ພາກທີ 42
ການເປີດເຜີຍທີ່ມອບໃຫ້ເປັນສອງພາກ ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 9 ແລະ 23 ເດືອນກຸມພາ, 1831. ພາກທຳອິດ, ປະກອບດ້ວຍ ຂໍ້ທີ 1 ຈົນເຖິງ 72, ໄດ້ຮັບຢູ່ຕໍ່ໜ້າແອວເດີສິບສອງຄົນ ແລະ ໃນການບັນລຸຕາມຄຳສັນຍາຊຶ່ງພຣະຜູ້ເປັນເຈົ້າໄດ້ໃຫ້ໄວ້ກ່ອນໜ້ານັ້ນວ່າ ຈະມອບ “ກົດ” ໃຫ້ໃນລັດໂອໄຮໂອ (ເບິ່ງ ພາກທີ 38:32). ພາກທີສອງປະກອບດ້ວຍຂໍ້ທີ 73 ຈົນເຖິງ 93. ສາດສະດາລະບຸວ່າການເປີດເຜີຍນີ້ “ບັນຈຸກົດຂອງສາດສະໜາຈັກ.”
1–10, ແອວເດີຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນ, ບັບຕິສະມາໃຫ້ຜູ້ປ່ຽນໃຈເຫລື້ອມໃສ, ແລະ ເສີມສ້າງສາດສະໜາຈັກ; 11–12, ເຂົາເຈົ້າຕ້ອງໄດ້ຮັບການເອີ້ນ ແລະ ຮັບການແຕ່ງຕັ້ງ ແລະ ຕ້ອງສິດສອນຫລັກທຳພຣະກິດຕິຄຸນທີ່ມີຢູ່ໃນພຣະຄຳພີ; 13–17, ເຂົາເຈົ້າຕ້ອງສິດສອນ ແລະ ທຳນາຍໂດຍອຳນາດຂອງພຣະວິນຍານ; 18–29, ໄພ່ພົນຂອງພຣະເຈົ້າຖືກບັນຊາບໍ່ໃຫ້ຂ້າຄົນ, ລັກ, ຕົວະ, ຕັນຫາລາມົກ, ຫລິ້ນຊູ້, ຫລື ກ່າວຮ້າຍຄົນອື່ນ; 30–39, ກົດຄວບຄຸມຊັບສິນທີ່ອຸທິດຖວາຍໄດ້ຖືກຕັ້ງຂຶ້ນ; 40–42, ຄວາມທະນົງຕົວ ແລະ ຄວາມກຽດຄ້ານຖືກກ່າວໂທດ; 43–52, ຄົນເຈັບປ່ວຍຕ້ອງໄດ້ຮັບການປິ່ນປົວຜ່ານການປະຕິບັດ ແລະ ໂດຍສັດທາ; 53–60, ພຣະຄຳພີປົກຄອງສາດສະໜາຈັກ ແລະ ຕ້ອງປະກາດຕໍ່ໂລກ; 61–69, ສະຖານທີ່ຂອງເຢຣູຊາເລັມໃໝ່ ແລະ ຄວາມລຶກລັບຂອງອານາຈັກຈະຖືກເປີດເຜີຍ; 70–73, ຊັບສິນທີ່ອຸທິດຖວາຍຈະຕ້ອງໃຊ້ເພື່ອຄ້ຳຈູນເຈົ້າໜ້າທີ່ຂອງສາດສະໜາຈັກ; 74–93, ກົດຄວບຄຸມການລ່ວງປະເວນີ, ການຫລິ້ນຊູ້, ການຂ້າຄົນ, ການລັກ, ແລະ ການສາລະພາບບາບຖືກຕັ້ງຂຶ້ນ.
1 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ຜູ້ໄດ້ມາຮ່ວມຊຸມນຸມນຳກັນໃນນາມຂອງເຮົາ, ແມ່ນແຕ່ ພຣະເຢຊູຄຣິດ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ; ຕາບໃດທີ່ພວກເຈົ້າຍັງເຊື່ອໃນນາມຂອງເຮົາ ແລະ ຮັກສາບັນຍັດຂອງເຮົາ.
2 ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ຈົ່ງເຊື່ອຟັງ ແລະ ຟັງ ແລະ ເຊື່ອຟັງ ກົດຊຶ່ງເຮົາຈະມອບໃຫ້ແກ່ ພວກເຈົ້າ.
3 ເພາະຕາມຄວາມຈິງແລ້ວ ເຮົາກ່າວວ່າ ເພາະພວກເຈົ້າໄດ້ມາຮ່ວມຊຸມນຸມນຳກັນຕາມ ບັນຍັດ ຊຶ່ງໃນນັ້ນເຮົາໄດ້ບັນຊາພວກເຈົ້າ, ແລະ ເຫັນພ້ອມກັນກ່ຽວກັບເລື່ອງນີ້, ແລະ ໄດ້ທູນຖາມພຣະບິດາໃນນາມຂອງເຮົາສັນໃດ, ແມ່ນແຕ່ສັນນັ້ນພວກເຈົ້າຈະໄດ້ຮັບມັນ.
4 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາມອບບັນຍັດຂໍ້ທຳອິດນີ້ໃຫ້ພວກເຈົ້າ ວ່າພວກເຈົ້າຈະອອກໄປໃນນາມຂອງເຮົາ, ທຸກຄົນພວກເຈົ້າ, ຍົກເວັ້ນແຕ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ ເທົ່ານັ້ນ.
5 ແລະ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ເຂົາເຈົ້າ ວ່າເຂົາເຈົ້າຈະອອກໄປຊົ່ວໄລຍະໜຶ່ງ, ແລະ ຈະມອບໃຫ້ໂດຍອຳນາດຂອງ ພຣະວິນຍານ ວ່າເຂົາເຈົ້າຈະກັບຄືນມາເມື່ອໃດ.
