ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ
ຜ່ານທາງການໃຫ້ກຽດພັນທະສັນຍາຂອງເຮົາ, ເຮົາໃຫ້ພຣະເຈົ້າສາມາດຖອກເທພອນຢ່າງຫລວງຫລາຍລົງມາ ທີ່ກ່ຽວຂ້ອງກັບພັນທະສັນຍາເຫລົ່ານັ້ນ.
ຂະນະທີ່ລູກຫລ້າສອງຄົນຂອງຂ້າພະເຈົ້າກຳລັງເຕີບໂຕ, ຂ້າພະເຈົ້າໄດ້ຄົ້ນພົບໜັງສືທີ່ໃຫ້ການບັນເທີງ ແລະ ດຶງດູດຄວາມສົນໃຈ ແຕ່ຍັງໄດ້ໃຊ້ສັນຍາລັກໃນເລື່ອງລາວນຳອີກ. ຂະນະທີ່ພວກເຮົາໄດ້ອ່ານນຳກັນໃນຕອນແລງ, ຂ້າພະເຈົ້າມັກຊ່ວຍລູກໆຂອງຂ້າພະເຈົ້າໃຫ້ເຂົ້າໃຈສັນຍາລັກທີ່ຜູ້ຂຽນໃຊ້ ເພື່ອສິດສອນຫລັກທຳທີ່ເລິກເຊິ່ງກວ່າ, ແມ່ນແຕ່ຫລັກທຳພຣະກິດຕິຄຸນ.
ຂ້າພະເຈົ້າໄດ້ຮູ້ວ່າສິ່ງນີ້ຈະເຂົ້າໃຈໄດ້ໃນມື້ໜຶ່ງ ຕອນທີ່ລູກຊາຍນ້ອຍຂອງຂ້າພະເຈົ້າຄົນໜຶ່ງຢູ່ໃນຕົ້ນໄວລຸ້ນຂອງລາວ. ລາວໄດ້ເລີ່ມອ່ານປຶ້ມເຫລັ້ມໃໝ່ ແລະ ຢາກມ່ວນຊື່ນກັບເລື່ອງລາວນັ້ນ, ແຕ່ຄວາມຄິດຂອງລາວໄດ້ພະຍາຍາມຊອກຫາຄວາມໝາຍທີ່ເລິກເຊິ່ງກວ່າໃນທຸກສິ່ງທີ່ລາວອ່ານຢູ່. ລາວຫງຸດຫງິດ, ແຕ່ຂ້າພະເຈົ້າໄດ້ຍິ້ມຢູ່ໃນໃຈ.
ພຣະເຢຊູໄດ້ສິດສອນຜ່ານທາງເລື່ອງລາວ ແລະ ສັນຍາລັກ1—ເມັດຜັກກາດ ເພື່ອສິດສອນເຖິງພະລັງຂອງສັດທາ,2 ແກະທີ່ເສຍ ເພື່ອສິດສອນເຖິງຄຸນຄ່າຂອງຈິດວິນຍານ,3 ລູກຊາຍທີ່ເສຍ ເພື່ອສິດສອນເຖິງຄຸນລັກສະນະຂອງພຣະເຈົ້າ.4 ຄຳອຸປະມາຂອງພຣະອົງເປັນສັນຍາລັກ ຊຶ່ງຜ່ານທາງນັ້ນ ພຣະອົງຈຶ່ງສາມາດສິດສອນບົດຮຽນທີ່ເລິກເຊິ່ງກວ່າ ຕໍ່ຜູ້ຄົນທີ່ມີ “ຫູຟັງຈົ່ງຟັງເອົາ.”5 ແຕ່ຜູ້ຄົນທີ່ບໍ່ໄດ້ສະແຫວງຫາຄວາມໝາຍທີ່ເລິກເຊິ່ງກວ່າ ຈະບໍ່ເຂົ້າໃຈ,6 ດັ່ງທີ່ຫລາຍຄົນຜູ້ທີ່ໄດ້ອ່ານປຶ້ມດຽວກັນນັ້ນທີ່ຂ້າພະເຈົ້າໄດ້ອ່ານໃຫ້ລູກໆຂອງຂ້າພະເຈົ້າຟັງ ບໍ່ເຄີຍຮູ້ເລີຍວ່າມັນມີຄວາມໝາຍທີ່ເລິກເຊິ່ງ ແລະ ມີຜົນປະໂຫຍດຢ່າງຫລວງຫລາຍຈາກເລື່ອງລາວເຫລົ່ານັ້ນ.
