ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107


ພາກ​ທີ 107

ການ​ເປີດ​ເຜີຍ​ເລື່ອງ​ຖາ​ນະ​ປະ​ໂລ​ຫິດ, ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ປະ​ມານ ເດືອນ​ເມ​ສາ 1835. ເຖິງ​ແມ່ນ​ພາກ​ນີ້​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ປີ 1835, ບັນ​ທຶກ​ປະ​ຫວັດ​ສາດ​ຢືນ​ຢັນ​ວ່າ ຂໍ້​ຄວາມ​ສ່ວນ​ຫລາຍ​ຂອງ ຂໍ້​ທີ 60 ຈົນ​ເຖິງ 100 ເອົາ​ຮວມ​ເຂົ້າກັນ​ກັບ​ການ​ເປີດ​ເຜີຍ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ ໃນ​ວັນ​ທີ 11 ເດືອນ​ພະ​ຈິກ, 1831. ພາກ​ນີ້​ແມ່ນ​ກ່ຽວ​ພັນ​ກັບ​ການ​ຈັດ​ຕັ້ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ເດືອນ​ກຸມ​ພາ ແລະ ເດືອນ​ມີ​ນາ 1835. ອາດ​ເປັນ​ວ່າ ສາດ​ສະ​ດາ​ໄດ້​ນຳ​ມັນ​ຂຶ້ນ​ສະ​ເໜີ​ແກ່​ຜູ້​ທີ່​ຕຽມ​ເດີນ​ທາງ ໃນ​ວັນ​ທີ 3 ເດືອນ​ພຶດ​ສະ​ພາ, 1835, ເພື່ອ​ໄປ​ເຜີຍ​ແຜ່​ເປັນ​ເທື່ອ​ທຳ​ອິດ​ຂອງ​ກຸ່ມ.

1–6, ມີ​ຖາ​ນະ​ປະ​ໂລ​ຫິດ​ສອງ​ຢ່າງ: ເມນ​ຄີ​ເສ​ເດັກ ແລະ ອາ​ໂຣນ; 7–12, ຜູ້​ດຳ​ລົງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ມີ​ອຳ​ນາດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ທຸກ​ຕຳ​ແໜ່ງ​ໃນ​ສາດ​ສະ​ໜາ​ຈັກ; 13–17, ຝ່າຍ​ອະ​ທິ​ການ​ເປັນ​ຜູ້​ຄວບ​ຄຸມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຊຶ່ງ​ປະ​ຕິ​ບັດ​ພິ​ທີ​ການ​ພາຍ​ນອກ; 18–20, ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ມີ​ຂໍ​ກະ​ແຈ​ຂອງ​ພອນ​ທາງ​ວິນ​ຍານ​ທຸກ​ປະ​ການ; ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ມີ​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ; 21–38, ຝ່າຍ​ປະ​ທານ​ສູງ​ສຸດ, ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ສາ​ວົກ​ເຈັດ​ສິບ​ປະ​ກອບ​ເປັນ​ກຸ່ມ​ຄວບ​ຄຸມ, ຊຶ່ງ​ການ​ຕັດ​ສິນ​ຂອງ​ພວກ​ເພິ່ນ​ຕ້ອງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຊອບ​ທຳ; 39–52, ລະ​ບຽບ​ແຫ່ງ​ປິ​ຕຸ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຈາກ​ອາ​ດາມ ເຖິງ ໂນ​ອາ; 53–57, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ອາ​ດາມ-ອອນ​ໄດ-ອາ​ມັນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ຕົວ​ຕໍ່​ພວກ​ເຂົາ; 58–67, ອັກ​ຄະ​ສາ​ວົກ​ສິບ​ສອງ​ຕ້ອງ​ວາງ​ລະ​ບຽບ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ; 68–76, ອະ​ທິ​ການ​ຮັບ​ໃຊ້​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ​ໃນ​ອິດ​ສະ​ຣາ​ເອນ; 77–84, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ປະ​ກອບ​ເປັນ​ສານ​ສູງ​ສຸດ​ໃນ​ສາດ​ສະ​ໜາ​ຈັກ; 85–100, ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ປົກ​ຄອງ​ກຸ່ມ​ຂອງ​ຕົນ​ເອງ.

1 ໃນ​ສາດ​ສະ​ໜາ​ຈັກ, ມີ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ດ້ວຍ​ກັນ​ສອງ​ຢ່າງ, ນັ້ນ​ຄື, ເມນ​ຄີ​ເສ​ເດັກ ແລະ ອາ​ໂຣນ, ລວມ​ທັງ ຖາ​ນະ​ປະ​ໂລ​ຫິດ​ແຫ່ງເລ​ວີ.

2 ເຫດ​ຜົນ​ຢ່າງ​ທຳ​ອິດ​ຖືກ​ເອີ້ນ​ວ່າ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ ເມນ​ຄີ​ເສ​ເດັກ ກໍ​ເພາະ​ວ່າ​ເມນ​ຄີ​ເສ​ເດັກ​ໄດ້​ເປັນ ມະ​ຫາ​ປະ​ໂລ​ຫິດ​ທີ່​ຍິ່ງ​ໃຫຍ່​ຫລາຍ.

3 ກ່ອນ​ວັນ​ເວ​ລາ​ຂອງ​ເພິ່ນ ມັນ​ຖືກ​ເອີ້ນ​ວ່າ ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ, ຕາມ ລະ​ບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

4 ແຕ່​ເນື່ອງ​ຈາກ​ຄວາມ​ນັບ​ຖື ຫລື ຄວາມ​ຄາ​ລະ​ວະ​ຕໍ່​ພຣະ​ນາມ​ຂອງ​ພຣະ​ຜູ້​ສູງ​ສຸດ, ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ກ່າວ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ​ເລື້ອຍໆ, ຜູ້​ຄົນ, ສາດ​ສະ​ໜາ​ຈັກ, ໃນ​ສະ​ໄໝ​ບູ​ຮານ, ຈຶ່ງ​ໄດ້​ເອີ້ນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ​ຕາມ​ເມນ​ຄີ​ເສ​ເດັກ, ຫລື ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

5 ເຈົ້າ​ໜ້າ​ທີ່ ຫລື ຕຳ​ແໜ່ງ​ອື່ນໆ​ທັງ​ປວງ​ໃນ​ສາດ​ສະ​ໜາ​ຈັກ​ເປັນ ສ່ວນ​ປະ​ກອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້.

6 ແຕ່​ມີ​ສອງ​ຝ່າຍ ຫລື ສອງ​ໝວດ​ໃຫຍ່—ຢ່າງ​ໜຶ່ງ​ແມ່ນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ແລະ ອີກ​ຢ່າງ​ໜຶ່ງ​ແມ່ນ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເລ​ວີ.

7 ຕຳ​ແໜ່ງ​ຂອງ ແອວ​ເດີ​ແມ່ນ​ຢູ່​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

8 ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຖື​ສິດ​ຂອງ​ຝ່າຍ​ປະ​ທານ, ແລະ ມີ​ອຳ​ນາດ ແລະ ສິດ​ອຳ​ນາດ​ເໜືອ​ຕຳ​ແໜ່ງ​ທັງ​ໝົດ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ໂລກ, ເພື່ອ​ປະ​ຕິ​ບັດ​ໃນ​ເລື່ອງ​ທາງ​ວິນ​ຍານ.

