ພັນທະສັນຍາ ແລະ ໜ້າທີ່ຮັບຜິດຊອບ
ສາດສະໜາຈັກຂອງພຣະເຢຊູຄຣິດ ເປັນທີ່ຮູ້ຈັກກັນວ່າ ເປັນສາດສະໜາຈັກທີ່ເນັ້ນການເຮັດພັນທະສັນຍາກັບພຣະເຈົ້າ.
“ສາດສະໜາຈັກຂອງທ່ານແຕກຕ່າງຈາກສາດສະໜາຈັກອື່ນແນວໃດ?” ຄຳຕອບຂອງຂ້າພະເຈົ້າຕໍ່ຄຳຖາມທີ່ສຳຄັນນີ້ກໍໄດ້ປ່ຽນໄປຂະນະທີ່ຂ້າພະເຈົ້າເຖົ້າແກ່ລົງ ແລະ ຂະນະທີ່ສາດສະໜາຈັກເຕີບໂຕຂຶ້ນ. ຕອນຂ້າພະເຈົ້າເກີດໃນລັດຢູທາໃນປີ 1932, ສະມາຊິກກະພາບຂອງສາດສະໜາຈັກຂອງພວກເຮົາກໍມີພຽງແຕ່ປະມານ 700,000 ຄົນ, ຊຶ່ງສ່ວນຫລາຍໄດ້ຢາຍກັນຢູ່ເປັນກຸ່ມໃນລັດຢູທາ ແລະ ໃນລັດໃກ້ຄຽງ. ໃນເວລານັ້ນ, ພວກເຮົາໄດ້ມີພຣະວິຫານພຽງແຕ່ 7 ແຫ່ງເທົ່ານັ້ນ. ໃນເວລານີ້ ສະມາຊິກກະພາບຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ມີຫລາຍກວ່າ 17 ລ້ານຄົນ ຢູ່ໃນປະມານ 170 ປະເທດ. ເມື່ອເຖິງວັນທີ 1 ເດືອນເມສານີ້, ພວກເຮົາມີພຣະວິຫານທີ່ຖືກອຸທິດແລ້ວ 189 ແຫ່ງ ໃນຫລາຍໆປະເທດ ແລະ ອີກ 146 ແຫ່ງຕື່ມອີກ ທີ່ຢູ່ໃນຂັ້ນຕອນຂອງການວາງແຜນ ແລະ ການກໍ່ສ້າງ. ຂ້າພະເຈົ້າໄດ້ຮູ້ສຶກຈະກ່າວກ່ຽວກັບຈຸດປະສົງຂອງພຣະວິຫານເຫລົ່ານີ້ ແລະ ປະຫວັດ ແລະ ບົດບາດຂອງພັນທະສັນຍາໃນການນະມັດສະການຂອງເຮົາ. ສິ່ງນີ້ຈະເສີມຄຳສອນທີ່ດົນໃຈຂອງຜູ້ກ່າວປາໄສກ່ອນໜ້ານີ້.
I.
ພັນທະສັນຍາຄືຄຳໝັ້ນສັນຍາທີ່ຈະບັນລຸໜ້າທີ່ຮັບຜິດຊອບໃດໜຶ່ງໂດຍສະເພາະ. ຄຳໝັ້ນສັນຍາສ່ວນຕົວ ແມ່ນຈຳເປັນຕໍ່ກົດລະບຽບຂອງຊີວິດສ່ວນບຸກຄົນຂອງເຮົາ ແລະ ຕໍ່ການທຳງານຂອງສັງຄົມ. ຄວາມຄິດນີ້ກໍກຳລັງຖືກທ້າທາຍຢູ່. ມີກຸ່ມສ່ວນໜ້ອຍອອກສຽງຄັດຄ້ານສິດອຳນາດຂອງສະຖາບັນ ແລະ ຢືນຢັນວ່າ ບຸກຄົນຄວນເປັນອິດສະລະຈາກຂໍ້ຈຳກັດທີ່ຈຳກັດອິດສະລະພາບຂອງສ່ວນບຸກຄົນ. ແຕ່ເຮົາຮູ້ຈາກປະສົບການນັບພັນປີວ່າ ຜູ້ຄົນສະລະອິດສະລະພາບບາງຢ່າງຂອງສ່ວນບຸກຄົນ ເພື່ອຈະໄດ້ປຽບຂອງການດຳລົງຊີວິດຢູ່ໃນຊຸມຊົນທີ່ມີການຈັດລະບຽບ. ການເສຍສະລະອິດສະລະພາບຂອງສ່ວນບຸກຄົນດັ່ງກ່າວ ແມ່ນອີງໃສ່ຄຳໝັ້ນສັນຍາ ຫລື ພັນທະສັນຍາເປັນຫລັກ, ບໍ່ວ່າຈະກ່າວອອກມາ ຫລື ຖືກບົ່ງບອກ.
