ທຸກສິ່ງທັງປວງເພື່ອຄວາມດີຂອງເຮົາ
ໃນການເວລາ ແລະ ຊົ່ວນິລັນດອນ, ຈຸດປະສົງຂອງການສ້າງ ແລະ ທຳມະຊາດຂອງພຣະເຈົ້າພຣະອົງເອງ ແມ່ນການນຳທຸກສິ່ງທັງປວງມາລວມກັນເພື່ອຄວາມດີຂອງເຮົາ.
ມື້ນີ້ແມ່ນວັນທີ 6 ເດືອນເມສາ, ເປັນວັນຄົບຮອບຂອງພຣະເຢຊູຄຣິດ ທີ່ໄດ້ຟື້ນຟູສາດສະໜາຈັກຍຸກສຸດທ້າຍຂອງພຣະອົງ—ແລະ ເປັນສ່ວນໜຶ່ງຂອງເທດສະການອີດສະເຕີ ເມື່ອເຮົາເປັນພະຍານເຖິງພຣະຊົນຊີບອັນສົມບູນແບບຂອງພຣະຄຣິດ, ການເສຍສະລະຊົດໃຊ້, ແລະ ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະອົງ.
ມີນິທານຈີນເລື່ອງໜຶ່ງ ເລີ່ມຕົ້ນດ້ວຍລູກຊາຍຂອງຊາຍຄົນໜຶ່ງພົບມ້າທີ່ສວຍງາມ.
“ໂຊກດີແທ້ໆ,” ເພື່ອນບ້ານເວົ້າ.
“ຄອຍເບິ່ງ,” ຊາຍຄົນນັ້ນຕອບ.
ແລ້ວລູກຊາຍກໍຕົກຈາກຫລັງມ້າ ແລະ ໄດ້ຮັບບາດເຈັບຢ່າງຖາວອນ.
“ໂຊກຮ້າຍແທ້ໆ,” ເພື່ອນບ້ານເວົ້າ.
“ຄອຍເບິ່ງ,” ຊາຍຄົນນັ້ນເວົ້າ.
ກອງທັບເກນໄດ້ມາ ແຕ່ບໍ່ໄດ້ເອົາລູກຊາຍທີ່ບາດເຈັບໄປ.
“ໂຊກດີແທ້ໆ,” ເພື່ອນບ້ານເວົ້າ.
“ຄອຍເບິ່ງ,” ຊາຍຄົນນັ້ນຕອບ.
ໂລກທີ່ບໍ່ແນ່ນອນນີ້ມັກຈະຮູ້ສຶກວ່າ ຖືກພະຍຸພັດກະໜ່ຳ, ບໍ່ແນ່ນອນ, ບາງຄັ້ງກໍໂຊກດີ, ແລະ—ເລື້ອຍເກີນໄປ—ທີ່ໂຊກຮ້າຍ. ແຕ່, ໃນໂລກແຫ່ງຄວາມຍາກລຳບາກນີ້,1 “ພຣະເຈົ້າຊົງຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ.”2 ຕາມຈິງແລ້ວ, ເມື່ອເຮົາດຳລົງຊີວິດຢ່າງທ່ຽງທຳ ແລະ ຈື່ຈຳພັນທະສັນຍາຂອງເຮົາ, “ທຸກສິ່ງທັງປວງຈະທຳງານນຳກັນໄປເພື່ອຄວາມດີຂອງພວກເຈົ້າ.”3
ທຸກສິ່ງທັງປວງເພື່ອຄວາມດີຂອງເຮົາ.
ຄຳສັນຍາທີ່ໂດດເດັ່ນ! ຄວາມໝັ້ນໃຈທີ່ປອບໂຍນຈາກພຣະເຈົ້າພຣະອົງເອງ! ໃນທາງທີ່ອັດສະຈັນ, ຈຸດປະສົງຂອງການສ້າງ ແລະ ລັກສະນະຂອງພຣະເຈົ້າຄືການຮູ້ຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດ,4 ເພື່ອນຳເອົາສິ່ງທັງໝົດນັ້ນມາ ເພື່ອຄວາມດີຂອງເຮົາ; ແລະ ເພື່ອຊ່ວຍໃຫ້ເຮົາໄດ້ຮັບການຊຳລະໃຫ້ສະອາດ ແລະ ບໍລິສຸດ ຜ່ານທາງພຣະຄຸນ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ.
