ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


14:8

ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ຄຣິດ

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ, ເໝືອນ​ເດີມ, ແລະ ຢ່າງ​ຕັ້ງ​ໃຈ ແລະ ຊ່ວຍ​ຄົນ​ອື່ນ​ລະ​ຫວ່າງ​ທາງ​ຂອງ​ພວກ​ເຂົາ.

ຫລາຍ​ປີ​ກ່ອນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຣຸດ; ລູກ​ສາວ​ຂອງ​ພວກ​ເຮົາ, ແອສ​ລີ; ແລະ ຂ້າ​ພະ​ເຈົ້າ​ໄປ​ພາຍ​ເຮືອ​ກະ​ຍັກ ກັບ​ນັກ​ທ່ອງ​ທ່ຽວ​ຄົນ​ອື່ນໆ​ໃນ​ລັດ​ຮາ​ວາຍ ໃນ​ສະ​ຫະ​ລັດ. ເຮືອ​ກະ​ຍັກ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັນ​ກັບ​ເຮືອ​ຄະ​ນູ​ທີ່​ຕ່ຳ​ເກືອບ​ຈຸ​ນ້ຳ ຊຶ່ງ​ຜູ້​ພາຍ​ຈະ​ນັ່ງ​ຫັນ​ໜ້າ​ໄປ​ຂ້າງ​ໜ້າ ແລະ ໃຊ້​ໄມ້​ພາຍ​ທີ່​ມີ​ໃບ​ຢູ່​ທັງ​ສອງ​ສົ້ນ ເພື່ອ​ພາຍ​ຈາກ​ໜ້າ​ໄປ​ຫລັງ ໃນ​ເບື້ອງ​ໜຶ່ງ ແລ້ວ​ອີກ​ເບື້ອງ​ໜຶ່ງ. ພວກ​ເຮົາ​ໄດ້​ວາງ​ແຜນ​ພາຍ​ເຮືອ​ໄປ​ຍັງ​ເກາະ​ນ້ອຍ​ສອງ​ແຫ່ງ​ຢູ່​ນອກ​ຊາຍ​ຝັ່ງ​ຂອງ ເກາະ​ອາ​ວາ​ຮູ ແລະ ກັບ​ຄືນ​ມາ. ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ເພາະ, ຕອນ​ເປັນ​ໜຸ່ມ, ຂ້າ​ພະ​ເຈົ້າ​ເຄີຍ​ພາຍ​ເຮືອ​ກະ​ຍັກ​ຂ້າມ​ອ່າວ​ທະ​ເລ​ຢູ່​ພູ​ເຂົາ. ຄວາມ​ໂອ​ຫັງ​ບໍ່​ເຄີຍ​ເປັນ​ລາງ​ດີ, ແມ່ນ​ບໍ?

ຜູ້​ນຳ​ທ່ຽວ​ໄດ້​ໃຫ້​ຄຳ​ແນະ​ນຳ ແລະ ພາ​ພວກ​ເຮົາ​ໄປ​ເບິ່ງ​ເຮືອ​ກະ​ຍັກ​ທະ​ເລ​ທີ່​ພວກ​ເຮົາ​ຈະ​ໃຊ້. ມັນ​ແຕກ​ຕ່າງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ພາຍ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ຕ້ອງ​ນັ່ງ​ຢູ່​ເທິງ​ເຮືອ​ກະ​ຍັກ ແທນ​ທີ່​ຈະ​ນັ່ງ​ລົງ​ໃນ​ເຮືອ. ເມື່ອ​ຂ້າ​ພະ​ເຈົ້າ​ຂຶ້ນ​ໄປ​ເທິງ​ເຮືອ​ກະ​ຍັກ, ຈຸດ​ສູນ​ກາງ​ຂອງ​ແຮງ​ໂນ້ມ​ຖ່ວງ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ສູງ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ຄຸ້ນ​ເຄີຍ, ແລະ ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ໝັ້ນ​ຄົງ​ໜ້ອຍ​ລົງ​ໃນ​ນ້ຳ.