ຕໍ່ໄປນີ້ຄືບາງຕົວຢ່າງຂອງການປະຕິບັດໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາ ຢູ່ໃນສັງຄົມຂອງເຮົາ: (1) ຜູ້ພິພາກສາ, (2) ທະຫານ, (3) ພະນັກງານທາງການແພດ ແລະ (4) ຜູ້ດັບເພີງ. ທຸກຄົນທີ່ກ່ຽວຂ້ອງກັບອາຊີບທີ່ຄຸ້ນເຄີຍເຫລົ່ານີ້ເຮັດຄຳໝັ້ນສັນຍາ—ສ່ວນຫລາຍຈະຈັດໃຫ້ເປັນທາງການໂດຍການໃຫ້ຄຳສາບານ ຫລື ພັນທະສັນຍາ—ທີ່ຈະປະຕິບັດໜ້າທີ່ທີ່ຖືກມອບໝາຍຂອງຕົນ. ສິ່ງດຽວກັນນີ້ກໍເປັນຈິງສຳລັບຜູ້ສອນສາດສະໜາເຕັມເວລາຂອງເຮົາ. ເຄື່ອງນຸ່ງທີ່ໂດດເດັ່ນ ຫລື ປ້າຍຊື່ແມ່ນມີຈຸດປະສົງເພື່ອໃຫ້ສັນຍານວ່າ ຜູ້ທີ່ສວມໃສ່ນັ້ນຢູ່ພາຍໃຕ້ພັນທະສັນຍາ ແລະ ດັ່ງນັ້ນຈຶ່ງມີໜ້າທີ່ທີ່ຈະສິດສອນ ແລະ ຮັບໃຊ້ ແລະ ຄວນໄດ້ຮັບການສະໜັບສະໜູນໃນການຮັບໃຊ້ນັ້ນ. ຈຸດປະສົງທີ່ກ່ຽວພັນແມ່ນທີ່ຈະເຕືອນໃຈຜູ້ທີ່ສວມໃສ່ ເຖິງໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາຂອງເຂົາເຈົ້າ. ບໍ່ມີ ຄາຖາອາຄົມ ໃດໆຈາກເຄື່ອງນຸ່ງທີ່ໂດດເດັ່ນ ຫລື ສັນຍາລັກຂອງເຂົາເຈົ້າ, ພຽງແຕ່ເປັນສິ່ງເຕືອນໃຈທີ່ຈຳເປັນ ເຖິງໜ້າທີ່ຮັບຜິດຊອບພິເສດທີ່ຜູ້ສວມໃສ່ໄດ້ຮັບເອົາໄວ້. ສິ່ງນີ້ເປັນຄວາມຈິງເຊັ່ນກັນກັບສັນຍາລັກຂອງແຫວນໝັ້ນ ຫລື ແຫວນແຕ່ງງານ ແລະ ບົດບາດຂອງມັນໃນການແຈ້ງໃຫ້ຜູ້ສັງເກດການເຫັນ ຫລື ເຕືອນໃຈຜູ້ສວມໃສ່ ເຖິງໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາຂອງເຂົາເຈົ້າ.
II.
