ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ

ເພື່ອ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ, ເຮົາ​ຕ້ອງ​ມີ​ທາງ​ເລືອກ​ທີ່​ກົງ​ກັນ​ຂ້າມ​ກັນ​ໃຫ້​ເຮົາ​ພິ​ຈາ​ລະ​ນາ.

ເມື່ອ​ບໍ່​ດົນ​ມາ​ນີ້, ໃນ​ຂະ​ນະ​ທີ່​ກຳ​ລັງ​ຂັບ​ລົດ​ຢູ່​ໃນ​ເມືອງ​ທີ່​ພວກ​ເຮົາ​ບໍ່​ຮູ້​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ລ້ຽວ​ລົດ​ຜິດ​ທາງ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ, ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ຕ້ອງ​ຂັບ​ຂຶ້ນ​ໄປ​ທາງ​ດ່ວນ​ທີ່​ບໍ່​ສາ​ມາດ​ລ້ຽວ​ກັບ​ໄດ້​ເປັນ​ໄລ​ຍະ​ຫລາຍ​ກິ​ໂລ​ແມັດ. ພວກ​ເຮົາ​ໄດ້​ຮັບ​ຄຳ​ເຊີນ​ທີ່​ດີ​ໃຫ້​ໄປ​ບ້ານ​ຂອງ​ເພື່ອນ​ຄົນ​ໜຶ່ງ ແລະ ເປັນ​ຫ່ວງ​ວ່າ​ຕອນ​ນີ້​ພວກ​ເຮົາ​ອາດ​ຈະ​ໄປ​ຮອດ​ຊ້າ​ຫລາຍ​ກວ່າ​ທີ່​ພວກ​ເຮົາ​ຄາດ​ໄວ້.

ຂະ​ນະ​ທີ່​ຂັບ​ລົດ​ຢູ່​ໃນ​ທາງ​ດ່ວນ​ເສັ້ນ​ນີ້ ແລະ ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ອີກ​ຄັ້ງ​ຢ່າງ​ສິ້ນ​ຫວັງ, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໂທດ​ຕົວ​ເອງ​ທີ່​ບໍ່​ໄດ້​ໃສ່​ໃຈ​ລະ​ບົບ​ການ​ນຳ​ທາງ​ໃຫ້​ດີ​ກ່ອນ​ນີ້. ປະ​ສົບ​ການ​ນີ້​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ບາງ​ຄັ້ງ​ໃນ​ຊີ​ວິດ​ຂອງ​ເຮົາ ເຮົາ​ກໍ​ຕັດ​ສິນ​ໃຈ​ຜິດ ແລະ ເຮົາ​ຕ້ອງ​ໄດ້​ໃຊ້​ຊີ​ວິດ​ກັບ​ຜົນ​ທີ່​ຕາມ​ມາ​ຢ່າງ​ຖ່ອມ​ໃຈ ແລະ ອົດ​ທົນ​ຕໍ່​ໄປ ຈົນ​ກວ່າ​ເຮົາ​ຈະ​ສາ​ມາດ​ປ່ຽນ​ເສັ້ນ​ທາງ​ໄດ້​ອີກ​ຄັ້ງ.

