ການເຄື່ອນໄຫວຂອງໄຟທີ່ເຊື່ອງຊ້ອນຢູ່
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າໄດ້ຍິນທຸກຄຳອະທິຖານ ທີ່ເຮົາຖວາຍ ແລະ ຕອບທຸກຄຳອະທິຖານ ຕາມເສັ້ນທາງທີ່ພຣະອົງໄດ້ກຳນົດໄວ້ ເພື່ອຄວາມດີພ້ອມຂອງເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນອັນເຈັບປວດນັບຕັ້ງແຕ່ຂ້າພະເຈົ້າໄດ້ມາຢືນຢູ່ແທ່ນປາໄສນີ້ ໃນເດືອນຕຸລາປີ 2022. ບົດຮຽນນັ້ນແມ່ນ: ຖ້າທ່ານບໍ່ໄດ້ກ່າວປາໄສທີ່ຍອມຮັບໄດ້, ທ່ານຈະຖືກສັ່ງຫ້າມບໍ່ໃຫ້ກ່າວໃນກອງປະຊຸມອີກຫລາຍໆຄັ້ງຕໍ່ໄປ. ທ່ານເຫັນໄດ້ວ່າຂ້າພະເຈົ້າຖືກມອບໝາຍໃຫ້ເປັນຜູ້ກ່າວປາໄສຄົນທຳອິດໃນພາກນີ້. ສິ່ງທີ່ທ່ານບໍ່ເຫັນຄື ຂ້າພະເຈົ້າຢືນຢູ່ເທິງປະຕູກັບດັກ ທີ່ມີໄລປະຕູທີ່ລະອຽດອ່ອນ. ຖ້າຫາກຄຳປາໄສນີ້ບໍ່ດີ, ຂ້າພະເຈົ້າກໍຈະບໍ່ເຫັນທ່ານອີກໃນກອງປະຊຸມໃຫຍ່ສອງສາມຄັ້ງຕໍ່ໄປ.
ດ້ວຍວິນຍານຂອງເພງສວດທີ່ມ່ວນອອນຊອນກັບກຸ່ມນັກຮ້ອງທີ່ງົດງາມນີ້, ຂ້າພະເຈົ້າ ໄດ້ ຮຽນຮູ້ບາງບົດຮຽນເມື່ອບໍ່ດົນມານີ້, ດ້ວຍຄວາມຊ່ວຍເຫລືອຈາກພຣະເຈົ້າ, ຂ້າພະເຈົ້າປາດຖະໜາທີ່ຈະແບ່ງປັນກັບທ່ານໃນມື້ນີ້. ນັ້ນຈະເຮັດໃຫ້ຄຳປາໄສນີ້ເປັນສ່ວນຕົວຫລາຍ.
ປະສົບການສ່ວນຕົວ ແລະ ຄວາມເຈັບປວດທີ່ສຸດຈາກປະສົບການເມື່ອບໍ່ດົນມານີ້ທັງໝົດຄື ການຈາກໄປຂອງ ແພັດ ພັນລະຍາທີ່ຮັກຂອງຂ້າພະເຈົ້າ. ນາງ ເປັນ ຜູ້ຍິງທີ່ຍິ່ງໃຫຍ່ທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກ—ເປັນພັນລະຍາ ແລະ ແມ່ທີ່ສົມບູນແບບ, ໂດຍບໍ່ຕ້ອງເວົ້າເຖິງຄວາມບໍລິສຸດ, ພອນສະຫວັນໃນການສະແດງອອກຂອງນາງ, ທາງວິນຍານຂອງນາງ. ນາງໄດ້ກ່າວຄຳປາໄສຄັ້ງໜຶ່ງທີ່ມີຫົວຂໍ້ວ່າ “ການບັນລຸຈຸດປະສົງທີ່ທ່ານໄດ້ຖືກສ້າງຂຶ້ນ.” ສຳລັບຂ້າພະເຈົ້າແລ້ວ ເບິ່ງຄືວ່າ ນາງໄດ້ບັນລຸຈຸດປະສົງຂອງການສ້າງຂອງ ນາງ ແລ້ວ ຫລາຍກວ່າຄົນໃດໆທີ່ສາມາດໄຝ່ຝັນໄດ້. ນາງເປັນທິດາທີ່ສົມບູນຂອງພຣະເຈົ້າ, ເປັນສະຕີແບບຢ່າງຂອງພຣະຄຣິດ. ຂ້າພະເຈົ້າໂຊກດີທີ່ສຸດທີ່ໄດ້ໃຊ້ຊີວິດຮ່ວມກັບນາງ ເປັນເວລາ 60 ປີ. ຖ້າຫາກຂ້າພະເຈົ້າຖືກພິສູດວ່າມີຄ່າຄວນ, ແລ້ວການຜະນຶກຂອງພວກເຮົາກໍໝາຍຄວາມວ່າ ຂ້າພະເຈົ້າຈະໄດ້ຢູ່ກັບນາງຊົ່ວນິລັນດອນ.