ສິ່ງທີ່ຂ້າພະເຈົ້າໄດ້ກ່າວກ່ຽວກັບພັນທະສັນຍາວ່າ ເປັນຮາກຖານສຳລັບກົດລະບຽບຂອງຊີວິດສ່ວນບຸກຄົນ ແລະ ກ່ຽວຂ້ອງໂດຍສະເພາະກັບພັນທະສັນຍາທາງສາດສະໜາ. ຮາກຖານ ແລະ ປະຫວັດສາດການກ່ຽວຂ້ອງ ແລະ ຂໍ້ຮຽກຮ້ອງທາງສາດສະໜາສ່ວນຫລາຍແມ່ນອີງໃສ່ພັນທະສັນຍາ. ຍົກຕົວຢ່າງ, ພັນທະສັນຍາຂອງອັບຣາຮາມເປັນພື້ນຖານຂອງປະເພນີທີ່ດີງາມດ້ານສາດສະໜາຫລາຍຢ່າງ. ມັນແນະນຳຄວາມຄິດອັນສັກສິດເຖິງຄຳສັນຍາແຫ່ງພັນທະສັນຍາຂອງພຣະເຈົ້າກັບລູກໆຂອງພຣະອົງ. ພຣະຄຳພີເດີມມັກອ້າງເຖິງພັນທະສັນຍາລະຫວ່າງພຣະເຈົ້າກັບອັບຣາຮາມ ແລະ ລູກຫລານຂອງເພິ່ນເລື້ອຍໆ.1
ສ່ວນທຳອິດຂອງພຣະຄຳພີມໍມອນ, ຊຶ່ງຖືກຂຽນລະຫວ່າງສະໄໝຂອງພຣະຄຳພີເດີມ, ສະແດງໃຫ້ເຫັນບົດບາດຂອງພັນທະສັນຍາຢ່າງແຈ່ມແຈ້ງ ຢູ່ໃນປະຫວັດສາດ ແລະ ການນະມັດສະການຂອງຊາວອິດສະຣາເອນ. ນີໄຟຖືກບອກວ່າ ການຂຽນຂອງຊາວອິດສະຣາເອນໃນສະໄໝນັ້ນເປັນ “ບັນທຶກຂອງຊາວຢິວ ຊຶ່ງປະກອບດ້ວຍພັນທະສັນຍາຂອງພຣະຜູ້ເປັນເຈົ້າ, ຊຶ່ງພຣະອົງໄດ້ເຮັດໄວ້ກັບເຊື້ອສາຍອິດສະຣາເອນ.”2 ໜັງສືນີໄຟ ຍັງອ້າງເຖິງພັນທະສັນຍາຂອງອັບຣາຮາມເລື້ອຍໆ3 ແລະ ເຊື້ອສາຍອິດສະຣາເອນນຳອີກວ່າ “ເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ.”4 ການເຮັດພັນທະສັນຍາກັບພຣະເຈົ້າ ຫລື ຜູ້ນຳທາງສາດສະໜາກໍຖືກບັນທຶກໄວ້ໃນພຣະຄຳພີມໍມອນ ຊຶ່ງຂຽນກ່ຽວກັບນີໄຟ, ໂຢເຊັບໃນເອຢິບ, ກະສັດເບັນຢາມິນ, ແອວມາ, ແລະ ແມ່ທັບໂມໂຣໄນ.5
III.
ເມື່ອເວລາມາເຖິງສຳລັບການຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ພຣະເຈົ້າໄດ້ເອີ້ນສາດສະດາຄົນໜຶ່ງ, ໂຈເຊັບ ສະມິດ. ເຮົາບໍ່ຮູ້ເນື້ອຫາທີ່ສົມບູນຄົບຖ້ວນກ່ຽວກັບຄຳແນະນຳໃນຕອນຕົ້ນຂອງທູດໂມໂຣໄນ ຕໍ່ສາດສະດາໜຸ່ມຄົນນີ້. ເຮົາຮູ້ວ່າເພິ່ນໄດ້ບອກໂຈເຊັບວ່າ “ພຣະເຈົ້າມີວຽກງານໃຫ້ [ເພິ່ນ] ເຮັດ” ແລະ ວ່າ “ຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດ” ຈະຕ້ອງຖືກນຳອອກມາ, ລວມທັງ “ຄຳສັນຍາທີ່ເຮັດໄວ້ກັບບັນພະບຸລຸດ.”6 ເຮົາກໍຮູ້ນຳອີກວ່າ ພຣະຄຳພີທີ່ຊາຍໜຸ່ມໂຈເຊັບໄດ້ອ່ານຢ່າງຕັ້ງໃຈທີ່ສຸດ—ແມ່ນແຕ່ກ່ອນເພິ່ນຖືກຊີ້ນຳໃຫ້ຈັດຕັ້ງສາດສະໜາຈັກ—ຄືຄຳສອນຫລາຍຢ່າງກ່ຽວກັບພັນທະສັນຍາທີ່ເພິ່ນກຳລັງແປຢູ່ ໃນພຣະຄຳພີມໍມອນ. ປຶ້ມນັ້ນເປັນແຫລ່ງທີ່ສຳຄັນເຖິງຄວາມສົມບູນຂອງພຣະກິດຕິຄຸນ, ລວມທັງແຜນຂອງພຣະເຈົ້າສຳລັບລູກໆຂອງພຣະອົງ, ແລະ ພຣະຄຳພີມໍມອນກໍເຕັມໄປດ້ວຍຂໍ້ອ້າງອີງເຖິງພັນທະສັນຍາ.
