ພາກທີ 107
ການເປີດເຜີຍເລື່ອງຖານະປະໂລຫິດ, ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ປະມານ ເດືອນເມສາ 1835. ເຖິງແມ່ນພາກນີ້ໄດ້ຖືກບັນທຶກໄວ້ໃນປີ 1835, ບັນທຶກປະຫວັດສາດຢືນຢັນວ່າ ຂໍ້ຄວາມສ່ວນຫລາຍຂອງ ຂໍ້ທີ 60 ຈົນເຖິງ 100 ເອົາຮວມເຂົ້າກັນກັບການເປີດເຜີຍທີ່ໄດ້ມອບໃຫ້ຜ່ານທາງໂຈເຊັບ ສະມິດ ໃນວັນທີ 11 ເດືອນພະຈິກ, 1831. ພາກນີ້ແມ່ນກ່ຽວພັນກັບການຈັດຕັ້ງກຸ່ມອັກຄະສາວົກສິບສອງ ໃນເດືອນກຸມພາ ແລະ ເດືອນມີນາ 1835. ອາດເປັນວ່າ ສາດສະດາໄດ້ນຳມັນຂຶ້ນສະເໜີແກ່ຜູ້ທີ່ຕຽມເດີນທາງ ໃນວັນທີ 3 ເດືອນພຶດສະພາ, 1835, ເພື່ອໄປເຜີຍແຜ່ເປັນເທື່ອທຳອິດຂອງກຸ່ມ.
1–6, ມີຖານະປະໂລຫິດສອງຢ່າງ: ເມນຄີເສເດັກ ແລະ ອາໂຣນ; 7–12, ຜູ້ດຳລົງໃນຖານະປະໂລຫິດແຫ່ງເມນຄີເສເດັກມີອຳນາດທີ່ຈະປະຕິບັດໜ້າທີ່ທຸກຕຳແໜ່ງໃນສາດສະໜາຈັກ; 13–17, ຝ່າຍອະທິການເປັນຜູ້ຄວບຄຸມຖານະປະໂລຫິດແຫ່ງອາໂຣນ, ຊຶ່ງປະຕິບັດພິທີການພາຍນອກ; 18–20, ຖານະປະໂລຫິດແຫ່ງເມນຄີເສເດັກມີຂໍກະແຈຂອງພອນທາງວິນຍານທຸກປະການ; ຖານະປະໂລຫິດແຫ່ງອາໂຣນມີຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ; 21–38, ຝ່າຍປະທານສູງສຸດ, ອັກຄະສາວົກສິບສອງ, ແລະ ສາວົກເຈັດສິບປະກອບເປັນກຸ່ມຄວບຄຸມ, ຊຶ່ງການຕັດສິນຂອງພວກເພິ່ນຕ້ອງເປັນອັນໜຶ່ງດຽວກັນ ແລະ ໃນຄວາມຊອບທຳ; 39–52, ລະບຽບແຫ່ງປິຕຸໄດ້ຖືກຈັດຕັ້ງຂຶ້ນຈາກອາດາມ ເຖິງ ໂນອາ; 53–57, ໄພ່ພົນຂອງພຣະເຈົ້າໃນສະໄໝບູຮານໄດ້ມາເຕົ້າໂຮມກັນຢູ່ທີ່ອາດາມ-ອອນໄດ-ອາມັນ, ແລະ ພຣະຜູ້ເປັນເຈົ້າໄດ້ປະກົດຕົວຕໍ່ພວກເຂົາ; 58–67, ອັກຄະສາວົກສິບສອງຕ້ອງວາງລະບຽບເຈົ້າໜ້າທີ່ຂອງສາດສະໜາຈັກ; 68–76, ອະທິການຮັບໃຊ້ເປັນຜູ້ຕັດສິນທົ່ວໄປໃນອິດສະຣາເອນ; 77–84, ຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງປະກອບເປັນສານສູງສຸດໃນສາດສະໜາຈັກ; 85–100, ປະທານຂອງຖານະປະໂລຫິດປົກຄອງກຸ່ມຂອງຕົນເອງ.
1 ໃນສາດສະໜາຈັກ, ມີຖານະປະໂລຫິດຢູ່ດ້ວຍກັນສອງຢ່າງ, ນັ້ນຄື, ເມນຄີເສເດັກ ແລະ ອາໂຣນ, ລວມທັງ ຖານະປະໂລຫິດແຫ່ງເລວີ.
2 ເຫດຜົນຢ່າງທຳອິດຖືກເອີ້ນວ່າຖານະປະໂລຫິດແຫ່ງ ເມນຄີເສເດັກ ກໍເພາະວ່າເມນຄີເສເດັກໄດ້ເປັນ ມະຫາປະໂລຫິດທີ່ຍິ່ງໃຫຍ່ຫລາຍ.
3 ກ່ອນວັນເວລາຂອງເພິ່ນ ມັນຖືກເອີ້ນວ່າ ຖານະປະໂລຫິດສັກສິດ, ຕາມ ລະບຽບຂອງພຣະບຸດຂອງພຣະເຈົ້າ.
4 ແຕ່ເນື່ອງຈາກຄວາມນັບຖື ຫລື ຄວາມຄາລະວະຕໍ່ພຣະນາມຂອງພຣະຜູ້ສູງສຸດ, ເພື່ອຫລີກເວັ້ນຈາກການກ່າວເຖິງພຣະນາມຂອງພຣະອົງເລື້ອຍໆ, ຜູ້ຄົນ, ສາດສະໜາຈັກ, ໃນສະໄໝບູຮານ, ຈຶ່ງໄດ້ເອີ້ນຖານະປະໂລຫິດນັ້ນຕາມເມນຄີເສເດັກ, ຫລື ຖານະປະໂລຫິດແຫ່ງເມນຄີເສເດັກ.
5 ເຈົ້າໜ້າທີ່ ຫລື ຕຳແໜ່ງອື່ນໆທັງປວງໃນສາດສະໜາຈັກເປັນ ສ່ວນປະກອບຂອງຖານະປະໂລຫິດນີ້.
6 ແຕ່ມີສອງຝ່າຍ ຫລື ສອງໝວດໃຫຍ່—ຢ່າງໜຶ່ງແມ່ນຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ອີກຢ່າງໜຶ່ງແມ່ນ ຖານະປະໂລຫິດແຫ່ງອາໂຣນ ຫລື ເລວີ.
7 ຕຳແໜ່ງຂອງ ແອວເດີແມ່ນຢູ່ໃນຖານະປະໂລຫິດແຫ່ງເມນຄີເສເດັກ.
