“ບົດທີ 3: ບົດຮຽນທີ 4—ການກາຍເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 3: ບົດຮຽນທີ 4,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 3: ບົດຮຽນທີ 4
ການກາຍເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດ
ການສິດສອນບົດຮຽນນີ້
ການບັບຕິສະມາເປັນພິທີການແຫ່ງຄວາມຫວັງທີ່ມີຄວາມສຸກ. ເມື່ອເຮົາຮັບບັບຕິສະມາ, ເຮົາສະແດງຄວາມປາດຖະໜາຂອງເຮົາທີ່ຈະຕິດຕາມພຣະເຈົ້າ ແລະ ເຂົ້າໄປໃນເສັ້ນທາງທີ່ນຳໄປສູ່ຊີວິດນິລັນດອນ. ເຮົາກໍຍັງສະແດງຄຳໝັ້ນສັນຍາວ່າ ຈະເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດນຳອີກ.
ບົດຮຽນນີ້ຖືກຈັດຕາມພັນທະສັນຍາທີ່ເຮົາໄດ້ເຮັດຕອນຮັບບັບຕິສະມາ. ມັນລວມທັງພາກຫລັກດັ່ງຕໍ່ໄປນີ້, ແຕ່ລະພາກມີພາກຍ່ອຍ:
-
ພັນທະສັນຍາຂອງເຮົາທີ່ຈະເຕັມໃຈຮັບພຣະນາມຂອງພຣະເຢຊູຄຣິດ
-
ພັນທະສັນຍາຂອງເຮົາທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ
-
ພັນທະສັນຍາຂອງເຮົາທີ່ຈະຮັບໃຊ້ພຣະເຈົ້າ ແລະ ຄົນອື່ນ
ຊ່ວຍໃຫ້ຜູ້ຄົນເຂົ້າໃຈວ່າ ຫລັກທຳ ແລະ ພຣະບັນຍັດທີ່ທ່ານສິດສອນ ເປັນສ່ວນໜຶ່ງຂອງພັນທະສັນຍາ ທີ່ເຂົາເຈົ້າຈະເຮັດໃນຕອນຮັບບັບຕິສະມາ. ສະແດງໃຫ້ເຂົາເຈົ້າເຫັນວ່າ ແຕ່ລະພາກສ່ວນຂອງບົດຮຽນນີ້ຈະຊ່ວຍເຂົາເຈົ້າໃຫ້ “ມາຫາພຣະຄຣິດ … ແລະ ຮັບສ່ວນຄວາມລອດຈາກພຣະອົງ” (ອອມໄນ 1:26; ເບິ່ງ 1 ນີໄຟ 15:14 ນຳອີກ).
ທ່ານຈະຕ້ອງການສິດສອນບົດຮຽນນີ້ໃນການຢ້ຽມຢາມຫລາຍຄັ້ງ. ໜ້ອຍຄັ້ງຈະຢ້ຽມສອນຫລາຍກວ່າ 30 ນາທີ. ຕາມປົກກະຕິແລ້ວ ມັນເປັນການດີທີ່ຈະຢ້ຽມສອນສັ້ນໆ, ເລື້ອຍໆທີ່ກວມເອົາສ່ວນນ້ອຍໆຂອງບົດຮຽນ.
ວາງແຜນວ່າທ່ານຈະສິດສອນຫຍັງ, ຈະສິດສອນເມື່ອໃດ, ແລະ ທ່ານຈະໃຊ້ເວລາຫລາຍເທົ່າໃດ. ພິຈາລະນາຄວາມຕ້ອງການຂອງຜູ້ຄົນທີ່ທ່ານກຳລັງສິດສອນ, ແລະ ສະແຫວງຫາການນຳພາຈາກພຣະວິນຍານ. ທ່ານສາມາດປັບຕົວງ່າຍເຂົ້າກັບການສິດສອນ ຕາມສິ່ງທີ່ຈະຊ່ວຍຜູ້ຄົນກຽມຮັບບັບຕິສະມາ ແລະ ການຢືນຢັນໄດ້ດີທີ່ສຸດ.
ບາງພາກໃນບົດຮຽນນີ້ແມ່ນລວມທັງຄຳເຊື້ອເຊີນສະເພາະ. ສະແຫວງຫາການດົນໃຈໃນການຕັດສິນໃຈວ່າ ຈະສະເໜີຄຳເຊື້ອເຊີນແນວໃດ ແລະ ເມື່ອໃດ. ໃຫ້ຄຳນຶງເຖິງລະດັບຄວາມເຂົ້າໃຈຂອງແຕ່ລະຄົນ. ຊ່ວຍເຂົາເຈົ້າດຳລົງຊີວິດຕາມພຣະກິດຕິຄຸນເທື່ອລະກ້າວ.
ພັນທະສັນຍາຂອງເຮົາທີ່ຈະເຕັມໃຈຮັບພຣະນາມຂອງພຣະເຢຊູຄຣິດ
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາທີ່ຈະຕິດຕາມພຣະເຢຊູຄຣິດ “ດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ.” ເຮົາກໍຍັງເປັນພະຍານວ່າ ເຮົາ “ເຕັມໃຈຮັບເອົາພຣະນາມຂອງພຣະຄຣິດ” ນຳອີກ (2 ນີໄຟ 31:13; ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:37 ນຳອີກ).
ໂດຍການຮັບເອົາພຣະນາມຂອງພຣະເຢຊູຄຣິດ ໝາຍຄວາມວ່າເຮົາລະນຶກເຖິງພຣະອົງ ແລະ ພະຍາຍາມດຳລົງຊີວິດໃນຖານະສານຸສິດຂອງພຣະອົງໄປຕະຫລອດຊີວິດ. ເຮົາປ່ອຍໃຫ້ຄວາມສະຫວ່າງຂອງພຣະອົງສ່ອງແສງຜ່ານເຮົາໄປຍັງຜູ້ອື່ນ. ເຮົາເບິ່ງຕົວເອງວ່າເປັນຂອງພຣະອົງ ແລະ ໃຫ້ພຣະອົງເປັນອັນດັບໜຶ່ງໃນຊີວິດຂອງເຮົາ.
ພາກດັ່ງຕໍ່ໄປນີ້ບັນຍາຍເຖິງສອງວິທີທີ່ເຮົາລະນຶກເຖິງ ແລະ ຕິດຕາມພຣະເຢຊູຄຣິດ.
ອະທິຖານເລື້ອຍໆ
ການອະທິຖານສາມາດເປັນການສົນທະນາທີ່ລຽບງ່າຍກັບພຣະບິດາເທິງສະຫວັນ ທີ່ມາຈາກໃຈ. ໃນການອະທິຖານ, ເຮົາເວົ້າກັບພຣະອົງຢ່າງເປີດເຜີຍ ແລະ ຊື່ສັດ. ເຮົາສະແດງຄວາມຮັກຕໍ່ພຣະອົງ ແລະ ກະຕັນຍູຕໍ່ພອນຂອງເຮົາ. ເຮົາຍັງຂໍຄວາມຊ່ວຍເຫລືອ, ການປົກປ້ອງ, ແລະ ການຊີ້ນຳ ນຳອີກ. ເມື່ອເຮົາປິດການອະທິຖານຂອງເຮົາ, ເຮົາຄວນໃຊ້ເວລາຢຸດບຶດໜຶ່ງ ແລະ ຟັງ.
ພຣະເຢຊູໄດ້ສິດສອນວ່າ, “ເຈົ້າຕ້ອງອະທິຖານຫາພຣະບິດາ ໃນນາມຂອງເຮົາ ສະເໝີ” (3 ນີໄຟ 18:19, ເນັ້ນຄຳເນີ້ງ; ເບິ່ງ ໂມເຊ 5:8 ນຳອີກ). ເມື່ອເຮົາອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ເຮົາລະນຶກເຖິງພຣະອົງ ແລະ ພຣະບິດາເທິງສະຫວັນ.
ພຣະເຢຊູໄດ້ເປັນຕົວຢ່າງໃຫ້ເຮົາເພື່ອເຮັດຕາມ ເມື່ອເຮົາອະທິຖານ. ເຮົາສາມາດຮຽນຮູ້ໄດ້ຫລາຍກ່ຽວກັບການອະທິຖານ ໂດຍການສຶກສາຄຳອະທິຖານຂອງພຣະຜູ້ຊ່ວຍໃຫ້ລອດ ຢູ່ໃນພຣະຄຳພີ (ເບິ່ງ ມັດທາຍ 6:9–13; ໂຢຮັນ 17).
ຄຳອະທິຖານຂອງເຮົາອາດຈະລວມທັງສ່ວນດັ່ງຕໍ່ໄປນີ້:
-
ເລີ່ມຕົ້ນໂດຍການເອີ່ຍພຣະນາມຂອງພຣະບິດາເທິງສະຫວັນ.
-
ສະແດງຄວາມຮູ້ສຶກຈາກໃຈຂອງເຮົາ, ດັ່ງເຊັ່ນຄວາມກະຕັນຍູສຳລັບພອນທີ່ເຮົາໄດ້ຮັບ.
-
ຖາມຄຳຖາມ, ສະແຫວງຫາການນຳພາ, ແລະ ທູນຂໍພອນ.
-
ຈົບດ້ວຍຄຳວ່າ, “ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.”
ພຣະຄຳພີເຕືອນໃຫ້ເຮົາອະທິຖານໃນຕອນເຊົ້າ ແລະ ຕອນແລງ. ເຖິງຢ່າງໃດກໍຕາມ, ເຮົາສາມາດອະທິຖານໄດ້ທຸກເວລາ ແລະ ໃນທຸກສະຖານທີ່. ສຳລັບການອະທິຖານສ່ວນຕົວ ແລະ ເປັນຄອບຄົວ, ມັນສາມາດມີຄວາມໝາຍທີ່ຈະຄຸເຂົ່າລົງ ເມື່ອເຮົາອະທິຖານ. ເຮົາຄວນມີຄຳອະທິຖານຢູ່ໃນໃຈສະເໝີ. (ເບິ່ງ ແອວມາ 34:27; 37:36–37; 3 ນີໄຟ 17:13; 19:16.)
ຄຳອະທິຖານຂອງເຮົາຄວນມີການໄຕ່ຕອງ ແລະ ຈາກໃຈ. ເມື່ອເຮົາອະທິຖານ, ເຮົາຄວນຫລີກເວັ້ນຈາກການເວົ້າສິ່ງດຽວກັນ ດ້ວຍວິທີເດີມ.
ເຮົາອະທິຖານດ້ວຍສັດທາ, ດ້ວຍຄວາມຈິງໃຈ, ແລະ ດ້ວຍເຈດຕະນາອັນແທ້ຈິງ ທີ່ຈະປະຕິບັດຕາມຄຳຕອບທີ່ເຮົາໄດ້ຮັບ. ເມື່ອເຮົາເຮັດສິ່ງນີ້, ພຣະເຈົ້າຈະນຳພາເຮົາ ແລະ ຊ່ວຍໃຫ້ເຮົາຕັດສິນໃຈທີ່ດີ. ເຮົາຈະຮູ້ສຶກໃກ້ຊິດກັບພຣະອົງຫລາຍຂຶ້ນ. ພຣະອົງຈະປະທານຄວາມເຂົ້າໃຈ ແລະ ຄວາມຈິງໃຫ້ເຮົາ. ພຣະອົງຈະອວຍພອນເຮົາດ້ວຍການປອບໂຍນ, ຄວາມສະຫງົບ, ແລະ ຄວາມເຂັ້ມແຂງ.
ສຶກສາພຣະຄຳພີ
ນີໄຟໄດ້ສິດສອນວ່າ, “ຈົ່ງຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ; ເພາະ [ມັນ] ຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ” (2 ນີໄຟ 32:3; ເບິ່ງ 31:20 ນຳອີກ).
ການສຶກສາພຣະຄຳພີເປັນວິທີສຳຄັນທີ່ຈະລະນຶກເຖິງ ແລະ ຕິດຕາມພຣະເຢຊູຄຣິດ. ໃນພຣະຄຳພີ ເຮົາຮຽນຮູ້ເຖິງພຣະຊົນຊີບ, ການປະຕິບັດສາດສະໜາກິດ, ແລະ ຄຳສອນຂອງພຣະອົງ. ເຮົາຍັງຮຽນຮູ້ເຖິງຄຳສັນຍາຂອງພຣະອົງນຳອີກ. ເມື່ອເຮົາອ່ານພຣະຄຳພີ, ເຮົາປະສົບກັບຄວາມຮັກຂອງພຣະອົງ. ຈິດວິນຍານຂອງເຮົາຂະຫຍາຍກວ້າງ, ສັດທາຂອງເຮົາໃນພຣະອົງເພີ່ມພູນ, ແລະ ຈິດໃຈຂອງເຮົາຮູ້ແຈ້ງ. ປະຈັກພະຍານຂອງເຮົາເຖິງພາລະກິດອັນສູງສົ່ງຂອງພຣະອົງກັບເຂັ້ມແຂງຂຶ້ນ.
