ໃນການສະໜັບສະໜູນຄົນລຸ້ນໃໝ່
ມັນແມ່ນຄວາມສຳພັນໃນຊີວິດຂອງຊາວໜຸ່ມນັ້ນທີ່ຈະມີອິດທິພົນທີ່ຍິ່ງໃຫຍ່ໃນການເລືອກຂອງພວກເຂົາ.
ໃນການກະກຽມທີ່ຈະກ່າວກັບທ່່ານ, ຂ້າພະເຈົ້າຮູ້ສຶກຕິດໃຈຢ່າງແຮງກັບເລື່ອງລາວຂອງຮີລາມັນ ແລະ ພວກລູກຊາຍໜຸ່ມຂອງຜູ້ຄົນຂອງອຳໂມນ. ຂ້າພະເຈົ້າໄດ້ຮູ້ສຶກເຖິງອຳນາດຂອງສາດສະດາໃນພຣະຄຳພີມໍມອນ ສິດສອນພໍ່ແມ່, ອະທິການ, ແລະ ສະມາຊິກຫວອດ ຜ່ານທາງການສຶກສາເລື່ອງລາວນີ້.
ຮີລາມັນເປັນບຸລຸດທີ່ຊາຍໜຸ່ມຊາວອຳໂມນໄວ້ວາງໃຈໄດ້. ເພິ່ນໄດ້ຊ່ວຍພວກເຂົາພັດທະນາ ແລະ ເຕີບໂຕໃນຄວາມຊອບທຳ. ພວກເຂົາໄດ້ຮູ້ຈັກ ແລະ ຮັກເພິ່ນ ແລະ “ຢາກໃຫ້ [ເພິ່ນ] ເປັນຜູ້ນຳຂອງພວກເຂົາ.”1
ຮີລາມັນກໍຮັກພວກຊາຍໜຸ່ມເຫລົ່ານີ້ຄືກັນກັບລູກຊາຍ ແລະ ໄດ້ເຫັນສັກກະຍະພາບຂອງພວກເຂົາ.2 ແອວເດີ ແດວ ຈີ ເຣັນລັນ ໄດ້ສິດສອນວ່າ “ເພື່ອຈະຮັບໃຊ້ຄົນອື່ນຢ່າງມີປະສິດທິພາບ ເຮົາຕ້ອງເຫັນເຂົາເຈົ້າ … ຜ່ານທາງສາຍພຣະເນດຂອງພຣະບິດາເທິງສະຫວັນ. ແລ້ວເຮົາຈະເລີ່ມຕົ້ນເຂົ້າໃຈຄຸນຄ່າຂອງຈິດວິນຍານແທ້ໆ. ແລ້ວເຮົາຈະຮູ້ເຖິງຄວາມຮັກ ທີ່ພຣະບິດາເທິງສະຫວັນມີຕໍ່ລູກໆຂອງພຣະອົງທຸກຄົນ.”3 ບັນດາອະທິການໃນທຸກວັນນີ້ໄດ້ຮັບພອນດ້ວຍການຫລິງເຫັນເອກະລັກອັນສູງສົ່ງຂອງຊາວໜຸ່ມທີ່ຢູ່ໃນການດູແລຂອງພວກເພິ່ນ.
ຮີລາມັນ “ໄດ້ນັບຈຳນວນ”4 ຊາຍໜຸ່ມທີ່ຢູ່ໃນການດູແລຂອງເພິ່ນ. ເພິ່ນໄດ້ຈັດລຳດັບຄວາມສຳຄັນຂອງການສ້າງຄວາມສຳພັນທີ່ແໜ້ນແຟ້ນກັບພວກເຂົາ.