8 ຖານະປະໂລຫິດແຫ່ງເມນຄີເສເດັກຖືສິດຂອງຝ່າຍປະທານ, ແລະ ມີອຳນາດ ແລະ ສິດອຳນາດເໜືອຕຳແໜ່ງທັງໝົດໃນສາດສະໜາຈັກໃນທຸກຍຸກທຸກສະໄໝຂອງໂລກ, ເພື່ອປະຕິບັດໃນເລື່ອງທາງວິນຍານ.
9 ຝ່າຍປະທານຂອງຖານະປະໂລຫິດສູງ, ຕາມລະບຽບຂອງເມນຄີເສເດັກ, ມີສິດທີ່ຈະປະຕິບັດໃນທຸກຕຳແໜ່ງໃນສາດສະໜາຈັກ.
10 ມະຫາປະໂລຫິດຕາມລະບຽບຂອງຖານະປະໂລຫິດແຫ່ງເມນຄີເສເດັກ ມີສິດທີ່ຈະປະຕິບັດໜ້າທີ່ໃນຕຳແໜ່ງຂອງຕົນເອງ, ພາຍໃຕ້ການຊີ້ນຳຂອງຝ່າຍປະທານ, ໃນການປະຕິບັດເລື່ອງທາງວິນຍານ, ແລະ ໃນຕຳແໜ່ງຂອງແອວເດີ, ປະໂລຫິດ (ຂອງລະບຽບຊາວເລວີ), ຄູສອນ, ມັກຄະນາຍົກ, ແລະ ສະມາຊິກນຳອີກ.
11 ແອວເດີມີສິດທີ່ຈະປະຕິບັດແທນເມື່ອມະຫາປະໂລຫິດບໍ່ຢູ່.
12 ມະຫາປະໂລຫິດ ແລະ ແອວເດີຕ້ອງປະຕິບັດໃນເລື່ອງທາງວິນຍານ, ໃຫ້ສອດຄ່ອງກັບພັນທະສັນຍາ ແລະ ພຣະບັນຍັດຂອງສາດສະໜາຈັກ; ແລະ ພວກເຂົາມີສິດທີ່ຈະປະຕິບັດໜ້າທີ່ໃນຕຳແໜ່ງທັງໝົດເຫລົ່ານີ້ຂອງສາດສະໜາຈັກ ເມື່ອບໍ່ມີເຈົ້າໜ້າທີ່ລະດັບສູງກວ່າຢູ່ທີ່ນັ້ນ.
13 ຖານະປະໂລຫິດທີສອງຖືກເອີ້ນວ່າ ຖານະປະໂລຫິດແຫ່ງອາໂຣນ, ເພາະມັນໄດ້ຖືກມອບໃຫ້ແກ່ ອາໂຣນ ແລະ ເຊື້ອສາຍຂອງລາວ, ຕະຫລອດທຸກລຸ້ນຂອງພວກເຂົາ.
14 ເຫດຜົນທີ່ມັນຖືກເອີ້ນວ່າ ຖານະປະໂລຫິດທີ່ຕ່ຳກວ່າ ເພາະມັນເປັນ ສ່ວນປະກອບຂອງຖານະປະໂລຫິດທີ່ສູງກວ່າ, ຫລື ຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ມີອຳນາດໃນການປະຕິບັດພິທີການພາຍນອກ.
15 ຝ່າຍອະທິການເປັນຝ່າຍປະທານຂອງຖານະປະໂລຫິດນີ້, ແລະ ຖືຂໍກະແຈ ຫລື ສິດອຳນາດຂອງຖານະປະໂລຫິດດັ່ງກ່າວ.
16 ບໍ່ມີມະນຸດຄົນໃດມີສິດຖືກຕ້ອງໃນຕຳແໜ່ງນີ້, ທີ່ຈະຖືຂໍກະແຈຂອງຖານະປະໂລຫິດນີ້, ຍົກເວັ້ນແຕ່ພວກເຂົາມາຈາກ ຕະກຸນໂດຍແທ້ຂອງອາໂຣນເທົ່ານັ້ນ.
17 ແຕ່ເນື່ອງຈາກວ່າມະຫາປະໂລຫິດ ຂອງຖານະປະໂລຫິດແຫ່ງເມນຄີເສເດັກ ມີສິດອຳນາດທີ່ຈະປະຕິບັດໜ້າທີ່ໃນຕຳແໜ່ງທັງໝົດທີ່ຕ່ຳກວ່າ, ເຂົາຈະປະຕິບັດໜ້າທີ່ໃນຕຳແໜ່ງຂອງອະທິການ ເມື່ອຫາຕະກຸນໂດຍແທ້ຂອງອາໂຣນບໍ່ໄດ້, ໂດຍໃຫ້ລາວໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການ ແລະ ຖືກ ແຕ່ງຕັ້ງສູ່ອຳນາດນີ້ໂດຍການວາງມື ຂອງ ຝ່າຍປະທານຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
18 ອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດທີ່ສູງກວ່າ, ຫລື ຖານະປະໂລຫິດແຫ່ງເມນຄີເສເດັກ, ຄືການຖື ຂໍກະແຈຂອງພອນທາງວິນຍານທັງໝົດຂອງສາດສະໜາຈັກ—
19 ການມີສິດທິພິເສດທີ່ຈະຮັບເອົາ ຄວາມລຶກລັບຂອງອານາຈັກສະຫວັນ, ໃຫ້ຟ້າສະຫວັນເປີດແກ່ພວກເຂົາ, ເພື່ອຕິດຕໍ່ກັບການຊຸມນຸມ ໃຫຍ່ ແລະ ສາດສະໜາຈັກຂອງພຣະບຸດຫົວປີ, ແລະ ຊື່ນຊົມກັບການພົວພັນ ແລະ ການປະທັບຢູ່ຂອງພຣະເຈົ້າອົງເປັນພຣະບິດາ, ແລະ ພຣະເຢຊູຜູ້ ເປັນກາງຂອງພັນທະສັນຍາໃໝ່.
20 ອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດທີ່ຕ່ຳກວ່າ, ຫລື ຖານະປະໂລຫິດແຫ່ງອາໂຣນ, ຄືການຖື ຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ, ແລະ ການປະຕິບັດ ພິທີການພາຍນອກ, ຕົວອັກສອນຂອງພຣະກິດຕິຄຸນ, ການບັບຕິສະມາແຫ່ງການກັບໃຈເພື່ອ ການປົດບາບ, ໃຫ້ສອດຄ່ອງກັບພັນທະສັນຍາ ແລະ ພຣະບັນຍັດ.