ເຮົາລະນຶກເຖິງ ແລະ ຕິດຕາມພຣະເຢຊູ ເມື່ອເຮົານຳໃຊ້ພຣະຄຳຂອງພຣະອົງໃນຊີວິດຂອງເຮົາ. ເຮົາຄວນສຶກສາພຣະຄຳພີທຸກວັນ, ໂດຍສະເພາະພຣະຄຳພີມໍມອນ.
ພຣະຄຳພີຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ແກ່ ພຣະຄຣິສຕະທຳຄຳພີສັກສິດ, ພຣະຄຳພີມໍມອນ, ຄຳສອນ ແລະ ພັນທະສັນຍາ, ແລະ ໄຂ່ມຸກອັນລ້ຳຄ່າ. ພຣະຄຳພີເຫລົ່ານີ້ຍັງຖືກເອີ້ນວ່າ “ວຽກງານມາດຕະຖານ” ນຳອີກ.
ພັນທະສັນຍາຂອງເຮົາທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ
ໝາຍເຫດ: ມີຫລາຍວິທີທີ່ຈະສິດສອນພຣະບັນຍັດຢູ່ໃນພາກນີ້. ຍົກຕົວຢ່າງ, ທ່ານອາດຈະສິດສອນເຂົາເຈົ້າໃນການໄປຢ້ຽມຢາມສອງສາມຄັ້ງ. ຫລື ທ່ານສາມາດສິດສອນບາງສ່ວນ ເປັນສ່ວນໜຶ່ງຂອງສາມບົດຮຽນທຳອິດ. ເມື່ອສິດສອນພຣະບັນຍັດ, ຢ່າລືມເຊື່ອມໂຍງພັນທະສັນຍາໃສ່ກັບພັນທະສັນຍາແຫ່ງການບັບຕິສະມາ ແລະ ແຜນແຫ່ງຄວາມລອດ.
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາກັບພຣະເຈົ້າວ່າ ເຮົາຈະ “ຮັກສາພຣະບັນຍັດຂອງພຣະອົງ” (ໂມໄຊຢາ 18:10; ແອວມາ 7:15).
ພຣະເຈົ້າໄດ້ປະທານພຣະບັນຍັດໃຫ້ເຮົາ ເພາະພຣະອົງຮັກເຮົາ. ພຣະອົງຕ້ອງການສິ່ງທີ່ດີທີ່ສຸດສຳລັບເຮົາ, ທັງໃນເວລານີ້ ແລະ ໃນນິລັນດອນ. ໃນຖານະພຣະບິດາເທິງສະຫວັນຂອງເຮົາ, ພຣະອົງຮູ້ວ່າເຮົາຕ້ອງການຫຍັງສຳລັບຄວາມຜາສຸກທາງວິນຍານ ແລະ ທາງຮ່າງກາຍຂອງເຮົາ. ພຣະອົງຍັງຮູ້ວ່າສິ່ງໃດຈະນຳຄວາມສຸກອັນຍິ່ງໃຫຍ່ທີ່ສຸດມາໃຫ້ເຮົາ. ພຣະບັນຍັດແຕ່ລະຂໍ້ເປັນຂອງປະທານຈາກສະຫວັນ, ຖືກມອບໃຫ້ເພື່ອນຳພາໃນການຕັດສິນໃຈຂອງເຮົາ, ປົກປ້ອງເຮົາ, ແລະ ຊ່ວຍໃຫ້ເຮົາເຕີບໂຕ.
ເຫດຜົນໜຶ່ງທີ່ເຮົາໄດ້ມາສູ່ໂລກແມ່ນເພື່ອຮຽນຮູ້ ແລະ ເຕີບໂຕ ຜ່ານທາງການໃຊ້ອຳເພີໃຈຂອງເຮົາຢ່າງສະຫລາດ (ເບິ່ງ ອັບຣາຮາມ 3:25). ການເລືອກເຊື່ອຟັງພຣະບັນຍັດຂອງພຣະເຈົ້າ—ແລະ ກັບໃຈເມື່ອເຮົາເຮັດຜິດພາດ—ຊ່ວຍເຮົາໃຫ້ເດີນທາງໃນຊ່ວງມະຕະທີ່ທ້າທາຍເລື້ອຍໆນີ້ໄດ້.
ພຣະບັນຍັດຂອງພຣະເຈົ້າເປັນແຫລ່ງຂອງພະລັງ ແລະ ພອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 82:8–9). ໂດຍການຮັກສາພຣະບັນຍັດ, ເຮົາຮຽນຮູ້ວ່າ ມັນບໍ່ແມ່ນກົດທີ່ໜັກໜ່ວງ ທີ່ຈຳກັດອິດສະລະພາບຂອງເຮົາ. ເສລີພາບທີ່ແທ້ຈິງມາຈາກການເຊື່ອຟັງພຣະບັນຍັດ. ການເຊື່ອຟັງເປັນແຫລ່ງຂອງຄວາມເຂັ້ມແຂງ ທີ່ນຳຄວາມສະຫວ່າງ ແລະ ຄວາມຈິງມາໃຫ້ເຮົາ ຜ່ານທາງພຣະວິນຍານບໍລິສຸດ. ມັນນຳຄວາມສຸກຫລາຍຂຶ້ນມາໃຫ້ເຮົາ ແລະ ຊ່ວຍໃຫ້ເຮົາເອື້ອມເຖິງສັກກະຍະພາບອັນສູງສົ່ງຂອງເຮົາ ໃນຖານະລູກໆຂອງພຣະເຈົ້າ.
ພຣະເຈົ້າສັນຍາວ່າຈະອວຍພອນເຮົາ ເມື່ອເຮົາຮັກສາພຣະບັນຍັດຂອງພຣະອົງ. ພອນບາງຢ່າງແມ່ນສະເພາະເຈາະຈົງກັບພຣະບັນຍັດບາງຂໍ້. ພອນສູງສຸດຂອງພຣະອົງແມ່ນສັນຕິສຸກໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. (ເບິ່ງ ໂມໄຊຢາ 2:41; ແອວມາ 7:16; ຄຳສອນ ແລະ ພັນທະສັນຍາ 14:7; 59:23; 93:28; 130:20–21.)
ພອນຂອງພຣະເຈົ້າມີທັງທາງວິນຍານ ແລະ ທາງໂລກ. ໃນບາງຄັ້ງ, ເຮົາຕ້ອງອົດທົນໃນການລໍຖ້າມັນ, ໄວ້ວາງໃຈວ່າມັນຈະມາເຖິງອີງຕາມພຣະປະສົງ ແລະ ເວລາຂອງພຣະອົງ (ເບິ່ງ ໂມໄຊຢາ 7:33; ຄຳສອນ ແລະ ພັນທະສັນຍາ 88:68). ເພື່ອທີ່ຈະຫລິງເຫັນພອນບາງຢ່າງ, ເຮົາຕ້ອງເອົາໃຈໃສ່ ແລະ ຮູ້ຈັກສັງເກດທາງວິນຍານ. ນີ້ເປັນຄວາມຈິງໂດຍສະເພາະພອນທີ່ມາຈາກວິທີທີ່ລຽບງ່າຍ ແລະ ເບິ່ງຄືວ່າທຳມະດາ.
ພອນບາງຢ່າງອາດເຫັນໄດ້ຢ່າງຊັດເຈນເມື່ອເບິ່ງຢ້ອນກັບໄປ. ພອນອື່ນໆອາດບໍ່ມາເຖິງຈົນກວ່າຫລັງຈາກຊີວິດນີ້. ບໍ່ວ່າເວລາ ຫລື ລັກສະນະຂອງພອນຂອງພຣະເຈົ້າຈະເປັນແນວໃດກໍຕາມ, ເຮົາສາມາດໝັ້ນໃຈໄດ້ວ່າ ມັນຈະມາເຖິງ ເມື່ອເຮົາພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 82:10).
ພຣະເຈົ້າຮັກລູກໆທຸກຄົນຂອງພຣະອົງຢ່າງສົມບູນແບບ. ພຣະອົງມີຄວາມອົດທົນກັບຄວາມອ່ອນແອຂອງເຮົາ, ແລະ ພຣະອົງໃຫ້ອະໄພເມື່ອເຮົາກັບໃຈ.
ພຣະບັນຍັດຂໍ້ໃຫຍ່ສອງຂໍ້
ເມື່ອພຣະເຢຊູຖືກຖາມວ່າ, “ໃນກົດບັນຍັດ ແມ່ນຂໍ້ໃດທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?” ພຣະອົງໄດ້ຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.”
ແລ້ວພຣະເຢຊູໄດ້ກ່າວວ່າ ກົດບັນຍັດຂໍ້ໃຫຍ່ຂໍ້ທີສອງກໍຄືກັນກັບຂໍ້ທຳອິດ: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ມັດທາຍ 22:36–39). “ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້” (ມາຣະໂກ 12:31).
ໃນຖານະລູກໆທາງວິນຍານຂອງພຣະເຈົ້າ, ເຮົາມີຄວາມສາມາດຢ່າງຫລວງຫລາຍສຳລັບຄວາມຮັກ. ມັນເປັນສ່ວນໜຶ່ງຂອງມໍລະດົກທາງວິນຍານຂອງເຮົາ. ການດຳລົງຊີວິດຕາມພຣະບັນຍັດຂໍ້ໃຫຍ່ສອງຂໍ້ນີ້—ທີ່ຈະຮັກພຣະເຈົ້າກ່ອນ ແລະ ຮັກເພື່ອນບ້ານຂອງເຮົາ—ເປັນລັກສະນະສະເພາະຂອງສານຸສິດຂອງພຣະເຢຊູຄຣິດ.
ຄວາມຮັກຂອງພຣະເຈົ້າ
ເຮົາມີຫລາຍວິທີທີ່ເຮົາສາມາດສະແດງຄວາມຮັກຂອງເຮົາຕໍ່ພຣະເຈົ້າ. ເຮົາສາມາດຮັກສາພຣະບັນຍັດຂອງພຣະອົງ (ເບິ່ງ ໂຢຮັນ 14:15, 21). ເຮົາສາມາດໃຫ້ພຣະອົງເປັນອັນດັບໜຶ່ງໃນຊີວິດຂອງເຮົາ, ຍອມເຮັດຕາມພຣະປະສົງຂອງພຣະອົງ. ເຮົາສາມາດລວມຄວາມປາດຖະໜາ, ຄວາມຄິດ, ແລະ ຫົວໃຈຂອງເຮົາໄວ້ທີ່ພຣະອົງ (ເບິ່ງ ແອວມາ 37:36). ເຮົາສາມາດດຳລົງຊີວິດໃນຄວາມກະຕັນຍູຕໍ່ພອນທີ່ພຣະອົງໄດ້ປະທານໃຫ້ເຮົາ—ແລະ ມີໃຈເພື່ອແຜ່ໃນການແບ່ງປັນພອນເຫລົ່ານັ້ນ (ເບິ່ງ ໂມໄຊຢາ 2:21–24; 4:16–21). ຜ່ານທາງການອະທິຖານ ແລະ ການຮັບໃຊ້ຄົນອື່ນ, ເຮົາສາມາດສະແດງຄວາມຮັກຂອງເຮົາຕໍ່ພຣະອົງ ແລະ ເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ.
ເຊັ່ນດຽວກັບພຣະບັນຍັດຂໍ້ອື່ນໆ, ພຣະບັນຍັດທີ່ຈະຮັກພຣະເຈົ້າແມ່ນເພື່ອຜົນປະໂຫຍດຂອງເຮົາ. ສິ່ງທີ່ເຮົາຮັກ ກຳນົດສິ່ງທີ່ເຮົາສະແຫວງຫາ. ສິ່ງທີ່ເຮົາສະແຫວງຫາ ກຳນົດສິ່ງທີ່ເຮົາຄິດ ແລະ ເຮັດ. ແລະ ສິ່ງທີ່ເຮົາຄິດ ແລະ ເຮັດ ກຳນົດຜູ້ທີ່ເຮົາເປັນ—ແລະ ຜູ້ທີ່ເຮົາຈະກາຍເປັນ.
