ລຸກຂຶ້ນ! ເພິ່ນກຳລັງເອີ້ນເອົາເຈົ້າ
ພຣະກິດຕິຄຸນບໍ່ແມ່ນຫົນທາງທີ່ຈະຫລີກລ້ຽງຄວາມທ້າທາຍ ແລະ ບັນຫາ ແຕ່ເປັນວິທີແກ້ໄຂບັນຫາ ເພື່ອເພີ່ມພູນສັດທາຂອງເຮົາ ແລະ ຮຽນຮູ້ທີ່ຈະຮັບມືກັບມັນ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຖາມພັນລະຍາຂອງຂ້າພະເຈົ້າວ່າ, “ເຈົ້າບອກຂ້ອຍແດ່ໄດ້ບໍວ່າເປັນຫຍັງ, ເທົ່າທີ່ຂ້ອຍຈື່ໄດ້, ພວກເຮົາບໍ່ເຄີຍມີບັນຫາໃຫຍ່ໃດໆເລີຍໃນຊີວິດຂອງພວກເຮົາແມ່ນບໍ?”
ລາວຫລຽວເບິ່ງຂ້າພະເຈົ້າ ແລະ ເວົ້າວ່າ, “ແມ່ນແທ້. ຂ້ອຍຈະບອກເຈົ້າກໍໄດ້ວ່າເປັນຫຍັງພວກເຮົາຈຶ່ງບໍ່ເຄີຍມີບັນຫາໃຫຍ່ຫຍັງເລີຍ; ກໍເປັນຍ້ອນວ່າເຈົ້າເອງມີຄວາມຈຳສັ້ນຫລາຍ!”
ຄຳຕອບທີ່ໄວ ແລະ ສະຫລາດຂອງລາວໄດ້ເຮັດໃຫ້ຂ້າພະເຈົ້າຮັບຮູ້ອີກຄັ້ງວ່າການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ່ໄດ້ກຳຈັດຄວາມເຈັບປວດ ແລະ ການທົດລອງ, ຊຶ່ງເປັນສິ່ງຈຳເປັນຕໍ່ການເຕີບໂຕ.
ພຣະກິດຕິຄຸນບໍ່ແມ່ນຫົນທາງທີ່ຈະຫລີກລ້ຽງຄວາມທ້າທາຍ ແລະ ບັນຫາ ແຕ່ເປັນວິທີແກ້ໄຂບັນຫາ ເພື່ອເພີ່ມພູນສັດທາຂອງເຮົາ ແລະ ຮຽນຮູ້ທີ່ຈະຮັບມືກັບມັນ.
ຂ້າພະເຈົ້າໄດ້ສຳຜັດເຖິງຄວາມຈິງນີ້ໃນສອງສາມເດືອນທີ່ຜ່ານມາ ໃນມື້ໜຶ່ງຕອນທີ່ຂ້າພະເຈົ້າກຳລັງຍ່າງຢູ່ ແລະ ທັນໃດນັ້ນສາຍຕາຂອງຂ້າພະເຈົ້າເລີ່ມມົວ, ມືດລົງ, ແລະ ເປັນຄື້ນ. ຂ້າພະເຈົ້າຮູ້ສຶກຢ້ານກົວ. ຈາກນັ້ນ, ທ່ານໝໍຫລາຍທ່ານໄດ້ບອກຂ້າພະເຈົ້າວ່າ, “ຖ້າເຈົ້າບໍ່ເລີ່ມການປິ່ນປົວທັນທີ, ເຈົ້າອາດຈະສູນເສຍສາຍຕາພາຍໃນສອງສາມອາທິດ.” ຂ້າພະເຈົ້າກໍຍິ່ງຢ້ານກົວເຂົ້າໄປອີກ.
ແລະ ຈາກນັ້ນ ພວກເພິ່ນວ່າ: ເຈົ້າຕ້ອງໄດ້ສັກນ້ຳວຸ້ນຕາ—ໂດຍການສັກໃສ່ໃນແກ່ນຕາໂດຍກົງ—ເປີດຕາໃຫ້ກວ້າງ—ທຸກໆສີ່ອາທິດ ຕະຫລອດຊີວິດຂອງເຈົ້າ.”
ນັ້ນເປັນຄຳຕອບທີ່ບໍ່ເພິ່ງປາດຖະໜາເລີຍ.