ໃນຊ່ວງເວລາວິກິດທີ່ຊີວິດຢູ່ໃນຂັ້ນອັນຕະລາຍ, ຮີລາມັນ ແລະ ນັກຮົບໜຸ່ມຂອງເພິ່ນບໍ່ຮູ້ວ່າກອງທັບທີ່ກຳລັງໄລ່ຕາມເຂົາເຈົ້າມານັ້ນ ເຖິງໃສແລ້ວ. ຮີລາມັນໄດ້ປຶກສາກັບຊາວໜຸ່ມວ່າ:
“ຈົ່ງເບິ່ງ, ພວກເຮົາບໍ່ຮູ້ວ່າເປັນຫຍັງສັດຕູຈຶ່ງຢຸດໄລ່ຕາມພວກເຮົາ ມັນອາດຈະເປັນຈຸດປະສົງຂອງພວກເຂົາທີ່ຈະໃຫ້ພວກເຮົາເຂົ້າໂຈມຕີ. …
“ສະນັ້ນ ພວກເຈົ້າຈະວ່າແນວໃດ, ລູກຂອງພໍ່ … ?”5
ພວກຊາຍໜຸ່ມທີ່ຊື່ສັດເຫລົ່ານີ້ໄດ້ຕອບວ່າ, “ພໍ່ເອີຍ, ຈົ່ງເບິ່ງ ພຣະເຈົ້າສະຖິດຢູ່ກັບພວກເຮົາ, ແລະ ພຣະອົງຈະບໍ່ຍອມໃຫ້ພວກເຮົາຖືກຂ້າດອກ; ຂໍໃຫ້ພວກເຮົາອອກໄປເທາະ.”6 ວັນນັ້ນກໍເປັນວັນໄຊຊະນະ, ຂະນະທີ່ຮີລາມັນໄດ້ສະໜັບສະໜູນຊາຍໜຸ່ມເຫລົ່ານີ້ໃນການຕັດສິນໃຈຂອງພວກເຂົາ7 ທີ່ຈະລົງມືກະທຳ.8
ຊາຍໜຸ່ມຊາວອຳໂມນໄດ້ມີອຸດົມການທີ່ຍິ່ງໃຫຍ່ ແລະ ກ້າຫານໃນການ “ໄປຊ່ວຍຜູ້ຄົນ.”9 “ກຳລັງຂອງຄົນກຸ່ມນ້ອຍໆ,” ທີ່ຮີລາມັນໄດ້ນຳພາ, ໄດ້ໃຫ້ “ຄວາມຫວັງ ແລະ ຄວາມສຸກແກ່ພວກເຂົາຫລາຍຂະໜາດ”10 ໃນຫົວໃຈຂອງກອງທັບຂອງຊາວນີໄຟທີ່ມີປະສົບການ. ອະທິການໃນທຸກວັນນີ້ສາມາດນຳພາຊາວໜຸ່ມທີ່ມີພອນສະຫວັນພິເສດຂອງພວກເພິ່ນ ໃນການເປັນພອນໃຫ້ແກ່ຫວອດ ແລະ ການເຕົ້າໂຮມອິດສະຣາເອນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ນີ້ຄືພາລະກິດ “ທີ່ [ພວກເຂົາ] ຖືກສົ່ງລົງມາເທິງແຜ່ນດິນໂລກ.”11
ເໝືອນຊາຍໜຸ່ມຊາວອຳໂມນເຫລົ່ານີ້ ຜູ້ທີ່ “ເອົາການເອົາງານຢູ່ຕະຫລອດວັນເວລາ ບໍ່ວ່າອັນໃດກໍຕາມທີ່ພວກເຂົາໄດ້ຮັບມອບໝາຍ,”12 ຮີລາມັນກໍໄດ້ຕິດຕາມຜູ້ນຳຂອງເພິ່ນຢ່າງຊື່ສັດ. ບໍ່ວ່າຈະມີການທ້າທາຍ ຫລື ອຸບປະສັກໃດໆກໍຕາມ, ຮີລາມັນກໍໄດ້ “ເຈາະຈົງຢູ່ກັບຄວາມຕັ້ງໃຈ”13 ເພື່ອຈະເຮັດໃຫ້ຈຸດປະສົງຂອງເຂົາເຈົ້າກ້າວໄປໜ້າ. ເມື່ອເພິ່ນຖືກຊີ້ນຳໃຫ້ “ເດີນທັບໄປພ້ອມດ້ວຍພວກລູກຊາຍໜຸ່ມ [ຂອງເພິ່ນ],”14 ເພິ່ນກໍໄດ້ເຊື່ອຟັງ.