ເມື່ອ​ພວກ​ເຮົາ​ເລີ່ມ​ຕົ້ນ, ຂ້າ​ພະ​ເຈົ້າ​ໄດ້​ພາຍ​ໄວ​ກວ່າ ຣຸດ ແລະ ແອສ​ລີ. ຫລັງ​ຈາກ​ນັ້ນ​ບໍ່​ດົນ, ຂ້າ​ພະ​ເຈົ້າ​ກໍ​ນຳ​ໜ້າ​ເຂົາ​ເຈົ້າ​ໄປ​ໄກ. ເຖິງ​ແມ່ນ​ຈະ​ພູມ​ໃຈ​ກັບ​ຈັງ​ຫວະ​ຄວາມ​ໄວ​ທີ່​ກ້າ​ຫານ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຢຸດ​ພາຍ ແລະ ລໍ​ຖ້າ​ເຂົາ​ເຈົ້າ​ໃຫ້​ຕາມ​ມາ​ທັນ. ຄື້ນ​ລູກ​ໃຫຍ່—ປະ​ມານ 13 ຊັງ​ຕີ​ແມັດ1—ໄດ້​ຊັດ​ເຂົ້າ​ຂ້າງ​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ພິກ​ຂ້າ​ພະ​ເຈົ້າ​ລົງ​ໃນ​ນ້ຳ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ປີ້ນ​ເຮືອ​ກັບ​ຕັ້ງ​ຊື່ ແລະ ພະ​ຍາ​ຍາມ​ປີນ​ຂຶ້ນ​ເຮືອ, ຣຸດ​ກັບ​ແອສ​ລີ ໄດ້​ຜ່ານ​ຂ້າ​ພະ​ເຈົ້າ​ໄປ​ແລ້ວ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ໝົດ​ແຮງ​ທີ່​ຈະ​ພາຍ​ເຮືອ​ຕໍ່​ໄປ. ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຫາຍ​ໃຈ​ຈັກ​ໜ່ອຍ​ໜຶ່ງ, ຄື້ນ​ລູກ​ໜຶ່ງ​ອີກ, ລູກ​ນີ້​ແມ່ນ​ໃຫຍ່​ຫລາຍ—ຢ່າງ​ໜ້ອຍ 20 ຊັງ​ຕີ​ແມັດ2—ໄດ້​ຊັດ​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ພິກ​ຂ້າ​ພະ​ເຈົ້າ​ລົງ​ໃນ​ນ້ຳ​ອີກ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ປີ້ນ​ເຮືອ​ກັບ​ຕັ້ງ​ຊື່, ຂ້າ​ພະ​ເຈົ້າ​ກໍ​ຫາຍ​ໃຈ​ບໍ່​ອອກ ແລະ ຢ້ານ​ວ່າ​ຕົວ​ເອງ​ຈະ​ປີນ​ຂຶ້ນ​ເຮືອ​ບໍ່​ໄດ້.

ເມື່ອ​ເຫັນ​ສະ​ຖາ​ນະ​ການ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ນຳ​ທ່ຽວ​ໄດ້​ພາຍ​ເຮືອ​ມາ ແລະ ຈັບ​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ​ໄວ້, ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ປີນ​ຂຶ້ນ​ເຮືອ. ເມື່ອ​ລາວ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ອ່ອນ​ແຮງ​ເກີນ​ກວ່າ​ທີ່​ຈະ​ພາຍ​ເຮືອ​ຂອງ​ຕົນ​ເອງ, ລາວ​ໄດ້​ມັດ​ເຊືອກ​ໃສ່​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ເລີ່ມ​ຕົ້ນ​ພາຍ​ເຮືອ, ດຶງ​ຂ້າ​ພະ​ເຈົ້າ​ໄປ. ບໍ່​ດົນ​ຂ້າ​ພະ​ເຈົ້າ​ກໍ​ຫາຍ​ໃຈ​ອອກ ແລະ ເລີ່ມ​ພາຍ​ໄປ​ດ້ວຍ​ຕົວ​ເອງ​ຢ່າງ​ເໝາະ​ສົມ. ລາວ​ໄດ້​ປ່ອຍ​ເຊືອກ, ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ໄປ​ເຖິງ​ເກາະ​ບ່ອນ​ທຳ​ອິດ ໂດຍ​ທີ່​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ. ເມື່ອ​ໄປ​ເຖິງ, ຂ້າ​ພະ​ເຈົ້າ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ​ຊາຍ, ດ້ວຍ​ຄວາມ​ເມື່ອຍ​ລ້າ.

ຫລັງ​ຈາກ​ກຸ່ມ​ພວກ​ເຮົາ​ໄດ້​ພັກ​ຜ່ອນ, ຜູ້​ນຳ​ທ່ຽວ​ກໍ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ຄ່ອຍໆ​ວ່າ, “ທ່ານ ເຣັນ​ລັນ, ຖ້າ​ທ່ານ​ພາຍ​ເຮືອ​ຕໍ່​ໄປ, ໃຫ້​ຮັກ​ສາ​ແຮງ​ຜັກ​ດັນ​ຂອງ​ທ່ານ, ເຮົາ​ຄິດ​ວ່າ ທ່ານ​ຈະ​ພາຍ​ສະ​ບາຍ.” ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ລາວ ຂະ​ນະ​ທີ່​ພວກ​ເຮົາ​ພາຍ​ເຮືອ​ໄປ​ຍັງ​ເກາະ​ທີ​ສອງ ແລະ ແລ້ວ​ກັບ​ຄືນ​ມາ​ທີ່​ຈຸດ​ເລີ່ມ​ຕົ້ນ. ສອງ​ເທື່ອ, ຜູ້​ນຳ​ທ່ຽວ​ໄດ້​ພາຍ​ເຮືອ​ມາ​ຫາ ແລະ ບອກ​ຂ້າ​ພະ​ເຈົ້າ​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ໄດ້​ດີ​ຫລາຍ. ເຖິງ​ແມ່ນ​ຄື້ນ​ລູກ​ໃຫຍ່ໆ​ຊັດ​ຂ້າງ​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ພິກ​ຂວ້ຳ.