ຊີ​ວິດ​ຄື​ທຸກ​ສິ່ງ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ເລືອກ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ມອບ​ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈ​ຈາກ​ສະ​ຫວັນ​ຢ່າງ​ແນ່​ແທ້​ໃຫ້​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້​ຈາກ​ການ​ເລືອກ​ຂອງ​ເຮົາ—ຈາກ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ຈາກ​ສິ່ງ​ທີ່​ຜິດ​ນຳ​ອີກ. ເຮົາ​ແກ້​ໄຂ​ການ​ເລືອກ​ຜິດ​ຂອງ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ. ນີ້​ຄື​ຈຸດ​ທີ່​ການ​ເຕີບ​ໂຕ​ເກີດ​ຂຶ້ນ. ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ເຮົາ​ທຸກ​ຄົນ​ແມ່ນ​ກ່ຽວ​ກັບ​ການ​ຮຽນ​ຮູ້, ການ​ພັດ​ທະ​ນາ, ແລະ ການ​ກ້າວ​ໄປ​ທາງ​ໜ້າ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ ໄດ້​ຮັບ​ການ​ສິດ​ສອນ​ຈາກ​ຜູ້​ສອນ​ສາດ​ສະ​ໜາ ແລະ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ສະ​ເໝີ​ກັບ​ການ​ສິດ​ສອນ​ທີ່​ເລິກ​ເຊິ່ງ ທີ່​ລີ​ໄຮ​ໄດ້​ສິດ​ສອນ​ຢາ​ໂຄບ​ລູກ​ຊາຍ​ຂອງ​ເພິ່ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ໄດ້​ສິດ​ສອນ​ລາວ​ວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ທານ​ໃຫ້​ມະ​ນຸດ ເພື່ອ​ພວກ​ເຂົາ​ຈະ​ກະ​ທຳ​ດ້ວຍ​ຕົວ​ເອງ”1 ແລະ ວ່າ “ມັນ​ຕ້ອງ​ມີ​ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ.”2 ເພື່ອ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ, ເຮົາ​ຕ້ອງ​ມີ​ທາງ​ເລືອກ​ທີ່​ກົງ​ກັນ​ຂ້າມ​ກັນ​ໃຫ້​ເຮົາ​ພິ​ຈາ​ລະ​ນາ. ໃນ​ການ​ກະ​ທຳ​ເຊັ່ນ​ນັ້ນ, ພຣະ​ຄຳ​ພີ​ມໍ​ມອນ​ຍັງ​ເຕືອນ​ເຮົາ​ອີກ​ວ່າ​ເຮົາ “ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ພາກ​ພຽນ”3 ແລະ ວ່າ “ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ”4 ໄດ້​ຖືກ​ປະ​ທານ​ໃຫ້​ກັບ​ເຮົາ​ທຸກ​ຄົນ ເພື່ອ​ໃຫ້ “ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ.”5

ໃນ​ຊີ​ວິດ, ເຮົາ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ທາງ​ເລືອກ​ທີ່​ສຳ​ຄັນ​ຫລາຍ​ຢ່າງ​ຢູ່​ສະ​ເໝີ. ຍົກ​ຕົວ​ຢ່າງ:

  • ການ​ເລືອກ​ວ່າ​ເຮົາ​ຈະ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່.

  • ການ​ເລືອກ​ທີ່​ຈະ​ມີ​ສັດ​ທາ ແລະ ຮັບ​ຮູ້​ເມື່ອ​ມີ​ສິ່ງ​ອັດ​ສະ​ຈັນ​ເກີດ​ຂຶ້ນ ຫລື ລໍ​ຖ້າ​ຢ່າງ​ສົງ​ໄສ​ໃຫ້​ບາງ​ສິ່ງ​ເກີດ​ຂຶ້ນ​ເທົ່າ​ນັ້ນ​ກ່ອນ​ການ​ເລືອກ​ທີ່​ຈະ​ເຊື່ອ.

  • ການ​ເລືອກ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ຫລື ຄາດ​ວ່າ​ຈະ​ມີ​ການ​ທ້າ​ທາຍ​ອີກ​ໃນ​ມື້​ຕໍ່​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ.