ປະສົບການໜຶ່ງອີກໄດ້ເລີ່ມຕົ້ນ 48 ຊົ່ວໂມງ ຫລັງຈາກການຝັງສົບພັນລະຍາຂອງຂ້າພະເຈົ້າ. ໃນເວລານັ້ນ, ຂ້າພະເຈົ້າໄດ້ຖືກນຳຕົວສົ່ງໂຮງໝໍ ດ້ວຍອາການວິກິດທາງສຸຂະພາບທີ່ຮ້າຍແຮງ. ແລ້ວຂ້າພະເຈົ້າໄດ້ໃຊ້ເວລາສີ່ອາທິດທຳອິດຂອງຫົກອາທິດທີ່ເຂົ້າໂຮງໝໍ ເພື່ອເຂົ້າອອກຫ້ອງສຸກເສີນ ແລະ ໝົດສະຕິຫລາຍຄັ້ງ.
ປະສົບການທັງໝົດຂອງຂ້າພະເຈົ້າ ໃນ ໂຮງໝໍ ໃນຊ່ວງທຳອິດຂອງເວລານັ້ນ ໄດ້ຫາຍໄປຈາກຄວາມຊົງຈຳຂອງຂ້າພະເຈົ້າ. ສິ່ງທີ່ ບໍ່ ຫາຍໄປຄືຄວາມຊົງຈຳຂອງຂ້າພະເຈົ້າກ່ຽວກັບການເດີນທາງຢູ່ ນອກ ໂຮງໝໍ, ໄປສູ່ສິ່ງທີ່ເບິ່ງຄືສຸດຂອບນິລັນດອນ. ຂ້າພະເຈົ້າບໍ່ສາມາດເວົ້າເຖິງປະສົບການນັ້ນໄດ້ທັງໝົດໃນນີ້, ແຕ່ຂ້າພະເຈົ້າສາມາດເວົ້າໄດ້ວ່າ ສ່ວນໜຶ່ງຂອງສິ່ງທີ່ຂ້າພະເຈົ້າໄດ້ຮັບແມ່ນຄຳຕັກເຕືອນໃຫ້ກັບມາເຮັດການປະຕິບັດສາດສະໜາກິດຂອງຂ້າພະເຈົ້າດ້ວຍຄວາມເລັ່ງດ່ວນຫລາຍຂຶ້ນ, ອຸທິດຖວາຍຫລາຍຂຶ້ນ, ສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ມີສັດທາໃນພຣະຄຳຂອງພຣະອົງຫລາຍຂຶ້ນ.
