ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ
ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາໄດ້ຍິນຄຳອ້ອນວອນດ້ວຍນ້ຳຕາຂອງທ່ານ ແລະ ຈະຕອບສະໜອງສະເໝີໃນປັນຍາທີ່ສົມບູນແບບ.
ພວກເຮົາຮັກທ່ານ, ແອວເດີ ເຄຍຣັນ. ຂ້າພະເຈົ້າຂໍຢືມສຳນຽງນັ້ນຈັກ 10 ນາທີໄດ້ບໍ?
ປາດຖະໜາການມະຫັດສະຈັນ
ໃນພຣະຄຳພີໃໝ່ເຮົາຮຽນຮູ້ກ່ຽວກັບ ບາຣະຕີມາຍ ທີ່ຕາບອດ, ຜູ້ຮ້ອງຫາພຣະເຢຊູດ້ວຍຄວາມປາດຖະໜາການມະຫັດສະຈັນ. “ພຣະເຢຊູກໍກ່າວແກ່ລາວວ່າ, ຈົ່ງໄປສາ; ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ແລະ ທັນໃດນັ້ນ ລາວກໍເຫັນຮຸ່ງໄດ້.”1
ໃນອີກໂອກາດໜຶ່ງ, ມີຊາຍຄົນໜຶ່ງໃນເມືອງເບັດສາອີດາ ໂຫຍຫາທີ່ຈະໄດ້ຮັບການປິ່ນປົວ. ກົງກັນຂ້າມ, ການມະຫັດສະຈັນນີ້ ບໍ່ໄດ້ເກີດຂຶ້ນມາໃນທັນທີ. ແຕ່, ພຣະເຢຊູໄດ້ໃຫ້ພອນລາວ ສອງຄັ້ງ ກ່ອນທີ່ລາວຈະ “ເຫັນທຸກຢ່າງໄດ້ຈະແຈ້ງດີ.”2
ໃນຕົວຢ່າງທີສາມ, ອັກຄະສາວົກ ໂປໂລ “ໄດ້ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າເຖິງສາມຄັ້ງ” ໃນຄວາມທຸກທໍລະມານຂອງເພິ່ນ,3 ແຕ່ເຖິງຢ່າງໃດກໍຕາມ, ດັ່ງທີ່ເຮົາຮູ້ກັນ, ການວິງວອນອັນຈິງໃຈຂອງເພິ່ນກໍບໍ່ໄດ້ຮັບຄຳຕອບ.
ຜູ້ຄົນສາມປະເພດ. ປະສົບການພິເສດສາມປະເພດ.
ດັ່ງນັ້ນ, ຄຳຖາມໜຶ່ງກໍຄື: ເປັນຫຍັງບາງຄົນຈຶ່ງໄດ້ຮັບຄຳຕອບຕາມຄວາມປາດຖະໜາສຳລັບການມະຫັດສະຈັນຂອງເຂົາຢ່າງໄວວາ, ໃນຂະນະທີ່ບາງຄົນພັດຍັງຕ້ອງລໍຖ້າພຣະຜູ້ເປັນເຈົ້າຕໍ່ໄປດ້ວຍຄວາມອົດທົນ?4 ເຮົາອາດຈະບໍ່ຮູ້ເຖິງຄຳວ່າ ເປັນຫຍັງ, ແຕ່ດ້ວຍຄວາມກະຕັນຍູ, ເຮົາຈະຮູ້ສະເໝີວ່າ ຜູ້ໃດ ທີ່ “ຮັກ [ເຮົາ]”5 ແລະ “[ກະທຳ] ທຸກຢ່າງເພື່ອຄວາມຜາສຸກ ແລະ ຄວາມສຸກສະບາຍ [ຂອງເຮົາ].”6
ຈຸດປະສົງອັນສັກສິດ