21 ດ້ວຍຄວາມຈຳເປັນຈຶ່ງມີປະທານ, ຫລື ເຈົ້າໜ້າທີ່ຄວບຄຸມຈຶ່ງເກີດຂຶ້ນຈາກ, ຫລື ຖືກກຳນົດຈາກ ຫລື ມາຈາກຄົນເຫລົ່ານັ້ນທີ່ຖືກແຕ່ງຕັ້ງ ສູ່ຕຳແໜ່ງຕ່າງໆໃນຖານະປະໂລຫິດສອງຢ່າງນີ້.
22 ຈາກ ຖານະປະໂລຫິດແຫ່ງເມນຄີເສເດັກ, ມະຫາປະໂລຫິດ ຄວບຄຸມສາມຄົນ, ຊຶ່ງໄດ້ຖືກເອີ້ນໂດຍສະພາ, ໄດ້ຖືກກຳນົດ ແລະ ຖືກແຕ່ງຕັ້ງສູ່ຕຳແໜ່ງນີ້, ແລະ ໄດ້ຮັບ ການສະໜັບສະໜູນໂດຍຄວາມໝັ້ນໃຈ, ສັດທາ, ແລະ ຄຳອະທິຖານຂອງສາດສະໜາຈັກ, ປະກອບເປັນກຸ່ມຂອງຝ່າຍປະທານຂອງສາດສະໜາຈັກ.
23 ສະມາຊິກ ສິບສອງຄົນໃນສະພາທີ່ເຄື່ອນທີ່ຖືກເອີ້ນວ່າ ອັກຄະສາວົກສິບສອງ—ພະຍານພິເສດ ເຖິງພຣະນາມຂອງພຣະຄຣິດໃນທົ່ວໂລກ, ດັ່ງນັ້ນ ຈຶ່ງແຕກຕ່າງຈາກໜ້າທີ່ອື່ນໆໃນສາດສະໜາຈັກໃນໜ້າທີ່ການເອີ້ນຂອງພວກເພິ່ນ.
24 ແລະ ພວກເພິ່ນປະກອບເປັນກຸ່ມ, ມີສິດອຳນາດ ແລະ ອຳນາດເທົ່າທຽມກັບປະທານສາມຄົນທີ່ໄດ້ກ່າວເຖິງຜ່ານມາ.
25 ສາວົກ ເຈັດສິບຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນ, ແລະ ເປັນພະຍານພິເສດຕໍ່ຄົນຕ່າງຊາດ ແລະ ໃນທົ່ວໂລກ—ດັ່ງນັ້ນຈຶ່ງແຕກຕ່າງຈາກໜ້າທີ່ອື່ນໆ ໃນສາດສະໜາຈັກໃນໜ້າທີ່ຂອງການເອີ້ນຂອງເຂົາ.ເຈົ້າ.
26 ແລະ ເຂົາເຈົ້າປະກອບເປັນກຸ່ມ, ມີສິດອຳນາດເທົ່າທຽມກັບພະຍານພິເສດສິບສອງຄົນ ຫລື ອັກຄະສາວົກສິບສອງທີ່ຫາກໍກ່າວເຖິງ.
27 ແລະ ການຕັດສິນທຸກເລື່ອງ ທີ່ເຮັດໂດຍກຸ່ມເຫລົ່ານີ້ ຈະຕ້ອງເປັນເອກະສັນ; ນັ້ນຄື, ສະມາຊິກທຸກຄົນໃນແຕ່ລະກຸ່ມ ຈະຕ້ອງເຫັນພ້ອມກັນໃນການຕັດສິນໃນສະພາ, ເພື່ອເຮັດໃຫ້ການຕັດສິນຂອງເຂົາເຈົ້າ ມີອຳນາດດຽວກັນ ຫລື ມີສິດອຳນາດນຳກັນໃນສະພາ—
28 ສຽງສ່ວນຫລາຍສາມາດປະກອບກຸ່ມຂຶ້ນ ເມື່ອສະພາບການເຮັດໃຫ້ເປັນຢ່າງອື່ນບໍ່ໄດ້—
29 ຍົກເວັ້ນແຕ່ໃນກໍລະນີນີ້, ການຕັດສິນຂອງເຂົາເຈົ້າບໍ່ມີສິດໃນພອນອັນດຽວກັນ ກັບການຕັດສິນຂອງກຸ່ມຂອງປະທານສາມຄົນ ຊຶ່ງມີໃນສະໄໝບູຮານ, ຜູ້ໄດ້ຖືກແຕ່ງຕັ້ງຕາມລະບຽບຂອງເມນຄີເສເດັກ, ແລະ ເປັນຜູ້ຊາຍທີ່ຊອບທຳ ແລະ ບໍລິສຸດ.
30 ການຕັດສິນຂອງກຸ່ມເຫລົ່ານີ້, ຫລື ກຸ່ມໃດກຸ່ມໜຶ່ງ, ແມ່ນຕ້ອງເຮັດໄປດ້ວຍ ຄວາມຊອບທຳ, ດ້ວຍຄວາມບໍລິສຸດ, ແລະ ຄວາມຕ່ຳຕ້ອຍໃນໃຈ, ດ້ວຍຄວາມອ່ອນໂຍນ ແລະ ຄວາມອົດກັ້ນ, ແລະ ດ້ວຍສັດທາ, ແລະ ຄຸນນະທຳ, ແລະ ຄວາມຮູ້, ຄວາມຢັບຢັ້ງຕົນ, ຄວາມອົດທົນ, ຄວາມເປັນເໝືອນພຣະເຈົ້າ, ຄວາມກະລຸນາສັນອ້າຍນ້ອງ ແລະ ຄວາມໃຈບຸນ;
31 ເພາະຄຳສັນຍາຄື ຖ້າຫາກສິ່ງເຫລົ່ານີ້ມີຢ່າງຫລວງຫລາຍໃນເຂົາເຈົ້າ, ແລ້ວເຂົາເຈົ້າຈະ ບໍ່ໄຮ້ຜົນໃນ ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າ.
32 ແລະ ໃນກໍລະນີທີ່ການຕັດສິນຂອງກຸ່ມເຫລົ່ານີ້ ກະທຳໄປໃນຄວາມບໍ່ຊອບທຳ, ກໍສາມາດນຳມາຢູ່ຕໍ່ໜ້າການຊຸມນຸມໃຫຍ່ຂອງກຸ່ມຕ່າງໆ, ຊຶ່ງປະກອບດ້ວຍເຈົ້າໜ້າທີ່ຝ່າຍວິນຍານຂອງສາດສະໜາຈັກ; ຖ້າບໍ່ດັ່ງນັ້ນ ຈະມີການອຸທອນບໍ່ໄດ້ຈາກການຕັດສິນ ຂອງສະພາເຫລົ່ານັ້ນ.