ຂ້າພະເຈົ້າຊ່ວຍບໍ່ໄດ້ທີ່ຈະຮູ້ສຶກວ່າ ຂ້າພະເຈົ້າໄດ້ຮັບການເປີດເຜີຍສ່ວນຕົວ ທີ່ໄດ້ປະທານໃຫ້ແກ່ອັກຄະສາວົກສິບສອງ ເມື່ອເກືອບ 200 ປີກ່ອນ:
“ຈົ່ງກ່າວພະຍານເຖິງນາມຂອງເຮົາ … [ແລະ] ຈົ່ງສົ່ງຄຳຂອງເຮົາອອກໄປເຖິງທີ່ສຸດຂອງແຜ່ນດິນໂລກ. …
“… ເຊົ້າແລ້ວເຊົ້າເລົ່າ; ແລະ ວັນແລ້ວວັນເລົ່າ ຈົ່ງໃຫ້ສຽງເຕືອນຂອງເຈົ້າອອກໄປ; ແລະ ເມື່ອກາງຄືນມາເຖິງ ຢ່າໃຫ້ຜູ້ອາໄສຂອງແຜ່ນດິນໂລກເຫງົານອນ, ເນື່ອງຈາກຄຳເວົ້າຂອງເຈົ້າ. …
“ຈົ່ງລຸກຂຶ້ນ[,] … ແບກໄມ້ກາງແຂນຂອງເຈົ້າ, [ແລະ] ຕິດຕາມເຮົາມາ.”1
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ນັບແຕ່ປະສົບການນັ້ນ, ຂ້າພະເຈົ້າໄດ້ພະຍາຍາມແບກໄມ້ກາງແຂນຂອງຂ້າພະເຈົ້າຢ່າງຈິງຈັງຫລາຍຂຶ້ນ, ດ້ວຍຄວາມຕັ້ງໃຈຫລາຍຂຶ້ນ ເພື່ອຊອກຫາບ່ອນທີ່ຂ້າພະເຈົ້າຈະສາມາດເປັ່ງສຽງອັກຄະສາວົກທີ່ທັງອົບອຸ່ນ ແລະ ຕັກເຕືອນໃນຕອນເຊົ້າ, ລະຫວ່າງວັນ, ແລະ ໃນຕອນກາງຄືນ ໄດ້ຢູ່ໃສ.
ນັ້ນນຳຂ້າພະເຈົ້າໄປສູ່ຄວາມຈິງ ທີສາມ ທີ່ມີມາໃນລະຫວ່າງເດືອນຂອງການສູນເສຍ, ຄວາມເຈັບປ່ວຍ, ແລະ ຄວາມທຸກທໍລະມານນັ້ນ. ມັນແມ່ນການຕໍ່ພະຍານ ແລະ ຄວາມກະຕັນຍູທີ່ບໍ່ຮູ້ສິ້ນສຸດຕໍ່ຄຳອະທິຖານຢ່າງແນ່ວແນ່ຂອງສາດສະໜາຈັກນີ້—ຄຳອະທິຖານຂອງທ່ານ—ຊຶ່ງຂ້າພະເຈົ້າເປັນຜູ້ໄດ້ຮັບຜົນປະໂຫຍດ. ຂ້າພະເຈົ້າຈະກະຕັນຍູຊົ່ວນິລັນດອນຕໍ່ຄຳວິງວອນຂອງຫລາຍພັນຄົນ, ເໝືອນດັ່ງທີ່ແມ່ໝ້າຍທີ່ອ້ອນວອນ,2 ຂໍການແຊກແຊງຈາກສະຫວັນເພື່ອຂ້າພະເຈົ້າຢ່າງຕັ້ງໃຈຊ້ຳແລ້ວຊ້ຳອີກ. ຂ້າພະເຈົ້າໄດ້ຮັບພອນຂອງຖານະປະໂລຫິດ, ແລະ ຂ້າພະເຈົ້າໄດ້ເຫັນໝູ່ໂຮງຮຽນມັດທະຍົມຂອງຂ້າພະເຈົ້າໄດ້ຖືສິນອົດເຂົ້າໃຫ້ຂ້າພະເຈົ້າ, ເຊັ່ນດຽວກັນກັບຫລາຍຫວອດອື່ນໆທົ່ວສາດສະໜາຈັກ. ແລະ ຊື່ຂອງຂ້າພະເຈົ້າຄົງຈະຢູ່ໃນລາຍຊື່ອະທິຖານເກືອບທຸກພຣະວິຫານໃນສາດສະໜາຈັກ.