ຊາວໜຸ່ມໃນທຸກວັນນີ້ໄດ້ຮັບພອນຂະນະທີ່ອະທິການເຮັດຕາມການຊີ້ນຳຂອງຜູ້ນຳຂອງເຮົາ ທີ່ຈະ “ປຶກສາກັບປະທານອົງການຍິງໜຸ່ມໃນຫວອດ.”15 ປະທານສະເຕກຮັບຮອງວ່າ ອະທິການ ແລະ ປະທານອົງການຍິງໜຸ່ມຖືກສັ່ງສອນ ໃນການບັນລຸໜ້າທີ່ຮັບຜິດຊອບຂອງພວກເພິ່ນຕໍ່ຊາວໜຸ່ມ.16
ຮີລາມັນໄດ້ໃຫ້ກຽດພັນທະສັນຍາ. ເມື່ອອຳໂມນໄດ້ສິດສອນພຣະກິດຕິຄຸນໃຫ້ແກ່ພໍ່ແມ່ຂອງພວກຊາຍໜຸ່ມ, ເຂົາເຈົ້າໄດ້ຍອມຮັບດ້ວຍໃຈທີ່ເປີດກວ້າງ. ເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາຕໍ່ຊີວິດໃໝ່ ຂອງການເປັນສານຸສິດທີ່ຊອບທຳຂອງເຂົາເຈົ້າ ຈົນເຂົາເຈົ້າໄດ້ເຮັດພັນທະສັນຍາທີ່ຈະ “ວາງອາວຸດແຫ່ງການກະບົດຂອງພວກເຂົາ.”17 ມີພຽງສິ່ງດຽວເທົ່ານັ້ນທີ່ໄດ້ເຮັດໃຫ້ເຂົາເຈົ້າພິຈາລະນາທີ່ຈະຝ່າຝືນພັນທະສັນຍານີ້, ກັບຄືນໄປສູ່ອະດີດຂອງການສູ້ຮົບຂອງເຂົາເຈົ້າ, ນັ້ນແມ່ນການເຫັນຊາວນີໄຟຕົກຢູ່ໃນອັນຕະລາຍ.
ຊາວອຳໂມນຢາກຊ່ວຍຜູ້ຄົນທີ່ໄດ້ມອບບ້ານເຮືອນທີ່ປອດໄພໃຫ້ແກ່ເຂົາເຈົ້າ. ຮີລາມັນ, ພ້ອມດ້ວຍຄົນອື່ນໆ, ໄດ້ຊັກຊວນເຂົາເຈົ້າໃຫ້ຮັກສາພັນທະສັນຍາຂອງເຂົາເຈົ້າທີ່ຈະບໍ່ສູ້ຮົບອີກ. ເພິ່ນໄດ້ໄວ້ວາງໃຈໃນພະລັງທີ່ວ່າ ພຣະເຈົ້າຈະຈັດຫາໃຫ້ ຫລາຍກວ່າພະລັງຂອງຊາວອຳໂມນເຫລົ່ານີ້ຈະສາມາດຈັດຫາໃຫ້ໄດ້ ດ້ວຍດາບ ແລະ ລູກສອນຂອງເຂົາເຈົ້າ.