33 ອັກຄະສາວົກສິບສອງເປັນສະພາສູງເຄື່ອນທີ່ຄວບຄຸມ, ເພື່ອປະຕິບັດໜ້າທີ່ໃນພຣະນາມຂອງພຣະຜູ້ເປັນເຈົ້າ, ພາຍໃຕ້ການຊີ້ນຳຂອງຝ່າຍປະທານຂອງສາດສະໜາຈັກ, ໂດຍສອດຄ່ອງກັບສະຖາບັນແຫ່ງສະຫວັນ; ເພື່ອເສີມສ້າງສາດສະໜາຈັກ, ແລະ ຄວບຄຸມທຸລະກິດທັງໝົດຂອງສາດສະໜາຈັກໃນປະຊາຊາດທັງປວງ, ທຳອິດໃຫ້ແກ່ ຄົນຕ່າງຊາດ ແລະ ຕໍ່ໄປໃຫ້ແກ່ຊາວຢິວ.
34 ສາວົກເຈັດສິບຕ້ອງກະທຳໃນພຣະນາມຂອງພຣະຜູ້ເປັນເຈົ້າ, ພາຍໃຕ້ການຊີ້ນຳຂອງອັກຄະສາວົກ ສິບສອງ ຫລື ສະພາສູງເຄື່ອນທີ່, ໃນການເສີມສ້າງສາດສະໜາຈັກ ແລະ ຄວບຄຸມທຸລະກິດທັງໝົດຂອງສາດສະໜາຈັກ ໃນປະຊາຊາດທັງປວງ, ທຳອິດໃຫ້ແກ່ຄົນຕ່າງຊາດ ແລະ ຕໍ່ໄປໃຫ້ແກ່ຊາວຢິວ—
35 ອັກຄະສາວົກສິບສອງໂດຍທີ່ຖືກສົ່ງອອກໄປ, ຖືຂໍກະແຈ, ເພື່ອເປີດປະຕູໂດຍການປະກາດພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແລະ ທຳອິດໃຫ້ແກ່ຄົນຕ່າງຊາດ ແລະ ຕໍ່ໄປໃຫ້ແກ່ຊາວຢິວ.
36 ສະພາສູງປະຈຳທີ່, ທີ່ສະເຕກຂອງຊີໂອນ, ປະກອບເປັນກຸ່ມເທົ່າທຽມກັນໃນສິດອຳນາດໃນພາລະກິດຂອງສາດສະໜາຈັກ, ໃນການຕັດສິນທັງໝົດຂອງເຂົາເຈົ້າ, ກັບກຸ່ມຂອງຝ່າຍປະທານ, ຫລື ກັບສະພາສູງເຄື່ອນທີ່.
37 ສະພາສູງໃນຊີໂອນ ປະກອບເປັນກຸ່ມເທົ່າທຽມກັນ ໃນສິດອຳນາດໃນພາລະກິດຂອງສາດສະໜາຈັກ, ໃນການຕັດສິນທັງໝົດຂອງເຂົາເຈົ້າ, ກັບສະພາອັກຄະສາວົກສິບສອງທີ່ສະເຕກຂອງຊີໂອນ.
38 ມັນເປັນໜ້າທີ່ຂອງສະພາສູງເຄື່ອນທີ່ ທີ່ຈະເອີ້ນສາວົກ ເຈັດສິບ, ເມື່ອເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອ, ເພື່ອບັນລຸການເອີ້ນຕ່າງໆໃນການສັ່ງສອນ ແລະ ການປະຕິບັດພຣະກິດຕິຄຸນ, ແທນທີ່ຈະເປັນຄົນອື່ນໆ.
39 ມັນເປັນໜ້າທີ່ຂອງອັກຄະສາວົກສິບສອງ, ໃນສາຂາໃຫຍ່ທັງປວງຂອງສາດສະໜາຈັກ, ທີ່ຈະແຕ່ງຕັ້ງເປັນ ຜູ້ປະກາດຂ່າວປະເສີດ, ດັ່ງທີ່ພວກເພິ່ນຈະຖືກມອບໝາຍໃຫ້ແກ່ພວກເພິ່ນໂດຍການເປີດເຜີຍ—
40 ລະບຽບຂອງຖານະປະໂລຫິດນີ້ ໄດ້ຖືກຢືນຢັນໃຫ້ສົ່ງຕໍ່ຈາກພໍ່ໄປໃຫ້ລູກຊາຍ, ແລະ ເປັນຕະກຸນໂດຍແທ້ທີ່ເລືອກໄວ້, ຊຶ່ງຄຳສັນຍາໄດ້ຖືກເຮັດໄວ້ກັບຜູ້ຄົນເຫລົ່ານັ້ນ.
41 ລະບຽບນີ້ໄດ້ຖືກແຕ່ງຕັ້ງຂຶ້ນໃນວັນເວລາຂອງ ອາດາມ, ແລະ ໄດ້ຖືກສົ່ງຕໍ່ມາໂດຍ ທາຍາດໃນລັກສະນະດັ່ງຕໍ່ໄປນີ້:
42 ຈາກອາດາມ ເຖິງ ເຊດ, ຜູ້ໄດ້ຖືກແຕ່ງຕັ້ງໂດຍອາດາມຕອນມີອາຍຸໄດ້ຫົກສິບເກົ້າປີ, ແລະ ໄດ້ຮັບພອນຈາກລາວສາມປີກ່ອນລາວ (ອາດາມ) ໄດ້ສິ້ນຊີວິດໄປ, ແລະ ໄດ້ຮັບຄຳສັນຍາຂອງພຣະຜູ້ເປັນເຈົ້າຜ່ານບິດາຂອງລາວ, ວ່າລູກຫລານຂອງລາວຈະເປັນຜູ້ຖືກເລືອກຂອງພຣະຜູ້ເປັນເຈົ້າ, ແລະ ວ່າພວກເຂົາຈະຖືກປົກປັກຮັກສາໄວ້ຈົນເຖິງທີ່ສຸດຂອງແຜ່ນດິນໂລກ;
43 ເພາະລາວ (ເຊດ) ເປັນຄົນ ດີພ້ອມ, ແລະ ລັກສະນະຂອງລາວເປັນເໝືອນລັກສະນະຂອງບິດາຂອງລາວ, ເຖິງຂະໜາດທີ່ລາວເບິ່ງຄືກັນກັບບິດາຂອງລາວໃນທຸກສິ່ງ, ແລະ ແຕກຕ່າງແຕ່ອາຍຸໄຂຂອງລາວເທົ່ານັ້ນ.