ດ້ວຍຄວາມກະຕັນຍູຢ່າງເລິກເຊິ່ງຂອງຂ້າພະເຈົ້າໃນທຸກຢ່າງນີ້, ຂ້າພະເຈົ້າຈຶ່ງຮ່ວມກັບ ຈີ ເຄ ເຊດສະເຕີຕັນ, ຜູ້ເຄີຍກ່າວໄວ້ຄັ້ງໜຶ່ງວ່າ “ການຂອບຄຸນຄືຮູບແບບຄວາມຄິດສູງສຸດ; ແລະ … ຄວາມກະຕັນຍູຄືຄວາມສຸກທະວີຄູນສອງເທົ່າດ້ວຍຄວາມອັດສະຈັນ.”3 ເນື່ອງຈາກ “ຄວາມສຸກທະວີຄູນສອງເທົ່າດ້ວຍຄວາມອັດສະຈັນ,” ຂອງຂ້າພະເຈົ້າເອງ ຂ້າພະເຈົ້າຂອບໃຈທຸກທ່ານ ແລະ ຂອບພຣະໄທພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງຂ້າພະເຈົ້າ, ຜູ້ໄດ້ຍິນຄຳອະທິຖານຂອງທ່ານ ແລະ ອວຍພອນຊີວິດຂອງຂ້າພະເຈົ້າ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າໄດ້ຍິນ ທຸກ ຄຳອະທິຖານ ທີ່ເຮົາຖວາຍ ແລະ ຕອບທຸກຄຳອະທິຖານ ຕາມເສັ້ນທາງທີ່ພຣະອົງໄດ້ກຳນົດໄວ້ ເພື່ອຄວາມດີພ້ອມຂອງເຮົາ. ຂ້າພະເຈົ້າຮັບຮູ້ວ່າ ໃນເວລາດຽວກັນທີ່ຜູ້ຄົນຢ່າງຫລວງຫລາຍໄດ້ອະທິຖານຂໍໃຫ້ຂ້າພະເຈົ້າມີສຸຂະພາບດີຂຶ້ນ, ກໍມີຄົນຈຳນວນເທົ່າກັນ—ລວມທັງຂ້າພະເຈົ້າ—ໄດ້ອະທິຖານຂໍໃຫ້ພັນລະຍາຂອງຂ້າພະເຈົ້າມີສຸຂະພາບດີຂຶ້ນເຊັ່ນກັນ. ຂ້າພະເຈົ້າເປັນພະຍານວ່າ ຄຳອະທິຖານທັງສອງນັ້ນຖືກໄດ້ຍິນ ແລະ ຖືກຕອບໂດຍຄວາມເຫັນອົກເຫັນໃຈຢ່າງສູງສົ່ງຂອງພຣະບິດາເທິງສະຫວັນ ເຖິງແມ່ນສຳລັບ ແພັດ ບໍ່ ໄດ້ຖືກຕອບຕາມທີ່ຂ້າພະເຈົ້າທູນຂໍກໍຕາມ. ນັ້ນເປັນເຫດຜົນທີ່ພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ວ່າ ເປັນຫຍັງຄຳອະທິຖານຈຶ່ງໄດ້ຮັບຄຳຕອບທີ່ແຕກຕ່າງໄປຈາກທີ່ເຮົາຫວັງໄວ້—ແຕ່ຂ້າພະເຈົ້າສັນຍາກັບທ່ານວ່າມັນ ຖືກ ໄດ້ຍິນ ແລະ ມັນ ຖືກ ຕອບຕາມຄວາມຮັກທີ່ບໍ່ສິ້ນສຸດ ແລະ ຕາຕະລາງເວລາແຫ່ງຈັກກະວານຂອງພຣະອົງ.