6 ແລະ ພວກເຈົ້າຈະອອກໄປໃນອຳນາດຂອງພຣະວິນຍານຂອງເຮົາ, ສັ່ງສອນພຣະກິດຕິຄຸນຂອງເຮົາ, ເປັນ ຄູ່ໆ, ໃນນາມຂອງເຮົາ, ເປັ່ງສຽງຂອງພວກເຈົ້າດັ່ງກັບສຽງແກ, ປະກາດຄຳຂອງເຮົາເໝືອນດັ່ງເຫລົ່າທູດ ຂອງພຣະເຈົ້າ.
7 ແລະ ພວກເຈົ້າຈະອອກໄປບັບຕິສະມາດ້ວຍນ້ຳ, ກ່າວວ່າ: ທ່ານຈົ່ງກັບໃຈ, ທ່ານຈົ່ງກັບໃຈ, ເພາະ ອານາຈັກສະຫວັນໃກ້ເຂົ້າມາເຖິງແລ້ວ.
8 ແລະ ຈາກບ່ອນນີ້ ພວກເຈົ້າຈະໄປຫາພາກພື້ນຕ່າງໆທາງຕາເວັນຕົກ; ແລະ ຕາບໃດທີ່ພວກເຈົ້າຈະພົບຄົນທີ່ຮັບເອົາພວກເຈົ້າ, ພວກເຈົ້າຈະເສີມສ້າງສາດສະໜາຈັກຂອງເຮົາໃນທຸກພາກພື້ນ—
9 ຈົນກວ່າເວລາຈະມາເຖິງ ເມື່ອມັນຈະຖືກເປີດເຜີຍແກ່ພວກເຈົ້າຈາກເບື້ອງບົນ, ເມື່ອ ເມືອງ ເຢຣູຊາເລັມໃໝ່ຈະຖືກຈັດຕຽມ, ເພື່ອພວກເຈົ້າຈະຖືກ ເຕົ້າໂຮມເຂົ້າເປັນອັນໜຶ່ງດຽວກັນ, ເພື່ອພວກເຈົ້າຈະໄດ້ເປັນ ຜູ້ຄົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.
10 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ ຈະດຳລົງຢູ່ໃນ ຕຳແໜ່ງທີ່ເຮົາໄດ້ແຕ່ງຕັ້ງລາວ. ແລະ ເຫດການຈະບັງເກີດຂຶ້ນຄື ຖ້າຫາກລາວລ່ວງລະເມີດ ຄົນອື່ນຈະຖືກແຕ່ງຕັ້ງຂຶ້ນແທນລາວ. ແມ່ນເປັນດັ່ງນັ້ນ. ອາແມນ.
11 ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ຈະບໍ່ຖືກມອບໃຫ້ແກ່ຄົນໃດເພື່ອໄປ ສັ່ງສອນພຣະກິດຕິຄຸນຂອງເຮົາ, ຫລື ເພື່ອເສີມສ້າງສາດສະໜາຈັກຂອງເຮົາ, ຍົກເວັ້ນແຕ່ເຂົາຈະໄດ້ຮັບ ການແຕ່ງຕັ້ງໂດຍຄົນໃດຄົນໜຶ່ງທີ່ມີ ສິດອຳນາດ, ແລະ ເປັນທີ່ຮູ້ຈັກຕໍ່ສາດສະໜາຈັກວ່າລາວມີສິດອຳນາດ ແລະ ໄດ້ຮັບການແຕ່ງຕັ້ງຢ່າງຖືກຕ້ອງໂດຍຜູ້ນຳຂອງສາດສະໜາຈັກ.
12 ແລະ ອີກເທື່ອໜຶ່ງ, ແອວເດີ, ປະໂລຫິດ ແລະ ຄູສອນ ຂອງສາດສະໜາຈັກນີ້ ຈະ ສິດສອນຫລັກທຳພຣະກິດຕິຄຸນຂອງເຮົາ, ຊຶ່ງມີຢູ່ໃນ ພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ, ຊຶ່ງໃນນັ້ນຄືຄວາມສົມບູນແຫ່ງ ພຣະກິດຕິຄຸນ.
13 ແລະ ພວກເຂົາຈະປະຕິບັດຕາມ ພັນທະສັນຍາ ແລະ ກົດຂອງສາດສະໜາຈັກ, ແລະ ນີ້ຈະເປັນຄຳສອນຂອງພວກເຂົາ, ດັ່ງທີ່ພວກເຂົາໄດ້ຮັບການຊີ້ນຳຈາກພຣະວິນຍານ.
14 ແລະ ພຣະວິນຍານຈະຖືກມອບໃຫ້ແກ່ເຈົ້າໂດຍ ການອະທິຖານດ້ວຍສັດທາ; ແລະ ຖ້າຫາກພວກເຈົ້າ ບໍ່ໄດ້ຮັບ ພຣະວິນຍານ ພວກເຈົ້າຈະບໍ່ສິດສອນ.
15 ແລະ ພວກເຈົ້າຈະປະຕິບັດຕາມທັງໝົດນີ້ ດັ່ງທີ່ເຮົາໄດ້ບັນຊາກ່ຽວກັບການສິດສອນຂອງພວກເຈົ້າ, ຈົນກວ່າຄວາມສົມບູນແຫ່ງ ພຣະຄຳພີຂອງເຮົາຖືກມອບໃຫ້.
