ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20


ພາກ​ທີ 20

ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ການ​ປົກ​ຄອງ​ຂອງ​ສາດ​ສະ​ໜາ​ຈັກ, ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ທີ່ ຫລື ໃກ້​ເມືອງ​ເຟ​ແອດ, ລັດ​ນິວ​ຢອກ. ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເປີດ​ເຜີຍ​ນີ້ ອາດ​ຖືກ​ມອບ​ໃຫ້​ນັບ​ແຕ່ ໃນ​ລະ​ດູ​ແລ້ງ​ຂອງ​ປີ 1829. ການ​ເປີດ​ເຜີຍ​ທັງ​ໝົດ, ຊຶ່ງ​ຮູ້​ຈັກ​ກັນ​ໃນ​ເວ​ລາ​ນັ້ນ​ວ່າ​ເປັນ ກົດ ແລະ ພັນ​ທະ​ສັນ​ຍາ, ອາດ​ຖືກ​ບັນ​ທຶກ​ໄວ້ ບໍ່​ດົນ​ຫລັງ​ຈາກ​ວັນ​ທີ 6 ເດືອນ​ເມ​ສາ, 1830 (ໃນ​ວັນ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ). ສາດ​ສະ​ດາ​ໄດ້​ຂຽນ​ວ່າ, “ພວກ​ເຮົາ​ໄດ້​ຮັບ​ຈາກ​ພຣະ​ອົງ [ພຣະ​ເຢ​ຊູ​ຄຣິດ] ດັ່ງ​ຕໍ່​ໄປ​ນີ້, ໂດຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ; ຊຶ່ງບໍ່​ພຽງ​ແຕ່​ໃຫ້​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ​ແກ່​ພວກ​ເຮົາ, ແຕ່​ຍັງ​ໄດ້​ຊີ້​ບອກ​ມື້​ອັນ​ແນ່​ນອນ​ແກ່​ພວກ​ເຮົາ​ນຳ​ອີກ, ຊຶ່ງ​ຕາມ​ພຣະ​ປະ​ສົງ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພວກ​ເຮົາຄວນ​ຈະ​ເລີ່ມ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ອີກ​ເທື່ອ​ໜຶ່ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.”

1–16, ພຣະ​ຄຳ​ພີ​ມໍ​ມອນ​ພິ​ສູດ​ຄວາມ​ສັກ​ສິດ​ຂອງ​ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ; 17–28, ຄຳ​ສອນ​ຂອງ​ການ​ສ້າງ, ການ​ຕົກ, ການ​ຊົດ​ໃຊ້, ແລະ ການ​ບັບ​ຕິ​ສະ​ມາ​ຖືກ​ຢືນ​ຢັນ; 29–37, ກົດ​ຄວບ​ຄຸມ​ການ​ກັບ​ໃຈ, ການ​ຮັບ​ຮອງ, ຄວາມ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ແລະ ການ​ຮັບ​ບັບ​ຕິ​ສະ​ມາ​ໄດ້​ຖືກ​ຕັ້ງ​ໄວ້; 38–67, ໜ້າ​ທີ່​ຂອງ​ແອວ​ເດີ, ປະ​ໂລ​ຫິດ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ​ໄດ້​ຖືກ​ສະ​ຫລຸບ​ໄວ້; 68–74, ໜ້າ​ທີ່​ຂອງ​ສະ​ມາ​ຊິກ, ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ, ແລະ ແບບ​ແຜນ​ຂອງ​ການ​ບັບ​ຕິ​ສະ​ມາ​ຖືກ​ເປີດ​ເຜີຍ; 75–84, ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ ແລະ ຂໍ້​ບັງ​ຄັບ​ສຳ​ລັບ​ການ​ປົກ​ຄອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ມອບ​ໃຫ້.

1 ການ ຈັດ​ຕັ້ງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ໃນ​ປີ​ໜຶ່ງ​ພັນ​ແປດ​ຮ້ອຍ​ສາມ​ສິບ ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ​ໃນ​ເນື້ອ​ໜັງ, ມັນ​ຖືກ ຈັດ​ຕັ້ງ ແລະ ສະ​ຖາ​ປະ​ນາ​ຂຶ້ນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ຂອງ​ພວກ​ເຮົາ, ໂດຍ​ພຣະ​ປະ​ສົງ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ໃນ​ເດືອນ​ທີ​ສີ່, ແລະ ໃນ​ວັນ​ທີ​ຫົກ​ຂອງ​ເດືອນ ຊຶ່ງ​ຖືກ​ເອີ້ນ​ວ່າ​ເດືອນ​ເມ​ສາ—

2 ຊຶ່ງ​ພຣະ​ບັນ​ຍັດ​ນັ້ນ​ໄດ້​ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ຜູ້​ໄດ້​ຖືກ ເອີ້ນ​ໂດຍ​ພຣະ​ເຈົ້າ, ແລະ ຖືກ​ແຕ່ງ​ຕັ້ງ​ເປັນ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ເປັນ ແອວ​ເດີ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ນີ້;

3 ແລະ ແກ່​ອໍ​ລີ​ເວີ ຄາວ​ເດີ​ຣີ, ຜູ້​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ​ຄື​ກັນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ເປັນ​ແອວ​ເດີ​ຄົນ​ທີ​ສອງ​ຂອງ​ສາດ​ສະ​ໜາ​ຈັກ​ນີ້, ແລະ ຖືກ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ລາວ;

4 ແລະ ນີ້​ເປັນ​ໄປ​ຕາມ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ, ຜູ້​ຊົງ​ມີ​ລັດ​ສະ​ໝີ​ພາບ​ທັງ​ມວນ, ທັງ​ໃນ​ຕອນ​ນີ້ ແລະ ຕະ​ຫລອດ​ການ. ອາ​ແມນ.