ຖ້າຫາກເຮົາ “ຂໍບໍ່ຜິດທາງ,”4 ບໍ່ມີຂໍ້ຈຳກັດວ່າ ເຮົາຄວນອະທິຖານເມື່ອໃດ, ຢູ່ໃສ, ຫລື ເຮົາຄວນອະທິຖານກ່ຽວກັບຫຍັງ. ຕາມການເປີດເຜີຍ, ເຮົາຕ້ອງ “ອະທິຖານຢູ່ທຸກເວລາ.”5 ເຮົາຕ້ອງອະທິຖານ, ແອມມິວເລັກໄດ້ກ່າວໄວ້, ເພື່ອ “ຄົນທີ່ຢູ່ອ້ອມຮອບພວກທ່ານ”6 ດ້ວຍຄວາມເຊື່ອວ່າ “ຄຳອະທິຖານຂອງຜູ້ຊອບທຳມີລິດສັກສິດເຮັດໃຫ້ເກີດຜົນ.”7 ຄຳອະທິຖານຂອງເຮົາຄວນຈະອອກສຽງດັງ ເມື່ອເຮົາຢູ່ສ່ວນຕົວທີ່ສາມາດຖວາຍໄດ້.8 ຖ້າຫາກເຮັດບໍ່ໄດ້, ເຮົາຄວນກ່າວງຽບໆໃນໃຈຂອງເຮົາ.9 ເຮົາຮ້ອງວ່າ ຄຳອະທິຖານເປັນ “ການເຄື່ອນໄຫວຂອງໄຟທີ່ເຊື່ອງຊ້ອນຢູ່,”10 ຈະຕ້ອງຖວາຍສະເໝີ, ຕາມພຣະຜູ້ຊ່ວຍໃຫ້ລອດພຣະອົງເອງ, ແດ່ພຣະເຈົ້າພຣະບິດານິລັນດອນໃນພຣະນາມຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ.11
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຄຳອະທິຖານຂອງເຮົາເປັນຊ່ວງເວລາທີ່ຫວານຊື່ນທີ່ສຸດ,12 “ຄວາມປາດຖະໜາຢ່າງຈິງໃຈ,” ທີ່ສຸດ13 ຮູບແບບການນະມັດສະການທີ່ລຽບງ່າຍ ແລະ ບໍລິສຸດທີ່ສຸດຂອງເຮົາ.14 ເຮົາຄວນອະທິຖານເປັນສ່ວນຕົວ, ໃນຄອບຄົວຂອງເຮົາ, ແລະ ໃນທີ່ປະຊຸມທຸກຂະໜາດ.15 ເຮົາຕ້ອງໃຊ້ຄຳອະທິຖານເປັນເຄື່ອງປ້ອງກັນການທົດລອງ,16 ແລະ ຖ້າຫາກມີເວລາໃດກໍຕາມທີ່ເຮົາຮູ້ສຶກວ່າ ບໍ່ ຢາກອະທິຖານ, ໃຫ້ເຮົາແນ່ໃຈໄດ້ວ່າ ຄວາມລັງເລໃຈນັ້ນ ບໍ່ ໄດ້ມາຈາກພຣະເຈົ້າ, ຜູ້ປາດຖະໜາທີ່ຈະສື່ສານກັບລູກໆຂອງພຣະອົງທຸກເວລາ. ແນ່ນອນ, ຄວາມພະຍາຍາມບາງຢ່າງທີ່ຈະບໍ່ໃຫ້ເຮົາອະທິຖານ ແມ່ນມາຈາກຜູ້ປໍລະປັກ.17 ເມື່ອເຮົາບໍ່ຮູ້ວ່າຈະອະທິຖານແນວໃດ ຫລື ເພື່ອຫຍັງ, ເຮົາຄວນຈະເລີ່ມຕົ້ນ, ແລະ ສືບຕໍ່ຈົນກວ່າພຣະວິນຍານສັກສິດຈະນຳພາເຮົາໄປສູ່ຄຳອະທິຖານທີ່ເຮົາຄວນຖວາຍ.18 ວິທີການນີ້ອາດເປັນວິທີທີ່ເຮົາຕ້ອງວິງວອນ ເມື່ອເຮົາອະທິຖານເພື່ອສັດຕູ ແລະ ເພື່ອຜູ້ທີ່ຂົ່ມເຫັງເຮົາ.19