ເຊັ່ນ​ດຽວ​ກັນ​ກັບ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ລ້ຽວ​ຜິດ​ທາງ​ຂຶ້ນ​ໄປ​ທາງ​ດ່ວນ, ການ​ທົນ​ທຸກ​ຈາກ​ຜົນ​ທີ່​ຕາມ​ມາ​ຂອງ​ການ​ຕັດ​ສິນ​ໃຈ​ທີ່​ບໍ່​ຖືກ​ຕ້ອງ​ຂອງ ເຮົາ​ເອງ ມັກ​ຈະ​ເຈັບ​ປວດ​ເປັນ​ພິ​ເສດ​ຍ້ອນ​ວ່າ ເຮົາ​ໂທດ​ໃຜ​ບໍ່​ໄດ້​ນອກ​ຈາກ​ຕົວ​ເຮົາ​ເອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ກໍ​ສາ​ມາດ​ເລືອກ​ໄດ້​ຢູ່​ສະ​ເໝີ​ທີ່​ຈະ​ຮັບ​ເອົາ​ການ​ປອບ​ໂຍນ​ຜ່ານ​ທາງ​ຂະ​ບວນ​ການ​ກັບ​ໃຈ​ແຫ່ງ​ສະ​ຫວັນ, ແກ້​ໄຂ​ສິ່ງ​ທີ່​ຜິດ​ພາດ​ໃຫ້​ຖືກ​ຕ້ອງ​ໄດ້​ອີກ​ຄັ້ງ, ແລະ ດ້ວຍ​ການ​ເຮັດ​ເຊັ່ນ​ນັ້ນ​ກໍ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ບາງ​ຢ່າງ​ທີ່​ປ່ຽນ​ແປງ​ຊີ​ວິດ.

ບາງ​ຄັ້ງ​ເຮົາ​ກໍ​ອາດ​ຈະ​ພົບ​ພໍ້​ກັບ​ສິ່ງ​ກົງ​ກັນ​ຂ້າມ ແລະ ການ​ທົດ​ລອງ​ຈາກ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້, ເຊັ່ນ​ວ່າ:

  • ຊ່ວງ​ເວ​ລາ​ການ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ເຈັບ​ປ່ວຍ.

  • ເວ​ລາ​ແຫ່ງ​ສັນ​ຕິ​ສຸກ ແລະ ເວ​ລາ​ແຫ່ງ​ສົງ​ຄາມ.

  • ຊົ່ວ​ໂມງ​ກາງ​ເວັນ ແລະ ກາງ​ຄືນ ແລະ ລະ​ດູ​ຮ້ອນ ແລະ ລະ​ດູ​ໜາວ.

  • ເວ​ລາ​ຂອງ​ການ​ອອກ​ແຮງ​ງານ​ຕາມ​ມາ​ດ້ວຍ​ເວ​ລາ​ຂອງ​ການ​ພັກ​ຜ່ອນ.

ເຖິງ​ແມ່ນ​ວ່າ​ຕາມ​ປົກ​ກະ​ຕິ​ແລ້ວ​ເຮົາ​ບໍ່​ສາ​ມາດ​ເລືອກ​ໄດ້​ລະ​ຫວ່າງ​ສະ​ຖາ​ນະ​ການ​ເຫລົ່າ​ນີ້ ເພາະ​ວ່າ​ມັນ​ເກີດ​ຂຶ້ນ​ດ້ວຍ​ຕົວ​ມັນ​ເອງ, ເຮົາ​ຍັງ​ຄົງ​ມີ​ອິດ​ສະ​ລະ​ໃນ​ການ​ເລືອກ​ທີ່​ຈະ​ປະ​ຕິ​ບັດ​ກັບ​ມັນ ແນວ​ໃດ. ເຮົາ​ສາ​ມາດ​ຕອບ​ສະ​ໜອງ​ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ໃນ​ແງ່​ບວກ ຫລື ໃນ​ແງ່​ລົບ. ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ຈາກ​ປະ​ສົບ​ການ ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ຫລື ເຮົາ​ສາ​ມາດ​ຄິດ​ວ່າ​ເຮົາ​ຢູ່​ຕົວ​ຄົນ​ດຽວ​ໃນ​ການ​ທົດ​ລອງ​ນີ້ ແລະ ເຮົາ​ຈຳ​ຕ້ອງ​ທົນ​ທຸກ​ຢູ່​ກັບ​ມັນ​ຕາມ​ລຳ​ພັງ. ເຮົາ​ສາ​ມາດ “ປັບ​ໃບ​ເຮືອ​ຂອງ​ເຮົາ” ໃຫ້​ເຂົ້າ​ກັບ​ຄວາມ​ເປັນ​ຈິງ​ໃໝ່, ຫລື ເຮົາ​ສາ​ມາດ​ຕັດ​ສິນ​ໃຈ​ບໍ່​ປ່ຽນ​ແປງ​ຫຍັງ​ເລີຍ. ໃນ​ຄ່ຳ​ຄືນ​ທີ່​ມືດ​ມິດ, ເຮົາ​ສາ​ມາດ​ເປີດ​ໄຟ​ຂອງ​ເຮົາ. ໃນ​ລະ​ດູ​ໜາວ​ທີ່​ເຍືອກ​ເຢັນ, ເຮົາ​ຄວນ​ເລືອກ​ທີ່​ຈະ​ໃສ່​ເສື້ອ​ຜ້າ​ໃຫ້​ອຸ່ນ. ໃນ​ລະ​ດູ​ການ​ແຫ່ງ​ຄວາມ​ເຈັບ​ປ່ວຍ, ເຮົາ​ສະ​ແຫວງ​ຫາ​ການ​ປິ່ນ​ປົວ ແລະ ການ​ຊ່ວຍ​ເຫລືອ​ທາງ​ວິນ​ຍານ. ເຮົາ​ເປັນ​ຄົນ​ເລືອກ​ວິ​ທີ​ທີ່​ຈະ​ຕອບ​ໂຕ້​ກັບ​ສະ​ຖາ​ນະ​ການ​ເຫລົ່າ​ນີ້.

