ການອັດສະຈັນ, ທູດສະຫວັນ, ແລະ ອຳນາດຂອງຖານະປະໂລຫິດ
ຖ້າຫາກທ່ານປາດຖະໜາພອນຂອງຖານະປະໂລຫິດ, ລວມທັງການອັດສະຈັນ ແລະ ການປະຕິບັດສາດສະໜາກິດຂອງທູດສະຫວັນ, ຂໍຈົ່ງຍ່າງໄປຕາມເສັ້ນທາງແຫ່ງພັນທະສັນຍາ ທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້.
ຫລາຍຄົນທຸກມື້ນີ້ເວົ້າວ່າ ການອັດສະຈັນບໍ່ມີອີກຕໍ່ໄປ, ວ່າທູດສະຫວັນເປັນເລື່ອງແຕ່ງຂຶ້ນ, ແລະ ວ່າຟ້າສະຫວັນນັ້ນປິດແລ້ວ. ຂ້າພະເຈົ້າເປັນພະຍານວ່າ ການອັດສະຈັນຍັງບໍ່ໝົດໄປ, ທູດສະຫວັນຢູ່ທ່າມກາງພວກເຮົາ, ແລະ ຟ້າສະຫວັນກໍເປີດອອກຢ່າງແທ້ຈິງ.
ເມື່ອພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ໄດ້ຢູ່ທີ່ແຜ່ນດິນໂລກ, ພຣະອົງໄດ້ປະທານຂໍກະແຈຂອງຖານະປະໂລຫິດໃຫ້ແກ່ຜູ້ນຳອັກຄະສາວົກຂອງພຣະອົງ ຄືເປໂຕ.1 ຜ່ານທາງຂໍກະແຈເຫລົ່ານີ້, ເປໂຕ ແລະ ອັກຄະສາວົກຄົນອື່ນໆ ໄດ້ນຳພາສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ. ແຕ່ເມື່ອອັກຄະສາວົກເຫລົ່ານັ້ນໄດ້ເສຍຊີວິດໄປ, ຂໍກະແຈຂອງຖານະປະໂລຫິດກໍໄດ້ຖືກເອົາໄປຈາກໂລກນີ້.
ຂ້າພະເຈົ້າເປັນພະຍານວ່າ ຂໍກະແຈຂອງຖານະປະໂລຫິດສະໄໝບູຮານ ໄດ້ຖືກຟື້ນຟູແລ້ວ. ເປໂຕ, ຢາໂກໂບ, ແລະ ໂຢຮັນ ແລະ ສາດສະດາສະໄໝບູຮານຄົນອື່ນໆ ໄດ້ປະກົດຕົວໃນຖານະມະນຸດທີ່ໄດ້ຟື້ນຄືນຊີວິດແລ້ວ, ໄດ້ມອບໃຫ້ແກ່ສາດສະດາໂຈເຊັບ ສະມິດ ສິ່ງທີ່ພຣະຜູ້ເປັນເຈົ້າໄດ້ບັນຍາຍວ່າເປັນ “ຂໍກະແຈແຫ່ງອານາຈັກຂອງເຮົາ ແລະ ຍຸກສະໄໝແຫ່ງພຣະກິດຕິຄຸນ”.2
ຂໍກະແຈດຽວກັນເຫລົ່ານັ້ນ ໄດ້ຖືກສົ່ງຕໍ່ຈາກສາດສະດາເຖິງສາດສະດາຈົນເຖິງທຸກມື້ນີ້. ຊາຍ 15 ຄົນທີ່ເຮົາສະໜັບສະໜູນໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ໃຊ້ມັນເພື່ອນຳພາສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ. ເຊັ່ນດຽວກັບໃນສະໄໝບູຮານ, ມີອັກຄະສາວົກອາວຸໂສຄົນໜຶ່ງທີ່ດຳລົງ ແລະ ຮັບສິດອຳນາດໃຫ້ໃຊ້ຂໍກະແຈທັງໝົດຂອງຖານະປະໂລຫິດ. ເພິ່ນກໍຄືປະທານຣະໂຊ ເອັມ ແນວສັນ, ສາດສະດາ ແລະ ປະທານຂອງສາດສະໜາຈັກຂອງພຣະຄຣິດ ທີ່ໄດ້ຖືກຟື້ນຟູໃນສະໄໝຂອງເຮົາ: ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຜ່ານທາງສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາໄດ້ຮັບພອນຂອງຖານະປະໂລຫິດ—ລວມທັງອຳນາດຂອງພຣະເຈົ້າ ເພື່ອຊ່ວຍເຮົາໃນຊີວິດຂອງເຮົາ. ພາຍໃຕ້ຂໍກະແຈຂອງຖານະປະໂລຫິດທີ່ໄດ້ຮັບອະນຸຍາດ, ເຮົາເຮັດສັນຍາອັນສັັກສິດກັບພຣະເຈົ້າ ແລະ ຮັບພິທີການອັນສັກສິດທີ່ກຽມເຮົາທີ່ຈະຢູ່ກັບພຣະອົງໃນທີ່ປະທັບຂອງພຣະອົງ. ໂດຍເລີ່ມຈາກການບັບຕິສະມາ ແລະ ການຢືນຢັນ ແລະ ແລ້ວໃນພຣະວິຫານ, ເຮົາດຳເນີນໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາ ທີ່ນຳພາເຮົາກັບໄປຫາພຣະອົງ.