ໃນທີ່ສຸດ, ເຮົາສາມາດເບິ່ງຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ຜູ້ໄດ້ອະທິຖານເລື້ອຍໆ. ແຕ່ມັນເປັນໜ້າສົນໃຈສະເໝີຕໍ່ຂ້າພະເຈົ້າ ທີ່ພຣະເຢຊູໄດ້ຮູ້ສຶກຈຳເປັນຕ້ອງອະທິຖານ. ພຣະອົງບໍ່ສົມບູນແບບບໍ? ພຣະອົງຕ້ອງອະທິຖານກ່ຽວກັບຫຍັງ? ໂອ, ຂ້າພະເຈົ້າຮັບຮູ້ໄດ້ວ່າ ພຣະອົງກໍເຊັ່ນກັນ, ກັບເຮົາ, ຕ້ອງການໃຫ້ “ສະແຫວງຫາພຣະພັກ [ຂອງພຣະບິດາ], ເຊື່ອໃນພຣະຄຳຂອງພຣະອົງ, ແລະ ໄວ້ວາງໃຈພຣະຄຸນຂອງພຣະອົງ.”20 ຄັ້ງແລ້ວຄັ້ງເລົ່າ, ພຣະອົງໄດ້ຖອຍຫ່າງອອກຈາກສັງຄົມ ມາຢູ່ຕາມລຳພັງ ກ່ອນຈະທະລຸສະຫວັນດ້ວຍຄຳອະທິຖານຂອງພຣະອົງ.21 ໃນເວລາອື່ນ, ພຣະອົງໄດ້ອະທິຖານຮ່ວມກັບເພື່ອນສອງສາມຄົນ. ແລ້ວພຣະອົງກໍຈະສະແຫວງຫາສະຫວັນ ເພື່ອຝູງຊົນທີ່ອາດເຕັມເນີນພູ. ບາງຄັ້ງຄຳອະທິຖານໄດ້ເຮັດໃຫ້ເຄື່ອງນຸ່ງຂອງພຣະອົງຮຸ່ງເຫລື້ອມ.22 ແລະ ບາງຄັ້ງເຮັດໃຫ້ພຣະພັກຂອງພຣະອົງຮຸ່ງແຈ້ງ.23 ບາງຄັ້ງພຣະອົງໄດ້ຢືນອະທິຖານ, ບາງຄັ້ງພຣະອົງໄດ້ຄຸເຂົ່າ, ແລະ ຢ່າງໜ້ອຍຄັ້ງໜຶ່ງພຣະອົງໄດ້ໝູບລົງຢູ່ກັບພື້ນດິນໃນການອະທິຖານ.24
ລູກາບັນຍາຍວ່າ ພຣະເຢຊູໄດ້ລົງສູ່ການໄຖ່ໂທດ ທີ່ຮຽກຮ້ອງໃຫ້ພຣະອົງຕ້ອງອະທິຖານດ້ວຍຄວາມ “[ຕັ້ງໃຈຫລາຍ].”25 ຜູ້ທີ່ສົມບູນແບບຈະອະທິຖານຢ່າງຈິງໃຈຫລາຍຂຶ້ນໄດ້ແນວໃດ? ເຮົາຖືວ່າຄຳອະທິຖານທັງໝົດຂອງພຣະອົງແມ່ນຈິງຈັງ, ແຕ່ໃນການບັນລຸການເສຍສະລະຊົດໃຊ້ຂອງພຣະອົງ ແລະ ຜ່ານທາງຄວາມເຈັບປວດທີ່ແຜ່ໄປທົ່ວຈັກກະວານ, ພຣະອົງໄດ້ຮູ້ສຶກວ່າຕ້ອງອະທິຖານຫລາຍຂຶ້ນເລື້ອຍໆ, ດ້ວຍຄວາມໜັກໜ່ວງຂອງການຖວາຍຄຳອະທິຖານຂອງພຣະອົງ ຈົນໃນທີ່ສຸດ ເຮັດໃຫ້ໂລຫິດໄຫລອອກມາຈາກທຸກຂຸມຂົນ.