ຮັກຄົນອື່ນ
ການຮັກຄົນອື່ນເປັນສ່ວນເສີມຂອງຄວາມຮັກຂອງເຮົາຕໍ່ພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຫລາຍວິທີທາງທີ່ຈະຮັກຄົນອື່ນ (ເບິ່ງ, ຍົກຕົວຢ່າງ, ລູກາ 10:25–37 ແລະ ມັດທາຍ 25:31–46). ເຮົາເອື້ອມອອກໄປ ແລະ ຕ້ອນຮັບເຂົາເຈົ້າເຂົ້າມາໃນໃຈ ແລະ ຊີວິດຂອງເຮົາ. ເຮົາຮັກໂດຍການຮັບໃຊ້—ໂດຍການມອບຕົວເອງເຖິງແມ່ນໃນທາງເລັກໆນ້ອຍໆ. ເຮົາຮັກຄົນອື່ນໂດຍການໃຊ້ຂອງປະທານທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ ເພື່ອເປັນພອນໃຫ້ເຂົາເຈົ້າ.
ການຮັກຄົນອື່ນແມ່ນລວມທັງການມີຄວາມອົດທົນ, ມີເມດຕາ, ແລະ ຊື່ສັດ. ມັນລວມທັງການໃຫ້ອະໄພຢ່າງສະບາຍ. ມັນໝາຍເຖິງການປະຕິບັດຕໍ່ທຸກຄົນດ້ວຍຄວາມເຄົາລົບ.
ເມື່ອເຮົາຮັກຄົນໃດຄົນໜຶ່ງ, ເຮົາ ແລະ ບຸກຄົນນັ້ນໄດ້ຮັບພອນ. ຫົວໃຈຂອງເຮົາເຕີບໂຕ, ຊີວິດຂອງເຮົາກັບມາມີຄວາມໝາຍຫລາຍຂຶ້ນ, ແລະ ຄວາມຊື່ນຊົມຂອງເຮົາກໍເພີ່ມຂຶ້ນ.
ພອນຕ່າງໆ
ພຣະບັນຍັດຂໍ້ໃຫຍ່ສອງຂໍ້—ທີ່ຈະຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາ—ເປັນຮາກຖານຂອງພຣະບັນຍັດຂອງພຣະເຈົ້າ (ເບິ່ງ ມັດທາຍ 22:40). ເມື່ອເຮົາຮັກພຣະເຈົ້າກ່ອນ, ແລະ ຮັກຄົນອື່ນເຊັ່ນກັນ, ທຸກສິ່ງໃນຊີວິດຂອງເຮົາຈະເຂົ້າທີ່ເຂົ້າທາງຂອງມັນເອງ. ຄວາມຮັກນີ້ຈະສົ່ງຜົນກະທົບຕໍ່ທັດສະນະຂອງເຮົາ, ການໃຊ້ເວລາຂອງເຮົາ, ຄວາມສົນໃຈທີ່ເຮົາສະແຫວງຫາ, ແລະ ລຳດັບຄວາມສຳຄັນຂອງເຮົາ.
ຕິດຕາມສາດສະດາ
ພຣະເຈົ້າເອີ້ນສາດສະດາໃຫ້ເປັນຕົວແທນຂອງພຣະອົງຢູ່ເທິງແຜ່ນດິນໂລກ. ຜ່ານທາງສາດສະດາຂອງພຣະອົງ, ພຣະອົງເປີດເຜີຍຄວາມຈິງ ແລະ ໃຫ້ການນຳພາ ແລະ ຄຳເຕືອນ.
ພຣະເຈົ້າໄດ້ເອີ້ນໂຈເຊັບ ສະມິດ ໃຫ້ເປັນສາດສະດາຄົນທຳອິດຂອງຍຸກສຸດທ້າຍ (ເບິ່ງ ບົດຮຽນທີ 1). ຜູ້ສືບທອດຈາກໂຈເຊັບ ສະມິດ ກໍໄດ້ຖືກເອີ້ນຈາກພຣະເຈົ້າເຊັ່ນກັນ ເພື່ອນຳພາສາດສະໜາຈັກຂອງພຣະອົງ, ລວມທັງສາດສະດາທີ່ນຳພາໃນທຸກວັນນີ້. ເຮົາຄວນມີຄວາມໝັ້ນໃຈເຖິງການເອີ້ນຈາກສະຫວັນຂອງສາດສະດາທີ່ມີຊີວິດຢູ່ ແລະ ເຮັດຕາມຄຳສອນຂອງເພິ່ນ.
ຄຳສອນຂອງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ ເປັນສະໝໍຂອງຄວາມຈິງນິລັນດອນ ຢູ່ໃນໂລກທີ່ຄຸນຄ່າປ່ຽນແປງນີ້. ເມື່ອເຮົາຕິດຕາມສາດສະດາຂອງພຣະເຈົ້າ, ຄວາມສັບສົນ ແລະ ຄວາມຂັດແຍ້ງຂອງໂລກຈະບໍ່ຄອບງຳເຮົາ. ເຮົາຈະພົບຄວາມສຸກຫລາຍຂຶ້ນໃນຊີວິດນີ້ ແລະ ໄດ້ຮັບການນຳພາສຳລັບການເດີນທາງນິລັນດອນສ່ວນນີ້ຂອງເຮົາ.
ຮັກສາພຣະບັນຍັດສິບປະການ
ພຣະເຈົ້າໄດ້ເປີດເຜີຍພຣະບັນຍັດສິບປະການແກ່ສາດສະດາໃນສະໄໝບູຮານຊື່ໂມເຊ ເພື່ອນຳພາຜູ້ຄົນຂອງເພິ່ນ. ພຣະບັນຍັດເຫລົ່ານີ້ໃຊ້ໄດ້ຫລາຍ ເທົ່າກັບໃນສະໄໝຂອງເຮົາ. ພວກເພິ່ນສິດສອນເຮົາໃຫ້ນະມັດສະການ ແລະ ສະແດງຄວາມຄາລະວະຕໍ່ພຣະເຈົ້າ. ພວກເພິ່ນຍັງສິດສອນເຖິງວິທີການປະຕິບັດຕໍ່ກັນແລະກັນນຳອີກ.
-
“ຢ່ານະມັດສະການພະອື່ນນອກຈາກເຮົາ” (ອົບພະຍົບ 20:3). “ພະ” ອື່ນສາມາດລວມທັງຫລາຍສິ່ງ, ດັ່ງເຊັ່ນການຄອບຄອງ, ອຳນາດ, ແລະ ຊື່ສຽງ.
-
“ຢ່າສ້າງຮູບເຄົາລົບຢ່າງໃດຢ່າງໜຶ່ງສຳລັບຕົນ” (ອົບພະຍົບ 20:4).
-
“ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ” (ອົບພະຍົບ 20:7).
-
“ຈົ່ງຖືວັນຊະບາໂຕ, ແລະ ຍຶດຖືໄວ້ເປັນວັນສັກສິດ” (ອົບພະຍົບ 20:8).
-
“ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ” (ອົບພະຍົບ 20:12).
-
“ຢ່າຂ້າຄົນ” (ອົບພະຍົບ 20:13).
-
“ຢ່າຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ” (ອົບພະຍົບ 20:14).
-
“ຢ່າລັກ” (ອົບພະຍົບ 20:15).
-
“ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ” (ອົບພະຍົບ 20:16).
-
“ຢ່າໂລບ” (ອົບພະຍົບ 20:17).
ດຳລົງຊີວິດຕາມກົດພົມມະຈັນ
ກົດພົມມະຈັນແມ່ນສ່ວນສຳຄັນໃນແຜນຂອງພຣະເຈົ້າສຳລັບຄວາມລອດ ແລະ ຄວາມສູງສົ່ງຂອງເຮົາ. ຄວາມໃກ້ຊິດທາງເພດລະຫວ່າງສາມີພັນລະຍາແມ່ນໄດ້ຖືກແຕ່ງຕັ້ງຈາກພຣະເຈົ້າ ເພື່ອການສ້າງລູກ ແລະ ເພື່ອສະແດງຄວາມຮັກໃນຊີວິດແຕ່ງງານ. ຄວາມໃກ້ຊິດ ແລະ ພະລັງໃນການສ້າງຊີວິດມະນຸດນີ້ ມີໄວ້ເພື່ອຄວາມສວຍງາມ ແລະ ສັກສິດ.
ກົດພົມມະຈັນຂອງພຣະເຈົ້າແມ່ນການລະເວັ້ນຈາກການມີເພດສຳພັນນອກການແຕ່ງງານທາງກົດໝາຍ ລະຫວ່າງຊາຍຄົນໜຶ່ງກັບຍິງຄົນໜຶ່ງ. ກົດນີ້ຍັງໝາຍເຖິງການມີຄວາມຊື່ສັດ ແລະ ຄວາມຈົງຮັກພັກດີຕໍ່ຄູ່ຄອງຫລັງຈາກແຕ່ງງານນຳອີກ.
ເພື່ອຊ່ວຍເຮົາຮັກສາກົດພົມມະຈັນ, ສາດສະດາໄດ້ເຕືອນເຮົາໃຫ້ສະອາດໃນຄວາມຄິດ ແລະ ຄຳເວົ້າຂອງເຮົາ. ເຮົາຄວນຫລີກເວັ້ນຈາກຮູບພາບລາມົກໃນທຸກຮູບແບບ. ໃນການປະຕິບັດຕາມກົດພົມມະຈັນ, ເຮົາຄວນສຸພາບຮຽບຮ້ອຍໃນການປະພຶດ ແລະ ການປະກົດຕົວຂອງເຮົາ.
ຜູ້ສະໝັກຮັບບັບຕິສະມາຕ້ອງດຳລົງຊີວິດຕາມກົດພົມມະຈັນ.
ການກັບໃຈ ແລະ ການໃຫ້ອະໄພ
ໃນສາຍພຣະເນດຂອງພຣະເຈົ້າ, ການລະເມີດກົດພົມມະຈັນແມ່ນຮ້າຍແຮງຫລາຍ (ເບິ່ງ ອົບພະຍົບ 20:14; ເອເຟໂຊ 5:3). ມັນເປັນການໃຊ້ອຳນາດສັກສິດທີ່ພຣະອົງໄດ້ປະທານໃຫ້ເພື່ອສ້າງຊີວິດໃນທາງທີ່ຜິດ. ແຕ່ພຣະອົງຍັງຮັກເຮົາ ເຖິງແມ່ນວ່າເຮົາຈະເຮັດຜິດກົດນີ້ກໍຕາມ. ພຣະອົງເຊື້ອເຊີນເຮົາໃຫ້ກັບໃຈ ແລະ ສະອາດ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ. ຄວາມສິ້ນຫວັງຂອງບາບສາມາດຖືກທົດແທນດ້ວຍຄວາມສະຫງົບສຸກອັນຫວານຊື່ນຈາກການໃຫ້ອະໄພຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 58:42–43).
ພອນຕ່າງໆ
ພຣະເຈົ້າໄດ້ປະທານກົດພົມມະຈັນໃຫ້ ເພື່ອເປັນພອນແກ່ເຮົາ ແລະ ລູກໆທາງວິນຍານທີ່ພຣະອົງໄດ້ສົ່ງມາສູ່ໂລກ. ການເຊື່ອຟັງກົດນີ້ຈຳເປັນຕໍ່ຄວາມສະຫງົບສ່ວນຕົວ ແລະ ການມີຄວາມຮັກ, ຄວາມໄວ້ວາງໃຈ, ແລະ ຄວາມສາມັກຄີໃນຄວາມສຳພັນໃນຄອບຄົວ.
