ພາກທີ 50
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 9 ເດືອນພຶດສະພາ, 1831. ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າແອວເດີບາງຄົນບໍ່ເຂົ້າໃຈການສະແດງໃຫ້ປະຈັກຂອງວິນຍານທີ່ແຕກຕ່າງກັນຢູ່ໃນແຜ່ນດິນໂລກ ແລະ ວ່າການເປີດເຜີຍນີ້ໄດ້ຖືກມອບໃຫ້ຕາມການທູນຖາມພິເສດຂອງເພິ່ນກ່ຽວກັບເລື່ອງນີ້. ສິ່ງທີ່ເອີ້ນກັນວ່າການແປກປະຫລາດທາງວິນຍານບໍ່ໄດ້ເປັນສິ່ງຜິດປົກກະຕິຢູ່ໃນບັນດາສະມາຊິກ, ຊຶ່ງບາງຄົນອ້າງວ່າໄດ້ຮັບພາບນິມິດ ແລະ ການເປີດເຜີຍ.
1–5, ມີວິນຍານເທັດຢ່າງຫລວງຫລາຍຢູ່ໃນແຜ່ນດິນໂລກ; 6–9, ວິບັດແກ່ຄົນໜ້າຊື່ໃຈຄົດ ແລະ ຄົນເຫລົ່ານັ້ນທີ່ຖືກຕັດອອກຈາກສາດສະໜາຈັກ; 10–14, ແອວເດີຕ້ອງສັ່ງສອນພຣະກິດຕິຄຸນໂດຍພຣະວິນຍານ; 15–22, ທັງຜູ້ສັ່ງສອນ ແລະ ຜູ້ຟັງຈຳເປັນຕ້ອງໄດ້ຮັບຄວາມສະຫວ່າງຈາກພຣະວິນຍານ; 23–25, ສິ່ງທີ່ບໍ່ເສີມສ້າງບໍ່ໄດ້ມາຈາກພຣະເຈົ້າ; 26–28, ຄົນຊື່ສັດເປັນຜູ້ຄອບຄອງທຸກສິ່ງທັງປວງ; 29–36, ຄຳອະທິຖານຂອງຄົນບໍລິສຸດໄດ້ຮັບຄຳຕອບ; 37–46, ພຣະຄຣິດເປັນຜູ້ລ້ຽງທີ່ດີ ແລະ ເປັນຫີນສີລາແຫ່ງອິດສະຣາເອນ.
1 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ແລະ ງ່ຽງຫູຟັງສຽງຂອງພຣະເຈົ້າທີ່ຊົງພຣະຊົນຢູ່; ແລະ ເອົາໃຈໃສ່ຕໍ່ຄຳແຫ່ງປັນຍາ ຊຶ່ງຈະຖືກມອບໃຫ້ແກ່ພວກເຈົ້າ, ດັ່ງທີ່ພວກເຈົ້າໄດ້ທູນຖາມ ແລະ ເຫັນພ້ອມກັນກ່ຽວກັບສາດສະໜາຈັກ, ແລະ ວິນຍານຕ່າງໆຢູ່ໃນແຜ່ນດິນໂລກ.
2 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມີວິນຍານຢ່າງຫລວງຫລາຍທີ່ເປັນ ວິນຍານເທັດ, ທີ່ໄດ້ອອກໄປໃນແຜ່ນດິນໂລກ, ຫລອກລວງໂລກ.
3 ແລະ ຊາຕານກໍສະແຫວງຫາທີ່ຈະຫລອກລວງພວກເຈົ້າຄືກັນ, ເພື່ອວ່າມັນຈະໄດ້ເອົາຊະນະພວກເຈົ້າ.
4 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຫລຽວເບິ່ງພວກເຈົ້າ, ແລະ ໄດ້ເຫັນຄວາມໜ້າກຽດຊັງໃນສາດສະໜາຈັກທີ່ ອ້າງນາມຂອງເຮົາ.
5 ແຕ່ຄົນທີ່ຊື່ສັດ ແລະ ອົດທົນຍ່ອມເປັນສຸກ, ບໍ່ວ່າໃນຊີວິດ ຫລື ໃນຄວາມຕາຍ, ເພາະວ່າເຂົາຈະໄດ້ຮັບຊີວິດນິລັນດອນເປັນມູນມໍລະດົກ.
6 ແຕ່ວິບັດແກ່ຄົນ ຫລອກຫລວງ ແລະ ຄົນໜ້າຊື່ໃຈຄົດ, ເພາະ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ເຮົາຈະນຳເຂົາມາສູ່ການພິພາກສາ.