5 ຫລັງ​ຈາກ​ມັນ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແທ້​ຈິງ​ແກ່​ແອວ​ເດີ​ຄົນ​ທຳ​ອິດ​ນີ້ ວ່າ​ລາວ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ລາວ​ແລ້ວ, ລາວ​ພັດ​ໄດ້​ໄປ ພົວ​ພັນ​ກັບ​ຄວາມ​ອວດ​ອົ່ງ​ຂອງ​ໂລກ​ອີກ;

6 ແຕ່​ຫລັງ​ຈາກ​ກັບ​ໃຈ, ແລະ ຖ່ອມ​ຕົວ​ລົງ​ຢ່າງ​ຈິງ​ໃຈ, ຜ່ານ​ສັດ​ທາ, ພຣະ​ເຈົ້າ​ຈຶ່ງ​ໄດ້​ປະ​ຕິ​ບັດ​ຕໍ່​ລາວ​ໂດຍ ທູດ​ທີ່​ບໍ​ລິ​ສຸດ, ຜູ້​ທີ່ ໃບ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ດັ່ງ​ຟ້າ​ແມບ​ເຫລື້ອມ, ແລະ ຜູ້​ທີ່​ອາ​ພອນ​ຂອງ​ເພິ່ນ​ບໍ​ລິ​ສຸດ ແລະ ຂາວ​ເໜືອ​ກວ່າ​ຄວາມ​ຂາວ​ອື່ນ​ໃດ​ທັງ​ສິ້ນ;

7 ແລະ ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ແກ່​ລາວ ຊຶ່ງ​ໄດ້​ດົນ​ໃຈ​ລາວ;

8 ແລະ ໄດ້​ປະ​ທານ​ອຳ​ນາດ​ຈາກ​ເບື້ອງ​ບົນ​ໃຫ້​ແກ່​ລາວ, ຕາມ ວິ​ທີ​ທີ່​ໄດ້​ຈັດ​ຕຽມ​ໄວ້​ກ່ອນ​ແລ້ວ, ເພື່ອ​ແປ​ພຣະ​ຄຳພີ​ມໍ​ມອນ;

9 ຊຶ່ງ​ບັນ​ຈຸ​ບັນ​ທຶກ​ຂອງ​ຜູ້​ຄົນ​ທີ່​ຕົກ​ໄປ, ແລະ ຄວາມ​ສົມ​ບູນ​ຂອງ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຖິງ​ຄົນ​ຕ່າງ​ຊາດ ແລະ ເຖິງ​ຊາວ​ຢິວ​ນຳ​ອີກ;

10 ຊຶ່ງ​ໄດ້​ມອບ​ໃຫ້​ໂດຍ​ການ​ດົນ​ໃຈ, ແລະ ໄດ້​ຢືນ​ຢັນ​ໃຫ້​ຄົນ ອື່ນໆ​ໂດຍ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ປະ​ກາດ​ຕໍ່​ໂລກ​ໂດຍ​ພວກ​ເຂົາ​ເຫລົ່າ​ນັ້ນ—

11 ໂດຍ​ພິ​ສູດ​ຕໍ່​ໂລກ​ວ່າ ພຣະ​ຄຳ​ພີ​ອັນ​ສັກ​ສິດ​ເປັນ ຄວາມ​ຈິງ, ແລະ ວ່າ​ພຣະ​ເຈົ້າ ດົນ​ໃຈ​ມະ​ນຸດ ແລະ ເອີ້ນ​ພວກ​ເຂົາ​ມາ​ສູ່​ວຽກ​ງານ​ອັນ ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ຍຸກ​ນີ້ ແລະ ຄົນ​ລຸ້ນ​ນີ້, ເຊັ່ນ​ດຽວ​ກັບ​ຄົນ​ໃນ​ສະ​ໄໝ​ບູ​ຮານ;

12 ໂດຍ​ວິ​ທີ​ນັ້ນ ຈະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ອົງ​ເປັນ​ພຣະ​ເຈົ້າ ອົງ​ດຽວ​ກັນ​ນັ້ນ​ທັງ​ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ການ. ອາ​ແມນ.

13 ສະ​ນັ້ນ, ໂດຍ​ທີ່​ມີ​ພະ​ຍານ​ທີ່​ຍິ່ງ​ໃຫຍ່, ໂລກ​ຈະ​ຖືກ​ພິ​ພາກ​ສາ​ໂດຍ​ພະ​ຍານ​ເຫລົ່າ​ນີ້, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ນີ້​ໃນ​ພາຍ​ຂ້າງ​ໜ້າ.

14 ແລະ ຄົນ​ທີ່​ຮັບ​ເອົາ​ມັນ​ໄວ້​ດ້ວຍ​ສັດ​ທາ, ແລະ ທຳ​ງານ​ທີ່ ຊອບ​ທຳ, ຈະ​ໄດ້​ຮັບ ມົງ​ກຸດ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ;

15 ແຕ່​ຄົນ​ທີ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ໃນ ຄວາມ​ບໍ່​ເຊື່ອ​ຖື, ແລະ ປະ​ຕິ​ເສດ​ມັນ, ມັນ​ຈະ​ກັບ​ເປັນ​ສິ່ງ​ກ່າວ​ໂທດ​ພວກ​ເຂົາ​ເອງ—

16 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້; ແລະ ພວກ​ເຮົາ, ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ຍິນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ ຂອງ​ພຣະ​ຜູ້​ເດ​ຊາ​ນຸ​ພາບ​ອັນ​ຮຸ່ງ​ເຫລື້ອມ​ຢູ່​ເບື້ອງ​ບົນ, ຂໍ​ໃຫ້​ລັດ​ສະ​ໝີ​ພາບ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ​ດ້ວຍ​ເທີ້ນ. ອາ​ແມນ.