ດ້ວຍມືທີ່ວາງຢູ່ເທິງຫົວຂອງເຮົາ, ເຮົາຍັງໄດ້ຮັບພອນຂອງຖານະປະໂລຫິດ, ລວມທັງການຊີ້ນຳ, ການປອບໂຍນ, ຄຳແນະນຳ, ການປິ່ນປົວ, ແລະ ອຳນາດທີ່ຈະຕິດຕາມພຣະເຢຊູຄຣິດນຳອີກ. ຕະຫລອດຊີວິດຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ຮັບພອນໂດຍອຳນາດອັນຍິ່ງໃຫຍ່ນີ້. ດັ່ງທີ່ໄດ້ຖືກເປີດເຜີຍໃນພຣະຄຳພີ, ເຮົາເອີ້ນມັນວ່າ ອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກທີ່ສັກສິດ.3
ໃນໄວໜຸ່ມຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ມີຄວາມເຄົາລົບຢ່າງສູງຕໍ່ອຳນາດນີ້, ໂດຍສະເພາະຢ່າງຍິ່ງ ເພາະມັນໄດ້ຖືກສະແດງໃຫ້ປະຈັກໃນພອນຂອງຖານະປະໂລຫິດ. ຂະນະທີ່ກຳລັງຮັບໃຊ້ເປັນຜູ້ສອນສາດສະໜາໜຸ່ມໃນປະເທດຈິເລ, ຂ້າພະເຈົ້າ ແລະ ຄູ່ສອນຂອງຂ້າພະເຈົ້າໄດ້ຖືກຈັບກຸມ ແລະ ຖືກແຍກອອກຈາກກັນ. ພວກເຮົາບໍ່ເຄີຍຮູ້ເລີຍວ່າຍ້ອນຫຍັງ. ມັນເປັນຊ່ວງເວລາແຫ່ງການປ່ຽນແປງຄັ້ງຍິ່ງໃຫຍ່ທາງການເມືອງ. ຜູ້ຄົນເປັນພັນໆຄົນໄດ້ຖືກຄວບຄຸມຕົວໄປໂດຍຕຳຫລວດທະຫານ ແລະ ບໍ່ໄດ້ຍິນຂ່າວຈາກພວກເຂົາອີກເລີຍ.
ຫລັງຈາກຖືກສອບປາກຄຳແລ້ວ, ຂ້າພະເຈົ້າໄດ້ນັ່ງຢູ່ຜູ້ດຽວໃນຫ້ອງຂັງ, ໂດຍບໍ່ຮູ້ວ່າ ຂ້າພະເຈົ້າຈະໄດ້ເຫັນຄົນທີ່ຂ້າພະເຈົ້າຮັກອີກຫລືບໍ່. ຂ້າພະເຈົ້າໄດ້ຫັນໄປຫາພຣະບິດາເທິງສະຫວັນຂອງຂ້າພະເຈົ້າ, ໂດຍອ້ອນວອນຢ່າງແຮງກ້າວ່າ: “ພຣະບິດາເອີຍ ລູກຖືກສິດສອນມາຕະຫລອດວ່າ ພຣະອົງເບິ່ງແຍງຜູ້ສອນສາດສະໜາຂອງພຣະອົງ. ພຣະບິດາເອີຍ, ລູກບໍ່ແມ່ນຄົນທີ່ວິເສດວິໂສຫຍັງ, ແຕ່ລູກເປັນຄົນທີ່ເຊື່ອຟັງມາຕະຫລອດ ແລະ ຕ້ອງການຄວາມຊ່ວຍເຫລືອຈາກພຣະອົງຄືນນີ້.”
