ມັນເປັນຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າວ່າ ພວກເຮົາຄວນມີພຣະຄຳພີມໍມອນ
ຂ້າພະເຈົ້າອະທິຖານວ່າ ການອ່ານພຣະຄຳພີມໍມອນປີນີ້ ຈະເປັນຄວາມຊື່ນຊົມ ແລະ ພອນສຳລັບພວກເຮົາແຕ່ລະຄົນ.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ພວກເຮົາຮູ້ບຸນຄຸນສຳລັບຄວາມພະຍາຍາມຂອງທ່ານໃນການອ່ານພຣະຄຳພີພ້ອມກັບປຶ້ມ ຈົ່ງຕາມເຮົາມາ. ຂອບໃຈຫລາຍໆສຳລັບທຸກສິ່ງທີ່ທ່ານກຳລັງເຮັດ. ຄວາມເຊື່ອມໂຍງຂອງທ່ານກັບພຣະເຈົ້າ ແລະ ພຣະຄຳຂອງພຣະອົງໃນແຕ່ລະມື້ ມີຜົນສະທ້ອນທີ່ເລິກເຊິ່ງ. “ພວກເຈົ້າພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.”1
ການອ່ານຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດໃນພຣະຄຳພີ ຊ່ວຍໃຫ້ເຮົາປ່ຽນບ້ານເຮືອນຂອງເຮົາ ໃຫ້ເປັນສະຖານທີ່ສັກສິດແຫ່ງສັດທາ ແລະ ເປັນສູນກາງການຮຽນຮູ້ພຣະກິດຕິຄຸນ.2 ມັນເຊື້ອເຊີນພຣະວິນຍານໃຫ້ເຂົ້າມາສູ່ບ້ານເຮືອນຂອງເຮົາ. ພຣະວິນຍານບໍລິສຸດເຕີມເຕັມຈິດວິນຍານຂອງເຮົາດ້ວຍຄວາມສຸກ3 ແລະ ປ່ຽນເຮົາໃຫ້ເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊົ່ວຊີວິດ.
ຕະຫລອດເວລາຫລາຍປີມານີ້, ຂະນະທີ່ອ່ານພຣະຄຳພີສັກສິດ, ເຮົາໄດ້ສັງເກດເຫັນພາບກວ້າງຂອງຄຳສອນຂອງພຣະເຈົ້າແກ່ລູກໆຂອງພຣະອົງໃນທຸກຍຸກທຸກສະໄໝທີ່ສຳຄັນຂອງພຣະກິດຕິຄຸນ.4
ໃນທຸກໆຍຸກສະໄໝ, ເຮົາໄດ້ເຫັນແບບແຜນທີ່ຄຸ້ນເຄີຍ. ພຣະເຈົ້າຟື້ນຟູ ຫລື ເປີດເຜີຍພຣະກິດຕິຄຸນຂອງພຣະເຢຊູຄຣິດຜ່ານທາງສາດສະດາຂອງພຣະອົງ. ຜູ້ຄົນຕິດຕາມສາດສະດາ ແລະ ໄດ້ຮັບພອນຢ່າງຍິ່ງໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອເວລາຜ່ານໄປ, ບາງຄົນກໍເຊົາເອົາໃຈໃສ່ຖ້ອຍຄຳຂອງສາດສະດາ ແລະ ຕີຕົວອອກຫ່າງຈາກພຣະຜູ້ເປັນເຈົ້າ ແລະ ພຣະກິດຕິຄຸນຂອງພຣະອົງ. ນີ້ແມ່ນສິ່ງທີ່ເຮົາເອີ້ນວ່າ ການປະຖິ້ມຄວາມເຊື່ອ. ພຣະກິດຕິຄຸນໄດ້ຖືກເປີດເຜີຍແກ່ອາດາມກ່ອນ, ແຕ່ລູກໆບາງຄົນຂອງອາດາມ ແລະ ເອວາໄດ້ຫັນໜີຈາກພຣະຜູ້ເປັນເຈົ້າໃນການປະຖິ້ມຄວາມເຊື່ອ.5 ເຮົາເຫັນແບບແຜນຂອງການຟື້ນຟູ ແລະ ການປະຖິ້ມຄວາມເຊື່ອເກີດຂຶ້ນຢ່າງຊໍ້າໆໃນຍຸກສະໄໝຂອງເອນົກ, ໂນອາ, ອັບຣາຮາມ, ໂມເຊ, ແລະ ຄົນອື່ນໆ.
