ພຣະເຢຊູຄຣິດເປັນຈຸດສູນກາງຂອງຊີວິດເຮົາ
ຄຳຖາມອັນເລິກເຊິ່ງຂອງຈິດວິນຍານ, ຄຳຖາມທີ່ປະກົດຂຶ້ນໃນຊົ່ວໂມງທີ່ມືດມົວ ແລະ ຍາກລຳບາກຫລາຍທີ່ສຸດຂອງເຮົາ, ຖືກຕອບສະໜອງຜ່ານທາງຄວາມຮັກທີ່ບໍ່ຫວັ່ນໄຫວຂອງພຣະເຢຊູຄຣິດ.
ຂະນະທີ່ເຮົາເດີນທາງຜ່ານຄວາມເປັນມະຕະ, ບາງເທື່ອເຮົາກໍຖືກອ້ອມລ້ອມດ້ວຍການທົດລອງ: ຄວາມເຈັບປວດທີ່ຮ້າຍແຮງຂອງການສູນເສຍຄົນທີ່ເຮົາຮັກ, ການຕໍ່ສູ້ກັບຄວາມເຈັບປ່ວຍທີ່ໜັກໜ່ວງ, ຄວາມບໍ່ຍຸດຕິທຳທີ່ເຈັບປວດ, ປະສົບການທີ່ທໍລະມານຈິດໃຈຂອງການກັ່ນແກ້ງ ແລະ ການຂົ່ມເຫັງ, ຄວາມໂສກເສົ້າຈາກການຕົກງານ, ຄວາມຍາກລຳບາກໃນຄອບຄົວ, ສຽງຮ້ອງໄຫ້ຢ່າງງຽບໆຂອງຄວາມໂດດດ່ຽວ, ຫລື ຜົນສະທ້ອນອັນໜ້າສະເທືອນໃຈເພາະສົງຄາມ.1 ໃນຊ່ວງເວລາດັ່ງກ່າວ, ຈິດວິນຍານຂອງເຮົາໂຫຍຫາທີ່ເພິ່ງອາໄສ.2 ເຮົາສະແຫວງຫາຢ່າງຈິງຈັງເພື່ອຈະໄດ້ຮູ້: ເຮົາຈະພົບເຫັນຫວ້ານຢາແຫ່ງຄວາມສະຫງົບສຸກຢູ່ບ່ອນໃດ?3 ເຮົາຈະສາມາດວາງຄວາມໄວ້ວາງໃຈຂອງເຮົາໄວ້ກັບໃຜ ເພື່ອຊ່ວຍເຮົາດ້ວຍຄວາມໝັ້ນໃຈ ແລະ ຄວາມເຂັ້ມແຂງທີ່ຢູ່ສູງກວ່າການທ້າທາຍເຫລົ່ານີ້?4 ໃຜເປັນຜູ້ທີ່ມີຄວາມອົດທົນ, ຄວາມຮັກທີ່ສົມບູນ, ແລະ ມືທີ່ປ່ຽມດ້ວຍພະລັງເພື່ອຈະຍົກເຮົາຂຶ້ນ ແລະ ສະໜັບສະໜູນເຮົາ?
ຄຳຖາມອັນເລິກເຊິ່ງຂອງຈິດວິນຍານ, ຄຳຖາມທີ່ປະກົດຂຶ້ນໃນຊົ່ວໂມງທີ່ມືດມົວ ແລະ ຍາກລຳບາກຫລາຍທີ່ສຸດຂອງເຮົາ, ຖືກຕອບສະໜອງຜ່ານທາງຄວາມຮັກທີ່ບໍ່ຫວັ່ນໄຫວຂອງພຣະເຢຊູຄຣິດ.5 ໃນພຣະອົງ, ແລະ ຜ່ານທາງພອນທີ່ສັນຍາໄວ້ຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະອົງ,6 ເຮົາພົບເຫັນຄຳຕອບທີ່ເຮົາສະແຫວງຫາ. ແມ່ນຜ່ານທາງການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ ທີ່ເຮົາໄດ້ຮັບຂອງປະທານທີ່ມີຄ່າສູງເກີນກວ່າຈະວັດແທກໄດ້—ເປັນຄວາມຫວັງ, ການປິ່ນປົວ, ແລະ ການຮັບຮອງເຖິງການສະຖິດຢູ່ຂອງພຣະອົງໃນຊີວິດຂອງເຮົາຢ່າງຄົງທີ່ຕະຫລອດເວລາ.7 ຂອງປະທານນີ້ມີໃຫ້ທຸກຄົນທີ່ເອື້ອມອອກໄປດ້ວຍສັດທາ, ເປີດໃຈຮັບເອົາຄວາມສະຫງົບສຸກ ແລະ ການໄຖ່ທີ່ພຣະອົງປະທານໃຫ້ໂດຍບໍ່ຄິດຄ່າ.