44 ເອໂນດໄດ້ຖືກແຕ່ງຕັ້ງຕອນມີອາຍຸໄດ້ໜຶ່ງຮ້ອຍສາມສິບສີ່ປີ ແລະ ສີ່ເດືອນ, ໂດຍມືຂອງອາດາມ.
45 ພຣະເຈົ້າໄດ້ເອີ້ນເກນານຢູ່ໃນຖິ່ນແຫ້ງແລ້ງກັນດານຕອນມີອາຍຸໄດ້ສີ່ສິບປີ; ແລະ ລາວໄດ້ພົບກັບອາດາມໃນລະຫວ່າງການເດີນທາງໄປເຊດໍເລມັກ. ລາວມີອາຍຸໄດ້ແປດສິບເຈັດປີເມື່ອລາວໄດ້ຮັບການແຕ່ງຕັ້ງຂອງລາວ.
46 ມະຫາລາເລນມີອາຍຸໄດ້ສີ່ຮ້ອຍເກົ້າສິບຫົກປີ ແລະ ເຈັດມື້ ຕອນລາວໄດ້ຖືກແຕ່ງຕັ້ງໂດຍມືຂອງອາດາມ, ຜູ້ຊຶ່ງໄດ້ໃຫ້ພອນແກ່ລາວຄືກັນ.
47 ຢາເຣັດມີອາຍຸໄດ້ສອງຮ້ອຍປີຕອນລາວໄດ້ຖືກແຕ່ງຕັ້ງພາຍໃຕ້ມືຂອງອາດາມ, ຜູ້ຊຶ່ງໄດ້ໃຫ້ພອນແກ່ລາວຄືກັນ.
48 ເອນົກມີອາຍຸໄດ້ຊາວຫ້າປີຕອນລາວໄດ້ຮັບການແຕ່ງຕັ້ງພາຍໃຕ້ມືຂອງອາດາມ; ແລະ ລາວໄດ້ຮັບພອນຈາກອາດາມຕອນລາວມີອາຍຸໄດ້ຫົກສິບຫ້າປີ.
49 ແລະ ລາວໄດ້ເຫັນພຣະຜູ້ເປັນເຈົ້າ, ແລະ ລາວໄດ້ຕິດຕາມພຣະອົງ, ແລະ ໄດ້ຢູ່ຕໍ່ພຣະພັກຂອງພຣະອົງສະເໝີໄປ; ແລະ ລາວໄດ້ ຕິດຕາມພຣະເຈົ້າໄປຕື່ມອີກສາມຮ້ອຍຫົກສິບຫ້າປີ, ເຮັດໃຫ້ລາວມີອາຍຸສີ່ຮ້ອຍສາມສິບປີຕອນລາວໄດ້ຖືກ ຮັບໄປ.
50 ເມທູເຊລາມີອາຍຸໄດ້ໜຶ່ງຮ້ອຍປີຕອນລາວໄດ້ຖືກແຕ່ງຕັ້ງພາຍໃຕ້ມືຂອງອາດາມ.
51 ລາເມັກມີອາຍຸໄດ້ສາມສິບສອງປີຕອນລາວໄດ້ຖືກແຕ່ງຕັ້ງພາຍໃຕ້ມືຂອງເຊດ.
52 ໂນອາມີອາຍຸໄດ້ສິບປີຕອນລາວໄດ້ຖືກແຕ່ງຕັ້ງພາຍໃຕ້ມືຂອງເມທູເຊລາ.
53 ສາມປີກ່ອນການຕາຍຂອງອາດາມ, ລາວໄດ້ເອີ້ນເຊດ, ເອໂນດ, ເກນານ, ມະຫາລາເລນ, ຢາເຣັດ, ເອນົກ, ແລະ ເມທູເຊລາ, ຜູ້ເປັນ ມະຫາປະໂລຫິດທຸກຄົນ, ກັບລູກຫລານຜູ້ທີ່ເຫລືອຢູ່ຂອງລາວຊຶ່ງເປັນຜູ້ຊອບທຳ, ເຂົ້າໄປໃນຮ່ອມພູຂອງ ອາດາມ-ອອນໄດ-ອາມັນ, ແລະ ໃຫ້ພອນສຸດທ້າຍຂອງລາວແກ່ພວກເຂົາຢູ່ບ່ອນນັ້ນ.
54 ແລະ ພຣະຜູ້ເປັນເຈົ້າໄດ້ປະກົດແກ່ພວກເຂົາ, ແລະ ພວກເຂົາໄດ້ລຸກຂຶ້ນ ແລະ ໃຫ້ພອນແກ່ ອາດາມ, ແລະ ເອີ້ນລາວວ່າ ມີຄາເອນ, ເຈົ້າຊາຍ, ທູດ.
55 ແລະ ພຣະຜູ້ເປັນເຈົ້າໄດ້ປະຕິບັດການປອບໂຍນແກ່ອາດາມ, ແລະ ໄດ້ກ່າວກັບລາວວ່າ: ເຮົາໄດ້ຕັ້ງເຈົ້າໃຫ້ເປັນຫົວໜ້າ; ປະຊາຊາດຢ່າງຫລວງຫລາຍຈະມາຫາເຈົ້າ, ແລະ ເຈົ້າຄື ເຈົ້າຊາຍເໜືອພວກເຂົາຕະຫລອດການ.
56 ແລະ ອາດາມໄດ້ຢືນຢູ່ໃນທ່າມກາງການປະຊຸມ; ແລະ, ເຖິງແມ່ນວ່າຫລັງຂອງລາວກໍກ່ອມເພາະອາຍຸໄຂ, ໂດຍທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ, ແຕ່ໄດ້ບອກລ່ວງໜ້າເຖິງເລື່ອງໃດກໍຕາມທີ່ຈະ ບັງເກີດຂຶ້ນກັບລູກຫລານຂອງລາວຈົນເຖິງລຸ້ນສຸດທ້າຍ.
57 ສິ່ງເຫລົ່ານີ້ທັງໝົດໄດ້ຖືກຂຽນໄວ້ຢູ່ໃນໜັງສືຂອງເອນົກ, ແລະ ຈະເປັນພະຍານເຖິງໃນເວລາທີ່ເໝາະສົມ.