ໂດຍ​ການ​ພາຍ​ເຮືອ​ກະ​ຍັກ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ຂ້າ​ພະ​ເຈົ້າ​ໄດ້​ຮັກ​ສາ​ແຮງ​ຜັກ​ດັນ ແລະ ມຸ້ງ​ໜ້າ​ຕໍ່​ໄປ, ໂດຍ​ຊ່ວຍ​ລົດ​ຜົນ​ກະ​ທົບ​ຈາກ​ຄື້ນ​ທີ່​ຊັດ​ຂ້າ​ພະ​ເຈົ້າ​ຈາກ​ທາງ​ຂ້າງ. ຫລັກ​ທຳ​ດຽວ​ກັນ​ນີ້​ກໍ​ສາ​ມາດ​ນຳ​ໃຊ້​ໄດ້​ໃນ​ຊີ​ວິດ​ຝ່າຍ​ວິນ​ຍານ​ຂອງ​ເຮົາ. ເຮົາ​ຈະ​ອ່ອນ​ແອ​ເມື່ອ​ເຮົາ​ຊ້າ​ລົງ ແລະ ໂດຍ​ສະ​ເພາະ​ເມື່ອ​ເຮົາ​ຢຸດ.3 ຖ້າ​ຫາກ​ເຮົາ​ຮັກ​ສາ​ແຮງ​ຜັກ​ດັນ ໂດຍ​ການ​ສືບ​ຕໍ່ “ພາຍ” ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ໄປ, ເຮົາ​ຈະ​ປອດ​ໄພ​ກວ່າ ແລະ ໝັ້ນ​ຄົງ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ.4

ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ເກີດ​ຂຶ້ນ “ຕະ​ຫລອດ​ຊີ​ວິດ ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະ​ອົງ​ຊ້ຳ​ແລ້ວ​ຊ້ຳ​ອີກ.”5 ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, ຈະ​ເກີດ “ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ.”6 ແນ່​ນອນ, ອົງ​ປະ​ກອບ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ—ເຊັ່ນ ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ການ​ກັບ​ໃຈ, ການ​ເຂົ້າ​ສູ່​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ, ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ6—ບໍ່​ມີ​ຈຸດ​ປະ​ສົງ​ໃຫ້​ມີ​ປະ​ສົບ​ການ​ພຽງ​ຄັ້ງ​ດຽວ, ພຽງ​ໝາຍ​ຊ່ອງ​ເຫດ​ການ​ເທົ່າ​ນັ້ນ. ໂດຍ​ສະ​ເພາະ, “ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ” ບໍ່​ແມ່ນ​ຂັ້ນ​ຕອນ​ທີ່​ແຍກ​ຕົວ​ອອກ​ຈາກ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ເລີຍ—ຄື​ກັບ​ວ່າ ເຮົາ​ຈະ​ເຮັດ​ອົງ​ປະ​ກອບ​ສີ່​ຢ່າງ​ທຳ​ອິດ​ໃຫ້​ສຳ​ເລັດ ແລ້ວ​ຊຸດ​ຕົວ​ລົງ, ກັດ​ແຂ້ວ, ແລະ ລໍ​ຖ້າ​ຄວາມ​ຕາຍ. ບໍ່​ແມ່ນ​ແນວ​ນັ້ນ, ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແມ່ນ​ການ​ນຳ​ໃຊ້​ອົງ​ປະ​ກອບ​ອື່ນໆ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ເໝືອນ​ເດີມ, ທີ່​ສ້າງ “ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ” ທີ່​ປະ​ທານ​ແນວ​ສັນ​ໄດ້​ບັນ​ຍາຍ.8

ຊ້ຳ​ແລ້ວ​ຊ້ຳ​ອີກ ໝາຍ​ຄວາມ​ວ່າ ເຮົາ​ປະ​ສົບ​ກັບ​ອົງ​ປະ​ກອບ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ. ເໝືອນ​ເດີມ ໝາຍ​ຄວາມ​ວ່າ​ເຮົາ​ຕໍ່​ເຕີມ ແລະ ພັດ​ທະ​ນາ​ດ້ວຍ​ການ​ເຮັດ​ຊ້ຳ​ຄືນ​ແຕ່​ລະ​ຄັ້ງ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ອົງ​ປະ​ກອບ​ຊ້ຳ​ແລ້ວ​ຊ້ຳ​ອີກ, ເຮົາ​ບໍ່​ໄດ້​ພຽງ​ແຕ່​ໝຸນ​ວຽນ​ໃນ​ວົງ​ກົມ ປາດ​ສະ​ຈາກ​ທາງ​ໂຄ​ຈອນ​ໄປ​ຂ້າງ​ໜ້າ. ກົງ​ກັນ​ຂ້າມ, ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ທຸກ​ຄັ້ງ​ຜ່ານ​ທາງ​ແບບ​ແຜນ​ນັ້ນ.

ແຮງ​ຜັກ​ດັນ​ກ່ຽວ​ຂ້ອງ​ກັບ​ທັງ​ຄວາມ​ໄວ ແລະ ທິດ​ທາງ.9 ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ພາຍ​ເຮືອ​ກະ​ຍັກ​ແຮງໆ​ໃນ​ທິດ​ທາງ​ທີ່​ຜິດ, ຂ້າ​ພະ​ເຈົ້າ​ສາ​ມາດ​ສ້າງ​ແຮງ​ຜັກ​ດັນ​ຫລາຍໆ​ໄດ້, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຄົງ​ໄປ​ບໍ່​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຕັ້ງ​ໃຈ​ໄວ້. ເຊັ່ນ​ດຽວ​ກັນ, ໃນ​ຊີ​ວິດ, ເຮົາ​ຈຳ​ເປັນ​ຕ້ອງ “ພາຍ” ເຮືອ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ມາ​ຫາ​ພຣະ​ອົງ.10

ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ທຸກວັນ.11 ມັນ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ ເມື່ອ​ເຮົາ​ອະ​ທິ​ຖານ​ທຸກ​ວັນ, ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ວັນ, ສະ​ທ້ອນ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ທຸກ​ວັນ, ກັບ​ໃຈ​ທຸກ​ວັນ, ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທຸກ​ວັນ. ຄື​ກັບ​ການ​ເລື່ອນ​ການ​ກິນ​ອາ​ຫານ​ທັງ​ໝົດ​ຂອງ​ເຮົາ​ໄປ​ຈົນ​ຮອດ​ວັນ​ອາ​ທິດ ແລະ ແລ້ວ​ກິນ​ດື່ມ​ຢ່າງ​ໜັກ​ຕາມ​ທີ່​ກຳ​ນົດ​ການ​ໂພ​ຊະ​ນາ​ການ​ໄວ້​ໃນ​ໜຶ່ງ​ອາ​ທິດ, ການ​ຈຳ​ກັດ​ພຶດ​ຕິ​ກຳ​ການ​ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄວ້​ພຽງ​ວັນ​ດຽວ​ໃນ​ໜຶ່ງ​ອາ​ທິດ ກໍ​ບໍ່​ດີ​ຕໍ່​ສຸກ​ຂະ​ພາບ​ທາງ​ວິນ​ຍານ​ຂອງ​ເຮົາ​ເຊັ່ນ​ກັນ.12

ເມື່ອ​ເຮົາ​ຮັບ​ຜິດ​ຊອບ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ,13 ເຮົາ​ຈະ​ໄດ້​ຮັບ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ ແລະ ຄ່ອຍໆ​ພັດ​ທະ​ນາ​ຮາກ​ຖານ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລະ ຄຳ​ສອນ​ຂອງ​ພຣະ​ຄຣິດ​ຈະ​ກາຍ​ເປັນ​ສູນ​ກາງ​ຂອງ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ.14 ແຮງ​ຜັກ​ດັນ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ ເມື່ອ​ເຮົາ​ພະ​ຍາ​ຍາມ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ ແລະ ກັບ​ໃຈ. ການ​ກັບ​ໃຈ​ເປັນ​ສິ່ງ​ທີ່​ມີ​ຄວາມ​ສຸກ ແລະ ເຮັດ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ, ຊຶ່ງ​ເປັນ​ວິ​ທີ​ທີ່​ເຮົາ​ກ້າວ​ໜ້າ​ຊົ່ວ​ນິ​ລັນ​ດອນ. ບໍ່​ຕ້ອງ​ສົງ​ໄສ​ວ່າ​ເຮົາ​ຈະ​ມີ​ເວ​ລາ​ເມື່ອ​ເຮົາ​ພິກ​ເຮືອ​ກະ​ຍັກ ແລະ ພົບ​ວ່າ​ຕົວ​ເອງ​ຢູ່​ໃນ​ນ້ຳ​ເລິກ. ຜ່ານ​ການ​ກັບ​ໃຈ, ເຮົາ​ສາ​ມາດ​ກັບ​ຂຶ້ນ​ເຮືອ​ໄດ້ ແລະ ດຳ​ເນີນ​ຕໍ່​ໄປ, ບໍ່​ວ່າ​ເຮົາ​ຈະ​ຕົກ​ຈາກ​ເຮືອ​ຫລາຍ​ເທື່ອ​ປານ​ໃດ​ກໍ​ຕາມ.15 ສ່ວນ​ສຳ​ຄັນ​ຄື​ເຮົາ​ບໍ່​ຍອມ​ແພ້.

ອົງ​ປະ​ກອບ​ຕໍ່​ໄປ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ແມ່ນ​ການ​ບັບ​ຕິ​ສະ​ມາ, ຊຶ່ງ​ລວມ​ດ້ວຍ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ, ຜ່ານ​ທາງ​ການ​ຢືນ​ຢັນ, ການ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.16 ເຖິງ​ແມ່ນ​ການ​ບັບ​ຕິ​ສະ​ມາ​ຈະ​ເປັນ​ເຫດ​ການ​ດຽວ, ແຕ່​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ​ຊ້ຳ​ແລ້ວ​ຊ້ຳ​ອີກ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ສິນ​ລະ​ລຶກ​ບໍ່​ໄດ້​ແທນ​ທີ່​ບັບ​ຕິ​ສະ​ມາ, ແຕ່​ມັນ​ເຮັດ​ໃຫ້​ອົງ​ປະ​ກອບ​ເບື້ອງ​ຕົ້ນ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ—ສັດ​ທາ ແລະ ການ​ກັບ​ໃຈ—ເຊື່ອມ​ໂຍງ​ດ້ວຍ​ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.17 ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ສະ​ຕິ,18 ເຮົາ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເຂົ້າ​ສູ່​ຊີ​ວິດ​ຂອງ​ເຮົາ, ຄື​ກັນ​ກັບ​ຕອນ​ທີ່​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.19 ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ບັນ​ຍາຍ​ໄວ້​ໃນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ກາຍ​ເປັນ​ເພື່ອນ​ຂອງ​ເຮົາ.

ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ອິດ​ທິ​ພົນ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ເໝືອນ​ດັ່ງ​ພຣະ​ຄຣິດ​ຢ່າງ​ຕໍ່​ເນື່ອງ ແລະ ເໝືອນ​ເດີມ. ໃຈ​ເຮົາ​ຈະ​ປ່ຽນ​ແປງ. ຄວາມ​ຕັ້ງ​ໃຈ​​ຂອງ​ເຮົາ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ​ກໍ​ຈະ​ໜ້ອຍ​ລົງ. ຄວາມ​ໂນ້ມ​ອ່ຽງ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຄວາມ​ດີ​ຈະ​ເພີ່ມ​ຂຶ້ນ ຈົນ​ກວ່າ​ເຮົາ​ພຽງ​ຕ້ອງ​ການ​ທີ່​ຈະ “ເຮັດ​ຄວາມ​ດີ​ໂດຍ​ຕະ​ຫລອດ.”20 ແລະ ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ເຂົ້າ​ເຖິງ​ພະ​ລັງ​ແຫ່ງ​ສະ​ຫວັນ​ທີ່​ຈຳ​ເປັນ ເພື່ອ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.21 ສັດ​ທາ​ຂອງ​ເຮົາ​ໄດ້​ເພີ່ມ​ຂຶ້ນ, ແລະ ເຮົາ​ພ້ອມ​ທີ່​ຈະ​ເຮັດ​ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ກໍ​ຜັກ​ດັນ​ໃຫ້​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເພີ່ມ​ເຕີມ​ກັບ​ພຣະ​ເຈົ້າ ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພັນ​ທະ​ສັນ​ຍາ​ຫລາຍ​ຂໍ້​ດຶງ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ຄຣິດ ແລະ ເຊື່ອມ​ຕໍ່​ເຮົາ​ເຂົ້າ​ກັບ​ພຣະ​ອົງ​ຢ່າງ​ແໜ້ນ​ແຟ້ນ​ຫລາຍ​ຂຶ້ນ. ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ເຮົາ​ໄດ້​ເຂົ້າ​ເຖິງ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ກວ່າ​ຂອງ​ພຣະ​ອົງ. ເພື່ອ​ຄວາມ​ແຈ່ມ​ແຈ້ງ, ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ພຣະ​ວິ​ຫານ​ບໍ່​ແມ່ນ, ໃນ​ຕົວ​ຂອງ​ມັນ​ເອງ, ແຫລ່ງ​ແຫ່ງ​ອຳ​ນາດ. ແຫລ່ງ​ແຫ່ງ​ອຳ​ນາດ​ຄື​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ສ້າງ​ຊ່ອງ​ທາງ​ໃຫ້​ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ມີ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ໃນ​ທີ່​ສຸດ​ເຮົາ​ຈະ​ກາຍ​ເປັນ​ຜູ້​ສືບ​ທອດ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ.22 ແຮງ​ຜັກ​ດັນ​ທີ່​ໄດ້​ເກີດ​ຂຶ້ນ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ ບໍ່​ພຽງ​ແຕ່​ໃຫ້​ອຳ​ນາດ​ການ​ຫັນ​ປ່ຽນ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຍັງ​ກະ​ຕຸ້ນ​ໃຫ້​ເຮົາ​ຊ່ວຍ​ເຫລືອ​ຄົນ​ອື່ນ ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ​ນຳ​ອີກ.

ໃຫ້​ພິ​ຈາ​ລະ​ນາ​ວ່າ​ຜູ້​ນຳ​ທ່ຽວ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໄດ້​ແນວ​ໃດ ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພິກ​ຂວ້ຳ​ໃນ​ເຮືອ​ກະ​ຍັກ. ລາວ​ບໍ່​ໄດ້​ເອີ້ນ​ຖາມ​ຢູ່​ໄກໆ​ແບບ​ບໍ່​ມີ​ປະ​ໂຫຍດ ເຊັ່ນ, “ທ່ານ ເຣັນ​ລັນ, ທ່ານ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ໃນ​ນ້ຳ?” ລາວ​ບໍ່​ໄດ້​ພາຍ​ເຮືອ​ມາ ແລະ ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ, ເວົ້າວ່າ, “ທ່ານ ເຣັນ​ລັນ, ທ່ານ​ຄົງ​ບໍ່​ຢູ່​ໃນ​ສະ​ພາບ​ແບບ​ນີ້ ຖ້າ​ຫາກ​ທ່ານ​ມີ​ຮ່າງ​ກາຍ​ທີ່​ແຂງ​ແຮງ.” ລາວ​ບໍ່​ໄດ້​ເລີ່ມ​ລາກ​ເຮືອ​ກະ​ຍັກ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຂຶ້ນ​ເທິງ​ເຮືອ. ແລະ ລາວ​ບໍ່​ໄດ້​ບອກ​ສອນ​ຂ້າ​ພະ​ເຈົ້າ​ຢູ່​ຕໍ່​ໜ້າ​ກຸ່ມ. ກົງ​ກັນ​ຂ້າມ, ລາວ​ໄດ້​ຊ່ວຍ​ເຫລືອ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ ໃນ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ. ລາວ​ໄດ້​ແນະ​ນຳ​ຂ້າ​ພະ​ເຈົ້າ​ເມື່ອ​ຂ້າ​ພະ​ເຈົ້າ​ພ້ອມ​ທີ່​ຈະ​ເປີດ​ກວ້າງ. ແລະ ລາວ​ກໍ​ໄດ້​ເຮັດ​ເກີນ​ກວ່າ​ໜ້າ​ທີ່​ເພື່ອ​ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ.

ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຖາມ​ຄຳ​ຖາມ​ທີ່​ບໍ່​ມີ​ປະ​ໂຫຍດ ຫລື ເວົ້າ​ສິ່ງ​ທີ່​ເຫັນ​ຊັດ​ເຈນ​ຢູ່​ແລ້ວ. ຜູ້​ຄົນ​ສ່ວນ​ຫລາຍ​ທີ່​ດີ້ນ​ລົນ ຮູ້​ວ່າ​ພວກ​ເຂົາ​ກຳ​ລັງ​ດີ້ນ​ລົນ. ເຮົາ​ບໍ່​ຄວນ​ຕັດ​ສິນ, ການ​ຕັດ​ສິນ​ຂອງ​ເຮົາ​ບໍ່​ເປັນ​ປະ​ໂຫຍດ ຫລື ບໍ່​ເປັນ​ທີ່​ຕ້ອນ​ຮັບ, ແລະ ສ່ວນ​ໃຫຍ່​ມັກ​ຈະ​ບໍ່​ມີ​ຂໍ້​ມູນ​ພຽງ​ພໍ.

ການ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ຄົນ​ອື່ນ​ສາ​ມາ​ດ​ນຳ​ເຮົາ​ໄປ​ສູ່​ອັນ​ຕະ​ລາຍ​ອັນ​ຮ້າຍ​ແຮງ, ໂດຍ​ສະ​ເພາະ ຖ້າ​ຫາກ​ເຮົາ​ສະ​ຫລຸບ​ວ່າ ເຮົາ​ຊອບ​ທຳ​ຫລາຍ​ກວ່າ​ຄົນ​ທີ່​ກຳ​ລັງ​ດີ້ນ​ລົນ. ການ​ປຽບ​ທຽບ​ດັ່ງ​ກ່າວ​ຄື​ກັນ​ກັບ​ການ​ກຳ​ລັງ​ຈົມ​ນ້ຳ​ຢ່າງ​ສິ້ນ​ຫວັງ ໃນ​ນ້ຳ​ເລິກ​ສາມ​ແມັດ23, ເຫັນ​ຄົນ​ອື່ນ​ກຳ​ລັງ​ຈົມ​ໃນ​ນ້ຳ​ເລິກ​ສີ່​ແມັດ24, ຕັດ​ສິນ​ວ່າ​ເຂົາ​ເປັນ​ຄົນ​ບາບ​ໜາ​ສາ​ໂຫດ, ແລະ ຮູ້​ສຶກ​ດີ​ກັບ​ຕົວ​ເອງ. ເຖິງ​ຢ່າງ​ໃດ, ເຮົາ​ທຸກ​ຄົນ​ຕ່າງ​ກໍ​ຍັງ​ດີ້ນ​ລົນ​ໃນ​ວິ​ທີ​ທາງ​ຂອງ​ເຮົາ​ເອງ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຈະ​ລອດ​ໄດ້​ດ້ວຍ​ຕົວ​ເອງ.25 ເຮົາ​ບໍ່​ສາ​ມາດ. ຢາ​ໂຄບ, ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ສິດ​ສອນ​ວ່າ, “ຈົ່ງ​ຈື່​ຈຳ​ໄວ້, ຫລັງ​ຈາກ [ເຮົາ] ທຳ​ຕົນ​ເອງ​ເຂົ້າ​ກັບ​ພຣະ​ເຈົ້າ​ແລ້ວ, ວ່າ​ຈະ​ເປັນ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່ [ເຮົາ] ຈະ​ລອດ.”26 ເຮົາ​ທຸກ​ຄົນ​ຕ້ອງ​ການ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ບໍ່​ແມ່ນ​ແຕ່​ສ່ວນ​ໜຶ່ງ​ເທົ່າ​ນັ້ນ.