ເມື່ອຮີລາມັນ ແລະ ນັກຮົບໜຸ່ມຂອງເພິ່ນໄດ້ປະເຊີນໜ້າກັບການທ້າທາຍທີ່ໜ້າຢ້ານກົວ, ຮີລາມັນກໍເດັດດ່ຽວ. “ຈົ່ງເບິ່ງ, ມັນບໍ່ສຳຄັນເລີຍ—ພວກເຮົາໄວ້ວາງໃຈວ່າ ພຣະເຈົ້າຈະປົດປ່ອຍພວກເຮົາ.”18 ໃນວາລະໜຶ່ງ, ຕອນທີ່ພວກເຂົາເກືອບຈະຕາຍຍ້ອນຄວາມອຶດຫິວ, ການຕອບຮັບຂອງພວກເຂົາແມ່ນທີ່ຈະ “ທຸ້ມເທຈິດວິນຍານ [ຂອງພວກເຂົາ] ໃນການອະທິຖານຫາພຣະເຈົ້າ, ເພື່ອວ່າພຣະອົງຈະເຮັດໃຫ້ [ພວກເຂົາ] ມີກຳລັງຂຶ້ນ ແລະ ປົດປ່ອຍ [ພວກເຂົາ]; … [ແລະ] ພຣະຜູ້ເປັນເຈົ້າ … ໄດ້ມາຢ້ຽມຢາມ [ພວກເຂົາ] ໂດຍໃຫ້ຄວາມໝັ້ນໃຈວ່າ ພຣະອົງຈະປົດປ່ອຍ [ພວກເຂົາ]”19 “ຍ້ອນວ່າ ສັດທາຂອງພວກເຂົາມີຫລາຍທີ່ສຸດ ແລະ ພວກເຂົາໄດ້ຮັບການສິດສອນໃຫ້ເຊື່ອ.”20
ເຮົາໄດ້ຮຽນຮູ້ຈາກຮີລາມັນ ວ່າຊາຍໜຸ່ມເຫລົ່ານີ້ໄດ້ຮັບການສະໜັບສະໜູນຈາກພໍ່ແມ່ຂອງພວກເຂົາ. ພໍ່ແມ່ທີ່ຊື່ສັດເຫລົ່ານີ້ໄດ້ຮູ້ວ່າ ເຂົາເຈົ້າມີໜ້າທີ່ຮັບຜິດຊອບຕົ້ນຕໍ ທີ່ຈະສິດສອນລູກໆຂອງເຂົາເຈົ້າ. ເຂົາເຈົ້າໄດ້ສິດສອນລູກໆຂອງເຂົາເຈົ້າ ໃຫ້ຮັກສາພຣະບັນຍັດ ແລະ “ເດີນໄປຢ່າງພາກພູມໃຈ”21 ຕໍ່ພຣະພັກຂອງພຣະເຈົ້າ. ແມ່ຂອງພວກເຂົາໄດ້ສິດສອນພວກເຂົາ “ວ່າຖ້າຫາກພວກເຂົາບໍ່ສົງໄສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ.”22 ພໍ່ຂອງພວກເຂົາກໍໄດ້ເປັນຕົວຢ່າງທີ່ມີພະລັງຂອງການເຮັດພັນທະສັນຍາ.23 ອະດີດນັກຮົບເຫລົ່ານີ້ໄດ້ຮູ້ຄວາມສະຫຍົດສະຫຍອງຂອງການສູ້ຮົບ. ເຂົາເຈົ້າໄດ້ຝາກຝັງລູກຊາຍທີ່ຂາດປະສົບການຂອງເຂົາເຈົ້າໃຫ້ຢູ່ໃນການດູແລຂອງຮີລາມັນ ແລະ ສະໜັບສະໜູນພວກເຂົາໂດຍການສົ່ງ “ສະບຽງອາຫານຫລາຍຢ່າງ.”24
ຮີລາມັນບໍ່ໄດ້ຢູ່ຄົນດຽວຂະນະທີ່ເພິ່ນໄດ້ຮັບໃຊ້ກອງທັບຊາຍໜຸ່ມຂອງເພິ່ນ. ເພິ່ນໄດ້ມີຜູ້ຄົນຢູ່ອ້ອມຂ້າງເພິ່ນ ຜູ້ທີ່ເພິ່ນໄດ້ຫັນໄປຫາເພື່ອການສະໜັບສະໜູນ ແລະ ການຊີ້ນຳ. ເພິ່ນໄດ້ເອື້ອມອອກໄປຫາແມ່ທັບໂມໂຣໄນ ເພື່ອຄວາມຊ່ວຍເຫລືອ, ແລະ ຄວາມຊ່ວຍເຫລືອກໍໄດ້ມີມາ.