ຕອນນີ້, ມື້ນີ້, ເຮົາຢູ່ໃນຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.6 ນີ້ເປັນຍຸກສະໄໝດຽວທີ່ຈະບໍ່ຈົບລົງດ້ວຍການປະຖິ້ມຄວາມເຊື່ອ.7 ແມ່ນຍຸກສະໄໝນີ້ແຫລະ ທີ່ຈະນຳໄປສູ່ການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ການປົກຄອງສະຫັດສະວັດຂອງພຣະອົງ.
ສະນັ້ນ, ແມ່ນຫຍັງທີ່ແຕກຕ່າງກ່ຽວກັບຍຸກສະໄໝນີ້? ພຣະຜູ້ເປັນເຈົ້າໄດ້ປະທານສິ່ງໃດແກ່ພວກເຮົາໃນສະໄໝນີ້, ໂດຍສະເພາະໃນວັນເວລາຂອງເຮົາ, ທີ່ຊ່ວຍໃຫ້ເຮົາຫຍັບເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ ແລະ ບໍ່ມີວັນໜີຈາກພຣະອົງ?
ຄຳຕອບໜຶ່ງທີ່ເຂົ້າມາໃນຄວາມຄິດຂອງຂ້າພະເຈົ້າແມ່ນ ພຣະຄຳພີ—ແລະ ໂດຍສະເພາະແມ່ນ ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ.
ຂະນະທີ່ພຣະເຈົ້າໄດ້ສັນຍາວ່າ ຈະບໍ່ມີການປະຖິ້ມຄວາມເຊື່ອ ໂດຍທົ່ວໄປ ອີກ, ເຮົາຈະຕ້ອງມີສະຕິ ແລະ ລະມັດລະວັງ ເພື່ອຫລີກລ້ຽງການປະຖິ້ມຄວາມເຊື່ອ ສ່ວນຕົວ—ໂດຍການຈື່ຈຳ, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເຮົາແຕ່ລະຄົນມີຄວາມຮັບຜິດຊອບຕໍ່ການເຕີບໂຕທາງວິນຍານ ຂອງເຮົາເອງ.”8 ການສຶກສາພຣະຄຳພີມໍມອນ, ດັ່ງທີ່ເຮົາກຳລັງເຮັດໃນປີນີ້, ຈະພາເຮົາເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຍິ່ງຂຶ້ນສະເໝີ—ແລະ ຈະຊ່ວຍໃຫ້ເຮົາຢູ່ໃກ້ກັບພຣະອົງ.
ເຮົາເອີ້ນມັນວ່າ “ການສຶກສາ,” ແລະ ນັ້ນເປັນສິ່ງທີ່ດີ ເພາະມັນບົ່ງບອກເຖິງຄວາມພະຍາຍາມ. ແຕ່ເຮົາບໍ່ຈຳເປັນຕ້ອງຮຽນຮູ້ຂໍ້ເທັດຈິງໃໝ່ສະເໝີໄປ. ບາງເທື່ອ ການອ່ານພຣະຄຳພີມໍມອນກໍເປັນພຽງແຕ່ເລື່ອງກ່ຽວກັບຄວາມຮູ້ສຶກເຊື່ອມໂຍງກັບພຣະເຈົ້າໃນມື້ນີ້—ເປັນການບຳລຸງລ້ຽງຈິດວິນຍານ, ການເພີ່ມຄວາມເຂັ້ມແຂງທາງວິນຍານກ່ອນທີ່ຈະອອກໄປປະເຊີນໂລກ, ຫລື ການພົບການປິ່ນປົວ ຫລັງຈາກ ມື້ທີ່ໜັກໜ່ວງຢູ່ທາງນອກໃນໂລກ.