ແລ້ວຈາກນັ້ນການສະທ້ອນຄິດກໍເກີດຂຶ້ນໃນຮູບແບບຄຳຖາມ. ຂ້າພະເຈົ້າໄດ້ຖາມຕົວເອງວ່າ, “ເອີຕົກລົງ! ສາຍຕາທາງດ້ານຮ່າງກາຍຂອງເຮົາບໍ່ດີແລ້ວ, ແຕ່ວິໄສທັດທາງວິນຍານຂອງເຮົາເດເປັນແນວໃດ? ເຮົາຕ້ອງການປິ່ນປົວຫຍັງແດ່ບໍໃນຈຸດນັ້ນ? ແລະ ວິໄສທັດທາງວິນຍານທີ່ແຈ່ມແຈ້ງໝາຍຄວາມວ່າແນວໃດ?”
ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບເລື່ອງລາວຂອງຊາຍຕາບອດຄົນໜຶ່ງ ຊື່ວ່າ ບາຣະຕີມາຍ, ຕາມທີ່ບັນຍາຍຢູ່ໃນພຣະທຳມາຣະໂກ. ພຣະຄຳພີກ່າວວ່າ, “ເມື່ອລາວໄດ້ຍິນວ່າພຣະເຢຊູໄທນາຊາເຣັດກຳລັງມາໃກ້, ລາວກໍຮ້ອງຂຶ້ນວ່າ, ເຢຊູ, ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ.”1
ຕາມຫລັກການແລ້ວ, ໃນສາຍຕາຂອງຫລາຍຄົນ, ພຣະເຢຊູເປັນພຽງແຕ່ລູກຊາຍຂອງໂຢເຊັບ, ສະນັ້ນແລ້ວເປັນຫຍັງບາຣະຕີມາຍຈຶ່ງເອີ້ນພຣະອົງວ່າ “ບຸດຂອງດາວິດ”? ພຽງແຕ່ຍ້ອນລາວຮັບຮູ້ວ່າພຣະເຢຊູຄືພຣະເມຊີອາແທ້ໆ, ຜູ້ຊຶ່ງຖືກທຳນາຍໄວ້ແລ້ວວ່າຈະກຳເນີດມາໃນເຊື້ອສາຍຂອງດາວິດ.2
ໜ້າສົນໃຈທີ່ຊາຍຕາບອດຄົນນີ້, ຜູ້ທີ່ບໍ່ມີສາຍຕາທາງດ້ານຮ່າງກາຍ, ຮູ້ຈັກພຣະເຢຊູ. ລາວໄດ້ເບິ່ງເຫັນທາງຝ່າຍວິນຍານໃນສິ່ງທີ່ລາວເບິ່ງບໍ່ເຫັນທາງດ້ານຮ່າງກາຍ, ໃນຂະນະທີ່ຫລາຍຄົນສາມາດເບິ່ງເຫັນພຣະເຢຊູໄດ້ທາງດ້ານຮ່າງກາຍ, ແຕ່ກັບກາຍເປັນວ່າຕາບອດທາງຝ່າຍວິນຍານໂດຍສິ້ນເຊີງ.
ເຮົາໄດ້ຮຽນຮູ້ຫລາຍຂຶ້ນກ່ຽວກັບວິໄສທັດທາງວິນຍານທີ່ແຈ່ມແຈ້ງຈາກເລື່ອງນີ້.
ເຮົາອ່ານວ່າ, “ມີຫລາຍຄົນໄດ້ຫ້າມລາວໃຫ້ມິດຢູ່: ແຕ່ລາວແຮ່ງຮ້ອງດັງຂຶ້ນຕື່ມວ່າ, ເຢຊູບຸດດາວິດເອີຍ, ຂໍໂຜດເມດຕາສົງສານຂ້ານ້ອຍແດ່ທ້ອນ.”3
ຜູ້ຄົນທີ່ຢູ່ອ້ອມຮອບຕົວລາວໄດ້ບອກໃຫ້ລາວມິດງຽບ, ແຕ່ລາວກັບຮ້ອງອອກມາດັງຂຶ້ນກວ່າເກົ່າເພາະວ່າລາວຮູ້ຈັກແລ້ວວ່າພຣະເຢຊູນັ້ນແມ່ນໃຜກັນແທ້. ລາວບໍ່ໄດ້ສົນໃຈກັບສຽງເຫລົ່ານັ້ນ ແລະ ຍິ່ງຮ້ອງດັງຂຶ້ນກວ່າເກົ່າ.