ເມື່ອເຮົາດຳລົງຊີວິດຕາມກົດພົມມະຈັນ, ເຮົາຈະໄດ້ຮັບການປົກປ້ອງຈາກສິ່ງອັນຕະລາຍທາງວິນຍານ ທີ່ມາຈາກຄວາມໃກ້ຊິດທາງເພດນອກການແຕ່ງງານ. ເຮົາຈະຫລີກລ້ຽງຈາກບັນຫາທາງອາລົມ ແລະ ທາງຮ່າງກາຍນຳອີກ ທີ່ມັກມາພ້ອມກັບຄວາມສຳພັນດັ່ງກ່າວ. ເຮົາຈະມີຄວາມໝັ້ນໃຈຫລາຍຂຶ້ນຕໍ່ພຣະພັກຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 121:45). ເຮົາຈະເປີດຮັບອິດທິພົນຂອງພຣະວິນຍານບໍລິສຸດຫລາຍຂຶ້ນ. ເຮົາຈະພ້ອມຫລາຍຂຶ້ນໃນການເຮັດພັນທະສັນຍາສັກສິດໃນພຣະວິຫານ ທີ່ເຮັດໃຫ້ຄອບຄົວເປັນນ້ຳໜຶ່ງໃຈດຽວກັນຊົ່ວນິລັນດອນ.
ຮັກສາກົດສ່ວນສິບ
ສິດທິພິເສດອັນຍິ່ງໃຫຍ່ຂອງການເປັນສະມາຊິກໃນສາດສະໜາຈັກແມ່ນໂອກາດທີ່ຈະຈ່າຍສ່ວນສິບ. ເມື່ອເຮົາຈ່າຍສ່ວນສິບ, ເຮົາຊ່ວຍໃຫ້ວຽກງານຂອງພຣະເຈົ້າດຳເນີນໄປໜ້າ ແລະ ເປັນພອນໃຫ້ແກ່ລູກໆຂອງພຣະອົງ.
ກົດສ່ວນສິບມີຕົ້ນກຳເນີດໃນສະໄໝພຣະຄຳພີເດີມ. ຍົກຕົວຢ່າງ, ສາດສະດາອັບຣາຮາມໄດ້ຈ່າຍສ່ວນສິບຂອງທຸກສິ່ງທີ່ເພິ່ນຄອບຄອງ (ເບິ່ງ ແອວມາ 13:15; ປະຖົມມະການ 14:18–20).
ຄຳວ່າ ສ່ວນສິບ ຕາມຈິງແລ້ວໝາຍເຖິງໜຶ່ງສ່ວນສິບ. ເມື່ອເຮົາຈ່າຍສ່ວນສິບ, ເຮົາບໍລິຈາກໜຶ່ງສ່ວນສິບຂອງລາຍຮັບໃຫ້ແກ່ສາດສະໜາຈັກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 119:3–4; ລາຍໄດ້ ກໍເຂົ້າໃຈວ່າໝາຍເຖິງລາຍຮັບເຊັ່ນກັນ). ທັງໝົດທີ່ເຮົາມີແມ່ນຂອງປະທານຈາກພຣະເຈົ້າ. ເມື່ອເຮົາຈ່າຍສ່ວນສິບ, ເຮົາສະແດງຄວາມກະຕັນຍູຕໍ່ພຣະອົງ ໂດຍການສົ່ງຄືນພາກສ່ວນໜຶ່ງທີ່ພຣະອົງໄດ້ປະທານໃຫ້ເຮົາ.
ການຈ່າຍສ່ວນສິບເປັນການສະແດງເຖິງສັດທາ. ມັນຍັງເປັນວິທີໜຶ່ງທີ່ເຮົາໃຫ້ກຽດແກ່ພຣະເຈົ້ານຳອີກ. ພຣະເຢຊູໄດ້ສິດສອນວ່າ ເຮົາຄວນ “ສະແຫວງຫາ … ອານາຈັກຂອງພຣະເຈົ້າກ່ອນສິ່ງອື່ນໝົດ” (ມັດທາຍ 6:33), ແລະ ສ່ວນສິບເປັນວິທີຂອງການເຮັດແນວນັ້ນ.
ການໃຊ້ເງິນທຶນສ່ວນສິບ
ເງິນສ່ວນສິບແມ່ນສັກສິດ. ເຮົາມອບເງິນສ່ວນສິບໃຫ້ສະມາຊິກຄົນໜຶ່ງໃນຝ່າຍອະທິການ, ຫລື ໃນຫລາຍໆດ້ານ ເຮົາຈ່າຍທາງອອນລາຍ. ເມື່ອຝ່າຍອະທິການຮັບເອົາເງິນສ່ວນສິບ, ພວກເພິ່ນຈະສົ່ງມັນໄປໃຫ້ສຳນັກງານໃຫຍ່ຂອງສາດສະໜາຈັກ.
ສະພາປະກອບດ້ວຍຝ່າຍປະທານສູງສຸດ, ກຸ່ມອັກຄະສາວົກສິບສອງ, ແລະ ຝ່າຍອະທິການຄວບຄຸມ ຈະກຳນົດວິທີໃຊ້ເງິນທຶນສ່ວນສິບໃນວຽກງານຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 120:1). ການໃຊ້ເຫລົ່ານີ້ແມ່ນລວມທັງ:
-
ການສ້າງ ແລະ ການບຳລຸງຮັກສາພຣະວິຫານ ແລະ ອາຄານປະຊຸມ.
-
ການແປ ແລະ ການຈັດພິມພຣະຄຳພີ.
-
ການສະໜັບສະໜູນກິດຈະກຳ ແລະ ການດຳເນີນງານໃນບ່ອນຊຸມນຸມຂອງສາດສະໜາຈັກໃນທ້ອງຖິ່ນ.
-
ການສະໜັບສະໜູນວຽກງານເຜີຍແຜ່ຕະຫລອດທົ່ວໂລກ.
-
ການສະໜັບສະໜູນວຽກງານປະຫວັດຄອບຄົວ.
-
ການໃຫ້ທຶນແກ່ໂຮງຮຽນ ແລະ ການສຶກສາ.
ເງິນສ່ວນສິບບໍ່ໄດ້ຖືກໃຊ້ເພື່ອຈ່າຍໃຫ້ຜູ້ນຳສາດສະໜາຈັກໃນທ້ອງຖິ່ນ. ພວກເພິ່ນຮັບໃຊ້ດ້ວຍຄວາມສະໝັກໃຈ ໂດຍບໍ່ຮັບຄ່າຈ້າງໃດໆ.
ພອນຕ່າງໆ
ເມື່ອເຮົາຈ່າຍເງິນສ່ວນສິບ, ພຣະເຈົ້າສັນຍາວ່າຈະປະທານພອນອັນຍິ່ງໃຫຍ່ ຫລາຍກວ່າສິ່ງທີ່ເຮົາມອບໃຫ້. ພຣະອົງຈະ “ໄຂ … ປະຕູສະຫວັນ, ແລະ ຖອກເທ … ພຣະພອນທຸກໆຊະນິດລົງມາຍັງພວກເຈົ້າຢ່າງເຕັມບໍລິບູນ” (ມາລາກີ 3:10; ເບິ່ງ ຂໍ້ທີ 7–12). ພອນເຫລົ່ານີ້ອາດເປັນທາງຝ່າຍວິນຍານ ແລະ ທາງຝ່າຍໂລກ.
ເຊື່ອຟັງພຣະວາຈາແຫ່ງປັນຍາ
ກົດແຫ່ງສຸຂະພາບຂອງພຣະເຈົ້າ
ຮ່າງກາຍຂອງເຮົາເປັນຂອງປະທານສັກສິດຈາກພຣະເຈົ້າ. ເຮົາແຕ່ລະຄົນຕ້ອງການຮ່າງກາຍເພື່ອຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ຮ່າງກາຍຂອງເຮົາມີຄວາມສຳຄັນຫລາຍ ຈົນພຣະຄຳພີປຽບທຽບຮ່າງກາຍກັບພຣະວິຫານ (ເບິ່ງ 1 ໂກຣິນໂທ 6:19–20).
ພຣະຜູ້ເປັນເຈົ້າຕ້ອງການໃຫ້ເຮົາປະຕິບັດຕໍ່ຮ່າງກາຍຂອງເຮົາດ້ວຍຄວາມເຄົາລົບ. ເພື່ອຊ່ວຍເຮົາໃຫ້ເຮັດສິ່ງນີ້, ພຣະອົງໄດ້ເປີດເຜີຍກົດແຫ່ງສຸຂະພາບທີ່ເອີ້ນວ່າ ພຣະວາຈາແຫ່ງປັນຍາ. ການເປີດເຜີຍນີ້ ສິດສອນເຮົາກ່ຽວກັບການບໍລິໂພກອາຫານທີ່ດີຕໍ່ສຸຂະພາບ ແລະ ບໍ່ໃຊ້ສານທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງເຮົາ—ໂດຍສະເພາະເຫລົ້າ, ຢາດູດ, ແລະ ເຄື່ອງດື່ມຮ້ອນ (ໝາຍເຖິງນ້ຳຊາ ແລະ ກາເຟ).
ໃນຄວາມໝາຍຂອງພຣະວາຈາແຫ່ງປັນຍາ, ສາດສະດາສະໄໝໃໝ່ໄດ້ເຕືອນບໍ່ໃຫ້ໃຊ້ສານອື່ນໆທີ່ເປັນອັນຕະລາຍ, ຜິດກົດໝາຍ, ຫລື ຕິດແສດ. ສາດສະດາກໍຍັງເຕືອນບໍ່ໃຫ້ໃຊ້ຢາທີ່ໝໍສັ່ງໃນທາງທີ່ຜິດເຊັ່ນກັນ. (ປະທານເຜີຍແຜ່ຂອງທ່ານຈະຕອບຄຳຖາມກ່ຽວກັບວ່າ ສານອື່ນໃດໃນພູມີພາກເຂດຂອງທ່ານ ທີ່ບໍ່ຄວນໃຊ້.)
ພອນຕ່າງໆ
ພຣະຜູ້ເປັນເຈົ້າໄດ້ປະທານພຣະວາຈາແຫ່ງປັນຍາໃຫ້ ເພື່ອຄວາມຜາສຸກທາງຮ່າງກາຍ ແລະ ທາງວິນຍານຂອງເຮົາ. ພຣະອົງສັນຍາພອນອັນຍິ່ງໃຫຍ່ ເມື່ອເຮົາຮັກສາພຣະບັນຍັດຂໍ້ນີ້. ພອນເຫລົ່ານີ້ແມ່ນລວມທັງ ສຸຂະພາບ, ປັນຍາ, ຂຸມຊັບແຫ່ງຄວາມຮູ້ ແລະ ການປົກປ້ອງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 89:18–21).
ການເຊື່ອຟັງພຣະວາຈາແຫ່ງປັນຍາ ຈະຊ່ວຍໃຫ້ເຮົາເປີດຮັບການກະຕຸ້ນຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າ ເຮົາທຸກຄົນປະສົບກັບການທ້າທາຍທາງສຸຂະພາບ, ການເຊື່ອຟັງຕໍ່ກົດນີ້ຈະຊ່ວຍໃຫ້ເຮົາມີສຸຂະພາບດີຂຶ້ນທາງດ້ານຮ່າງກາຍ, ຈິດໃຈ, ແລະ ວິນຍານ.
ຜູ້ສະໝັກຮັບບັບຕິສະມາຕ້ອງເຊື່ອຟັງພຣະວາຈາແຫ່ງປັນຍາ.
ສຳລັບຄຳແນະນຳກ່ຽວກັບການຊ່ວຍຜູ້ຄົນທີ່ກຳລັງຕໍ່ສູ້ດີ້ນລົນກັບການຕິດແສດ, ໃຫ້ເບິ່ງ ບົດທີ 10.
ຮັກສາວັນຊະບາໂຕໃຫ້ສັກສິດ
ວັນພັກຜ່ອນ ແລະ ນະມັດສະການ
ວັນຊະບາໂຕເປັນວັນສັກສິດທີ່ພຣະເຈົ້າໄດ້ຈັດຕັ້ງໄວ້ໃຫ້ເຮົາທຸກອາທິດ ເພື່ອພັກຜ່ອນຈາກການທຳງານປະຈຳວັນ ແລະ ນະມັດສະການພຣະອົງ. ໜຶ່ງໃນພຣະບັນຍັດສິບປະການທີ່ໄດ້ມອບໃຫ້ແກ່ໂມເຊ ແມ່ນການ “ຖືວັນຊະບາໂຕ, ແລະ ຍຶດຖືໄວ້ເປັນວັນສັກສິດ” (ອົບພະຍົບ 20:8; ເບິ່ງ ຂໍ້ທີ 9–11 ນຳອີກ).