ເຮົາສຶກສາພຣະຄຳພີ ເພື່ອວ່າພຣະວິນຍານບໍລິສຸດ, ຄູສອນຜູ້ຍິ່ງໃຫຍ່, ຈະສາມາດເຮັດໃຫ້ການປ່ຽນໃຈເຫລື້ອມໃສຂອງເຮົາຕໍ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດເລິກເຊິ່ງຍິ່ງຂຶ້ນ ແລະ ຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພວກພຣະອົງຫລາຍຍິ່ງຂຶ້ນ.9
ໂດຍທີ່ມີຄວາມຄິດເຫລົ່ານີ້ໃນຈິດໃຈ, ເຮົາສາມາດພິຈາລະນາວ່າ, “ພຣະວິນຍານບໍລິສຸດໄດ້ສິດສອນຫຍັງເຮົາໃນອາທິດນີ້ ລະຫວ່າງທີ່ເຮົາສຶກສາພຣະຄຳພີມໍມອນ?” ແລະ “ບົດຮຽນນີ້ພາເຮົາເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຍິ່ງຂຶ້ນໄດ້ແນວໃດ?”
ນີ້ແມ່ນຄຳຖາມທີ່ດີສຳລັບການສຶກສາພຣະຄຳພີຂອງເຮົາຢູ່ທີ່ບ້ານ. ມັນຍັງເປັນຄຳຖາມທີ່ດີເລີດໃນການເລີ່ມຕົ້ນຫ້ອງຮຽນວັນອາທິດຢູ່ທີ່ໂບດນຳອີກ. ເຮົາປັບປຸງການສິດສອນຂອງເຮົາຢູ່ທີ່ໂບດໃນວັນອາທິດ ໂດຍການປັບປຸງການຮຽນຮູ້ຂອງເຮົາຢູ່ທີ່ບ້ານໃນລະຫວ່າງອາທິດ. ດັ່ງນັ້ນ, ຢູ່ໃນຫ້ອງຮຽນວັນອາທິດຂອງເຮົາ, “ຄົນທີ່ສັ່ງສອນ ແລະ ຄົນທີ່ໄດ້ຮັບຈະເຂົ້າໃຈກັນ, ແລະ ທັງສອງໄດ້ຮັບການເສີມສ້າງ ແລະ ປິຕິຍິນດີນຳກັນ.”10
ນີ້ແມ່ນບາງຂໍ້ທີ່ພຣະວິນຍານໄດ້ປະທັບໄວ້ໃນຈິດໃຈຂອງຂ້າພະເຈົ້າຈາກການສຶກສາພຣະຄຳພີມໍມອນອາທິດນີ້:
-
ນີໄຟໄດ້ສັ່ງໃຫ້ຢາໂຄບ “ຮັກສາແຜ່ນຈາລຶກເຫລົ່ານີ້ ແລະ ມອບໃຫ້ … ຈາກລຸ້ນສູ່ລຸ້ນ. ແລະ ຖ້າຫາກມີການສັ່ງສອນອັນສັກສິດ ຫລື ການເປີດເຜີຍ … , ຫລື ການທຳນາຍ,” ຢາໂຄບຄວນ “ບັນທຶກ … ໄວ້ໃນແຜ່ນຈາລຶກເຫລົ່ານີ້ … ເພື່ອເຫັນແກ່ຜູ້ຄົນຂອງ [ພວກເຂົາ].”11
-
ຕໍ່ມາ ຢາໂຄບໄດ້ເປັນພະຍານວ່າ, “ພວກເຮົາຄົ້ນຫາ [ພຣະຄຳພີ], … ແລະ ມີພະຍານທັງໝົດນີ້ ພວກເຮົາຈຶ່ງໄດ້ຮັບຄວາມຫວັງ, ແລະ ມີສັດທາຢ່າງບໍ່ສະທ້ານຫວັ່ນໄຫວ.”12
ບັດນີ້, ຂໍ້ເຫລົ່ານີ້ເຮັດໃຫ້ຂ້າພະເຈົ້າຈື່ສິ່ງທີ່ນີໄຟເຄີຍໄດ້ກ່າວໄວ້ກ່ອນໜ້ານີ້ກ່ຽວກັບແຜ່ນຈາລຶກທອງເຫລືອງ ທີ່ວ່າ:
“ພວກເຮົາໄດ້ຮັບບັນທຶກ … ແລະ ຄົ້ນຄວ້າມັນ ແລະ ພົບວ່າເປັນສິ່ງ … ມີຄຸນຄ່າຫລາຍຕໍ່ພວກເຮົາ ເຖິງຂະໜາດທີ່ພວກເຮົາຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າໄວ້ເພື່ອລູກຫລານຂອງພວກເຮົາ.