ບໍ່ມີຜູ້ໃດທີ່ຮັບໃຊ້ຢູ່ໃນອານາຈັກຂອງພຣະຜູ້ເປັນເຈົ້າຮັບໃຊ້ຢູ່ຄົນດຽວ. ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ເຮົາດ້ວຍຫວອດ ແລະ ສະເຕກ. ຜ່ານທາງອົງການທີ່ຟື້ນຟູຂອງພຣະອົງ, ເຮົາມີແຫລ່ງຊ່ວຍເຫລືອ, ມີສະຕິປັນຍາ, ແລະ ການດົນໃຈທີ່ຈະສະໜອງການທ້າທາຍໃດໆກໍຕາມ.
ອະທິການໃຫ້ການຊີ້ນຳສຳລັບຫວອດຜ່ານທາງສະພາ.25 ເພິ່ນສົ່ງເສີມການສຳພາດການປະຕິບັດສາດສະໜາກິດຕາມໄຕມາດ ແລະ ແລ້ວຊຸກຍູ້ກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະ ໃຫ້ບັນລຸໜ້າທີ່ຮັບຜິດຊອບຂອງເຂົາເຈົ້າ ທີ່ຈະປະຕິບັດສາດສະໜາກິດຕໍ່ຄອບຄົວ. ຝ່າຍປະທານເຫລົ່ານີ້ນຳໜ້າໃນການປະເມີນຄວາມຕ້ອງການ ແລະ ຊອກຫາທາງແກ້ໄຂທີ່ຖືກດົນໃຈ. ປະທານສະເຕກສະເໜີມອບການສະໜັບສະໜູນ ໂດຍການແນະນຳຝ່າຍປະທານກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະ ໃນໜ້າທີ່ຮັບຜິດຊອບເຫລົ່ານີ້.
ການຊີ້ນຳທີ່ຕ້ອງການສຳລັບຜູ້ນຳ ແລະ ພໍ່ແມ່ແມ່ນຖືກພົບເຫັນຢູ່ໃນ ຫ້ອງສະໝຸດພຣະກິດຕິຄຸນ ແລະ ແອັບ Gospel Living. ໃນແຫລ່ງຊ່ວຍເຫລືອທີ່ດົນໃຈເຫລົ່ານີ້, ເຮົາສາມາດພົບເຫັນພຣະຄຳພີ, ຄຳສອນຂອງສາດສະດາໃນຍຸກສະໄໝໃໝ່, ແລະ ຄູ່ມືທົ່ວໄປ. ແຖບຂອງຊາວໜຸ່ມຢູ່ໃນ ຫ້ອງສະໝຸດພຣະກິດຕິຄຸນ ກໍມີແຫລ່ງຊ່ວຍເຫລືອຢ່າງຫລວງຫລາຍສຳລັບຝ່າຍປະທານກຸ່ມ ແລະ ຝ່າຍປະທານຫ້ອງ26 ແລະ ມີ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ. ຂະນະທີ່ສະມາຊິກຂອງຫວອດທຸກຄົນສຶກສາແຫລ່ງຊ່ວຍເຫລືອທີ່ດົນໃຈເຫລົ່ານີ້ ແລະ ສະແຫວງຫາການຊີ້ນຳຈາກພຣະວິນຍານ, ທຸກຄົນຈະໄດ້ຮັບການຊີ້ນຳຈາກພຣະຜູ້ເປັນເຈົ້າ ໃນການເພີ່ມຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ.
