ​ກຸ່ມ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ຈັດ​ຕັ້ງ. ແຕ່​ລະ​ຫວອດ​ມີ​ກຸ່ມ​ແອວ​ເດີ​ສຳ​ລັບ​ຜູ້​ຊາຍ​ທີ່​ເປັນ​ຜູ້​ໃຫຍ່. ກຸ່ມ​ມັກ​ຄະ​ນາ​ຍົກ, ກຸ່ມ​ຄູ​ສອນ, ແລະ ກຸ່ມ​ປະ​ໂລ​ຫິດ ແມ່ນ​ສຳ​ລັບ​ຊາຍ​ໜຸ່ມ.

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ແມ່ນ​ລວມ​ທັງ​ຜູ້​ຍິງ​ອາ​ຍຸ 18 ປີ​ຂຶ້ນ​ໄປ. ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ, ບຸກ​ຄົນ, ແລະ ຊຸມ​ຊົນ.

ກຸ່ມ​ຍິງ​ໜຸ່ມ. ຍິງ​ໜຸ່ມ​ເຂົ້າ​ຮ່ວມ​ອົງ​ການ​ຍິງ​ໜຸ່ມ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສິດ​ສອນ​ຫ້ອງ​ຮຽນ

ປະ​ຖົມ​ໄວ. ເດັກ​ນ້ອຍ​ອາ​ຍຸ 3 ປີ​ຫາ 11 ປີ ເປັນ​ພາກ​ສ່ວນ​ຂອງ​ອົງ​ການ​ປະ​ຖົມ​ໄວ.

ໂຮງ​ຮຽນ​ວັນ​ອາ​ທິດ. ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ​ທຸກ​ຄົນ​ເຂົ້າ​ຮ່ວມ​ໂຮງ​ຮຽນ​ວັນ​ອາ​ທິດ, ບ່ອນ​ທີ່​ເຂົາ​ເຈົ້າ​ພົບ​ກັນ​ເພື່ອ​ສຶກ​ສາ​ພຣະ​ຄຳ​ພີ​ນຳ​ກັນ.

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ, ບົດ​ທີ 3.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ກຸ່ມ ແລະ ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ, ບົດ​ທີ 8–13.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ຄູ່​ມື​ທົ່ວ​ໄປ, ບົດ​ທີ 3: “ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ

  • Gospel Topics: “Aaronic Priesthood,” “Melchizedek Priesthood,” “Priesthood

ການ​ແຕ່ງ​ງານ ແລະ ຄອບ​ຄົວ

ການ​ແຕ່ງ​ງານ

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ. ມັນ​ເປັນ​ຈຸດ​ໃຈ​ກາງ​ໃນ​ແຜນ​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ.

ການ​ຢູ່​ຮ່ວມ​ກັນ​ຂອງ​ສາ​ມີ ແລະ ພັນ​ລະ​ຍາ​ຄວນ​ເປັນ​ຄວາມ​ສຳ​ພັນ​ທາງ​ໂລກ​ທີ່​ເຂົາ​ເຈົ້າ​ທະ​ນຸ​ຖະ​ໜອມ​ຫລາຍ​ທີ່​ສຸດ. ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ ທີ່​ຈະ​ຈົງ​ຮັກ​ພັກ​ດີ​ຕໍ່​ກັນ​ແລະ​ກັນ ແລະ ຊື່​ສັດ​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ແຕ່ງ​ງານ.

ສາ​ມີ ແລະ ພັນ​ລະ​ຍາ​ແມ່ນ​ເທົ່າ​ທຽມ​ກັນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ. ຜູ້​ໜຶ່ງ​ບໍ່​ຢູ່​ເໜືອ​ອີກ​ຜູ້​ໜຶ່ງ. ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ຄວນ​ຈະ​ເຮັດ​ໃນ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ຮັກ, ດ້ວຍ​ການ​ມີ​ສ່ວນ​ຮ່ວມ​ເຕັມ​ທີ່​ຂອງ​ທັງ​ສອງ.