ໃນການເປີດເຜີຍສະໄໝໃໝ່, ພຣະຜູ້ເປັນເຈົ້າໄດ້ຢືນຢັນອີກຄັ້ງວ່າ ວັນຊະບາໂຕ “ຄືມື້ທີ່ກຳນົດໄວ້ໃຫ້ເຈົ້າເພື່ອພັກຜ່ອນຈາກວຽກງານຂອງເຈົ້າ, ແລະ ເພື່ອສະແດງຄວາມຈົງຮັກພັກດີແດ່ພຣະຜູ້ສູງສຸດ” (ຄຳສອນ ແລະ ພັນທະສັນຍາ 59:10). ພຣະອົງຍັງໄດ້ກ່າວວ່າ ວັນຊະບາໂຕຄວນເປັນວັນແຫ່ງຄວາມປິຕິຍິນດີ, ການອະທິຖານ, ແລະ ການຂອບພຣະໄທ (ເບິ່ງ ຂໍ້ທີ 14–15).
ສ່ວນໜຶ່ງຂອງການນະມັດສະການໃນວັນຊະບາໂຕ, ເຮົາເຂົ້າຮ່ວມກອງປະຊຸມສິນລະລຶກທຸກອາທິດ. ໃນກອງປະຊຸມນີ້, ເຮົານະມັດສະການພຣະເຈົ້າ ແລະ ຮັບສ່ວນສິນລະລຶກເພື່ອລະນຶກເຖິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ເມື່ອເຮົາຮັບສ່ວນສິນລະລຶກ, ເຮົາຕໍ່ພັນທະສັນຍາຂອງເຮົາກັບພຣະເຈົ້າ, ແລະ ສະແດງວ່າເຮົາເຕັມໃຈທີ່ຈະກັບໃຈຈາກບາບຂອງເຮົາ. ພິທີການຂອງສິນລະລຶກເປັນຈຸດໃຈກາງຂອງການຖືປະຕິບັດວັນຊະບາໂຕ.
ຢູ່ທີ່ໂບດເຮົາກໍເຂົ້າຮ່ວມຫ້ອງຮຽນທີ່ເຮົາຮຽນຮູ້ເພີ່ມເຕີມກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດນຳອີກ. ສັດທາຂອງເຮົາເຕີບໂຕເມື່ອເຮົາສຶກສາພຣະຄຳພີນຳກັນ. ຄວາມຮັກຂອງເຮົາເຕີບໂຕເມື່ອເຮົາຮັບໃຊ້ ແລະ ເພີ່ມຄວາມເຂັ້ມແຂງໃຫ້ກັນແລະກັນ.
ນອກເໜືອຈາກການພັກຜ່ອນຈາກການທຳງານໃນວັນຊະບາໂຕແລ້ວ, ເຮົາຄວນຫລີກເວັ້ນຈາກການໄປຊື້ສິ່ງຂອງ ແລະ ການເຮັດກິດຈະກຳອື່ນໆ ທີ່ຈະເຮັດໃຫ້ຮູ້ສຶກຄືກັບວັນທຳມະດາ. ເຮົາປະຖິ້ມກິດຈະກຳຂອງໂລກ ແລະ ສຸມໃສ່ຄວາມຄິດ ແລະ ການກະທຳຂອງເຮົາໃນເລື່ອງທາງວິນຍານ.
ວັນແຫ່ງການເຮັດຄວາມດີ
ການເຮັດຄວາມດີໃນວັນຊະບາໂຕມີຄວາມສຳຄັນພໍໆເທົ່າກັບສິ່ງທີ່ເຮົາຫລີກເວັ້ນທີ່ຈະເຮັດ ເພື່ອຮັກສາມັນໃຫ້ສັກສິດ. ເຮົາຮຽນຮູ້ພຣະກິດຕິຄຸນ, ເສີມສ້າງສັດທາ, ສ້າງຄວາມສຳພັນ, ໃຫ້ການຮັບໃຊ້, ແລະ ມີສ່ວນຮ່ວມໃນກິດຈະກຳອື່ນໆທີ່ຍົກລະດັບຈິດໃຈກັບຄອບຄົວ ແລະ ໝູ່ເພື່ອນ.
ພອນຕ່າງໆ
ການຮັກສາວັນຊະບາໂຕໃຫ້ສັກສິດ ເປັນການສະແດງອອກເຖິງການອຸທິດຕົນຂອງເຮົາຕໍ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ເມື່ອເຮົາເຮັດກິດຈະກຳວັນຊະບາໂຕໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າສຳລັບວັນນັ້ນ, ເຮົາຈະຮູ້ສຶກຊື່ນຊົມ ແລະ ສະຫງົບ. ເຮົາຈະໄດ້ຮັບການບຳລຸງລ້ຽງຝ່າຍວິນຍານ ແລະ ຟື້ນຟູຮ່າງກາຍ. ເຮົາຍັງຈະຮູ້ສຶກໃກ້ຊິດກັບພຣະເຈົ້າ ແລະ ມີຄວາມສຳພັນທີ່ແໜ້ນແຟ້ນກັບພຣະຜູ້ຊ່ວຍໃຫ້ລອດນຳອີກ. ເຮົາຈະຮັກສາຕົວເອງຢ່າງເຕັມທີ່ເພື່ອ “ປາດສະຈາກມົນທິນຂອງໂລກ” (ຄຳສອນ ແລະ ພັນທະສັນຍາ 59:9). ວັນຊະບາໂຕຈະກາຍເປັນວັນທີ່ “ຊື່ນຊົມຍິນດີ” (ເອຊາຢາ 58:13; ເບິ່ງ ຂໍ້ທີ 14 ນຳອີກ).
ເຊື່ອຟັງ ແລະ ເຄົາລົບກົດໝາຍ
ໄພ່ພົນຍຸກສຸດທ້າຍເຊື່ອໃນການເຊື່ອຟັງກົດໝາຍ ແລະ ເປັນພົນລະເມືອງດີ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 134; ຫລັກແຫ່ງຄວາມເຊື່ອ 1:12). ສະມາຊິກຂອງສາດສະໜາຈັກຖືກສະໜັບສະໜູນໃຫ້ຮັບໃຊ້ ເພື່ອພັດທະນາຊຸມຊົນ ແລະ ປະເທດຊາດຂອງຕົນ. ເຂົາເຈົ້າຍັງຖືກຊຸກຍູ້ໃຫ້ເປັນຜູ້ມີອິດທິພົນຕໍ່ຄຸນຄ່າທາງດ້ານສິນທຳອັນດີ ໃນສັງຄົມ ແລະ ລັດຖະບານນຳອີກ.
ສະມາຊິກຂອງສາດສະໜາຈັກໄດ້ຖືກເຊື້ອເຊີນໃຫ້ມີສ່ວນຮ່ວມໃນຂະບວນການທາງລັດຖະບານ ແລະ ການເມືອງຕາມກົດໝາຍ. ສະມາຊິກຜູ້ທີ່ດຳລົງຕຳແໜ່ງໃນລັດຖະບານ ເຮັດໜ້າທີ່ໃນຖານະພົນລະເມືອງທີ່ເປັນຫ່ວງ, ບໍ່ແມ່ນຕົວແທນຂອງສາດສະໜາຈັກ.
ພັນທະສັນຍາຂອງເຮົາທີ່ຈະຮັບໃຊ້ພຣະເຈົ້າ ແລະ ຄົນອື່ນ
ການຮັບໃຊ້
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະເຈົ້າ ແລະ ຮັບໃຊ້ຄົນອື່ນ. ການຮັບໃຊ້ຄົນອື່ນເປັນວິທີຫລັກວິທີໜຶ່ງທີ່ເຮົາຮັບໃຊ້ພຣະເຈົ້າ (ເບິ່ງ ໂມໄຊຢາ 2:17). ສາດສະດາແອວມາໄດ້ສິດສອນຜູ້ທີ່ປາດຖະໜາຈະຮັບບັບຕິສະມາວ່າ ພວກເຂົາຄວນ “ເຕັມໃຈທີ່ຈະແບກຫາບພາລະຂອງກັນແລະກັນ, … ທີ່ຈະເປັນທຸກກັບຄົນທີ່ເປັນທຸກ … , ແລະ ປອບໃຈຄົນທີ່ຕ້ອງການຄວາມປອບໃຈ” (ໂມໄຊຢາ 18:8–9).
ບໍ່ດົນຫລັງຈາກການບັບຕິສະມາ, ຕາມປົກກະຕິແລ້ວ ສະມາຊິກໃໝ່ຈະຮັບເອົາການເອີ້ນເພື່ອຮັບໃຊ້ໃນສາດສະໜາຈັກ. ການເອີ້ນເຫລົ່ານີ້ແມ່ນອາສາສະໝັກ ແລະ ບໍ່ມີເງິນເດືອນ. ເມື່ອເຮົາຮັບເອົາມັນ ແລະ ຮັບໃຊ້ຢ່າງພາກພຽນ, ເຮົາຈະເຕີບໂຕໃນສັດທາ, ພັດທະນາພອນສະຫວັນ, ແລະ ເປັນພອນໃຫ້ແກ່ຄົນອື່ນ.
ສ່ວນໜຶ່ງອີກຂອງການຮັບໃຊ້ຂອງເຮົາໃນສາດສະໜາຈັກແມ່ນການເປັນ “ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ” ຫລື “ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ.” ໃນໜ້າທີ່ຮັບຜິດຊອບນີ້, ເຮົາຮັບໃຊ້ບຸກຄົນ ແລະ ຄອບຄົວທີ່ເຮົາໄດ້ຮັບມອບໝາຍ.
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາຊອກຫາໂອກາດທີ່ຈະຮັບໃຊ້ໃນແຕ່ລະມື້. ຄືກັນກັບພຣະອົງ, ເຮົາໄປ “ເຮັດຄຸນງາມຄວາມດີ” (ກິດຈະການ 10:38). ເຮົາຮັບໃຊ້ເພື່ອນບ້ານຂອງເຮົາ ແລະ ຄົນອື່ນໆໃນຊຸມຊົມຂອງເຮົາ. ເຮົາມີສ່ວນຮ່ວມໃນໂອກາດຮັບໃຊ້ຜ່ານທາງ JustServe ເມື່ອເປັນໄປໄດ້. ເຮົາສາມາດສະໜັບສະໜູນໂຄງການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ ແລະ ມີສ່ວນຮ່ວມໃນການຮັບມືກັບໄພພິບັດ.
ການແບ່ງປັນພຣະກິດຕິຄຸນ
ໃນສ່ວນໜຶ່ງຂອງພັນທະສັນຍາແຫ່ງການບັບຕິສະມາຂອງເຮົາ, ເຮົາສັນຍາວ່າຈະ “ຢືນເປັນພະຍານຂອງພຣະເຈົ້າ” (ໂມໄຊຢາ 18:9). ວິທີໜຶ່ງທີ່ເຮົາຢືນເປັນພະຍານແມ່ນການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ການຊ່ວຍຄົນອື່ນໃຫ້ຮັບເອົາພຣະກິດຕິຄຸນເປັນການຮັບໃຊ້ທີ່ມີຄວາມສຸກທີ່ສຸດ ທີ່ເຮົາສາມາດເຮັດໄດ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:15–16). ມັນເປັນການສະແດງອອກທີ່ມີພະລັງເຖິງຄວາມຮັກຂອງເຮົາ.
ເມື່ອເຮົາປະສົບກັບພອນຂອງການດຳລົງຊີວິດຕາມພຣະກິດຕິຄຸນ, ຕາມທຳມະຊາດ ເຮົາຢາກແບ່ງປັນພອນເຫລົ່ານັ້ນ. ສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແລະ ຄົນທີ່ເຮົາຮູ້ຈັກ ມັກມີຄວາມສົນໃຈ ເມື່ອເຮົາວາງຕົວຢ່າງທີ່ຊື່ສັດ ແລະ ເຂົາເຈົ້າເຫັນວ່າ ພຣະກິດຕິຄຸນເປັນພອນໃຫ້ແກ່ຊີວິດຂອງເຮົາແນວໃດ. ເຮົາສາມາດແບ່ງປັນພຣະກິດຕິຄຸນໃນທາງປົກກະຕິ ແລະ ທຳມະຊາດ (ເບິ່ງ ຄູ່ມືທົ່ວໄປ, ບົດທີ 23).