ປັບ​ປ່ຽນ, ຮຽນ​ຮູ້, ສະ​ແຫວງ​ຫາ, ເລືອກ ລ້ວນ​ແລ້ວ​ແຕ່​ເປັນ​ຄຳ​ກິ​ລິ​ຍາ​ການ​ກະ​ທຳ. ຈົ່ງ​ຈື່​ຈຳ​ໄວ້​ວ່າ​ເຮົາ​ເປັນ​ຜູ້​ກະ​ທຳ ແລະ ບໍ່​ແມ່ນ​ຜູ້​ຖືກ​ກະ​ທຳ​ທັງ​ນັ້ນ. ຂໍ​ໃຫ້​ເຮົາ​ຢ່າ​ລືມ​ວ່າ​ພຣະ​ເຢ​ຊູ​ໄດ້​ສັນ​ຍາ​ໄວ້​ວ່າ “ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ … ເພື່ອ​ພຣະ​ອົງ​ຈະ … ຊ່ວຍ​ເຫລືອ,” ຫລື ຊ່ວຍ​ເຮົາ​ເມື່ອ​ເຮົາ​ຫັນ​ມາ​ຫາ​ພຣະ​ອົງ.6 ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ໄວ້​ເທິງ​ດານ​ຫີນ​ນັ້ນ​ກໍ​ຄື​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ເມື່ອ​ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ເຂົ້າ​ມາ, “ມັນ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ [ເຮົາ].”7 ພຣະ​ອົງ​ໄດ້​ສັນ​ຍາ​ວ່າ “ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ [ຫາ​ພຣະ​ອົງ], [ພຣະ​ອົງ] ຈະ​ຮັບ​ເອົາ​ໄວ້; ແລະ ຄົນ​ທີ່​ມາ​ຫາ [ພຣະ​ອົງ] ຈະ​ເປັນ​ສຸກ.”8