17 ໂດຍ​ສິ່ງ​ເຫລົ່າ​ນີ້​ພວກ​ເຮົາ ຮູ້​ວ່າ ມີ ພຣະ​ເຈົ້າ​ໃນ​ສະ​ຫວັນ, ຜູ້​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ, ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ ເປັນ​ພຣະ​ເຈົ້າ​ອົງ​ດຽວ​ນັ້ນ​ທີ່​ບໍ່​ປ່ຽນ​ແປງ, ຜູ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ;

18 ແລະ ວ່າ​ພຣະ​ອົງ​ໄດ້ ສ້າງ​ມະ​ນຸດ, ຊາຍ ແລະ ຍິງ, ຕາມ ຮູບ​ຮ່າງ​ລັກສະນະ​ຂອງ​ພຣະ​ອົງ​ເອງ ແລະ ໃນ​ຄວາມ​ຄ້າຍ​ຄື​ກັນ​ກັບ​ພຣະ​ອົງ, ພຣະ​ອົງ​ໄດ້​ສ້າງ​ພວກ​ເຂົາ;

19 ແລະ ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ພວກ​ເຂົາ ເພື່ອ​ວ່າ​ພວກ​ເຂົາ​ຄວນ​ຈະ ຮັກ ແລະ ຮັບ​ໃຊ້​ພຣະ​ອົງ, ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່ ແລະ ຈິງ​ແທ້​ແຕ່​ອົງ​ດຽວ, ແລະ ວ່າ​ພວກ​ເຂົາ​ຄວນ ນະ​ມັດ​ສະ​ການ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ.

20 ແຕ່​ໂດຍ​ການ​ລ່ວງ​ລະ​ເມີດ​ກົດ​ທີ່​ສັກ​ສິດ​ເຫລົ່າ​ນີ້ ມະ​ນຸດ​ຈຶ່ງ​ກັບ​ມີ ຕັນ​ຫາ​ໜ້າ​ມືດ ແລະ ຕ່ຳຊ້າ, ແລະ ໄດ້​ກາຍ​ເປັນ​ມະ​ນຸດ​ທີ່ ຕົກ​ໄປ.

21 ດັ່ງ​ນັ້ນ, ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ຈຶ່ງ​ໄດ້​ປະ​ທານ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ດັ່ງ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ ຊຶ່ງ​ປະ​ທານ​ໃຫ້​ກ່ຽວ​ກັບ​ພຣະ​ອົງ.

22 ພຣະ​ອົງ​ໄດ້​ທົນ​ກັບ ການ​ລໍ້​ລອງ​ຕ່າງໆ​ນາໆ ແຕ່​ບໍ່​ໄດ້​ເອົາ​ໃຈ​ໃສ່​ມັນ.

23 ພຣະ​ອົງ​ໄດ້​ຖືກ ຄຶງ, ໄດ້​ສິ້ນ​ພຣະ​ຊົນ, ແລະ ໄດ້ ຟື້ນ​ພຣະ​ຊົນ​ໃນ​ມື້​ທີ​ສາມ;

24 ແລະ ໄດ້ ສະ​ເດັດ​ຂຶ້ນ​ສູ່​ສະ​ຫວັນ, ເພື່ອ​ນັ່ງ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ ພຣະ​ບິ​ດາ, ເພື່ອ​ປົກ​ຄອງ​ດ້ວຍ​ອຳ​ນາດ​ທີ່​ຊົງ​ລິດ​ຍິ່ງ​ໃຫຍ່​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ;

25 ເພື່ອ​ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ເຊື່ອ ແລະ ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ອົດ​ທົນ​ດ້ວຍ​ສັດ​ທາ​ຈົນ​ເຖິງ​ທີ່​ສຸດ, ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ—

26 ບໍ່​ພຽງ​ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ເຊື່ອ​ຫລັງ​ຈາກ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ ເວ​ລາ​ອັນ​ຮຸ່ງ​ໂລດ, ໃນ​ເນື້ອ​ໜັງ, ແຕ່​ທຸກ​ຄົນ​ຕັ້ງ​ແຕ່​ຕົ້ນ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ກ່ອນ​ພຣະ​ອົງ​ສະ​ເດັດ​ມາ​ນຳ​ອີກ, ຜູ້​ເຊື່ອ​ຖ້ອຍ​ຄຳ​ຂອງ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ, ຜູ້​ໄດ້​ກ່າວ​ດັ່ງ​ກັບ​ວ່າພວກ​ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ໄດ້ ເປັນ​ພະ​ຍານ​ເຖິງ​ພຣ​ະອົງ​ແທ້ໆ​ໃນ​ທຸກ​ສິ່ງ, ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ,

27 ເຊັ່ນ​ດຽວ​ກັບ​ຄົນ​ທີ່​ຈະ​ມາ​ທີ​ຫລັງ, ຜູ້​ຈະ​ເຊື່ອ​ໃນ ຂອງ​ປະ​ທານ ແລະ ການ​ເອີ້ນ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ເຖິງ​ພຣະ​ບຸດ;

28 ຊຶ່ງ​ພຣະ​ບິ​ດາ, ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ ພຣະ​ເຈົ້າ​ດຽວ, ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ, ປາດ​ສະ​ຈາກ​ທີ່​ສຸດ. ອາ​ແມນ.