ເມັດພືດຂອງຄວາມຊ່ວຍເຫລືອນີ້ ໄດ້ຖືກປູກຝັງໄວ້ເມື່ອຫລາຍປີກ່ອນໜ້ານີ້. ຫລັງຈາກການຮັບບັບຕິສະມາຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮັບການຢືນຢັນໃຫ້ເປັນສະມາຊິກຂອງສາດສະໜາຈັກ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ຂະນະທີ່ຂ້າພະເຈົ້າອະທິຖານ, ຢູ່ຜູ້ດຽວ, ຢູ່ຫລັງກົງ, ພຣະວິນຍານບໍລິສຸດໄດ້ມາຫາຂ້າພະເຈົ້າໂດຍທັນທີ ແລະ ໄດ້ປອບໂຍນຂ້າພະເຈົ້າ. ພຣະອົງໄດ້ນຳຂໍ້ຄວາມໜຶ່ງທີ່ພິເສດຫລາຍມາສູ່ຈິດໃຈຂອງຂ້າພະເຈົ້າ ຈາກປິຕຸພອນຂອງຂ້າພະເຈົ້າ, ຊຶ່ງເປັນພອນອີກຢ່າງໜຶ່ງຂອງຖານະປະໂລຫິດ. ໃນນັ້ນ, ພຣະເຈົ້າໄດ້ສັນຍາກັບຂ້າພະເຈົ້າວ່າ ຜ່ານທາງຄວາມຊື່ສັດຂອງຂ້າພະເຈົ້າ ຂ້າພະເຈົ້າຈະສາມາດຮັບການຜະນຶກໃນພຣະວິຫານສຳລັບການເວລາ ແລະ ຊົ່ວນິລັນດອນ ກັບຜູ້ຍິງຄົນໜຶ່ງທີ່ປ່ຽມໄປດ້ວຍຄວາມງາມ ແລະ ຄຸນນະທຳ ແລະ ຄວາມຮັກ, ວ່າພວກເຮົາຈະກາຍເປັນພໍ່ແມ່ຂອງລູກຊາຍ ແລະ ລູກສາວທີ່ລໍ້າຄ່າ, ແລະ ວ່າຂ້າພະເຈົ້າຈະໄດ້ຮັບພອນ ແລະ ຮັບການຍ້ອງຍໍໃນຖະນະພໍ່ຄົນໜຶ່ງໃນອິດສະຣາເອນ.
ຖ້ອຍຄຳອັນດົນໃຈເຫລົ່ານັ້ນກ່ຽວກັບອະນາຄົດຂອງຂ້າພະເຈົ້າ ໄດ້ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສະຫງົບ. ຂ້າພະເຈົ້າຮູ້ວ່າ ມັນມາຈາກພຣະບິດາເທິງສະຫວັນທີ່ຊົງຮັກຂອງຂ້າພະເຈົ້າ, ຜູ້ທີ່ຮັກສາຄຳສັນຍາຂອງພຣະອົງຢູ່ສະເໝີ.4 ໃນຊ່ວງເວລານັ້ນ, ຂ້າພະເຈົ້າໄດ້ຮັບຄວາມໝັ້ນໃຈວ່າ ຂ້າພະເຈົ້າຈະໄດ້ຮັບການປ່ອຍຕົວ ແລະ ມີຊີວິດຢູ່ເພື່ອເຫັນຄຳສັນຍາເຫລົ່ານັ້ນສຳເລັດຄົບຖ້ວນ.