16 ແລະ ຂະນະທີ່ພວກເຈົ້າເປັ່ງສຽງຂອງພວກເຈົ້າໂດຍ ພຣະຜູ້ປອບໂຍນ, ພວກເຈົ້າຈະກ່າວ ແລະ ທຳນາຍດັ່ງທີ່ເຮົາເຫັນວ່າດີ;
17 ເພາະ, ຈົ່ງເບິ່ງ, ພຣະຜູ້ປອບໂຍນຮູ້ທຸກສິ່ງ, ແລະ ເປັນພະຍານເຖິງພຣະບິດາ ແລະ ພຣະບຸດ.
18 ແລະ ບັດນີ້, ຈົ່ງເບິ່ງ, ເຮົາກ່າວກັບສາດສະໜາຈັກ. ຢ່າ ຂ້າຄົນ; ແລະ ຄົນທີ່ ຂ້າຄົນຈະບໍ່ໄດ້ຮັບການໃຫ້ອະໄພໃນໂລກນີ້, ຫລື ໃນໂລກທີ່ຈະມາເຖິງ.
19 ແລະ ອີກເທື່ອໜຶ່ງ, ເຮົາກ່າວວ່າ ຢ່າຂ້າຄົນ; ແຕ່ຄົນທີ່ຂ້າຄົນຈະ ຕາຍ.
20 ຢ່າລັກ; ແລະ ຄົນທີ່ ລັກ ແລະ ບໍ່ກັບໃຈ ຈະຖືກຂັບໄລ່ອອກໄປ.
21 ຢ່າຕົວະ; ຄົນທີ່ ຕົວະ ແລະ ບໍ່ກັບໃຈ ຈະຖືກຂັບໄລ່ອອກໄປ.
22 ຈົ່ງ ຮັກເມຍຂອງພວກເຈົ້າດ້ວຍສຸດໃຈຂອງພວກເຈົ້າ, ແລະ ຈະ ແນບສະໜິດຢູ່ກັບນາງ ແລະ ບໍ່ມີຄົນອື່ນອີກ.
23 ແລະ ຄົນທີ່ຫລຽວເບິ່ງຜູ້ຍິງດ້ວຍ ຄວາມໄຄ່ໃນນາງ ຈະປະຕິເສດສັດທາ, ແລະ ຈະບໍ່ມີພຣະວິນຍານຢູ່ນຳ; ແລະ ຖ້າຫາກເຂົາບໍ່ກັບໃຈ ເຂົາຈະຖືກຂັບໄລ່ອອກໄປ.
24 ຢ່າຫລິ້ນຊູ້; ແລະ ຄົນທີ່ ຫລິ້ນຊູ້, ແລະ ບໍ່ກັບໃຈ, ຈະຖືກຂັບໄລ່ອອກໄປ.
25 ແຕ່ຄົນທີ່ໄດ້ຫລິ້ນຊູ້ ແລະ ກັບໃຈດ້ວຍສຸດໃຈຂອງເຂົາ, ແລະ ປະຖິ້ມມັນ, ແລະ ບໍ່ເຮັດມັນອີກ, ພວກເຈົ້າຈົ່ງ ອະໄພໃຫ້ເຂົາ;
26 ແຕ່ຖ້າຫາກເຂົາເຮັດຄືນ ອີກ, ເຂົາຈະບໍ່ໄດ້ຮັບການໃຫ້ອະໄພ, ແຕ່ຈະຖືກຂັບໄລ່ອອກໄປ.
27 ຢ່າ ກ່າວຮ້າຍເພື່ອນບ້ານຂອງພວກເຈົ້າ, ຫລື ທຳຮ້າຍເຂົາແຕ່ຢ່າງໃດ.
28 ພວກເຈົ້າຮູ້ກົດຂອງເຮົາກ່ຽວກັບສິ່ງເຫລົ່ານີ້ ຊຶ່ງໃຫ້ໄວ້ຢູ່ໃນພຣະຄຳພີຂອງເຮົາ; ຄົນທີ່ເຮັດບາບ ແລະ ບໍ່ກັບໃຈ ຈະຖືກຂັບໄລ່ ອອກໄປ.
29 ຖ້າຫາກພວກເຈົ້າ ຮັກເຮົາ ພວກເຈົ້າຈະ ຮັບໃຊ້ເຮົາ ແລະ ຮັກສາບັນຍັດທັງໝົດຂອງເຮົາ.
30 ແລະ ຈົ່ງເບິ່ງ, ຈົ່ງນຶກເຖິງຄົນ ຍາກຈົນ, ແລະ ອຸທິດຖວາຍຊັບສິນຂອງພວກເຈົ້າເພື່ອ ຄ້ຳຈູນເຂົາ ກັບສິ່ງທີ່ພວກເຈົ້າມີເພື່ອແບ່ງປັນໃຫ້ເຂົາ, ດ້ວຍພັນທະສັນຍາ ແລະ ໃບຢັ້ງຢືນ ຊຶ່ງຈະຝ່າຝືນບໍ່ໄດ້.
31 ແລະ ຕາບໃດທີ່ພວກເຈົ້າໄດ້ ໃຫ້ເຂົ້າຂອງ ຂອງພວກເຈົ້າໃຫ້ແກ່ຄົນ ຍາກຈົນ, ພວກເຈົ້າກໍໄດ້ເຮັດແກ່ເຮົາ; ແລະ ຄວນມອບມັນໃຫ້ແກ່ ອະທິການຂອງສາດສະໜາຈັກຂອງເຮົາ ແລະ ທີ່ປຶກສາຂອງລາວ, ແອວເດີສອງຄົນ, ຫລື ມະຫາປະໂລຫິດ, ດັ່ງທີ່ລາວຈະກຳນົດ ຫລື ໄດ້ຖືກ ແຕ່ງຕັ້ງເປັນທາງການໄວ້ສຳລັບຈຸດປະສົງນັ້ນ.