ເມື່ອພຣະເຈົ້າອົງເປັນພຣະບິດາໄດ້ສະເໜີມອບພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງໃຫ້ເປັນເຄື່ອງບູຊາແທນເຮົາ, ພຣະເຢຊູຄຣິດພຣະອົງເອງໄດ້ກາຍເປັນສັນຍາລັກທີ່ສູງສຸດເຖິງຄວາມຮັກທີ່ບໍ່ມີວັນສິ້ນສຸດຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາມີໃຫ້ເຮົາ.7 ພຣະເຢຊູຄຣິດໄດ້ກາຍເປັນພຣະເມສານ້ອຍຂອງພຣະເຈົ້າ.8
ເຮົາມີສິດທິພິເສດ ແລະ ພອນທີ່ຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ, ຊຶ່ງໃນນັ້ນຊີວິດຂອງເຮົາເອງກໍສາມາດກາຍເປັນສັນຍາລັກຂອງພັນທະສັນຍານັ້ນ. ພັນທະສັນຍາສ້າງຄວາມສຳພັນທີ່ອະນຸຍາດໃຫ້ພຣະເຈົ້າຫລໍ່ຫລອມ ແລະ ປ່ຽນແປງເຮົາ ເມື່ອເວລາຜ່ານໄປ ແລະ ຍົກເຮົາຂຶ້ນ ເພື່ອໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ, ດຶງເຮົາເຂົ້າໃກ້ພຣະອົງ ແລະ ພຣະບິດາຂອງເຮົາຫລາຍຂຶ້ນ9 ແລະ ໃນທີ່ສຸດ ກະກຽມເຮົາໃຫ້ເຂົ້າສູ່ທີ່ປະທັບຂອງພວກພຣະອົງ.
ແຕ່ລະຄົນຢູ່ເທິງໂລກເປັນບຸດ ຫລື ທິດາຂອງພຣະເຈົ້າ.10 ເມື່ອເຮົາເລືອກທີ່ຈະເປັນພາກສ່ວນຂອງພັນທະສັນຍາ, ມັນເສີມສ້າງ ແລະ ເຮັດໃຫ້ຄວາມສຳພັນຂອງເຮົາກັບພຣະອົງເລິກເຊິ່ງຂຶ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ເມື່ອເຮົາເລືອກທີ່ຈະເຮັດພັນທະສັນຍາກັບພຣະເຈົ້າ, ຄວາມສຳພັນຂອງເຮົາກັບພຣະອົງສາມາດເລິກເຊິ່ງຫລາຍຂຶ້ນກວ່າທີ່ມັນໄດ້ເປັນ ກ່ອນພັນທະສັນຍາຂອງເຮົາ, ແລະ ມັນເຮັດໃຫ້ພຣະອົງສາມາດອວຍພອນເຮົາດ້ວຍຄວາມເມດຕາ ແລະ ຄວາມຮັກຂອງພຣະອົງເປັນພິເສດ, ພັນທະສັນຍາຮັກທີ່ອ້າງເຖິງວ່າ hesed ໃນພາສາເຮັບເຣີ.11 ເສັ້ນທາງແຫ່ງພັນທະສັນຍາແມ່ນກ່ຽວກັບຄວາມສຳພັນຂອງເຮົາກັບພຣະເຈົ້າ—ຄວາມສຳພັນ hesed ຂອງເຮົາກັບພຣະອົງ.12
ພຣະບິດາຂອງເຮົາປະສົງຄວາມສຳພັນທີ່ເລິກເຊິ່ງກວ່າກັບບຸດ ແລະ ທິດາຂອງພຣະອົງທຸກຄົນ,13 ແຕ່ມັນເປັນການເລືອກຂອງເຮົາ. ຂະນະທີ່ເຮົາເລືອກທີ່ຈະເຂົ້າໃກ້ພຣະອົງ ຜ່ານທາງຄວາມສຳພັນແຫ່ງ ພັນທະສັນຍາ, ມັນອະນຸຍາດໃຫ້ພຣະອົງເຂົ້າໃກ້ເຮົາຫລາຍຂຶ້ນ14 ແລະ ອວຍພອນເຮົາຢ່າງເຕັມທີ່ຫລາຍຂຶ້ນ.