ໂດຍທີ່ຄຸ້ນເຄີຍກັບພຣະຄຣິສຕະທຳຄຳພີ, ໂຈເຊັບຕ້ອງໄດ້ຮູ້ເຖິງຂໍ້ອ້າງອີງຂອງພຣະທຳເຮັບເຣີ ເຖິງພຣະປະສົງຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະ “ເຮັດພັນທະສັນຍາໃໝ່ກັບ [ເຊື້ອສາຍ] ອິດສະຣາເອນ ແລະ [ເຊື້ອສາຍ] ຢູດາ.”7 ເຮັບເຣີຍັງອ້າງເຖິງພຣະເຢຊູນຳອີກວ່າ ເປັນ “ຜູ້ກາງຝ່າຍພັນທະສັນຍາໃໝ່.”8 ທີ່ສຳຄັນ, ເລື່ອງລາວໃນພຣະຄຳພີເຖິງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດໃນຊ່ວງມະຕະ ຈຶ່ງມີຊື່ວ່າ “ພຣະຄຳພີໃໝ່,” ຄຳທີ່ມີຄວາມໝາຍດຽວກັນໂດຍແທ້ສຳລັບ “ພັນທະສັນຍາໃໝ່.”
ພັນທະສັນຍາເປັນຮາກຖານໃນການຟື້ນຟູພຣະກິດຕິຄຸນ. ນີ້ກໍເຫັນໄດ້ຢ່າງຊັດເຈນໃນຂັ້ນຕອນທຳອິດ ທີ່ພຣະຜູ້ເປັນເຈົ້າໄດ້ຊີ້ນຳສາດສະດາໃຫ້ປະຕິບັດຕາມ ໃນການຈັດຕັ້ງສາດສະໜາຈັກຂອງພຣະອົງ. ທັນທີທີ່ພຣະຄຳພີມໍມອນຖືກຈັດພິມ, ພຣະຜູ້ເປັນເຈົ້າໄດ້ຊີ້ນຳການຈັດຕັ້ງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ, ຊຶ່ງບໍ່ດົນກໍຈະຖືກຕັ້ງຊື່ວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.9 ການເປີດເຜີຍທີ່ຖືກບັນທຶກໄວ້ໃນເດືອນເມສາ 1830 ຊີ້ນຳວ່າ ຫລັງຈາກບຸກຄົນ “ຈະໄດ້ຮັບເຂົ້າໃນສາດສະໜາຈັກຂອງພຣະອົງ ໂດຍຮັບການບັບຕິສະມາເປັນພະຍານ” (ຊຶ່ງໝາຍຄວາມວ່າ ເປັນພະຍານຢ່າງໜັກແໜ້ນ) “ວ່າເຂົາໄດ້ກັບໃຈຢ່າງແທ້ຈິງຈາກບາບທັງໝົດຂອງເຂົາ, ແລະ ເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດໄວ້ກັບເຂົາ, ໂດຍມີຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ.”10
ການເປີດເຜີຍອັນດຽວກັນນີ້ ຊີ້ນຳໃຫ້ສາດສະໜາຈັກ “ຊຸມນຸມກັນເລື້ອຍໆເພື່ອຮັບສ່ວນເຂົ້າຈີ່ ແລະ ເຫລົ້າອະງຸ່ນ [ນ້ຳ] ໃນການລະນຶກເຖິງອົງພຣະເຢຊູ.” ຄວາມສຳຄັນຂອງພິທີການນີ້ກໍຊັດເຈນໃນຖ້ອຍຄຳຂອງພັນທະສັນຍາທີ່ລະບຸໄວ້ສຳລັບແອວເດີ ຫລື ປະໂລຫິດຜູ້ດຳເນີນການ. ລາວອວຍພອນສັນຍາລັກຂອງເຂົ້າຈີ່ສຳລັບ “ຈິດວິນຍານຂອງເຂົາທັງຫລາຍຜູ້ທີ່ຮັບສ່ວນ … , ວ່າເຂົາ … ເປັນສັກຂີພະຍານຕໍ່ພຣະອົງ, ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າເຂົາເຕັມໃຈຮັບພຣະນາມຂອງພຣະບຸດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ.”11
ບົດບາດຫລັກຂອງພັນທະສັນຍາໃນສາດສະໜາຈັກທີ່ຖືກຟື້ນຟູໃໝ່ກໍຖືກຢືນຢັນຄືນອີກໃນຄຳນຳທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ ສຳລັບການຈັດພິມການເປີດເຜີຍຂອງພຣະອົງເປັນເທື່ອທຳອິດ. ພຣະຜູ້ເປັນເຈົ້າປະກາດວ່າ ພຣະອົງໄດ້ເອີ້ນ ໂຈເຊັບ ສະມິດ ເພາະຜູ້ອາໄສຂອງແຜ່ນດິນໂລກ “ໄດ້ໜີຈາກພິທີການຂອງເຮົາ, ແລະ ໄດ້ຝ່າຝືນພັນທະສັນຍາອັນເປັນນິດຂອງເຮົາ.”12 ການເປີດເຜີຍນີ້ອະທິບາຍເພີ່ມເຕີມວ່າ ພຣະບັນຍັດຂອງພຣະອົງກຳລັງຖືກມອບໃຫ້ “ເພື່ອພັນທະສັນຍາອັນເປັນນິດຂອງເຮົາຈະໄດ້ຖືກສະຖາປະນາຂຶ້ນ.”13
ທຸກມື້ນີ້ ເຮົາເຂົ້າໃຈບົດບາດຂອງພັນທະສັນຍາໃນສາດສະໜາຈັກທີ່ຖືກຟື້ນຟູ ແລະ ການນະມັດສະການຂອງສະມາຊິກໃນນັ້ນ. ປະທານກໍດອນ ບີ ຮິງລີ ໄດ້ສະຫລຸບຜົນກະທົບຂອງການບັບຕິສະມາຂອງເຮົາ ແລະ ການຮັບສ່ວນສິນລະລຶກທຸກອາທິດຂອງເຮົາວ່າ: “ສະມາຊິກທຸກຄົນຂອງສາດສະໜາຈັກນີ້ ຜູ້ທີ່ໄດ້ຮັບບັບຕິສະມາແລ້ວ ກໍໄດ້ກາຍເປັນພາກສ່ວນຂອງພັນທະສັນຍາສັກສິດ. ທຸກໆເທື່ອທີ່ເຮົາຮັບສ່ວນສິນລະລຶກ ເຂົ້າແລງຂອງພຣະຜູ້ເປັນເຈົ້າ, ເຮົາຕໍ່ພັນທະສັນຍານັ້ນ.”14
ຜູ້ກ່າວປາໄສຫລາຍທ່ານຢູ່ທີ່ກອງປະຊຸມໃຫຍ່ນີ້ໄດ້ເຕືອນໃຈເຮົາວ່າ, ປະທານຣະໂຊ ເອັມ ແນວສັນ ອ້າງເຖິງແຜນແຫ່ງຄວາມລອດເລື້ອຍໆວ່າເປັນ “ເສັ້ນທາງແຫ່ງພັນທະສັນຍາ” ທີ່ “ນຳເຮົາກັບໄປຫາ [ພຣະເຈົ້າ]” ແລະ “ກ່ຽວກັບຄວາມສຳພັນຂອງເຮົາກັບພຣະເຈົ້າ.”15 ເພິ່ນສິດສອນກ່ຽວກັບຄວາມສຳຄັນຂອງພັນທະສັນໃນພິທີພຣະວິຫານຂອງເຮົາ ແລະ ຊຸກຍູ້ເຮົາໃຫ້ເຫັນຈຸດສິ້ນສຸດຕັ້ງແຕ່ຈຸດເລີ່ມຕົ້ນ ແລະ ໃຫ້ “ຄິດກ່ຽວກັບຊັ້ນສູງ.”16
IV.