ການຊົດໃຊ້ຂອງພຣະເຢຊູຄຣິດສາມາດປົດປ່ອຍ ແລະ ໄຖ່ເຮົາຈາກບາບ. ແຕ່ພຣະເຢຊູຄຣິດເຂົ້າໃຈນຳອີກທຸກຄວາມເຈັບປວດ, ຄວາມທຸກ, ຄວາມເຈັບປ່ວຍ,5 ຄວາມໂສກເສົ້າ, ແລະ ການແຍກກັນ ເປັນຢ່າງດີ. ໃນການເວລາ ແລະ ຊົ່ວນິລັນດອນ, ໄຊຊະນະຂອງພຣະອົງເໜືອຄວາມຕາຍ ແລະ ນະລົກ ສາມາດເຮັດໃຫ້ທຸກສິ່ງທັງປວງຖືກຕ້ອງໄດ້.6 ພຣະອົງຊ່ວຍປິ່ນປົວຜູ້ທີ່ແຕກສະຫລາຍ ແລະ ຜູ້ຖືກໝິ່ນປະໝາດ, ປອງດອງຜູ້ທີ່ຄຽດແຄ້ນ ແລະ ແຕກແຍກ, ປອບໂຍນຄົນທີ່ໂດດດ່ຽວ ແລະ ດຽວດາຍ, ໃຫ້ກຳລັງໃຈຄວາມບໍ່ແນ່ນອນ ແລະ ຄວາມບໍ່ສົມບູນ, ແລະ ເຮັດການອັດສະຈັນທີ່ເປັນໄປໄດ້ກັບພຣະເຈົ້າເທົ່ານັ້ນ.
ເຮົາຮ້ອງອາເລລູຢາ ແລະ ຮ້ອງໂຮຊັນນາ! ດ້ວຍພະລັງນິລັນດອນ ແລະ ຄວາມດີອັນເປັນນິດ, ໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ, ທຸກສິ່ງທັງປວງສາມາດທຳງານນຳກັນໄປເພື່ອຄວາມດີຂອງເຮົາ. ເຮົາສາມາດປະເຊີນກັບຊີວິດດ້ວຍຄວາມໝັ້ນໃຈ ແລະ ບໍ່ຢ້ານກົວ.
ຖ້າຖິ້ມເຮົາໄວ້ພຽງລຳພັງ, ເຮົາອາດບໍ່ຮູ້ຈັກຄວາມດີຂອງຕົວເອງ. ເມື່ອ “ຂ້າພະເຈົ້າເລືອກຕົວເອງ,” ຂ້າພະເຈົ້າກໍເລືອກຂໍ້ຈຳກັດ, ຄວາມອ່ອນແອ, ແລະ ຄວາມບໍ່ພຽບພ້ອມດ້ວຍ. ໃນທີ່ສຸດ, ເພື່ອເຮັດຄວາມດີທີ່ສຸດ, ເຮົາຕ້ອງເປັນຄົນດີ.7 ເນື່ອງຈາກວ່າບໍ່ມີໃຜດີນອກຈາກພຣະເຈົ້າ,8 ເຮົາຈຶ່ງສະແຫວງຫາຄວາມສົມບູນແບບໃນພຣະເຢຊູຄຣິດ.9 ເຮົາກາຍເປັນຄົນທີ່ແທ້ຈິງ ແລະ ດີທີ່ສຸດ ກໍຕໍ່ເມື່ອເຮົາປະຖິ້ມຄວາມເປັນຊາຍ ແລະ ຍິງທີ່ມີຈິດໃຈທຳມະດາ ແລະ ກາຍເປັນເດັກຕໍ່ພຣະເຈົ້າ.