ພຣະເຈົ້າຈັດຕັ້ງເງື່ອນໄຂ ແລະ ພັນທະຂອງພັນທະສັນຍາທີ່ເຮົາເຮັດ.15 ເມື່ອເຮົາເລືອກເຂົ້າຮ່ວມຄວາມສຳພັນນັ້ນ, ເຮົາເປັນພະຍານເຖິງພຣະອົງ ຜ່ານທາງການກະທຳທີ່ເປັນສັນຍາລັກຂອງພັນທະສັນຍາແຕ່ລະຂໍ້ວ່າ ເຮົາເຕັມໃຈເຮັດຕາມເງື່ອນໄຂທີ່ພຣະອົງໄດ້ຈັດຕັ້ງໄວ້.16 ຜ່ານທາງການໃຫ້ກຽດພັນທະສັນຍາຂອງເຮົາ, ເຮົາໃຫ້ພຣະເຈົ້າສາມາດຖອກເທພອນຢ່າງຫລວງຫລາຍລົງມາ ທີ່ກ່ຽວຂ້ອງກັບພັນທະສັນຍາເຫລົ່ານັ້ນ,17 ລວມທັງອຳນາດທີ່ມີຫລາຍຂຶ້ນ ເພື່ອປ່ຽນແປງ ແລະ ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາຫລາຍຂຶ້ນ. ພຣະເຢຊູຄຣິດຄືຈຸດໃຈກາງຂອງພັນທະສັນຍາທັງໝົດທີ່ເຮົາເຮັດ, ແລະ ພອນແຫ່ງພັນທະສັນຍາກໍຖືກເຮັດໃຫ້ເປັນໄປໄດ້ ຍ້ອນການເສຍສະລະຊົດໃຊ້ຂອງພຣະອົງ.18
ການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວຄືປະຕູທີ່ເປັນສັນຍາລັກ ຊຶ່ງຜ່ານທາງນັ້ນເຮົາເຂົ້າສູ່ຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ. ການລົງໄປໃນນ້ຳໝົດທັງຕົວ ແລະ ການຂຶ້ນຈາກນ້ຳອີກຄັ້ງເປັນສັນຍາລັກຂອງການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດສູ່ພຣະຊົນຊີບໃໝ່.19 ຂະນະທີ່ເຮົາຮັບບັບຕິສະມາ, ເຮົາກໍຕາຍ ແລະ ເກີດໃໝ່ອີກຄັ້ງ ຕາມສັນຍາລັກ ສູ່ຄອບຄົວຂອງພຣະຄຣິດ ແລະ ສະແດງໃຫ້ເຫັນວ່າ ເຮົາເຕັມໃຈຮັບເອົາພຣະນາມຂອງພຣະອົງ.20 ຕົວເຮົາເອງກໍປະກອບເປັນສັນຍາລັກແຫ່ງພັນທະສັນຍານັ້ນ. ໃນພຣະຄຳພີໃໝ່ ເຮົາອ່ານວ່າ, “ເພາະວ່າ ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ.”21 ດ້ວຍການບັບຕິສະມາຂອງເຮົາ ເຮົາກໍສວມຊີວິດຂອງພຣະຄຣິດໂດຍສັນຍາລັກ.
