ເລົາ ແລະ ແສງ
ເຮົາກໍສາມາດມີເລົາແສງຂອງເຮົາເອງເຊັ່ນກັນ—ທີລະອັນ.
ຂ່າວສານຂອງຂ້າພະເຈົ້າແມ່ນສຳລັບຜູ້ທີ່ກັງວົນກ່ຽວກັບປະຈັກພະຍານຂອງເຂົາເຈົ້າ ເພາະວ່າເຂົາເຈົ້າຍັງບໍ່ເຄີຍມີປະສົບການທາງວິນຍານຢ່າງຖ້ວມລົ້ນ. ຂ້າພະເຈົ້າອະທິຖານວ່າຂ້າພະເຈົ້າຈະສາມາດນຳເອົາສັນຕິສຸກ ແລະ ຄວາມໝັ້ນໃຈມາສູ່ທ່ານຈຳນວນໜຶ່ງ.
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ເລີ່ມຕົ້ນດ້ວຍການລະເບີດຂອງແສງສະຫວ່າງ ແລະ ຄວາມຈິງ! ຊາຍໜຸ່ມຄົນໜຶ່ງຢູ່ທາງພາກເໜືອຂອງລັດນິວຢອກ, ຊຶ່ງມີຊື່ທຳມະດາວ່າໂຈເຊັບ ສະມິດ, ເຂົ້າໄປໃນປ່າເພື່ອອະທິຖານ. ເພິ່ນກັງວົນກ່ຽວກັບຈິດວິນຍານ ແລະ ການຢືນຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າຂອງເພິ່ນ. ເພິ່ນໄດ້ສະແຫວງຫາການໃຫ້ອະໄພຄວາມຜິດບາບຂອງເພິ່ນ. ແລະ ເພິ່ນກຳລັງສັບສົນວ່າຕ້ອງເຂົ້າຮ່ວມສາດສະໜາຈັກໃດ. ເພິ່ນຕ້ອງການຄວາມແຈ່ມແຈ້ງ ແລະ ສັນຕິສຸກ—ເພິ່ນຕ້ອງການຄວາມສະຫວ່າງ ແລະ ຄວາມຮູ້.1
ຂະນະທີ່ໂຈເຊັບຄຸເຂົ່າອະທິຖານ ແລະ “ຖວາຍຄວາມປາດຖະໜາຂອງໃຈ [ເພິ່ນ] ໃຫ້ກັບພຣະເຈົ້າ,” ຄວາມມືດອັນໜາແໜ້ນໄດ້ປົກຄຸມເພິ່ນໄວ້. ມີສິ່ງຊົ່ວຮ້າຍບາງຢ່າງ, ກົດດັນ, ແລະ ພະຍາຍາມຢຸດເພິ່ນໄວ້ຢ່າງແທ້ຈິງ—ເຮັດໃຫ້ລີ້ນຂອງເພິ່ນແຂງຈົນເພິ່ນບໍ່ສາມາດເວົ້າໄດ້. ພະລັງແຫ່ງຄວາມມືດນັ້ນຮຸນແຮງຫລາຍຈົນໂຈເຊັບຄິດວ່າເພິ່ນກຳລັງຈະຕາຍ. ແຕ່ວ່າເພິ່ນ “ໃຊ້ພະລັງທັງໝົດ [ຂອງເພິ່ນ] ແລະ ໄດ້ທູນຂໍໃຫ້ພຣະເຈົ້າຊ່ວຍ [ເພິ່ນ] ໃຫ້ຫລຸດພົ້ນຈາກອຳນາດຂອງສັດຕູ [ທີ່] ປົກຄຸມ [ເພິ່ນ] ຢູ່ນັ້ນ.” ແລະ ຈາກນັ້ນ, “ໃນນາທີທີ່ [ເພິ່ນ] ກຳລັງຈະຕົກຢູ່ໃນຄວາມສິ້ນຫວັງ ແລະ ປ່ອຍຕົວ [ຂອງເພິ່ນ] ໄປສູ່ຄວາມພິນາດ,” ເມື່ອເພິ່ນບໍ່ຮູ້ວ່າເພິ່ນຈະສາມາດອົດທົນໄດ້ອີກຕໍ່ໄປຫລືບໍ່, ຄວາມສ່ອງໃສອັນຮຸ່ງໂລດກໍເຕັມໄປທົ່ວປ່າ, ກະຈາຍຄວາມມືດ ແລະ ສັດຕູຂອງຈິດວິນຍານຂອງເພິ່ນອອກໄປ.2