29 ແລະ ພວກ​ເຮົາ​ຮູ້​ວ່າ ມະ​ນຸດ​ທັງ​ປວງ​ຈະ​ຕ້ອງ ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ນະ​ມັດ​ສະ​ການ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ອົດ​ທົນ​ດ້ວຍ ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ, ຖ້າ​ບໍ່​ດັ່ງ​ນັ້ນ ເຂົາ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ໃຫ້ ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

30 ແລະ ພວກ​ເຮົາ​ຮູ້​ວ່າ ການ​ຮັບ​ຮອງ​ຄວາມ​ຊອບ​ທຳ​ຜ່ານ ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ ພຣະ​ເຢ​ຊູ​ຄຣິດ​ແມ່ນ​ທ່ຽງ​ທຳ ແລະ ຈິງ;

31 ແລະ ພວກ​ເຮົາ​ກໍ​ຮູ້​ອີກ​ວ່າ ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຜ່ານ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ ພຣະ​ເຢ​ຊູ​ຄຣິດ​ແມ່ນ​ທ່ຽງ​ທຳ ແລະ ຈິງ, ຕໍ່​ທຸກ​ຄົນ​ຜູ້​ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ ດ້ວຍ​ສຸດ ພະ​ລັງ, ຈິດ​ໃຈ, ແລະ ກຳ​ລັງ​ຂອງ​ເຂົາ.

32 ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ມະ​ນຸດ​ຈະ ຕົກ​ໄປ​ຈາກ​ພຣະ​ຄຸນ ແລະ ໜີ​ໄປ​ຈາກ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່;

33 ສະ​ນັ້ນ ຂໍ​ໃຫ້​ສາດ​ສະ​ໜາ​ຈັກ​ຈົ່ງ​ລະ​ວັງ ແລະ ອະ​ທິ​ຖານ​ສະ​ເໝີ, ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ຕົກ​ໄປ​ສູ່ ການ​ລໍ້​ລວງ;

34 ແທ້​ຈິງ​ແລ້ວ, ແລະ ແມ່ນ​ແຕ່​ຄົນ​ທີ່​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ແລ້ວ​ກໍ​ໃຫ້​ລະ​ວັງ​ຄື​ກັນ.

35 ແລະ ພວກ​ເຮົາ​ຮູ້​ວ່າ ສິ່ງ​ເຫລົ່າ​ນີ້​ຈິງ ແລະ ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍ​ຂອງ​ໂຢ​ຮັນ, ທັງ​ບໍ່​ໄດ້ ຕື່ມ​ເຕີມ, ຫລື ຕັດ​ອອກ​ຈາກ​ຄຳ​ທຳ​ນາຍ​ຂອງ​ໜັງ​ສື​ຂອງ​ເພິ່ນ, ພຣະ​ຄຳ​ພີ​ອັນ​ສັກ​ສິດ, ຫລື ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ ຊຶ່ງ​ຈະ​ມາ​ເຖິງ​ຫລັງ​ຈາກ​ນີ້​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສຸ​ລະ​ສຽງ ຂອງ​ພຣະ​ເຈົ້າ, ຫລື ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ.

36 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ມັນ​ໄວ້; ແລະ ກຽດ, ອຳ​ນາດ ແລະ ລັດ​ສະ​ໝີ​ພາບ ຈົ່ງ​ມີ​ແດ່​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ທັງ​ຕອນ​ນີ້ ແລະ ຕະ​ຫລອດ​ການ​ດ້ວຍ​ເຖີດ. ອາ​ແມນ.

37 ແລະ ອີກ​ເທື່ອ​ໜຶ່ງ, ໂດຍທາງ​ພຣະ​ບັນ​ຍັດ​ຕໍ່​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ວິ​ທີ​ບັບ​ຕິ​ສະ​ມາ—ທຸກ​ຄົນ​ທີ່​ຖ່ອມ​ຕົວ ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ ບັບ​ຕິ​ສະ​ມາ, ແລະ ອອກ​ມາ​ດ້ວຍ ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ແລະ ເປັນ​ພະ​ຍານ​ຢູ່​ຕໍ່​ໜ້າ​ສາດ​ສະ​ໜາ​ຈັກ​ວ່າ​ເຂົາ​ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ​ຈາກ​ບາບ​ທັງ​ໝົດ​ຂອງ​ເຂົາ, ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄວ້​ກັບ​ເຂົາ, ໂດຍ​ມີ ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ, ແລະ ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແທ້​ຈິງ​ດ້ວຍ ວຽກ​ງານ​ຂອງ​ເຂົາ ວ່າ​ເຂົາ​ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໄປ​ສູ່ ການ​ປົດ​ບາບ​ຂອງ​ເຂົາ, ຈະ​ໄດ້​ຮັບ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໂດຍ​ຮັບ​ການ​ບັບ​ຕິ​ສະ​ມາ.

38 ໜ້າ​ທີ່​ຂອງ​ແອວ​ເດີ, ປະ​ໂລ​ຫິດ, ຄູ​ສອນ, ມັກ​ຄະ​ນາ​ຍົກ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດອັກ​ຄະ​ສາ​ວົກ​ເປັນ​ແອວ​ເດີ, ແລະ ເປັນ​ການ​ເອີ້ນ​ຂອງ​ເຂົາ​ທີ່​ຈະ​ໃຫ້ ບັບ​ຕິ​ສະ​ມາ;

39 ແລະ ແຕ່ງ​ຕັ້ງ​ແອວ​ເດີ, ປະ​ໂລ​ຫິດ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ​ຄົນ​ອື່ນໆ;

40 ແລະ ປະ​ຕິ​ບັດ​ເຂົ້າ​ຈີ່ ແລະ ເຫລົ້າ​ອະ​ງຸ່ນ—ເຄື່ອງ​ໝາຍ​ແຫ່ງ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ພຣະ​ຄຣິດ—

41 ແລະ ຢືນ​ຢັນ​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ​ການ​ວາງ ມື​ເພື່ອ​ການ​ບັບ​ຕິ​ສະ​ມາ ດ້ວຍ​ໄຟ ແລະ ດ້ວຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຕາມ​ພຣະ​ຄຳ​ພີ;

42 ແລະ ສິດ​ສອນ, ຊີ້​ແຈງ, ແນະ​ນຳ, ໃຫ້​ບັບ​ຕິ​ສະ​ມາ, ແລະ ດູ​ແລ​ສາດ​ສະ​ໜາ​ຈັກ;

43 ແລະ ຢືນ​ຢັນ​ສາດ​ສະ​ໜາ​ຈັກ​ໂດຍ​ການ​ວາງ​ມື, ແລະ ການ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ;

44 ແລະ ນຳ​ພາ​ການ​ປະ​ຊຸມ​ທັງ​ໝົດ.