9 ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ, ຕາມ​ລະ​ບຽບ​ຂອງ​ເມນ​ຄີ​ເສ​ເດັກ, ມີ​ສິດ​ທີ່​ຈະ​ປະ​ຕິ​ບັດ​ໃນ​ທຸກ​ຕຳ​ແໜ່ງ​ໃນ​ສາດ​ສະ​ໜາ​ຈັກ.

10 ມະ​ຫາ​ປະ​ໂລ​ຫິດ​ຕາມ​ລະ​ບຽບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ມີ​ສິດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່ງ​ຂອງ​ຕົນ​ເອງ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ, ໃນ​ການ​ປະ​ຕິ​ບັດ​ເລື່ອງ​ທາງ​ວິນ​ຍານ, ແລະ ໃນ​ຕຳ​ແໜ່ງ​ຂອງ​ແອວ​ເດີ, ປະ​ໂລ​ຫິດ (ຂອງ​ລະ​ບຽບ​ຊາວເລ​ວີ), ຄູ​ສອນ, ມັກ​ຄະ​ນາ​ຍົກ, ແລະ ສະ​ມາ​ຊິກ​ນຳ​ອີກ.

11 ແອວ​ເດີ​ມີ​ສິດ​ທີ່​ຈະ​ປະ​ຕິ​ບັດ​ແທນ​ເມື່ອ​ມະ​ຫາ​ປະ​ໂລ​ຫິດ​ບໍ່​ຢູ່.

12 ມະ​ຫາ​ປະ​ໂລ​ຫິດ ແລະ ແອວ​ເດີ​ຕ້ອງ​ປະ​ຕິ​ບັດ​ໃນ​ເລື່ອງ​ທາງ​ວິນ​ຍານ, ໃຫ້​ສອດ​ຄ່ອງ​ກັບ​ພັນ​ທະ​ສັນ​ຍາ ແລະ ພຣະ​ບັນ​ຍັດ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ພວກ​ເຂົາ​ມີ​ສິດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່ງ​ທັງ​ໝົດ​ເຫລົ່າ​ນີ້​ຂອງ​ສາດ​ສະ​ໜາ​ຈັກ ເມື່ອ​ບໍ່​ມີ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ກວ່າ​ຢູ່​ທີ່​ນັ້ນ.

13 ຖາ​ນະ​ປະ​ໂລ​ຫິດ​ທີ​ສອງ​ຖືກ​ເອີ້ນ​ວ່າ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ເພາະ​ມັນ​ໄດ້​ຖືກ​ມອບ​ໃຫ້​ແກ່ ອາ​ໂຣນ ແລະ ເຊື້ອ​ສາຍ​ຂອງ​ລາວ, ຕະ​ຫລອດ​ທຸກ​ລຸ້ນ​ຂອງ​ພວກ​ເຂົາ.

14 ເຫດ​ຜົນ​ທີ່​ມັນ​ຖືກ​ເອີ້ນ​ວ່າ ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ ເພາະ​ມັນ​ເປັນ ສ່ວນ​ປະ​ກອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ, ຫລື ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ແລະ ມີ​ອຳ​ນາດ​ໃນ​ການ​ປະ​ຕິ​ບັດ​ພິ​ທີ​ການ​ພາຍ​ນອກ.

15 ຝ່າຍ​ອະ​ທິ​ການ​ເປັນ​ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້, ແລະ ຖື​ຂໍ​ກະ​ແຈ ຫລື ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ດັ່ງ​ກ່າວ.

16 ບໍ່​ມີ​ມະ​ນຸດ​ຄົນ​ໃດ​ມີ​ສິດ​ຖືກ​ຕ້ອງ​ໃນ​ຕຳ​ແໜ່ງ​ນີ້, ທີ່​ຈະ​ຖື​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້, ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ມາ​ຈາກ ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ​ເທົ່າ​ນັ້ນ.

17 ແຕ່​ເນື່ອງ​ຈາກ​ວ່າ​ມະ​ຫາ​ປະ​ໂລ​ຫິດ ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ມີ​ສິດ​ອຳ​ນາດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່ງ​ທັງ​ໝົດ​ທີ່​ຕ່ຳ​ກວ່າ, ເຂົາ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຕຳ​ແໜ່ງ​ຂອງ​ອະ​ທິ​ການ ເມື່ອ​ຫາ​ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ​ບໍ່​ໄດ້, ໂດຍ​ໃຫ້​ລາວ​ໄດ້​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ແລະ ຖືກ ແຕ່ງ​ຕັ້ງ​ສູ່​ອຳ​ນາດ​ນີ້​ໂດຍ​ການ​ວາງ​ມື ຂອງ ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

18 ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ, ຫລື ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ຄື​ການ​ຖື ຂໍ​ກະ​ແຈ​ຂອງ​ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ—

19 ການ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ຮັບ​ເອົາ ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ສະ​ຫວັນ, ໃຫ້​ຟ້າ​ສະ​ຫວັນ​ເປີດ​ແກ່​ພວກ​ເຂົາ, ເພື່ອ​ຕິດ​ຕໍ່​ກັບ​ການ​ຊຸມ​ນຸມ ໃຫຍ່ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແລະ ຊື່ນ​ຊົມ​ກັບ​ການ​ພົວ​ພັນ ແລະ ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ພຣະ​ເຢ​ຊູ​ຜູ້ ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່.

20 ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ, ຫລື ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຄື​ການ​ຖື ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ການ​ປະ​ຕິ​ບັດ ພິ​ທີ​ການ​ພາຍ​ນອກ, ຕົວ​ອັກ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ, ການ​ບັບ​ຕິ​ສະ​ມາ​ແຫ່ງ​ການ​ກັບ​ໃຈ​ເພື່ອ ການ​ປົດ​ບາບ, ໃຫ້​ສອດ​ຄ່ອງ​ກັບ​ພັນ​ທະ​ສັນ​ຍາ ແລະ ພຣະ​ບັນ​ຍັດ.

21 ດ້ວຍ​ຄວາມ​ຈຳ​ເປັນ​ຈຶ່ງ​ມີ​ປະ​ທານ, ຫລື ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຈຶ່ງ​ເກີດ​ຂຶ້ນ​ຈາກ, ຫລື ຖືກ​ກຳ​ນົດ​ຈາກ ຫລື ມາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ແຕ່ງ​ຕັ້ງ ສູ່​ຕຳ​ແໜ່ງ​ຕ່າງໆ​ໃນ​ຖາ​ນະ​ປະ​ໂລ​ຫິດ​ສອງ​ຢ່າງ​ນີ້.

22 ຈາກ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ມະ​ຫາ​ປະ​ໂລ​ຫິດ ຄວບ​ຄຸມ​ສາມ​ຄົນ, ຊຶ່ງ​ໄດ້​ຖືກ​ເອີ້ນ​ໂດຍ​ສະ​ພາ, ໄດ້​ຖືກ​ກຳ​ນົດ ແລະ ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ນີ້, ແລະ ໄດ້​ຮັບ ການ​ສະ​ໜັບ​ສະ​ໜູນ​ໂດຍ​ຄວາມ​ໝັ້ນ​ໃຈ, ສັດ​ທາ, ແລະ ຄຳ​ອະ​ທິ​ຖານ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ກອບ​ເປັນ​ກຸ່ມ​ຂອງ​ຝ່າຍ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ.