“ດັ່ງນັ້ນ ມັນຈຶ່ງເປັນຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າ ທີ່ພວກເຮົາຈະເອົາມັນໄປນຳ, ເວລາເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ໄປຫາແຜ່ນດິນແຫ່ງຄຳສັນຍາ.”13
ບັດນີ້, ຖ້າມັນເປັນຄວາມສະຫລຽວສະຫລາດສຳລັບລີໄຮ ແລະ ຄອບຄົວຂອງເພິ່ນທີ່ຈະມີພຣະຄຳພີ, ມັນກໍເປັນສິ່ງທີ່ສະຫລຽວສະຫລາດສຳລັບເຮົາເຊັ່ນກັນໃນທຸກມື້ນີ້. ຄຸນຄ່າທີ່ຍິ່ງໃຫຍ່ ແລະ ພະລັງທາງວິນຍານຂອງພຣະຄຳພີຍັງຄົງສືບຕໍ່ສ່ອງສະຫວ່າງໃນຊີວິດຂອງເຮົາທຸກມື້ນີ້.
ຍັງບໍ່ເຄີຍມີຄົນໃດໃນປະຫວັດສາດທີ່ສາມາດເຂົ້າເຖິງພຣະຄຳພີມໍມອນ ແລະ ພຣະຄຳພີອື່ນໆທີ່ພວກເຮົາຊື່ນຊົມໃນທຸກມື້ນີ້.14 ແມ່ນແລ້ວ, ລີໄຮ ແລະ ຄອບຄົວຂອງເພິ່ນໄດ້ຮັບພອນໃນການເອົາແຜ່ນຈາລຶກທອງເຫລືອງໄປນຳພວກເພິ່ນ, ແຕ່ພວກເພິ່ນບໍ່ໄດ້ມີສຳເນົາໄວ້ສຳລັບທຸກໆຜ້າເຕັນ! ສຳເນົາທີ່ສຳຄັນທີ່ສຸດຂອງພຣະຄຳພີມໍມອນ ແມ່ນສຳເນົາສ່່ວນຕົວຂອງເຮົາ. ມັນແມ່ນສຳເນົາທີ່ເຮົາອ່ານ.
ໃນພາບນິມິດຂອງລີໄຮກ່ຽວກັບຕົ້ນໄມ້ແຫ່ງຊີວິດ, ລີໄຮໄດ້ສິດສອນເຮົາເຖິງຄວາມສຳຄັນຂອງປະສົບການສ່ວນຕົວກັບຄວາມຮັກຂອງພຣະເຈົ້າ. ຫລັງຈາກທີ່ເພິ່ນໄດ້ຮັບສ່ວນໝາກໄມ້ນັ້ນແລ້ວ, ລີໄຮກໍໄດ້ເຫັນເມຍຂອງເພິ່ນ, ຊາໄຣຢາ, ແລະ ພວກລູກຊາຍເພິ່ນ ນີໄຟ ແລະ ແຊມ ຫ່າງອອກໄປໜ້ອຍໜຶ່ງ.
“ເຂົາເຈົ້າຢືນງົງຢູ່ບໍ່ຮູ້ວ່າ ເຂົາເຈົ້າຈະໄປທາງໃດ.
“… ພໍ່ໄດ້ຮ້ອງຫາພວກເຂົາ,” ລີໄຮກ່າວ, “ແລະ ເອີ້ນພວກເຂົາດ້ວຍ ສຽງດັງ ເພື່ອໃຫ້ພວກເຂົາມາຫາພໍ່, ແລະ ຮັບສ່ວນໝາກໄມ້ ຊຶ່ງເປັນໝາກໄມ້ທີ່ເພິ່ງປາດຖະໜາເໜືອກວ່າໝາກໄມ້ອື່ນໃດທັງສິ້ນ.