58 ມັນເປັນໜ້າທີ່ຂອງອັກຄະສາວົກ ສິບສອງນຳອີກທີ່ຈະ ແຕ່ງຕັ້ງ ແລະ ວາງລະບຽບເຈົ້າໜ້າທີ່ອື່ນໆຂອງສາດສະໜາຈັກ, ໃຫ້ສອດຄ່ອງກັບການເປີດເຜີຍຊຶ່ງກ່າວວ່າ:
59 ເຖິງສາດສະໜາຈັກຂອງພຣະຄຣິດໃນແຜ່ນດິນຊີໂອນ, ນອກເໜືອໄປຈາກ ກົດຂອງສາດສະໜາຈັກກ່ຽວກັບທຸລະກິດຂອງສາດສະໜາຈັກ—
60 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຈອມໂຍທາໄດ້ກ່າວວ່າ ຈຳເປັນຕ້ອງມີແອວເດີ ຜູ້ຄວບຄຸມເພື່ອຄວບຄຸມຄົນເຫລົ່ານັ້ນທີ່ຢູ່ໃນຕຳແໜ່ງແອວເດີ;
61 ແລະ ປະໂລຫິດນຳອີກເພື່ອຄວບຄຸມຄົນເຫລົ່ານັ້ນທີ່ຢູ່ໃນຕຳແໜ່ງຂອງປະໂລຫິດ;
62 ແລະ ຄູສອນນຳອີກເພື່ອ ຄວບຄຸມຄົນເຫລົ່ານັ້ນທີ່ຢູ່ໃນຕຳແໜ່ງຄູສອນ, ໃນວິທີດຽວກັນ, ແລະ ມັກຄະນາຍົກນຳອີກ—
63 ດັ່ງນັ້ນ, ຈາກມັກຄະນາຍົກເຖິງຄູສອນ, ແລະ ຈາກຄູສອນເຖິງປະໂລຫິດ, ແລະ ຈາກປະໂລຫິດເຖິງແອວເດີ, ເປັນສ່ວນບຸກຄົນຕາມທີ່ພວກເຂົາໄດ້ຖືກແຕ່ງຕັ້ງ, ຕາມພັນທະສັນຍາ ແລະ ບັນຍັດຂອງສາດສະໜາຈັກ.
64 ຈາກນັ້ນ ເຖິງຖານະປະໂລຫິດສູງ, ຊຶ່ງສຳຄັນທີ່ສຸດເໜືອທຸກຕຳແໜ່ງ.
65 ດັ່ງນັ້ນ, ມັນຈຶ່ງຈຳເປັນວ່າຕ້ອງໄດ້ແຕ່ງຕັ້ງຄົນໜຶ່ງໃນຖານະປະໂລຫິດສູງໃຫ້ຄວບຄຸມຖານະປະໂລຫິດ, ແລະ ລາວຈະຖືກເອີ້ນວ່າປະທານຂອງຖານະປະໂລຫິດສູງຂອງສາດສະໜາຈັກ;
66 ຫລື, ອີກຄຳໜຶ່ງ, ມະຫາປະໂລຫິດ ຄວບຄຸມຖານະປະໂລຫິດສູງຂອງສາດສະໜາຈັກ.
67 ຈາກຄົນດຽວກັນນັ້ນ ການປະຕິບັດພິທີການ ແລະ ພອນມາເຖິງສາດສະໜາຈັກ, ໂດຍ ການວາງມື.
68 ດັ່ງນັ້ນ, ຕຳແໜ່ງຂອງອະທິການຈຶ່ງບໍ່ເທົ່າທຽມກັບຕຳແໜ່ງນັ້ນ; ເພາະຕຳແໜ່ງຂອງ ອະທິການຢູ່ໃນການປະຕິບັດເລື່ອງຝ່າຍໂລກທັງປວງ;
69 ເຖິງຢ່າງໃດກໍຕາມ ອະທິການຈະຕ້ອງຖືກເລືອກຈາກ ຖານະປະໂລຫິດສູງ, ຍົກເວັ້ນແຕ່ລາວມາຈາກ ຕະກຸນໂດຍແທ້ຂອງອາໂຣນເທົ່ານັ້ນ;
70 ເພາະຍົກເວັ້ນແຕ່ລາວມາຈາກຕະກຸນໂດຍແທ້ຂອງອາໂຣນເທົ່ານັ້ນ ລາວບໍ່ສາມາດຖືຂໍກະແຈຂອງຖານະປະໂລຫິດນັ້ນ.
71 ເຖິງຢ່າງໃດກໍຕາມ, ມະຫາປະໂລຫິດຄົນໜຶ່ງ, ຕາມລະບຽບຂອງເມນຄີເສເດັກ, ອາດຖືກແຕ່ງຕັ້ງເປັນທາງການສຳລັບການປະຕິບັດເລື່ອງຝ່າຍໂລກ, ໂດຍມີຄວາມຮູ້ກ່ຽວກັບເລື່ອງເຫລົ່ານັ້ນໂດຍພຣະວິນຍານແຫ່ງຄວາມຈິງ;
72 ແລະ ເພື່ອເປັນ ຜູ້ຕັດສິນໃນອິດສະຣາເອນນຳອີກ, ເພື່ອເຮັດທຸລະກິດຂອງສາດສະໜາຈັກ, ເພື່ອນັ່ງໃນການຕັດສິນຄົນລ່ວງລະເມີດ ຕາມປະຈັກພະຍານດັ່ງທີ່ມັນວາງຢູ່ຕໍ່ໜ້າຂອງລາວຕາມກົດ, ໂດຍຄວາມຊ່ວຍເຫລືອຂອງທີ່ປຶກສາຂອງລາວ, ຜູ້ທີ່ລາວໄດ້ເລືອກ ຫລື ຈະເລືອກຈາກບັນດາພວກແອວເດີຂອງສາດສະໜາຈັກ.
73 ນີ້ເປັນໜ້າທີ່ຂອງອະທິການ ຜູ້ບໍ່ໄດ້ເປັນຕະກຸນໂດຍແທ້ຂອງອາໂຣນ, ແຕ່ໄດ້ຖືກແຕ່ງຕັ້ງສູ່ຖານະປະໂລຫິດສູງຕາມລະບຽບຂອງເມນຄີເສເດັກ.
74 ດັ່ງນັ້ນລາວຈະເປັນຜູ້ຕັດສິນ, ແມ່ນແຕ່ຜູ້ຕັດສິນທົ່ວໄປໃນບັນດາຜູ້ອາໄສຂອງຊີໂອນ, ຫລື ໃນສະເຕກແຫ່ງຊີໂອນ, ຫລື ໃນສາຂາໃດໆຂອງສາດສະໜາຈັກ ບ່ອນທີ່ລາວຈະຖືກແຕ່ງຕັ້ງເປັນທາງການສູ່ການປະຕິບັດສາດສະໜາກິດນີ້, ຈົນກວ່າເຂດແດນຂອງຊີໂອນຈະຂະຫຍາຍກວ້າງອອກໄປ ແລະ ຈຳເປັນຕ້ອງມີອະທິການ ຫລື ຜູ້ຕັດສິນຄົນອື່ນອີກໃນຊີໂອນ ຫລື ໃນບ່ອນອື່ນ.
