ເອີ້ນຫາ, ເພື່ອຂໍຄວາມຊ່ວຍເຫລືອ
ຖ້າເຮົາເອີ້ນຫາພຣະເຈົ້າ, ຂ້າພະເຈົ້າເປັນພະຍານວ່າເຮົາຈະໄດ້ຮັບຄວາມຊ່ວຍເຫລືອ.
ໃນມື້ນີ້ຂ້າພະເຈົ້າຢາກຈະເລີ່ມຕົ້ນດ້ວຍການເປັນພະຍານເຖິງຄວາມແນ່ນອນທີ່ສຸດໃນໃຈຂອງຂ້າພະເຈົ້າວ່າ ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຮົາ ແລະ ຕອບຄຳອະທິຖານນັ້ນໃນແບບສ່ວນຕົວ.
ໃນໂລກທີ່ກຳລັງປະເຊີນໜ້າກັບຄວາມບໍ່ແນ່ນອນ, ຄວາມເຈັບປວດ, ຄວາມຜິດຫວັງ, ແລະ ໃຈສະຫລາຍ, ເຮົາອາດຈະຮູ້ສຶກຢາກເພິ່ງພາຄວາມສາມາດ ແລະ ຄວາມມັກສ່ວນຕົວຫລາຍກວ່າ, ເໝືອນກັນກັບຄວາມຮູ້ ແລະ ຄວາມປອດໄພທີ່ມາຈາກທາງໂລກ. ສິ່ງນີ້ອາດຈະເຮັດໃຫ້ເຮົາວາງພື້ນຖານແຫລ່ງຊ່ວຍເຫລືອ ແລະ ການຊຸກຍູ້ສົ່ງເສີມທີ່ແທ້ຈິງ ທີ່ເຮັດໃຫ້ເຮົາສາມາດຮັບມືກັບຄວາມທ້າທາຍໃນຊີວິດແຫ່ງມະຕະນີ້ໄປໄດ້.
ຂ້າພະເຈົ້າຈື່ຈຳເຫດການຄັ້ງໜຶ່ງຕອນທີ່ຂ້າພະເຈົ້າເຈັບປ່ວຍ ແລະ ກຳລັງປິ່ນປົວຢູ່ທີ່ໂຮງໝໍ, ແລະ ຂ້າພະເຈົ້ານອນບໍ່ຫລັບ. ເມື່ອຂ້າພະເຈົ້າປິດໄຟ ແລະ ຫ້ອງກໍມືດລົງ, ຂ້າພະເຈົ້າໄດ້ເຫັນປ້າຍສະທ້ອນແສງຢູ່ເທິງເພດານຕໍ່ໜ້າຂອງຂ້າພະເຈົ້າທີ່ຂຽນວ່າ, “ເອີ້ນຫາ, ເພື່ອຂໍຄວາມຊ່ວຍເຫລືອ.” ຂ້າພະເຈົ້າແປກໃຈທີ່, ໃນມື້ຕໍ່ມາຂ້າພະເຈົ້າໄດ້ສັງເກດເຫັນຂໍ້ຄວາມດັ່ງກ່າວໄດ້ຖືກຂຽນໄວ້ຊ້ຳໆກັນໃນມຸມຕ່າງໆຂອງຫ້ອງ.
ເປັນຫຍັງຂໍ້ຄວາມນີ້ຈຶ່ງສຳຄັນຫລາຍແທ້? ເມື່ອຂ້າພະເຈົ້າຖາມພະຍາບານວ່າເປັນຫຍັງ, ລາວໄດ້ບອກວ່າ, “ມັນຄືການປ້ອງກັນອຸບັດຕິເຫດ ທີ່ອາດຈະເພີ່ມຄວາມເຈັບປວດຂອງທ່ານທີ່ມີຢູ່ແລ້ວ.”