ປະມານປີໜຶ່ງຕໍ່ມາ, ພຣະບິດາເທິງສະຫວັນໄດ້ອວຍພອນຂ້າພະເຈົ້າໃຫ້ມີພັນລະຍາ ຜູ້ທີ່ປ່ຽມໄປດ້ວຍຄວາມງາມ ແລະ ຄຸນນະທຳ ແລະ ຄວາມຮັກ. ຂ້າພະເຈົ້າ ແລະ ລີເນັດໄດ້ຖືກຜະນຶກໃນພຣະວິຫານ. ພວກເຮົາໄດ້ຮັບພອນໃຫ້ມີລູກຊາຍທີ່ລໍ້າຄ່າສາມຄົນ ແລະ ລູກສາວທີ່ລໍ້າຄ່າສີ່ຄົນ. ຂ້າພະເຈົ້າໄດ້ກາຍເປັນພໍ່, ທັງໝົດແມ່ນອີງຕາມຄຳສັນຍາຂອງພຣະເຈົ້າໃນປິຕຸພອນທີ່ຂ້າພະເຈົ້າໄດ້ຮັບຕອນອາຍຸ 17 ປີ.
“ດັ່ງນັ້ນ, ອ້າຍນ້ອງ [ແລະ ເອື້ອຍນ້ອງ] ທີ່ຮັກຂອງຂ້າພະເຈົ້າ, ການອັດສະຈັນໝົດໄປແລ້ວບໍ ເພາະພຣະຄຣິດໄດ້ສະເດັດຂຶ້ນໄປສະຫວັນ? …
“… ບໍ່ເລີຍ; ແລະ ທັງເຫລົ່າທູດກໍບໍ່ໄດ້ເລີກປະຕິບັດສາດສະໜາກິດແກ່ລູກຫລານມະນຸດເລີຍ.”5
ຂ້າພະເຈົ້າເປັນພະຍານວ່າ ການອັດສະຈັນ ແລະ ການປະຕິບັດສາດສະໜາກິດ ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງໃນຊີວິດຂອງເຮົາ, ໂດຍມັກຈະເປັນຜົນໂດຍກົງຂອງອຳນາດຂອງຖານະປະໂລຫິດ. ພອນບາງຢ່າງຂອງຖານະປະໂລຫິດສຳເລັດຄົບຖ້ວນໂດຍທັນທີ, ໃນວິທີທີ່ເຮົາສາມາດເຫັນ ແລະ ເຂົ້າໃຈໄດ້. ພອນອື່ນໆກຳລັງຄ່ອຍໆເຜີຍອອກມາເທື່ອລະໜ້ອຍ ແລະ ຈະບໍ່ຖືກຮັບຮູ້ຢ່າງເຕັມທີ່ໃນຊີວິດນີ້. ແຕ່ພຣະເຈົ້າຮັກສາຄຳສັນຍາທັງໝົດຂອງພຣະອົງສະເໝີ, ດັ່ງທີ່ໄດ້ສະແດງໃຫ້ເຫັນໃນເລື່ອງລາວນີ້ ຈາກປະຫວັດຄອບຄົວຂອງພວກເຮົາ:
ປູ່ຂອງຂ້າພະເຈົ້າ, ແກຣ້ນ ຣີສ໌ ໂບເວັນ, ເປັນຄົນທີ່ມີສັດທາອັນຍິ່ງໃຫຍ່. ຂ້າພະເຈົ້າຈື່ໄດ້ຢ່າງແຈ່ມແຈ້ງ ເມື່ອໄດ້ຍິນເພິ່ນເລົ່າວ່າ ເພິ່ນໄດ້ຮັບປິຕຸພອນຂອງເພິ່ນແນວໃດ. ໃນບັນທຶກສ່ວນຕົວຂອງເພິ່ນ, ເພິ່ນໄດ້ບັນທຶກໄວ້ວ່າ: “ປິຕຸໄດ້ສັນຍາກັບຂ້າພະເຈົ້າເຖິງຂອງປະທານແຫ່ງການປິ່ນປົວ. ເພິ່ນໄດ້ກ່າວວ່າ, ‘ຄົນເຈັບປ່ວຍຈະໄດ້ຮັບການປິ່ນປົວ. ແທ້ຈິງແລ້ວ, ຄົນຕາຍຈະຖືກຍົກຂຶ້ນພາຍໃຕ້ມືຂອງເຈົ້າ.’”
ຫລາຍປີຕໍ່ມາ, ປູ່ກຳລັງກອງເຟືອງຢູ່ ຕອນທີ່ເພິ່ນຮູ້ສຶກຖືກກະຕຸ້ນໃຫ້ກັບຄືນໄປເຮືອນ. ເພິ່ນໄດ້ເຫັນພໍ່ຂອງເພິ່ນກຳລັງມຸ້ງໜ້າມາຫາເພິ່ນ. “ແກຣ້ນ, ແມ່ຂອງເຈົ້າຫາກໍເສຍຊີວິດໄປ,” ພໍ່ຂອງເພິ່ນເວົ້າ.