ເຮົາເຊື້ອເຊີນຄົນອື່ນໃຫ້ມີສ່ວນຮ່ວມກັບເຮົາ ໃນກິດຈະກຳຮັບໃຊ້, ກິດຈະກຳໃນຊຸມຊົນ, ກິດຈະກຳພັກຜ່ອນ, ແລະ ກິດຈະກຳຂອງສາດສະໜາຈັກ. ເຮົາສາມາດເຊື້ອເຊີນເຂົາເຈົ້າໄປຮ່ວມການປະຊຸມຂອງສາດສະໜາຈັກ ຫລື ພິທີຮັບບັບຕິສະມາ. ເຮົາສາມາດເຊື້ອເຊີນເຂົາເຈົ້າໃຫ້ເບິ່ງວິດີໂອອອນລາຍ ທີ່ອະທິບາຍພຣະກິດຕິຄຸນຂອງພຣະເຢຊູຄຣິດ, ໃຫ້ອ່ານພຣະຄຳພີມໍມອນ, ຫລື ໄປທ່ຽວຊົມງານເປີດພຣະວິຫານ. ມີຄຳເຊື້ອເຊີນຫລາຍຮ້ອຍຄຳທີ່ເຮົາສາມາດສະເໜີ. ສ່ວນຫລາຍ, ຄຳເຊື້ອເຊີນທີ່ລຽບງ່າຍໝາຍເຖິງການລວມຄອບຄົວຂອງເຮົາ, ໝູ່ເພື່ອນ, ແລະ ເພື່ອນບ້ານຂອງເຮົາ ເຂົ້າໃນສິ່ງທີ່ເຮົາກຳລັງເຮັດຢູ່ແລ້ວ.
ຖ້າເຮົາທູນຂໍ, ພຣະເຈົ້າຈະຊ່ວຍເຮົາໃຫ້ເຫັນໂອກາດທີ່ຈະແບ່ງປັນພຣະກິດຕິຄຸນ ແລະ ບອກຄົນອື່ນວ່າ ມັນເປັນພອນໃຫ້ແກ່ຊີວິດຂອງເຮົາແນວໃດ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການນຳໃຊ້ຫລັກທຳແຫ່ງຄວາມຮັກ, ການແບ່ງປັນ, ແລະ ການເຊື້ອເຊີນ, ໃຫ້ເບິ່ງ “ເປັນອັນໜຶ່ງດຽວກັນກັບສະມາຊິກ” ໃນ ບົດທີ 9.
ການຖືສິນອົດເຂົ້າ ແລະ ການບໍລິຈາກດ້ວຍການຖືສິນອົດເຂົ້າ
ພຣະເຈົ້າໄດ້ສະຖາປະນາກົດຂອງການຖືສິນອົດເຂົ້າ ເພື່ອເປັນວິທີໃຫ້ເຮົາພັດທະນາຄວາມເຂັ້ມແຂງທາງວິນຍານ ແລະ ເພື່ອຊ່ວຍຄົນຂັດສົນ.
ການຖືສິນອົດເຂົ້າໝາຍເຖິງການບໍ່ກິນອາຫານ ແລະ ເຄື່ອງດື່ມຊົ່ວໄລຍະໜຶ່ງ. ຕາມປົກກະຕິແລ້ວ ສາດສະໜາຈັກໄດ້ກຳນົດເອົາວັນອາທິດທຳອິດຂອງທຸກໆເດືອນ ຖືເປັນວັນຖືສິນອົດເຂົ້າ. ຕາມປົກກະຕິແລ້ວ ວັນຖືສິນອົດເຂົ້າແມ່ນລວມທັງການບໍ່ກິນອາຫານ ແລະ ເຄື່ອງດື່ມເປັນເວລາ 24 ຊົ່ວໂມງ ຖ້າຫາກຮ່າງກາຍຂອງເຮົາສາມາດ. ສ່ວນສຳຄັນຂອງວັນອາທິດຖືສິນອົດເຂົ້າແມ່ນລວມທັງການອະທິຖານ ແລະ ການສະແດງປະຈັກພະຍານ. ເຮົາຖືກຊຸກຍູ້ໃຫ້ຖືສິນອົດເຂົ້າໃນຊ່ວງເວລາອື່ນນຳອີກ ເມື່ອເຮົາຮູ້ສຶກເຖິງຄວາມຈຳເປັນ.
ການສ້າງຄວາມເຂັ້ມແຂງທາງວິນຍານ
ການຖືສິນອົດເຂົ້າສາມາດຊ່ວຍເຮົາໃຫ້ຖ່ອມຕົວ, ຫຍັບເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ, ແລະ ຮູ້ສຶກໄດ້ຮັບການປ່ຽນໃໝ່ທາງວິນຍານ. ກ່ອນເລີ່ມຕົ້ນການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູຄຣິດໄດ້ຖືສິນອົດເຂົ້າ (ເບິ່ງ ມັດທາຍ 4:1–2). ພຣະຄຳພີບັນທຶກເລື່ອງລາວຫລາຍຢ່າງກ່ຽວກັບສາດສະດາ ແລະ ຄົນອື່ນໆທີ່ໄດ້ຖືສິນອົດເຂົ້າ ເພື່ອວ່າເຂົາເຈົ້າຈະໄດ້ເພີ່ມພູນຄວາມເຂັ້ມແຂງທາງວິນຍານ ແລະ ສະແຫວງຫາພອນພິເສດສຳລັບຕົວເອງ ຫລື ຄົນອື່ນ.
ການຖືສິນອົດເຂົ້າ ແລະ ການອະທິຖານເປັນຂອງຄູ່ກັນ. ເມື່ອເຮົາຖືສິນອົດເຂົ້າ ແລະ ອະທິຖານດ້ວຍສັດທາ, ເຮົາຈະພ້ອມຮັບການເປີດເຜີຍສ່ວນຕົວຫລາຍຂຶ້ນ. ເຮົາຍັງເປີດກວ້າງຫລາຍຂຶ້ນໃນການຮັບຮູ້ຄວາມຈິງ ແລະ ເຂົ້າໃຈພຣະປະສົງຂອງພຣະເຈົ້າ.
ການຊ່ວຍເຫລືອຄົນຂັດສົນ
ເມື່ອເຮົາຖືສິນອົດເຂົ້າ, ເຮົາບໍລິຈາກເງິນໃຫ້ສາດສະໜາຈັກ ເພື່ອຊ່ວຍເຫລືອຜູ້ຄົນທີ່ຂັດສົນ. ສິ່ງນີ້ເອີ້ນວ່າ ເງິນບໍລິຈາກຖືສິນອົດເຂົ້າ. ເຮົາຖືກເຊື້ອເຊີນໃຫ້ບໍລິຈາກຢ່າງໜ້ອຍເທົ່າກັບຄ່າອາຫານທີ່ບໍ່ໄດ້ກິນ. ເຮົາຖືກຊຸກຍູ້ໃຫ້ໃຈກວ້າງ ແລະ ໃຫ້ຫລາຍກວ່າຄ່າອາຫານເຫລົ່ານີ້ ຖ້າຫາກເຮົາເຮັດໄດ້. ການມອບເງິນບໍລິຈາກເປັນວິທີໜຶ່ງທີ່ເຮົາສາມາດຮັບໃຊ້ຄົນອື່ນ.
ເງິນບໍລິຈາກຖືສິນອົດເຂົ້າຖືກນຳໃຊ້ເພື່ອຈັດຫາອາຫານ ແລະ ສິ່ງຂອງຈຳເປັນອື່ນໆໃຫ້ກັບຜູ້ຄົນທີ່ຂັດສົນ, ທັງໃນປະເທດ ແລະ ທົ່ວໂລກ. ສຳລັບຂໍ້ມູນກ່ຽວກັບວິທີບໍລິຈາກເງິນຖືສິນອົດເຂົ້າ, ໃຫ້ເບິ່ງ “ການບໍລິຈາກສ່ວນສິບ ແລະ ການບໍລິຈາກອື່ນໆ” ໃນບົດຮຽນນີ້.
ພັນທະສັນຍາຂອງເຮົາທີ່ຈະອົດທົນຈົນເຖິງທີ່ສຸດ
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາກັບພຣະເຈົ້າທີ່ຈະ “ອົດທົນຈົນເຖິງທີ່ສຸດ” ໃນການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ (2 ນີໄຟ 31:20; ເບິ່ງ ໂມໄຊຢາ 18:13 ນຳອີກ). ເຮົາພະຍາຍາມເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດ.
ນີໄຟ ສາດສະດາໃນພຣະຄຳພີມໍມອນໄດ້ອະທິບາຍວ່າ ການບັບຕິສະມາເປັນປະຕູ ຊຶ່ງໂດຍທາງປະຕູນັ້ນເຮົາໄດ້ເຂົ້າໄປໃນເສັ້ນທາງແຫ່ງພຣະກິດຕິຄຸນ (ເບິ່ງ 2 ນີໄຟ 31:17). ຫລັງຈາກຮັບບັບຕິສະມາ, ເຮົາສືບຕໍ່ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ” (2 ນີໄຟ 31:20).
ຂະນະທີ່ເຮົາ “ມຸ້ງໜ້າ” ໄປໃນເສັ້ນທາງແຫ່ງການເປັນສານຸສິດ, ເຮົາກະກຽມທີ່ຈະໄປພຣະວິຫານ. ຢູ່ທີ່ນັ້ນ ເຮົາຈະເຮັດພັນທະສັນຍາກັບພຣະເຈົ້າ ເມື່ອເຮົາຮັບເອົາພິທີການພຣະວິຫານ. ໃນພຣະວິຫານ, ເຮົາຈະໄດ້ຮັບອຳນາດ ແລະ ສາມາດຖືກຜະນຶກເຂົ້າກັນເປັນຄອບຄົວນິລັນດອນ. ການຮັກສາພັນທະສັນຍາທີ່ເຮົາໄດ້ເຮັດໃນພຣະວິຫານ ຈະເປີດປະຕູໃຫ້ທຸກສິດອຳນາດທາງວິນຍານ ແລະ ພອນທີ່ພຣະເຈົ້າມີໃຫ້ສຳລັບເຮົາ.
ເມື່ອເຮົາດຳເນີນຕໍ່ໄປໃນເສັ້ນທາງແຫ່ງພຣະກິດຕິຄຸນຢ່າງຊື່ສັດ, ໃນທີ່ສຸດເຮົາຈະໄດ້ຮັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ—ຂອງປະທານແຫ່ງການມີຊີວິດນິລັນດອນ (ເບິ່ງ 2 ນີໄຟ 31:20; ຄຳສອນ ແລະ ພັນທະສັນຍາ 14:7).
ສ່ວນດັ່ງຕໍ່ໄປນີ້ ອະທິບາຍທັດສະນະບາງຢ່າງກ່ຽວກັບສິ່ງທີ່ພຣະເຈົ້າໄດ້ຈັດຕຽມໄວ້ ເພື່ອຊ່ວຍໃຫ້ເຮົາອົດທົນຈົນເຖິງທີ່ສຸດຂອງການເດີນທາງໃນຊ່ວງມະຕະຂອງເຮົາ—ແລະ ພົບຄວາມຊື່ນຊົມໃນນັ້ນ.
ຖານະປະໂລຫິດ ແລະ ການຈັດຕັ້ງຂອງສາດສະໜາຈັກ
ຖານະປະໂລຫິດຄືສິດອຳນາດ ແລະ ອຳນາດຂອງພຣະເຈົ້າ. ຜ່ານທາງຖານະປະໂລຫິດ, ພຣະບິດາເທິງສະຫວັນບັນລຸວຽກງານຂອງພຣະອົງ “ເພື່ອເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນ” ຂອງລູກໆຂອງພຣະອົງ (ໂມເຊ 1:39). ພຣະເຈົ້າປະທານສິດອຳນາດ ແລະ ອຳນາດໃຫ້ບຸດ ແລະ ທິດາຂອງພຣະອົງຢູ່ເທິງແຜ່ນດິນໂລກ ເພື່ອຊ່ວຍເຮັດວຽກງານນີ້.
ຖານະປະໂລຫິດເປັນພອນໃຫ້ແກ່ທຸກຄົນ. ພິທີການເຊັ່ນ ການບັບຕິສະມາ ແລະ ສິນລະລຶກ ໄດ້ຮັບໂດຍຜ່ານທາງຜູ້ທີ່ດຳລົງຕຳແໜ່ງຖານະປະໂລຫິດ. ເຮົາກໍໄດ້ຮັບພອນແຫ່ງການປິ່ນປົວ, ການປອບໂຍນ, ແລະ ການຊີ້ນຳຄືກັນ.