ຊີວິດນີ້, ໂດຍທຳມະຊາດຂອງມັນ, ຈະນຳປະສົບການຂອງຄວາມເຈັບປວດມາໃຫ້, ບາງຢ່າງກໍເກີດຈາກຮ່າງກາຍຂອງເຮົາເອງ, ບາງຢ່າງກໍເກີດຈາກຄວາມອ່ອນແອ ຫລື ຄວາມທຸກລຳບາກຂອງເຮົາ, ບາງຢ່າງກໍເກີດຈາກວິທີທີ່ຄົນອື່ນເລືອກທີ່ຈະໃຊ້ອຳເພີໃຈຂອງເຂົາ, ແລະ ບາງທີກໍຍ້ອນການໃຊ້ອຳເພີໃຈຂອງເຮົາເອງ.
ມີຄຳສັນຍາໃດອີກບໍທີ່ຈະມີພະລັງຫລາຍກວ່າຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດພຣະອົງເອງທີ່ໄດ້ເຮັດໄວ້ເມື່ອພຣະອົງປະກາດວ່າ, “ຈົ່ງໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ; ຈົ່ງໝັ່ນຊອກຫາ, ແລ້ວເຈົ້າຈະໄດ້ພົບ; ຈົ່ງໝັ່ນເຄາະ,” ຫລື ເອີ້ນຫາ, “ແລ້ວຈະມີຜູ້ໄຂໃຫ້ເຈົ້າ”?1
ການອະທິຖານຄືວິທີສື່ສານກັບພຣະບິດາເທິງສະຫວັນຂອງເຮົາທີ່ອະນຸຍາດໃຫ້ເຮົາ “ເອີ້ນຫາ, ເພື່ອຂໍຄວາມຊ່ວຍເຫລືອ.” ເຖິງຢ່າງໃດກໍຕາມ, ມີຫລາຍສະຖານະການທີ່ເຮັດໃຫ້ເຮົາອາດຈະຄິດວ່າການເອີ້ນຫານັ້ນບໍ່ມີໃຜໄດ້ຍິນ ເພາະເຮົາບໍ່ໄດ້ຮັບການຕອບກັບໃນທັນທີທັນໃດ ຫລື ບໍ່ເປັນໄປຕາມທີ່ເຮົາຄາດຫວັງໄວ້.
ບາງຄັ້ງສິ່ງນີ້ນຳໄປສູ່ຄວາມວິຕົກກັງວົນ, ຄວາມໂສກເສົ້າ, ຫລື ຄວາມຜິດຫວັງ. ແຕ່ຈົ່ງຈື່ໄວ້ວ່າການສະແດງສັດທາຂອງນີໄຟໃນພຣະຜູ້ເປັນເຈົ້າຕອນທີ່ເພິ່ນໄດ້ກ່າວວ່າ, “ແລ້ວເປັນຫຍັງພຣະອົງຈະແນະນຳຂ້າພະເຈົ້າໃຫ້ສ້າງເຮືອລຳໜຶ່ງບໍ່ໄດ້?”2 ບັດນີ້, ຂ້າພະເຈົ້າຂໍຖາມທ່ານວ່າ, ເປັນຫຍັງພຣະຜູ້ເປັນເຈົ້າຈະແນະນຳທ່ານບໍ່ໄດ້, ເພື່ອຂໍຄວາມຊ່ວຍເຫລືອ?