ບັດ​ນີ້, ມີ​ຫລັກ​ທຳ​ເພີ່ມ​ເຕີມ​ອີກ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ໂດຍ​ສະ​ເພາະ. ລີ​ໄຮ​ໄດ້​ເວົ້າ​ວ່າ “ຈຳ​ເປັນ​ຕ້ອງ​ມີ … ການ​ກົງ​ກັນ​ຂ້າມ ໃນ​ທຸກ​ຢ່າງ.”9 ຊຶ່ງ​ໝາຍ​ຄວາມ​ວ່າ​​ການ​ກົງ​ກັນ​ຂ້າມ​ບໍ່​ໄດ້​ຢູ່​ແຍກ​ອອກ​ຈາກ​ກັນ. ພວກ​ມັນ​ຍັງ​ສາ​ມາດ​ສົ່ງ​ເສີມ​ຊຶ່ງ​ກັນ​ແລະ​ກັນ. ເຮົາ​ຈະ​ບໍ່​ສາ​ມາດ​ຈຳ​ແນກ​ຄວາມ​ສຸກ​ໄດ້​ນອກ​ຈາກ​ວ່າ​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ໂສກ​ເສົ້າ​ມາ​ແລ້ວ​ໃນ​ຊ່ວງ​ໃດ​ໜຶ່ງ. ຄວາມ​ຮູ້​ສຶກ​ຫິວ​ໂຫຍ​ໃນ​ບາງ​ຄັ້ງ​ກໍ​ຊ່ວຍ​ໃຫ້​ເຮົາ​ຮູ້​ກະ​ຕັນ​ຍູ​ເປັນ​ພິ​ເສດ​ເມື່ອ​ເຮົາ​ມີ​ພຽງ​ພໍ​ທີ່​ຈະ​ກິນ​ອີກ​ຄັ້ງ. ເຮົາ​ຈະ​ບໍ່​ສາ​ມາດ​ຈຳ​ແນກ​ຄວາມ​ຈິງ​ໄດ້​ນອກ​ຈາກ​ວ່າ​ເຮົາ​ໄດ້​ເຫັນ​ຄຳ​ຫລອກ​ລວງ​ຢູ່​ບ່ອນ​ນັ້ນ ແລະ ບ່ອນ​ນີ້.

ການ​ກົງ​ກັນ​ຂ້າງ​ເຫລົ່າ​ນີ້​ກໍ​ປຽບ​ເໝືອນ​ກັນ​ກັບ​ສອງ​ດ້ານ​ໃນ​ຫລຽນ​ດຽວ​ກັນ. ທັງ​ສອງ​ດ້ານ​ແມ່ນ​ເປັນ​ຢູ່​ສະ​ເໝີ. ຊາລ໌ ດິກ​ເກັນ ໄດ້​ຍົກ​ຕົວ​ຢ່າງ​ຂອງ​ແນວ​ຄິດ​ນີ້ ເມື່ອ​ເພິ່ນ​ໄດ້​ຂຽນ​ວ່າ “ມັນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ, ມັນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ໂຫດ​ຮ້າຍ​ທີ່​ສຸດ.”10

ຂ້າ​ພະ​ເຈົ້າ​ຂໍ​ຍົກ​ຕົວ​ຢ່າງ​ຈາກ​ຊີ​ວິດ​ຂອງ​ເຮົາ​ເອງ. ການ​ແຕ່ງ​ງານ, ການ​ສ້າງ​ຄອບ​ຄົວ, ແລະ ການ​ມີ​ລູກ​ໄດ້​ນຳ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ເຮົາ ທີ່​ເຮົາ​ເຄີຍ​ພົບ​ພໍ້​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ວ່າ​ກໍ​ຍັງ​ເປັນ​ຊ່ວງ​ເວ​ລາ​ທີ່​ເຈັບ​ປວດ, ໂສກ​ເສົ້າ, ແລະ ເສຍ​ໃຈ​ທີ່​ສຸດ ເມື່ອ​ມີ​ບາງ​ສິ່ງ​ບາງ​ຢ່າງ​ເກີດ​ຂຶ້ນ​ກັບ​ເຮົາ​ຄົນ​ໃດ​ຄົນ​ໜຶ່ງ. ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ອັນ​ເປັນ​ນິດ​ກັບ​ລູກໆ​ຂອງ​ເຮົາ ບາງ​ຄັ້ງ​ກໍ​ຕາມ​ມາ​ດ້ວຍ​ຊ່ວງ​ເວ​ລາ​ຂອງ​ການ​ເຈັບ​ໄຂ້, ການ​ເຂົ້າ​ໂຮງ​ໝໍ, ແລະ ການ​ອົດ​ຫລັບ​ອົດ​ນອນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ, ພ້ອມ​ກັບ​ການ​ພົບ​ພໍ້​ຄວາມ​ໂລ່ງ​ໃຈ​ໃນ​ຄຳ​ອະ​ທິ​ຖານ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ປະ​ສົບ​ການ​ກົງ​ກັນ​ຂ້າມ​ກັນ​ເຫລົ່າ​ນີ້​ໄດ້​ສິດ​ສອນ​ເຮົາ​ວ່າ ເຮົາ​ບໍ່​ເຄີຍ​ຢູ່​ຕົວ​ຄົນ​ດຽວ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ, ແລະ ມັນ​ຍັງ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຕື່ມ​ອີກ​ວ່າ ເຮົາ​ສາ​ມາດ​ແບກ​ຮັບ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ ແລະ ການ​ອູ້ມ​ຊູ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ສົບ​ການ​ເຫລົ່າ​ນີ້​ຊ່ວຍ​ຫລໍ່​ຫລອມ​ເຮົາ​ໃນ​ວິ​ທີ​ທີ່​ດີ​ເລີດ, ແລະ ທັງ​ໝົດ​ນີ້​ກໍ​ກຸ້ມ​ຄ່າ​ຢ່າງ​ແນ່​ແທ້. ແລ້ວ​ບໍ່​ແມ່ນ​ເຮົາ​ໄດ້​ມາ​ທີ່​ນີ້​ເພື່ອ​ສິ່ງ​ນີ້​ບໍ?