ທັງຫວອດຈະໄດ້ຮັບພອນ ແລະ ໄດ້ຮັບຄວາມເຂັ້ມແຂງ ຂະນະທີ່ສະມາຊິກສຸມໃຈໃສ່ຄົນລຸ້ນໃໝ່. ເຖິງແມ່ນວ່າເຮົາຈະມີຄວາມບໍ່ສົມບູນແບບ ແລະ ຂໍ້ບົກພ່ອງ, ພຣະບິດາເທິງສະຫວັນຍັງເຊື້ອເຊີນເຮົາແຕ່ລະຄົນ, ຜ່ານທາງການເປັນເພື່ອນຂອງພຣະວິນຍານຂອງພຣະອົງ, ໃຫ້ເອື້ອມອອກໄປຫາຄົນອື່ນ. ພຣະອົງຮູ້ວ່າເຮົາເຕີບໂຕ ແລະ ຖືກຊຳລະໃຫ້ສະອາດຂະນະທີ່ເຮົາເຮັດຕາມການກະຕຸ້ນຂອງພຣະວິນຍານບໍລິສຸດ.27 ມັນບໍ່ສຳຄັນທີ່ຄວາມພະຍາຍາມຂອງເຮົານັ້ນບໍ່ສົມບູນແບບ. ເມື່ອເຮົາເປັນຫຸ້ນສ່ວນກັບພຣະຜູ້ເປັນເຈົ້າ, ເຮົາສາມາດໄວ້ວາງໃຈໄດ້ວ່າ ຄວາມພະຍາຍາມຂອງເຮົາຈະສອດຄ່ອງກັບສິ່ງທີ່ພຣະອົງຈະກະທຳເພື່ອຊາວໜຸ່ມ.
ໂດຍການເຮັດຕາມການຊີ້ນຳຂອງພຣະວິນຍານບໍລິສຸດ ໃນການເອື້ອມອອກໄປຫາຊາວໜຸ່ມ, ເຮົາກາຍເປັນພະຍານເຖິງຄວາມຮັກຂອງພຣະບິດາເທິງສະຫວັນໃນຊີວິດຂອງພວກເຂົາ. ການກະທຳຕາມການກະຕຸ້ນຈາກພຣະຜູ້ເປັນເຈົ້າຈະສ້າງຄວາມສຳພັນແຫ່ງຄວາມຮັກ ແລະ ຄວາມໄວ້ວາງໃຈ. ມັນແມ່ນຄວາມສຳພັນໃນຊີວິດຂອງຊາວໜຸ່ມນັ້ນທີ່ຈະມີອິດທິພົນທີ່ຍິ່ງໃຫຍ່ໃນການເລືອກຂອງພວກເຂົາ.
ຊາວໜຸ່ມຈະຮຽນຮູ້ແບບແຜນຂອງການເປີດເຜີຍ ຂະນະທີ່ພວກເຂົາມີສ່ວນຮ່ວມກັບພວກເຮົາ ໃນຂັ້ນຕອນຂອງການສະແຫວງຫາ ແລະ ການກະທຳຕາມການກະຕຸ້ນ ທີ່ຈະຮັບໃຊ້ຄົນອື່ນ. ຂະນະທີ່ຊາວໜຸ່ມຫັນໄປຫາພຣະຜູ້ເປັນເຈົ້າເພື່ອການຊີ້ນຳທີ່ດົນໃຈນີ້, ຄວາມສຳພັນຂອງພວກເຂົາກັບພຣະອົງ ແລະ ຄວາມໄວ້ວາງໃຈຂອງພວກເຂົາໃນພຣະອົງຈະເລິກເຊິ່ງຂຶ້ນ.