ເມື່ອ​ສາ​ມີ ແລະ ພັນ​ລະ​ຍາ​ຮັກ​ກັນ​ແລະ​ກັນ ແລະ ເຮັດ​ວຽກ​ງານ​ນຳ​ກັນ, ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ສາ​ມາດ​ກາຍ​ເປັນ​ແຫລ່ງ​ຂອງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໄດ້. ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ກັນ​ແລະ​ກັນ ແລະ ຊ່ວຍ​ລູກໆ​ຂອງ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ຄອບ​ຄົວ

ເຊັ່ນ​ດຽວ​ກັບ​ການ​ແຕ່ງ​ງານ, ຄອບ​ຄົວ​ໄດ້​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ແລະ ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ. ຄອບ​ຄົວ​ຂອງ​ເຮົາ​ມັກ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພໍ່​ແມ່​ສິດ​ສອນ​ລູກໆ​ຂອງ​ຕົນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ຕົວ​ຢ່າງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ. ຄອບ​ຄົວ​ເປີດ​ໂອ​ກາດ​ໃຫ້​ເຮົາ​ຮັກ ແລະ ຮັບ​ໃຊ້​ກັນ​ແລະ​ກັນ.

ພໍ່​ແມ່​ຄວນ​ເຮັດ​ໃຫ້​ຄອບ​ຄົວ​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ແລກ. ມັນ​ເປັນ​ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ສຳ​ລັບ​ພໍ່​ແມ່ ທີ່​ຈະ​ເບິ່ງ​ແຍງ​ລູກໆ​ທີ່​ເຂົາ​ເຈົ້າ​ສາ​ມາດ​ມີ​ເອງ ຫລື ຮັບ​ມາ​ເປັນ​ລູກ​ບຸນ​ທຳ.

ທຸກ​ຄອບ​ຄົວ​ມີ​ການ​ທ້າ​ທາຍ. ເມື່ອ​ເຮົາ​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ການ​ທ້າ​ທາຍ​ຂອງ​ຄອບ​ຄົວ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້ ແລະ ເຕີບ​ໂຕ. ບາງ​ເທື່ອ​ການ​ທ້າ​ທາຍ​ເຫລົ່າ​ນີ້​ຊ່ວຍ​ເຮົາ​ຮຽນ​ຮູ້​ທີ່​ຈະ​ກັບ​ໃຈ ແລະ ໃຫ້​ອະ​ໄພ.

ຮູບ​ພາບ
ພໍ່​ກຳ​ລັງ​ສິດ​ສອນ​ຄອບ​ຄົວ

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ຈັດ​ການ​ສັງ​ສັນ​ໃນ​ຕອນ​ແລງ​ທຸກ​ອາ​ທິດ. ພໍ່​ແມ່​ໃຊ້​ເວ​ລາ​ນີ້​ເພື່ອ​ສິດ​ສອນ​ລູກໆ​ຂອງ​ຕົນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ, ແລະ ມີ​ຄວາມ​ມ່ວນ​ຊື່ນ​ນຳ​ກັນ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຍັງ​ໄດ້​ອອກ​ໃບ​ປະ​ກາດ ທີ່​ສິດ​ສອນ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຄອບ​ຄົວ​ນຳ​ອີກ (ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org).

ວິ​ທີ​ອື່ນໆ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ແມ່ນ​ລວມ​ທັງ ການ​ອະ​ທິ​ຖານ​ເປັນ​ຄອບ​ຄົວ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ນະ​ມັດ​ສະ​ການ​ນຳ​ກັນ​ຢູ່​ທີ່​ໂບດ. ເຮົາ​ຍັງ​ສາ​ມາດ​ຄົ້ນ​ຄວ້າ​ປະ​ຫວັດ​ຄອບ​ຄົວ, ຮວບ​ຮວມ​ເລື່ອງ​ຄອບ​ຄົວ, ແລະ ຮັບ​ໃຊ້​ຄົນ​ອື່ນ​ນຳ​ອີກ.