23 ສະ​ມາ​ຊິກ ສິບ​ສອງ​ຄົນ​ໃນ​ສະ​ພາ​ທີ່​ເຄື່ອນ​ທີ່​ຖືກ​ເອີ້ນ​ວ່າ ອັກ​ຄະ​ສາ​ວົກ​ສິບ​ສອງ—ພະ​ຍານ​ພິ​ເສດ ເຖິງ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ໃນ​ທົ່ວ​ໂລກ, ດັ່ງ​ນັ້ນ ຈຶ່ງ​ແຕກ​ຕ່າງ​ຈາກ​ໜ້າ​ທີ່​ອື່ນໆ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ໜ້າ​ທີ່​ການ​ເອີ້ນ​ຂອງ​ພວກ​ເພິ່ນ.

24 ແລະ ພວກ​ເພິ່ນ​ປະ​ກອບ​ເປັນ​ກຸ່ມ, ມີ​ສິດ​ອຳ​ນາດ ແລະ ອຳ​ນາດ​ເທົ່າ​ທຽມ​ກັບ​ປະ​ທານ​ສາມ​ຄົນ​ທີ່​ໄດ້​ກ່າວ​ເຖິງ​ຜ່ານ​ມາ.

25 ສາ​ວົກ ເຈັດ​ສິບ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ເປັນ​ພະ​ຍານ​ພິ​ເສດ​ຕໍ່​ຄົນ​ຕ່າງ​ຊາດ ແລະ ໃນ​ທົ່ວ​ໂລກ—ດັ່ງ​ນັ້ນ​ຈຶ່ງ​ແຕກ​ຕ່າງ​ຈາກ​ໜ້າ​ທີ່​ອື່ນໆ ໃນ​ສາດ​ສະ​ໜາ​ຈັກ​ໃນ​ໜ້າ​ທີ່​ຂອງ​ການ​ເອີ້ນ​ຂອງ​ເຂົາ.​ເຈົ້າ.

26 ແລະ ເຂົາ​ເຈົ້າ​ປະ​ກອບ​ເປັນ​ກຸ່ມ, ມີ​ສິດ​ອຳ​ນາດ​ເທົ່າ​ທຽມ​ກັບ​ພະ​ຍານ​ພິ​ເສດ​ສິບ​ສອງ​ຄົນ ຫລື ອັກ​ຄະ​ສາ​ວົກ​ສິບ​ສອງ​ທີ່​ຫາ​ກໍ​ກ່າວ​ເຖິງ.

27 ແລະ ການ​ຕັດ​ສິນ​ທຸກ​ເລື່ອງ ທີ່​ເຮັດ​ໂດຍ​ກຸ່ມ​ເຫລົ່າ​ນີ້ ຈະ​ຕ້ອງ​ເປັນ​ເອ​ກະ​ສັນ; ນັ້ນ​ຄື, ສະ​ມາ​ຊິກ​ທຸກ​ຄົນ​ໃນ​ແຕ່​ລະ​ກຸ່ມ ຈະ​ຕ້ອງ​ເຫັນ​ພ້ອມ​ກັນ​ໃນ​ການ​ຕັດ​ສິນ​ໃນ​ສະ​ພາ, ເພື່ອ​ເຮັດ​ໃຫ້​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ ມີ​ອຳ​ນາດ​ດຽວ​ກັນ ຫລື ມີ​ສິດ​ອຳ​ນາດ​ນຳ​ກັນ​ໃນ​ສະ​ພາ—

28 ສຽງ​ສ່ວນ​ຫລາຍ​ສາ​ມາດ​ປະ​ກອບ​ກຸ່ມ​ຂຶ້ນ ເມື່ອ​ສະ​ພາບ​ການ​ເຮັດ​ໃຫ້​ເປັນ​ຢ່າງ​ອື່ນ​ບໍ່​ໄດ້—

29 ຍົກ​ເວັ້ນ​ແຕ່​ໃນ​ກໍ​ລະ​ນີ​ນີ້, ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ​ບໍ່​ມີ​ສິດ​ໃນ​ພອນ​ອັນ​ດຽວ​ກັນ ກັບ​ການ​ຕັດ​ສິນ​ຂອງ​ກຸ່ມ​ຂອງ​ປະ​ທານ​ສາມ​ຄົນ ຊຶ່ງ​ມີ​ໃນ​ສະ​ໄໝ​ບູ​ຮານ, ຜູ້​ໄດ້​ຖືກ​ແຕ່ງ​ຕັ້ງ​ຕາມ​ລະ​ບຽບ​ຂອງ​ເມນ​ຄີ​ເສ​ເດັກ, ແລະ ເປັນ​ຜູ້​ຊາຍ​ທີ່​ຊອບ​ທຳ ແລະ ບໍ​ລິ​ສຸດ.

30 ການ​ຕັດ​ສິນ​ຂອງ​ກຸ່ມ​ເຫລົ່າ​ນີ້, ຫລື ກຸ່ມ​ໃດ​ກຸ່ມ​ໜຶ່ງ, ແມ່ນ​ຕ້ອງ​ເຮັດ​ໄປ​ດ້ວຍ ຄວາມ​ຊອບ​ທຳ, ດ້ວຍ​ຄວາມ​ບໍ​ລິ​ສຸດ, ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ, ດ້ວຍ​ຄວາມ​ອ່ອນ​ໂຍນ ແລະ ຄວາມ​ອົດ​ກັ້ນ, ແລະ ດ້ວຍ​ສັດ​ທາ, ແລະ ຄຸນ​ນະ​ທຳ, ແລະ ຄວາມ​ຮູ້, ຄວາມ​ຢັບ​ຢັ້ງ​ຕົນ, ຄວາມ​ອົດ​ທົນ, ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ຄວາມ​ກະ​ລຸ​ນາ​ສັນ​ອ້າຍ​ນ້ອງ ແລະ ຄວາມ​ໃຈ​ບຸນ;

31 ເພາະ​ຄຳ​ສັນ​ຍາ​ຄື ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ມີ​ຢ່າງ​ຫລວງ​ຫລາຍ​ໃນ​ເຂົາ​ເຈົ້າ, ແລ້ວ​ເຂົາ​ເຈົ້າ​ຈະ ບໍ່​ໄຮ້​ຜົນ​ໃນ ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ.

32 ແລະ ໃນ​ກໍ​ລະ​ນີ​ທີ່​ການ​ຕັດ​ສິນ​ຂອງ​ກຸ່ມ​ເຫລົ່າ​ນີ້ ກະ​ທຳ​ໄປ​ໃນ​ຄວາມ​ບໍ່​ຊອບ​ທຳ, ກໍ​ສາ​ມາດ​ນຳ​ມາ​ຢູ່​ຕໍ່​ໜ້າ​ການ​ຊຸມ​ນຸມ​ໃຫຍ່​ຂອງ​ກຸ່ມ​ຕ່າງໆ, ຊຶ່ງ​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ຝ່າຍ​ວິນ​ຍານ​ຂອງ​ສາດ​ສະ​ໜາ​ຈັກ; ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ມີ​ການ​ອຸ​ທອນ​ບໍ່​ໄດ້​ຈາກ​ການ​ຕັດ​ສິນ ຂອງ​ສະ​ພາ​ເຫລົ່າ​ນັ້ນ.