“ເລົາແສງ” ທີ່ຮຸ່ງແຈ້ງກວ່າດວງຕາເວັນໄດ້ສ່ອງລົງມາເທິງເພິ່ນ. ອົງໜຶ່ງໄດ້ປະກົດຕົວຂຶ້ນ, ແລະ ແລ້ວຕາມມາດ້ວຍອີກອົງໜຶ່ງ.3 “ຄວາມສະຫວ່າງ ແລະ ລັດສະໝີພາບ ສອງພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້.” ທຳອິດ, ພຣະບິດາເທິງສະຫວັນຂອງເຮົາ, ກ່າວໃນພຣະນາມຂອງພຣະອົງ, “ຊີ້ພຣະຫັດໄປຫາອີກອົງໜຶ່ງ—[ໂຈເຊັບ!] ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”4
ແລະ ດ້ວຍຄວາມສະຫວ່າງທີ່ສາດສ່ອງ ແລະ ຄວາມຈິງຢ່າງຖ້ວມລົ້ນນັ້ນ, ການຟື້ນຟູກໍໄດ້ເລີ່ມຕົ້ນຂຶ້ນ. ການເປີດເຜີຍແຫ່ງສະຫວັນ ແລະ ພອນຢ່າງຫລວງຫລາຍຈະຕາມມາ: ພຣະຄຳພີໃໝ່, ຂໍກະແຈແຫ່ງຖານະປະໂລຫິດທີ່ຖືກຟື້ນຟູ, ອັກຄະສາວົກ ແລະ ສາດສະດາ, ພິທີການ ແລະ ພັນທະສັນຍາ, ການສະຖາປະນາສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ເປັນເຈົ້າ, ຊຶ່ງຈັກມື້ໜຶ່ງຈະເຕັມແຜ່ນດິນໂລກດ້ວຍແສງສະຫວ່າງ ແລະ ປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ.
ທັງໝົດນັ້ນ, ແລະ ຍັງມີມາອີກຫລາຍຢ່າງ, ເລີ່ມຕົ້ນຈາກການອະທິຖານຢ່າງໜັກຂອງຊາຍໜຸ່ມຄົນໜຶ່ງ ແລະ ເລົາແສງ.
ເຮົາກໍມີຄວາມຕ້ອງການອັນໜັກໜ່ວງຂອງເຮົາເຊັ່ນກັນ. ເຮົາກໍຕ້ອງການອິດສະລະພາບຈາກຄວາມສັບສົນທາງວິນຍານ ແລະ ຄວາມມືດທາງໂລກເຊັ່ນກັນ. ເຮົາກໍຈຳເປັນຕ້ອງຮູ້ຈັກເພື່ອຕົວເຮົາເອງເຊັ່ນກັນ.5 ນັ້ນຄືເຫດຜົນໜຶ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນເຮົາໃຫ້ “ເຂົ້າຫາຄວາມສະຫວ່າງຂອງການຟື້ນຟູທີ່ສະຫງ່າລາສີດ້ວຍ [ຕົວເຮົາເອງ]”.6
ຄວາມຈິງທີ່ຍິ່ງໃຫຍ່ຢ່າງໜຶ່ງຂອງການຟື້ນຟູນັ້ນຄືຟ້າສະຫວັນໄດ້ຖືກເປີດອອກ—ວ່າເຮົາກໍສາມາດໄດ້ຮັບແສງສະຫວ່າງ ແລະ ຄວາມຮູ້ຈາກເບື້ອງບົນເຊັ່ນກັນ. ຂ້າພະເຈົ້າເປັນພະຍານວ່ານັ້ນເປັນຄວາມຈິງ.