ເຮົາສະແດງຄວາມໝັ້ນໃຈຂອງເຮົາໃນຊາວໜຸ່ມ ໂດຍການສະເໜີມອບການສະໜັບສະໜູນ ແລະ ການຊີ້ນຳ ໂດຍບໍ່ບັງຄັບພວກເຂົາ.28 ຂະນະທີ່ເຮົາປ່ອຍວາງ ແລະ ປ່ອຍໃຫ້ຊາວໜຸ່ມຮຽນຮູ້ຜ່ານທາງການປຶກສາຫາລືນຳກັນ, ເລືອກເສັ້ນທາງທີ່ດົນໃຈ, ແລະ ລົງມືກະທຳຕາມແຜນຂອງພວກເຂົາ, ພວກເຂົາຈະປະສົບຄວາມຊື່ນຊົມ ແລະ ການເຕີບໂຕທີ່ແທ້ຈິງ.
ປະທານເຮັນຣີ ບີ ໄອຣິງ ໄດ້ສິດສອນວ່າ: “ສິ່ງທີ່ສຳຄັນທີ່ສຸດທີ່ເຂົາເຈົ້າຮຽນຮູ້ຈາກ [ທ່ານ] ແມ່ນກ່ຽວກັບວ່າ ເຂົາເຈົ້າເປັນໃຜແທ້ໆ ແລະ ສິ່ງທີ່ເຂົາເຈົ້າສາມາດກາຍເປັນແທ້ໆ. ຂ້າພະເຈົ້າເດົາວ່າ ເຂົາເຈົ້າຈະບໍ່ຮຽນຮູ້ເລື່ອງນີ້ຫລາຍຈາກຄຳບັນຍາຍ. ເຂົາເຈົ້າຈະເຂົ້າໃຈຈາກຄວາມຮູ້ສຶກ ວ່າທ່ານເປັນໃຜ, ວ່າທ່ານຄິດວ່າເຂົາເຈົ້າເປັນໃຜ, ແລະ ວ່າທ່ານຄິດແນວໃດເລື່ອງທີ່ເຂົາເຈົ້າອາດກາຍເປັນ.”29
ຊາວໜຸ່ມຂອງເຮົາເຮັດໃຫ້ເຮົາປະຫລາດໃຈ ດ້ວຍຄວາມກ້າຫານຂອງພວກເຂົາ, ສັດທາຂອງພວກເຂົາ, ແລະ ຄວາມສາມາດຂອງພວກເຂົາ. ຂະນະທີ່ພວກເຂົາເລືອກທີ່ຈະເປັນສານຸສິດຂອງພຣະເຢຊູຄຣິດ ທີ່ມີພາກສ່ວນຢ່າງເຕັມທີ່, ພຣະກິດຕິຄຸນຂອງພຣະອົງຈະຖືກປະທັບໄວ້ຢູ່ໃນຈິດໃຈຂອງພວກເຂົາ. ການຕິດຕາມພຣະອົງຈະກາຍເປັນພາກສ່ວນຂອງຜູ້ຄົນທີ່ພວກເຂົາເປັນ, ບໍ່ພຽງແຕ່ເປັນສິ່ງທີ່ພວກເຂົາເຮັດເທົ່ານັ້ນ.
ຮີລາມັນໄດ້ຊ່ວຍຊາຍໜຸ່ມຊາວອຳໂມນໃຫ້ເຫັນວ່າ ສານຸສິດຜູ້ກ້າຫານຂອງພຣະເຢຊູຄຣິດດຳລົງຊີວິດແນວໃດ. ເຮົາສາມາດເປັນຕົວຢ່າງທີ່ມີພະລັງຕໍ່ຊາວໜຸ່ມ ວ່າສານຸສິດຂອງພຣະຄຣິດດຳລົງຊີວິດແນວໃດໃນທຸກວັນນີ້. ພໍ່ແມ່ຜູ້ຊື່ສັດອະທິຖານສຳລັບຕົວຢ່າງເຫລົ່ານີ້ໃນຊີວິດຂອງລູກໆຂອງເຂົາເຈົ້າ. ບໍ່ມີໂຄງການໃດສາມາດເຂົ້າມາແທນອິດທິພົນຂອງຜູ້ໃຫຍ່ທີ່ຮັກ ແລະ ຮັກສາພັນທະສັນຍາໄດ້.