33 ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສະ​ພາ​ສູງ​ເຄື່ອນ​ທີ່​ຄວບ​ຄຸມ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ໂດຍ​ສອດ​ຄ່ອງ​ກັບ​ສະ​ຖາ​ບັນ​ແຫ່ງ​ສະ​ຫວັນ; ເພື່ອ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ, ແລະ ຄວບ​ຄຸມ​ທຸ​ລະ​ກິດ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຊາ​ຊາດ​ທັງ​ປວງ, ທຳ​ອິດ​ໃຫ້​ແກ່ ຄົນ​ຕ່າງ​ຊາດ ແລະ ຕໍ່​ໄປ​ໃຫ້​ແກ່​ຊາວ​ຢິວ.

34 ສາ​ວົກ​ເຈັດ​ສິບ​ຕ້ອງ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອັກ​ຄະ​ສາ​ວົກ ສິບ​ສອງ ຫລື ສະ​ພາ​ສູງ​ເຄື່ອນ​ທີ່, ໃນ​ການ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ ແລະ ຄວບ​ຄຸມ​ທຸ​ລະ​ກິດ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປະ​ຊາ​ຊາດ​ທັງ​ປວງ, ທຳ​ອິດ​ໃຫ້​ແກ່​ຄົນ​ຕ່າງ​ຊາດ ແລະ ຕໍ່​ໄປ​ໃຫ້​ແກ່​ຊາວ​ຢິວ—

35 ອັກ​ຄະ​ສາ​ວົກ​ສິບ​ສອງ​ໂດຍ​ທີ່​ຖືກ​ສົ່ງ​ອອກ​ໄປ, ຖື​ຂໍ​ກະ​ແຈ, ເພື່ອ​ເປີດ​ປະ​ຕູ​ໂດຍ​ການ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ທຳ​ອິດ​ໃຫ້​ແກ່​ຄົນ​ຕ່າງ​ຊາດ ແລະ ຕໍ່​ໄປ​ໃຫ້​ແກ່​ຊາວ​ຢິວ.

36 ສະ​ພາ​ສູງ​ປະ​ຈຳ​ທີ່, ທີ່​ສະ​ເຕກ​ຂອງ​ຊີ​ໂອນ, ປະ​ກອບ​ເປັນ​ກຸ່ມ​ເທົ່າ​ທຽມ​ກັນ​ໃນ​ສິດ​ອຳ​ນາດ​ໃນ​ພາ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ, ໃນ​ການ​ຕັດ​ສິນ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ, ກັບ​ກຸ່ມ​ຂອງ​ຝ່າຍ​ປະ​ທານ, ຫລື ກັບ​ສະ​ພາ​ສູງ​ເຄື່ອນ​ທີ່.

37 ສະ​ພາ​ສູງ​ໃນ​ຊີ​ໂອນ ປະ​ກອບ​ເປັນ​ກຸ່ມ​ເທົ່າ​ທຽມ​ກັນ ໃນ​ສິດ​ອຳ​ນາດ​ໃນ​ພາ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ, ໃນ​ການ​ຕັດ​ສິນ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ, ກັບ​ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ທີ່​ສະ​ເຕກ​ຂອງ​ຊີ​ໂອນ.

38 ມັນ​ເປັນ​ໜ້າ​ທີ່​ຂອງ​ສະ​ພາ​ສູງ​ເຄື່ອນ​ທີ່ ທີ່​ຈະ​ເອີ້ນ​ສາ​ວົກ ເຈັດ​ສິບ, ເມື່ອ​ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ເພື່ອ​ບັນ​ລຸ​ການ​ເອີ້ນ​ຕ່າງໆ​ໃນ​ການ​ສັ່ງ​ສອນ ແລະ ການ​ປະ​ຕິ​ບັດ​ພຣະ​ກິດ​ຕິ​ຄຸນ, ແທນ​ທີ່​ຈະ​ເປັນ​ຄົນ​ອື່ນໆ.

39 ມັນ​ເປັນ​ໜ້າ​ທີ່​ຂອງ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໃນ​ສາ​ຂາ​ໃຫຍ່​ທັງ​ປວງ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ຈະ​ແຕ່ງ​ຕັ້ງ​ເປັນ ຜູ້​ປະ​ກາດ​ຂ່າວ​ປະ​ເສີດ, ດັ່ງ​ທີ່​ພວກ​ເພິ່ນ​ຈະ​ຖືກ​ມອບ​ໝາຍ​ໃຫ້​ແກ່​ພວກ​ເພິ່ນ​ໂດຍ​ການ​ເປີດ​ເຜີຍ—

40 ລະ​ບຽບ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້ ໄດ້​ຖືກ​ຢືນ​ຢັນ​ໃຫ້​ສົ່ງ​ຕໍ່​ຈາກ​ພໍ່​ໄປ​ໃຫ້​ລູກ​ຊາຍ, ແລະ ເປັນ​ຕະ​ກຸນ​ໂດຍ​ແທ້​ທີ່​ເລືອກ​ໄວ້, ຊຶ່ງ​ຄຳ​ສັນ​ຍາ​ໄດ້​ຖືກ​ເຮັດ​ໄວ້​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ.

41 ລະ​ບຽບ​ນີ້​ໄດ້​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໃນ​ວັນ​ເວ​ລາ​ຂອງ ອາ​ດາມ, ແລະ ໄດ້​ຖືກ​ສົ່ງ​ຕໍ່​ມາ​ໂດຍ ທາ​ຍາດ​ໃນ​ລັກ​ສະ​ນະ​ດັ່ງ​ຕໍ່​ໄປ​ນີ້:

42 ຈາກ​ອາ​ດາມ ເຖິງ ເຊດ, ຜູ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ອາ​ດາມ​ຕອນ​ມີ​ອາ​ຍຸ​ໄດ້​ຫົກ​ສິບ​ເກົ້າ​ປີ, ແລະ ໄດ້​ຮັບ​ພອນ​ຈາກ​ລາວ​ສາມ​ປີ​ກ່ອນ​ລາວ (ອາ​ດາມ) ໄດ້​ສິ້ນ​ຊີ​ວິດ​ໄປ, ແລະ ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ບິ​ດາ​ຂອງ​ລາວ, ວ່າ​ລູກ​ຫລານ​ຂອງ​ລາວ​ຈະ​ເປັນ​ຜູ້​ຖືກ​ເລືອກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ວ່າ​ພວກ​ເຂົາ​ຈະ​ຖືກ​ປົກ​ປັກ​ຮັກ​ສາ​ໄວ້​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ;

43 ເພາະ​ລາວ (ເຊດ) ເປັນ​ຄົນ ດີ​ພ້ອມ, ແລະ ລັກ​ສະ​ນະ​ຂອງ​ລາວ​ເປັນ​ເໝືອນ​ລັກ​ສະ​ນະ​ຂອງ​ບິ​ດາ​ຂອງ​ລາວ, ເຖິງ​ຂະ​ໜາດ​ທີ່​ລາວ​ເບິ່ງ​ຄື​ກັນ​ກັບ​ບິ​ດາ​ຂອງ​ລາວ​ໃນ​ທຸກ​ສິ່ງ, ແລະ ແຕກ​ຕ່າງ​ແຕ່​ອາ​ຍຸ​ໄຂ​ຂອງ​ລາວ​ເທົ່າ​ນັ້ນ.

44 ເອ​ໂນດ​ໄດ້​ຖືກ​ແຕ່ງ​ຕັ້ງ​ຕອນ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ສາມ​ສິບ​ສີ່​ປີ ແລະ ສີ່​ເດືອນ, ໂດຍ​ມື​ຂອງ​ອາ​ດາມ.