75 ແລະ ຕາບໃດທີ່ມີອະທິການຄົນອື່ນຖືກແຕ່ງຕັ້ງໄວ້ ແລ້ວພວກເຂົາຈະກະທຳໃນຕຳແໜ່ງດຽວກັນນັ້ນ.
76 ແຕ່ຕະກຸນໂດຍແທ້ຂອງອາໂຣນມີສິດຢ່າງຖືກຕ້ອງ ໃນການເປັນຝ່າຍປະທານຂອງຖານະປະໂລຫິດນີ້, ໃນ ຂໍກະແຈຂອງການປະຕິບັດສາດສະໜາກິດນີ້, ໃນການກະທຳໃນຕຳແໜ່ງອະທິການໂດຍອິດສະລະ, ໂດຍບໍ່ຕ້ອງມີທີ່ປຶກສາ, ຍົກເວັ້ນແຕ່ໃນກໍລະນີທີ່ປະທານຂອງຖານະປະໂລຫິດສູງ, ຕາມລະບຽບຂອງເມນຄີເສເດັກ, ຈະຖືກພິຈາລະນາຄະດີ, ໃນການນັ່ງເປັນຜູ້ຕັດສິນໃນອິດສະຣາເອນ.
77 ແລະ ການຕັດສິນຂອງສະພາໃດໜຶ່ງຂອງສະພາເຫລົ່ານີ້, ໂດຍສອດຄ່ອງກັບບັນຍັດຊຶ່ງກ່າວວ່າ:
78 ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ທຸລະກິດທີ່ສຳຄັນທີ່ສຸດຂອງສາດສະໜາຈັກ, ແລະ ເລື່ອງທີ່ ຫຍຸ້ງຍາກທີ່ສຸດຂອງສາດສະໜາຈັກ, ຕາບໃດທີ່ບໍ່ມີຄວາມພໍໃຈກັບການຕັດສິນຂອງອະທິການ ຫລື ຜູ້ຕັດສິນ, ມັນຈະຖືກສົ່ງຕໍ່ ແລະ ຍື່ນຂຶ້ນເຖິງສະພາຂອງສາດສະໜາຈັກ, ຕໍ່ໜ້າ ຝ່າຍປະທານຂອງຖານະປະໂລຫິດສູງ.
79 ແລະ ຝ່າຍປະທານສະພາຂອງຖານະປະໂລຫິດສູງ ຈະມີອຳນາດທີ່ຈະເອີ້ນໃຫ້ມະຫາປະໂລຫິດສູງຄົນອື່ນໆ, ແມ່ນແຕ່ສິບສອງຄົນ, ມາຊ່ວຍເປັນທີ່ປຶກສາ; ແລະ ດັ່ງນັ້ນຝ່າຍປະທານຂອງຖານະປະໂລຫິດສູງ ແລະ ທີ່ປຶກສາຂອງຝ່າຍປະທານຈະມີອຳນາດທີ່ຈະຕັດສິນຕາມປະຈັກພະຍານຕາມກົດຂອງສາດສະໜາຈັກ.
80 ແລະ ຫລັງຈາກການຕັດສິນນີ້ ມັນຈະບໍ່ຖືກຈື່ຈຳອີກຢູ່ຕໍ່ໜ້າພຣະພັກຂອງພຣະຜູ້ເປັນເຈົ້າ; ເພາະນີ້ເປັນສະພາສູງສຸດຂອງສາດສະໜາຈັກຂອງພຣະເຈົ້າ, ແລະ ເປັນການຕັດສິນຊີ້ຂາດກ່ຽວກັບການຖົກຖຽງກັນເລື່ອງຝ່າຍວິນຍານ.
81 ບໍ່ມີຄົນໃດທີ່ເປັນຂອງສາດສະໜາຈັກທີ່ຖືກຍົກເວັ້ນຈາກສະພານີ້ຂອງສາດສະໜາຈັກ.
82 ແລະ ຕາບໃດທີ່ປະທານຂອງຖານະປະໂລຫິດສູງຈະລ່ວງລະເມີດ, ລາວຈະຖືກຈື່ຈຳຢູ່ຕໍ່ໜ້າສະພາທົ່ວໄປຂອງສາດສະໜາຈັກ, ຜູ້ຈະໄດ້ຮັບຄວາມຊ່ວຍເຫລືອຈາກທີ່ປຶກສາສິບສອງຄົນຂອງຖານະປະໂລຫິດສູງ;
83 ແລະ ການຕັດສິນຂອງເຂົາເຈົ້າ ທີ່ຢູ່ເທິງຫົວຂອງລາວ ຈະຢຸດຕິການຖົກຖຽງກັນກ່ຽວກັບລາວ.
84 ດັ່ງນັ້ນ, ບໍ່ມີຄົນໃດຈະຖືກຍົກເວັ້ນຈາກ ຄວາມຍຸດຕິທຳ ແລະ ກົດຂອງພຣະເຈົ້າ, ເພື່ອວ່າທຸກສິ່ງຈະຖືກກະທຳໄປຕາມລະບຽບ ແລະ ໃນຄວາມນອບນ້ອມຢູ່ຕໍ່ພຣະພັກຂອງພຣະອົງ, ຕາມຄວາມຈິງ ແລະ ຄວາມຊອບທຳ.
85 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໜ້າທີ່ຂອງປະທານເໜືອຕຳແໜ່ງ ມັກຄະນາຍົກ ຄືຄວບຄຸມມັກຄະນາຍົກສິບສອງຄົນ, ເພື່ອນັ່ງຢູ່ໃນສະພາກັບພວກເຂົາ, ແລະ ເພື່ອ ສິດສອນ ໜ້າທີ່ໃຫ້ພວກເຂົາ, ເສີມສ້າງກັນແລະກັນ, ດັ່ງທີ່ມັນຖືກມອບໃຫ້ໄວ້ໃນພັນທະສັນຍາ.
86 ແລະ ໜ້າທີ່ຂອງປະທານເໜືອຕຳແໜ່ງຄູສອນນຳອີກ ຄືຄວບຄຸມ ຄູສອນຊາວສີ່ຄົນ, ແລະ ເພື່ອນັ່ງຢູ່ໃນສະພາກັບພວກເຂົາ, ສິດສອນໜ້າທີ່ໃຫ້ພວກເຂົາ, ດັ່ງທີ່ມັນຖືກມອບໃຫ້ໄວ້ໃນພັນທະສັນຍາ.