ຄວາມໝັ້ນໃຈໃນຄຳຕອບຂອງພຣະເຈົ້າໝາຍເຖິງການຍອມຮັບວ່າວິທີຂອງພຣະອົງບໍ່ແມ່ນວິທີຂອງເຮົາ3 ແລະ “ທຸກສິ່ງຕ້ອງເກີດຂຶ້ນໃນເວລາຂອງມັນ.”4
ຄວາມແນ່ໃຈຂອງການຮູ້ວ່າເຮົາເປັນລູກຂອງພຣະບິດາເທິງສະຫວັນຜູ້ຊົງເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາຄວນເປັນແຮງຈູງໃຈໃຫ້ເຮົາທີ່ຈະ “ເອີ້ນຫາ” ໂດຍການອຸທິດຕົນໃຫ້ກັບ “[ການ] ອະທິຖານສະເໝີ, ແລະ ບໍ່ຕ້ອງທໍ້ຖອຍ; … ເພື່ອການປະຕິບັດຂອງ [ເຮົາ] ຈະເປັນໄປເພື່ອຄວາມຜາສຸກຂອງຈິດວິນຍານຂອງ [ເຮົາ].”5 ລອງນຶກເຖິງພາບຄວາມຮູ້ສຶກຂອງພຣະບິດາເທິງສະຫວັນວ່າຈະເປັນແນວໃດ ເມື່ອໃນການອະທິຖານແຕ່ລະຄັ້ງເຮົາວິງວອນໃນພຣະນາມຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ອຳນາດ ແລະ ການປອບໂຍນຫຍັງແດ່, ຂ້າພະເຈົ້າເຊື່ອ, ໄດ້ເກີດຂຶ້ນເມື່ອເຮົາເຮັດແບບນັ້ນ!
ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງຂອງຜູ້ທີ່ເອີ້ນຫາພຣະເຈົ້າເພື່ອຂໍຄວາມຊ່ວຍເຫລືອ. ໃນຂະນະທີ່ກຳລັງປະເຊີນໜ້າກັບຄວາມທຸກລຳບາກ, ຮີລາມັນ ແລະ ກອງທັບຂອງເພິ່ນ, ໄດ້ເອີ້ນຫາພຣະເຈົ້າ, ໂດຍທຸ້ມເທຈິດວິນຍານຂອງພວກເພິ່ນໃນການອະທິຖານ. ພວກເພິ່ນໄດ້ຮັບຄວາມໝັ້ນໃຈ, ສັນຕິສຸກ, ສັດທາ, ແລະ ຄວາມຫວັງ, ມີຄວາມກ້າຫານ ແລະ ຄວາມມຸ່ງໝັ້ນ ຈົນພວກເພິ່ນບັນລຸເປົ້າໝາຍຂອງພວກເພິ່ນ.6
ຂໍໃຫ້ນຶກພາບວ່າໂມເຊໄດ້ເອີ້ນຫາ ແລະ ຮ້ອງຫາພຣະເຈົ້າແນວໃດເມື່ອພົບວ່າຕົນເອງຖືກຕັນທາງດ້ວຍທະເລແດງ ແລະ ທະຫານເອຢິບກຳລັງໃກ້ເຂົ້າມາໂຈມຕີ, ຫລື ອັບຣາຮາມເມື່ອເຊື່ອຟັງການມອບໝາຍໃຫ້ຖວາຍອີຊາກລູກຊາຍຂອງເພິ່ນ.
ຂ້າພະເຈົ້າໝັ້ນໃຈວ່າທ່ານແຕ່ລະຄົນເຄີຍມີ ແລະ ອາດຈະມີປະສົບການໃນການເອີ້ນຫາ ເພື່ອໃຫ້ໄດ້ຄຳຕອບຂໍຄວາມຊ່ວຍເຫລືອ.