ແຕ່ເຮົາຕ້ອງລະວັງກັບດັກທາງວິນຍານ. ບາງຄັ້ງສະມາຊິກຂອງສາດສະໜາຈັກທີ່ເຂັ້ມແຂງກໍເກີດຄວາມທໍ້ຖອຍ ແລະ ເຖິງຂັ້ນຕົກໄປເພາະວ່າພວກເຂົາບໍ່ມີປະສົບການທາງວິນຍານທີ່ລົ້ນເຫລືອ—ເພາະວ່າພວກເຂົາຍັງບໍ່ເຄີຍປະສົບກັບເລົາແສງດ້ວຍຕົວຂອງພວກເຂົາເອງ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ຕັກເຕືອນ, “ຈົ່ງຄາດຫວັງໃນສິ່ງທີ່ບໍ່ຄາດຄິດສະເໝີ, ຫລາຍຄົນຈະພາດກະແສແຫ່ງການຕິດຕໍ່ສື່ສານທັງໝົດທີ່ຖືກເປີດເຜີຍ.”7
ປະທານໂຈເຊັບ ແອັຟ ສະມິດ ກໍຈື່ໄດ້ຄືກັນວ່າ “ພຣະຜູ້ເປັນເຈົ້າໄດ້ຢັບຢັ້ງການອັດສະຈັນໄວ້ຈາກຂ້າພະເຈົ້າ [ເມື່ອຕອນຂ້າພະເຈົ້າຍັງນ້ອຍ], ແລະ ສະແດງຄວາມຈິງແກ່ຂ້າພະເຈົ້າເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ.”8
ນັ້ນຄືແບບແຜນທົ່ວໄປຂອງພຣະຜູ້ເປັນເຈົ້າ, ອ້າຍເອື້ອຍນ້ອງທັງຫລາຍ. ແທນທີ່ຈະສົ່ງເລົາແສງມາສູ່ເຮົາ, ແຕ່ພຣະຜູ້ເປັນເຈົ້າໄດ້ສົ່ງແສງສະຫວ່າງມາສູ່ເຮົາ, ແລະ ແລ້ວກໍອີກອັນໜຶ່ງ, ແລະ ອີກອັນໜຶ່ງ.
ແສງສະຫວ່າງເຫລົ່ານັ້ນສາດສ່ອງລົງມາສູ່ເຮົາຢ່າງຕໍ່ເນື່ອງ. ພຣະຄຳພີສິດສອນວ່າພຣະເຢຊູຄຣິດຄື “ແສງສະຫວ່າງ ແລະ … ຊີວິດຂອງໂລກ,”9 ພຣະວິນຍານຂອງພຣະອົງ “ໃຫ້ຄວາມສະຫວ່າງແກ່ [ມະນຸດ] ທີ່ມາສູ່ໂລກ,”10 ແລະ ແສງສະຫວ່າງຂອງພຣະອົງ “ຂະຫຍາຍ [ອອກໄປ] ທົ່ວທຸກແຫ່ງຫົນ,” ໃຫ້ “ຊີວິດແກ່ທຸກສິ່ງທັງປວງ.”11 ຄວາມສະຫວ່າງຂອງພຣະຄຣິດກໍຢູ່ອ້ອມຮອບຕົວເຮົາ.
ຖ້າເຮົາໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ພະຍາຍາມໃຊ້ສັດທາ, ກັບໃຈ, ແລະ ໃຫ້ກຽດພັນທະສັນຍາຂອງເຮົາ, ເມື່ອນັ້ນເຮົາກໍຈະມີຄ່າຄວນທີ່ຈະໄດ້ຮັບແສງຈາກສະຫວັນເຫລົ່ານີ້ເປັນປະຈຳ. ໃນວະລີທີ່ໜ້າຊົງຈຳຂອງແອວເດີ ເດວິດ ເອ ແບ໊ດນາ, “ເຮົາ ‘ດຳລົງຊີວິດຢູ່ໃນການເປີດເຜີຍ.’”12
ແຕ່ເຖິງຢ່າງໃດກໍຕາມ, ເຮົາທຸກຄົນແຕກຕ່າງກັນ. ບໍ່ມີສອງຄົນໃດທີ່ຈະປະສົບກັບແສງ ແລະ ຄວາມຈິງຂອງພຣະເຈົ້າໃນລັກສະນະດຽວກັນ. ຈົ່ງໃຊ້ເວລາຄິດກ່ຽວກັບວ່າທ່ານໄດ້ປະສົບກັບຄວາມສະຫວ່າງ ແລະ ພຣະວິນຍານຂອງພຣະຜູ້ເປັນເຈົ້າແນວໃດ.