ພຣະເຈົ້າ, ຜູ້ຊົງເຫັນຈຸດຈົບຕັ້ງແຕ່ການເລີ່ມຕົ້ນ,7 ໄດ້ໃຫ້ຄວາມໝັ້ນໃຈວ່າ, “ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ.”8 ແລະ ຈະຖືກອຸທິດຖວາຍ “ເພື່ອຄວາມດີຂອງເຈົ້າ.”9
ເພື່ອຊ່ວຍໃຫ້ເຮົາພົບຄວາມໝາຍເພີ່ມເຕີມໃນການທົດລອງຂອງເຮົາ, ແອວເດີ ອໍສັນ ແອັຟ ວິດນີ ໄດ້ປະກາດວ່າ: “ບໍ່ມີຄວາມເຈັບປວດໃດທີ່ເຮົາທົນທຸກ, ບໍ່ມີການທົດລອງໃດທີ່ເຮົາປະສົບຈະໄຮ້ປະໂຫຍດ. ມັນເຮັດໜ້າທີ່ໃຫ້ຄວາມຮູ້ແກ່ເຮົາ. … ທຸກສິ່ງ … ທີ່ເຮົາອົດທົນ [ໄດ້ຢ່າງດົນນານ] … ເສີມສ້າງລັກສະນະຂອງເຮົາ, ຊຳລະລ້າງໃຈຂອງເຮົາ, ພັດທະນາຈິດວິນຍານຂອງເຮົາ, ແລະ ເຮັດໃຫ້ເຮົາເປັນຄົນທີ່ອ່ອນໂຍນກວ່າ ແລະ ມີໃຈເພື່ອແຜ່ຫລາຍກວ່າ. … ເປັນເພາະຜ່ານຄວາມທຸກທໍລະມານ ແລະ ຄວາມໂສກເສົ້າ, ວຽກງານໜັກ ແລະ ຄວາມລຳບາກຍາກແຄ້ນນີ້ແຫລະ ທີ່ເຮົາມາທີ່ນີ້ເພື່ອໃຫ້ມີຄວາມຮູ້ຫລາຍຂຶ້ນ ຊຶ່ງຈະເຮັດໃຫ້ເຮົາກາຍເປັນເໝືອນດັ່ງ [ພຣະບິດາ ແລະ ພຣະມານດາຂອງເຮົາໃນສະຫວັນ] ຫລາຍຂຶ້ນ.”10
ການເຂົ້າໃຈວ່າ “ອຳນາດຂອງພຣະຄຣິດ [ຈະ] ຄຸ້ມຄອງປ້ອງກັນ [ເພິ່ນ] ໄວ້” ໃນຄວາມທຸກຂອງເພິ່ນ, ອັກຄະສາວົກໂປໂລໄດ້ກ່າວດ້ວຍຄວາມຖ່ອມວ່າ, “ດ້ວຍວ່າເຮົາອ່ອນແຮງເມື່ອໃດ, ເຮົາກໍເຂັ້ມແຂງຂຶ້ນເມື່ອນັ້ນ.”11
ການທົດລອງຂອງຊີວິດພິສູດເຮົາ.12 ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດກໍຍັງ “ໄດ້ຮຽນຮູ້ທີ່ຈະ … ນອບນ້ອມເຊື່ອຟັງ” ແລະ ຖືກເຮັດ “ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ.”13
ແລະ ໃນມື້ໜຶ່ງພຣະອົງຈະກ່າວດ້ວຍຄວາມເຫັນອົກເຫັນໃຈວ່າ, “ຈົ່ງເບິ່ງ, ເຮົາໄດ້ທົດສອບ ພວກເຈົ້າ, ດ້ວຍແປວໄຟ, ເຮົາໄດ້ເລືອກ ເຈົ້າ ໃນເຕົາໄຟແຫ່ງຄວາມທຸກ.”14