45 ແອວ​ເດີ​ຈະ ດຳ​ເນີນ​ການ​ປະ​ຊຸມ​ດັ່ງ​ທີ່​ພວກ​ເຂົາ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຕາມ​ພຣະ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ.

46 ໜ້າ​ທີ່​ຂອງ ປະ​ໂລ​ຫິດ​ຄື ສັ່ງ​ສອນ, ສິດ​ສອນ, ຊີ້​ແຈງ, ແນະ​ນຳ, ແລະ ໃຫ້​ບັບ​ຕິ​ສະ​ມາ, ແລະ ປະ​ຕິ​ບັດ​ສິນ​ລະ​ລຶກ,

47 ແລະ ຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ສະ​ມາ​ຊິກ​ແຕ່​ລະ​ຄົນ, ແລະ ແນະ​ນຳ​ເຂົາ​ໃຫ້ ອະ​ທິ​ຖານ ອອກ​ສຽງ ແລະ ໃນ​ບ່ອນ​ລັບ​ລີ້ ແລະ ເຮັດ​ໜ້າ​ທີ່​ທຸກ​ຢ່າງ​ໃນ ຄອບ​ຄົວ.

48 ແລະ ເຂົາ​ສາ​ມາດ ແຕ່ງ​ຕັ້ງ​ປະ​ໂລ​ຫິດ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ​ຄົນ​ອື່ນໆ​ນຳ​ອີກ.

49 ແລະ ເຂົາ​ຈະ​ຕ້ອງ​ນຳ​ພາ​ການ​ປະ​ຊຸມ​ເມື່ອ​ບໍ່​ມີ​ແອວ​ເດີ​ຄົນ​ອື່ນ​ຢູ່​ທີ່​ນັ້ນ;

50 ແຕ່​ເມື່ອ​ມີ​ແອວ​ເດີ​ຢູ່​ທີ່​ນັ້ນ, ເຂົາ​ພຽງ​ແຕ່​ສັ່ງ​ສອນ, ສິດ​ສອນ, ຊີ້​ແຈງ, ແນະ​ນຳ, ແລະ ໃຫ້​ບັບ​ຕິ​ສະ​ມາ​ເທົ່າ​ນັ້ນ,

51 ແລະ ຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ສະ​ມາ​ຊິກ​ແຕ່​ລະ​ຄົນ, ແລະ ແນະ​ນຳ​ເຂົາ​ໃຫ້​ອະ​ທິ​ຖານ​ອອກ​ສຽງ ແລະ ໃນ​ບ່ອນ​ລັບ​ລີ້ ແລະ ເຮັດ​ໜ້າ​ທີ່​ທຸກ​ຢ່າງ​ໃນ​ຄອບ​ຄົວ.

52 ໃນ​ໜ້າ​ທີ່​ທັງ​ໝົດ​ນີ້ ປະ​ໂລ​ຫິດ​ຈະ​ຕ້ອງ ຊ່ວຍ​ເຫລືອ​ແອວ​ເດີ​ໃນ​ກໍ​ລະ​ນີ​ຈຳ​ເປັນ.

53 ໜ້າ​ທີ່​ຂອງ ຄູ​ສອນ​ຄື ດູ​ແລ​ສາດ​ສະ​ໜາ​ຈັກ​ສະ​ເໝີ, ແລະ ຢູ່​ກັບ​ພວກ​ເຂົາ ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ;

54 ແລະ ເບິ່ງ​ວ່າ​ບໍ່​ມີ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ສາດ​ສະ​ໜາ​ຈັກ, ທັງ​ບໍ່​ໃຫ້​ມີ ຄວາມ​ເຄືອງ​ແຄ້ນ​ກັນ, ທັງ​ບໍ່​ໃຫ້​ເວົ້າ​ຕົວະ, ເວົ້າ​ລັບ​ຫລັງ, ຫລື ເວົ້າ​ຈາ ບໍ່​ດີ;

55 ແລະ ເບິ່ງ​ວ່າ​ສາດ​ສະ​ໜາ​ຈັກ​ປະ​ຊຸມ​ກັນ​ເລື້ອຍໆ, ແລະ ໃຫ້​ເບິ່ງ​ອີກ​ວ່າ​ສະ​ມາ​ຊິກ​ທຸກ​ຄົນ​ເຮັດ​ໜ້າ​ທີ່​ຂອງ​ຕົນ.

56 ແລະ ເຂົາ​ຈະ​ຕ້ອງ​ນຳ​ພາ​ການ​ປະ​ຊຸມ​ເມື່ອ​ບໍ່​ມີ​ແອວ​ເດີ ຫລື ປະ​ໂລ​ຫິດ​ຢູ່​ທີ່​ນັ້ນ—

57 ແລະ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ສະ​ເໝີ, ໃນ​ໜ້າ​ທີ່​ທັງ​ໝົດ​ຂອງ​ເຂົາ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ ມັກ​ຄະ​ນາ​ຍົກ, ໃນ​ກໍ​ລະ​ນີ​ຈຳ​ເປັນ.