7 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມີຄົນ ໜ້າຊື່ໃຈຄົດໃນບັນດາພວກເຈົ້າ, ຜູ້ໄດ້ຫລອກລວງບາງຄົນ, ຊຶ່ງໄດ້ມອບ ອຳນາດໃຫ້ ສັດຕູ; ແຕ່ຈົ່ງເບິ່ງ ຄົນ ເຊັ່ນນັ້ນຈະຕ້ອງຖືກນຳກັບຄືນມາ;
8 ແຕ່ຄົນໜ້າຊື່ໃຈຄົດຈະຖືກຊອກເຫັນ ແລະ ຖືກ ຕັດອອກ, ໃນຊີວິດຫລືບໍ່ກໍໃນຄວາມຕາຍ, ແມ່ນແຕ່ ຕາມທີ່ເຮົາປະສົງ; ແລະ ວິບັດແກ່ພວກເຂົາຜູ້ຖືກຕັດອອກຈາກສາດສະໜາຈັກຂອງເຮົາ, ເພາະໂລກໄດ້ເອົາຊະນະຜູ້ຄົນເຫລົ່ານັ້ນແລ້ວ.
9 ດັ່ງນັ້ນ, ໃຫ້ມະນຸດທຸກຄົນລະວັງ ເພື່ອວ່າເຂົາຈະບໍ່ເຮັດສິ່ງທີ່ບໍ່ເປັນຄວາມຈິງ ແລະ ບໍ່ຊອບທຳຢູ່ຕໍ່ໜ້າເຮົາ.
10 ແລະ ບັດນີ້ມາເຖີດ, ພຣະຜູ້ເປັນເຈົ້າໄດ້ກ່າວ, ໂດຍພຣະວິນຍານ, ກັບແອວເດີແຫ່ງສາດສະໜາຈັກຂອງພຣະອົງ, ແລະ ໃຫ້ພວກເຮົາມາ ເຈລະຈານຳກັນ, ເພື່ອວ່າພວກເຈົ້າຈະເຂົ້າໃຈ;
11 ໃຫ້ພວກເຮົາມາເຈລະຈານຳກັນ ແມ່ນແຕ່ຄືກັນກັບມະນຸດຄົນໜຶ່ງເຈລະຈາກັບມະນຸດອີກຄົນໜຶ່ງໜ້າຕໍ່ໜ້າ.
12 ບັດນີ້, ເມື່ອມະນຸດຄົນໜຶ່ງເຈລະຈາກັບມະນຸດອີກຄົນໜຶ່ງ ກໍໝາຍຄວາມວ່າເຂົາເຂົ້າໃຈມະນຸດ, ເພາະ ເຂົາເຈລະຈາດັ່ງມະນຸດ; ແມ່ນແຕ່ເຊັ່ນນັ້ນເຮົາ, ພຣະຜູ້ເປັນເຈົ້າ, ຈະເຈລະຈາກັບພວກເຈົ້າ ເພື່ອວ່າພວກເຈົ້າຈະ ເຂົ້າໃຈ.
13 ດັ່ງນັ້ນ, ເຮົາພຣະຜູ້ເປັນເຈົ້າຖາມຄຳຖາມນີ້ກັບພວກເຈົ້າ—ພວກເຈົ້າໄດ້ຮັບ ການແຕ່ງຕັ້ງເພື່ອສິ່ງໃດ?
14 ເພື່ອສັ່ງສອນພຣະກິດຕິຄຸນຂອງເຮົາໂດຍ ພຣະວິນຍານ, ແມ່ນແຕ່ ພຣະຜູ້ປອບໂຍນ ຊຶ່ງຖືກສົ່ງອອກໄປເພື່ອສິດສອນຄວາມຈິງ.
15 ແລະ ຈາກນັ້ນພວກເຈົ້າໄດ້ຮັບເອົາ ວິນຍານຕ່າງໆ ຊຶ່ງພວກເຈົ້າບໍ່ສາມາດເຂົ້າໃຈ, ແລະ ຮັບເອົາມັນວ່າ ມັນມາຈາກພຣະເຈົ້າ ແລະ ໃນການນີ້ພວກເຈົ້າເຮັດຖືກຕ້ອງແລ້ວບໍ?
16 ຈົ່ງເບິ່ງ ພວກເຈົ້າຈະຕ້ອງຕອບຄຳຖາມນີ້ດ້ວຍຕົນເອງ; ເຖິງຢ່າງໃດກໍຕາມ, ເຮົາຍັງຈະມີຄວາມເມດຕາຕໍ່ພວກເຈົ້າ; ຄົນທີ່ອ່ອນແອໃນບັນດາພວກເຈົ້າຈະຖືກເຮັດໃຫ້ ເຂັ້ມແຂງຕໍ່ຈາກນີ້ໄປ.