ໃນຖານະປະທານຂອງກຸ່ມປະໂລຫິດ, ອະທິການສາມາດເປັນຕົວຢ່າງສຳລັບຊາວໜຸ່ມ ເຖິງວິທີທີ່ຈະເປັນສາມີຜູ້ຈົງຮັກພັກດີ ແລະ ພໍ່ທີ່ຮັກຫອມ30 ຜ່ານທາງການປົກປ້ອງ, ການຈັດຫາໃຫ້, ແລະ ການນຳພາ31 ໃນວິທີທາງທີ່ຊອບທຳ. ອະທິການ, ດ້ວຍ “ການເອົາໃຈໃສ່ຢ່າງໃກ້ຊິດຕໍ່ຊາວໜຸ່ມ,”32 ຈະມີອິດທິພົນຕໍ່ຫລາຍໆລຸ້ນຄົນ.
ຊາວໜຸ່ມໃນທຸກວັນນີ້ ເປັນໜຶ່ງຂອງດວງວິນຍານທີ່ດີເລີດຂອງພຣະບິດາເທິງສະຫວັນ.33 ພວກເຂົາເປັນພາກສ່ວນຂອງຜູ້ປົກປ້ອງຄວາມຈິງ ແລະ ອຳເພີໃຈທີ່ເຂັ້ມແຂງໃນໂລກກ່ອນເກີດ.34 ພວກເຂົາໄດ້ເກີດມາໃນວັນເວລາເຫລົ່ານີ້ ເພື່ອຈະເຕົ້າໂຮມອິດສະຣາເອນ ຜ່ານທາງການເປັນພະຍານອັນມີພະລັງຂອງພວກເຂົາ ເຖິງອົງພຣະເຢຊູຄຣິດເຈົ້າ. ພຣະອົງຮູ້ຈັກພວກເຂົາແຕ່ລະຄົນ ແລະ ຮູ້ສັກກະຍະພາບທີ່ຍິ່ງໃຫຍ່ຂອງພວກເຂົາ. ພຣະອົງອົດທົນຂະນະທີ່ພວກເຂົາເຕີບໂຕ. ພຣະອົງຈະໄຖ່ ແລະ ປົກປ້ອງພວກເຂົາ. ພຣະອົງຈະປິ່ນປົວ ແລະ ຊີ້ນຳພວກເຂົາ. ພຣະອົງຈະດົນໃຈພວກເຂົາ. ເຮົາ, ຜູ້ເປັນພໍ່ແມ່ ແລະ ຜູ້ນຳຂອງພວກເຂົາ, ຖືກກຽມພ້ອມທີ່ຈະສະໜັບສະໜູນພວກເຂົາ. ເຮົາມີສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອຊ່ວຍເຫລືອເຮົາໃຫ້ລ້ຽງດູຄົນລຸ້ນຕໍ່ໄປ.
ຂ້າພະເຈົ້າເປັນພະຍານວ່າ ສາດສະໜາຈັກຂອງພຣະຄຣິດ, ທີ່ຖືກຟື້ນຟູຜ່ານທາງສາດສະດາໂຈເຊັບ ສະມິດ ແລະ ຖືກນຳພາໃນທຸກວັນນີ້ ໂດຍ ປະທານຣະໂຊ ເອັມ ແນວສັນ, ຖືກຈັດຕັ້ງຂຶ້ນ ເພື່ອຊ່ວຍຊາວໜຸ່ມໃຫ້ບັນລຸຈຸດປະສົງທີ່ຍິ່ງໃຫຍ່ຂອງພວກເຂົາ ໃນຍຸກສຸດທ້າຍນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.