ການມາໄວ້ວາງໃຈໃນຈຸດປະສົງແຫ່ງສະຫວັນຂອງພຣະເຈົ້າຄືການສູດຄວາມຫວັງເຂົ້າໄປໃນຈິດວິນຍານທີ່ອ່ອນແຮງ ແລະ ຈຸດປະກາຍຄວາມມຸ່ງໝັ້ນໃນລະດູການແຫ່ງຄວາມທຸກທໍລະມານ ແລະ ເຈັບປວດໃຈ.15
ມຸມມອງທີ່ສັກສິດ
ຫລາຍປີຜ່ານມາແລ້ວ, ປະທານຣະໂຊ ເອັມ ແນວສັນ ໄດ້ແບ່ງປັນຄວາມຮູ້ແຈ້ງອັນມີຄ່ານີ້ວ່າ: “ຂະນະທີ່ເຮົາເບິ່ງທຸກສິ່ງດ້ວຍມຸມມອງນິລັນດອນ, ມັນຈະຊ່ວຍແບ່ງເບົາພາລະຂອງເຮົາລົງຢ່າງຫລວງຫລາຍ.”16
ເມື່ອບໍ່ດົນມານີ້, ພັນລະຍາຂອງຂ້າພະເຈົ້າ, ຈຽວ ແລະ ຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຈິງນີ້ໃນຊີວິດທີ່ຊື່ສັດຂອງ ຮໍລີ ແລະ ຣິກ ພອດເຕີ, ຜູ້ທີ່ໄດ້ສູນເສຍລູກຊາຍໄວອາຍຸ 12 ປີ, ເທຣ, ຊຶ່ງເສຍຊີວິດຈາກເຫດການໄຟໄໝ້ທີ່ໜ້າເສົ້າສະຫລົດໃຈ. ດ້ວຍມື ແລະ ຕີນທີ່ຖືກໄຟໄໝ້ຢ່າງຮຸນແຮງ ຈາກເຫດການທີ່ກ້າຫານຂອງລາວ ທີ່ໄດ້ພະຍາຍາມຊ່ວຍເຫລືອຊີວິດລູກຊາຍທີ່ຮັກຂອງລາວ, ຕໍ່ມາຮໍລີໄດ້ເປັນພະຍານຢູ່ໃນກອງປະຊຸມສິນລະລຶກຫວອດ ເຖິງສັນຕິສຸກ ແລະ ຄວາມຊື່ນຊົມອັນຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າໄດ້ຖອກເທລົງມາເທິງຄອບຄົວຂອງເຂົາເຈົ້າໃນເວລາແຫ່ງຄວາມທຸກທໍລະມານໃຈ, ໂດຍໃຊ້ຖ້ອຍຄຳເຊັ່ນ ປະຕິຫານ, ເຫລືອເຊື່ອ, ແລະ ອັດສະຈັນ.
ຄວາມໂສກເສົ້າທີ່ເກືອບຈະທົນບໍ່ໄຫວຂອງແມ່ຜູ້ລ້ຳຄ່າຄົນນີ້ໄດ້ຖືກທົດແທນດ້ວຍຄວາມສະຫງົບສຸກທີ່ເໜືອກວ່າ ດ້ວຍຄວາມຄິດນີ້: “ມືຂອງຂ້າພະເຈົ້າບໍ່ແມ່ນພຣະຫັດທີ່ຊ່ວຍເຫລືອ. ພຣະຫັດເຫລົ່ານັ້ນເປັນຂອງພຣະຜູ້ຊ່ວຍໃຫ້ລອດ! ແທນທີ່ຈະແນມເບິ່ງຮອຍແປ້ວຂອງຕົວເອງເພື່ອຕອກຢ້ຳກັບສິ່ງທີ່ຂ້າພະເຈົ້າບໍ່ສາມາດເຮັດໄດ້, ຂ້າພະເຈົ້າຈື່ຈຳຮອຍແປ້ວທີ່ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າຊົງທົນຮັບໄວ້.”