ທ່ານອາດຈະເຄີຍປະສົບກັບການລະເບີດຂອງແສງ ແລະ ປະຈັກພະຍານເຫລົ່ານີ້ໃນຂະນະທີ່ “ຄວາມສະຫງົບໄດ້ [ຖືກກ່າວ] ແກ່ຈິດໃຈຂອງທ່ານກ່ຽວກັບເລື່ອງ [ໜຶ່ງ]” ທີ່ເຮັດໃຫ້ທ່ານເປັນກັງວົນ.13
ຫລື ເປັນຄວາມປະທັບໃຈຂອງ—ສຽງອັນແຜ່ວເບົາ—ທີ່ຝັງຢູ່ “ໃນຈິດໃຈ ແລະ ໃນຫົວໃຈຂອງທ່ານ”14 ແລະ ກະຕຸ້ນໃຫ້ທ່ານເຮັດຄວາມດີ, ເຊັ່ນການຊ່ວຍເຫລືອຄົນໃດຄົນໜຶ່ງ.
ບາງທີທ່ານອາດຈະເຄີຍຢູ່ໃນຫ້ອງຮຽນທີ່ໂບດ—ຫລື ຢູ່ກິດຈະກຳນອນປ່າຂອງຊາວໜຸ່ມ—ແລະ ຮູ້ສຶກເຖິງຄວາມປາດຖະໜາອັນແຮງກ້າທີ່ຈະຕິດຕາມພຣະເຢຊູຄຣິດ ແລະ ຍັງຄົງຊື່ສັດ.15 ບາງທີທ່ານອາດຈະເຄີຍຢືນ ແລະ ແບ່ງປັນປະຈັກພະຍານທີ່ທ່ານຫວັງວ່າຈະເປັນຈິງ ແລະ ແລ້ວຮູ້ສຶກໄດ້ວ່າເປັນເຊັ່ນນັ້ນ.
ຫລື ບາງທີທ່ານອາດໄດ້ອະທິຖານ ແລະ ຮູ້ສຶກມີຄວາມໝັ້ນໃຈທີ່ມີຄວາມສຸກວ່າພຣະເຈົ້າຮັກທ່ານ.16
ທ່ານອາດໄດ້ຍິນບາງຄົນກ່າວປະຈັກພະຍານເຖິງພຣະເຢຊູຄຣິດ, ແລະ ສຳຜັດໃຈທ່ານ ແລະ ເຕີມເຕັມທ່ານດ້ວຍຄວາມຫວັງ.17
ບາງທີທ່ານອາດໄດ້ອ່ານໃນພຣະຄຳພີມໍມອນ ແລະ ມີຂໍ້ທີ່ກ່າວກັບຈິດວິນຍານຂອງທ່ານ, ຄືກັບວ່າພຣະເຈົ້າໄດ້ກຽມໄວ້ບ່ອນນັ້ນໃຫ້ທ່ານໂດຍສະເພາະ—ແລະ ທ່ານກໍຮັບຮູ້ວ່າພຣະອົງໄດ້ກະທຳສິ່ງນັ້ນ.18
ທ່ານອາດຈະໄດ້ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າທີ່ມີໃຫ້ກັບຄົນອື່ນໃນຂະນະທີ່ທ່ານຮັບໃຊ້ພວກເຂົາ.19
ຫລື ບາງທີທ່ານອາດຈະມີບັນຫາກັບການຮູ້ສຶກເຖິງພຣະວິນຍານໃນເວລານີ້ຍ້ອນຄວາມຕຶງຄຽດ ຫລື ຄວາມກັງວົນ ແຕ່ກໍຍັງມີພອນທີ່ມີຄຸນຄ່າ ແລະ ສັດທາທີ່ຈະເບິ່ງກັບໄປເບື້ອງຫລັງ ແລະ ຮັບຮູ້ອະດີດ“ຄວາມເມດຕາອັນລະອຽດອ່ອນຂອງພຣະຜູ້ເປັນເຈົ້າ.”20