ພິທີການຂອງສິນລະລຶກກໍຊີ້ໄປທີ່ພຣະຜູ້ຊ່ວຍໃຫ້ລອດນຳອີກ. ເຂົ້າຈີ່ ແລະ ນ້ຳເປັນສັນຍາລັກເຖິງພຣະກາຍ ແລະ ໂລຫິດຂອງພຣະຄຣິດທີ່ຫລັ່ງເພື່ອເຮົາ.22 ຂອງປະທານແຫ່ງການຊົດໃຊ້ຂອງພຣະອົງ ກໍເປັນການສະເໜີມອບໃຫ້ແກ່ເຮົາແຕ່ລະອາທິດໂດຍສັນຍາລັກ ເມື່ອທີ່ຜູ້ດຳລົງຖານະປະໂລຫິດ, ໂດຍເປັນຕົວແທນໃຫ້ແກ່ພຣະຜູ້ຊ່ວຍໃຫ້ລອດເອງ, ສະເໜີມອບເຂົ້າຈີ່ ແລະ ນ້ຳໃຫ້ເຮົາ. ຂະນະທີ່ເຮົາດຳເນີນການກະທຳຂອງການກິນ ແລະ ດື່ມສັນຍາລັກຂອງພຣະກາຍ ແລະ ໂລຫິດຂອງພຣະອົງ, ພຣະຄຣິດກໍກາຍເປັນພາກສ່ວນຂອງເຮົາໂດຍສັນຍາລັກ.23 ອີກຄັ້ງເຮົາສວມຊີວິດຂອງພຣະອົງ ຂະນະທີ່ເຮົາເຮັດພັນທະສັນຍາໃໝ່ແຕ່ລະອາທິດ.24
ຂະນະທີ່ເຮົາເຮັດພັນທະສັນຍາກັບພຣະເຈົ້າໃນບ້ານຂອງພຣະຜູ້ເປັນເຈົ້າ, ເຮົາເຮັດໃຫ້ຄວາມສຳພັນຂອງເຮົາກັບພຣະອົງເລິກເຊິ່ງຫລາຍຍິ່ງຂຶ້ນ.25 ທຸກສິ່ງທີ່ເຮົາເຮັດໃນພຣະວິຫານຊີ້ໄປທີ່ແຜນຂອງພຣະບິດາຂອງເຮົາສຳລັບເຮົາ, ຊຶ່ງໃນຈຸດໃຈກາງນັ້ນກໍແມ່ນພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ.26 ພຣະຜູ້ເປັນເຈົ້າຈະສິດສອນເຮົາເປັນບັນທັດ27 ຜ່ານທາງສັນຍາລັກຂອງພິທີການ ແລະ ພັນທະສັນຍາ ຂະນະທີ່ເຮົາເປີດໃຈຂອງເຮົາ ແລະ ສະແຫວງຫາດ້ວຍການອະທິຖານ ເພື່ອຈະເຂົ້າໃຈຄວາມໝາຍທີ່ເລິກເຊິ່ງກວ່າ.
ໃນການເປັນພາກສ່ວນຂອງພິທີຮັບຂອງປະທານສັກສິດໃນພຣະວິຫານ, ເຮົາໄດ້ ຖືກອະນຸຍາດ ໃຫ້ໃສ່ເສື້ອຜ້າສັກສິດແຫ່ງຖານະປະໂລຫິດທີ່ສັກສິດ. ມັນເປັນທັງພັນທະທີ່ສັກສິດ ແລະ ສິດທິພິເສດທີ່ສັກສິດ.
ໃນປະເພນີທາງສາດສະໜາຢ່າງຫລວງຫລາຍ, ເສື້ອຜ້າພິເສດທີ່ສວມໃສ່ຂ້າງນອກກໍຖືກສວມໃສ່ເພື່ອເປັນສັນຍາລັກຂອງຄວາມເຊື່ອ ແລະ ຄຳໝັ້ນສັນຍາຂອງຄົນຄົນນັ້ນຕໍ່ພຣະເຈົ້າ,28 ແລະ ເສື້ອຜ້າທຳພິທີ ສ່ວນຫລາຍແມ່ນນຸ່ງຖືໂດຍຜູ້ຄົນທີ່ນຳພາພິທີນະມັດສະການ. ເສື້ອຜ້າສັກສິດເຫລົ່ານັ້ນມີຄວາມໝາຍທີ່ເລິກເຊິ່ງສຳລັບຜູ້ຄົນທີ່ໃສ່ມັນ. ເຮົາອ່ານໃນພຣະຄຳພີວ່າ ໃນສະໄໝບູຮານ, ເສື້ອຜ້າທຳພິທີສັກສິດກໍຖືກສວມໃສ່ພ້ອມໆກັນກັບພິທີກຳພຣະວິຫານ.29
ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາຜູ້ທີ່ໄດ້ເລືອກຈະເຮັດພັນທະສັນຍາກັບພຣະເຈົ້າ ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ ສວມໃສ່ເສື້ອຜ້າທຳພິທີການສັກສິດຂ້າງນອກ ລະຫວ່າງການນະມັດສະການໃນພຣະວິຫານ, ທີ່ເປັນສັນຍາລັກຂອງເສື້ອຜ້າທີ່ຖືກສວມໃສ່ໃນພິທີກຳຂອງພຣະວິຫານສະໄໝບູຮານ. ເຮົາຍັງນຸ່ງຖືເສື້ອຜ້າສັກສິດແຫ່ງຖານະປະໂລຫິດສັກສິດນຳອີກ, ລະຫວ່າງການນະມັດສະການ ແລະ ໃນພຣະວິຫານ ແລະ ໃນຊີວິດປະຈຳວັນຂອງເຮົາ.30