ໃນ​ພຣະ​ຄຳ​ພີ ເຮົາ​ຍັງ​ພົບ​ເຫັນ​ຕົວ​ຢ່າງ​ທີ່​ໜ້າ​ສົນ​ໃຈ​ຈຳ​ນວນ​ໜຶ່ງ​ນຳ​ອີກ:

  • ລີ​ໄຮ​ໄດ້​ສິດ​ສອນ​ຢາ​ໂຄບ​ລູກ​ຊາຍ​ຂອງ​ເພິ່ນ​ວ່າ ຄວາມ​ທຸກ​ທີ່​ລາວ​ໄດ້​ທົນ​ຕໍ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໄດ້​ຊ່ວຍ​ໃຫ້​ລາວ​ຮູ້​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ແລະ “[ພຣະ​ເຈົ້າ] ໄດ້​ຕັ້ງ​ຄວາມ​ທຸກ [ຂອງ​ລາວ] ໄວ້​ເພື່ອ​ຜົນ​ປະ​ໂຫຍດ [ຂອງ​ລາວ].”11

  • ໃນ​ລະ​ຫວ່າງ​ການ​ຖືກ​ຄຸມ​ຂັງ​ຢ່າງ​ໂຫດ​ຮ້າຍ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ຄຸກ​ລີ​ເບີ​ຕີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ, “ທັງ​ໝົດ​ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່ [ເພິ່ນ], ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ [ຂອງ​ເພິ່ນ].”12

  • ທ້າຍ​ທີ່​ສຸດ, ການ​ເສຍ​ສະ​ລະ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ຕົວ​ຢ່າງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ຄວາມ​ເຈັບ​ປວດ ແລະ ການ​ທົນ​ທຸກ​ທໍ​ລະ​ມານ​ເທົ່າ​ທີ່​ເຄີຍ​ເຫັນ​ມາ​ຢ່າງ​ແນ່​ນອນ, ແຕ່​ມັນ​ກໍ​ຍັງ​ໄດ້​ນຳ​ເອົາ​ພອນ​ອັນ​ປະ​ເສີດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ມາ​ສູ່​ລູກໆ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ນຳ​ອີກ.