58 ແຕ່​ທັງ​ຄູ​ສອນ ຫລື ມັກ​ຄະ​ນາ​ຍົກ​ບໍ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ໃຫ້​ບັບ​ຕິ​ສະ​ມາ, ປະ​ຕິ​ບັດ​ສິນ​ລະ​ລຶກ, ຫລື ວາງ​ມື;

59 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ຈະ​ເຕືອນ, ຊີ້​ແຈງ, ແນະ​ນຳ, ແລະ ສິດ​ສອນ, ແລະ ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ.

60 ແອວ​ເດີ, ປະ​ໂລ​ຫິດ, ຄູ​ສອນ, ຫລື ມັກ​ຄະ​ນາ​ຍົກ​ທຸກ​ຄົນ ຈະ​ຖືກ​ແຕ່ງ​ຕັ້ງ​ຕາມ​ຂອງ​ປະ​ທານ ແລະ ການ​ເອີ້ນ​ຂອງ​ພຣະ​ເຈົ້າ; ແລະ ເຂົາ​ຈະ​ຖືກ​ແຕ່ງ​ຕັ້ງ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ມີ​ຢູ່​ໃນ​ຄົນ​ທີ່​ແຕ່ງ​ຕັ້ງ​ເຂົາ.

61 ແອວ​ເດີ​ຫລາຍ​ຄົນ​ທີ່​ປະ​ກອບ​ເປັນ​ສາດ​ສະ​ໜາ​ຈັກ​ນີ້​ຂອງ​ພຣະ​ຄຣິດ ຕ້ອງ​ມາ​ປະ​ຊຸມ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່ ທຸກ​ສາມ​ເດືອນ, ຫລື ເປັນ​ບາງ​ຄັ້ງ​ຕາມ​ທີ່​ກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ​ຈະ​ຈັດ​ການ ຫລື ກຳ​ນົດ​ຂຶ້ນ;

62 ແລະ ກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ​ຈະ​ຕ້ອງ​ດຳ​ເນີນ​ທຸ​ລະ​ກິດ​ອັນ​ໃດ​ກໍ​ຕາມ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ໃນ​ເວ​ລາ​ນັ້ນ.

63 ແອວ​ເດີ​ຈະ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ຂອງ​ເຂົາ​ຈາກ​ແອວ​ເດີ​ຄົນ​ອື່ນໆ, ໂດຍ​ການ ອອກ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເຂົາ​ຂຶ້ນ​ຢູ່​ກັບ, ຫລື ຈາກ​ກອງ​ປະ​ຊຸມ​ໃຫຍ່.

64 ປະ​ໂລ​ຫິດ, ຄູ​ສອນ, ຫລື ມັກ​ຄະ​ນາ​ຍົກ​ແຕ່​ລະ​ຄົນ, ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ປະ​ໂລ​ຫິດ, ຈະ​ຮັບ​ເອົາ​ໃບ​ຢັ້ງ​ຢືນ​ຈາກ​ເຂົາ​ໃນ​ເວ​ລາ​ນັ້ນ, ຊຶ່ງ ໃບ​ຢັ້ງ​ຢືນ​ນັ້ນ, ເມື່ອ​ມອບ​ໃຫ້​ແອວ​ເດີ, ແລ້ວ​ຈະ​ເຮັດ​ໃຫ້​ເຂົາ​ມີ​ໃບ​ອະ​ນຸ​ຍາດ, ຊຶ່ງ​ໃຫ້​ສິດ​ອຳ​ນາດ​ເຂົາ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເອີ້ນ​ຂອງ​ເຂົາ, ຫລື ເຂົາ​ຈະ​ໄດ້​ຮັບ​ມັນ​ຈາກ​ກອງ​ປະ​ຊຸມ​ໃຫຍ່.

65 ບໍ່​ມີ​ໃຜ​ຈະ​ໄດ້​ຮັບ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ສາດ​ສະ​ໜາ​ຈັກ​ນີ້, ບ່ອນ​ທີ່​ສາ​ຂາ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ຖືກ​ຕ້ອງ, ປາດ​ສະ​ຈາກ​ການ ອອກ​ສຽງ​ຂອງ​ໜ່ວຍ​ສາດ​ສະ​ໜາ​ຈັກ​ນັ້ນ;

66 ແຕ່​ແອວ​ເດີ​ທີ່​ຄວບ​ຄຸມ, ອະ​ທິ​ການ​ສັນ​ຈອນ, ສະ​ມາ​ຊິກ​ສະ​ພາ​ສູງ, ມະ​ຫາ​ປະ​ໂລ​ຫິດ, ແລະ ແອວ​ເດີ, ມີ​ສິດ​ທີ່​ຈະ​ແຕ່ງ​ຕັ້ງ, ບ່ອນ​ທີ່​ບໍ່​ມີ​ສາ​ຂາ​ຂອງ​ສາດ​ສະ​ໜາ​ຈັກ​ເພື່ອ​ເອີ້ນ​ໃຫ້​ມີ​ການ​ອອກ​ສຽງ.

67 ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ​ທຸກ​ຄົນ (ຫລື ແອວ​ເດີ​ທີ່​ຄວບ​ຄຸມ), ອະ​ທິ​ການ, ສະ​ມາ​ຊິກ​ສະ​ພາ​ສູງ, ແລະ ມະ​ຫາ​ປະ​ໂລ​ຫິດ, ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ການ​ຊີ້​ນຳ​ຂອງ ສະ​ພາ​ສູງ ຫລື ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.