ສາມສິບປີກ່ອນ, ຂະນະທີ່ຂ້າພະເຈົ້າ ແລະ ພັນລະຍາກຳລັງກຽມຈົດທະບຽນແຕ່ງງານຕາມກົດໝາຍ ແລະ ກຽມແຕ່ງງານໃນພຣະວິຫານຂອງພວກເຮົາ, ພວກເຮົາໄດ້ຮັບໂທລະສັບແຈ້ງມາວ່າການຈົດທະບຽນແຕ່ງງານຂອງພວກເຮົາໄດ້ຖືກຍົກເລີກເນື່ອງຈາກການຊຸມນຸມປະທ້ວງ. ພວກເຮົາໄດ້ຮັບໂທລະສັບແຈ້ງບອກສາມວັນກ່ອນມື້ພິທີທີ່ຖືກກຳນົດໄວ້ແລ້ວ. ຫລັງຈາກທີ່ໄດ້ຕິດຕໍ່ກັບສຳນັກງານອື່ນໆຫລາຍຄັ້ງ ແລະ ກໍຍັງບໍ່ສາມາດເຮັດນັດໝາຍໄດ້, ພວກເຮົາເລີ່ມຮູ້ສຶກເປັນທຸກ ແລະ ສົງໄສວ່າພວກເຮົາຈະໄດ້ແຕ່ງງານຕາມແຜນທີ່ວາງໄວ້ຫລືບໍ່.
ຂ້າພະເຈົ້າ ແລະ ຄູ່ໝັ້ນໄດ້ “ເອີ້ນຫາ,” ດ້ວຍການທຸ້ມເທຈິດວິນຍານຂອງພວກເຮົາໃຫ້ກັບພຣະເຈົ້າໃນການອະທິຖານ. ໃນທີ່ສຸດ, ມີຄົນໜຶ່ງໄດ້ບອກພວກເຮົາວ່າມີສຳນັກງານໜຶ່ງທີ່ຕັ້ງຢູ່ເມືອງນ້ອຍໆໃນເຂດຊານເມືອງ ຊຶ່ງເຂົາມີຄົນຮູ້ຈັກເປັນເຈົ້າເມືອງຢູ່ທີ່ນັ້ນ. ໂດຍບໍ່ລັງເລ, ພວກເຮົາໄດ້ໄປຫາເຈົ້າເມືອງທັນທີ ແລະ ຂໍໃຫ້ເພິ່ນຊ່ວຍແຕ່ງງານໃຫ້ພວກເຮົາ. ດ້ວຍຄວາມດີໃຈທີ່ສຸດຂອງພວກເຮົາ, ທີ່ເພິ່ນໄດ້ຕອບຕົກລົງ. ເລຂາຂອງເພິ່ນໄດ້ຍ້ຳກັບພວກເຮົາອີກວ່າພວກເຮົາຕ້ອງໄປເອົາໃບຢັ້ງຢືນຈາກເມືອງນັ້ນ ແລະ ນຳເອກະສານທັງໝົດມາ ກ່ອນຕອນທ່ຽງຂອງມື້ຕໍ່ມາ.
ໃນມື້ຕໍ່ມາ, ພວກເຮົາໄດ້ຍ້າຍໄປທີ່ເມືອງນ້ອຍແຫ່ງນັ້ນ ແລະ ໄປທີ່ສະຖານີຕຳຫລວດເພື່ອຂໍເອກະສານທີ່ຈຳເປັນ. ພວກເຮົາຕົກໃຈທີ່, ເຈົ້າໜ້າທີ່ໄດ້ເວົ້າວ່າລາວຈະບໍ່ເຮັດເອກະສານນັ້ນໃຫ້ພວກເຮົາ ເພາະວ່າມີຄູ່ຮັກໜຸ່ມສາວຫລາຍຄູ່ທີ່ໄດ້ໜີຈາກຄອບຄົວໄປແຕ່ງງານແບບລັບໆຢູ່ໃນເມືອງນັ້ນ, ຊຶ່ງແນ່ນອນບໍ່ແມ່ນຄູ່ຂອງພວກເຮົາ. ອີກຄັ້ງ, ຄວາມຢ້ານກົວ ແລະ ຄວາມໂສກເສົ້າໄດ້ມາຄອບງຳພວກເຮົາ.