ຂ້າພະເຈົ້າຂໍອ້າງເຖິງບັນທຶກສ່ວນຕົວຂອງປູ່ຂອງຂ້າພະເຈົ້າອີກເທື່ອໜຶ່ງ: “ຂ້າພະເຈົ້າບໍ່ໄດ້ຢຸດ ແຕ່ໄດ້ຟ້າວເຂົ້າໄປໃນເຮືອນ ແລະ ອອກໄປຍັງລະບຽງໜ້າບ້ານ ບ່ອນທີ່ເພິ່ນນອນຢູ່ເທິງຕຽງຜ້າ. ຂ້າພະເຈົ້າໄດ້ແນມເບິ່ງເພິ່ນ ແລະ ສາມາດເຫັນໄດ້ວ່າ ບໍ່ມີສັນຍານຊີວິດເຫລືອຢູ່ໃນຕົວເພິ່ນເລີຍ. ຂ້າພະເຈົ້າໄດ້ຈື່ປິຕຸພອນຂອງຂ້າພະເຈົ້າ ແລະ ຄຳສັນຍາທີ່ວ່າ ຖ້າຂ້າພະເຈົ້າຊື່ສັດ, ໂດຍຜ່ານທາງສັດທາຂອງຂ້າພະເຈົ້າ ຄົນເຈັບປ່ວຍຈະໄດ້ຮັບການປິ່ນປົວ ແລະ ຄົນຕາຍຈະຖືກຍົກຂຶ້ນ. ຂ້າພະເຈົ້າໄດ້ວາງມືຂອງຂ້າພະເຈົ້າໃສ່ເທິງຫົວຂອງແມ່, ແລະ ຂ້າພະເຈົ້າໄດ້ບອກພຣະຜູ້ເປັນເຈົ້າວ່າ ຖ້າຄຳສັນຍາທີ່ພຣະອົງໄດ້ສັນຍາກັບຂ້າພະເຈົ້າໂດຍປິຕຸເປັນຄວາມຈິງ, ຈົ່ງເຮັດໃຫ້ມັນສະແດງໃຫ້ປະຈັກໃນເວລານີ້ ແລະ ຍົກແມ່ຂອງຂ້າພະເຈົ້າຂຶ້ນມາສູ່ຊີວິດອີກ. ຂ້າພະເຈົ້າສັນຍາກັບພຣະອົງວ່າ ຖ້າພຣະອົງກະທຳສິ່ງນີ້, ຂ້າພະເຈົ້າຈະບໍ່ມີວັນລັງເລທີ່ຈະເຮັດທຸກສິ່ງໃນອຳນາດຂອງຂ້າພະເຈົ້າ ເພື່ອສ້າງສາອານາຈັກຂອງພຣະອົງ. ຂະນະທີ່ຂ້າພະເຈົ້າອະທິຖານ, ເພິ່ນກໍມືນຕາຂຶ້ນ ແລະ ເວົ້າວ່າ, ‘ແກຣ້ນ, ຍົກແມ່ຂຶ້ນແນ່. ແມ່ໄດ້ໄປທີ່ໂລກວິນຍານ, ແຕ່ລູກໄດ້ເອີ້ນແມ່ກັບມາ. ຂໍໃຫ້ສິ່ງນີ້ເປັນປະຈັກພະຍານແກ່ລູກ ແລະ ແກ່ຄອບຄົວທັງໝົດຂອງແມ່.’”
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາໃຫ້ສະແຫວງຫາ ແລະ ຄາດຫວັງການອັດສະຈັນ.6 ຂ້າພະເຈົ້າເປັນພະຍານວ່າ ເນື່ອງຈາກຖານະປະໂລຫິດໄດ້ຖືກຟື້ນຟູແລ້ວ, ອຳນາດ ແລະ ສິດອຳນາດຂອງພຣະເຈົ້າໄດ້ຢູ່ເທິງແຜ່ນດິນໂລກ. ຜ່ານທາງການເອີ້ນ ແລະ ສະພາ, ຊາຍ ແລະ ຍິງ, ຄົນໜຸ່ມ ແລະ ຄົນແກ່, ສາມາດເຂົ້າຮ່ວມໃນວຽກງານຖານະປະໂລຫິດ. ມັນແມ່ນວຽກງານແຫ່ງການອັດສະຈັນ, ເຂົ້າຮ່ວມໂດຍເຫລົ່າທູດສະຫວັນ. ມັນແມ່ນວຽກງານແຫ່ງສະຫວັນ, ແລະ ມັນເປັນພອນໃຫ້ແກ່ລູກໆຂອງພຣະເຈົ້າທຸກຄົນ.
ໃນປີ 1989, ຄອບຄົວເຈັດຄົນຂອງພວກເຮົາ ກຳລັງກັບຄືນຈາກກິດຈະກຳນອກບ້ານນຳກັນເປັນຫວອດ. ມັນເດິກແລ້ວ. ລີເນັດກຳລັງຖືພາລູກຄົນທີຫົກຂອງພວກເຮົາ. ນາງໄດ້ຮູ້ສຶກເຖິງການກະຕຸ້ນອັນແຮງກ້າໃຫ້ຮັດເຂັມຂັດນິລະໄພ, ຊຶ່ງນາງໄດ້ລືມຂັດ. ບໍ່ດົນຫລັງຈາກນັ້ນ ພວກເຮົາໄດ້ມາເຖິງທາງໂຄ້ງໃນຖະໜົນ; ລົດຄັນໜຶ່ງໄດ້ຂ້າມເສັ້ນມາຍັງເລນຂອງພວກເຮົາ. ໂດຍທີ່ແລ່ນປະມານ 70 ໄມ (112 ກມ) ຕໍ່ຊົ່ວໂມງ, ຂ້າພະເຈົ້າໄດ້ຫັກລ້ຽວ ເພື່ອຫລີກລ້ຽງບໍ່ໃຫ້ຕຳລົດທີ່ກຳລັງສວນມາ. ລົດຕູ້ຂອງພວກເຮົາໄດ້ພິກຂວໍ້າ, ຖະໄຫລລົງທາງຫລວງ, ແລະ ໄຫລອອກຈາກຖະໜົນ, ໃນທີ່ສຸດກໍມາຢຸດຈອດ, ໂດຍທີ່ຝັ່ງຜູ້ໂດຍສານຢູ່ໃນດິນ.
ສິ່ງຕໍ່ໄປທີ່ຂ້າພະເຈົ້າຈື່ໄດ້ວ່າໄດ້ຍິນ ແມ່ນສຽງຂອງລີເນັດ: “ເຊນ, ພວກເຮົາຕ້ອງອອກໄປທາງປະຕູເຈົ້າ.” ຂ້າພະເຈົ້າກຳລັງແຂວນຢູ່ໃນອາກາດໂດຍເຂັມຂັດນິລະໄພຂອງຂ້າພະເຈົ້າ. ມັນໃຊ້ເວລາສອງສາມວິນາທີທີ່ຈະຊອກຫາທິດທາງ. ພວກເຮົາໄດ້ເລີ່ມອູ້ມລູກໆຂອງພວກເຮົາແຕ່ລະຄົນອອກຈາກລົດຕູ້ຜ່ານປ່ອງຢ້ຽມຂອງຂ້າພະເຈົ້າ, ຊຶ່ງຕອນນັ້ນແມ່ນເພດານຂອງລົດຕູ້. ພວກເຂົາພາກັນໄຫ້, ໂດຍສົງໄສວ່າເກີດຫຍັງຂຶ້ນ.