87 ໜ້າທີ່ຂອງປະທານເໜືອຖານະປະໂລຫິດແຫ່ງອາໂຣນນຳອີກ ຄືຄວບຄຸມ ປະໂລຫິດສີ່ສິບແປດຄົນ, ແລະ ນັ່ງຢູ່ໃນສະພາກັບພວກເຂົາ, ເພື່ອສິດສອນໜ້າທີ່ໃຫ້ພວກເຂົາ, ດັ່ງທີ່ມັນຖືກມອບໃຫ້ໄວ້ໃນພັນທະສັນຍາ—
88 ປະທານຄົນນີ້ຕ້ອງເປັນ ອະທິການ; ເພາະນີ້ຄືໜ້າທີ່ໜຶ່ງຂອງຖານະປະໂລຫິດນີ້.
89 ອີກເທື່ອໜຶ່ງ, ໜ້າທີ່ຂອງປະທານເໜືອຕຳແໜ່ງຂອງ ແອວເດີ ຄືຄວບຄຸມແອວເດີເກົ້າສິບຫົກຄົນ, ແລະ ເພື່ອນັ່ງໃນສະພາກັບພວກເຂົາ, ແລະ ເພື່ອສິດສອນພວກເຂົາຕາມພັນທະສັນຍາ.
90 ຝ່າຍປະທານນີ້ແຕກຕ່າງຈາກສາວົກເຈັດສິບ, ແລະ ຖືກມອບໝາຍໃຫ້ຄົນເຫລົ່ານັ້ນທີ່ບໍ່ ເດີນທາງໄປທົ່ວໂລກ.
91 ແລະ ອີກເທື່ອໜຶ່ງ, ໜ້າທີ່ຂອງປະທານຂອງຕຳແໜ່ງຖານະປະໂລຫິດສູງ ຄື ຄວບຄຸມທັງສາດສະໜາຈັກ, ແລະ ເປັນເໝືອນດັ່ງ ໂມເຊ—
92 ຈົ່ງເບິ່ງ, ນີ້ຄືປັນຍາ; ແທ້ຈິງແລ້ວ, ຄືເປັນ ຜູ້ພະຍາກອນ, ຜູ້ເປີດເຜີຍ, ຜູ້ແປ, ແລະ ສາດສະດາ, ໂດຍມີ ຂອງປະທານທັງປວງຂອງພຣະເຈົ້າ ຊຶ່ງມອບໃຫ້ແກ່ຫົວໜ້າຂອງສາດສະໜາຈັກ.
93 ແລະ ເປັນໄປຕາມພາບນິມິດທີ່ສະແດງ ໃຫ້ເຫັນກ່ຽວກັບລະບຽບຂອງ ສາວົກເຈັດສິບ, ວ່າເຂົາເຈົ້າຈະມີປະທານເຈັດຄົນປົກຄອງເຂົາເຈົ້າ, ຊຶ່ງເລືອກຈາກບັນດາສາວົກເຈັດສິບ;
94 ແລະ ຄົນໜຶ່ງໃນປະທານເຈັດຄົນນີ້ ຈະຄວບຄຸມປະທານຫົກຄົນ;
95 ແລະ ປະທານເຈັດຄົນນີ້ຕ້ອງໄດ້ເລືອກອີກເຈັດສິບຄົນ ນອກເໜືອໄປຈາກເຈັດສິບຄົນທຳອິດທີ່ເຂົາເຈົ້າເປັນພາກສ່ວນ, ແລະ ຕ້ອງຄວບຄຸມຄົນເຫລົ່ານັ້ນ;
96 ແລະ ເຈັດສິບຄົນອື່ນນຳອີກ, ຈົນກວ່າມີເຈັດຄູນເຈັດສິບ, ຖ້າຫາກວຽກງານຢູ່ໃນສວນອະງຸ່ນຮຽກຮ້ອງດ້ວຍຄວາມຈຳເປັນ.
97 ແລະ ສາວົກເຈັດສິບເຫລົ່ານີ້ຕ້ອງເປັນຜູ້ປະຕິບັດສາດສະໜາກິດ ເຄື່ອນທີ່, ໄປຍັງຄົນຕ່າງຊາດກ່ອນແລະ ໄປຍັງຊາວຢິວນຳອີກ.
98 ໃນຂະນະທີ່ເຈົ້າໜ້າທີ່ຄົນອື່ນໆຂອງສາດສະໜາຈັກ, ຜູ້ບໍ່ໄດ້ຢູ່ໃນກຸ່ມອັກຄະສາວົກສິບສອງ, ທັງບໍ່ໄດ້ຢູ່ໃນກຸ່ມສາວົກເຈັດສິບ, ບໍ່ໄດ້ຢູ່ພາຍໃຕ້ໜ້າທີ່ຮັບຜິດຊອບທີ່ຈະເດີນທາງໄປໃນບັນດາປະຊາຊາດທັງປວງ, ແຕ່ຕ້ອງເດີນທາງຕາມສະຖານະການຂອງເຂົາເຈົ້າຈະອຳນວຍ, ທັງໆທີ່ເຂົາເຈົ້າອາດດຳລົງຕຳແໜ່ງສູງ ແລະ ມີໜ້າທີ່ຮັບຜິດຊອບເທົ່າທຽມກັບຄົນເຫລົ່ານັ້ນ ໃນສາດສະໜາຈັກກໍຕາມ.
99 ດັ່ງນັ້ນ, ບັດນີ້ໃຫ້ທຸກໆຄົນຮຽນຮູ້ ໜ້າທີ່ຂອງຕົນ, ແລະ ກະທຳໃນຕຳແໜ່ງທີ່ເຂົາຖືກກຳນົດໃຫ້, ດ້ວຍ ຄວາມພາກພຽນທັງໝົດ.
100 ຄົນທີ່ ກຽດຄ້ານຈະບໍ່ຖືກນັບວ່າມີ ຄ່າຄວນທີ່ຈະຢືນຢູ່, ແລະ ຄົນທີ່ບໍ່ຮຽນຮູ້ໜ້າທີ່ຂອງຕົນ ແລະ ບໍ່ສະແດງຕົນໃຫ້ເປັນທີ່ພໍພຣະໄທ ຈະບໍ່ຖືກນັບວ່າມີຄ່າຄວນທີ່ຈະຢືນຢູ່. ແມ່ນເປັນດັ່ງນັ້ນ. ອາແມນ.