ລາວໄດ້ກະທຳແທນທີ່ຈະຖືກກະທຳ. ເຖິງແມ່ນວ່າລາວຈະຢູ່ໃນສະຖານະທີ່ມີຂໍ້ຈຳກັດ, ແຕ່ລາວໄດ້ໃຊ້ສັດທາຂອງລາວເພື່ອກ້າວຂ້າມຂໍ້ຈຳກັດຕ່າງໆຂອງລາວ.
ສະນັ້ນ, ຫລັກທຳຂໍ້ທຳອິດ ທີ່ເຮົາໄດ້ຮຽນຮູ້ຄື ໃຫ້ເຮົາຮັກສາວິໄສທັດທາງວິນຍານໃຫ້ແຈ່ມແຈ້ງເມື່ອເຮົາສຸມໃຈໃສ່ທີ່ພຣະເຢຊູຄຣິດ ແລະ ຍຶດໝັ້ນກັບສິ່ງທີ່ເຮົາຮູ້ວ່າເປັນຄວາມຈິງ.
ອ້າຍເອື້ອຍນ້ອງທັງຫລາຍ, ເພື່ອຮັກສາວິໄສທັດທາງວິນຍານຂອງເຮົາບໍ່ໃຫ້ເສຍໄປ, ເຮົາຕ້ອງຕັດສິນໃຈວ່າບໍ່ຕ້ອງຟັງສຽງທາງໂລກທີ່ຢູ່ອ້ອມຂ້າງເຮົາ. ໃນໂລກທີ່ສັບສົນ ແລະ ວຸ້ນວາຍນີ້, ເຮົາຈຳຕ້ອງຊື່ສັດຕໍ່ສິ່ງທີ່ເຮົາຮູ້, ຊື່ສັດຕໍ່ພັນທະສັນຍາຂອງເຮົາ, ຊື່ສັດໃນການຮັກສາພຣະບັນຍັດ ແລະ ຢືນຢັນຕໍ່ຄວາມເຊື່ອຂອງເຮົາ, ເຂັ້ມແຂງຂຶ້ນກວ່າເກົ່າ, ຄືກັນກັບທີ່ຊາຍຄົນນີ້ໄດ້ເຮັດ. ເຮົາຕ້ອງຮ້ອງບອກປະຈັກພະຍານຂອງເຮົາກ່ຽວກັບພຣະຜູ້ເປັນເຈົ້າໃຫ້ໂລກໄດ້ຍິນດັງຂຶ້ນກວ່າເກົ່າ. ຊາຍຄົນນີ້ຮູ້ຈັກພຣະເຢຊູ, ຍຶດໝັ້ນໃນຄວາມຊື່ສັດຕໍ່ສິ່ງທີ່ລາວເຊື່ອຖື, ແລະ ບໍ່ໄດ້ໃສ່ໃຈກັບສຽງທີ່ລົບກວນຢູ່ອ້ອມຮອບຕົວລາວ.
ໃນປະຈຸບັນນີ້ມີຫລາຍໆສຽງທີ່ກຳລັງພະຍາຍາມລົດສຽງຂອງເຮົາ ໃນຖານະສານຸສິດຂອງພຣະເຢຊູຄຣິດ. ສຽງຂອງໂລກກຳລັງພະຍາຍາມເຮັດໃຫ້ເຮົາມິດງຽບ, ແຕ່ນັ້ນເປັນສາເຫດຕົ້ນຕໍທີ່ເຮົາຈະຕ້ອງປະກາດປະຈັກພະຍານຂອງເຮົາເຖິງພຣະຜູ້ຊ່ວຍໃຫ້ລອດໃຫ້ດັງຫລາຍຂຶ້ນ ແລະ ເຂັ້ມແຂງຍິ່ງຂຶ້ນ. ໃນບັນດາສຽງທັງໝົດຂອງໂລກ, ພຣະຜູ້ເປັນເຈົ້າໄວ້ວາງພຣະໄທໃນຂ້າພະເຈົ້າ ແລະ ທ່ານໃນການປະກາດປະຈັກພະຍານຂອງເຮົາ, ເປັ່ງສຽງຂອງເຮົາໃຫ້ດັງຂຶ້ນ, ແລະ ກາຍເປັນສຽງຂອງພຣະອົງ. ຖ້າເຮົາບໍ່ເຮັດແລ້ວ, ແມ່ນໃຜຈະເປັນພະຍານເຖິງພຣະເຢຊູຄຣິດ? ແມ່ນໃຜຈະເວົ້າກ່ຽວກັບພຣະນາມຂອງພຣະອົງ ແລະ ປະກາດພາລະກິດອັນສູງສົ່ງຂອງພຣະອົງ?