ບັດນີ້ຂ້າພະເຈົ້າຈະກ່າວຕື່ມອີກເຖິງພັນທະສັນຍາພຣະວິຫານ. ໃນການບັນລຸໜ້າທີ່ຮັບຜິດຊອບຂອງເພິ່ນ ທີ່ຈະຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ສາດສະດາໂຈເຊັບ ສະມິດ ໄດ້ໃຊ້ເວລາຢ່າງຫລວງຫລາຍຂອງປີສຸດທ້າຍຂອງເພິ່ນ ໃນການຊີ້ນຳການກໍ່ສ້າງພຣະວິຫານໃນເມືອງນາວູ ລັດອິລິນອຍ. ຜ່ານທາງເພິ່ນ ພຣະຜູ້ເປັນເຈົ້າໄດ້ເປີດເຜີຍການສິດສອນ, ຄຳສອນ, ແລະ ພັນທະສັນຍາສັກສິດ ສຳລັບຜູ້ສືບທອດຈາກເພິ່ນໃຫ້ປະຕິບັດໃນພຣະວິຫານ. ຢູ່ທີ່ນັ້ນ ບຸກຄົນທີ່ໄດ້ຮັບຂອງປະທານສັກສິດແລ້ວ ຈະຖືກສິດສອນເຖິງແຜນແຫ່ງຄວາມລອດຂອງພຣະເຈົ້າ ແລະ ຖືກເຊື້ອເຊີນໃຫ້ເຮັດພັນທະສັນຍາສັກສິດ. ຜູ້ຄົນທີ່ໄດ້ດຳລົງຊີວິດຢ່າງຊື່ສັດຕໍ່ພັນທະສັນຍາເຫລົ່ານັ້ນ ກໍໄດ້ຮັບສັນຍາຊີວິດນິລັນດອນ, ຊຶ່ງໃນນັ້ນ “ທຸກສິ່ງທັງປວງເປັນຂອງພວກເຂົາ” ແລະ ພວກເຂົາ “ຈະອາໄສຢູ່ໃນທີ່ປະທັບຂອງພຣະເຈົ້າ ແລະ ພຣະຄຣິດຂອງພຣະອົງຕະຫລອດການ ແລະ ຕະຫລອດໄປ.”17
ພິທີຮັບຂອງປະທານສັກສິດໃນພຣະວິຫານນາວູ ແມ່ນຖືກປະຕິບັດບໍ່ດົນກ່ອນຜູ້ບຸກເບີກລຸ້ນທຳອິດ ຖືກຂັບໄລ່ໃຫ້ເລີ່ມການເດີນທາງແຫ່ງປະຫວັດສາດຂອງເຂົາເຈົ້າ ໄປຫາພູເຂົາໃນພາກຕາເວັນຕົກ. ເຮົາມີປະຈັກພະຍານຈາກຜູ້ບຸກເບີກຢ່າງຫລວງຫລາຍວ່າ ອຳນາດທີ່ເຂົາເຈົ້າໄດ້ຮັບຈາກການຖືກຜູກມັດເຂົ້າກັບພຣະຄຣິດ ໃນພິທີຂອງປະທານສັກສິດຂອງເຂົາເຈົ້າ ໃນພຣະວິຫານນາວູ ໄດ້ໃຫ້ຄວາມເຂັ້ມແຂງແກ່ເຂົາເຈົ້າ ໃນການເດີນທາງຄັ້ງຍິ່ງໃຫຍ່ ແລະ ສະຖາປະນາຕົນເອງໃນພາກຕາເວັນຕົກ.18
ບຸກຄົນທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ ມີໜ້າທີ່ຮັບຜິດຊອບທີ່ຈະນຸ່ງເສື້ອຜ້າສັກສິດ, ເປັນເສື້ອຜ້າທີ່ເຫັນບໍ່ໄດ້ ເພາະມັນຖືກນຸ່ງຢູ່ພາຍໃຕ້ເສື້ອຜ້າຂ້າງນອກ. ມັນເຕືອນໃຈສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ ເຖິງພັນທະສັນຍາສັກສິດທີ່ເຂົາເຈົ້າໄດ້ເຮັດ ແລະ ພອນທີ່ຖືກສັນຍາໃຫ້ແກ່ເຂົາເຈົ້າໃນພຣະວິຫານສັກສິດ. ເພື່ອຈະບັນລຸຈຸດປະສົງທີ່ສັກສິດເຫລົ່ານັ້ນ, ເຮົາຖືກແນະນຳໃຫ້ນຸ່ງເສື້ອຜ້າສັກສິດຢ່າງຕໍ່ເນື່ອງ, ດ້ວຍຂໍ້ຍົກເວັ້ນພຽງແຕ່ທີ່ເຫັນວ່າຈຳເປັນແທ້ໆເທົ່ານັ້ນ. ເພາະວ່າພັນທະສັນຍາບໍ່ມີ “ວັນພັກ,” ການຖອດເສື້ອຜ້າສັກສິດຂອງຕົນສາມາດເຂົ້າໃຈໄດ້ວ່າ ເປັນການສະລະສິດຂອງໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາ ແລະ ພອນທີ່ກ່ຽວຂ້ອງກັບການນຸ່ງເສື້ອຜ້າສັກສິດນັ້ນ. ກົງກັນຂ້າມ, ບຸກຄົນທີ່ນຸ່ງເສື້ອຜ້າສັກສິດຂອງເຂົາເຈົ້າຢ່າງຊື່ສັດ ແລະ ຮັກສາພັນທະສັນຍາພຣະວິຫານຂອງເຂົາເຈົ້າຢ່າງຕໍ່ເນື່ອງ ຢືນຢັນບົດບາດຂອງເຂົາເຈົ້າໃນຖານະສານຸສິດຂອງເຂົາເຈົ້າຕໍ່ອົງພຣະເຢຊູຄຣິດເຈົ້າ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກຳລັງກໍ່ສ້າງພຣະວິຫານຢູ່ທົ່ວໂລກ. ຈຸດປະສົງຂອງພຣະວິຫານແມ່ນເພື່ອໃຫ້ພອນແກ່ລູກໆແຫ່ງພັນທະສັນຍາຂອງພຣະເຈົ້າ ດ້ວຍການນະມັດສະການໃນພຣະວິຫານ ແລະ ດ້ວຍໜ້າທີ່ຮັບຜິດຊອບ ແລະ ອຳນາດອັນສັກສິດ ແລະ ພອນພິເສດ ຂອງການຜູກມັດກັບພຣະຄຣິດ ທີ່ເຂົາເຈົ້າໄດ້ຮັບໂດຍພັນທະສັນຍາ.
ສາດສະໜາຈັກຂອງພຣະເຢຊູຄຣິດ ເປັນທີ່ຮູ້ຈັກກັນວ່າ ເປັນສາດສະໜາຈັກທີ່ເນັ້ນການເຮັດພັນທະສັນຍາກັບພຣະເຈົ້າ. ພັນທະສັນຍາມີຢູ່ໃນແຕ່ລະພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ທີ່ສາດສະໜາຈັກທີ່ຖືກຟື້ນຟູນີ້ບໍລິຫານ. ພິທີການບັບຕິສະມາ ແລະ ພັນທະສັນຍາທີ່ກ່ຽວຂ້ອງ ເປັນຂໍ້ຮຽກຮ້ອງສຳລັບການເຂົ້າໄປໃນອານາຈັກຊັ້ນສູງ. ພິທີການ ແລະ ພັນທະສັນຍາທີ່ກ່ຽວຂ້ອງກັບພຣະວິຫານເປັນຂໍ້ຮຽກຮ້ອງສຳລັບຄວາມສູງສົ່ງໃນອານາຈັກຊັ້ນສູງ, ຊຶ່ງເປັນຊີວິດນິລັນດອນ, “ເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.”19 ນັ້ນຄືຈຸດສຸມຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ຜູ້ເປັນປະມຸກຂອງສາດສະໜາຈັກນັ້ນ, ແລະ ອ້ອນວອນທູນຂໍພອນຂອງພຣະອົງໃຫ້ແກ່ທຸກຄົນຜູ້ສະແຫວງຫາ ທີ່ຈະຮັກສາພັນທະສັນຍາສັກສິດຂອງເຂົາເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.