ການເປັນພະຍານຂອງນາງຮໍລີໄດ້ເຮັດໃຫ້ຄຳສັນຍາຂອງສາດສະດາຂອງເຮົາເກີດເປັນຈິງ: “ເມື່ອທ່ານຄິດກ່ຽວກັບຊັ້ນສູງ, ທ່ານຈະເບິ່ງການທົດລອງ ແລະ ການຕໍ່ຕ້ານໃນມຸມມອງໃໝ່.”17
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ກ່າວວ່າ: “ຂ້າພະເຈົ້າເຊື່ອວ່າຄວາມທ້າທາຍທີ່ເຮົາຕ້ອງເອົາຊະນະ ແລະ ການເຕີບໃຫຍ່ຈາກຄວາມຍາກລຳບາກຢູ່ໃນຄວາມສົນໃຈຂອງເຮົາແລ້ວ ເມື່ອພຣະເຈົ້າໄດ້ສະເໜີແຜນແຫ່ງການໄຖ່ຂອງພຣະອົງໃນໂລກກ່ອນເກີດ. ເຮົາຄວນຕອບຮັບຄວາມທ້າທາຍດຽວນີ້ ໂດຍຮູ້ແລ້ວວ່າພຣະບິດາເທິງສະຫວັນຂອງເຮົາຈະສະໜັບສະໜູນເຮົາ. ແຕ່ເປັນເລື່ອງສຳຄັນຫລາຍທີ່ເຮົາຈະຫັນໄປເພິ່ງພາພຣະອົງ. ໂດຍປາດສະຈາກພຣະເຈົ້າ, ປະສົບການທີ່ມືດມົວຂອງການທົນທຸກ ແລະ ທໍລະມານ ຈະເປັນໜ້າທໍ້ຖອຍໃຈ, ໝົດຫວັງ, ແລະ ແມ່ນແຕ່ຂົມຂື່ນ.”18
ຫລັກທຳທີ່ສັກສິດ
ເພື່ອຫລີກລ້ຽງຈາກຄວາມມືດມົນຂອງຄວາມບໍ່ພໍໃຈ ແລະ ພົບສັນຕິສຸກ, ຄວາມຫວັງ, ແລະ ແມ່ນແຕ່ຄວາມຊື່ນຊົມ ໃນຊ່ວງທີ່ມີຄວາມທ້າທາຍອັນລຳບາກຂອງຊີວິດ, ຂ້າພະເຈົ້າຂໍແບ່ງປັນຫລັກທຳທີ່ສູງສົ່ງສາມຢ່າງເພື່ອເປັນການເຊື້ອເຊີນ.
ໜຶ່ງ—ສັດທາທີ່ເຂັ້ມແຂງມາຈາກການໃຫ້ພຣະເຢຊູຄຣິດມາກ່ອນ.19 “ຈົ່ງເບິ່ງທີ່ເຮົາໃນຄວາມນຶກຄິດທຸກຢ່າງ,” ພຣະອົງປະກາດ; “ຢ່າສົງໄສ, ຢ່າສູ່ຢ້ານ.”20 ປະທານແນວສັນໄດ້ສິດສອນວ່າ:
“ເພາະຊີວິດນິລັນດອນ [ຂອງເຮົາ] ແມ່ນຂຶ້ນຢູ່ກັບສັດທາ [ຂອງເຮົາ] ໃນ [ພຣະຄຣິດ] ແລະ ໃນການຊົດໃຊ້ຂອງພຣະອົງ.”21
“ຂະນະທີ່ຂ້າພະເຈົ້າຕໍ່ສູ້ກັບຄວາມເຈັບປວດແສນສາຫັດທີ່ເກີດຈາກອາການບາດເຈັບເມື່ອບໍ່ດົນມານີ້, ຂ້າພະເຈົ້າຮູ້ສຶກຊາບຊຶ້ງຫລາຍຂຶ້ນຕໍ່ພຣະເຢຊູຄຣິດ ແລະ ຂອງປະທານແຫ່ງການຊົດໃຊ້ຂອງພຣະອົງທີ່ບໍ່ອາດຈະເຂົ້າໃຈໄດ້. ໃຫ້ຄິດກ່ຽວກັບສິ່ງນີ້! ພຣະຜູ້ຊ່ວຍໃຫ້ລອດໄດ້ທົນກັບ ‘ຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ຖືກລໍ້ລວງໃນທຸກຮູບແບບ’ ເພື່ອວ່າພຣະອົງຈະໄດ້ປອບໂຍນເຮົາ, ປິ່ນປົວເຮົາ, [ແລະ] ຊ່ວຍກູ້ເຮົາໃນຍາມຈຳເປັນ.”22