ເຮົາມີໜ້າທີ່ທາງວິນຍານທີ່ມາຈາກຄວາມຮູ້ຂອງເຮົາກ່ຽວກັບພຣະເຢຊູຄຣິດ.
ແຕ່ແລ້ວບາຣະຕີມາຍໄດ້ເຮັດຫຍັງແດ່ຫລັງຈາກນັ້ນ?
ຕອນທີ່ພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ ລຸກຂຶ້ນ, ລາວໄດ້ປະຕິບັດອີກຄັ້ງດ້ວຍສັດທາ.
ພຣະຄຳພີໄດ້ກ່າວວ່າ, “ຊາຍຕາບອດ, ຖິ້ມຜ້າຕູ້ມຂອງຕົນ, ແລະ ຮີບລຸກຂຶ້ນ, ມາຫາພຣະເຢຊູ.”4
ຊາຍທີ່ຊື່ສັດ ແລະ ຖ່ອມຕົວຄົນນີ້ໄດ້ເຂົ້າໃຈວ່າລາວສາມາດລຸກຂຶ້ນໄປສູ່ຊີວິດທີ່ດີກວ່າເກົ່າຕາມພຣະບັນຊາຂອງພຣະເຢຊູ. ລາວຮູ້ແລ້ວວ່າສະພາບຊີວິດຂອງລາວຈະດີຂຶ້ນກວ່າເກົ່າ, ແລະ ສິ່ງທີ່ລາວເຮັດທຳອິດຄືລາວໄດ້ຖິ້ມຜ້າຕູ້ມຂໍທານຂອງລາວ ເມື່ອລາວໄດ້ຍິນພຣະເຢຊູເອີ້ນລາວ.
ອີກຄັ້ງ ລາວໄດ້ກະທຳແທນທີ່ຈະຖືກກະທຳ.
ລາວອາດຈະຄິດວ່າ, “ເຮົາບໍ່ຕ້ອງການສິ່ງນີ້ອີກຕໍ່ໄປ, ບັດນີ້ພຣະເຢຊູໄດ້ເຂົ້າມາໃນຊີວິດຂອງເຮົາແລ້ວ. ນີ້ຄືວັນໃໝ່. ເຮົາພໍແລ້ວກັບຊີວິດທີ່ທໍລະມານນີ້. ດ້ວຍພຣະເຢຊູ ເຮົາສາມາດເລີ່ມຕົ້ນຊີວິດໃໝ່ຢ່າງມີຄວາມສຸກ ແລະ ຊື່ນຊົມໃນພຣະອົງ, ກັບພຣະອົງ, ແລະ ຜ່ານທາງພຣະອົງ. ແລະ ເຮົາບໍ່ສົນໃຈວ່າໂລກຈະຄິດແນວໃດກັບຕົວເຮົາ. ພຣະເຢຊູໄດ້ເອີ້ນເຮົາ, ແລະ ພຣະອົງຈະຊ່ວຍເຮົາໃຫ້ມີຊີວິດໃໝ່.”
ຊ່າງເປັນການປ່ຽນແປງທີ່ໜ້າອັດສະຈັນແທ້ໆ!
ຕອນທີ່ລາວໄດ້ຖິ້ມຜ້າຕູ້ມຂໍທານຂອງລາວ, ລາວໄດ້ໂຍນຂໍ້ແກ້ຕົວທັງໝົດຖິ້ມ.