“ແລະ … ພວກເຂົາໄດ້ມາຫາພໍ່ ແລະ ຮັບສ່ວນໝາກໄມ້ເໝືອນກັນ.”15
ຂ້າພະເຈົ້າມັກຕົວຢ່າງຂອງລີໄຮໃນການລ້ຽງລູກແບບຕັ້ງໃຈ. ຊາໄຣຢາ, ນີໄຟ, ແລະ ແຊມ ໄດ້ໃຊ້ຊີວິດທີ່ດີ ແລະ ຊອບທຳ. ແຕ່ພຣະຜູ້ເປັນເຈົ້າມີບາງສິ່ງທີ່ດີກວ່າ, ບາງສິ່ງທີ່ຫວານກວ່າສຳລັບພວກເພິ່ນ. ແຕ່ພວກເພິ່ນບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ໃສ, ແຕ່ລີໄຮໄດ້ຊອກເຫັນມັນ. ສະນັ້ນ ເພິ່ນຈຶ່ງເອີ້ນຫາພວກເພິ່ນ “ດ້ວຍສຽງດັງ” ໃຫ້ມາຫາຕົ້ນໄມ້ແຫ່ງຊີວິດ ແລະ ຮັບສ່ວນໝາກໄມ້ສຳລັບພວກເພິ່ນເອງ. ຄຳຊີ້ນຳຂອງເພິ່ນນັ້ນ ແຈ່ມແຈ້ງ. ມັນບໍ່ສາມາດທີ່ຈະເຂົ້າໃຈຜິດໄດ້.
ຂ້າພະເຈົ້າເປັນຜົນຂອງການລ້ຽງລູກແບບຕັ້ງໃຈໃນແບບທີ່ຄ້າຍຄືກັນນີ້.16 ຕອນທີ່ຂ້າພະເຈົ້າຍັງໜຸ່ມ, ໜ້າຈະປະມານ 11 ຫລື 12 ປີ, ແມ່ຂອງຂ້າພະເຈົ້າຖາມຂ້າພະເຈົ້າວ່າ, “ມາກ, ລູກຮູ້ດ້ວຍຕົວເອງ, ໂດຍພຣະວິນຍານບໍລິສຸດບໍ່, ວ່າພຣະກິດຕິຄຸນເປັນຄວາມຈິງ?”
ຂ້າພະເຈົ້າຕົກຕະລຶງກັບຄຳຖາມຂອງເພິ່ນ. ຂ້າພະເຈົ້າໄດ້ພະຍາຍາມທີ່ຈະເປັນ “ເດັກດີ,” ແລະ ຂ້າພະເຈົ້າເຄີຍຄິດວ່າ ມັນພຽງພໍແລ້ວ. ແຕ່ແມ່ຂອງຂ້າພະເຈົ້າ, ເຊັ່ນດຽວກັບລີໄຮ, ຮູ້ວ່າຈຳເປັນຕ້ອງມີບາງສິ່ງທີ່ຫລາຍກວ່ານີ້. ຂ້າພະເຈົ້າຈຳເປັນຕ້ອງລົງມືປະຕິບັດ ແລະ ຮູ້ຈັກດ້ວຍຕົວເອງ.
ຂ້າພະເຈົ້າໄດ້ຕອບໄປວ່າ ຂ້າພະເຈົ້າຍັງບໍ່ທັນມີປະສົບການນັ້ນເທື່ອ. ແລະ ເບິ່ງຄືວ່າ ເພິ່ນບໍ່ໄດ້ຕົກຕະລຶງກັບຄຳຕອບຂອງຂ້າພະເຈົ້າເລີຍ.
ແລ້ວເພິ່ນກໍເວົ້າບາງຢ່າງທີ່ຂ້າພະເຈົ້າບໍ່ມີວັນລືມ. ຂ້າພະເຈົ້າຈື່ຄຳເວົ້າຂອງເພິ່ນຈົນເຖິງມື້ນີ້: “ພຣະບິດາເທິງສະຫວັນຢາກໃຫ້ລູກຮູ້ຈັກດ້ວຍຕົວເອງ. ແຕ່ລູກຕ້ອງໃຊ້ຄວາມພະຍາຍາມ. ລູກຕ້ອງອ່ານພຣະຄຳພີມໍມອນ ແລະ ອະທິຖານເພື່ອຈະໄດ້ຮູ້ຈັກໂດຍພຣະວິນຍານບໍລິສຸດ. ພຣະບິດາເທິງສະຫວັນຈະຕອບຄຳອະທິຖານຂອງລູກ.”
ແຕ່, ຂ້າພະເຈົ້າບໍ່ເຄີຍອ່ານພຣະຄຳພີມໍມອນມາກ່ອນ. ຂ້າພະເຈົ້າບໍ່ໄດ້ຄິດວ່າ ຂ້າພະເຈົ້າໃຫຍ່ພໍທີ່ຈະອ່ານມັນ. ແຕ່ແມ່ຂອງຂ້າພະເຈົ້າຮູ້ດີກວ່ານັ້ນ.