17 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຄົນທີ່ໄດ້ຮັບການແຕ່ງຕັ້ງຈາກເຮົາ ແລະ ຖືກສົ່ງອອກໄປ ສັ່ງສອນພຣະຄຳແຫ່ງຄວາມຈິງໂດຍພຣະຜູ້ປອບໂຍນ, ໃນພຣະວິນຍານແຫ່ງຄວາມຈິງ, ເຂົາຈະສັ່ງສອນມັນໂດຍ ພຣະວິນຍານແຫ່ງຄວາມຈິງບໍ ຫລື ໂດຍທາງອື່ນ?
18 ແລະ ຖ້າຫາກເປັນໂດຍທາງອື່ນ ມັນກໍບໍ່ໄດ້ມາຈາກພຣະເຈົ້າ.
19 ແລະ ອີກເທື່ອໜຶ່ງ, ຄົນທີ່ໄດ້ຮັບພຣະຄຳແຫ່ງຄວາມຈິງ, ເຂົາໄດ້ຮັບມັນໂດຍພຣະວິນຍານແຫ່ງຄວາມຈິງບໍ ຫລື ໂດຍທາງອື່ນ?
20 ຖ້າຫາກເປັນໂດຍທາງອື່ນ ມັນກໍບໍ່ໄດ້ມາຈາກພຣະເຈົ້າ.
21 ສະນັ້ນ, ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ສາມາດເຂົ້າໃຈ ແລະ ຮູ້ຈັກ, ວ່າຄົນທີ່ໄດ້ຮັບພຣະຄຳໂດຍພຣະວິນຍານແຫ່ງຄວາມຈິງ ໄດ້ຮັບມັນດັ່ງທີ່ສັ່ງສອນໄວ້ໂດຍພຣະວິນຍານແຫ່ງຄວາມຈິງ?
22 ດັ່ງນັ້ນ, ຄົນທີ່ສັ່ງສອນ ແລະ ຄົນທີ່ໄດ້ຮັບຈະເຂົ້າໃຈກັນ, ແລະ ທັງສອງໄດ້ຮັບ ການເສີມສ້າງ ແລະ ປິຕິຍິນດີນຳກັນ.
23 ແລະ ສິ່ງທີ່ບໍ່ເສີມສ້າງ ບໍ່ໄດ້ມາຈາກພຣະເຈົ້າ, ແລະ ເປັນ ຄວາມມືດ.
24 ສິ່ງທີ່ມາຈາກພຣະເຈົ້າເປັນ ຄວາມສະຫວ່າງ; ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບ ຄວາມສະຫວ່າງຫລາຍຂຶ້ນ; ແລະ ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.
25 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ ແລະ ເຮົາກ່າວມັນເພື່ອວ່າພວກເຈົ້າຈະຮູ້ ຄວາມຈິງ, ເພື່ອວ່າພວກເຈົ້າຈະໄດ້ຂັບໄລ່ຄວາມມືດອອກໄປຈາກບັນດາພວກເຈົ້າ;
26 ຄົນໃດທີ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ ແລະ ຖືກສົ່ງອອກໄປ, ຄົນໆນັ້ນໄດ້ຖືກກຳນົດໃຫ້ເປັນ ຜູ້ຍິ່ງໃຫຍ່ທີ່ສຸດ, ເຖິງແມ່ນເຂົາຈະຕ່ຳຕ້ອຍທີ່ສຸດ ແລະ ເປັນ ຄົນຮັບໃຊ້ຜູ້ຄົນທັງປວງ.
27 ດັ່ງນັ້ນ, ເຂົາຈຶ່ງເປັນ ຜູ້ຄອບຄອງທຸກສິ່ງທັງປວງ; ເພາະທຸກສິ່ງທັງປວງຂຶ້ນຢູ່ກັບເຂົາ, ທັງໃນສະຫວັນ ແລະ ເທິງແຜ່ນດິນໂລກ, ຊີວິດ ແລະ ຄວາມສະຫວ່າງ, ພຣະວິນຍານ ແລະ ອຳນາດ, ໄດ້ຖືກສົ່ງອອກໄປໂດຍພຣະປະສົງຂອງພຣະບິດາຜ່ານພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ.
28 ແຕ່ບໍ່ມີຄົນໃດເປັນຜູ້ຄອບຄອງທຸກສິ່ງທັງປວງ ຍົກເວັ້ນແຕ່ເຂົາຈະຖືກ ເຮັດໃຫ້ບໍລິສຸດ ແລະ ຊຳລະລ້າງຈາກບາບທັງໝົດເສຍກ່ອນ.