ໃນ​ບ່ອນ​ທີ່​ມີ​ແສງ​ຕາ​ເວັນ​ສ່ອງ, ກໍ​ຍ່ອມ​ມີ​ເງົາ​ມືດ​ຢູ່​ທີ່​ນັ້ນ​ເຊັ່ນ​ກັນ. ອຸ​ທົກ​ກະ​ໄພ​ສາ​ມາດ​ນຳ​ການ​ທຳ​ລາຍ​ລ້າງ​ມາ, ແຕ່​ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ຈະ​ນຳ​ຊີ​ວິດ​ມາ​ເຊັ່ນ​ກັນ. ນ້ຳ​ຕາ​ແຫ່ງ​ຄວາມ​ໂສກ​ເສົ້າ​ມັກ​ຈະ​ປ່ຽນ​ມາ​ເປັນ​ນ້ຳ​ຕາ​ແຫ່ງ​ຄວາມ​ໂລ່ງ​ໃຈ ແລະ ຄວາມ​ສຸກ. ຄວາມ​ຮູ້​ສຶກ​ເສຍ​ໃຈ​ເມື່ອ​ຄົນ​ຮັກ​ໄດ້​ຈາກ​ໄປ​ກໍ​ຖືກ​ຊົດ​ເຊີຍ​ດ້ວຍ​ຄວາມ​ຊື່ນ​ຊົມ​ທີ່​ໄດ້​ພົບ​ກັນ​ອີກ​ຄັ້ງ. ໃນ​ຊ່ວງ​ເວ​ລາ​ແຫ່ງ​ສົງ​ຄາມ ແລະ ການ​ທຳ​ລາຍ, ການ​ກະ​ທຳ​ເລັກ​ນ້ອຍ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ດີ ແລະ ຄວາມ​ຮັກ​ກໍ​ຍັງ​ເກີດ​ຂຶ້ນ​ກັບ​ຜູ້​ທີ່ “ຕາ​ທີ່​ເຫັນ​ໄດ້, ແລະ ຫູ​ທີ່​ໄດ້​ຍິນ.”13

ໂລກ​ຂອງ​ເຮົາ​ທຸກ​ມື້​ນີ້​ມັກ​ຈະ​ມີ​ລັກ​ສະ​ນະ​ສະ​ເພາະ​ຄື​ຄວາມ​ຢ້ານ​ກົວ ແລະ ວິ​ຕົກ​ກັງ​ວົນ—ຢ້ານ​ກົວ​ວ່າ​ອະ​ນາ​ຄົດ​ຈະ​ນຳ​ເອົາ​ຫຍັງ​ແດ່​ມາ​ສູ່​ເຮົາ. ແຕ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ໃຫ້​ໄວ້​ວາງ​ໃຈ ແລະ “ເບິ່ງ​ທີ່ [ພຣະ​ອົງ] ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.”14

ຂໍ​ໃຫ້​ເຮົາ​ພະ​ຍາ​ຍາມ​ຢ່າງ​ມີ​ສະ​ຕິ​ຢູ່​ສະ​ເໝີ​ທີ່​ຈະ​ເຫັນ​ທັງ​ສອງ​ດ້ານ​ຂອງ ທຸກ ຫລຽນ ທີ່​ພິກ​ປີ້ນ​ໃນ​ຊີ​ວິດ​ຂອງ​ເຮົາ. ເຖິງ​ແມ່ນ​ວ່າ​ບາງ​ຄັ້ງ​ເຮົາ​ອາດ​ຈະ​ບໍ່​ສາ​ມາດ​ເຫັນ​ໄດ້​ທັງ​ສອງ​ດ້ານ​ໃນ​ທັນ​ທີ, ແຕ່​ເຮົາ​ກໍ​ສາ​ມາດ​ຮູ້​ຈັກ ແລະ ເຊື່ອ​ໝັ້ນ​ວ່າ​ອີກ​ດ້ານ​ໜຶ່ງ​ມີ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ເວ​ລາ.