ຄວາມໝາຍຂອງຂ້າພະເຈົ້າກໍຄື ຍັງມີຫລາຍວິທີທີ່ຈະໄດ້ຮັບແສງແຫ່ງປະຈັກພະຍານຈາກສະຫວັນ. ແນ່ນອນ, ສິ່ງເຫລົ່ານີ້ເປັນພຽງສ່ວນນ້ອຍໜຶ່ງ. ມັນອາດຈະບໍ່ຕື່ນເຕັ້ນ, ແຕ່ທັງໝົດປະກອບເປັນສ່ວນໜຶ່ງຂອງປະຈັກພະຍານຂອງເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຍັງບໍ່ເຄີຍເຫັນເລົາແສງ, ແຕ່ກໍ, ເຊັ່ນດຽວກັບທ່ານ, ຂ້າພະເຈົ້າເຄີຍໄດ້ປະສົບກັບແສງຈາກສະຫວັນຫລາຍຄັ້ງ. ເປັນເວລາຫລາຍປີທີ່, ຂ້າພະເຈົ້າໄດ້ພະຍາຍາມທະນຸຖະໜອມປະສົບການດັ່ງກ່າວ. ຂ້າພະເຈົ້າເຫັນວ່າເມື່ອຂ້າພະເຈົ້າເຮັດ, ຂ້າພະເຈົ້າຮູ້ຈັກ ແລະ ຈື່ຈຳສິ່ງເຫລົ່ານັ້ນຫລາຍຂຶ້ນ. ຕໍ່ໄປນີ້ແມ່ນຕົວຢ່າງຈາກຊີວິດຂອງຂ້າພະເຈົ້າເອງ. ມັນອາດຈະບໍ່ສ້າງຄວາມປະທັບໃຈສຳລັບບາງຄົນ, ແຕ່ມັນກໍມີຄຸນຄ່າສຳລັບຂ້າພະເຈົ້າ.
ຂ້າພະເຈົ້າຈື່ໄດ້ວ່າເຄີຍເປັນເດັກໄວລຸ້ນທີ່ມັກໂວຍວາຍໃນພິທີບັບຕິສະມາ. ຂະນະທີ່ພິທີກຳລັງຈະເລີ່ມ, ຂ້າພະເຈົ້າຮູ້ສຶກວ່າພຣະວິນຍານໄດ້ກະຕຸ້ນໃຫ້ຂ້າພະເຈົ້ານັ່ງລົງ ແລະ ໃຫ້ຄວາມຄາລະວະ. ຂ້າພະເຈົ້າໄດ້ນັ່ງລົງ ແລະ ມິດງຽບຢູ່ຕະຫລອດເວລາຂອງພິທີນັ້ນ.
ກ່ອນການຮັບໃຊ້ເຜີຍແຜ່ຂອງຂ້າພະເຈົ້າ, ຂ້າພະເຈົ້າຢ້ານວ່າປະຈັກພະຍານຂອງຂ້າພະເຈົ້າຈະບໍ່ເຂັ້ມແຂງພໍ. ບໍ່ມີໃຜຄົນໃດໃນຄອບຄົວຂອງຂ້າພະເຈົ້າທີ່ເຄີຍຮັບໃຊ້ເຜີຍແຜ່, ແລະ ຂ້າພະເຈົ້າກໍບໍ່ຮູ້ວ່າຈະເຮັດໄດ້ຫລືບໍ່. ຂ້າພະເຈົ້າຈຶ່ຈຳການສຶກສາ ແລະ ການອະທິຖານຢ່າງໜັກເພື່ອໃຫ້ໄດ້ຮັບພະຍານເພີ່ມເຕີມເຖິງພຣະເຢຊູຄຣິດ. ແລ້ວມື້ໜຶ່ງ, ຂະນະທີ່ຂ້າພະເຈົ້າອ້ອນວອນຕໍ່ພຣະບິດາເທິງສະຫວັນ, ຂ້າພະເຈົ້າຮູ້ສຶກເຖິງແສງສະຫວ່າງ ແລະ ຄວາມອົບອຸ່ນຢ່າງແຮງກ້າ. ແລະ ຂ້າພະເຈົ້າກໍໄດ້ຮູ້ຈັກ. ຂ້າພະເຈົ້າພຽງຮູ້ຈັກ.
ຂ້າພະເຈົ້າຈື່ຈຳວ່າ ໄດ້ສະດຸ້ງຕື່ນຂຶ້ນໃນຄືນໜຶ່ງໃນຫລາຍປີຜ່ານມາດ້ວຍຄວາມຮູ້ສຶກເຖິງ “ຄວາມຮູ້ອັນບໍລິສຸດ” ກຳລັງບອກກັບຂ້າພະເຈົ້າວ່າ ຂ້າພະເຈົ້າຈະໄດ້ຮັບການເອີ້ນໃຫ້ຮັບໃຊ້ໃນກຸ່ມແອວເດີ.21 ສອງອາທິດຈາກນັ້ນ ຂ້າພະເຈົ້າກໍຖືກເອີ້ນ.