ຄຳຖາມຂອງເພິ່ນຈຸດປະກາຍຄວາມປາດຖະໜາໃນຕົວຂອງຂ້າພະເຈົ້າທີ່ຈະຮູ້ດ້ວຍຕົວເອງ.
ສະນັ້ນ, ແຕ່ລະຄືນ, ຢູ່ໃນຫ້ອງນອນ ຂ້າພະເຈົ້າໄດ້ແບ່ງປັນກັບອ້າຍນ້ອງຂອງຂ້າພະເຈົ້າສອງຄົນ, ຂ້າພະເຈົ້າໄດ້ເປີດໄຟທີ່ຢູ່ຫົວຕຽງຂອງຂ້າພະເຈົ້າ ແລະ ອ່ານບົດໜຶ່ງໃນພຣະຄຳພີມໍມອນ. ຫລັງຈາກນັ້ນ, ເມື່ອປິດໄຟແລ້ວ, ຂ້າພະເຈົ້າກໍລົງຈາກຕຽງເພື່ອຄຸເຂົ່າ ແລະ ອະທິຖານ. ຂ້າພະເຈົ້າອະທິຖານຢ່າງຈິງໃຈກວ່າເກົ່າ ແລະ ດ້ວຍຄວາມປາດຖະໜາທີ່ຍິ່ງໃຫຍ່ກວ່າທີ່ຂ້າພະເຈົ້າເຄີຍມີມາກ່ອນ. ຂ້າພະເຈົ້າໄດ້ຂໍໃຫ້ພຣະບິດາເທິງສະຫວັນຊົງໂຜດໃຫ້ຂ້າພະເຈົ້າຮູ້ຈັກເຖິງຄວາມຈິງຂອງພຣະຄຳພີມໍມອນ.
ຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ເລີ່ມອ່ານພຣະຄຳພີມໍມອນ, ຂ້າພະເຈົ້າໄດ້ຮູ້ສຶກວ່າ ພຣະບິດາເທິງສະຫວັນໄດ້ຮັບຮູ້ເຖິງຄວາມພະຍາຍາມຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າໄດ້ຮູ້ສຶກວ່າ ຂ້າພະເຈົ້າສຳຄັນຕໍ່ພຣະອົງ. ຂະນະທີ່ຂ້າພະເຈົ້າອ່ານ ແລະ ອະທິຖານ, ຄວາມຮູ້ສຶກສະບາຍໃຈ ແລະ ສະຫງົບສຸກກໍມາສູ່ຂ້າພະເຈົ້າ. ເທື່ອລະບົດໆ, ແສງແຫ່ງສັດທາໄດ້ສ່ອງສະຫວ່າງຫລາຍຍິ່ງຂຶ້ນໃນຈິດວິນຍານຂອງຂ້າພະເຈົ້າ. ເມື່ອເຖິງເວລາ, ຂ້າພະເຈົ້າກໍໄດ້ຮູ້ວ່າ ຄວາມຮູ້ສຶກເຫລົ່ານີ້ແມ່ນການຢືນຢັນຄວາມຈິງຈາກພຣະວິນຍານບໍລິສຸດ.17 ຂ້າພະເຈົ້າໄດ້ຮູ້ຈັກດ້ວຍຕົວເອງວ່າ ພຣະຄຳພີມໍມອນແມ່ນຄວາມຈິງ ແລະ ວ່່າພຣະເຢຊູຄຣິດແມ່ນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ຂ້າພະເຈົ້າກະຕັນຍູຫລາຍສໍ່າໃດສຳລັບຄຳເຊື້ອເຊີນທີ່ດົນໃຈຂອງແມ່ຂອງຂ້າພະເຈົ້າ.
ປະສົບການການອ່ານພຣະຄຳພີມໍມອນສະໄໝເປັນເດັກ ໄດ້ເລີ່ມຕົ້ນແບບແຜນຂອງການສຶກສາພຣະຄຳພີທີ່ສືບຕໍ່ເປັນພອນໃຫ້ຂ້າພະເຈົ້າມາຈົນເຖິງມື້ນີ້. ຂ້າພະເຈົ້າຍັງອ່ານພຣະຄຳພີມໍມອນ ແລະ ຄຸເຂົ່າອະທິຖານຄືເກົ່າ. ແລະ ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງຄວາມຈິງຂອງມັນເທື່ອແລ້ວເທື່ອອີກ.