ເພິ່ນໄດ້ກ່າວຕື່ມວ່າ: “ອາການບາດເຈັບຂອງຂ້າພະເຈົ້າ ເຮັດໃຫ້ຂ້າພະເຈົ້າໄຕ່ຕອງເຖິງ ‘ຄວາມຍິ່ງໃຫຍ່ຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ.’ ໃນລະຫວ່າງການຮັກສາຂອງຂ້າພະເຈົ້າ, ພຣະຜູ້ເປັນເຈົ້າໄດ້ສະແດງອຳນາດອັນສູງສົ່ງຂອງພຣະອົງດ້ວຍວິທີທີ່ສະຫງົບສຸກ ແລະ ບໍ່ຜິດພ້ຽນ.”23
“ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ,” ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໃຫ້ກຳລັງໃຈ; “ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”24
ສອງ—ຄວາມຫວັງທີ່ສົດໃສຫລາຍຂຶ້ນເກີດຈາກການຈິນຕະນາການເຖິງຈຸດໝາຍນິລັນດອນຂອງເຮົາ.25 ໃນການກ່າວເຖິງພະລັງທີ່ມີຢູ່ໃນການຮັກສາ “ນິມິດກ່ຽວກັບພອນທີ່ສັນຍາໄວ້ອັນໜ້າເຫລືອເຊື່ອຂອງພຣະບິດາ … ຕໍ່ໜ້າຕໍ່ຕາເຮົາທຸກຄົນ,” ຊິດສະເຕີ ລິນດາ ຣີບສ໌ ໄດ້ເປັນພະຍານວ່າ: “ຂ້າພະເຈົ້າບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງຖືກທົດລອງຫລາຍ, ແຕ່ມັນເປັນຄວາມຮູ້ສຶກສ່ວນຕົວຂອງຂ້າພະເຈົ້າວ່າ ລາງວັນນັ້ນຍິ່ງໃຫຍ່, … ເປັນໜ້າຊື່ນຊົມ ແລະ ເກີນກວ່າຄວາມເຂົ້າໃຈຂອງເຮົາແທ້ໆ ຈົນວ່າໃນມື້ທີ່ໄດ້ຮັບລາງວັນນັ້ນ, ເຮົາຈະກ່າວກັບພຣະບິດາທີ່ຊົງເມດຕາ ແລະ ຊົງຮັກຂອງເຮົາວ່າ, ‘ມີແຕ່ເທົ່ານັ້ນບໍທີ່ຖືກຮຽກຮ້ອງ?’ … ມັນຈະສຳຄັນຫຍັງ … ສິ່ງທີ່ເຮົາທົນທຸກທໍລະມານໃນເວລານີ້ ຖ້າຫາກໃນທີ່ສຸດ ການທົດລອງເຫລົ່ານັ້ນ … ເຮັດໃຫ້ເຮົາເໝາະສົມສຳລັບຊີວິດນິລັນດອນ … ໃນອານາຈັກຂອງພຣະເຈົ້າ?”26
ປະທານແນວສັນໄດ້ແບ່ງປັນຄວາມຮູ້ແຈ້ງນີ້ວ່າ: “ລອງພິຈາລະນາຄຳຕອບຂອງພຣະຜູ້ເປັນເຈົ້າຕໍ່ໂຈເຊັບ ສະມິດ ເມື່ອເພິ່ນໄດ້ທູນຂໍການບັນເທົາທຸກໃນຄຸກລີເບີຕີ. ພຣະຜູ້ເປັນເຈົ້າໄດ້ສິດສອນສາດສະດາວ່າ ການກະທຳຢ່າງໄຮ້ມະນຸດສະທຳ ຈະເຮັດໃຫ້ເພິ່ນໄດ້ຮັບປະສົບການ ແລະ ເປັນຜົນດີສຳລັບເພິ່ນ. ‘ຖ້າຫາກເຈົ້າອົດທົນມັນໄດ້ດີ,’ ພຣະຜູ້ເປັນເຈົ້າສັນຍາ, ‘ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ.’ ພຣະຜູ້ເປັນເຈົ້າໄດ້ສິດສອນໂຈເຊັບໃຫ້ຄິດກ່ຽວກັບຊັ້ນສູງ ແລະ ຈິນຕະນາການເຖິງລາງວັນນິລັນດອນ ແທນທີ່ຈະສຸມໃຈໃສ່ກັບຄວາມຍາກລຳບາກແສນສາຫັດຂອງມື້ນັ້ນ.”27