ພຣະຜູ້ເປັນເຈົ້າຍື່ນພຣະຫັດຂອງພຣະອົງມາຫາເຮົາແຕ່ລະຄົນ, ເປັນສັນຍານທີ່ເປັນແກ່ນແທ້ຂອງຄວາມຮັກ ແລະ ຄວາມເມດຕາທີ່ສູງສົ່ງຂອງພຣະອົງ. ຄຳເຊື້ອເຊີນຂອງພຣະອົງຕໍ່ເຮົາແມ່ນເໜືອກວ່າການເອີ້ນທີ່ລຽບງ່າຍ; ມັນເປັນຄຳປະຕິຍານແຫ່ງສະຫວັນ, ຖືກເສີມພະລັງໂດຍອຳນາດທີ່ທົນທານຂອງພຣະຄຸນຂອງພຣະອົງ. ໃນພຣະຄຳພີ, ພຣະອົງຮັບຮອງເຮົາດ້ວຍຄວາມຮັກວ່າ:
“ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ, ຈົ່ງມາຫາເຮົາ, ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
“ຈົ່ງເອົາແອກຂອງເຮົາແບກໄວ້, ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ມີໃຈອ່ອນສຸພາບ ແລະ ຖ່ອມລົງ: ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.”8
ຄວາມຊັດເຈນຂອງຄຳເຊື້ອເຊີນຂອງພຣະອົງທີ່ວ່າ “ຈົ່ງມາຫາເຮົາ” ແລະ “ຈົ່ງເອົາແອກຂອງເຮົາແບກໄວ້” ຢືນຢັນລັກສະນະອັນເລິກເຊິ່ງຂອງຄຳສັນຍາຂອງພຣະອົງຍາກທີ່ຈະເຂົ້າໃຈໄດ້—ຄຳສັນຍາທີ່ກວ້າງໃຫຍ່ ແລະ ສົມບູນຄົບຖ້ວນ ທີ່ມັນປະກອບດ້ວຍຄວາມຮັກຂອງພຣະອົງ, ສະເໜີມອບການຮັບຮອງດ້ວຍຄວາມຈິງຈັງໃຫ້ແກ່ເຮົາວ່າ: “ເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.”
ຂະນະທີ່ເຮົາສະແຫວງຫາການຊີ້ນຳທາງຝ່າຍວິນຍານຢ່າງພາກພຽນ,9 ເຮົາກໍກ້າວສູ່ການເດີນທາງທີ່ປ່ຽນແປງຢ່າງເລິກເຊິ່ງ ທີ່ຈະເຮັດໃຫ້ປະຈັກພະຍານຂອງເຮົາເຂັ້ມແຂງ. ເມື່ອເຮົາເຂົ້າໃຈຄວາມກວ້າງໃຫຍ່ຂອງຄວາມຮັກທີ່ສົມບູນແບບຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ,10 ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມກະຕັນຍູ, ຄວາມຖ່ອມຕົວ,11 ແລະ ຄວາມປາດຖະໜາໃໝ່ທີ່ຈະໄຕ່ຕາມເສັ້ນທາງຂອງການເປັນສານຸສິດ.12
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາສຸມໃສ່ແຜນແຫ່ງຄວາມລອດຂອງພຣະເຈົ້າ … ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ. ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ.”13