ດ້ວຍຄວາມໄວ້ວາງໃຈ ແລະ ສັດທາໃນພຣະເຈົ້າ, ການທົດລອງ ແລະ ຄວາມທຸກສາມາດອຸທິດຖວາຍເພື່ອຄວາມດີຂອງເຮົາໄດ້. ໂຢເຊັບ, ທີ່ຖືກຂາຍໄປເປັນທາດໃນປະເທດເອຢິບ, ຕໍ່ມາໄດ້ຊ່ວຍຊີວິດຄອບຄົວ ແລະ ຜູ້ຄົນຂອງເພິ່ນ. ການຖືກຄຸມຂັງຂອງສາດສະດາໂຈເຊັບ ສະມິດ ຢູ່ໃນຄຸກລີເບີຕີ ໄດ້ສິດສອນເພິ່ນວ່າສິ່ງທັງໝົດເຫລົ່ານີ້ “ຈະເປັນປະສົບການໃຫ້ແກ່ເຈົ້າ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເຈົ້າ.”10 ການດຳລົງຊີວິດດ້ວຍສັດທາ, ການທົດລອງ ແລະ ການເສຍສະລະທີ່ເຮົາຈະບໍ່ເຄີຍເລືອກເລີຍ ສາມາດເປັນພອນໃຫ້ແກ່ເຮົາ ແລະ ຄົນອື່ນໃນທາງທີ່ບໍ່ສາມາດຈິນຕະນາການໄດ້.11
ເຮົາເພີ່ມສັດທາ ແລະ ຄວາມໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ວ່າທຸກສິ່ງທັງປວງສາມາດທຳງານນຳກັນໄປເພື່ອຄວາມດີຂອງເຮົາ ດັ່ງທີ່ເຮົາໄດ້ຮັບທັດສະນະນິລັນດອນ;12 ເຂົ້າໃຈການທົດລອງຂອງເຮົາວ່າ “ບໍ່ດົນ”;13 ຍອມຮັບວ່າຄວາມທຸກຍາກລຳບາກສາມາດຖືກອຸທິດຖວາຍເພື່ອຜົນປະໂຫຍດຂອງເຮົາ;14 ຮັບຮູ້ວ່າອຸບັດຕິເຫດ, ການເສຍຊີວິດກ່ອນໄວອັນຄວນ, ຄວາມເຈັບປ່ວຍທີ່ເຮັດໃຫ້ຮ່າງກາຍຊຸດໂຊມ ແລະ ພະຍາດໂລຄາເປັນສ່ວນໜຶ່ງຂອງຄວາມເປັນມະຕະ; ແລະ ໄວ້ວາງໃຈວ່າພຣະບິດາເທິງສະຫວັນທີ່ຊົງຮັກບໍ່ໄດ້ມອບການທົດລອງໃຫ້ ເພື່ອລົງໂທດ ຫລື ຕັດສິນ. ພຣະອົງຈະບໍ່ເອົາກ້ອນຫີນໃຫ້ຜູ້ໃດຜູ້ໜຶ່ງທີ່ຂໍເຂົ້າຈີ່ ຫລື ເອົາງູໃຫ້ຜູ້ໃດຜູ້ໜຶ່ງທີ່ຂໍປາ.15
ເມື່ອການທົດລອງມາເຖິງ, ສ່ວນຫລາຍສິ່ງທີ່ເຮົາຕ້ອງການຫລາຍທີ່ສຸດຄື ຢາກໃຫ້ມີຄົນຮັບຟັງ ແລະ ຢູ່ກັບເຮົາ.16 ໃນເວລານັ້ນ, ຄຳຕອບທີ່ຊ້ຳຊາກ ອາດຈະບໍ່ເປັນປະໂຫຍດ, ເຖິງແມ່ນມີເຈດຕະນາທີ່ຈະຊ່ວຍປອບໃຈກໍຕາມ. ບາງຄັ້ງເຮົາຢາກມີຄົນໂສກເສົ້າ, ເຈັບປວດ, ແລະ ຮ້ອງໄຫ້ກັບເຮົາ; ໃຫ້ເຮົາສະແດງຄວາມເຈັບປວດ, ຄວາມອຸກອັ່ງໃຈ, ບາງເທື່ອແມ່ນແຕ່ຄວາມໃຈຮ້າຍ; ແລະ ຮັບຮູ້ກັບເຮົາວ່າ ມີສິ່ງທີ່ເຮົາບໍ່ຮູ້.
ເມື່ອເຮົາໄວ້ວາງໃຈພຣະເຈົ້າ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ແມ່ນແຕ່ຄວາມເຈັບປວດໃຈທີ່ສຸດຂອງເຮົາ, ໃນທີ່ສຸດ, ກໍສາມາດທຳງານນຳກັນໄປເພື່ອຄວາມດີຂອງເຮົາ.