ເສື້ອຜ້າສັກສິດແຫ່ງຖານະປະໂລຫິດສັກສິດເປັນສັນຍາລັກ ແລະ ຍັງຊີ້ໄປທີ່ພຣະຜູ້ຊ່ວຍໃຫ້ລອດ ນຳອີກ. ເມື່ອອາດາມ ແລະ ເອວາ ໄດ້ຮັບສ່ວນໝາກໄມ້ ແລະ ຕ້ອງໄດ້ໜີອອກຈາກສວນເອເດນ, ເຂົາເຈົ້າໄດ້ຮັບເສື້ອທີ່ເຮັດດ້ວຍໜັງສັດເພື່ອນຸ່ງຫົ່ມ.31 ມີທາງເປັນໄດ້ວ່າ ສັດໜຶ່ງຕົວຖືກຖວາຍເປັນເຄື່ອງບູຊາເພື່ອຈະໄດ້ເສື້ອທີ່ເຮັດດ້ວຍໜັງສັດເຫລົ່ານັ້ນ—ເປັນສັນຍາລັກເຖິງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດເອງແທນເຮົາ. Kaphar ເປັນຄຳສັບພື້ນຖານໃນພາສາເຮັບເຣີສຳລັບຄຳທີ່ວ່າການຊົດໃຊ້, ແລະ ຄວາມໝາຍຢ່າງໜຶ່ງຂອງມັນແມ່ນ “ເພື່ອປົກປິດ.”32 ເສື້ອຜ້າສັກສິດພຣະວິຫານເຕືອນເຮົາວ່າ ພຣະຜູ້ຊ່ວຍໃຫ້ລອດ ແລະ ພອນແຫ່ງການຊົດໃຊ້ຂອງພຣະອົງປົກປິດເຮົາໄປຕະຫລອດຊີວິດຂອງເຮົາ. ເມື່ອນຸ່ງຖືເສື້ອຜ້າສັກສິດແຫ່ງຖານະປະໂລຫິດສັກສິດແຕ່ລະວັນ, ສັນຍາລັກທີ່ງົດງາມນັ້ນກໍເປັນສ່ວນໜຶ່ງຂອງເຮົາ.
ຢູ່ໃນພຣະຄຳພີໃໝ່ ໃນພຣະທຳໂຣມ, ເຮົາອ່ານວ່າ: “ກາງຄືນກໍລ່ວງໄປຫລາຍແລ້ວ ແລະ ກາງເວັນກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາເລີກເຮັດການຝ່າຍຄວາມມືດ ແລະ ຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ. … ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ.”33
ຂ້າພະເຈົ້າກະຕັນຍູຫລາຍສຳລັບສິດທິພິເສດຂອງການນຸ່ງຖືເສື້ອຜ້າສັກສິດແຫ່ງຖານະປະໂລຫິດທີ່ສັກສິດ ເພື່ອເຕືອນຂ້າພະເຈົ້າວ່າ ພຣະຜູ້ຊ່ວຍໃຫ້ລອດ ແລະ ພອນຂອງການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ ປົກປິດຂ້າພະເຈົ້າສະເໝີຕະຫລອດການເດີນທາງໃນຊ່ວງມະຕະຂອງຂ້າພະເຈົ້າ. ມັນຍັງເຕືອນໃຈຂ້າພະເຈົ້າວ່າ ຂະນະທີ່ຂ້າພະເຈົ້າຮັກສາພັນທະສັນຍາທີ່ຂ້າພະເຈົ້າໄດ້ເຮັດກັບພຣະເຈົ້າ ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າກໍໄດ້ປະດັບຕົວດ້ວຍພຣະຄຣິດໂດຍສັນຍາລັກ, ພຣະອົງເອງທີ່ເປັນເຄື່ອງປ້ອງກັນແຫ່ງຄວາມສະຫວ່າງ. ພຣະອົງຈະປົກປ້ອງເຮົາຈາກຄວາມຊົ່ວຮ້າຍ,34 ໃຫ້ພະລັງ ແລະ ຄວາມສາມາດທີ່ມີຫລາຍຂຶ້ນແກ່ຂ້າພະເຈົ້າ,35 ແລະ ເປັນຄວາມສະຫວ່າງ ແລະ ການຊີ້ນຳຂອງຂ້າພະເຈົ້າ36 ຜ່ານຜ່າຄວາມມືດ ແລະ ຄວາມຍາກລຳບາກຂອງໂລກນີ້.