ການປ່ຽນແປງມຸມມອງຂອງໂຈເຊັບໄດ້ນຳເອົາການຊຳລະໃຫ້ບໍລິສຸດຢ່າງເລິກເຊິ່ງ, ດັ່ງທີ່ໄດ້ສະທ້ອນໃຫ້ເຫັນໃນຈົດໝາຍທີ່ຂຽນຫາໝູ່ສະບັບນີ້: “ຫລັງຈາກທີ່ຖືກກັກຂັງຢູ່ໃນກຳແພງຄຸກເປັນເວລາຫ້າເດືອນ ເບິ່ງຄືວ່າຈິດໃຈຂອງຂ້ອຍອ່ອນໂຍນຫລາຍຂຶ້ນຫລັງຈາກນີ້ຫລາຍກວ່າທີ່ເຄີຍເປັນມາກ່ອນ. … ຂ້ອຍຄິດວ່າຂ້ອຍຈະບໍ່ມີວັນຮູ້ສຶກເຖິງສິ່ງທີ່ຂ້ອຍເປັນຢູ່ໃນຕອນນີ້ ຖ້າວ່າຂ້ອຍບໍ່ຕ້ອງໄດ້ທົນຮັບຄວາມຜິດທີ່ຂ້ອຍຕ້ອງເຈັບປວດ.”28
ສາມ—ພະລັງທີ່ຍິ່ງໃຫຍ່ກວ່າເກີດຈາກການສຸມໃຈໃສ່ຄວາມຊື່ນຊົມ.29 ໃນຊ່ວງເວລານິລັນດອນທີ່ສຳຄັນ ແລະ ເຈັບປວດທີ່ສຸດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາບໍ່ໄດ້ຢຸດສະຫງັກ ແຕ່ໄດ້ຮັບເອົາຈອກອັນຂົມຂື່ນນັ້ນ.30 ພຣະອົງເຮັດແນວນັ້ນໄດ້ແນວໃດ? ເຮົາຮຽນຮູ້ວ່າ, “[ພຣະຄຣິດ] ໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ,”31 ພຣະປະສົງຂອງພຣະອົງ “ຄືພຣະອົງຈະເຮັດຕາມພຣະປະສົງຂອງພຣະບິດາສະເໝີ.”32
ຂ້າພະເຈົ້າຮູ້ສຶກຊາບຊຶ້ງກັບວະລີ ທີ່ວ່າ “ກືນເຂົ້າໄປ”. ຄວາມສົນໃຈຂອງຂ້າພະເຈົ້າກໍຍິ່ງເພີ່ມຂຶ້ນເມື່ອຂ້າພະເຈົ້າໄດ້ຮູ້ວ່າໃນພາສາສະເປນ, “ກືນເຂົ້າໄປ” ຖືກແປວ່າ “ບໍລິໂພກ”; ໃນພາສາເຢຍລະມັນ, ແປວ່າ “ກືນກິນ”; ແລະ ໃນພາສາຈີນ, ແປວ່າ “ກືນ.” ດ້ວຍເຫດນີ້, ເມື່ອຄວາມທ້າທາຍໃນຊີວິດເປັນສິ່ງທີ່ເຈັບປວດ ແລະ ກົດດັນທີ່ສຸດ, ຂ້າພະເຈົ້າຈື່ຈຳຄຳສັນຍາຂອງພຣະຜູ້ເປັນເຈົ້າ—ວ່າເຮົາ “ຈະບໍ່ຕ້ອງຮັບທຸກອັນໃດເລີຍ, ນອກຈາກ [ຈະ] ຖືກກືນ [ບໍລິໂພກ, ກືນກິນ, ແລະ ກືນ] ເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”33
ຂ້າພະເຈົ້າເຫັນຄວາມຊື່ນຊົມນີ້ໃນພວກທ່ານຫລາຍໆຄົນ, ຊຶ່ງ “[ທ້າທາຍ] … ຄວາມເຂົ້າໃຈຂອງມະນຸດ,”34 ເຖິງແມ່ນດ້ວຍຈອກອັນຂົມຂື່ນຂອງທ່ານຍັງບໍ່ຖືກເລື່ອນອອກໄປກໍຕາມ. ຂໍຂອບໃຈສຳລັບການຮັກສາພັນທະສັນຍາຂອງທ່ານ ແລະ ສຳລັບການຢືນເປັນພະຍານເຖິງພຣະເຈົ້າ.35 ຂໍຂອບໃຈທີ່ເອື້ອມອອກມາເພື່ອອວຍພອນເຮົາທຸກຄົນ, ຂະນະທີ່ “ໃນໃຈງຽບງັນ [ຂອງທ່ານ] ຊ້ອນໂສກາຊຶ່ງດວງຕາຄົ້ນຫາບໍ່ພົບ.”36 ເພາະເມື່ອທ່ານນຳເອົາການບັນເທົາທຸກຂອງພຣະຜູ້ຊ່ວຍໃຫ້ລອດມາສູ່ຄົນອື່ນ, ທ່ານຈະພົບມັນໃນຕົວຂອງທ່ານເອງ, ປະທານຄະມຽວ ຈອນສັນ ໄດ້ສິດສອນ.37