ບໍ່ດົນ ຂ້າພະເຈົ້າກໍຮູ້ວ່າ ລູກສາວອາຍຸ 10 ປີ ຂອງພວກເຮົາ, ເອັມມະລີ, ໄດ້ຫາຍໄປ. ພວກເຮົາຮ້ອງຊື່ຂອງນາງ, ແຕ່ບໍ່ມີໃຜຕອບ. ສະມາຊິກຫວອດ, ຜູ້ທີ່ກຳລັງເດີນທາງກັບບ້ານເຊັ່ນກັນ, ຕ່າງກໍພາກັນຊອກຫານາງຢູ່ບ່ອນເກີດເຫດຢ່າງກະວົນກະວາຍ. ມັນມືດຫລາຍ. ຂ້າພະເຈົ້າໄດ້ຊອກຫາໃນລົດອີກຄັ້ງດ້ວຍໄຟສາຍ ແລະ, ດ້ວຍຄວາມສະຫຍອງຂວັນ, ໄດ້ເຫັນຮ່າງນ້ອຍໆຂອງເອັມມະລີຕິດຢູ່ກ້ອງລົດຕູ້. ຂ້າພະເຈົ້າໄດ້ຮ້ອງຂຶ້ນຢ່າງໝົດຫວັງ, “ພວກເຮົາຕ້ອງຍົກລົດຕູ້ອອກຈາກເອັມມະລີ.” ຂ້າພະເຈົ້າໄດ້ຈັບຫລັງຄາ ແລະ ດຶງກັບ. ມີພຽງແຕ່ບໍ່ເທົ່າໃດຄົນເທົ່ານັ້ນທີ່ມາຍົກ, ແຕ່ລົດຕູ້ກໍໄດ້ພິກຄືນສູ່ລໍ້ຂອງມັນຢ່າງໜ້າອັດສະຈັນ, ໂດຍເຜີຍຮ່າງທີ່ໄຮ້ຊີວິດຂອງເອັມມະລີ.
ເອັມມະລີບໍ່ຫາຍໃຈ. ໃບໜ້າຂອງນາງເປັນສີໝາກພຳສີມ່ວງ. ຂ້າພະເຈົ້າເວົ້າວ່າ, “ພວກເຮົາຕ້ອງໃຫ້ພອນແກ່ນາງ.” ເພື່ອນທີ່ຮັກ ແລະ ສະມາຊິກຫວອດ ໄດ້ຄຸເຂົ່າລົງກັບຂ້າພະເຈົ້າ, ແລະ ໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ໃນພຣະນາມຂອງພຣະເຢຊູຄຣິດ, ພວກເຮົາໄດ້ສັ່ງໃຫ້ນາງມີຊີວິດ. ທັນໃດນັ້ນ, ເອັມມະລີກໍໄດ້ສູດຫາຍໃຈຍາວໆແຮງໆ.
ຫລັງຈາກເບິ່ງຄືວ່າຜ່ານໄປຫລາຍຊົ່ວໂມງ, ໃນທີ່ສຸດ ລົດສຸກເສີນກໍໄດ້ມາຮອດ. ເອັມມະລີໄດ້ຖືກຟ້າວເອົາໄປໂຮງໝໍ. ນາງປອດຮົ່ວ ແລະ ເອັນຢູ່ຫົວເຂົ່າຂາດ. ມີຄວາມກັງວົນວ່າສະໝອງຈະເສຍຫາຍ ຍ້ອນຕອນເວລາທີ່ນາງຂາດອົກຊີເຈນ. ເອັມມະລີໄດ້ຢູ່ໃນອາການນອນໝົດສະຕິເປັນເວລາມື້ເຄິ່ງ. ພວກເຮົາໄດ້ສືບຕໍ່ອະທິຖານ ແລະ ຖືສິນອົດເຂົ້າເພື່ອນາງ. ນາງໄດ້ຮັບພອນໃຫ້ຫາຍດີເປັນປົກກະຕິ. ທຸກມື້ນີ້, ເອັມມະລີ ແລະ ແຄວິນສາມີຂອງນາງ, ເປັນພໍ່ແມ່ຂອງລູກສາວຫົກຄົນ.
ຄົນອື່ນໆທຸກຄົນບໍ່ໄດ້ຮັບບາດເຈັບຫຍັງເລີຍຢ່າງໜ້າອັດສະຈັນ. ລູກນ້ອຍທີ່ລີເນັດໄດ້ອູ້ມທ້ອງຢູ່ນັ້ນແມ່ນ ໄທສັນ. ລາວກໍໄດ້ລອດພົ້ນຈາກອັນຕະລາຍ ແລະ ໄດ້ເກີດໃນເດືອນກຸມພາຕໍ່ມາ. ແປດເດືອນຈາກນັ້ນ, ຫລັງຈາກທີ່ໄດ້ຮັບຮ່າງກາຍມະຕະຂອງລາວແລ້ວ, ໄທສັນກໍໄດ້ກັບຄືນໄປຫາພຣະບິດາເທິງສະຫວັນ. ລາວເປັນລູກຊາຍທູດຜູ້ພິທັກຂອງພວກເຮົາ. ພວກເຮົາຍັງຮູ້ສຶກເຖິງອິດທິພົນຂອງລາວໃນຄອບຄົວຂອງພວກເຮົາ ແລະ ຄອງຄອຍຖ້າທີ່ຈະຢູ່ກັບລາວອີກຄັ້ງ.7
ຜູ້ທີ່ຍົກລົດຕູ້ອອກຈາກເອັມມະລີໄດ້ສັງເກດວ່າ ລົດຕູ້ນັ້ນບໍ່ໄດ້ໜັກຫຍັງເລີຍ. ຂ້າພະເຈົ້າຮູ້ວ່າ ທູດສະຫວັນໄດ້ມາຮ່ວມກັບທູດແຜ່ນດິນໂລກ ເພື່ອຍົກລົດອອກຈາກຮ່າງຂອງເອັມມະລີ. ຂ້າພະເຈົ້າຍັງຮູ້ອີກວ່າ ເອັມມະລີໄດ້ຖືກນຳຄືນມາສູ່ຊີວິດ ໂດຍອຳນາດຂອງຖານະປະໂລຫິດສັກສິດ.