ແລະ ນີ້ແມ່ນ ຫລັກທຳຂໍ້ທີສອງ: ເຮົາຮັກສາວິໄສທັດທາງວິນຍານໃຫ້ແຈ່ມແຈ້ງເມື່ອເຮົາປະຖິ້ມຄວາມເປັນມະນຸດທຳມະດາໄວ້ທາງຫລັງ, ກັບໃຈ, ແລະ ເລີ່ມຕົ້ນຊີວິດໃໝ່ໃນພຣະຄຣິດ.
ວິທີທີ່ຈະເຮັດໄດ້ຄືການເຮັດ ແລະ ການຮັກສາພັນທະສັນຍາ ເພື່ອລຸກຂຶ້ນສູ່ຊີວິດທີ່ດີກວ່າຜ່ານທາງພຣະເຢຊູຄຣິດ.
ຕາບໃດທີ່ເຮົາຍັງຫາຂໍ້ແກ້ຕົວທີ່ຈະຮູ້ສຶກເສຍໃຈກັບຕົວເອງ, ກ່າວໂທດກັບສະພາບການ ແລະ ບັນຫາຕ່າງໆຂອງເຮົາ ແລະ ເສຍໃຈກັບທຸກສິ່ງບໍ່ດີທີ່ເກີດຂຶ້ນໃນຊີວິດຂອງເຮົາ ແລະ ແມ່ນແຕ່ຜູ້ຄົນບໍ່ດີທັງໝົດຜູ້ທີ່ເຮັດໃຫ້ ເຮົາຄິດ ເຮັດໃຫ້ເຮົາບໍ່ມີຄວາມສຸກ, ເຮົາກໍກຳລັງສວມໃສ່ຜ້າຕູ້ມຂໍທານນັ້ນໄວ້ເທິງບ່າຂອງເຮົາ. ມັນເປັນຄວາມຈິງທີ່ບາງຄັ້ງຄົນອື່ນອາດຈະເຮັດໃຫ້ເຮົາເຈັບ, ທັງທີ່ຮູ້ຕົວ ຫລື ບໍ່ຮູ້ຕົວກໍຕາມ. ແຕ່ເຮົາຕ້ອງຕັດສິນໃຈທີ່ຈະກະທຳດ້ວຍສັດທາໃນພຣະຄຣິດ ໂດຍການຖອດຜ້າຕູ້ມທາງຈິດໃຈ ແລະ ອາລົມທີ່ເຮົາຍັງສວມໃສ່ເພື່ອປິດບັງຂໍ້ແກ້ຕົວ ຫລື ບາບນັ້ນອອກໄປ, ແລະ ໂຍນມັນຖິ້ມ, ໂດຍທີ່ຮູ້ວ່າພຣະອົງສາມາດ ແລະ ຈະປິ່ນປົວເຮົາ.
ບໍ່ເຄີຍມີຂໍ້ແກ້ຕົວທີ່ດີ ທີ່ຈະເວົ້າວ່າ, “ທີ່ຂ້ອຍເປັນແບບນີ້ຍ້ອນວ່າສະຖານະການທີ່ໂຊກຮ້າຍ ແລະ ບໍ່ເພິ່ງປາດຖະໜາເກີດຂຶ້ນກັບຂ້ອຍ. ແລະ ຂ້ອຍບໍ່ສາມາດປ່ຽນແປງໄດ້, ແລະ ຂ້ອຍມີເຫດຜົນ.”
ເມື່ອເຮົາຄິດແບບນັ້ນ, ເຮົາກຳລັງຕັດສິນໃຈທີ່ຈະເປັນຜູ້ຖືກກະທຳ.
ເຮົາກຳລັງເກັບຜ້າຕູ້ມຂໍທານນັ້ນໄວ້.
ການກະທຳດ້ວຍສັດທາໝາຍເຖິງການເພິ່ງອາໄສພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ການເຊື່ອວ່າຜ່ານທາງການຊົດໃຊ້ຂອງພຣະອົງ, ເຮົາສາມາດ ລຸກຂຶ້ນ ຢູ່ເໜືອທຸກສິ່ງທຸກຢ່າງ ຕາມທີ່ພຣະອົງບັນຊາ.
ຫລັກທຳຂໍ້ທີສາມຄືສີ່ຄຳສຸດທ້າຍທີ່ວ່າ: “[ລາວ] ໄດ້ມາຫາພຣະເຢຊູ.”