45 ພຣະ​ເຈົ້າ​ໄດ້​ເອີ້ນ​ເກ​ນານ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຕອນ​ມີ​ອາ​ຍຸ​ໄດ້​ສີ່​ສິບ​ປີ; ແລະ ລາວ​ໄດ້​ພົບ​ກັບ​ອາ​ດາມ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ເຊ​ດໍ​ເລ​ມັກ. ລາວ​ມີ​ອາ​ຍຸ​ໄດ້​ແປດ​ສິບ​ເຈັດ​ປີ​ເມື່ອ​ລາວ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ລາວ.

46 ມະ​ຫາ​ລາ​ເລນ​ມີ​ອາ​ຍຸ​ໄດ້​ສີ່​ຮ້ອຍ​ເກົ້າ​ສິບ​ຫົກ​ປີ ແລະ ເຈັດ​ມື້ ຕອນ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ມື​ຂອງ​ອາ​ດາມ, ຜູ້​ຊຶ່ງ​ໄດ້​ໃຫ້​ພອນ​ແກ່​ລາວ​ຄື​ກັນ.

47 ຢາ​ເຣັດ​ມີ​ອາ​ຍຸ​ໄດ້​ສອງ​ຮ້ອຍ​ປີ​ຕອນ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ອາ​ດາມ, ຜູ້​ຊຶ່ງ​ໄດ້​ໃຫ້​ພອນ​ແກ່​ລາວ​ຄື​ກັນ.

48 ເອ​ນົກ​ມີ​ອາ​ຍຸ​ໄດ້​ຊາວ​ຫ້າ​ປີ​ຕອນ​ລາວ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ອາ​ດາມ; ແລະ ລາວ​ໄດ້​ຮັບ​ພອນ​ຈາກ​ອາ​ດາມ​ຕອນ​ລາວ​ມີ​ອາ​ຍຸ​ໄດ້​ຫົກ​ສິບ​ຫ້າ​ປີ.

49 ແລະ ລາວ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ລາວ​ໄດ້​ຕິດ​ຕາມ​ພຣະ​ອົງ, ແລະ ໄດ້​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ສະ​ເໝີ​ໄປ; ແລະ ລາວ​ໄດ້ ຕິດ​ຕາມ​ພຣະ​ເຈົ້າ​ໄປ​ຕື່ມ​ອີກ​ສາມ​ຮ້ອຍ​ຫົກ​ສິບ​ຫ້າ​ປີ, ເຮັດ​ໃຫ້​ລາວ​ມີ​ອາ​ຍຸ​ສີ່​ຮ້ອຍ​ສາມ​ສິບ​ປີ​ຕອນ​ລາວ​ໄດ້​ຖືກ ຮັບ​ໄປ.

50 ເມ​ທູ​ເຊ​ລາ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ປີ​ຕອນ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ອາ​ດາມ.

51 ລາ​ເມັກ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ສອງ​ປີ​ຕອນ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ເຊດ.

52 ໂນ​ອາ​ມີ​ອາ​ຍຸ​ໄດ້​ສິບ​ປີ​ຕອນ​ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ເມ​ທູ​ເຊ​ລາ.

53 ສາມ​ປີ​ກ່ອນ​ການ​ຕາຍ​ຂອງ​ອາ​ດາມ, ລາວ​ໄດ້​ເອີ້ນ​ເຊດ, ເອ​ໂນດ, ເກ​ນານ, ມະ​ຫາ​ລາ​ເລນ, ຢາ​ເຣັດ, ເອ​ນົກ, ແລະ ເມ​ທູ​ເຊ​ລາ, ຜູ້​ເປັນ ມະ​ຫາ​ປະ​ໂລ​ຫິດ​ທຸກ​ຄົນ, ກັບ​ລູກ​ຫລານ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ລາວ​ຊຶ່ງ​ເປັນ​ຜູ້​ຊອບ​ທຳ, ເຂົ້າ​ໄປ​ໃນ​ຮ່ອມ​ພູ​ຂອງ ອາ​ດາມ-ອອນ​ໄດ-ອາ​ມັນ, ແລະ ໃຫ້​ພອນ​ສຸດ​ທ້າຍ​ຂອງ​ລາວ​ແກ່​ພວກ​ເຂົາ​ຢູ່​ບ່ອນ​ນັ້ນ.

54 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ແກ່​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ລຸກ​ຂຶ້ນ ແລະ ໃຫ້​ພອນ​ແກ່ ອາ​ດາມ, ແລະ ເອີ້ນ​ລາວ​ວ່າ ມີ​ຄາ​ເອນ, ເຈົ້າ​ຊາຍ, ທູດ.

55 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ຕິ​ບັດ​ການ​ປອບ​ໂຍນ​ແກ່​ອາ​ດາມ, ແລະ ໄດ້​ກ່າວ​ກັບ​ລາວ​ວ່າ: ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ; ປະ​ຊາ​ຊາດ​ຢ່າງ​ຫລວງ​ຫລາຍ​ຈະ​ມາ​ຫາ​ເຈົ້າ, ແລະ ເຈົ້າ​ຄື ເຈົ້າ​ຊາຍ​ເໜືອ​ພວກ​ເຂົາ​ຕະ​ຫລອດ​ການ.

56 ແລະ ອາ​ດາມ​ໄດ້​ຢືນ​ຢູ່​ໃນ​ທ່າມ​ກາງ​ການ​ປະ​ຊຸມ; ແລະ, ເຖິງ​ແມ່ນ​ວ່າ​ຫລັງ​ຂອງ​ລາວ​ກໍ​ກ່ອມ​ເພາະ​ອາ​ຍຸ​ໄຂ, ໂດຍ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແຕ່​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ເລື່ອງ​ໃດ​ກໍ​ຕາມ​ທີ່​ຈະ ບັງ​ເກີດ​ຂຶ້ນ​ກັບ​ລູກ​ຫລານ​ຂອງ​ລາວ​ຈົນ​ເຖິງ​ລຸ້ນ​ສຸດ​ທ້າຍ.

57 ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໜັງ​ສື​ຂອງ​ເອ​ນົກ, ແລະ ຈະ​ເປັນ​ພະ​ຍານ​ເຖິງ​ໃນ​ເວ​ລາ​ທີ່​ເໝາະ​ສົມ.

58 ມັນ​ເປັນ​ໜ້າ​ທີ່​ຂອງ​ອັກ​ຄະ​ສາ​ວົກ ສິບ​ສອງ​ນຳ​ອີກ​ທີ່​ຈະ ແຕ່ງ​ຕັ້ງ ແລະ ວາງ​ລະ​ບຽບ​ເຈົ້າ​ໜ້າ​ທີ່​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍ​ຊຶ່ງ​ກ່າວ​ວ່າ:

59 ເຖິງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ແຜ່ນ​ດິນ​ຊີ​ໂອນ, ນອກ​ເໜືອ​ໄປ​ຈາກ ກົດ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ທຸ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ—

60 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຈອມ​ໂຍ​ທາ​ໄດ້​ກ່າວ​ວ່າ ຈຳ​ເປັນ​ຕ້ອງ​ມີ​ແອວ​ເດີ ຜູ້​ຄວບ​ຄຸມ​ເພື່ອ​ຄວບ​ຄຸມ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ແອວ​ເດີ;

61 ແລະ ປະ​ໂລ​ຫິດ​ນຳ​ອີກ​ເພື່ອ​ຄວບ​ຄຸມ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ປະ​ໂລ​ຫິດ;