ຂ້າພະເຈົ້າຈື່ມື້ທີ່ຂ້າພະເຈົ້າໄດ້ຮັບຂ່າວອຸບັດຕິເຫດທາງລົດທີ່ຮ້າຍແຮງ ກ່ຽວກັບຄົນທີ່ຂ້າພະເຈົ້າຮັກ. ໃນເວລາເຊັ່ນນັ້ນ, ດ້ວຍຄວາມເຈັບປວດ ແລະ ສັດທາ, ເຮົາສາມາດໄດ້ແຕ່ເວົ້າກັບໂຢບວ່າ, “[ພຣະຜູ້ເປັນເຈົ້າ] ໄດ້ໂຜດໃຫ້, ແລະ [ພຣະຜູ້ເປັນເຈົ້າ] ໄດ້ເອົາຄືນໄປ; ຂໍໃຫ້ພຣະນາມຂອງ [ພຣະຜູ້ເປັນເຈົ້າ] ເປັນທີ່ຍ້ອງຍໍສັນລະເສີນເທີ້ນ.”17
ທົ່ວທັງສາດສະໜາຈັກທົ່ວໂລກ, ສະເຕກ ແລະ ທ້ອງຖິ່ນປະມານ 3,500 ແຫ່ງ ແລະ ຫວອດ ແລະ ສາຂາປະມານ 30,000 ແຫ່ງ ໄດ້ໃຫ້ບ່ອນພັກອາໄສ ແລະ ຄວາມປອດໄພ.18 ແຕ່ຢູ່ໃນສະເຕກ ແລະ ຫວອດຂອງເຮົາ, ຫລາຍຄອບຄົວ ແລະ ບຸກຄົນທີ່ຊື່ສັດ ຍັງປະເຊີນໜ້າກັບການທ້າທາຍທີ່ຫຍຸ້ງຍາກຢູ່, ແມ່ນແຕ່ໃນຂະນະທີ່ຮູ້ວ່າ (ຈະເປັນແນວໃດ) ສິ່ງຕ່າງໆຈະທຳງານນຳກັນໄປເພື່ອຄວາມດີຂອງເຮົາ.
ໃນເມືອງຮັດເດີສ໌ຟຽວ, ປະເທດອັງກິດ ບຣາເດີ ແຊມໂຍ ບຣິດຈ໌ສະຕ໊ອກ ໄດ້ຖືກກວດພົບວ່າເປັນມະເລັງໄລຍະທີສີ່ ບໍ່ດົນກ່ອນການເອີ້ນເປັນປະທານສະເຕກຄົນໃໝ່. ເມື່ອພິຈາລະນາການກວດພົບທີ່ຮ້າຍແຮງຂອງລາວ, ລາວໄດ້ຖາມພັນລະຍາຂອງລາວ, ແອນນາ, ວ່າເປັນຫຍັງລາວຈຶ່ງໄປສຳພາດ.
“ເພາະ,” ຊິດສະເຕີ ບຣິດຈ໌ສະຕ໊ອກ ເວົ້າ, “ເຈົ້າຈະຖືກເອີ້ນໃຫ້ເປັນປະທານສະເຕກ.”