ແອວມາ, ເມື່ອກ່າວຕໍ່ລູກຊາຍຂອງເພິ່ນ ຊື່ຮີລາມັນ, ວ່າ: “ແລະ ບັດນີ້, ໂອ້ ຮີລາມັນລູກຂອງພໍ່, ຈົ່ງເບິ່ງ, ລູກຍັງໜຸ່ມແໜ້ນຢູ່, ແລະ ສະນັ້ນ, ພໍ່ຈຶ່ງວິງວອນລູກໃຫ້ຟັງຄຳເວົ້າຂອງພໍ່ ແລະ ຮຽນຮູ້ຈາກພໍ່; ເພາະພໍ່ຮູ້ວ່າຜູ້ໃດກໍຕາມທີ່ໄວ້ວາງໃຈໃນພຣະເຈົ້າ, ຜູ້ນັ້ນຈະໄດ້ຮັບການອູ້ມຊູໃນເວລາຂັດສົນຂອງພວກເຂົາ, ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ແລະ ຄວາມທຸກຂອງພວກເຂົາ, ແລະ ພວກເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ.”14
ຮີລາມັນ, ເມື່ອກ່າວຕໍ່ພວກລູກຊາຍຂອງເພິ່ນ, ໄດ້ສິດສອນກ່ຽວກັບຫລັກທຳນິລັນດອນນີ້ ເຖິງການໃຫ້ພຣະຜູ້ຊ່ວຍໃຫ້ລອດ ເປັນຈຸດສູນກາງຂອງຊີວິດເຮົາວ່າ: “ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກຂຶ້ນເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າ.”15
ໃນ ມັດທາຍ 14 ເຮົາຮຽນຮູ້ວ່າ ຫລັງຈາກໄດ້ຍິນເຖິງຄວາມຕາຍຂອງໂຢຮັນບັບຕິສະໂຕ, ພຣະເຢຊູກໍໄດ້ຊອກຫາບ່ອນທີ່ມິດງຽບ. ເຖິງຢ່າງໃດກໍຕາມ, ຝູງຊົນຢ່າງຫລວງຫລາຍກໍໄດ້ຕິດຕາມພຣະອົງ. ເມື່ອຮູ້ສຶກກະຕຸ້ນໂດຍຄວາມເມດຕາ ແລະ ຄວາມຮັກ, ແລະ ບໍ່ປ່ອຍໃຫ້ຄວາມໂສກເສົ້າຂອງພຣະອົງລົບກວນພຣະອົງຈາກພາລະກິດຂອງພຣະອົງ, ພຣະເຢຊູໄດ້ຕ້ອນຮັບພວກເຂົາ, ໄດ້ໂຜດຮັກສາຄົນທີ່ເຈັບປ່ວຍໃນບັນດາພວກເຂົາໃຫ້ຫາຍດີ. ເມື່ອຍາມແລງມາເຖິງ, ບັນດາສາວົກກໍໄດ້ປະເຊີນໜ້າກັບການທ້າທາຍທີ່ໜ້າຢ້ານກົວ: ມີຝູງຊົນຢ່າງຫລວງຫລາຍ ແຕ່ບໍ່ມີອາຫານຫລາຍພໍທີ່ຈະລ້ຽງພວກເຂົາ. ພວກສາວົກໄດ້ສະເໜີວ່າໃຫ້ພຣະເຢຊູສົ່ງຝູງຊົນອອກໄປຫາອາຫານ, ແຕ່ພຣະເຢຊູ, ດ້ວຍຄວາມຮັກທີ່ມີຫລາຍ ແລະ ຄວາມຄາດຫວັງສູງ, ໄດ້ຂໍໃຫ້ສາວົກລ້ຽງເຂົ້າພວກເຂົາແທນ.
ໃນຂະນະທີ່ພວກສາວົກໄດ້ຫຍຸ້ງຢູ່ກັບການທ້າທາຍຢູ່ຕໍ່ໜ້າ, ພຣະເຢຊູໄດ້ສະແດງຄວາມໄວ້ພຣະໄທ ແລະ ຄວາມຮັກຂອງພຣະອົງແດ່ພຣະບິດາຂອງພຣະອົງ, ພ້ອມດ້ວຍຄວາມຮັກອັນບໍ່ຫວັ່ນໄຫວທີ່ມີໃຫ້ແກ່ຜູ້ຄົນເຫລົ່ານັ້ນ. ພຣະອົງໄດ້ສັ່ງໃຫ້ຝູງຊົນນັ່ງລົງເທິງຫຍ້າ, ແລະ ໄດ້ເອົາເຂົ້າຈີ່ພຽງຫ້າກ້ອນ ແລະ ປາສອງໂຕມາ, ພຣະອົງໄດ້ເລືອກທີ່ຈະໂມທະນາຂອບພຣະຄຸນພຣະບິດາຂອງພຣະອົງ, ໃຫ້ການຮັບຮູ້ເຖິງການຈັດຫາໃຫ້ຂອງພຣະເຈົ້າທີ່ເໜືອສິດອຳນາດ ແລະ ອຳນາດຂອງພຣະອົງ.