ມີຄວາມໝາຍທາງສັນຍາລັກອັນເລິກເຊິ່ງ ແລະ ສວຍງາມ ໃນເສື້ອຜ້າສັກສິດແຫ່ງຖານະປະໂລຫິດ ແລະ ຄວາມສຳພັນກັບພຣະຄຣິດ. ຂ້າພະເຈົ້າເຊື່ອວ່າ ຄວາມເຕັມໃຈຂອງຂ້າພະເຈົ້າ37 ທີ່ຈະໃສ່ເສື້ອຜ້າສັກສິດກາຍເປັນສັນຍາລັກ ຂອງຂ້າພະເຈົ້າ ຕໍ່ພຣະອົງ.38 ມັນເປັນສັນຍານສ່ວນຕົວຂອງຂ້າພະເຈົ້າເອງຕໍ່ພຣະເຈົ້າ, ບໍ່ແມ່ນສັນຍານຕໍ່ຄົນອື່ນ.39
ຂ້າພະເຈົ້າກະຕັນຍູສຳລັບພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ.40 ການເສຍສະລະຊົດໃຊ້ຂອງພຣະອົງເພື່ອເຮົາ ໄດ້ກາຍເປັນສັນຍາລັກແຫ່ງຄວາມຮັກອັນບໍ່ມີຂອບເຂດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ແລະ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ທີ່ມີໃຫ້ເຮົາ,41 ດ້ວຍສັນຍາລັກທີ່ຈັບບາຍໄດ້ຂອງຄວາມຮັກ ແລະ ການເສຍສະລະນັ້ນ—ທີ່ເປັນຮອຍແຜໃນພຣະຫັດ, ພຣະບາດ ແລະ ຂ້າງຂອງພຣະຜູ້ຊ່ວຍໃຫ້ລອດ—ທີ່ຍັງຄົງຢູ່ແມ່ນແຕ່ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ.42
ໂດຍການຮັກສາພັນທະສັນຍາ ແລະ ພັນທະພຣະວິຫານຂອງຂ້າພະເຈົ້າກັບພຣະເຈົ້າ, ລວມທັງການນຸ່ງຖືເສື້ອຜ້າສັກສິດແຫ່ງຖານະປະໂລຫິດທີ່ສັກສິດ, ຊີວິດຂອງຂ້າພະເຈົ້າສາມາດກາຍເປັນສັນຍາລັກສ່ວນຕົວ ເຖິງຄວາມຮັກ ແລະ ຄວາມກະຕັນຍູທີ່ເລິກເຊິ່ງຂອງຂ້າພະເຈົ້າທີ່ມີໃຫ້ແດ່ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ, ແລະ ຄວາມປາດຖະໜາຂອງຂ້າພະເຈົ້າທີ່ຈະມີພຣະອົງສະຖິດຢູ່ນຳຂ້າພະເຈົ້າຕະຫລອດເວລາ.