ທຳອິດລາວຖືກບອກວ່າລາວຈະມີຊີວິດຢູ່ໄດ້ໜຶ່ງ ຫລື ສອງປີ, ຕອນນີ້ປະທານບຣິດຈ໌ສະຕ໊ອກ (ຜູ້ຢູ່ໃນທີ່ນີ້ໃນມື້ນີ້) ຢູ່ໃນການຮັບໃຊ້ປີທີສີ່ຂອງລາວ. ລາວມີວັນທີ່ດີ ແລະ ວັນທີ່ຍາກລຳບາກ. ສະເຕກຂອງລາວກຳລັງລະດົມສັດທາ, ການຮັບໃຊ້, ແລະ ຄວາມເມດຕາທີ່ເພີ່ມຂຶ້ນ. ມັນບໍ່ແມ່ນເລື່ອງງ່າຍ, ແຕ່ພັນລະຍາ ແລະ ຄອບຄົວຂອງລາວດຳລົງຊີວິດດ້ວຍສັດທາ, ຄວາມກະຕັນຍູ, ແລະ ຄວາມໂສກເສົ້າທີ່ເຂົ້າໃຈ ທີ່ເຂົາເຈົ້າໄວ້ວາງໃຈ ຈະກາຍເປັນຄວາມສຸກນິລັນດອນ ຜ່ານທາງການຊົດໃຊ້ທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ.19
ເມື່ອເຮົາງຽບ, ເປີດກວ້າງ, ແລະ ຄາລະວະ, ເຮົາອາດຈະຮູ້ສຶກເຖິງຄວາມງົດງາມ, ຈຸດປະສົງ, ແລະ ຄວາມສະຫງົບສຸກຂອງພັນທະສັນຍາທີ່ພຣະຜູ້ເປັນເຈົ້າສະເໜີມອບໃຫ້. ໃນຊ່ວງເວລາທີ່ສັກສິດ, ພຣະອົງອາດຈະໃຫ້ເຮົາຫລຽວເບິ່ງຄວາມເປັນຈິງນິລັນດອນທີ່ໃຫຍ່ກວ່າ ທີ່ຊີວິດປະຈຳວັນຂອງເຮົາເປັນສ່ວນໜຶ່ງ, ຊຶ່ງສິ່ງນ້ອຍໆ ແລະ ລຽບງ່າຍຈະທຳງານນຳກັນໄປເພື່ອຄວາມດີຂອງຜູ້ໃຫ້ ແລະ ຜູ້ຮັບ.
ເຣເບັກກາ, ລູກສາວຂອງປະທານເຜີຍແຜ່ຄົນທຳອິດຂອງຂ້າພະເຈົ້າ, ໄດ້ແບ່ງປັນວິທີທີ່ພຣະຜູ້ເປັນເຈົ້າໄດ້ຕອບຄຳອະທິຖານຂອງນາງ ເພື່ອຂໍຄວາມປອບໂຍນ ດ້ວຍໂອກາດທີ່ບໍ່ຄາດຄິດທີ່ຈະຕອບຄຳອະທິຖານຂອງຄົນອື່ນ.
ໃນຕອນແລງມື້ໜຶ່ງ, ເຣເບັກກາ, ທີ່ໂສກເສົ້າກັບການຫາກໍຈາກໄປຂອງແມ່ນາງ, ໄດ້ຮູ້ສຶກຢ່າງຊັດເຈນວ່າ ຄວນໄປເຕີມນ້ຳມັນໃສ່ລົດຂອງນາງ. ເມື່ອນາງໄປເຖິງປ້ອມນ້ຳມັນ, ນາງໄດ້ພົບກັບແມ່ຕູ້ຄົນໜຶ່ງທີ່ພະຍາຍາມຫາຍໃຈດ້ວຍຖັງອົກຊີເຈນຂະໜາດໃຫຍ່. ຕໍ່ມາ, ເຣເບັກກາສາມາດມອບເຄື່ອງອົກຊີເຈນຂອງແມ່ທີ່ພົກພາໄປໄດ້ໃຫ້ລາວ. ແມ່ຕູ້ຄົນນີ້ໄດ້ເວົ້າດ້ວຍຄວາມກະຕັນຍູວ່າ, “ເຈົ້າໄດ້ມອບອິດສະລະພາບໃຫ້ຂ້ອຍຄືນອີກຄັ້ງ.” ສິ່ງຕ່າງໆຈະເກີດຜົນດີເມື່ອເຮົາປະຕິບັດສາດສະໜາກິດດັ່ງທີ່ພຣະເຢຊູຄຣິດຈະກະທຳ.
ພໍ່ຄົນໜຶ່ງທີ່ຖືກມອບໝາຍເປັນຄູ່ປະຕິບັດສາດສະໜາກິດກັບລູກຊາຍຂອງລາວ ໄວອາຍຸຄູສອນ ໄດ້ອະທິບາຍວ່າ, “ການປະຕິບັດສາດສະໜາກິດຄືການທີ່ເຮົາປ່ຽນຈາກການເປັນເພື່ອນບ້ານຜູ້ເອົາເຂົ້າໜົມມາຝາກ ກາຍເປັນເພື່ອນທີ່ໄວ້ວາງໃຈ, ເປັນຜູ້ຕອບສະໜອງທາງວິນຍານຄົນແລກ.” ການເປັນສ່ວນໜຶ່ງຂອງພັນທະສັນຍາໃນພຣະເຢຊູຄຣິດ ໃຫ້ການປອບໂຍນ, ເຊື່ອມໂຍງ, ອຸທິດຖວາຍ.