ຫລັງຈາກພຣະອົງໄດ້ຂອບພຣະຄຸນແລ້ວ, ພຣະເຢຊູໄດ້ຫັກເຂົ້າຈີ່, ແລະ ພວກສາວົກໄດ້ຢາຍໃຫ້ຝູງຊົນກິນ. ຢ່າງໜ້າອັດສະຈັນແທ້ໆ, ອາຫານນັ້ນບໍ່ພຽງແຕ່ພຽງພໍ ແຕ່ຍັງມີຢ່າງຫລວງຫລາຍ, ດ້ວຍ 12 ກະບຸງທີ່ເຫລືອກິນ. ຈຳນວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍປະມານຫ້າພັນຄົນ, ພ້ອມທັງຜູ້ຍິງ ແລະ ເດັກນ້ອຍ.16
ສິ່ງອັດສະຈັນນີ້ສິດສອນບົດຮຽນທີ່ເລິກເຊິ່ງ: ເມື່ອປະເຊີນໜ້າກັບການທ້າທາຍ, ມັນເປັນເລື່ອງງ່າຍທີ່ຈະສຸມໃຈໃສ່ພຽງແຕ່ຄວາມຫຍຸ້ງຍາກຂອງເຮົາ. ເຖິງຢ່າງໃດກໍຕາມ, ພຣະເຢຊູຄຣິດໄດ້ສະແດງໃຫ້ເຫັນພະລັງຂອງການສຸມໃຈໃສ່ທີ່ພຣະບິດາຂອງພຣະອົງ, ສະແດງຄວາມກະຕັນຍູ, ແລະ ໃຫ້ການຮັບຮູ້ວ່າ ເຮົາບໍ່ໄດ້ເປັນແຫລ່ງຂອງຂໍ້ແກ້ໄຂຂອງການທົດລອງຂອງເຮົາສະເໝີໄປ ແຕ່ພຣະເຈົ້າເປັນແຫລ່ງນັ້ນ.17
ເມື່ອເຮົາປະສົບກັບຄວາມຫຍຸ້ງຍາກ, ຕາມທຳມະຊາດແລ້ວ ເຮົາມັກຈະເອົາໃຈໃສ່ອຸບປະສັກທີ່ເຮົາປະເຊີນຢູ່. ການທ້າທາຍຂອງເຮົາກໍມີຈິງ ແລະ ຮຽກຮ້ອງຄວາມເອົາໃຈໃສ່ຂອງເຮົາ, ແຕ່ຫລັກທຳຂອງການເອົາຊະນະມັນແມ່ນຢູ່ພາຍໃຕ້ຈຸດສຸມຂອງເຮົາ. ໂດຍການວາງພຣະຄຣິດໄວ້ທີ່ຈຸດໃຈກາງຂອງຄວາມຄິດ ແລະ ການກະທຳຂອງເຮົາ, ເຮົາຈະປັບຕົວໃຫ້ສອດຄ່ອງກັບທັດສະນະ ແລະ ພະລັງຂອງພຣະອົງ.18 ການປັບຕົວນີ້ບໍ່ໄດ້ເຮັດໃຫ້ການດີ້ນລົນຂອງເຮົາເບິ່ງຄືວ່າມີໜ້ອຍລົງ, ແຕ່ແທນນັ້ນ, ມັນຊ່ວຍໃຫ້ເຮົາຜ່ານຜ່າພວກມັນໄປ ພາຍໃຕ້ການຊີ້ນຳອັນສູງສົ່ງ.19 ຜົນຮັບກໍແມ່ນ, ເຮົາຄົ້ນພົບຂໍ້ແກ້ໄຂ ແລະ ຄວາມຊ່ວຍເຫລືອທີ່ມາຈາກແຫລ່ງປັນຍາທີ່ສູງກວ່າ. ການຮັບເອົາທັດສະນະທີ່ມີພຣະຄຣິດເປັນຈຸດໃຈກາງ ຊ່ວຍໃຫ້ເຮົາມີພະລັງດ້ວຍຄວາມແຂງແກ່ນ ແລະ ຄວາມຮູ້ແຈ້ງທີ່ຈະປ່ຽນການທົດລອງຂອງເຮົາໃຫ້ເປັນໄຊຊະນະ,20 ເຕືອນໃຈເຮົາວ່າ ກັບພຣະຜູ້ຊ່ວຍໃຫ້ລອດ, ສິ່ງທີ່ເບິ່ງຄືວ່າເປັນບັນຫາທີ່ຍາກລຳບາກກໍສາມາດກາຍເປັນເສັ້ນທາງທີ່ນຳໄປສູ່ຄວາມກ້າວໜ້າທາງວິນຍານທີ່ຍິ່ງໃຫຍ່ກວ່າ.