ຖ້າຫາກທ່ານຍັງບໍ່ທັນໄດ້ເຮັດເທື່ອ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເລືອກຄວາມສຳພັນທີ່ເລິກເຊິ່ງກວ່າກັບພຣະເຈົ້າ ໂດຍການເຮັດພັນທະສັນຍາກັບພຣະອົງຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ. ສຶກສາຄຳປາໄສຂອງສາດສະດາຂອງເຮົາ (ລວມທັງຄຳສອນທີ່ງົດງາມຢູ່ໃນຂໍ້ຄວາມຢູ່ລຸ່ມໜ້າຄຳປາໄສຂອງເພິ່ນ, ຊຶ່ງຄຳປາໄສສ່ວນຫລາຍຂອງກອງປະຊຸມໃຫຍ່ມີ). ເພິ່ນໄດ້ກ່າວຊ້ຳແລ້ວຊ້ຳອີກກ່ຽວກັບພັນທະສັນຍາເປັນເວລາຫລາຍປີ ແລະ ໂດຍສະເພາະ ຕັ້ງແຕ່ເປັນປະທານຂອງສາດສະໜາຈັກ. ຮຽນຮູ້ຈາກຄຳສອນຂອງເພິ່ນກ່ຽວກັບພອນທີ່ສວຍງາມ ແລະ ເພີ່ມພະລັງ ແລະ ຄວາມສາມາດ ຊຶ່ງສາມາດເປັນຂອງທ່ານ ຜ່ານທາງການເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ.43
ຄູ່ມືທົ່ວໄປ ລະບຸວ່າ ບໍ່ຈຳເປັນຕ້ອງມີການຖືກເອີ້ນໃຫ້ເປັນຜູ້ສອນສາດສະໜາ ຫລື ໝັ້ນທີ່ຈະແຕ່ງງານ ກ່ອນຈະເຮັດພັນທະສັນຍາພຣະວິຫານ.44 ບຸກຄົນຕ້ອງມີອາຍຸ 18 ປີຂຶ້ນໄປ, ບໍ່ຕ້ອງເຂົ້າໂຮງຮຽນມັດທະຍົມປາຍ ຫລື ລະດັບເທົ່າທຽມກັນ, ແລະ ເປັນສະມາຊິກຂອງສາດສະໜາຈັກຢ່າງໜ້ອຍໜຶ່ງປີ. ຍັງມີຂໍ້ກຳນົດມາດຕະຖານຂອງຄວາມບໍລິສຸດສ່ວນບຸກຄົນນຳອີກ.45 ຖ້າຫາກທ່ານປາດຖະໜາຢາກໃຫ້ຄວາມສຳພັນຂອງທ່ານເລິກເຊິ່ງກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ ແລະ ພຣະເຢຊູຄຣິດ ໂດຍການເຮັດພັນທະສັນຍາສັກສິດໃນບ້ານຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຂໍເຊື້ຶ້ອເຊີນໃຫ້ທ່ານເວົ້າລົມກັບອະທິການ ຫລື ປະທານສາຂາຂອງທ່ານ ແລະ ແຈ້ງໃຫ້ເພິ່ນຊາບເຖິງຄວາມປາດຖະໜາຂອງທ່ານ. ເພິ່ນຈະຊ່ວຍທ່ານໃຫ້ຮູ້ວິທີກຽມຮັບ ແລະ ໃຫ້ກຽດພັນທະສັນຍາເຫລົ່ານັ້ນ.
ຜ່ານທາງຄວາມສຳພັນແຫ່ງພັນທະສັນຍາກັບພຣະເຈົ້າ, ຊີວິດຂອງເຮົາເອງກໍສາມາດກາຍເປັນສັນຍາລັກທີ່ດຳລົງຢູ່ຂອງເຮົາ ແລະ ເປັນຄວາມຮັກທີ່ເລິກເຊິ່ງຕໍ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ, ເປັນ hesed ຂອງເຮົາສຳລັບພຣະອົງ,46 ແລະ ຄວາມປາດຖະໜາຂອງເຮົາທີ່ຈະກ້າວໜ້າ ແລະ ໃນທີ່ສຸດກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ກຽມພ້ອມທີ່ມື້ໜຶ່ງຈະເຂົ້າໄປໃນທີ່ປະທັບຂອງພວກພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ພອນທີ່ຍິ່ງໃຫຍ່ທີ່ສຸດຂອງຄວາມສຳພັນແຫ່ງພັນທະສັນຍານັ້ນແມ່ນມີຄ່າຫລາຍທີ່ສຸດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.