ແມ່ນແຕ່ຢູ່ໃນຄວາມໂສກເສົ້າ, ການກະກຽມທາງວິນຍານອາດຈະເຕືອນເຮົາວ່າ ພຣະບິດາເທິງສະຫວັນຂອງເຮົາຮູ້ເມື່ອໃດທີ່ເຮົາຮູ້ສຶກມີຄວາມສ່ຽງ ແລະ ໂດດດ່ຽວທີ່ສຸດ. ຍົກຕົວຢ່າງ, ຄອບຄົວໜຶ່ງທີ່ລູກໄດ້ຖືກນຳໄປໂຮງໝໍ ຕໍ່ມາໄດ້ຮັບການປອບໂຍນທີ່ຈື່ໄດ້ວ່າພຣະວິນຍານບໍລິສຸດໄດ້ກະຊິບລ່ວງໜ້າວ່າ ຄວນຄາດຫວັງສິ່ງໃດ.
ບາງຄັ້ງ ຄວາມເປັນຈິງນິລັນດອນທີ່ໃຫຍ່ກວ່າທີ່ພຣະຜູ້ເປັນເຈົ້າເຮັດໃຫ້ເຮົາຮູ້ສຶກ ແມ່ນລວມທັງຄອບຄົວທີ່ຢູ່ໃນຟາກມ່ານເບື້ອງນັ້ນ. ເອື້ອຍນ້ອງຄົນໜຶ່ງພົບຄວາມສຸກໃນການປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ແຕ່ຄວາມເຈັບປວດສອງຄັ້ງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງນາງຫລາຍທີ່ສຸດ—ໂດຍທີ່ເຫັນອຸບັດຕິເຫດທາງເຮືອ ແລະ ການສູນເສຍແມ່ຂອງນາງໄປໂດຍການຂ້າຕົວຕາຍຢ່າງໜ້າໂສກເສົ້າ.
ແຕ່ເອື້ອຍນ້ອງຄົນນີ້ໄດ້ເອົາຊະນະຄວາມຢ້ານກົວນ້ຳພໍທີ່ຈະຮັບບັບຕິສະມາ ໂດຍການລົງໄປໃນນ້ຳໝົດທັງຕົວ. ແລະ ໃນມື້ທີ່ມີຄວາມສຸກຫລາຍ, ນາງໄດ້ເຫັນຄົນໜຶ່ງ, ເປັນຕົວແທນໃຫ້ແມ່ທີ່ເສຍຊີວິດຂອງນາງ, ຮັບບັບຕິສະມາໃນພຣະວິຫານ. “ການບັບຕິສະມາໃນພຣະວິຫານໄດ້ປິ່ນປົວແມ່ຂອງຂ້ານ້ອຍ, ແລະ ມັນໄດ້ປົດປ່ອຍຂ້ານ້ອຍ,” ເອື້ອຍນ້ອງຄົນນີ້ໄດ້ເວົ້າ. “ມັນເປັນຄັ້ງທຳອິດທີ່ຂ້ານ້ອຍຮູ້ສຶກສະຫງົບ ນັບຕັ້ງແຕ່ແມ່ຂອງຂ້ານ້ອຍໄດ້ເສຍໄປ.”
ເພງສັກສິດຂອງພວກເຮົາໄດ້ສະທ້ອນເຖິງການຮັບປະກັນຂອງພຣະອົງວ່າ ທຸກສິ່ງທັງປວງສາມາດທຳງານນຳກັນໄປເພື່ອຄວາມດີຂອງເຮົາ.
ສະຫງົບ, ຈິດເຖີດ: ພຣະເຈົ້າຊົງປະຕິບັດ
ເພື່ອນຳພາເຮົາດັ່ງທີ່ພຣະອົງກະທຳ.