ເລື່ອງຂອງແອວມາຜູ້ເປັນລູກ ຢູ່ໃນພຣະຄຳພີມໍມອນ ສະແດງໃຫ້ເຫັນເລື່ອງລາວທີ່ໜ້າສົນໃຈ ເຖິງການໄຖ່ ແລະ ຜົນກະທົບທີ່ເລິກເຊິ່ງຂອງການໃຫ້ຊີວິດຂອງເຮົາຢູ່ອ້ອມຮອບພຣະຄຣິດ. ໃນຕອນຕົ້ນ, ແອວມາໄດ້ຢືນເປັນຜູ້ຕໍ່ຕ້ານສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ທີ່ນຳຫລາຍຄົນໃຫ້ອອກໄປຈາກເສັ້ນທາງທີ່ຊອບທຳ. ເຖິງຢ່າງໃດຕາມ, ການແຊກແຊງຈາກສະຫວັນ, ໂດຍການຢ້ຽມຢາມຈາກທູດສະຫວັນ, ໄດ້ເຮັດໃຫ້ເພິ່ນຕື່ນຈາກຄວາມຜິດພາດຂອງເພິ່ນ.
ໃນຊ່ວງເວລາທີ່ມືດມົນທີ່ສຸດຂອງເພິ່ນ, ຖືກທໍລະມານໂດຍຄວາມຮູ້ສຶກຜິດ ແລະ ສິ້ນຫວັງທີ່ຈະຫາທາງອອກຈາກຄວາມເຈັບປວດທາງວິນຍານຂອງເພິ່ນ, ແອວມາໄດ້ຈື່ຈຳຄຳສອນຂອງບິດາຂອງເພິ່ນກ່ຽວກັບພຣະເຢຊູຄຣິດ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ດ້ວຍຫົວໃຈທີ່ມຸ້ງຫວັງຫາການໄຖ່, ເພິ່ນໄດ້ກັບໃຈຢ່າງຈິງຈັງ ແລະ ໄດ້ອ້ອນວອນຂໍຄວາມເມດຕາຈາກພຣະຜູ້ເປັນເຈົ້າຢ່າງເຕັມທີ່. ໃນຊ່ວງເວລາສຳຄັນຂອງການຍອມຈຳນົນທັງໝົດນີ້, ໄດ້ນຳຈຸດສຸມຂອງແອວມາ ໃຫ້ມາຢູ່ທີ່ພຣະຄຣິດ ແລະ ການສະແຫວງຫາຄວາມເມດຕາຂອງພຣະອົງຢ່າງຈິງຈັງ, ກໍໄດ້ນຳມາສູ່ການປ່ຽນແປງທີ່ໜ້າອັດສະຈັນ. ໂສ້ແຫ່ງຄວາມຮູ້ສຶກຜິດ ແລະ ຄວາມສິ້ນຫວັງທີ່ໜັກໜ່ວງກໍໄດ້ສູນຫາຍໄປ ແລະ ຄວາມຊື່ນຊົມ ແລະ ຄວາມສະຫງົບສຸກທີ່ລົ້ນເຫລືອກໍໄດ້ເຂົ້າມາແທນທີ່.21
ພຣະເຢຊູຄຣິດຄືຄວາມຫວັງ ແລະ ຄຳຕອບຂອງເຮົາຕໍ່ຄວາມເຈັບປວດທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດ. ຜ່ານທາງການເສຍສະລະຂອງພຣະອົງ, ພຣະອົງໄດ້ຈ່າຍແທນບາບຂອງເຮົາ ແລະ ໄດ້ຮັບເອົາຄວາມທຸກທໍລະມານທຸກຢ່າງຂອງເຮົາໄວ້ກັບພຣະອົງ—ຄວາມເຈັບປວດ, ຄວາມບໍ່ຍຸດຕິທຳ, ຄວາມໂສກເສົ້າ, ແລະ ຄວາມຢ້ານກົວ—ແລະ ພຣະອົງໃຫ້ອະໄພ ແລະ ປິ່ນປົວເຮົາເມື່ອເຮົາໄວ້ວາງໃຈໃນພຣະອົງ ແລະ ສະແຫວງຫາທີ່ຈະປ່ຽນແປງຊີວິດຂອງເຮົາໃຫ້ດີຂຶ້ນ. ພຣະອົງເປັນພຣະຜູ້ປິ່ນປົວຂອງເຮົາ,22 ປອບໂຍນ ແລະ ສ້ອມແປງຫົວໃຈຂອງເຮົາ ຜ່ານທາງຄວາມຮັກ ແລະ ອຳນາດຂອງພຣະອົງ, ດັ່ງທີ່ພຣະອົງໄດ້ປິ່ນປົວຄົນທັງຫລາຍລະຫວ່າງເວລາຂອງພຣະອົງຢູ່ເທິງແຜ່ນດິນໂລກ.23 