29 ແລະ ຖ້າຫາກພວກເຈົ້າຖືກເຮັດໃຫ້ບໍລິສຸດ ແລະ ຊຳລະລ້າງຈາກບາບທັງໝົດແລ້ວ, ພວກເຈົ້າຈະ ທູນຂໍສິ່ງໃດກໍຕາມທີ່ພວກເຈົ້າປາດຖະໜາໃນພຣະນາມຂອງພຣະເຢຊູ ແລ້ວສິ່ງນັ້ນກໍຈະເກີດຂຶ້ນ.
30 ແຕ່ຈົ່ງຮູ້ໄວ້ວ່າ ສິ່ງທີ່ພວກເຈົ້າທູນຂໍຈະຖືກມອບໃຫ້ແກ່ພວກເຈົ້າ; ແລະ ເພາະພວກເຈົ້າຖືກກຳນົດໃຫ້ ເປັນຫົວໜ້າ, ວິນຍານທັງຫລາຍຈະຂຶ້ນຢູ່ກັບພວກເຈົ້າ.
31 ດັ່ງນັ້ນ, ເຫດການຈະບັງເກີດຂຶ້ນຄື ຖ້າຫາກພວກເຈົ້າເຫັນ ວິນຍານສະແດງໃຫ້ປະຈັກສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈ, ແລະ ພວກເຈົ້າບໍ່ໄດ້ຮັບເອົາວິນຍານນັ້ນ, ໃຫ້ພວກເຈົ້າທູນຂໍຈາກພຣະບິດາໃນພຣະນາມຂອງພຣະເຢຊູ; ແລະ ຖ້າຫາກພຣະອົງບໍ່ໄດ້ມອບວິນຍານນັ້ນໃຫ້ພວກເຈົ້າ, ເມື່ອນັ້ນພວກເຈົ້າຈະຮູ້ວ່າ ມັນບໍ່ໄດ້ມາຈາກພຣະເຈົ້າ.
32 ແລະ ມັນຈະຖືກມອບໃຫ້ແກ່ພວກເຈົ້າ, ອຳນາດເໜືອວິນຍານນັ້ນ; ແລະ ພວກເຈົ້າຈະປະກາດຕໍ່ຕ້ານວິນຍານນັ້ນດ້ວຍສຽງອັນດັງວ່າມັນບໍ່ໄດ້ມາຈາກພຣະເຈົ້າ—
33 ບໍ່ແມ່ນໂດຍການກ່າວຫາທີ່ ຕໍ່ວ່າ, ເພື່ອວ່າພວກເຈົ້າຈະບໍ່ໃຫ້ມັນເອົາຊະນະ, ທັງບໍ່ແມ່ນດ້ວຍການກ່າວ ອວດອ້າງ ຫລື ດ້ວຍຄວາມປິຕິຍິນດີ, ຖ້າບໍ່ດັ່ງນັ້ນພວກເຈົ້າຈະຖືກມັນຍຶດໄວ້.
34 ຄົນທີ່ໄດ້ຮັບຈາກພຣະເຈົ້າ, ກໍໃຫ້ເຂົາພິຈາລະນາວ່າມັນມາຈາກພຣະເຈົ້າ; ແລະ ໃຫ້ເຂົາປິຕິຍິນດີທີ່ເຂົາໄດ້ຮັບການພິຈາລະນາຈາກພຣະເຈົ້າວ່າ ເຂົາມີຄ່າຄວນທີ່ຈະໄດ້ຮັບມັນ.
35 ແລະ ໂດຍການເອົາໃຈໃສ່ ແລະ ການເຮັດຕາມສິ່ງເຫລົ່ານີ້ຊຶ່ງພວກເຈົ້າໄດ້ຮັບ, ແລະ ຊຶ່ງພວກເຈົ້າຈະໄດ້ຮັບຫລັງຈາກນີ້—ແລະ ອານາຈັກທີ່ພຣະບິດາມອບໃຫ້ແກ່ພວກເຈົ້າ, ແລະ ອຳນາດທີ່ຈະເອົາຊະນະ ທຸກສິ່ງທັງປວງ ຊຶ່ງບໍ່ໄດ້ຮັບການແຕ່ງຕັ້ງຈາກພຣະອົງ—
36 ແລະ ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າເປັນສຸກແລ້ວ ຜູ້ບັດນີ້ໄດ້ຍິນຖ້ອຍຄຳຂອງເຮົາຈາກປາກຂອງຜູ້ຮັບໃຊ້ຂອງເຮົາ, ເພາະບາບຂອງພວກເຈົ້າໄດ້ຖືກ ອະໄພໃຫ້ແລ້ວ.