ເຮົາ​ຕ້ອງ​ການ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ແລະ ຄວາມ​ຮັກ​ທັງ​ໝົດ​ຂອງ​ເຮົາ​ມາ ຂະ​ນະ​ທີ່​ເຮົາ​ປະ​ຕິ​ສຳ​ພັນ​ກັບ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ.27 ຜູ້​ທີ່​ກຳ​ລັງ​ດີ້ນ​ລົນ “ຈຳ​ເປັນ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ສະ​ທ້ອນ​ຢູ່​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ [ຂອງ​ເຮົາ].”28 ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເຮົາ​ໃຫ້​ກຳ​ລັງ​ໃຈ​ຄົນ​ອື່ນ​ເລື້ອຍໆ ແລະ ສະ​ເໜີ​ຊ່ວຍ​ເຫລືອ. ເຖິງ​ແມ່ນ​ບາງ​ຄົນ​ບໍ່​ເປີດ​ກວ້າງ, ແຕ່​ເຮົາ​ກໍ​ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕາມ​ທີ່​ເຂົາ​ອະ​ນຸ​ຍາດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ “ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຄົນ​ນັ້ນ​ສະ​ເໝີ​ໄປ ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ.”29 ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ປິ່ນ​ປົວ. ວຽກ​ງານ​ຂອງ​ເຮົາ​ຄື​ຮັກ—ຮັກ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ລັກ​ສະ​ນະ​ທີ່​ຄົນ​ອື່ນ​ຖືກ​ດຶງ​ດູດ​ເຂົ້າ​ຫາ​ພຣະ​ເຢ​ຊູ​ຄຣິດ. ນີ້​ເປັນ​ຜົນ​ໜຶ່ງ​ຂອງ​ແບບ​ແຜນ​ທີ່​ມີ​ພະ​ລັງ ແລະ ຄຸນ​ນະ​ທຳ ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ, ເໝືອນ​ເດີມ, ແລະ ຢ່າງ​ຕັ້ງ​ໃຈ ແລະ ຊ່ວຍ​ຄົນ​ອື່ນ​ລະ​ຫວ່າງ​ທາງ​ຂອງ​ພວກ​ເຂົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ຄຳ​ສອນ​ຂອງ​ພຣະ​ຄຣິດ ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ; ເຖິງ​ແນວ​ໃດ, ມັນ​ກໍ​ເປັນ​ຄຳ​ສອນ​ຂອງ​ພຣະ​ອົງ​ຢູ່​ແລ້ວ. ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈະ​ຜັກ​ດັນ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ກະ​ຕຸ້ນ​ໃຫ້​ຄົນ​ອື່ນ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ສາ​ມາດ​ກາຍ​ເປັນ​ທາ​ຍາດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຊຶ່ງ​ເປັນ​ຈຸດ​ສູງ​ສຸດ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຢ່າງ​ຊື່​ສັດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ພຽງ​ແຕ່​ປະ​ມານ​ຫ້າ​ນິ້ວ.

  2. ພຽງ​ແຕ່​ປະ​ມານ​ແປດ​ນິ້ວ.

  3. ໃນ​ຟີ​ຊິກ, ແຮງ​ຜັກ​ດັນ = ມວນ × ອັດ​ຕາ​ຄວາມ​ໄວ. ເມື່ອ​ເຮົາ​ຢຸດ​ຢູ່, ອັດ​ຕາ​ຄວາມ​ໄວ​ແມ່ນ​ສູນ. ສະ​ນັ້ນ, ຜົນ​ຄູນ​ຂອງ​ມວນ ແລະ ອັດ​ຕາ​ຄວາມ​ໄວ​ຈຶ່ງ​ກາຍ​ເປັນ​ສູນ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ແຮງ​ຜັກ​ດັນ ຫລື ມວນ​ກ່ອນ​ໜ້າ​ນັ້ນ.

  4. ເບິ່ງ Russell M. Nelson, “The Power of Spiritual Momentum,” Liahona, May 2022, 98. ປະ​ທານ​ແນວ​ສັນ​ໄດ້​ແນະ​ນຳ​ວ່າ, “​ເຮົາ​ບໍ່​ເຄີຍ​ຕ້ອງ​ການ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ ທາງ​ບວກ ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຕ້ອງ​ການ​ໃນ​ເວ​ລາ​ນີ້.” ນັ້ນ​ຄື​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ “ກ້າວ​ໄປ​ໜ້າ​ທ່າມ​ກາງ​ຄວາມ​ຢ້ານ​ກົວ ແລະ ຄວາມ​ບໍ່​ແນ່​ນອນ.” ເບິ່ງ 2 ນີ​ໄຟ 2:6–7; 9:23–24 ນຳ​ອີກ.

  5. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 97.

  6. Russell M. Nelson, “Overcome the World,” 97.

  7. ວະ​ລີ​ທີ່​ວ່າ “ຄຳ​ສອນ​ຂອງ​ພຣະ​ຄຣິດ” ມີ​ຄວາມ​ໝາຍ​ດຽວ​ກັນ​ກັບ​ວະ​ລີ​ທີ່​ວ່າ “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.” ເບິ່ງ 2 ນີ​ໄຟ 31:2–21; 3 ນີ​ໄຟ 9:14–22; 11:7–41; 27:1–21.

  8. ການ​ປະ​ຖິ້ມ​ອົງ​ປະ​ກອບ​ໃດໆ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ຈະ​ເຮັດ​ໃຫ້​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ຂອງ​ເຮົາ​ຊ້າ​ລົງ ຫລື ຢຸດ. ເບິ່ງ 2 ນີ​ໄຟ 28:30; ແອວ​ມາ 12:10–11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:31–34; 50:24.

  9. ໃນ​ຟີ​ຊິກ, ແຮງ​ຜັກ​ດັນ = ມວນ × ອັດ​ຕາ​ຄວາມ​ໄວ. ອັດ​ຕາ​ຄວາມ​ໄວ ແມ່ນ​ຄວາມ​ໄວ​ລວມ​ກັບ​ທິດ​ທາງ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ວັດ​ຖຸ. ອັດ​ຕາ​ຄວາມ​ໄວ ແມ່ນ​ຈຳ​ນວນ​ຂະ​ໜາດ ແລະ ມີ​ທິດ​ທາງ​ໂດຍ​ທຳ​ມະ​ຊາດ.

  10. ເບິ່ງ 2 ນີ​ໄຟ 2:6–7; 9:23–24.

  11. ເບິ່ງ Russell M. Nelson, “The Power of Spiritual Momentum,” 99.