ຖານະປະໂລຫິດ ແລະ ການເປັນຜູ້ນຳ ແລະ ການເອີ້ນໃນສາດສະໜາຈັກ
ສາດສະໜາຈັກຖືກນຳພາໂດຍພຣະເຢຊູຄຣິດ ຜ່ານທາງສາດສະດາ ແລະ ອັກຄະສາວົກ. ຜູ້ນຳເຫລົ່ານີ້ຖືກເອີ້ນຈາກພຣະເຈົ້າ, ໄດ້ຮັບການແຕ່ງຕັ້ງ, ແລະ ໄດ້ຮັບສິດອຳນາດຂອງຖານະປະໂລຫິດ ເພື່ອໃຫ້ກະທຳໃນພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ.
ໃນສະໄໝບູຮານ, ພຣະຄຣິດໄດ້ມອບສິດອຳນາດຂອງຖານະປະໂລຫິດແບບດຽວກັນນີ້ ໃຫ້ແກ່ອັກຄະສາວົກຂອງພຣະອົງ, ຊຶ່ງອະນຸຍາດໃຫ້ເຂົາເຈົ້ານຳພາສາດສະໜາຈັກຂອງພຣະອົງ ຫລັງຈາກພຣະອົງໄດ້ຂຶ້ນສູ່ສະຫວັນ. ໃນທີ່ສຸດສິດອຳນາດນັ້ນໄດ້ສູນຫາຍໄປ ເມື່ອຜູ້ຄົນປະຕິເສດພຣະກິດຕິຄຸນ ແລະ ອັກຄະສາວົກໄດ້ຕາຍໄປ.
ຜູ້ສົ່ງຂ່າວຈາກສະຫວັນໄດ້ຟື້ນຟູຖານະປະໂລຫິດໃນປີ 1829 ຜ່ານທາງສາດສະດາໂຈເຊັບ ສະມິດ, ແລະ ພຣະຜູ້ເປັນເຈົ້າໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຄືນອີກ ພ້ອມດ້ວຍອັກຄະສາວົກ ແລະ ສາດສະດາ. (ເບິ່ງ ບົດຮຽນທີ 1.)
ໃນລະດັບທ້ອງຖິ່ນ, ອະທິການ ແລະ ປະທານສະເຕກມີສິດອຳນາດຂອງຖານະປະໂລຫິດເພື່ອນຳພາບ່ອນຊຸມນຸມຂອງສາດສະໜາຈັກ.
ເມື່ອຊາຍ ແລະ ຍິງໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການໃນສາດສະໜາຈັກ, ເຂົາເຈົ້າຖືກມອບສິດອຳນາດຈາກພຣະເຈົ້າໃຫ້ ເພື່ອກະທຳໃນການເອີ້ນນັ້ນ. ສິດອຳນາດນີ້ຖືກມອບໃຫ້ຜູ້ສອນສາດສະໜາ, ຜູ້ນຳ, ແລະ ຄົນອື່ນໆ ຈົນກວ່າເຂົາເຈົ້າຈະຖືກປົດຈາກການເອີ້ນຂອງເຂົາເຈົ້າ. ມັນຖືກມອບໃຫ້ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ.
ສິດອຳນາດຂອງຖານະປະໂລຫິດສາມາດຖືກໃຊ້ພຽງແຕ່ໃນຄວາມຊອບທຳເທົ່ານັ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 121:34–46). ສິດອຳນາດນີ້ເປັນຄວາມໄວ້ວາງໃຈອັນສັກສິດ ໃນການເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ກະທຳໃນພຣະນາມຂອງພຣະອົງ. ມັນມີໄວ້ເພື່ອເປັນພອນ ແລະ ຮັບໃຊ້ຄົນອື່ນສະເໝີ.
ຖານະປະໂລຫິດແຫ່ງອາໂຣນ ແລະ ຖານະປະໂລຫິດແຫ່ງເມນຄີເສເດັກ
ໃນສາດສະໜາຈັກ, ຖານະປະໂລຫິດແມ່ນລວມທັງຖານະປະໂລຫິດແຫ່ງອາໂຣນ ແລະ ຖານະປະໂລຫິດແຫ່ງເມນຄີເສເດັກ. ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ, ຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ຖືກມອບໃຫ້ສະມາຊິກຜູ້ຊາຍທີ່ມີຄ່າຄວນຂອງສາດສະໜາຈັກ. ຫລັງຈາກການມອບຖານະປະໂລຫິດທີ່ເໝາະສົມແລ້ວ, ບຸກຄົນນັ້ນຈະໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດນັ້ນ, ດັ່ງເຊັ່ນ ມັກຄະນາຍົກ ຫລື ແອວເດີ. ລາວຈະຖືກແຕ່ງຕັ້ງໂດຍຄົນໃດຄົນໜຶ່ງທີ່ມີສິດອຳນາດທີ່ຈຳເປັນ.
ເມື່ອຜູ້ຊາຍທີ່ເປັນຜູ້ໃຫຍ່ ຫລື ຊາຍໜຸ່ມຮັບເອົາຖານະປະໂລຫິດ, ລາວເຮັດພັນທະສັນຍາກັບພຣະເຈົ້າທີ່ຈະເຮັດໜ້າທີ່ສັກສິດໃຫ້ສຳເລັດ, ຮັບໃຊ້ຄົນອື່ນ, ແລະ ຊ່ວຍສ້າງສາສາດສະໜາຈັກ.
ຊາຍໜຸ່ມອາດໄດ້ຮັບຖານະປະໂລຫິດແຫ່ງອາໂຣນ ແລະ ຖືກແຕ່ງຕັ້ງເປັນມັກຄະນາຍົກ ເລີ່ມຕົ້ນໃນເດືອນມັງກອນ ເມື່ອພວກເຂົາອາຍຸຄົບ 12 ປີ. ພວກເຂົາອາດຖືກແຕ່ງຕັ້ງເປັນຄູສອນ ໃນປີທີ່ພວກເຂົາອາຍຸຄົບ 14 ປີ ແລະ ເປັນປະໂລຫິດໃນປີທີ່ພວກເຂົາອາຍຸຄົບ 16 ປີ. ຜູ້ປ່ຽນໃຈເຫລື້ອມໃສທີ່ເປັນຜູ້ຊາຍ ທີ່ມີອາຍຸສູງ ອາດຈະໄດ້ຮັບຖານະປະໂລຫິດແຫ່ງອາໂຣນ ບໍ່ດົນຫລັງຈາກການຮັບບັບຕິສະມາ ແລະ ການຢືນຢັນ. ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນປະຕິບັດພິທີການ ດັ່ງເຊັ່ນ ສິນລະລຶກ ແລະ ການບັບຕິສະມາ.
ຫລັງຈາກໄດ້ຮັບໃຊ້ຊົ່ວໄລຍະໜຶ່ງໃນຖານະປະໂລຫິດແຫ່ງອາໂຣນ, ຜູ້ຊາຍທີ່ມີຄ່າຄວນ ທີ່ມີອາຍຸຢ່າງໜ້ອຍ 18 ປີ ອາດໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຖືກແຕ່ງຕັ້ງເປັນແອວເດີ. ຜູ້ຊາຍທີ່ຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກສາມາດປະຕິບັດພິທີການຂອງຖານະປະໂລຫິດ ດັ່ງເຊັ່ນ ການໃຫ້ພອນຂອງການປິ່ນປົວ ແລະ ປອບໂຍນສະມາຊິກໃນຄອບຄົວ ແລະ ຄົນອື່ນໆ
ເບິ່ງ ຄູ່ມືທົ່ວໄປ, 38.2.9.1, ສຳລັບຂໍ້ມູນກ່ຽວກັບສະມາຊິກໃໝ່ຮັບຖານະປະໂລຫິດ.
ກຸ່ມ ແລະ ການຈັດຕັ້ງຂອງສາດສະໜາຈັກ
ກຸ່ມຖານະປະໂລຫິດ. ກຸ່ມ ໝາຍເຖິງກຸ່ມຜູ້ດຳລົງຖານະປະໂລຫິດທີ່ຖືກຈັດຕັ້ງ. ແຕ່ລະຫວອດມີກຸ່ມແອວເດີສຳລັບຜູ້ຊາຍທີ່ເປັນຜູ້ໃຫຍ່. ກຸ່ມມັກຄະນາຍົກ, ກຸ່ມຄູສອນ, ແລະ ກຸ່ມປະໂລຫິດ ແມ່ນສຳລັບຊາຍໜຸ່ມ.
ສະມາຄົມສະຕີສົງເຄາະ ສະມາຄົມສະຕີສົງເຄາະແມ່ນລວມທັງຜູ້ຍິງອາຍຸ 18 ປີຂຶ້ນໄປ. ສະມາຊິກຂອງສະມາຄົມສະຕີສົງເຄາະເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ, ບຸກຄົນ, ແລະ ຊຸມຊົນ.
ກຸ່ມຍິງໜຸ່ມ. ຍິງໜຸ່ມເຂົ້າຮ່ວມອົງການຍິງໜຸ່ມເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາອາຍຸຄົບ 12 ປີ.
ປະຖົມໄວ. ເດັກນ້ອຍອາຍຸ 3 ປີຫາ 11 ປີ ເປັນພາກສ່ວນຂອງອົງການປະຖົມໄວ.
ໂຮງຮຽນວັນອາທິດ. ຜູ້ໃຫຍ່ ແລະ ຊາວໜຸ່ມທຸກຄົນເຂົ້າຮ່ວມໂຮງຮຽນວັນອາທິດ, ບ່ອນທີ່ເຂົາເຈົ້າພົບກັນເພື່ອສຶກສາພຣະຄຳພີນຳກັນ.
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຖານະປະໂລຫິດ, ໃຫ້ເບິ່ງ ຄູ່ມືທົ່ວໄປ, ບົດທີ 3.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບກຸ່ມ ແລະ ການຈັດຕັ້ງຂອງສາດສະໜາຈັກ, ໃຫ້ເບິ່ງ ຄູ່ມືທົ່ວໄປ, ບົດທີ 8–13.
ການແຕ່ງງານ ແລະ ຄອບຄົວ
ການແຕ່ງງານ
ການແຕ່ງງານລະຫວ່າງຊາຍ ແລະ ຍິງ ໄດ້ຖືກແຕ່ງຕັ້ງໄວ້ໂດຍພຣະເຈົ້າ. ມັນເປັນຈຸດໃຈກາງໃນແຜນຂອງພຣະອົງ ສຳລັບຄວາມກ້າວໜ້ານິລັນດອນຂອງລູກໆຂອງພຣະອົງ.
ການຢູ່ຮ່ວມກັນຂອງສາມີ ແລະ ພັນລະຍາຄວນເປັນຄວາມສຳພັນທາງໂລກທີ່ເຂົາເຈົ້າທະນຸຖະໜອມຫລາຍທີ່ສຸດ. ເຂົາເຈົ້າມີໜ້າທີ່ຮັບຜິດຊອບທີ່ສັກສິດ ທີ່ຈະຈົງຮັກພັກດີຕໍ່ກັນແລະກັນ ແລະ ຊື່ສັດໃນພັນທະສັນຍາແຫ່ງການແຕ່ງງານ.
ສາມີ ແລະ ພັນລະຍາແມ່ນເທົ່າທຽມກັນໃນສາຍພຣະເນດຂອງພຣະເຈົ້າ. ຜູ້ໜຶ່ງບໍ່ຢູ່ເໜືອອີກຜູ້ໜຶ່ງ. ການຕັດສິນໃຈຂອງເຂົາເຈົ້າຄວນຈະເຮັດໃນຄວາມສາມັກຄີ ແລະ ຄວາມຮັກ, ດ້ວຍການມີສ່ວນຮ່ວມເຕັມທີ່ຂອງທັງສອງ.
ເມື່ອສາມີ ແລະ ພັນລະຍາຮັກກັນແລະກັນ ແລະ ເຮັດວຽກງານນຳກັນ, ການແຕ່ງງານຂອງເຂົາເຈົ້າສາມາດກາຍເປັນແຫລ່ງຂອງຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດໄດ້. ເຂົາເຈົ້າສາມາດຊ່ວຍກັນແລະກັນ ແລະ ຊ່ວຍລູກໆຂອງເຂົາເຈົ້າໃຫ້ກ້າວໜ້າໄປສູ່ຊີວິດນິລັນດອນ.