32 ແລະ ເຫດການຈະບັງເກີດຂຶ້ນຄື ຫລັງຈາກໄດ້ມອບມັນໃຫ້ແກ່ອະທິການຂອງສາດສະໜາຈັກຂອງເຮົາ, ແລະ ຫລັງຈາກທີ່ລາວໄດ້ຮັບປະຈັກພະຍານກ່ຽວກັບ ການອຸທິດຖວາຍຊັບສິນຂອງສາດສະໜາຈັກຂອງເຮົາ, ວ່າຈະເອົາມັນໄປຈາກສາດສະໜາຈັກບໍ່ໄດ້, ຕາມບັນຍັດຂອງເຮົາ, ທຸກໆຄົນຈະຖືກເຮັດໃຫ້ ຮູ້ຈັກຮັບຜິດຊອບຕໍ່ເຮົາ, ເປັນ ຜູ້ພິທັກຮັກສາຊັບສິນຂອງຕົນເອງ, ຫລື ສິ່ງທີ່ເຂົາໄດ້ຮັບໂດຍການອຸທິດຖວາຍ, ເທົ່າທີ່ຈະພຽງພໍສຳລັບເຂົາ ແລະ ຄອບຄົວ.
33 ແລະ ອີກເທື່ອໜຶ່ງ, ຖ້າມີຊັບສິນຢູ່ໃນມືຂອງສາດສະໜາຈັກ, ຫລື ບຸກຄົນໃດໜຶ່ງ, ມີຫລາຍກວ່າຄວາມຈຳເປັນທີ່ຈະຄ້ຳຈູນເຂົາຫລັງຈາກການອຸທິດຖວາຍເທື່ອທຳອິດ, ສ່ວນທີ່ເຫລືອຈະຖືກອຸທິດຖວາຍໃຫ້ແກ່ອະທິການ, ມັນຈະຖືກຮັກສາໄວ້ເພື່ອຊ່ວຍເຫລືອຜູ້ທີ່ບໍ່ມີເປັນບາງຄັ້ງ, ເພື່ອວ່າທຸກຄົນທີ່ຂາດເຂີນຈະມີໃຊ້ ແລະ ໄດ້ຮັບຕາມຄວາມຕ້ອງການຂອງເຂົາ.
34 ສະນັ້ນ, ສິ່ງທີ່ເຫລືອຢູ່ຈະຖືກຮັກສາໄວ້ໃນຄັງຂອງເຮົາ, ເພື່ອປະຕິບັດຕໍ່ຄົນຍາກຈົນ ແລະ ຄົນຂັດສົນ, ດັ່ງທີ່ຈະກຳນົດໄວ້ໂດຍສະພາສູງຂອງສາດສະໜາຈັກ, ແລະ ອະທິການ ແລະ ສະພາຂອງລາວ;
35 ແລະ ເພື່ອຈຸດປະສົງຂອງການຊື້ທີ່ດິນເພື່ອປະໂຫຍດສ່ວນລວມຂອງສາດສະໜາຈັກ, ແລະ ເພື່ອການສ້າງບ້ານແຫ່ງການນະມັດສະການ, ແລະ ການເສີມສ້າງ ເຢຣູຊາເລັມໃໝ່ ຊຶ່ງຈະເປີດເຜີຍໃຫ້ຮູ້ຕໍ່ຈາກນີ້ໄປ—
36 ເພື່ອຜູ້ຄົນແຫ່ງພັນທະສັນຍາຂອງເຮົາຈະຖືກເຕົ້າໂຮມເຂົ້າເປັນອັນໜຶ່ງດຽວກັນໃນວັນນັ້ນເມື່ອເຮົາຈະ ມາຫາ ພຣະວິຫານຂອງເຮົາ. ແລະ ສິ່ງນີ້ເຮົາເຮັດໄປເພື່ອຄວາມລອດຂອງຜູ້ຄົນຂອງເຮົາ.
37 ແລະ ເຫດການຈະບັງເກີດຂຶ້ນຄື ຄົນທີ່ເຮັດບາບ ແລະ ບໍ່ກັບໃຈ ຈະຖືກຂັບ ໄລ່ອອກຈາກສາດສະໜາຈັກ, ແລະ ຈະບໍ່ໄດ້ຮັບສິ່ງທີ່ລາວໄດ້ ອຸທິດຖວາຍໃຫ້ແກ່ຄົນຍາກຈົນ ແລະ ຄົນຂັດສົນຂອງສາດສະໜາຈັກຂອງເຮົາອີກ, ຫລື ອີກຄຳໜຶ່ງ, ໃຫ້ແກ່ເຮົາ—
38 ເພາະຕາບໃດທີ່ພວກເຈົ້າໄດ້ ເຮັດສິ່ງເຫລົ່ານີ້ແກ່ຄົນທີ່ຕ່ຳຕ້ອຍທີ່ສຸດ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.
39 ເພາະເຫດການຈະບັງເກີດຂຶ້ນຄື ເລື່ອງທີ່ເຮົາໄດ້ກ່າວໂດຍປາກຂອງສາດສະດາຈະສຳເລັດຄົບຖ້ວນ; ເພາະເຮົາຈະອຸທິດຖວາຍຄວາມຮັ່ງມີຂອງຄົນທີ່ຮັບເອົາພຣະກິດຕິຄຸນຂອງເຮົາໃນບັນດາຄົນຕ່າງຊາດ ໃຫ້ແກ່ຄົນຍາກຈົນຂອງຜູ້ຄົນຂອງເຮົາ ຜູ້ເປັນເຊື້ອສາຍອິດສະຣາເອນ.