ຂ້າພະເຈົ້າຈື່ຈຳໄດ້ວ່າຂ້າພະເຈົ້າເອງໄດ້ເອີ້ນຫາພຣະບິດາເທິງສະຫວັນຂອງຂ້າພະເຈົ້າໃນໃຈເພື່ອຂໍຄວາມຊ່ວຍເຫລືອ. ຂ້າພະເຈົ້າໄດ້ຮັບຄວາມຮູ້ສຶກທີ່ແຈ່ມແຈ້ງໃນໃຈ, ຊ້ຳແລ້ວຊ້ຳອີກ ກ່າວວ່າ, “ໃບຮັບຮອງເຂົ້າພຣະວິຫານ, ໃບຮັບຮອງເຂົ້າພຣະວິຫານ.” ຂ້າພະເຈົ້າໄດ້ເອົາໃບຮັບຮອງເຂົ້າພຣະວິຫານຂອງຂ້າພະເຈົ້າອອກມາ ແລະ ຍື່ນໃຫ້ກັບເຈົ້າໜ້າທີ່ຄົນນັ້ນເບິ່ງທັນທີ, ຄູ່ໝັ້ນຂອງຂ້າພະເຈົ້າກໍເຮັດໜ້າງົງໆສັບສົນ.
ພວກເຮົາຮູ້ສຶກປະຫລາດໃຈຫລາຍເມື່ອພວກເຮົາໄດ້ຍິນເຈົ້າໜ້າທີ່ຄົນນັ້ນກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ບອກຂ້ອຍແຕ່ຕົ້ນວ່າພວກເຈົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ? ຂ້ອຍຮູ້ຈັກໂບດຂອງພວກເຈົ້າດີ.” ແລ້ວລາວກໍໄດ້ເລີ່ມດຳເນີນເອກະສານໃຫ້ກັບພວກເຮົາໃນທັນທີ. ພວກເຮົາຍິ່ງຕົກໃຈຫລາຍກວ່າເກົ່າເມື່ອເຈົ້າໜ້າທີ່ຄົນນັ້ນໄດ້ອອກຈາກສະຖານີຕຳຫລວດໄປໂດຍບໍ່ໄດ້ບອກກ່າວຫຍັງເລີຍ.
ຫ້າສິບນາທີຜ່ານໄປ, ແລະ ລາວກໍຍັງບໍ່ກັບຄືນມາ. ມັນເປັນເວລາ 11:55 ຕອນເຊົ້າແລ້ວ, ແລະ ພວກເຮົາມີເວລາພຽງແຕ່ຮອດຕອນທ່ຽງເທົ່ານັ້ນທີ່ຈະສົ່ງເອກະສານຕ່າງໆ. ທັນໃດນັ້ນລາວກໍກັບມາພ້ອມກັບໝານ້ອຍໂຕໜຶ່ງ ແລະ ບອກພວກເຮົາວ່ານີ້ແມ່ນຂອງຂວັນແຕ່ງງານ ແລະ ໄດ້ນຳເອກະສານນັ້ນມາພ້ອມກັນ.
ພວກເຮົາໄດ້ຟ້າວແລ່ນໄປຫາຫ້ອງການເຈົ້າເມືອງ ພ້ອມກັບເອກະສານ ແລະ ໝານ້ອຍໂຕໃໝ່ຂອງພວກເຮົາ. ແລ້ວພວກເຮົາໄດ້ເຫັນລົດປະຈຳຫ້ອງການຄັນໜຶ່ງແລ່ນມຸ້ງໜ້າມາຫາພວກເຮົາ. ຂ້າພະເຈົ້າໄດ້ຢືນຂວາງຕໍ່ໜ້າລົດຄັນນັ້ນ. ແລ້ວລົດຄັນດັ່ງກ່າວໄດ້ຢຸດ, ແລະ ພວກເຮົາໄດ້ເຫັນເລຂາຂອງເຈົ້າເມືອງຢູ່ໃນລົດ. ເມື່ອເຫັນພວກເຮົາ, ລາວໄດ້ກ່າວຂຶ້ນວ່າ, “ເສຍໃຈນຳເດີ; ຂ້ອຍໄດ້ບອກເຈົ້າແລ້ວວ່າຢ່າກາຍຕອນທ່ຽງ. ຂ້ອຍຕ້ອງໄດ້ອອກໄປວຽກອື່ນແລ້ວ.”