62 ແລະ ຄູ​ສອນ​ນຳ​ອີກ​ເພື່ອ ຄວບ​ຄຸມ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ຄູ​ສອນ, ໃນ​ວິ​ທີ​ດຽວ​ກັນ, ແລະ ມັກ​ຄະ​ນາ​ຍົກ​ນຳ​ອີກ—

63 ດັ່ງ​ນັ້ນ, ຈາກ​ມັກ​ຄະ​ນາ​ຍົກ​ເຖິງ​ຄູ​ສອນ, ແລະ ຈາກ​ຄູ​ສອນ​ເຖິງ​ປະ​ໂລ​ຫິດ, ແລະ ຈາກ​ປະ​ໂລ​ຫິດ​ເຖິງ​ແອວ​ເດີ, ເປັນ​ສ່ວນ​ບຸກ​ຄົນ​ຕາມ​ທີ່​ພວກ​ເຂົາ​ໄດ້​ຖືກ​ແຕ່ງ​ຕັ້ງ, ຕາມ​ພັນ​ທະ​ສັນ​ຍາ ແລະ ບັນ​ຍັດ​ຂອງ​ສາດ​ສະ​ໜາ​ຈັກ.

64 ຈາກ​ນັ້ນ ເຖິງ​ຖາ​ນະ​ປະ​ໂລ​ຫິດ​ສູງ, ຊຶ່ງ​ສຳ​ຄັນ​ທີ່​ສຸດ​ເໜືອ​ທຸກ​ຕຳ​ແໜ່ງ.

65 ດັ່ງ​ນັ້ນ, ມັນ​ຈຶ່ງ​ຈຳ​ເປັນ​ວ່າ​ຕ້ອງ​ໄດ້​ແຕ່ງ​ຕັ້ງ​ຄົນ​ໜຶ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ສູງ​ໃຫ້​ຄວບ​ຄຸມ​ຖາ​ນະ​ປະ​ໂລ​ຫິດ, ແລະ ລາວ​ຈະ​ຖືກ​ເອີ້ນ​ວ່າ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ​ຂອງ​ສາດ​ສະ​ໜາ​ຈັກ;

66 ຫລື, ອີກ​ຄຳ​ໜຶ່ງ, ມະ​ຫາ​ປະ​ໂລ​ຫິດ ຄວບ​ຄຸມ​ຖາ​ນະ​ປະ​ໂລ​ຫິດ​ສູງ​ຂອງ​ສາດ​ສະ​ໜາ​ຈັກ.

67 ຈາກ​ຄົນ​ດຽວ​ກັນ​ນັ້ນ ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ພອນ​ມາ​ເຖິງ​ສາດ​ສະ​ໜາ​ຈັກ, ໂດຍ ການ​ວາງ​ມື.

68 ດັ່ງ​ນັ້ນ, ຕຳ​ແໜ່ງ​ຂອງ​ອະ​ທິ​ການ​ຈຶ່ງ​ບໍ່​ເທົ່າ​ທຽມ​ກັບ​ຕຳ​ແໜ່ງ​ນັ້ນ; ເພາະ​ຕຳ​ແໜ່ງ​ຂອງ ອະ​ທິ​ການ​ຢູ່​ໃນ​ການ​ປະ​ຕິ​ບັດ​ເລື່ອງ​ຝ່າຍ​ໂລກ​ທັງ​ປວງ;

69 ເຖິງ​ຢ່າງ​ໃດ​ກໍ​ຕາມ ອະ​ທິ​ການ​ຈະ​ຕ້ອງ​ຖືກ​ເລືອກ​ຈາກ ຖາ​ນະ​ປະ​ໂລ​ຫິດ​ສູງ, ຍົກ​ເວັ້ນ​ແຕ່​ລາວ​ມາ​ຈາກ ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ​ເທົ່າ​ນັ້ນ;

70 ເພາະ​ຍົກ​ເວັ້ນ​ແຕ່​ລາວ​ມາ​ຈາກ​ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ​ເທົ່າ​ນັ້ນ ລາວ​ບໍ່​ສາ​ມາດ​ຖື​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ.

71 ເຖິງ​ຢ່າງ​ໃດ​ກໍ​ຕາມ, ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ, ຕາມ​ລະ​ບຽບ​ຂອງ​ເມນ​ຄີ​ເສ​ເດັກ, ອາດ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສຳ​ລັບ​ການ​ປະ​ຕິ​ບັດ​ເລື່ອງ​ຝ່າຍ​ໂລກ, ໂດຍ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນັ້ນ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ;

72 ແລະ ເພື່ອ​ເປັນ ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ​ນຳ​ອີກ, ເພື່ອ​ເຮັດ​ທຸ​ລະ​ກິດ​ຂອງ​ສາດ​ສະ​ໜາ​ຈັກ, ເພື່ອ​ນັ່ງ​ໃນ​ການ​ຕັດ​ສິນ​ຄົນ​ລ່ວງ​ລະ​ເມີດ ຕາມ​ປະ​ຈັກ​ພະ​ຍານ​ດັ່ງ​ທີ່​ມັນ​ວາງ​ຢູ່​ຕໍ່​ໜ້າ​ຂອງ​ລາວ​ຕາມ​ກົດ, ໂດຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ທີ່​ປຶກ​ສາ​ຂອງ​ລາວ, ຜູ້​ທີ່​ລາວ​ໄດ້​ເລືອກ ຫລື ຈະ​ເລືອກ​ຈາກ​ບັນ​ດາ​ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ.

73 ນີ້​ເປັນ​ໜ້າ​ທີ່​ຂອງ​ອະ​ທິ​ການ ຜູ້​ບໍ່​ໄດ້​ເປັນ​ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ, ແຕ່​ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ສູງ​ຕາມ​ລະ​ບຽບ​ຂອງ​ເມນ​ຄີ​ເສ​ເດັກ.

74 ດັ່ງ​ນັ້ນ​ລາວ​ຈະ​ເປັນ​ຜູ້​ຕັດ​ສິນ, ແມ່ນ​ແຕ່​ຜູ້​ຕັດ​ສິນ​ທົ່ວ​ໄປ​ໃນ​ບັນ​ດາ​ຜູ້​ອາ​ໄສ​ຂອງ​ຊີ​ໂອນ, ຫລື ໃນ​ສະ​ເຕກ​ແຫ່ງ​ຊີ​ໂອນ, ຫລື ໃນ​ສາ​ຂາ​ໃດໆ​ຂອງ​ສາດ​ສະ​ໜາ​ຈັກ ບ່ອນ​ທີ່​ລາວ​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນີ້, ຈົນ​ກວ່າ​ເຂດ​ແດນ​ຂອງ​ຊີ​ໂອນ​ຈະ​ຂະ​ຫຍາຍ​ກວ້າງ​ອອກ​ໄປ ແລະ ຈຳ​ເປັນ​ຕ້ອງ​ມີ​ອະ​ທິ​ການ ຫລື ຜູ້​ຕັດ​ສິນ​ຄົນ​ອື່ນ​ອີກ​ໃນ​ຊີ​ໂອນ ຫລື ໃນ​ບ່ອນ​ອື່ນ.

75 ແລະ ຕາບ​ໃດ​ທີ່​ມີ​ອະ​ທິ​ການ​ຄົນ​ອື່ນ​ຖືກ​ແຕ່ງ​ຕັ້ງ​ໄວ້ ແລ້ວ​ພວກ​ເຂົາ​ຈະ​ກະ​ທຳ​ໃນ​ຕຳ​ແໜ່ງ​ດຽວ​ກັນ​ນັ້ນ.