ຂ້າພະເຈົ້າຈື່ໄດ້ວ່າໃນກອງປະຊຸມໃຫຍ່ສາມັນຄັ້ງໜຶ່ງ ສະມາຊິກແຫ່ງກຸ່ມອັກຄະສາວົກສິບສອງທີ່ຮັກຄົນໜຶ່ງໄດ້ກ່າວປະຈັກພະຍານທີ່ກົງກັບຖ້ອຍຄຳທີ່ຂ້າພະເຈົ້າບອກກັບເພື່ອນຄົນໜຶ່ງວ່າຂ້າພະເຈົ້າຫວັງຈະໄດ້ຍິນ.
ຂ້າພະເຈົ້າຈື່ຈຳຕອນທີ່ໄດ້ຄຸເຂົ່າລົງກັບອ້າຍນ້ອງຊາຍຫລາຍຮ້ອຍຄົນເພື່ອອະທິຖານເພື່ອເພື່ອນທີ່ຮັກຄົນໜຶ່ງຜູ້ນອນໝົດສະຕິຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ ໃນໂຮງໝໍນ້ອຍ ແລະ ຫ່າງໄກແຫ່ງໜຶ່ງ ຫລັງຈາກທີ່ຫົວໃຈຂອງລາວຢຸດເຕັ້ນ. ຂະນະທີ່ພວກເຮົາຮ່ວມໃຈກັນເພື່ອອ້ອນວອນຂໍຊີວິດຂອງລາວ, ລາວກໍຕື່ນຂຶ້ນມາ ແລະ ດຶງເຄື່ອງຊ່ວຍຫາຍໃຈອອກຈາກຮູຄໍຂອງລາວເອງ. ປະຈຸບັນນີ້ລາວຮັບໃຊ້ໃນຖານະປະທານສະເຕກ.
ແລະ ຂ້າພະເຈົ້າຈື່ຈຳໄດ້ວ່າຕົນເອງໄດ້ຕື່ນຂຶ້ນມາພ້ອມກັບຄວາມຮູ້ສຶກທາງວິນຍານອັນແຮງກ້າ ຫລັງຈາກທີ່ໄດ້ຝັນເຫັນເພື່ອນທີ່ຮັກຄົນໜຶ່ງ ແລະ ເປັນຄູຝຶກສອນຜູ້ທີ່ໄດ້ເສຍຊີວິດກ່ອນໄວອັນຄວນ, ປ່ອຍໃຫ້ເກີດຊ່ອງວ່າງອັນກວ້າງໃຫຍ່ໃນຊີວິດຂອງຂ້າພະເຈົ້າ. ລາວຍິ້ມແຍ້ມດ້ວຍຄວາມເບີກບານໃຈ. ຂ້າພະເຈົ້າຮູ້ວ່າ ລາວສະບາຍດີ.
ເລື່ອງເຫລົ່ານີ້ຄືແສງຈຳນວນໜຶ່ງຂອງຂ້າພະເຈົ້າ. ທ່ານກໍເຄີຍມີປະສົບການຂອງທ່ານເອງ—ປະຈັກພະຍານທີ່ລະເບີດດ້ວຍແສງສະຫວ່າງຂອງທ່ານເອງ. ຂະນະທີ່ເຮົາຮັບຮູ້, ຈື່ຈຳ, ແລະ ສະສົມແສງທີ່ສາດສ່ອງເຫລົ່ານີ້ “ຮວບຮວມສິ່ງສາລະພັດ,”22 ບາງສິ່ງບາງຢ່າງທີ່ດີເລີດ ແລະ ມີພະລັງກຳລັງຈະເກີດຂຶ້ນ. “ຄວາມສະຫວ່າງຈະແນບສະໜິດຢູ່ກັບຄວາມສະຫວ່າງ”—“ຄວາມຈິງຈະນ້ອມຮັບຄວາມຈິງ.”23 ຄວາມເປັນຈິງ ແລະ ພະລັງຂອງແສງແຫ່ງປະຈັກພະຍານເສີມສ້າງ ແລະ ລວມເຂົ້າກັບອີກອັນໜຶ່ງ, ແລະ ແລ້ວກໍອີກອັນໜຶ່ງ, ແລະ ອີກອັນໜຶ່ງ. ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ແສງອັນໜຶ່ງຢູ່ບ່ອນນີ້ ແລະ ແສງອີກອັນໜຶ່ງຢູ່ບ່ອນນັ້ນ—ຊ່ວງເວລາເລັກໆນ້ອຍໆ, ທີ່ມີຄ່າທາງວິນຍານໃນແຕ່ລະຄັ້ງ—ແກ່ນແທ້ຂອງປະສົບການທາງວິນຍານທີ່ເຕັມໄປດ້ວຍແສງສະຫວ່າງ, ເຕີບໂຕຂຶ້ນພາຍໃນຕົວເຮົາ. ບາງທີແສງພຽງອັນດຽວກໍບໍ່ເຂັ້ມແຂງ ຫລື ສະຫວ່າງພໍທີ່ຈະສ້າງປະຈັກພະຍານທີ່ສົມບູນໄດ້, ແຕ່ເມື່ອລວມເຂົ້າກັນແລ້ວ ພວກມັນກໍສາມາດກາຍເປັນແສງທີ່ຄວາມມືດແຫ່ງຄວາມສົງໄສບໍ່ສາມາດເອົາຊະນະໄດ້.