ຄວາມຫວັງ, ຄວາມໝັ້ນໃຈຢ່າປ່ອຍໃຫ້ສະເທືອນ;
ຄວາມລຶກລັບທັງໝົດຈະສົດໃສໃນທີ່ສຸດ.20
ສິດທິຊົນມາ, ຢ່າຢ້ານງານໜັກແບບໃດ;
ດຳເນີນຕໍ່ໂດຍສຸກໃຈ.
ແມ້ການເດີນທາງລຳບາກແກ່ທ່ານທັງຫລາຍ,
ພຣະກາລຸນຈະຢູ່ໃກ້. …
ຫາກວ່າເຮົາຕາຍກ່ອນການເດີນທາງສຳເລັດ,
ວັນແສນສຸກ! ທຸກຢ່າງດີ!21
ພຣະຄຳພີມໍມອນເປັນຫລັກຖານທີ່ເຮົາສາມາດຖືໄວ້ໃນມືວ່າ ພຣະເຢຊູຄືພຣະຄຣິດ ແລະ ພຣະເຈົ້າເຮັດໃຫ້ຄຳທຳນາຍຂອງພຣະອົງສຳເລັດຄົບຖ້ວນ. ຂຽນໂດຍສາດສະດາທີ່ໄດ້ຮັບການດົນໃຈ ຜູ້ເຫັນວັນເວລາຂອງເຮົາ, ພຣະຄຳພີມໍມອນເລີ່ມຕົ້ນດ້ວຍເລື່ອງລາວຈິງ—ກ່ຽວກັບຄອບຄົວທີ່ຕ້ອງຮັບມືກັບຄວາມແຕກຕ່າງຫລາຍທີ່ສຸດ. ແຕ່, ເມື່ອເຮົາສຶກສາ ແລະ ໄຕ່ຕອງ 1 ນີໄຟ ບົດທີ 1 ເຖິງ ໂມໂຣໄນ 10, ເຮົາຖືກດຶງດູດເຂົ້າຫາພຣະເຢຊູຄຣິດ ດ້ວຍປະຈັກພະຍານອັນໜັກແໜ້ນວ່າ ສິ່ງທີ່ໄດ້ເກີດຂຶ້ນຢູ່ທີ່ນັ້ນ ແລະ ຈາກນັ້ນຈະເປັນພອນໃຫ້ແກ່ເຮົາຢູ່ທີ່ນີ້ ແລະ ດຽວນີ້.
ເມື່ອພຣະຜູ້ເປັນເຈົ້າ ຜ່ານທາງສາດສະດາທີ່ມີຊີວິດຢູ່ຂອງພຣະອົງ ນຳເອົາບ້ານຂອງພຣະຜູ້ເປັນເຈົ້າຫລາຍແຫ່ງຕື່ມອີກ ມາຕັ້ງຢູ່ໃກ້, ພອນພຣະວິຫານທຳງານນຳກັນໄປເພື່ອຄວາມດີຂອງເຮົາ. ເຮົາມາໂດຍພັນທະສັນຍາ ແລະ ພິທີການຕໍ່ພຣະເຈົ້າອົງເປັນພຣະບິດາຂອງເຮົາ ແລະ ພຣະເຢຊູຄຣິດ ແລະ ຮັບທັດສະນະນິລັນດອນເລື່ອງຄວາມເປັນມະຕະ. ເທື່ອລະຄົນ, ເທື່ອລະຊື່, ເຮົາສະເໜີມອບພິທີການສັກສິດ ແລະ ພອນຂອງພັນທະສັນຍາແກ່ສະມາຊິກໃນຄອບຄົວ—ບັນພະບຸລຸດ—ໃນແບບແຜນຂອງພຣະຜູ້ເປັນເຈົ້າ ຂອງການເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນ.22
ເມື່ອພຣະວິຫານມາຕັ້ງຢູ່ໃກ້ເຮົາຫລາຍຂຶ້ນໃນຫລາຍບ່ອນ, ການເສຍສະລະໃນພຣະວິຫານທີ່ເຮົາສາມາດຖວາຍໄດ້ຄື ການສະແຫວງຫາຄວາມບໍລິສຸດໃນບ້ານຂອງພຣະຜູ້ເປັນເຈົ້າເລື້ອຍໆ. ເປັນເວລາຫລາຍປີ, ພວກເຮົາໄດ້ອອມສິນ, ວາງແຜນ, ແລະ ເສຍສະລະ ເພື່ອຈະໄດ້ມາພຣະວິຫານ. ບັດນີ້, ຕາມທີ່ສະພາບການຈະເອື້ອອຳນວຍ, ກະລຸນາມາຫາພຣະຜູ້ເປັນເຈົ້າ ໃນບ້ານທີ່ສັກສິດຂອງພຣະອົງເລື້ອຍໆ. ຂໍໃຫ້ການນະມັດສະການພຣະວິຫານ ແລະ ການຮັບໃຊ້ເປັນປະຈຳເປັນພອນ, ປົກປ້ອງ, ແລະ ດົນໃຈທ່ານ ແລະ ຄອບຄົວຂອງທ່ານ—ຄອບຄົວທີ່ທ່ານມີ ຫລື ຄອບຄົວທີ່ທ່ານຈະມີ ແລະ ກາຍເປັນໃນມື້ໃດມື້ໜຶ່ງ.