ເຮົາ​ສາ​ມາດ​ໝັ້ນ​ໃຈ​ໄດ້​ວ່າ​ຄວາມ​ຍາກ​ລຳ​ບາກ, ຄວາມ​ໂສກ​ເສົ້າ, ຄວາມ​ທຸກ, ແລະ ຄວາມ​ເຈັບ​ປວດ​ບໍ່​ໄດ້​ກຳ​ນົດ​ເຮົາ; ແຕ່​ເປັນ ວິ​ທີ ທີ່​ເຮົາ​ຈະ​ດຳ​ເນີນ​ການ​ຕໍ່​ໄປ ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ເຕີບ​ໂຕ ແລະ ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ມັນ​ແມ່ນ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ເລືອກ​ຂອງ​ເຮົາ ທີ່​ກຳ​ນົດ​ເຮົາ​ຫລາຍ​ກວ່າ​ການ​ທ້າ​ທາຍ​ຕ່າງໆ​ຂອງ​ເຮົາ.

ເມື່ອ​ມີ​ສຸ​ຂະ​ພາບ​ທີ່​ດີ, ຈົ່ງ​ທະ​ນຸ​ຖະ​ໜອມ ແລະ ກະ​ຕັນ​ຍູ​ກັບ​ມັນ​ທຸກ​ເວ​ລາ. ເມື່ອ​ຢູ່​ໃນ​ຄວາມ​ເຈັບ​ປ່ວຍ, ຈົ່ງ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ຈາກ​ມັນ​ດ້ວຍ​ຄວາມ​ອົດ​ທົນ ແລະ ຮູ້​ວ່າ​ສິ່ງ​ນີ້​ສາ​ມາດ​ປ່ຽນ​ແປງ​ໄດ້​ອີກ​ຄັ້ງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ເມື່ອ​ຢູ່​ໃນ​ຄວາມ​ໂສກ​ເສົ້າ, ຈົ່ງ​ໄວ້​ວາງ​ໃຈ​ວ່າ​ຄວາມ​ສຸກ​ຢູ່​ໃກ້​ເຂົ້າ​ມາ​ແລ້ວ; ພຽງ​ແຕ່​ເຮົາ​ມັກ​ຈະ​ບໍ່​ເຫັນ​ມັນ​ເທື່ອ. ປ່ຽນ​ຈຸດ​ສຸມ​ຂອງ​ທ່ານ​ຢ່າງ​ມີ​ສະ​ຕິ ແລະ ຍົກ​ລະ​ດັບ​ຄວາມ​ຄິດ​ຂອງ​ທ່ານ​ໄປ​ສູ່​ດ້ານ​ບວກ​ຂອງ​ຄວາມ​ທ້າ​ທາຍ, ເພາະ​ວ່າ​ມັນ​ຢູ່​ທີ່​ນັ້ນ​ສະ​ເໝີ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ. ຢ່າ​ລືມ​ທີ່​ຈະ​ກະ​ຕັນ​ຍູ. ເລືອກ​ທີ່​ຈະ​ເຊື່ອ. ເລືອກ​ທີ່​ຈະ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ສະ​ເໝີ. ເລືອກ​ທີ່​ຈະ “ຄິດ​ກ່ຽວ​ກັບ​ຊັ້ນ​ສູງ,” ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ພວກ​ເຮົາ​ເມື່ອ​ບໍ່​ດົນ​ມາ​ນີ້!15

ຂໍ​ໃຫ້​ເຮົາ​ຄຳ​ນຶງ​ເຖິງ​ແຜນ​ທີ່​ດີ​ເລີດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ສຳ​ລັບ​ເຮົາ. ພຣະ​ອົງ​ຊົງ​ຮັກ​ເຮົາ ແລະ ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມາ ເພື່ອ​ຊ່ວຍ​ໃນ​ການ​ທົດ​ລອງ​ຂອງ​ເຮົາ ແລະ ເປີດ​ປະ​ຕູ​ເພື່ອ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່ ແລະ ຢືນ​ຢູ່​ທີ່​ນັ້ນ​ທຸກ​ເວ​ລາ, ກຳ​ລັງ​ລໍ​ຖ້າ​ໃຫ້​ເຮົາ​ເລືອກ​ທີ່​ຈະ​ເອີ້ນ​ຫາ​ພຣະ​ອົງ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ, ຄວາມ​ເຂັ້ມ​ແຂງ, ແລະ ຄວາມ​ລອດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