76 ແຕ່​ຕະ​ກຸນ​ໂດຍ​ແທ້​ຂອງ​ອາ​ໂຣນ​ມີ​ສິດ​ຢ່າງ​ຖືກ​ຕ້ອງ ໃນ​ການ​ເປັນ​ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້, ໃນ ຂໍ​ກະ​ແຈ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນີ້, ໃນ​ການ​ກະ​ທຳ​ໃນ​ຕຳ​ແໜ່ງ​ອະ​ທິ​ການ​ໂດຍ​ອິດ​ສະ​ລະ, ໂດຍ​ບໍ່​ຕ້ອງ​ມີ​ທີ່​ປຶກ​ສາ, ຍົກ​ເວັ້ນ​ແຕ່​ໃນ​ກໍ​ລະ​ນີ​ທີ່​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ, ຕາມ​ລະ​ບຽບ​ຂອງ​ເມນ​ຄີ​ເສ​ເດັກ, ຈະ​ຖືກ​ພິ​ຈາ​ລະ​ນາ​ຄະ​ດີ, ໃນ​ການ​ນັ່ງ​ເປັນ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ.

77 ແລະ ການ​ຕັດ​ສິນ​ຂອງ​ສະ​ພາ​ໃດ​ໜຶ່ງ​ຂອງ​ສະ​ພາ​ເຫລົ່າ​ນີ້, ໂດຍ​ສອດ​ຄ່ອງ​ກັບ​ບັນ​ຍັດ​ຊຶ່ງ​ກ່າວ​ວ່າ:

78 ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ທຸ​ລະ​ກິດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເລື່ອງ​ທີ່ ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ສາດ​ສະ​ໜາ​ຈັກ, ຕາບ​ໃດ​ທີ່​ບໍ່​ມີ​ຄວາມ​ພໍ​ໃຈ​ກັບ​ການ​ຕັດ​ສິນ​ຂອງ​ອະ​ທິ​ການ ຫລື ຜູ້​ຕັດ​ສິນ, ມັນ​ຈະ​ຖືກ​ສົ່ງ​ຕໍ່ ແລະ ຍື່ນ​ຂຶ້ນ​ເຖິງ​ສະ​ພາ​ຂອງ​ສາດ​ສະ​ໜາ​ຈັກ, ຕໍ່​ໜ້າ ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ.

79 ແລະ ຝ່າຍ​ປະ​ທານ​ສະ​ພາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ ຈະ​ມີ​ອຳ​ນາດ​ທີ່​ຈະ​ເອີ້ນ​ໃຫ້​ມະ​ຫາ​ປະ​ໂລ​ຫິດ​ສູງ​ຄົນ​ອື່ນໆ, ແມ່ນ​ແຕ່​ສິບ​ສອງ​ຄົນ, ມາ​ຊ່ວຍ​ເປັນ​ທີ່​ປຶກ​ສາ; ແລະ ດັ່ງ​ນັ້ນ​ຝ່າຍ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ ແລະ ທີ່​ປຶກ​ສາ​ຂອງ​ຝ່າຍ​ປະ​ທານ​ຈະ​ມີ​ອຳ​ນາດ​ທີ່​ຈະ​ຕັດ​ສິນ​ຕາມ​ປະ​ຈັກ​ພະ​ຍານ​ຕາມ​ກົດ​ຂອງ​ສາດ​ສະ​ໜາ​ຈັກ.

80 ແລະ ຫລັງ​ຈາກ​ການ​ຕັດ​ສິນ​ນີ້ ມັນ​ຈະ​ບໍ່​ຖືກ​ຈື່​ຈຳ​ອີກ​ຢູ່​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ນີ້​ເປັນ​ສະ​ພາ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ເປັນ​ການ​ຕັດ​ສິນ​ຊີ້​ຂາດ​ກ່ຽວ​ກັບ​ການ​ຖົກ​ຖຽງ​ກັນ​ເລື່ອງ​ຝ່າຍ​ວິນ​ຍານ.

81 ບໍ່​ມີ​ຄົນ​ໃດ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຍົກ​ເວັ້ນ​ຈາກ​ສະ​ພາ​ນີ້​ຂອງ​ສາດ​ສະ​ໜາ​ຈັກ.

82 ແລະ ຕາບ​ໃດ​ທີ່​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ​ຈະ​ລ່ວງ​ລະ​ເມີດ, ລາວ​ຈະ​ຖືກ​ຈື່​ຈຳ​ຢູ່​ຕໍ່​ໜ້າ​ສະ​ພາ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ທີ່​ປຶກ​ສາ​ສິບ​ສອງ​ຄົນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ;

83 ແລະ ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ ທີ່​ຢູ່​ເທິງ​ຫົວ​ຂອງ​ລາວ ຈະ​ຢຸດ​ຕິ​ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ລາວ.

84 ດັ່ງ​ນັ້ນ, ບໍ່​ມີ​ຄົນ​ໃດ​ຈະ​ຖືກ​ຍົກ​ເວັ້ນ​ຈາກ ຄວາມ​ຍຸດ​ຕິ​ທຳ ແລະ ກົດ​ຂອງ​ພຣະ​ເຈົ້າ, ເພື່ອ​ວ່າ​ທຸກ​ສິ່ງ​ຈະ​ຖືກ​ກະ​ທຳ​ໄປ​ຕາມ​ລະ​ບຽບ ແລະ ໃນ​ຄວາມ​ນອບ​ນ້ອມ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ຕາມ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ.

85 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໜ້າ​ທີ່​ຂອງ​ປະ​ທານ​ເໜືອ​ຕຳ​ແໜ່ງ ມັກ​ຄະ​ນາ​ຍົກ ຄື​ຄວບ​ຄຸມ​ມັກ​ຄະ​ນາ​ຍົກ​ສິບ​ສອງ​ຄົນ, ເພື່ອ​ນັ່ງ​ຢູ່​ໃນ​ສະ​ພາ​ກັບ​ພວກ​ເຂົາ, ແລະ ເພື່ອ ສິດ​ສອນ ໜ້າ​ທີ່​ໃຫ້​ພວກ​ເຂົາ, ເສີມ​ສ້າງ​ກັນ​ແລະ​ກັນ, ດັ່ງ​ທີ່​ມັນ​ຖືກ​ມອບ​ໃຫ້​ໄວ້​ໃນ​ພັນ​ທະ​ສັນ​ຍາ.

86 ແລະ ໜ້າ​ທີ່​ຂອງ​ປະ​ທານ​ເໜືອ​ຕຳ​ແໜ່ງ​ຄູ​ສອນ​ນຳ​ອີກ ຄື​ຄວບ​ຄຸມ ຄູ​ສອນ​ຊາວ​ສີ່​ຄົນ, ແລະ ເພື່ອ​ນັ່ງ​ຢູ່​ໃນ​ສະ​ພາ​ກັບ​ພວກ​ເຂົາ, ສິດ​ສອນ​ໜ້າ​ທີ່​ໃຫ້​ພວກ​ເຂົາ, ດັ່ງ​ທີ່​ມັນ​ຖືກ​ມອບ​ໃຫ້​ໄວ້​ໃນ​ພັນ​ທະ​ສັນ​ຍາ.