40 ແລະ ອີກເທື່ອໜຶ່ງ, ຢ່າ ອວດດີໃນໃຈຂອງພວກເຈົ້າ; ຈົ່ງໃຫ້ ອາພອນທັງໝົດຂອງພວກເຈົ້າຮຽບຮ້ອຍ, ແລະ ຄວາມງາມຂອງມັນເປັນຄວາມງາມຂອງວຽກງານຈາກມືຂອງພວກເຈົ້າເອງ;
41 ແລະ ຈົ່ງໃຫ້ທຸກສິ່ງສຳເລັດໃນຄວາມສະອາດຕໍ່ເຮົາ.
42 ຢ່າກຽດຄ້ານ; ເພາະຄົນທີ່ ກຽດຄ້ານຈະບໍ່ກິນອາຫານ ຫລື ໃສ່ອາພອນຂອງຄົນທຳງານ.
43 ແລະ ຜູ້ໃດກໍຕາມໃນບັນດາພວກເຈົ້າທີ່ ເຈັບປ່ວຍ, ແລະ ບໍ່ມີສັດທາທີ່ຈະຮັບການປິ່ນປົວ, ແຕ່ເຊື່ອ, ຈະໄດ້ຮັບການບຳລຸງລ້ຽງດ້ວຍຄວາມອ່ອນໂຍນທຸກຢ່າງ, ດ້ວຍສະໝຸນໄພ ແລະ ອາຫານອ່ອນ, ແລະ ການນັ້ນບໍ່ແມ່ນໂດຍມືຂອງສັດຕູ.
44 ແລະ ພວກແອວເດີຂອງສາດສະໜາຈັກ, ສອງຄົນ ຫລື ຫລາຍກວ່ານັ້ນ, ຈະຖືກເອີ້ນ, ແລະ ຈະອະທິຖານເພື່ອ ແລະ ວາງ ມືຂອງພວກເຂົາໃສ່ເທິງເຂົາໃນນາມຂອງເຮົາ; ແລະ ຖ້າເຂົາ ຕາຍ ເຂົາຈະຕາຍເພື່ອເຮົາ, ແລະ ຖ້າເຂົາມີຊີວິດຢູ່ ເຂົາຈະມີຊີວິດຢູ່ເພື່ອເຮົາ.
45 ຈົ່ງ ຢູ່ນຳກັນໃນ ຄວາມຮັກ, ເຖິງຂະໜາດທີ່ພວກເຈົ້າຈະ ຮ້ອງໄຫ້ນຳຄົນທີ່ຕາຍໄປ, ແລະ ໂດຍສະເພາະຢ່າງຍິ່ງນຳຄົນທີ່ບໍ່ມີ ຄວາມຫວັງໃນການຟື້ນຄືນຊີວິດອັນຮຸ່ງເຫລື້ອມ.
46 ແລະ ເຫດການຈະບັງເກີດຂຶ້ນຄື ຄົນທີ່ຕາຍໃນເຮົາ ຈະບໍ່ໄດ້ຊີມລົດຊາດຂອງ ຄວາມຕາຍ, ເພາະມັນຈະ ຫວານຊື່ນສຳລັບເຂົາ;
47 ແລະ ຄົນທີ່ບໍ່ໄດ້ຕາຍໃນເຮົາ, ວິບັດແກ່ເຂົາ, ເພາະຄວາມຕາຍຂອງເຂົາຂົມຂື່ນ.
48 ແລະ ອີກເທື່ອໜຶ່ງ, ເຫດການຈະບັງເກີດຂຶ້ນຄື ຄົນທີ່ມີ ສັດທາໃນເຮົາທີ່ຈະຮັບ ການປິ່ນປົວໃຫ້ຫາຍດີ, ແລະ ບໍ່ໄດ້ຖືກ ກຳນົດໃຫ້ຕາຍ, ຈະຫາຍດີ.
49 ຄົນທີ່ມີສັດທາວ່າຈະເຫັນ ກໍຈະໄດ້ເຫັນ.
50 ຄົນທີ່ມີສັດທາວ່າຈະໄດ້ຍິນ ກໍຈະໄດ້ຍິນ.
51 ຄົນເປ້ຍລ່ອຍທີ່ມີສັດທາວ່າຈະຍ່າງໄດ້ ກໍຈະຍ່າງໄດ້.
52 ແລະ ຄົນທີ່ບໍ່ມີສັດທາທີ່ຈະເຮັດສິ່ງເຫລົ່ານີ້, ແຕ່ເຊື່ອໃນເຮົາ, ມີຄວາມສາມາດທີ່ຈະກາຍເປັນ ບຸດຂອງເຮົາ; ແລະ ຕາບໃດທີ່ເຂົາບໍ່ໄດ້ຝ່າຝືນກົດຂອງເຮົາ ພວກເຈົ້າຈະຕ້ອງ ຊ່ວຍບັນເທົາຄວາມເຈັບປ່ວຍຂອງເຂົາ.
53 ພວກເຈົ້າຈະຕ້ອງຍຶດໝັ້ນໃນການເປັນ ຜູ້ພິທັກຮັກສາຂອງພວກເຈົ້າ.
54 ຢ່າເອົາອາພອນຂອງອ້າຍນ້ອງຂອງພວກເຈົ້າ; ພວກເຈົ້າຕ້ອງຈ່າຍຄ່າສິ່ງທີ່ພວກເຈົ້າໄດ້ຮັບຈາກອ້າຍນ້ອງຂອງພວກເຈົ້າ.
55 ແລະ ຖ້າຫາກພວກເຈົ້າ ໄດ້ຮັບຫລາຍກວ່າສິ່ງທີ່ຈະຄ້ຳຈູນພວກເຈົ້າ, ໃຫ້ພວກເຈົ້າມອບມັນໄວ້ໃນ ຄັງຂອງເຮົາ, ເພື່ອວ່າທຸກສິ່ງຈະເປັນໄປຕາມທີ່ເຮົາໄດ້ກ່າວໄວ້.