ລາວຈະສາມາດໄປຫາພຣະເຢຊູໄດ້ແນວໃດໃນເມື່ອລາວຕາບອດ? ທາງດຽວທີ່ຈະເຮັດໄດ້ຄືຍ່າງຕົງໄປຫາພຣະເຢຊູຈາກການໄດ້ຍິນສຸລະສຽງຂອງພຣະອົງ.
ແລະ ນີ້ແມ່ນ ຫລັກທຳຂໍ້ທີສາມ: ເຮົາຮັກສາວິໄສທັດທາງວິນຍານໃຫ້ແຈ່ມແຈ້ງເມື່ອເຮົາໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ແລະ ອະນຸຍາດໃຫ້ພຣະອົງນຳທາງເຮົາ.
ດັ່ງທີ່ຊາຍຄົນນີ້ສົ່ງສຽງຂອງລາວກົບເກື່ອນສຽງຕ່າງໆທີ່ຢູ່ອ້ອມຮອບຕົວລາວ, ລາວສາມາດຟັງສຸລະສຽງຂອງພຣະຜູ້ເປັນເຈົ້າໃນທ່າມກາງສຽງອື່ນໆໄດ້.
ນີ້ເປັນສັດທາແບບດຽວກັນກັບທີ່ເຮັດໃຫ້ເປໂຕສາມາດຍ່າງຢູ່ເທິງໜ້ານ້ຳ ຕາບໃດທີ່ເພິ່ນສຸມຄວາມສົນໃຈທາງວິນຍານຂອງເພິ່ນໄປທີ່ພຣະຜູ້ເປັນເຈົ້າ ແລະ ບໍ່ຖືກລົບກວນຈາກລົມອ້ອມຮອບຕົວເພິ່ນ.
ຈາກນັ້ນເລື່ອງລາວຂອງຊາຍຕາບອດຄົນນີ້ຈົບລົງດ້ວຍຄຳເວົ້າທີ່ວ່າ “ລາວກໍເຫັນຮຸ່ງໄດ້, ແລະ ຕິດຕາມພຣະເຢຊູໄປ.”5
ບົດຮຽນທີ່ສຳຄັນທີ່ສຸດໃນເລື່ອງນີ້ກໍຄື ຊາຍຄົນນີ້ໄດ້ໃຊ້ສັດທາທີ່ແທ້ຈິງໃນພຣະເຢຊູຄຣິດ ແລະ ໄດ້ຮັບປະຕິຫານຍ້ອນວ່າລາວໄດ້ຂໍດ້ວຍ ເຈດຕະນາອັນແທ້ຈິງ, ທີ່ຈະຕິດຕາມພຣະອົງ ເຈດຕະນາອັນແທ້ຈິງ.
ແລະນີ້ຄືເຫດຜົນອັນສູງສຸດສຳລັບພອນທີ່ເຮົາໄດ້ຮັບໃນຊີວິດຂອງເຮົາ, ຊຶ່ງກໍຄືການຕິດຕາມພຣະເຢຊູຄຣິດ. ຄືການຮັບຮູ້ ພຣະອົງ, ການເຮັດ ແລະ ການຮັກສາພັນທະສັນຍາກັບພຣະເຈົ້າ ເພາະພຣະອົງ, ການປ່ຽນແປງທຳມະຊາດຂອງເຮົາ ຜ່ານທາງພຣະອົງ, ການອົດທົນຈົນເຖິງທີ່ສຸດໂດຍການຕິດຕາມ ພຣະອົງ.
ສຳລັບຂ້າພະເຈົ້າແລ້ວ, ການຮັກສາວິໄສທັດທາງວິນຍານໃຫ້ແຈ່ມແຈ້ງ ທັງໝົດແມ່ນກ່ຽວກັບການສຸມໃສ່ທີ່ພຣະເຢຊູຄຣິດ.
ສະນັ້ນ, ສາຍຕາທາງວິນຍານຂອງຂ້າພະເຈົ້າແຈ່ມແຈ້ງແລ້ວບໍ ຂະນະທີ່ຂ້າພະເຈົ້າຖືກສີດຢາໃສ່ຕາ? ແລ້ວ, ຂ້າພະເຈົ້າແມ່ນໃຜທີ່ຈະເວົ້າໄດ້ແບບນັ້ນ? ແຕ່ຂ້າພະເຈົ້າກະຕັນຍູສຳລັບສິ່ງທີ່ຂ້າພະເຈົ້າໄດ້ເຫັນ.