  12. ເບິ່ງ ໂກ​ໂລ​ຊາຍ 2:6–7.

  13. ເບິ່ງ Russell M. Nelson, “Overcome the World,” 97. ໂດຍ​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ໃນ​ການ​ຮັກ​ສາ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ, ຂໍ້​ຄວາມ​ຈາກ​ປະ​ທານ​ແນວ​ສັນ ເພື່ອ​ໃຫ້​ດູ​ແລ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ກໍ​ໄດ້​ຖືກ​ກ່າວ​ເຖິງ​ໂດຍ​ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ (“Follow Jesus Christ with Footsteps of Faith,” Liahona, Nov. 2022, 35) ແລະ ແອວ​ເດີ ຄວິນ​ຕິນ ແອວ ຄຸກ (ເບິ່ງ “Be True to God and His Work,” Liahona, Nov. 2022, 120).

  14. ເບິ່ງ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ,” ຫ້ອງ​ສະ​ໝຸດ​ພ​ຣະ​ກິດ​ຕິ​ຄຸນ; Russell M. Nelson, “A Plea to My Sisters,” Liahona, Nov. 2015, 97.

  15. ເບິ່ງ ໂມ​ໄຊ​ຢາ 26:30; ແອວ​ມາ 34:31; ໂມ​ໂຣ​ໄນ 6:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42.

  16. ເບິ່ງ 2 ນີ​ໄຟ 31:13.

  17. ແອວ​ເດີ ເຈມສ໌ ອີ ທາ​ເມດ ໄດ້​ຂຽນ​ວ່າ, “ໃນ​ລະ​ຫວ່າງ​ການ​ສຶກ​ສາ​ຫລັກ​ທຳ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ທີ່​ລະ​ບຸ​ໄວ້​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສີ່, ຫົວ​ຂໍ້​ສິນ​ລະ​ລຶກ​ຂອງ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຢ່າງ​ເໝາະ​ສົມ, ການ​ປະ​ຕິ​ບັດ​ຕາມ​ພິ​ທີ​ການ​ນີ້​ຈຳ​ເປັນ​ສຳ​ລັບ​ທຸກ​ຄົນ​ທີ່​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ຜ່ານ​ທາງ​ການ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ແຫ່ງ​ສັດ​ທາ, ການ​ກັບ​ໃຈ, ແລະ ການ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ນ້ຳ ແລະ ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (The Articles of Faith, 12th ed. [1924], 171).

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9.

  19. ເບິ່ງ Dallin H. Oaks, “Special Witnesses of Christ,” Ensign, Apr. 2001, 13; Liahona, Apr. 2001, 14.

  20. ໂມ​ໄຊ​ຢາ 5:2.

  21. ເບິ່ງ, ຕົວ​ຢ່າງ​ເຊັ່ນ, 2 ນີ​ໄຟ 31:2–21; 3 ນີ​ໄຟ 11:23–31; 27:13–21; ໂມ​ໂຣ​ໄນ 4:3; 5:2; 6:6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79; 59:8–9.

  22. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7; 84:33–38.

  23. ປະ​ມານ 10 ຟຸດ.

  24. ປະ​ມານ 13 ຟຸດ.

  25. ເບິ່ງ ເອ​ເຟ​ໂຊ 2:8–9.

  26. 2 ນີ​ໄຟ 10:24.

  27. ປະ​ທານ​ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ນັກ​ລອຍ​ນ້ຳ​ທີ່​ອ່ອນ​ແຮງ ແລະ ເມື່ອຍ​ລ້າ ພະ​ຍາ​ຍາມ​ກັບ​ເຂົ້າ​ຝັ່ງ​ຢ່າງ​ກ້າ​ຫານ, ຫລັງ​ຈາກ​ຕ້ອງ​ໄດ້​ສູ້​ກັບ​ລົມ​ແຮງ ແລະ ຄື້ນ​ນ້ຳ​ທີ່​ລາວ​ບໍ່​ຄວນ​ທ້າ​ທາຍ​ຕັ້ງ​ແຕ່​ຕົ້ນ, ເຮົາ​ຜູ້​ສາ​ມາດ​ຕັດ​ສິນ​ໃຈ​ທີ່​ດີ​ກວ່າ, ຫລື ບາງ​ທີ​ໂຊກ​ດີ​ກວ່າ, ກໍ​ບໍ່​ຄວນ​ພາຍ​ເຮືອ​ໄປ​ຂ້າງ​ເຂົາ, ຟາດ​ຕີ​ເຂົາ​ດ້ວຍ​ໄມ້​ພາຍ​ຂອງ​ເຮົາ, ແລະ ຊຸກ​ຫົວ​ເຂົາ​ລົງ​ໃຕ້​ນ້ຳ. ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ເຮືອ​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ໃຫ້​ໃຊ້. ແຕ່​ເຮົາ​ບາງ​ຄົນ​ກໍ​ເຮັດ​ແບບ​ນັ້ນ​ຕໍ່​ກັນ” (“A Robe, a Ring, and a Fatted Calf” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ວັນ​ທີ 31, 1984], 5, speeches.byu.edu).

  28. Russell M. Nelson, “Peacemakers Needed,” Liahona, May 2023, 100.

  29. 3 ນີ​ໄຟ 18:32.