56 ຈົ່ງຖາມ, ແລະ ຈະມອບ ພຣະຄຳພີຂອງເຮົາໃຫ້ດັ່ງທີ່ເຮົາໄດ້ກຳນົດໄວ້, ແລະ ມັນຈະຖືກ ຮັກສາໄວ້ໃນຄວາມປອດໄພ;
57 ແລະ ເຫັນສົມຄວນທີ່ພວກເຈົ້າຈະງຽບຢູ່ກ່ຽວກັບມັນ, ແລະ ບໍ່ສິດສອນມັນຈົນກວ່າພວກເຈົ້າຈະໄດ້ຮັບມັນຢ່າງສົມບູນ.
58 ແລະ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ພວກເຈົ້າວ່າ ເມື່ອນັ້ນພວກເຈົ້າຈະສິດສອນມັນໃຫ້ແກ່ມະນຸດທັງປວງ; ເພາະມັນຈະຕ້ອງຖືກສິດສອນໃຫ້ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ ແລະ ທຸກຜູ້ຄົນ ທັງປວງ.
59 ຈົ່ງຮັບເອົາສິ່ງທີ່ພວກເຈົ້າໄດ້ຮັບ, ຊຶ່ງມອບໃຫ້ແກ່ພວກເຈົ້າໃນພຣະຄຳພີຂອງເຮົາໄວ້ເປັນກົດ, ເພື່ອເປັນກົດຂອງເຮົາໃນການປົກຄອງສາດສະໜາຈັກຂອງເຮົາ;
60 ແລະ ຄົນທີ່ ເຮັດຕາມສິ່ງເຫລົ່ານີ້ຈະລອດ, ແລະ ຄົນທີ່ບໍ່ເຮັດຕາມນັ້ນຈະ ອັບປະໂຫຍດ ຖ້າຫາກເຂົາເຮັດແນວນີ້ຢູ່ຕໍ່ໄປ.
61 ຖ້າພວກເຈົ້າຈະຖາມ, ພວກເຈົ້າຈະໄດ້ຮັບ ການເປີດເຜີຍຕື່ມໃສ່ການເປີດເຜີຍ, ຄວາມຮູ້ຕື່ມໃສ່ຄວາມຮູ້, ເພື່ອວ່າພວກເຈົ້າຈະຮູ້ ຄວາມລຶກລັບ ແລະ ສິ່ງທີ່ເປັນ ສັນຕິສຸກ—ສິ່ງຊຶ່ງນຳ ຄວາມຊື່ນຊົມມາໃຫ້, ສິ່ງຊຶ່ງນຳຊີວິດນິລັນດອນມາໃຫ້.
62 ຈົ່ງຖາມ, ແລະ ມັນຈະຖືກເປີດເຜີຍແກ່ພວກເຈົ້າໃນເວລາອັນເໝາະສົມຂອງເຮົາເອງ ວ່າ ເຢຣູຊາເລັມໃໝ່ຈະຖືກສ້າງຂຶ້ນຢູ່ໃສ.
63 ແລະ ຈົ່ງເບິ່ງ, ເຫດການຈະບັງເກີດຂຶ້ນຄື ຜູ້ຮັບໃຊ້ຂອງເຮົາຈະຖືກສົ່ງອອກໄປທິດຕາເວັນອອກ ແລະ ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້.
64 ແລະ ແມ່ນແຕ່ບັດນີ້, ໃຫ້ຄົນທີ່ໄປທິດຕາເວັນອອກສິດສອນຜູ້ປ່ຽນໃຈເຫລື້ອມໃສວ່າໃຫ້ຫລົບໜີໄປຫາ ທິດຕາເວັນຕົກ, ແລະ ນີ້ເປັນຜົນເນື່ອງມາຈາກສິ່ງທີ່ຈະມາສູ່ແຜ່ນດິນໂລກ, ແລະ ຈາກ ການມົ້ວສຸມລັບ.
65 ຈົ່ງເບິ່ງ, ພວກເຈົ້າຈົ່ງຍຶດຖືສິ່ງເຫລົ່ານີ້ທັງໝົດ, ແລະ ລາງວັນອັນຍິ່ງໃຫຍ່ຈະເປັນຂອງພວກເຈົ້າ; ເພາະມັນຖືກມອບໃຫ້ແກ່ພວກເຈົ້າ ເພື່ອຈະໄດ້ຮູ້ຄວາມລຶກລັບຂອງອານາຈັກ, ແຕ່ບໍ່ໄດ້ມອບໃຫ້ແກ່ໂລກ ເພື່ອຮູ້ຈັກມັນ.
66 ຈົ່ງຍຶດຖືກົດທີ່ພວກເຈົ້າໄດ້ຮັບ ແລະ ຈົ່ງຊື່ສັດ.
67 ແລະ ພວກເຈົ້າຈະໄດ້ຮັບ ພັນທະສັນຍາຂອງສາດສະໜາຈັກໃນພາຍຫລັງ, ຊຶ່ງຈະພຽງພໍທີ່ຈະສະຖາປະນາພວກເຈົ້າ, ທັງຢູ່ບ່ອນນີ້ ແລະ ໃນເຢຣູຊາເລັມໃໝ່.
68 ສະນັ້ນ, ຄົນໃດທີ່ຂາດ ສະຕິປັນຍາ, ກໍໃຫ້ຄົນນັ້ນທູນຂໍຈາກເຮົາ, ແລະ ເຮົາຈະມອບມັນໃຫ້ເຂົາດ້ວຍພຣະກະລຸນາ ແລະ ບໍ່ຊົງກ່າວຕິ.