ຫລາຍ​ຄົນ​ມີ​ໂອ​ກາດ​ຈຳ​ກັດ​ໃນ​ການ​ແຕ່ງ​ງານ ຫລື ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ. ຫລາຍ​ຄົນ​ໄດ້​ປະ​ສົບ​ກັບ​ການ​ຢ່າ​ຮ້າງ ແລະ ສະ​ພາບ​ຄອບ​ຄົວ​ທີ່​ຫຍຸ້ງ​ຍາກ​ອື່ນໆ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ເຮົາ​ເປັນ​ສ່ວນ​ຕົວ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ຄອບ​ຄົວ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ເມື່ອ​ເຮົາ​ຊື່​ສັດ, ພຣະ​ເຈົ້າ​ຈະ​ຈັດ​ຫາ​ຫົນ​ທາງ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ມີ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ, ບໍ່​ວ່າ​ໃນ​ຊີ​ວິດ​ນີ້ ຫລື ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ແຕ່ງ​ງານ

ຄອບ​ຄົວ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ຄູ່​ມື​ພຣະ​ຄຳ​ພີ: “ຄອບ​ຄົວ,” “ແຕ່ງ​ງານ, ການ​ແຕ່ງ​ງານ

  • ຄູ່​ມື​ທົ່ວ​ໄປ, ບົດ​ທີ 2: “ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

  • Gospel Topics: “Marriage,” “Family,” “Parenting

ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ທີ່​ເສຍ​ຊີ​ວິດ​ແລ້ວ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ ແລະ ປາດ​ຖະ​ໜາ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ແຕ່​ຜູ້​ຄົນ​ຫລາຍ​ພັນ​ລ້ານ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ​ໂດຍ​ບໍ່​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຫລື ໄດ້​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ. ພິ​ທີ​ການ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ຜູ້​ຊາຍ, ຂອງ​ປະ​ທານ​ສັກ​ສິດ​ຂອງ​ພຣະ​ວິ​ຫານ, ແລະ ການ​ແຕ່ງ​ງານ​ນິ​ລັນ​ດອນ.

ຜ່ານ​ທາງ​ພຣະ​ຄຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫາ​ທາງ​ໜຶ່ງ​ອີກ​ສຳ​ລັບ​ຜູ້​ຄົນ​ເຫລົ່າ​ນີ້ ເພື່ອ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ​ຂອງ​ມັນ. ໃນ​ໂລກ​ວິນ​ຍານ, ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ໃຫ້​ກັບ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໂດຍ​ບໍ່​ໄດ້​ຮັບ​ມັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138). ໃນ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ເສຍ​ຊີ​ວິດ ແລະ ຄົນ​ອື່ນໆ​ໄດ້. ຜູ້​ລ່ວງ​ລັບ​ເຫລົ່າ​ນີ້​ທີ່​ອາ​ໄສ​ຢູ່​ໂລກ​ວິນ​ຍານ​ສາ​ມາດ​ຮັບ​ເອົາ ຫລື ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ​ທີ່​ປະ​ຕິ​ບັດ​ເພື່ອ​ເຂົາ​ເຈົ້າ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ກ່ອນ​ເຮົາ​ຈະ​ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ເຫລົ່າ​ນີ້, ເຮົາ​ຕ້ອງ​ລະ​ບຸ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ທີ່​ຍັງ​ບໍ່​ໄດ້​ຮັບ​ມັນ​ເທື່ອ. ການ​ລະ​ບຸ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຮັບ​ເອົາ​ພິ​ທີ​ການ​ເປັນ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ​ຂອງ​ເຮົາ. ເມື່ອ​ເຮົາ​ພົບ​ເຫັນ​ຂໍ້​ມູນ​ກ່ຽວ​ກັບ​ເຂົາ​ເຈົ້າ, ເຮົາ​ຈະ​ຕື່ມ​ມັນ​ໃສ່​ຖານ​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່ FamilySearch.org. ແລ້ວ​ເຮົາ (ຫລື ຄົນ​ອື່ນ) ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ການ​ເພື່ອ​ເຂົາ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ.

ເມື່ອ​ເຮົາ​ລະ​ບຸ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ພິ​ທີ​ການ​ເພື່ອ​ເຂົາ​ເຈົ້າ, ຄອບ​ຄົວ​ຂອງ​ເຮົາ​ຈະ​ໄດ້​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ຄູ່​ມື​ທົ່ວ​ໄປ, ບົດ​ທີ 28: “ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ແລ້ວ

  • Gospel Topics: “Baptisms for the Dead,” “Family History

ພຣະ​ວິ​ຫານ, ຂອງ​ປະ​ທານ​ສັກ​ສິດ, ການ​ແຕ່ງ​ງານ​ນິ​ລັນ​ດອນ, ແລະ ຄອບ​ຄົວ​ນິ​ລັນ​ດອນ

ພຣະ​ວິ​ຫານ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ບ່ອນ​ທີ່​ເຮົາ​ສາ​ມາດ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ເມື່ອ​ເຮົາ​ຮັບ​ພິ​ທີ​ການ​ສັກ​ສິດ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ເຮົາ​ຈະ​ມີ​ພະ​ລັງ​ແຫ່ງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ສະ​ແດງ​ໃຫ້​ປະ​ຈັກ​ໃນ​ຊີ​ວິດ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–22; 109:22–23).

ຂອງ​ປະ​ທານ​ສັກ​ສິດ

ໜຶ່ງ​ໃນ​ພິ​ທີ​ການ​ທີ່​ເຮົາ​ຮັບ​ໃນ​ພຣະ​ວິ​ຫານ​ຖືກ​ເອີ້ນ​ວ່າ ຂອງ​ປະ​ທານ​ສັກ​ສິດ. ຄຳ​ວ່າ ຂອງ​ປະ​ທານ​ສັກ​ສິດ ໝາຍ​ເຖິງ “ຂອງ​ຂວັນ.” ຂອງ​ປະ​ທານ​ທີ່​ເປັນ​ຄວາມ​ຮູ້ ແລະ ພະ​ລັງ​ນີ້​ມາ​ຈາກ​ພຣະ​ເຈົ້າ. ລະ​ຫວ່າງ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ທີ່​ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ (ເບິ່ງ ບົດ​ທີ 1).

ຜູ້​ໃຫຍ່​ອາດ​ເໝາະ​ສົມ​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ເພື່ອ​ຕົວ​ເອງ ຫລັງ​ຈາກ​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ໜ້ອຍ​ໜຶ່ງ​ປີ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂອງ​ປະ​ທານ​ສັກ​ສິດ, ໃຫ້​ເບິ່ງ ຄູ່​ມື​ທົ່ວ​ໄປ, 27.2.

ການ​ແຕ່ງ​ງານ​ນິ​ລັນ​ດອນ ແລະ ຄອບ​ຄົວ​ນິ​ລັນ​ດອນ

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ຍືນ​ຍົງ​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ. ໃນ​ພຣະ​ວິ​ຫານ​ເຮົາ​ສາ​ມາດ​ແຕ່ງ​ງານ​ເພື່ອ​ການ​ເວ​ລາ ແລະ ເພື່ອ​ນິ​ລັນ​ດອນ​ໄດ້. ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ.

ຫລັງ​ຈາກ​ຄູ່​ແຕ່ງ​ງານ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ, ເຂົາ​ເຈົ້າ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ ຫລື ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ. ລູກໆ​ຂອງ​ເຂົາ​ເຈົ້າ​ສາ​ມາດ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ເຂົາ​ເຈົ້າ.

ສາ​ມີ ແລະ ພັນ​ລະ​ຍາ​ຜູ້​ໄດ້​ຜະ​ນຶກ​ເຂົ້າ​ກັນ​ແລ້ວ​ໃນ​ພຣະ​ວິ​ຫານ ຈະ​ຕ້ອງ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ.

ຮູບ​ພາບ
ຄູ່​ຮັກ​ຍ່າງ​ໄປ​ຕາມ​ທາງ

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ຄູ່​ມື​ທົ່ວ​ໄປ, ບົດ​ທີ 27: “ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່

  • Gospel Topics: “Temples,” “Endowment,” “Marriage

  • temples.ChurchofJesusChrist.org

ພິມ