ໃນສະພາບການໄຊຊະນະຂອງພຣະອົງເໜືອຄວາມຕາຍ ແລະ ຂອງປະທານທີ່ພຣະອົງໄດ້ມອບໃຫ້ຂ້າພະເຈົ້າເມື່ອບໍ່ດົນມານີ້ ຂອງການມີຊີວິດຢູ່ຕໍ່ໄປຕື່ມອີກສອງສາມອາທິດ ຫລື ສອງສາມເດືອນ ໃນຄວາມເປັນມະຕະ, ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນເຖິງຄວາມເປັນຈິງຂອງຊີວິດນິລັນດອນ ແລະ ຄວາມຈຳເປັນທີ່ເຮົາຕ້ອງຈິງຈັງໃນການວາງແຜນສຳລັບມັນ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອພຣະຄຣິດສະເດັດມາ, ພຣະອົງຈະຈື່ເຮົາ—ບໍ່ແມ່ນໃນຖານະສະມາຊິກທີ່ຖືກລະບຸຢູ່ໃນບັນທຶກບັບຕິສະມາທີ່ຈືດຊືດ ແຕ່ໃນຖານະສະມາຊິກທີ່ອຸທິດຕົນຢ່າງຖີ່ຖ້ວນ, ເຊື່ອຢ່າງຊື່ສັດ, ເປັນສານຸສິດທີ່ຮັກສາພັນທະສັນຍາ. ນີ້ເປັນເລື່ອງເລັ່ງດ່ວນສຳລັບເຮົາທຸກຄົນ, ຢ້ານວ່າເຮົາຈະໄດ້ຍິນດ້ວຍຄວາມກິນແໜງທີ່ສຸດ: “ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ,”26 ຫລື, ດັ່ງທີ່ໂຈເຊັບ ສະມິດ ໄດ້ແປວະລີນັ້ນວ່າ, “[ເຈົ້າ] ບໍ່ເຄີຍຮູ້ຈັກເຮົາ.”27
ໂຊກດີທີ່, ເຮົາໄດ້ຮັບຄວາມຊ່ວຍເຫລືອກັບວຽກງານນີ້—ຄວາມຊ່ວຍເຫລືອຢ່າງຫລວງຫລາຍ. ເຮົາຕ້ອງເຊື່ອໃນເຫລົ່າທູດ ແລະ ການມະຫັດສະຈັນ ແລະ ຄຳສັນຍາຂອງຖານະປະໂລຫິດທີ່ສັກສິດ. ເຮົາຕ້ອງເຊື່ອໃນຂອງປະທານແຫ່ງພຣະວິນຍານບໍລິສຸດ, ອິດທິພົນຂອງຄອບຄົວ ແລະ ໝູ່ເພື່ອນທີ່ດີ, ແລະ ພະລັງແຫ່ງຄວາມຮັກອັນບໍລິສຸດຂອງພຣະຄຣິດ. ເຮົາຕ້ອງເຊື່ອໃນການເປີດເຜີຍ ແລະ ສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ປະທານຣະໂຊ ເອັມ ແນວສັນ. ເຮົາຕ້ອງເຊື່ອວ່າ ດ້ວຍການອະທິຖານ ແລະ ການອ້ອນວອນ ແລະ ຄວາມຊອບທຳສ່ວນຕົວຂອງເຮົາ, ເຮົາຈະສາມາດຂຶ້ນໄປຍັງ “ພູຊີໂອນ [ໄດ້ແທ້ໆ], … ເມືອງຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ສະຖານທີ່ແຫ່ງສະຫວັນ, ສັກສິດທີ່ສຸດເໜືອກວ່າສະຖານທີ່ທັງປວງ.”28
ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອເຮົາກັບໃຈຈາກບາບຂອງເຮົາ ແລະ ມາທີ່ “ພຣະທີ່ນັ່ງແຫ່ງພຣະຄຸນ,”29 ວາງເຄື່ອງຖວາຍ ແລະ ຄຳວິງວອນຈາກໃຈຂອງເຮົາໄວ້ຕໍ່ພຣະພັກຂອງພຣະອົງຢູ່ທີ່ນັ້ນ, ແລ້ວເຮົາຈະໄດ້ພົບຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈ ແລະ ການໃຫ້ອະໄພຈາກພຣະຫັດທີ່ຊົງເມດຕາຂອງພຣະບິດານິລັນດອນຂອງເຮົາ ແລະ ພຣະບຸດທີ່ເຊື່ອຟັງ ແລະ ບໍລິສຸດຢ່າງສົມບູນຂອງພຣະອົງ. ແລ້ວ, ຮ່ວມກັບໂຢບ ແລະ ຜູ້ຊື່ສັດທີ່ໄດ້ຮັບການຂັດເກົາທຸກຄົນ, ເຮົາຈະໄດ້ເຫັນໂລກທີ່ “ອັດສະຈັນເກີນກວ່າ”30 ທີ່ຈະເຂົ້າໃຈໄດ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.