69 ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ເພາະພວກເຈົ້າໄດ້ຮັບ ອານາຈັກແລ້ວ, ຫລື ອີກຄຳໜຶ່ງ, ຂໍກະແຈ ຂອງສາດສະໜາຈັກໄດ້ຖືກມອບໃຫ້ແລ້ວ. ແມ່ນເປັນດັ່ງນັ້ນ. ອາແມນ.
70 ປະໂລຫິດ ແລະ ຄູສອນ ຈະມີສິ່ງທີ່ຢູ່ໃນ ຄວາມພິທັກຮັກສາຂອງພວກເຂົາ, ແມ່ນແຕ່ເໝືອນດັ່ງສະມາຊິກ.
71 ແລະ ແອວເດີ ຫລື ມະຫາປະໂລຫິດ ຜູ້ໄດ້ຮັບການແຕ່ງຕັ້ງໃຫ້ຊ່ວຍເຫລືອອະທິການໃນຖານະທີ່ປຶກສາຂອງລາວໃນທຸກສິ່ງ, ຈະໃຫ້ຄອບຄົວຂອງພວກເຂົາໄດ້ຮັບການຄ້ຳຈູນດ້ວຍຊັບສິນທີ່ ອຸທິດຖວາຍແກ່ອະທິການ, ເພື່ອຜົນປະໂຫຍດຂອງຄົນຍາກຈົນ, ແລະ ເພື່ອຈຸດປະສົງອື່ນໆ, ດັ່ງທີ່ກ່າວຜ່ານມາ;
72 ຖ້າບໍ່ດັ່ງນັ້ນ ພວກເຂົາຕ້ອງໄດ້ຮັບການທົດແທນທີ່ຍຸດຕິທຳສຳລັບການຮັບໃຊ້ຂອງພວກເຂົາ, ຖ້າບໍ່ເປັນສິ່ງຢູ່ໃນຄວາມພິທັກຮັກສາ ກໍເປັນໃນທາງອື່ນໆ, ຕາມການເຫັນສົມຄວນທີ່ສຸດ ຫລື ຕາມການຕັດສິນໃຈຂອງທີ່ປຶກສາ ແລະ ອະທິການ.
73 ແລະ ອະທິການກໍຄືກັນ, ຈະໄດ້ຮັບການຄ້ຳຈູນ, ຫລື ການທົດແທນຢ່າງຍຸດຕິທຳສຳລັບການຮັບໃຊ້ທັງໝົດຂອງລາວໃນສາດສະໜາຈັກ.
74 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຄົນໃດກໍຕາມໃນບັນດາພວກເຈົ້າທີ່ເລີກກັບຄູ່ຄອງຂອງຕົນເພາະ ການລ່ວງປະເວນີ, ຫລື ອີກຄຳໜຶ່ງ, ຖ້າຫາກເຂົາເປັນພະຍານຢູ່ຕໍ່ໜ້າພວກເຈົ້າດ້ວຍຄວາມຕ່ຳຕ້ອຍໃນໃຈວ່າ ສະຖານະການເປັນເຊັ່ນນັ້ນ, ແລ້ວພວກເຈົ້າຈະບໍ່ຂັບໄລ່ເຂົາອອກໄປຈາກບັນດາພວກເຈົ້າ;
75 ແຕ່ ຖ້າຫາກພວກເຈົ້າພົບເຫັນຄົນໃດຄົນໜຶ່ງປະຖິ້ມຄູ່ຄອງໄປເນື່ອງດ້ວຍ ການຫລິ້ນຊູ້, ແລະ ເຂົາເອງເປັນຄົນກະທຳຄວາມຜິດ, ແລະ ຄູ່ຄອງຂອງເຂົາຍັງມີຊີວິດຢູ່, ແລ້ວເຂົາຈະຖືກຂັບ ໄລ່ອອກໄປຈາກບັນດາພວກເຈົ້າ.
76 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ຈົ່ງ ເຝົ້າລະວັງ ແລະ ລະມັດລະວັງ, ດ້ວຍການສອບຖາມຢ່າງລະອຽດທຸກຢ່າງ, ວ່າພວກເຈົ້າຈະບໍ່ຮັບເອົາຄົນເຊັ່ນນັ້ນເຂົ້າມາໃນບັນດາພວກເຈົ້າ ຖ້າເຂົາແຕ່ງງານແລ້ວ;
77 ແລະ ຖ້າຫາກເຂົາບໍ່ໄດ້ແຕ່ງງານ, ເຂົາຈະຕ້ອງກັບໃຈຈາກບາບທັງໝົດຂອງເຂົາ ຖ້າບໍ່ດັ່ງນັ້ນພວກເຈົ້າຢ່າໄດ້ຮັບເອົາເຂົາ.
78 ແລະ ອີກເທື່ອໜຶ່ງ, ທຸກຄົນທີ່ເປັນຂອງສາດສະໜາຈັກນີ້ຂອງພຣະຄຣິດ, ຈະຍຶດຖືທີ່ຈະຮັກສາພຣະບັນຍັດ ແລະ ພັນທະສັນຍາທັງໝົດຂອງສາດສະໜາຈັກ.
79 ແລະ ເຫດການຈະບັງເກີດຂຶ້ນຄື ຖ້າຫາກຄົນໃດຄົນໜຶ່ງໃນບັນດາພວກເຈົ້າໄດ້ ຂ້າຄົນ ເຂົາຈະຖືກສົ່ງໄປ ແລະ ຖືກດຳເນີນການຕາມກົດໝາຍຂອງແຜ່ນດິນ; ຈົ່ງຈຳໄວ້ວ່າເຂົາຈະບໍ່ໄດ້ຮັບການໃຫ້ອະໄພ; ແລະ ຈະໄດ້ຮັບການພິສູດຄະດີຕາມກົດໝາຍຂອງແຜ່ນດິນ.