68 ໜ້າ​ທີ່​ຂອງ​ສະ​ມາ​ຊິກ​ຫລັງ​ຈາກ​ເຂົາ​ຖືກ​ຮັບ​ໄວ້​ໂດຍ​ການ​ບັບ​ຕິ​ສະ​ມາ—ພວກ​ແອວ​ເດີ ຫລື ປະ​ໂລ​ຫິດ ຈະ​ຕ້ອງ​ມີ​ເວ​ລາ​ພຽງ​ພໍ​ທີ່​ຈະ​ຊີ້​ແຈງ​ທຸກ​ສິ່ງ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ໃຫ້​ເຂົາ ເຂົ້າ​ໃຈ, ກ່ອນ​ເຂົາ​ຈະ​ຮັບ​ສ່ວນ ສິນ​ລະ​ລຶກ ແລະ ຮັບ​ການ​ຢືນ​ຢັນ​ໂດຍ​ການ​ວາງ ມື​ຂອງ​ພວກ​ແອວ​ເດີ, ເພື່ອ​ວ່າ​ທຸກ​ສິ່ງ​ຈະ​ຖືກ​ກະ​ທຳ​ໄປ​ຕາມ​ລະ​ບຽບ.

69 ແລະ ສະ​ມາ​ຊິກ​ຈະ​ສະ​ແດງ​ໃຫ້​ປະ​ຈັກ​ຢູ່​ຕໍ່​ໜ້າ​ສາດ​ສະ​ໜາ​ຈັກ, ແລະ ຢູ່​ຕໍ່​ໜ້າ​ພວກ​ແອວ​ເດີ​ນຳ​ອີກ, ໂດຍ​ການ​ດຳ​ເນີນ​ຊີ​ວິດ ແລະ ການ​ເວົ້າ​ຈາ​ຢ່າງ​ພຣະ​ເຈົ້າ, ວ່າ​ເຂົາ​ມີ​ຄ່າ​ຄວນ​ຕໍ່​ມັນ, ວ່າ​ຈະ​ມີ ວຽກ​ງານ ແລະ ສັດ​ທາ ທີ່​ສອດ​ຄ່ອງ​ກັບ​ພຣະ​ຄຳ​ພີ​ທີ່​ສັກ​ສິດ—ການ​ເດີນ​ໄປ​ໃນ ຄວາມ​ບໍ​ລິ​ສຸດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

70 ສະ​ມາ​ຊິກ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ທີ່​ມີ​ລູກ ຕ້ອງ​ພາ​ເຂົາ​ມາ​ຫາ​ພວກ​ແອວ​ເດີ​ຢູ່​ຕໍ່​ໜ້າ​ສາດ​ສະ​ໜາ​ຈັກ, ຜູ້​ຈະ​ວາງ​ມື​ຂອງ​ພວກ​ເຂົາ​ໃສ່​ເທິງ​ເຂົາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ໃຫ້ ພອນ​ເຂົາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

71 ບໍ່​ມີ​ຄົນ​ໃດ​ສາມາດ​ຖືກ​ຮັບ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໄດ້ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ເຖິງ​ອາ​ຍຸ​ທີ່ ຮູ້​ຈັກ​ຮັບ​ຜິດ​ຊອບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ສາ​ມາດ ກັບ​ໃຈ​ໄດ້.

72 ການ​ບັບ​ຕິ​ສະ​ມາ​ຈະ​ຖືກ​ປະ​ຕິ​ບັດ​ຕາມ​ແບບ​ແຜນ​ດັ່ງ​ຕໍ່​ໄປ​ນີ້​ແກ່​ທຸກ​ຄົນ​ທີ່​ກັບ​ໃຈ—

73 ຄົນ​ທີ່​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ ແລະ ມີ​ສິດ​ອຳ​ນາດ​ຈາກ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ບັບ​ຕິ​ສະ​ມາ, ຈະ​ລົງ​ໄປ​ໃນ​ນ້ຳ ກັບ​ຄົນ​ທີ່​ຂໍ​ຮັບ​ບັບ​ຕິ​ສະ​ມາ, ແລະ ຈະ​ກ່າວ​ດັ່ງ​ຕໍ່​ໄປ​ນີ້ ຫລັງ​ຈາກ​ກ່າວ​ຊື່​ຂອງ​ເຂົາ: ໂດຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ໃຫ້​ບັບ​ຕິ​ສະ​ມາ​ທ່ານ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ອາ​ແມນ.

74 ຈາກ​ນັ້ນ ລາວ​ຈະ ຈຸ່ມ​ເຂົາ​ລົງ​ໃນ​ນ້ຳ, ແລະ ຂຶ້ນ​ມາ​ຈາກ​ນ້ຳ​ອີກ.

75 ເປັນ​ສິ່ງ​ຈຳ​ເປັນ​ທີ່​ສາດ​ສະ​ໜາ​ຈັກ​ຈະ​ຊຸມ​ນຸມ​ກັນ​ເລື້ອຍໆ​ເພື່ອ ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ເຫລົ້າ​ອະ​ງຸ່ນ ໃນ​ການ ລະ​ນຶກ​ເຖິງ​ອົງ​ພຣະ​ເຢ​ຊູ;

76 ແລະ ແອວ​ເດີ ຫລື ປະ​ໂລ​ຫິດ​ຈະ​ປະ​ຕິ​ບັດ​ມັນ; ແລະ ເຂົາ​ຈະ​ປະ​ຕິ​ບັດ​ມັນ​ໃນ ວິ​ທີ​ນີ້—​ເຂົາ​ຈະ​ຄຸ​ເຂົ່າ​ລົງ​ພ້ອມ​ກັບ​ສາດ​ສະ​ໜາ​ຈັກ ແລະ ເອີ້ນ​ຫາ​ພຣະ​ບິ​ດາ​ໃນ​ຄຳ​ອະ​ທິ​ຖານ​ຢ່າງ​ຈິງ​ຈັງ, ກ່າວ​ວ່າ:

77 ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ; ພຣະ​ເຢ​ຊູ​ຄຣິດ, ໂປດ​ປະ​ທານ​ພອນ ແລະ ເຮັດ​ໃຫ້ ເຂົ້າ​ຈີ່​ນີ້​ສັກ​ສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ຮັບ​ສ່ວນ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະ​ທານ​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ເປັນ​ສັກ​ຂີ ພະ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ເຕັມ​ໃຈ ຮັບ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້​ເຂົາ, ເພື່ອ​ເຂົາ​ຈະ​ມີ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະ​ຫລອດ​ເວ​ລາ. ອາ​ແມນ.

78 ວິ​ທີ​ປະ​ຕິ​ບັດ​ເຫລົ້າ​ອະ​ງຸ່ນ—ເຂົາ​ຈະ​ຈັບ ຈອກ​ຂຶ້ນ​ມາ, ແລະ ກ່າວ​ວ່າ:

79 ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໂປດ​ປະ​ທານ​ພອນ ແລະ ເຮັດ​ໃຫ້ ເຫລົ້າ​ອະ​ງຸ່ນ​ນີ້​ສັກ​ສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ດື່ມ, ເພື່ອ​ເຂົາ​ຈະ​ເຮັດ​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ໂລ​ຫິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ຊຶ່ງ​ຫລັ່ງ​ເພື່ອ​ເຂົາ; ເພື່ອ​ເຂົາ​ຈະ​ເປັນ​ສັກ​ຂີ​ພະ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ. ອາ​ແມນ.

80 ສະ​ມາ​ຊິກ​ຄົນ​ໃດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ທີ່​ລ່ວງ​ລະ​ເມີດ, ຫລື ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ, ຈະ​ຖືກ​ຈັດ​ການ​ດັ່ງ​ທີ່​ມີ​ລະ​ບຸ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ.

81 ມັນ​ຈະ​ເປັນ​ໜ້າ​ທີ່​ຂອງ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ, ຊຶ່ງ​ປະ​ກອບ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ທີ່​ຈະ​ສົ່ງ​ຄູ​ສອນ​ຄົນ​ໜຶ່ງ​ຂອງ​ຕົນ ຫລື ຫລາຍ​ກວ່າ​ນັ້ນ​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ຕ່າງໆ ທີ່​ຈັດ​ຂຶ້ນ​ໂດຍ​ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ,

82 ພ້ອມ​ດ້ວຍ​ລາຍ ຊື່​ຂອງ​ສະ​ມາ​ຊິກ​ທີ່​ຮ່ວມ​ເຂົ້າ​ກັບ​ສາດ​ສະ​ໜາ​ຈັກ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ເທື່ອ​ຜ່ານ​ມາ; ຫລື ສົ່ງ​ໄປ​ກັບ​ປະ​ໂລ​ຫິດ​ຄົນ​ໃດ​ຄົນ​ໜຶ່ງ; ເພື່ອ​ວ່າ​ລາຍ​ຊື່​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ປຶ້ມ​ໂດຍ​ແອວ​ເດີ​ຄົນ​ໜຶ່ງ, ຄົນ​ໃດ​ກໍ​ຕາມ​ທີ່​ແອວ​ເດີ​ຄົນ​ອື່ນໆ​ຈະ​ມອບ​ໝາຍ​ໃຫ້​ເຮັດ​ເປັນ​ບາງ​ຄັ້ງ;

83 ແລະ ພ້ອມ​ນີ້, ຖ້າ​ມີ​ຄົນ​ໃດ​ຖືກ ໄລ່​ອອກ​ຈາກ​ສາດ​ສະ​ໜາ​ຈັກ, ເພື່ອ​ວ່າ​ຊື່​ຂອງ​ເຂົາ​ຈະ​ຖືກ​ລຶບ​ອອກ​ຈາກ​ປຶ້ມ​ບັນ​ທຶກ​ລາຍ​ຊື່​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ.

84 ສະ​ມາ​ຊິກ​ທຸກ​ຄົນ​ທີ່​ຍ້າຍ​ຈາກ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ບ່ອນ​ເຂົາ​ອາ​ໄສ​ຢູ່, ຖ້າ​ໄປ​ຫາ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ບ່ອນ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ​ເຂົາ, ຈະ​ຕ້ອງ​ເອົາ​ຈົດ​ໝາຍ​ທີ່​ຢັ້ງ​ຢືນ​ວ່າ​ເຂົາ​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ ແລະ ຢູ່​ໃນ​ຄວາມ​ດີ​ງາມ​ໄປ​ນຳ, ຊຶ່ງ​ໃບ​ຢັ້ງ​ຢືນ​ນັ້ນ​ຈະ​ຕ້ອງ​ຖືກ​ເຊັນ​ໂດຍ​ແອວ​ເດີ ຫລື ປະ​ໂລ​ຫິດ​ຄົນ​ໃດ​ກໍ​ໄດ້ ຖ້າ​ສະ​ມາ​ຊິກ​ຜູ້​ໄດ້​ຮັບ​ຈົດ​ໝາຍ​ຄຸ້ນ​ເຄີຍ​ກັບ​ແອວ​ເດີ ຫລື ປະ​ໂລ​ຫິດ​ຄົນ​ນັ້ນ, ຫລື ຈະ​ເຊັນ​ໂດຍ​ຄູ​ສອນ ຫລື ມັກ​ຄະ​ນາ​ຍົກ​ໃນ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ໄດ້.

ພິມ