ນີໄຟໄດ້ກ່າວໄວ້ຢ່າງຖືກຕ້ອງ. ມັນເປັນຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າ ທີ່ພວກເຮົາຈະໄດ້ຖືພຣະຄຳພີໄປນຳພວກເຮົາໄປຕະຫລອດຊີວິດ. ພຣະຄຳພີມໍມອນເປັນ “ສີລາສຳຄັນ” ທີ່ເຮັດໃຫ້ຍຸກສະໄໝນີ້ແຕກຕ່າງຈາກຍຸກສະໄໝທັງໝົດທີ່ຜ່ານມາ. ຕາບໃດທີ່ເຮົາສຶກສາພຣະຄຳພີມໍມອນ ແລະ ຕິດຕາມສາດສະດາທີ່ມີຊີວິດຢູ່, ຈະບໍ່ມີການປະຖິ້ມຄວາມເຊື່ອສ່ວນຕົວໃນຊີວິດຂອງເຮົາ.18
ຄຳເຊື້ອເຊີນໃຫ້ເຂົ້າມາຫາຕົ້ນໄມ້ແຫ່ງຊີວິດ ໂດຍການຍຶດໝັ້ນໃນພຣະຄຳຂອງພຣະເຈົ້າ ບໍ່ແມ່ນພຽງແຕ່ຄຳເຊື້ອເຊີນຈາກລີໄຮເຖິງຄອບຄົວຂອງເພິ່ນເທົ່ານັ້ນ, ແລະ ມັນບໍ່ແມ່ນພຽງແຕ່ຄຳເຊື້ອເຊີນຈາກແມ່ເຖິງຂ້າພະເຈົ້າເທົ່ານັ້ນເພື່ອໃຫ້ອ່ານ ແລະ ອະທິຖານກ່ຽວກັບພຣະຄຳພີມໍມອນ. ນີ້ຍັງເປັນຄຳເຊື້ອເຊີນຈາກສາດສະດາຂອງພວກເຮົາ, ປະທານຣະໂຊ ເອັມ ແນວສັນ, ເຖິງພວກເຮົາແຕ່ລະຄົນນຳອີກ.
“ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນດ້ວຍການອະທິຖານ ທຸກມື້, ທ່ານຈະສາມາດຕັດສິນໃຈໄດ້ດີກວ່າເກົ່າ—ທຸກມື້. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານໄຕ່ຕອງສິ່ງທີ່ທ່ານສຶກສາ, ປະຕູສະຫວັນຈະເປີດອອກ, ແລະ ທ່ານຈະໄດ້ຮັບຄຳຕອບໃຫ້ແກ່ຄຳຖາມຂອງທ່ານ ແລະ ໄດ້ຮັບການຊີ້ນຳສຳລັບຊີວິດຂອງທ່ານເອງ.”19
ຂ້າພະເຈົ້າອະທິຖານວ່າ ການອ່ານພຣະຄຳພີມໍມອນປີນີ້ ຈະເປັນຄວາມຊື່ນຊົມ ແລະ ພອນສຳລັບພວກເຮົາແຕ່ລະຄົນ ແລະ ຈະນຳພາເຮົາເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຍິ່ງກວ່າທີ່ຜ່ານມາ.
ພຣະບິດາເທິງສະຫວັນຊົງພຣະຊົນຢູ່. ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ພຣະຄຳພີມໍມອນບັນຈຸພຣະຄຳຂອງພຣະອົງ ແລະ ສື່ສານເຖິງຄວາມຮັກຂອງພຣະອົງ. ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າຢູ່ເທິງແຜ່ນດິນໂລກໃນທຸກມື້ນີ້. ຂ້າພະເຈົ້າຮູ້ວ່າສິ່ງເຫລົ່ານີ້ເປັນຄວາມຈິງ ຍ້ອນພະຍານການຢືນຢັນຂອງພຣະວິນຍານບໍລິສຸດ, ຊຶ່ງເປັນຄຳພະຍານທີ່ຂ້າພະເຈົ້າໄດ້ຮັບເປັນຄັ້ງທຳອິດ ຂະນະທີ່ກຳລັງອ່ານພຣະຄຳພີມໍມອນສະໄໝເປັນເດັກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.