80 ແລະ ຖ້າຫາກຜູ້ຊາຍ ຫລື ຜູ້ຍິງຄົນໃດຫລິ້ນຊູ້, ເຂົາຈະຖືກສອບສວນໂດຍແອວເດີຂອງສາດສະໜາຈັກສອງຄົນ, ຫລື ຫລາຍກວ່ານັ້ນ, ແລະ ທຸກຄຳຈະຖືກຕັ້ງໄວ້ເພື່ອກ່າວຫາເຂົາໂດຍພະຍານຂອງສາດສະໜາຈັກສອງຄົນ, ແລະ ບໍ່ແມ່ນຂອງສັດຕູ; ແຕ່ຖ້າຫາກມີພະຍານຫລາຍກວ່າສອງຄົນຈະດີກວ່າ.
81 ແຕ່ເຂົາຈະຖືກກ່າວໂທດໂດຍປາກຂອງພະຍານສອງຄົນ; ແລະ ແອວເດີຈະສະເໜີເລື່ອງນັ້ນຢູ່ຕໍ່ໜ້າສາດສະໜາຈັກ, ແລະ ສາດສະໜາຈັກຈະຍົກມືຂຶ້ນສະໜັບສະໜູນຂໍ້ກ່າວຫາເຂົາ, ເພື່ອວ່າເຂົາຈະຖືກດຳເນີນຕາມກົດຂອງພຣະເຈົ້າ.
82 ແລະ ຖ້າຫາກເປັນໄປໄດ້, ກໍຈຳເປັນທີ່ອະທິການຈະມີໜ້າຢູ່ທີ່ນັ້ນດ້ວຍ.
83 ແລະ ຈົ່ງຈັດການກັບທຸກກໍລະນີດັ່ງນີ້ ຊຶ່ງຈະມາຢູ່ຕໍ່ໜ້າພວກເຈົ້າ.
84 ແລະ ຖ້າຊາຍ ຫລື ຍິງຄົນໃດປຸ້ນສະດົມ, ເຂົາຈະຖືກສົ່ງໄປຫາກົດໝາຍຂອງແຜ່ນດິນ.
85 ແລະ ຖ້າຫາກເຂົາ ລັກ, ເຂົາຈະຖືກສົ່ງໄປຫາກົດໝາຍຂອງແຜ່ນດິນ.
86 ແລະ ຖ້າຫາກເຂົາ ຕົວະ, ເຂົາຈະຖືກສົ່ງໄປຫາກົດໝາຍຂອງແຜ່ນດິນ.
87 ແລະ ຖ້າຫາກເຂົາເຮັດຄວາມຊົ່ວຮ້າຍໃດໆ, ເຂົາຈະຖືກສົ່ງໄປຫາກົດໝາຍ, ແມ່ນແຕ່ກົດໝາຍຂອງພຣະເຈົ້າ.
88 ແລະ ຖ້າຫາກ ອ້າຍເອື້ອຍນ້ອງຂອງເຈົ້າໄດ້ ເຮັດຜິດຕໍ່ເຈົ້າ, ໃຫ້ເຈົ້າພາເຂົາໄປ ເຈົ້າກັບເຂົາເທົ່ານັ້ນຢູ່ຕາມລຳພັງ; ແລະ ຖ້າຫາກເຂົາ ສາລະພາບ ໃຫ້ເຈົ້າຄືນດີກັບເຂົາ.
89 ແລະ ຖ້າຫາກເຂົາບໍ່ສາລະພາບ ໃຫ້ເຈົ້າສົ່ງເຂົາໄປຫາສາດສະໜາຈັກ, ບໍ່ແມ່ນຫາສະມາຊິກ, ແຕ່ໄປຫາພວກແອວເດີ. ແລະ ມັນຈະຖືກດຳເນີນໃນການປະຊຸມ, ແລະ ບໍ່ແມ່ນຢູ່ຕໍ່ໜ້າໂລກ.
90 ແລະ ຖ້າຫາກອ້າຍເອື້ອຍນ້ອງຂອງເຈົ້າເຮັດຜິດຕໍ່ຫລາຍຄົນ, ເຂົາຈະຕ້ອງຖືກ ຕີສອນຢູ່ຕໍ່ໜ້າຫລາຍຄົນ.
91 ແລະ ຖ້າຫາກຄົນໃດເຮັດຜິດຢ່າງເປີດເຜີຍ, ເຂົາຈະຖືກຕິຕຽນຢ່າງເປີດເຜີຍ, ເພື່ອວ່າເຂົາຈະໄດ້ອັບອາຍ. ແລະ ຖ້າຫາກເຂົາບໍ່ສາລະພາບ, ເຂົາຈະຖືກສົ່ງໄປຫາກົດໝາຍຂອງພຣະເຈົ້າ.
92 ຖ້າຫາກຄົນໃດເຮັດຜິດໃນບ່ອນລັບລີ້, ເຂົາຈະຖືກຕິຕຽນໃນບ່ອນລັບລີ້, ເພື່ອວ່າເຂົາຈະໄດ້ມີໂອກາດສາລະພາບໃນບ່ອນລັບລີ້ກັບຄົນທີ່ເຂົາໄດ້ເຮັດຜິດຕໍ່, ແລະ ກັບພຣະເຈົ້າ, ເພື່ອວ່າສາດສະໜາຈັກຈະບໍ່ໄດ້ກ່າວຄຳເວົ້າຕຳນິໃສ່ເຂົາ.
93 ແລະ ພວກເຈົ້າຈະດຳເນີນການດັ່ງນັ້ນໃນທຸກສິ່ງ.