ຂ້າພະເຈົ້າໄດ້ຖ່ອມຕົວຢ່າງງຽບໆ, ເອີ້ນຫາພຣະບິດາເທິງສະຫວັນຂອງຂ້າພະເຈົ້າດ້ວຍສຸດຈິດສຸດໃຈ, ເພື່ອ “ຂໍຄວາມຊ່ວຍເຫລືອ” ອີກຄັ້ງ. ທັນໃດນັ້ນ, ສິ່ງມະຫັດສະຈັນກໍໄດ້ເກີດຂຶ້ນ. ເລຂາຄົນນັ້ນໄດ້ກ່າວກັບພວກເຮົາວ່າ, “ເຈົ້າມີໝາງາມແທ້. ຂ້ອຍຈະໄປຊອກໄດ້ຢູ່ໃສຄືແນວນີ້ໃຫ້ກັບລູກຊາຍຂອງຂ້ອຍ?”
ພວກເຮົາຮີບຕອບໄປໂດຍທັນທີວ່າ, “ພວກເຮົາເອົາໃຫ້ເຈົ້າ”.
ເລຂາຄົນນັ້ນໄດ້ແນມເບິ່ງພວກເຮົາດ້ວຍຄວາມປະຫລາດໃຈ ແລະ ເວົ້າວ່າ, “ຕົກລົງ, ດັ່ງນັ້ນພວກເຮົາພາກັນເຂົ້າໄປໃນຫ້ອງການເພື່ອຈັດການເລື່ອງຕ່າງໆກັນເທາະ.”
ສອງມື້ຕໍ່ມາ, ຄາໂຣ ແລະ ຂ້າພະເຈົ້າໄດ້ແຕ່ງງານກັນຕາມກົດໝາຍ, ເປັນໄປຕາມທີ່ໄດ້ວາງແຜນໄວ້, ແລະ ແລ້ວພວກເຮົາກໍໄດ້ຜະນຶກເຂົ້າກັນໃນພຣະວິຫານລິມາ ເປຣູ.
ແນ່ນອນ, ເຮົາຕ້ອງຈື່ຈຳໄວ້ວ່າ ການເອີ້ນຫາ ເປັນເລື່ອງຂອງສັດທາ ແລະ ການກະທຳ—ສັດທາທີ່ຈະຮັບຮູ້ວ່າເຮົາມີພຣະບິດາເທິງສະຫວັນຜູ້ທີ່ຈະຕອບຄຳອະທິຖານຂອງເຮົາຕາມສະຕິປັນຍາອັນບໍ່ມີຂອບເຂດຂອງພຣະອົງ, ແລະ ຈາກນັ້ນກໍຄື ການກະທຳທີ່ສອດຄ່ອງກັບສິ່ງທີ່ເຮົາໄດ້ຂໍໄປ. ການອະທິຖານ—ການເອີ້ນຫາ—ອາດຈະເປັນສັນຍານແຫ່ງຄວາມຫວັງຂອງເຮົາ. ແຕ່ການກະທຳຫລັງຈາກການອະທິຖານຄືສັນຍານທີ່ບອກວ່າສັດທາຂອງເຮົານັ້ນເປັນຄວາມຈິງ—ສັດທາທີ່ໄດ້ຖືກທົດລອງໃນຊ່ວງເວລາແຫ່ງຄວາມເຈັບປວດ, ຄວາມຢ້ານກົວ, ຫລື ຄວາມຜິດຫວັງ.