ພຣະອົງເປັນນ້ຳທີ່ປະກອບດ້ວຍຊີວິດ, ສະໜອງຄວາມຕ້ອງການທີ່ເລິກເຊິ່ງທີ່ສຸດຂອງຈິດວິນຍານຂອງເຮົາ ດ້ວຍຄວາມຮັກ ແລະ ຄວາມເມດຕາທີ່ຄົງທີ່ຂອງພຣະອົງ. ນີ້ກໍເໝືອນຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ກັບຍິງຊາວຊາມາເຣຍຄົນໜຶ່ງ ຢູ່ທີ່ນ້ຳສ້າງ, ສະເໜີມອບ “ນ້ຳທີ່ປະກອບດ້ວຍຊີວິດໃຫ້ແກ່ນາງ.”24
ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນວ່າ ພຣະເຢຊູຄຣິດຊົງພຣະຊົນຢູ່, ວ່າພຣະອົງຄວບຄຸມສາດສະໜາຈັກທີ່ສັກສິດນີ້ຂອງພຣະອົງ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.25 ຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ເປັນອົງສັນຕິລາດ,26 ເປັນພຣະມະຫາກະສັດເໜືອກະສັດທັງປວງ ແລະ ຊົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ,27 ເປັນພຣະຜູ້ໄຖ່ຂອງໂລກ. ຂ້າພະເຈົ້າຢືນຢັນດ້ວຍຄວາມແນ່ນອນວ່າ ເຮົາຢູ່ໃນພຣະດຳລິ ແລະ ພຣະໄທຂອງພຣະອົງສະເໝີ. ເພື່ອເປັນປະຈັກພະຍານຕໍ່ສິ່ງນີ້, ພຣະອົງໄດ້ຟື້ນຟູສາດສະໜາຈັກຂອງພຣະອົງໃນຍຸກສຸດທ້າຍນີ້ ແລະ ໄດ້ເອີ້ນປະທານຣະໂຊ ເອັມ ແນວສັນ ໃຫ້ເປັນສາດສະດາ ແລະ ປະທານຂອງສາດສະໜາຈັກຂອງພຣະອົງໃນວັນເວລານີ້.28 ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດໄດ້ສະລະພຣະຊົນຊີບຂອງພຣະອົງ ເພື່ອວ່າເຮົາຈະມີຊີວິດນິລັນດອນ.
ເມື່ອເຮົາພະຍາຍາມໃຫ້ພຣະອົງເປັນຈຸດສູນກາງຂອງຊີວິດເຮົາ, ການເປີດເຜີຍຈະຄ່ອຍໆເປີດຕໍ່ເຮົາ, ຄວາມສະຫງົບສຸກທີ່ເລິກເຊິ່ງຂອງພຣະອົງຈະອ້ອມຮອບເຮົາໄວ້, ແລະ ການຊົດໃຊ້ທີ່ບໍ່ມີຂອບເຂດຂອງພຣະອົງຈະນຳການໃຫ້ອະໄພ ແລະ ການປິ່ນປົວມາໃຫ້ເຮົາ.29 ແມ່ນໃນພຣະອົງທີ່ເຮົາຄົ້ນພົບຄວາມເຂັ້ມແຂງທີ່ຈະເອົາຊະນະ, ຄວາມກ້າຫານທີ່ຈະອົດທົນ, ແລະ ສັນຕິສຸກທີ່ເກີນຄວາມເຂົ້າໃຈທັງໝົດ. ຂໍໃຫ້ເຮົາຈົ່ງພະຍາຍາມແຕ່ລະວັນ ທີ່ຈະຫຍັບເຂົ້າໃກ້ພຣະອົງຫລາຍຂຶ້ນ, ຜູ້ເປັນແຫລ່ງຂອງທຸກສິ່ງທີ່ດີ,30 ເປັນແສງສະຫວ່າງແຫ່ງຄວາມຫວັງໃນການເດີນທາງຂອງເຮົາ ທີ່ຈະກັບຄືນໄປສູ່ທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.