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄວາມຈິງນີ້ໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງວ່າ: “ເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງເບື້ອງຂວາມືພວກເຈົ້າ ແລະ ທາງຊ້າຍພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.”8
ຂ້າພະເຈົ້າເປັນພະຍານວ່າ “ຖານະປະໂລຫິດສັກສິດ, ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ”9—ຖານະປະໂລຫິດແຫ່ງເມນຄີເສເດັກ—ດ້ວຍຂໍກະແຈ, ສິດອຳນາດ, ແລະ ອຳນາດຂອງມັນ ໄດ້ຖືກຟື້ນຟູສູ່ແຜ່ນດິນໂລກແລ້ວໃນຍຸກສຸດທ້າຍນີ້. ຂ້າພະເຈົ້າຮູ້ວ່າ ເຖິງແມ່ນວ່າ ບໍ່ແມ່ນສະພາບການທັງໝົດຈະເປັນດັ່ງທີ່ເຮົາຫວັງ ແລະ ອະທິຖານຂໍກໍຕາມ, ການອັດສະຈັນຂອງພຣະເຈົ້າຈະມາເຖິງສະເໝີ ຕາມພຣະປະສົງຂອງພຣະອົງ, ເວລາຂອງພຣະອົງ, ແລະ ແຜນຂອງພຣະອົງສຳລັບເຮົາ.
ຖ້າຫາກທ່ານປາດຖະໜາພອນຂອງຖານະປະໂລຫິດ, ລວມທັງການອັດສະຈັນ ແລະ ການປະຕິບັດສາດສະໜາກິດຂອງທູດສະຫວັນ, ຂ້າພະເຈົ້າຂໍເຊື້ອເຊີນໃຫ້ທ່ານຍ່າງໄປຕາມເສັ້ນທາງແຫ່ງພັນທະສັນຍາ ທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຮົາແຕ່ລະຄົນ. ສະມາຊິກ ແລະ ຜູ້ນຳໃນສາດສະໜາຈັກທີ່ຮັກທ່ານ ຈະຊ່ວຍທ່ານກ້າວຕໍ່ໄປ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ຊົງພຣະຊົນຢູ່ ແລະ ນຳພາສາດສະໜາຈັກຂອງພຣະອົງຜ່ານທາງສາດສະດາທີ່ມີຊີວິດຢູ່ ຜູ້ທີ່ດຳລົງ ແລະ ໃຊ້ຂໍກະແຈຂອງຖານະປະໂລຫິດ. ພຣະວິນຍານບໍລິສຸດມີຈິງ. ພຣະຜູ້ຊ່ວຍໃຫ້ລອດໄດ້ມອບພຣະຊົນຊີບຂອງພຣະອົງເພື່ອປິ່ນປົວເຮົາ, ກູ້ເຮົາຄືນ, ແລະ ພາເຮົາກັບບ້ານ.
ຂ້າພະເຈົ້າເປັນພະຍານວ່າ ການອັດສະຈັນຍັງບໍ່ໝົດໄປ, ທູດສະຫວັນຢູ່ທ່າມກາງພວກເຮົາ, ແລະ ຟ້າສະຫວັນກໍເປີດອອກຢ່າງແທ້ຈິງ. ແລະ ໂອ້, ມັນເປີດອອກຫລາຍສໍ່າໃດ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.