ນອກຈາກນີ້, ເມື່ອສະຖານະການເອື້ອອຳນວຍ, ກະລຸນາພິຈາລະນາພອນຂອງການເປັນເຈົ້າຂອງເຄື່ອງນຸ່ງພຣະວິຫານຂອງທ່ານເອງ.23 ແມ່ຕູ້ຄົນໜຶ່ງຈາກຄອບຄົວທີ່ຕ່ຳຕ້ອຍ ໄດ້ເວົ້າເຖິງສິ່ງໃນໂລກ, ທີ່ລາວຕ້ອງການຫລາຍທີ່ສຸດຄື ຊຸດພຣະວິຫານຂອງລາວເອງ. ຫລານຊາຍຂອງລາວເວົ້າວ່າ, “ແມ່ຕູ້ເວົ້າຄ່ອຍໆວ່າ, ‘ຂ້ອຍຊິຮັບໃຊ້ໃນຊຸດພຣະວິຫານຂອງຂ້ອຍເອງ, ແລະ ຫລັງຈາກຂ້ອຍຕາຍ, ຂ້ອຍຈະຖືກຝັງໃນຊຸດນັ້ນ.’” ແລະ ເມື່ອເວລາມາເຖິງ, ມັນກໍເປັນເຊັ່ນນັ້ນ.
ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ສິດສອນວ່າ, “ທຸກສິ່ງ ທີ່ເຮົາເຊື່ອ ແລະ ທຸກ ຄຳສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ ຈະລວມຢູ່ໃນພຣະວິຫານ.”24
ໃນການເວລາ ແລະ ຊົ່ວນິລັນດອນ, ຈຸດປະສົງຂອງການສ້າງ ແລະ ທຳມະຊາດຂອງພຣະເຈົ້າພຣະອົງເອງ ແມ່ນການນຳທຸກສິ່ງທັງປວງມາລວມກັນເພື່ອຄວາມດີຂອງເຮົາ.
ນີ້ຄືຈຸດປະສົງນິລັນດອນຂອງພຣະຜູ້ເປັນເຈົ້າ. ມັນແມ່ນທັດສະນະນິລັນດອນຂອງພຣະອົງ. ມັນແມ່ນຄຳສັນຍານິລັນດອນຂອງພຣະອົງ.
ເມື່ອຊີວິດຫຍຸ້ງຍາກ ແລະ ເມື່ອຈຸດປະສົງບໍ່ແຈ່ມແຈ້ງ, ເມື່ອທ່ານຢາກດຳລົງຊີວິດທີ່ດີກວ່າ ແຕ່ບໍ່ຮູ້ວ່າຈະເຮັດແນວໃດ, ຈົ່ງມາຫາພຣະເຈົ້າ ພຣະບິດາຂອງເຮົາ ແລະ ພຣະເຢຊູຄຣິດ. ໄວ້ວາງໃຈວ່າພວກພຣະອົງຊົງພຣະຊົນຢູ່, ຮັກທ່ານ, ແລະ ຕ້ອງການທຸກສິ່ງທັງປວງເພື່ອຄວາມດີຂອງທ່ານ. ຂ້າພະເຈົ້າເປັນພະຍານວ່າພວກພຣະອົງເປັນດັ່ງນັ້ນ, ຕະຫລອດການ ແລະ ຊົ່ວນິລັນດອນ, ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.