ຂ້າພະເຈົ້າໄດ້ເຫັນພຣະຫັດຂອງພຣະຜູ້ເປັນເຈົ້າໃນວຽກງານອັນສັກສິດນີ້ ແລະ ໃນຊີວິດຂອງຂ້າພະເຈົ້າຢ່າງຈະແຈ້ງ.
ຂ້າພະເຈົ້າໄດ້ເຫັນສັດທາຂອງຫລາຍໆຄົນ ຜູ້ທີ່ເພີ່ມເຂັ້ມແຂງໃຫ້ແກ່ສັດທາຂອງຂ້າພະເຈົ້າ ບໍ່ວ່າຂ້າພະເຈົ້າຈະໄປແຫ່ງຫົນໃດ.
ຂ້າພະເຈົ້າໄດ້ເຫັນທູດສະຫວັນຢູ່ອ້ອມຂ້າງຕົວຂ້າພະເຈົ້າ.
ຂ້າພະເຈົ້າໄດ້ເຫັນສັດທາຂອງຫລາຍຄົນຜູ້ທີ່ບໍ່ໄດ້ເຫັນພຣະຜູ້ເປັນເຈົ້າທາງຮ່າງກາຍ ແຕ່ຮູ້ຈັກພຣະອົງທາງວິນຍານ, ເພາະວ່າເຂົາເຈົ້າຮູ້ຈັກພຣະອົງຢ່າງເລິກເຊິ່ງ.
ຂ້າພະເຈົ້າເປັນພະຍານວ່າພຣະກິດຕິຄຸນນີ້ຄືຄຳຕອບສຳລັບທຸກສິ່ງທຸກຢ່າງ, ເພາະວ່າພຣະເຢຊູຄຣິດຄືຄຳຕອບສຳລັບທຸກໆຄົນ. ຂ້າພະເຈົ້າກະຕັນຍູຕໍ່ສິ່ງທີ່ຂ້າພະເຈົ້າສາມາດເບິ່ງເຫັນໃນຂະນະທີ່ຂ້າພະເຈົ້າຕິດຕາມພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ.
ຂ້າພະເຈົ້າສັນຍາວ່າ ເມື່ອເຮົາໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ແລະ ຍອມໃຫ້ພຣະອົງນຳພາເຮົາໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ. ເຮົາຈະໄດ້ຮັບພອນດ້ວຍນິມິດຢ່າງແຈ່ມແຈ້ງ, ຄວາມເຂົ້າໃຈທາງວິນຍານ, ແລະ ສັນຕິສຸກໃນໃຈ ແລະ ຄວາມຄິດຕະຫລອດຊີວິດຂອງເຮົາ.
ຂໍໃຫ້ເຮົາຮ້ອງປະກາດປະຈັກພະຍານຂອງເຮົາກ່ຽວກັບພຣະອົງ ໃຫ້ດັງກວ່າສຽງອື່ນໆທີ່ຢູ່ອ້ອມຂ້າງເຮົາ ໃນໂລກທີ່ຕ້ອງການທີ່ຈະໄດ້ຍິນກ່ຽວກັບພຣະເຢຊູຄຣິດຫລາຍຂຶ້ນ ແລະ ບໍ່ໄດ້ໜ້ອຍໄປກວ່ານີ້. ຂໍໃຫ້ເຮົາຖອດຜ້າຕູ້ມຂໍທານທີ່ເຮົາອາດສວມໃສ່ຢູ່ນັ້ນອອກໄປ ແລະ ລຸກຂຶ້ນໃຫ້ສູງກວ່າໂລກ ເພື່ອຈະມີຊີວິດທີ່ດີຂຶ້ນໃນ ແລະ ຜ່ານທາງພຣະຄຣິດ. ຂໍໃຫ້ເຮົາປະຖິ້ມຂໍ້ແກ້ຕົວທັງໝົດທີ່ຈະບໍ່ຕິດຕາມພຣະເຢຊູຄຣິດ ແລະ ຊອກຫາເຫດຜົນທີ່ດີທັງໝົດທີ່ຈະຕິດຕາມພຣະອົງ ຂະນະທີ່ເຮົາໄດ້ຍິນສຸລະສຽງຂອງພຣະອົງ. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.