87 ໜ້າ​ທີ່​ຂອງ​ປະ​ທານ​ເໜືອ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ນຳ​ອີກ ຄື​ຄວບ​ຄຸມ ປະ​ໂລ​ຫິດ​ສີ່​ສິບ​ແປດ​ຄົນ, ແລະ ນັ່ງ​ຢູ່​ໃນ​ສະ​ພາ​ກັບ​ພວກ​ເຂົາ, ເພື່ອ​ສິດ​ສອນ​ໜ້າ​ທີ່​ໃຫ້​ພວກ​ເຂົາ, ດັ່ງ​ທີ່​ມັນ​ຖືກ​ມອບ​ໃຫ້​ໄວ້​ໃນ​ພັນ​ທະ​ສັນ​ຍາ—

88 ປະ​ທານ​ຄົນ​ນີ້​ຕ້ອງ​ເປັນ ອະ​ທິ​ການ; ເພາະ​ນີ້​ຄື​ໜ້າ​ທີ່​ໜຶ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້.

89 ອີກ​ເທື່ອ​ໜຶ່ງ, ໜ້າ​ທີ່​ຂອງ​ປະ​ທານ​ເໜືອ​ຕຳ​ແໜ່ງ​ຂອງ ແອວ​ເດີ ຄື​ຄວບ​ຄຸມ​ແອວ​ເດີ​ເກົ້າ​ສິບ​ຫົກ​ຄົນ, ແລະ ເພື່ອ​ນັ່ງ​ໃນ​ສະ​ພາ​ກັບ​ພວກ​ເຂົາ, ແລະ ເພື່ອ​ສິດ​ສອນ​ພວກ​ເຂົາ​ຕາມ​ພັນ​ທະ​ສັນ​ຍາ.

90 ຝ່າຍ​ປະ​ທານ​ນີ້​ແຕກ​ຕ່າງ​ຈາກ​ສາ​ວົກ​ເຈັດ​ສິບ, ແລະ ຖືກ​ມອບ​ໝາຍ​ໃຫ້​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່ ເດີນ​ທາງ​ໄປ​ທົ່ວ​ໂລກ.

91 ແລະ ອີກ​ເທື່ອ​ໜຶ່ງ, ໜ້າ​ທີ່​ຂອງ​ປະ​ທານ​ຂອງ​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ສູງ ຄື ຄວບ​ຄຸມ​ທັງ​ສາດ​ສະ​ໜາ​ຈັກ, ແລະ ເປັນ​ເໝືອນ​ດັ່ງ ໂມ​ເຊ

92 ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ; ແທ້​ຈິງ​ແລ້ວ, ຄື​ເປັນ ຜູ້​ພະ​ຍາ​ກອນ, ຜູ້​ເປີດ​ເຜີຍ, ຜູ້​ແປ, ແລະ ສາດ​ສະ​ດາ, ໂດຍ​ມີ ຂອງ​ປະ​ທານ​ທັງ​ປວງ​ຂອງ​ພຣະ​ເຈົ້າ ຊຶ່ງ​ມອບ​ໃຫ້​ແກ່​ຫົວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ.

93 ແລະ ເປັນ​ໄປ​ຕາມ​ພາບ​ນິ​ມິດ​ທີ່​ສະ​ແດງ ໃຫ້​ເຫັນ​ກ່ຽວ​ກັບ​ລະ​ບຽບ​ຂອງ ສາ​ວົກ​ເຈັດ​ສິບ, ວ່າ​ເຂົາ​ເຈົ້າ​ຈະ​ມີ​ປະ​ທານ​ເຈັດ​ຄົນ​ປົກ​ຄອງ​ເຂົາ​ເຈົ້າ, ຊຶ່ງ​ເລືອກ​ຈາກ​ບັນ​ດາ​ສາ​ວົກ​ເຈັດ​ສິບ;

94 ແລະ ຄົນ​ໜຶ່ງ​ໃນ​ປະ​ທານ​ເຈັດ​ຄົນ​ນີ້ ຈະ​ຄວບ​ຄຸມ​ປະ​ທານ​ຫົກ​ຄົນ;

95 ແລະ ປະ​ທານ​ເຈັດ​ຄົນ​ນີ້​ຕ້ອງ​ໄດ້​ເລືອກ​ອີກ​ເຈັດ​ສິບ​ຄົນ ນອກ​ເໜືອ​ໄປ​ຈາກ​ເຈັດ​ສິບ​ຄົນ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ, ແລະ ຕ້ອງ​ຄວບ​ຄຸມ​ຄົນ​ເຫລົ່າ​ນັ້ນ;

96 ແລະ ເຈັດ​ສິບ​ຄົນ​ອື່ນ​ນຳ​ອີກ, ຈົນ​ກວ່າ​ມີ​ເຈັດ​ຄູນ​ເຈັດ​ສິບ, ຖ້າ​ຫາກ​ວຽກ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຮຽກ​ຮ້ອງ​ດ້ວຍ​ຄວາມ​ຈຳ​ເປັນ.

97 ແລະ ສາ​ວົກ​ເຈັດ​ສິບ​ເຫລົ່າ​ນີ້​ຕ້ອງ​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເຄື່ອນ​ທີ່, ໄປ​ຍັງ​ຄົນ​ຕ່າງ​ຊາດ​ກ່ອນ​ແລະ ໄປ​ຍັງ​ຊາວ​ຢິວ​ນຳ​ອີກ.

98 ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ທັງ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ສາ​ວົກ​ເຈັດ​ສິບ, ບໍ່​ໄດ້​ຢູ່​ພາຍ​ໃຕ້​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ເດີນ​ທາງ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ແຕ່​ຕ້ອງ​ເດີນ​ທາງ​ຕາມ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ຈະ​ອຳ​ນວຍ, ທັງໆ​ທີ່​ເຂົາ​ເຈົ້າ​ອາດ​ດຳ​ລົງ​ຕຳ​ແໜ່ງ​ສູງ ແລະ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເທົ່າ​ທຽມ​ກັບ​ຄົນ​ເຫລົ່າ​ນັ້ນ ໃນ​ສາດ​ສະ​ໜາ​ຈັກ​ກໍ​ຕາມ.

99 ດັ່ງ​ນັ້ນ, ບັດ​ນີ້​ໃຫ້​ທຸກໆ​ຄົນ​ຮຽນ​ຮູ້ ໜ້າ​ທີ່​ຂອງ​ຕົນ, ແລະ ກະ​ທຳ​ໃນ​ຕຳ​ແໜ່ງ​ທີ່​ເຂົາ​ຖືກ​ກຳ​ນົດ​ໃຫ້, ດ້ວຍ ຄວາມ​ພາກ​ພຽນ​ທັງ​ໝົດ.

100 ຄົນ​ທີ່ ກຽດ​ຄ້ານ​ຈະ​ບໍ່​ຖືກ​ນັບ​ວ່າ​ມີ ຄ່າ​ຄວນ​ທີ່​ຈະ​ຢືນ​ຢູ່, ແລະ ຄົນ​ທີ່​ບໍ່​ຮຽນ​ຮູ້​ໜ້າ​ທີ່​ຂອງ​ຕົນ ແລະ ບໍ່​ສະ​ແດງ​ຕົນ​ໃຫ້​ເປັນ​ທີ່​ພໍ​ພຣະ​ໄທ ຈະ​ບໍ່​ຖືກ​ນັບ​ວ່າ​ມີຄ່າ​ຄວນ​ທີ່​ຈະ​ຢືນ​ຢູ່. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

ພິມ