37 ຈົ່ງໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ເວກຟຽວ, ຜູ້ຊຶ່ງເຮົາພໍໃຈຫລາຍ, ແລະ ຜູ້ຮັບໃຊ້ຂອງເຮົາ ພາລີ ພີ ພະແຣັດ ອອກໄປຫາໜ່ວຍຂອງສາດສະໜາຈັກ ແລະ ເພີ່ມຄວາມເຂັ້ມແຂງໃຫ້ພວກເຂົາໂດຍການໃຫ້ຖ້ອຍຄຳແຫ່ງ ການແນະນຳ;
38 ແລະ ຜູ້ຮັບໃຊ້ຂອງເຮົາ ຈອນ ຄໍຣຽວ ນຳອີກ, ຫລື ຫລາຍຕໍ່ຫລາຍຄົນຂອງຜູ້ຮັບໃຊ້ຂອງເຮົາທີ່ໄດ້ຮັບການແຕ່ງຕັ້ງສູ່ໜ້າທີ່ນີ້, ແລະ ໃຫ້ພວກເຂົາທຳງານໃນ ສວນອະງຸ່ນ; ແລະ ບໍ່ໃຫ້ຄົນໃດຂັດຂວາງພວກເຂົາໃນການເຮັດສິ່ງນັ້ນ ຊຶ່ງເຮົາໄດ້ກຳນົດພວກເຂົາ—
39 ດັ່ງນັ້ນ, ໃນເລື່ອງນີ້ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ ບໍ່ຖືກຕ້ອງ; ເຖິງຢ່າງໃດກໍຕາມ ໃຫ້ລາວກັບໃຈ ແລະ ລາວຈະໄດ້ຮັບການໃຫ້ອະໄພ.
40 ຈົ່ງເບິ່ງ, ພວກເຈົ້າເປັນເດັກນ້ອຍໆ ແລະ ພວກເຈົ້າບໍ່ ສາມາດອົດທົນກັບທຸກສິ່ງທັງປວງໃນຕອນນີ້; ພວກເຈົ້າຕ້ອງ ເຕີບໂຕຂຶ້ນໃນ ພຣະຄຸນ ແລະ ໃນຄວາມຮູ້ເລື່ອງ ຄວາມຈິງ.
41 ຢ່າສູ່ຢ້ານ, ເດັກນ້ອຍເອີຍ, ເພາະພວກເຈົ້າເປັນຂອງເຮົາ, ແລະ ເຮົາໄດ້ ເອົາຊະນະໂລກແລ້ວ, ແລະ ພວກເຈົ້າເປັນຜູ້ທີ່ພຣະບິດາໄດ້ ມອບໃຫ້ແກ່ເຮົາ;
42 ແລະ ບໍ່ມີຄົນໃດທີ່ພຣະບິດາໄດ້ມອບໃຫ້ແກ່ເຮົາຈະ ເສຍໄປ.
43 ແລະ ພຣະບິດາກັບເຮົາເປັນອັນ ໜຶ່ງດຽວກັນ. ເຮົາຢູ່ໃນພຣະບິດາ ແລະ ພຣະບິດາຢູ່ໃນເຮົາ; ແລະ ຕາບໃດທີ່ພວກເຈົ້າໄດ້ຮັບເອົາເຮົາ, ພວກເຈົ້າກໍຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພວກເຈົ້າ.
44 ດັ່ງນັ້ນ, ເຮົາຢູ່ໃນທ່າມກາງພວກເຈົ້າ, ແລະ ເຮົາເປັນຜູ້ລ້ຽງ ທີ່ດີ, ແລະ ຫີນສີລາແຫ່ງອິດສະຣາເອນ. ຄົນທີ່ສ້າງຢູ່ເທິງ ຫີນສີລານີ້ຈະ ບໍ່ຕົກ.
45 ແລະ ວັນນັ້ນຈະມາເຖິງເມື່ອພວກເຈົ້າຈະໄດ້ຍິນສຽງຂອງເຮົາ ແລະ ເຫັນເຮົາ, ແລະ ຮູ້ວ່າເຮົາເປັນຢູ່.
46 ສະນັ້ນຈົ່ງ ເຝົ້າຄອຍ, ເພື່ອວ່າພວກເຈົ້າຈະ ຕຽມພ້ອມ. ແມ່ນເປັນດັ່ງນັ້ນ. ອາແມນ.