ຄອບຄົວ
ເຊັ່ນດຽວກັບການແຕ່ງງານ, ຄອບຄົວໄດ້ຖືກແຕ່ງຕັ້ງຈາກພຣະເຈົ້າ ແລະ ເປັນສູນກາງໃນແຜນຂອງພຣະອົງສຳລັບຄວາມສຸກນິລັນດອນຂອງເຮົາ. ຄອບຄົວຂອງເຮົາມັກຈະມີຄວາມສຸກເມື່ອເຮົາດຳລົງຊີວິດຕາມຄຳສອນຂອງພຣະເຢຊູຄຣິດ. ພໍ່ແມ່ສິດສອນລູກໆຂອງຕົນກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ເປັນຕົວຢ່າງໃນການດຳລົງຊີວິດຕາມນັ້ນ. ຄອບຄົວເປີດໂອກາດໃຫ້ເຮົາຮັກ ແລະ ຮັບໃຊ້ກັນແລະກັນ.
ພໍ່ແມ່ຄວນເຮັດໃຫ້ຄອບຄົວມີຄວາມສຳຄັນອັນດັບແລກ. ມັນເປັນສິດທິພິເສດ ແລະ ໜ້າທີ່ຮັບຜິດຊອບທີ່ສັກສິດສຳລັບພໍ່ແມ່ ທີ່ຈະເບິ່ງແຍງລູກໆທີ່ເຂົາເຈົ້າສາມາດມີເອງ ຫລື ຮັບມາເປັນລູກບຸນທຳ.
ທຸກຄອບຄົວມີການທ້າທາຍ. ເມື່ອເຮົາສະແຫວງຫາການສະໜັບສະໜູນຈາກພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ, ການທ້າທາຍຂອງຄອບຄົວສາມາດຊ່ວຍໃຫ້ເຮົາຮຽນຮູ້ ແລະ ເຕີບໂຕ. ບາງເທື່ອການທ້າທາຍເຫລົ່ານີ້ຊ່ວຍເຮົາຮຽນຮູ້ທີ່ຈະກັບໃຈ ແລະ ໃຫ້ອະໄພ.
ຜູ້ນຳຂອງສາດສະໜາຈັກໄດ້ຊຸກຍູ້ສະມາຊິກໃຫ້ຈັດການສັງສັນໃນຕອນແລງທຸກອາທິດ. ພໍ່ແມ່ໃຊ້ເວລານີ້ເພື່ອສິດສອນລູກໆຂອງຕົນກ່ຽວກັບພຣະກິດຕິຄຸນ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນຂອງຄອບຄົວ, ແລະ ມີຄວາມມ່ວນຊື່ນນຳກັນ. ຜູ້ນຳຂອງສາດສະໜາຈັກຍັງໄດ້ອອກໃບປະກາດ ທີ່ສິດສອນຄວາມຈິງທີ່ສຳຄັນກ່ຽວກັບຄອບຄົວນຳອີກ (ເບິ່ງ “ຄອບຄົວ: ການປະກາດຕໍ່ໂລກ,” ChurchofJesusChrist.org).
ວິທີອື່ນໆຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວແມ່ນລວມທັງ ການອະທິຖານເປັນຄອບຄົວ, ການສຶກສາພຣະຄຳພີ, ແລະ ການນະມັດສະການນຳກັນຢູ່ທີ່ໂບດ. ເຮົາຍັງສາມາດຄົ້ນຄວ້າປະຫວັດຄອບຄົວ, ຮວບຮວມເລື່ອງຄອບຄົວ, ແລະ ຮັບໃຊ້ຄົນອື່ນນຳອີກ.
ຫລາຍຄົນມີໂອກາດຈຳກັດໃນການແຕ່ງງານ ຫລື ຄວາມສຳພັນໃນຄອບຄົວທີ່ມີຄວາມຮັກ. ຫລາຍຄົນໄດ້ປະສົບກັບການຢ່າຮ້າງ ແລະ ສະພາບຄອບຄົວທີ່ຫຍຸ້ງຍາກອື່ນໆ. ເຖິງຢ່າງໃດກໍຕາມ, ພຣະກິດຕິຄຸນເປັນພອນໃຫ້ແກ່ເຮົາເປັນສ່ວນຕົວ ບໍ່ວ່າສະຖານະການຂອງຄອບຄົວເຮົາຈະເປັນແນວໃດກໍຕາມ. ເມື່ອເຮົາຊື່ສັດ, ພຣະເຈົ້າຈະຈັດຫາຫົນທາງໃຫ້ເຮົາ ເພື່ອຈະໄດ້ຮັບພອນຂອງການມີຄອບຄົວທີ່ມີຄວາມຮັກ, ບໍ່ວ່າໃນຊີວິດນີ້ ຫລື ໃນຊີວິດທີ່ຈະມາເຖິງ.
ວຽກງານພຣະວິຫານ ແລະ ປະຫວັດຄອບຄົວສຳລັບບັນພະບຸລຸດທີ່ເສຍຊີວິດແລ້ວ
ພຣະບິດາເທິງສະຫວັນຮັກລູກໆທຸກຄົນຂອງພຣະອົງ ແລະ ປາດຖະໜາໃຫ້ເຂົາເຈົ້າໄດ້ຮັບຄວາມລອດ ແລະ ຄວາມສູງສົ່ງ. ແຕ່ຜູ້ຄົນຫລາຍພັນລ້ານຄົນໄດ້ເສຍຊີວິດໄປໂດຍບໍ່ໄດ້ຍິນພຣະກິດຕິຄຸນຂອງພຣະເຢຊູຄຣິດ ຫລື ໄດ້ຮັບພິທີການຊ່ວຍໃຫ້ລອດຂອງພຣະກິດຕິຄຸນ. ພິທີການເຫລົ່ານີ້ແມ່ນລວມທັງການບັບຕິສະມາ, ການຢືນຢັນ, ພິທີການຂອງຖານະປະໂລຫິດສຳລັບຜູ້ຊາຍ, ຂອງປະທານສັກສິດຂອງພຣະວິຫານ, ແລະ ການແຕ່ງງານນິລັນດອນ.
ຜ່ານທາງພຣະຄຸນ ແລະ ຄວາມເມດຕາຂອງພຣະອົງ, ພຣະຜູ້ເປັນເຈົ້າໄດ້ຫາທາງໜຶ່ງອີກສຳລັບຜູ້ຄົນເຫລົ່ານີ້ ເພື່ອຮັບເອົາພຣະກິດຕິຄຸນ ແລະ ພິທີການຂອງມັນ. ໃນໂລກວິນຍານ, ພຣະກິດຕິຄຸນໄດ້ຖືກສັ່ງສອນໃຫ້ກັບຜູ້ທີ່ໄດ້ເສຍຊີວິດໂດຍບໍ່ໄດ້ຮັບມັນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138). ໃນພຣະວິຫານ, ເຮົາສາມາດປະຕິບັດພິທີການແທນບັນພະບຸລຸດທີ່ເສຍຊີວິດ ແລະ ຄົນອື່ນໆໄດ້. ຜູ້ລ່ວງລັບເຫລົ່ານີ້ທີ່ອາໄສຢູ່ໂລກວິນຍານສາມາດຮັບເອົາ ຫລື ປະຕິເສດພຣະກິດຕິຄຸນ ແລະ ພິທີການທີ່ປະຕິບັດເພື່ອເຂົາເຈົ້າ.
ກ່ອນເຮົາຈະສາມາດປະຕິບັດພິທີການເຫລົ່ານີ້, ເຮົາຕ້ອງລະບຸບັນພະບຸລຸດຂອງເຮົາທີ່ຍັງບໍ່ໄດ້ຮັບມັນເທື່ອ. ການລະບຸສະມາຊິກໃນຄອບຄົວຂອງເຮົາ ເພື່ອວ່າເຂົາເຈົ້າຈະສາມາດຮັບເອົາພິທີການເປັນຈຸດປະສົງຕົ້ນຕໍຂອງວຽກງານປະຫວັດຄອບຄົວຂອງເຮົາ. ເມື່ອເຮົາພົບເຫັນຂໍ້ມູນກ່ຽວກັບເຂົາເຈົ້າ, ເຮົາຈະຕື່ມມັນໃສ່ຖານຂໍ້ມູນຂອງສາດສະໜາຈັກທີ່ FamilySearch.org. ແລ້ວເຮົາ (ຫລື ຄົນອື່ນ) ສາມາດປະຕິບັດພິທີການເພື່ອເຂົາເຈົ້າຢູ່ໃນພຣະວິຫານ.
ເມື່ອເຮົາລະບຸບັນພະບຸລຸດຂອງເຮົາ ແລະ ປະຕິບັດພິທີການເພື່ອເຂົາເຈົ້າ, ຄອບຄົວຂອງເຮົາຈະໄດ້ຢູ່ນຳກັນຊົ່ວນິລັນດອນ.
ພຣະວິຫານ, ຂອງປະທານສັກສິດ, ການແຕ່ງງານນິລັນດອນ, ແລະ ຄອບຄົວນິລັນດອນ
ພຣະວິຫານ
ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ. ມັນເປັນສະຖານທີ່ສັກສິດບ່ອນທີ່ເຮົາສາມາດເຮັດພັນທະສັນຍາກັບພຣະເຈົ້າ ເມື່ອເຮົາຮັບພິທີການສັກສິດຂອງພຣະອົງ. ເມື່ອເຮົາຮັກສາພັນທະສັນຍາເຫລົ່ານີ້, ເຮົາຈະມີພະລັງແຫ່ງຄວາມເປັນເໝືອນພຣະເຈົ້າ ສະແດງໃຫ້ປະຈັກໃນຊີວິດຂອງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:19–22; 109:22–23).
ຂອງປະທານສັກສິດ
ໜຶ່ງໃນພິທີການທີ່ເຮົາຮັບໃນພຣະວິຫານຖືກເອີ້ນວ່າ ຂອງປະທານສັກສິດ. ຄຳວ່າ ຂອງປະທານສັກສິດ ໝາຍເຖິງ “ຂອງຂວັນ.” ຂອງປະທານທີ່ເປັນຄວາມຮູ້ ແລະ ພະລັງນີ້ມາຈາກພຣະເຈົ້າ. ລະຫວ່າງຮັບເອົາຂອງປະທານສັກສິດ, ເຮົາເຮັດພັນທະສັນຍາກັບພຣະເຈົ້າທີ່ຜູກມັດເຮົາໄວ້ກັບພຣະອົງ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ (ເບິ່ງ ບົດທີ 1).
ຜູ້ໃຫຍ່ອາດເໝາະສົມທີ່ຈະຮັບເອົາຂອງປະທານສັກສິດເພື່ອຕົວເອງ ຫລັງຈາກໄດ້ເປັນສະມາຊິກຂອງສາດສະໜາຈັກຢ່າງໜ້ອຍໜຶ່ງປີ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຂອງປະທານສັກສິດ, ໃຫ້ເບິ່ງ ຄູ່ມືທົ່ວໄປ, 27.2.
ການແຕ່ງງານນິລັນດອນ ແລະ ຄອບຄົວນິລັນດອນ
ແຜນແຫ່ງຄວາມສຸກຂອງພຣະເຈົ້າເຮັດໃຫ້ຄວາມສຳພັນຂອງຄອບຄົວຍືນຍົງຕໍ່ໄປຫລັງຈາກຄວາມຕາຍ. ໃນພຣະວິຫານເຮົາສາມາດແຕ່ງງານເພື່ອການເວລາ ແລະ ເພື່ອນິລັນດອນໄດ້. ສິ່ງນີ້ເຮັດໃຫ້ເປັນໄປໄດ້ສຳລັບຄອບຄົວທີ່ຈະຢູ່ນຳກັນຕະຫລອດໄປ.
ຫລັງຈາກຄູ່ແຕ່ງງານໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ, ເຂົາເຈົ້າສາມາດຜະນຶກເຂົ້າກັນ ຫລື ແຕ່ງງານຊົ່ວນິລັນດອນ. ລູກໆຂອງເຂົາເຈົ້າສາມາດຖືກຜະນຶກເຂົ້າກັບເຂົາເຈົ້າ.
ສາມີ ແລະ ພັນລະຍາຜູ້ໄດ້ຜະນຶກເຂົ້າກັນແລ້ວໃນພຣະວິຫານ ຈະຕ້ອງຮັກສາພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດ ເພື່ອຈະໄດ້ຮັບພອນຂອງການແຕ່ງງານນິລັນດອນ.