“ໂອ້ ດັ່ງນັ້ນແລ້ວ, ນີ້ບໍ່ແມ່ນຄວາມຈິງບໍ?” ແອວມາຖາມ. “ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖືກແລ້ວ, ເພາະມັນຄືຄວາມສະຫວ່າງ.”24
“ສິ່ງທີ່ມາຈາກພຣະເຈົ້າເປັນຄວາມສະຫວ່າງ,” ພຣະຜູ້ເປັນເຈົ້າສິດສອນເຮົາ, “ແລະ ຄົນທີ່ໄດ້ຮັບຄວາມສະຫວ່າງ, ແລະ ດຳເນີນຢູ່ກັບພຣະເຈົ້າ, ຈະໄດ້ຮັບຄວາມສະຫວ່າງຫລາຍຂຶ້ນ; ແລະ ຄວາມສະຫວ່າງນັ້ນຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.”25
ນັ້ນໝາຍຄວາມວ່າ, ອ້າຍເອື້ອຍນ້ອງທັງຫລາຍ, ໃນເວລານັ້ນ ແລະ ຜ່ານທາງ “ຄວາມພາກພຽນ,”26 ເຮົາກໍຈະສາມາດມີເລົາແສງຂອງເຮົາເອງເຊັ່ນກັນ—ທີລະອັນ. ແລະ ໃນທ່າມກາງຂອງເລົານັ້ນ, ເຮົາກໍເຊັ່ນກັນ ຈະເຫັນພຣະບິດາເທິງສະຫວັນທີ່ຊົງຮັກ ເອີ້ນຊື່ຂອງເຮົາ, ຊີ້ພຣະຫັດໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ເຊື້ອເຊີນເຮົາ “ຈົ່ງຟັງທ່ານ!”
ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ວ່າພຣະອົງຄືຄວາມສະຫວ່າງ ແລະ ຊີວິດຂອງໂລກທັງໝົດ—ແລະ ຄືໂລກສ່ວນຕົວຂອງທ່ານ ແລະ ຂ້າພະເຈົ້ານຳອີກ.
ຂ້າພະເຈົ້າເປັນພະຍານວ່າ ພຣະອົງຄືພຣະບຸດທີ່ແທ້ຈິງ ແລະ ຊົງພຣະຊົນຢູ່ຂອງພຣະເຈົ້າທີ່ແທ້ຈິງ ແລະ ຊົງພຣະຊົນຢູ່, ແລະ ວ່າພຣະອົງຢືນເປັນປະມຸກຂອງສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ແຫ່ງນີ້, ນຳທາງ ແລະ ນຳພາໂດຍສາດສະດາ ແລະ ອັກຄະສາວົກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະອົງ.
ຂໍໃຫ້ເຮົາຮັບຮູ້ ແລະ ຮັບເອົາແສງສະຫວ່າງທີ່ຮຸ່ງໂລດຂອງພຣະອົງ ແລະ ແລ້ວເລືອກພຣະອົງເໜືອຄວາມມືດຂອງໂລກ—ຕະຫລອດໄປ ແລະ ຊົ່ວນິລັນດອນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.