ຂ້າພະເຈົ້າແນະນຳທ່ານໃຫ້ພິຈາລະນາສິ່ງຕໍ່ໄປນີ້:
-
ຈົ່ງຄິດສະເໝີວ່າພຣະຜູ້ເປັນເຈົ້າຄືທາງເລືອກທຳອິດເພື່ອຂໍຄວາມຊ່ວຍເຫລືອ.
-
ເອີ້ນຫາ, ເພື່ອຂໍຄວາມຊ່ວຍເຫລືອ. ຫັນໄປຫາພຣະເຈົ້າດ້ວຍການອະທິຖານຢ່າງຈິງໃຈ.
-
ຫລັງຈາກການອະທິຖານແລ້ວ, ຈົ່ງເຮັດທຸກສິ່ງທຸກຢ່າງທີ່ທ່ານສາມາດເຮັດໄດ້ເພື່ອໃຫ້ໄດ້ຮັບພອນທີ່ທ່ານອະທິຖານຂໍ.
-
ຈົ່ງຖ່ອມໃຈຂອງທ່ານທີ່ຈະຍອມຮັບຄຳຕອບຕາມເວລາ ແລະ ວິທີຂອງພຣະອົງ.
-
ຢ່າຢຸດ! ຈົ່ງກ້າວໄປຂ້າງໜ້າໃນເສັ້ນທາງແຫ່ງພັນທະສັນຍາໃນຂະນະທີ່ທ່ານກຳລັງລໍຖ້າຄຳຕອບນັ້ນຢູ່.
ບາງທີໃນຕອນນີ້ອາດຈະມີຄົນໃດຄົນໜຶ່ງ, ອີງຕາມສະຖານະການ, ທີ່ກຳລັງຮູ້ສຶກວ່າຕ້ອງການຄວາມຊ່ວຍເຫລືອ ແລະ ຕ້ອງການເອີ້ນຫາ ຄືກັນກັບໂຈເຊັບ ສະມິດ ທີ່ເພິ່ນໄດ້ຮ້ອງອອກມາວ່າ: “ໂອ້ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? … ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້?”7
ເຖິງແມ່ນວ່າຈະຕົກຢູ່ໃນສະຖານະການແບບນີ້, ຈົ່ງອະທິຖານດ້ວຍ “ແຮງຜັກດັນທາງວິນຍານ,” ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນ,8 ຍ້ອນວ່າຄຳອະທິຖານຂອງທ່ານຈະໄດ້ຍິນຢູ່ສະເໝີ!
ຈື່ຈຳເພງສວດເພງນີ້ທີ່ວ່າ:
ກ່ອນເຈົ້າຈະຈາກຫ້ອງເຊົ້າວັນນີ້,
ອະທິຖານແລ້ວບໍ?
ໃນນາມພຣະຄຣິດ, ພຣະຜູ້ຊ່ວຍເຮົາ,
ເຈົ້າຂໍພຣະປະທານຮັກເມດຕາ
ເພື່ອປົກປ້ອງຫລືບໍ່?
ອະທິຖານ, ບັນເທົາຄວາມເມື່ອຍຍາກ!
ຈະປ່ຽນລາຕີເປັນອາລຸນ.
ເມື່ອ, ຊີວິດມືດມົນ ແລະ ລຳບາກ,
ຢ່າລືມອະທິຖານ.9
ເມື່ອເຮົາອະທິຖານ ເຮົາຈະສາມາດຮູ້ສຶກໄດ້ເຖິງອ້ອມກອດຂອງພຣະບິດາເທິງສະຫວັນຂອງເຮົາ, ຜູ້ທີ່ໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງມາເພື່ອແບ່ງເບົາພາລະຂອງເຮົາ, ເພາະວ່າຖ້າເຮົາເອີ້ນຫາພຣະເຈົ້າ, ຂ້າພະເຈົ້າເປັນພະຍານວ່າເຮົາຈະໄດ້ຮັບການຊ່ວຍເຫລືອ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.