ຄຳສັນຍາອັນສັກສິດ
ບັດນີ້, ກັບຄືນໄປກັບຂ້າພະເຈົ້າທີ່ກອງປະຊຸມສິນລະລຶກກັບຄອບຄົວຂອງ ຮໍລີ ພອດເຕີ ທີ່ໄດ້ຮັບຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ.38 ໃນຂະນະທີ່ກຳລັງໄຕ່ຕອງຢູ່ທີ່ແທ່ນປາໄສວ່າຂ້າພະເຈົ້າຈະເວົ້າຫຍັງດີ ທີ່ອາດຈະຊ່ວຍປອບໃຈຄອບຄົວທີ່ໂດດເດັ່ນນີ້ ແລະ ໝູ່ເພື່ອນຂອງເຂົາເຈົ້າ, ກໍເກີດຄວາມຄິດນີ້: “ຈົ່ງໃຊ້ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ.”39 ສະນັ້ນຂ້າພະເຈົ້າຂໍກ່າວປິດໃນວັນນີ້ ໂດຍໃຊ້ຄຳເວົ້າອັນດຽວກັນກັບວັນຊະບາໂຕມື້ນັ້ນ, ດ້ວຍພຣະຄຳຂອງພຣະອົງ, “ຊຶ່ງປິ່ນປົວຈິດວິນຍານທີ່ຖືກບາດເຈັບ.”40
“ບັນດາຜູ້ທີ່ເຮັດການໜັກໜ່ວງ, ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”41
“ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າເບົາບາງລົງຈົນວ່າພວກເຈົ້າບໍ່ຮູ້ສຶກວ່າ ມີຫຍັງຢູ່ເທິງຫລັງເລີຍ, ເຖິງແມ່ນໃນຂະນະທີ່ພວກເຈົ້າເປັນທາດ; … ພວກເຈົ້າຈະຮູ້ຈັກຢ່າງແນ່ນອນວ່າ ເຮົາຄື ອົງພຣະຜູ້ເປັນເຈົ້າ, ໄດ້ມາຢ້ຽມຢາມຜູ້ຄົນຂອງເຮົາໃນຄວາມທຸກຂອງພວກເຂົາ.”42
“ເຮົາຈະບໍ່ປະຖິ້ມເຈົ້າທັງຫລາຍໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກເຈົ້າ.”43
ພະຍານຂອງຂ້າພະເຈົ້າ
ດ້ວຍຄວາມຄາລະວະຢ່າງຊື່ນຊົມຍິນດີ, ຂ້າພະເຈົ້າເປັນພະຍານວ່າພຣະຜູ້ຊ່ວຍໃຫ້ລອດຂອງເຮົາຊົງພຣະຊົນຢູ່ ແລະ “ຄຳສັນຍາຕ່າງໆຂອງພຣະອົງນັ້ນແນ່ນອນ.”44 ໂດຍສະເພາະທ່ານຜູ້ທີ່ກຳລັງທຸກໃຈ ຫລື ຜູ້ທີ່ “ເປັນທຸກອັນໃດ,”45 ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາໄດ້ຍິນຄຳອ້ອນວອນດ້ວຍນ້ຳຕາຂອງທ່ານ46 ແລະ ຈະຕອບສະໜອງສະເໝີໃນປັນຍາທີ່ສົມບູນແບບ.47 “ຂໍໃຫ້ພຣະເຈົ້າຈົ່ງປະທານພອນໃຫ້ກັບທ່ານ,” ດັ່ງທີ່ພຣະອົງໄດ້ກະທຳເພື່ອຄອບຄົວຂອງພວກເຮົາ ໃນຍາມຂັດສົນຫລາຍທີ່ສຸດ, “ເພື່ອພາລະຂອງທ່ານຈະເບົາລົງ,”48 ແມ່ນແຕ່ “ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”49 ໃນພຣະນາມອັນບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.