ທຸກສິ່ງຈະເປັນໄປດ້ວຍດີເພາະພັນທະສັນຍາພຣະວິຫານ
ບໍ່ມີສິ່ງໃດສຳຄັນຫລາຍກວ່າການໃຫ້ກຽດພັນທະສັນຍາທີ່ທ່ານໄດ້ເຮັດ ຫລື ອາດຈະເຮັດໃນພຣະວິຫານ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ສຳລັບຂ້າພະເຈົ້າແລ້ວ, ກອງປະຊຸມໃຫຍ່ສາມັນພາກນີ້, ໄດ້ເປັນຊ່ວງເວລາທີ່ສັກສິດ. ຂ້າພະເຈົ້າກະຕັນຍູສຳລັບການມອບໝາຍທີ່ຈະກ່າວປາໄສຕໍ່ໄພ່ພົນຍຸກສຸດທ້າຍ ແລະ ໝູ່ເພື່ອນຫລາຍໆລ້ານຄົນຕະຫລອດທົ່ວໂລກ. ຂ້າພະເຈົ້າຮັກທ່ານ, ແລະ ຂ້າພະເຈົ້າຮູ້ວ່າພຣະຜູ້ເປັນເຈົ້າຮັກທ່ານ.
ຫລາຍກວ່າ 50 ປີກ່ອນ, ຂ້າພະເຈົ້າໄດ້ມີສິດທິພິເສດທີ່ໄດ້ຮັບໃຊ້ໃນຖານະປະທານຂອງວິທະຍາໄລ ຣິກສ໌ ໃນເມືອງແຣັກສະເບີກ, ທີ່ລັດໄອດາໂຮ. ໃນຕອນເຊົ້າຂອງວັນທີ 5 ເດືອນມິຖຸນາ, 1976, ແຄຕີ້, ພັນລະຍາຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ຂັບລົດຈາກເມືອງແຣັກສະເບີກໄປຫາພຣະວິຫານໄອດາໂຮຟໍສ໌ ໄອດາໂຮ ເພື່ອໄປຮ່ວມພິທີຜະນຶກຂອງເພື່ອນສະໜິດຄົນໜຶ່ງ. ແນ່ນອນວ່າ, ໂດຍທີ່ມີລູກຊາຍນ້ອຍສີ່ຄົນຢູ່ໃນບ້ານຂອງພວກເຮົາໃນຊ່ວງເວລານັ້ນ, ການເດີນທາງໄປພຣະວິຫານຂອງພວກເຮົາຈະສຳເລັດໄດ້ພຽງແຕ່ດ້ວຍຄວາມຊ່ວຍເຫລືອຂອງຄົນເຝົ້າເດັກທີ່ກ້າຫານ! ພວກເຮົາໄດ້ປະລູກໆຜູ້ລ້ຳຄ່າຂອງພວກເຮົາໄວ້ໃນການດູແລຂອງນາງ ແລະ ໄດ້ຂັບລົດໄປໃນໄລຍະສັ້ນ, 30 ນາທີ.
ປະສົບການຂອງພວກເຮົາໃນພຣະວິຫານໃນມື້ນັ້ນກໍອັດສະຈັນ, ດັ່ງທີ່ເຄີຍ. ເຖິງຢ່າງໃດກໍຕາມ, ຫລັງຈາກການຜະນຶກໃນພຣະວິຫານໄດ້ສິ້ນສຸດແລ້ວ—ແລະ ຂະນະທີ່ພວກເຮົາກຳລັງກະກຽມຈະກັບບ້ານ—ພວກເຮົາໄດ້ສັງເກດເຫັນພະນັກງານພຣະວິຫານ ແລະ ຜູ້ໄປພຣະວິຫານພາກັນເວົ້າລົມກັນຢ່າງຕື່ນຕົກໃຈ ຢູ່ໃນຫ້ອງໂຖງຂອງພຣະວິຫານ. ພາຍໃນສອງສາມວິນາທີ, ພະນັກງານພຣະວິຫານຄົນໜຶ່ງໄດ້ບອກພວກເຮົາວ່າ ເຂື່ອນທີທອນ ທີ່ຫາກໍສ້າງສຳເລັດໃນພາກຕາເວັນອອກຂອງລັດໄອດາໂຮ ໄດ້ພັງລົງ. ປະລິມານນ້ຳຫລາຍກວ່າ 80 ຕື້ກາລອນ (300 ລ້ານສີ່ຫລ່ຽມມົນທົນແມັດ) ກຳລັງໄຫລຜ່ານເຂື່ອນ ແລະ ຈະເຂົ້າເຖິງຮ່ອມພູໃກ້ໆເຂດນັ້ນ ຈຳນວນກວ້າງ 300 ໄມມົນທົນ (775 ກິໂລແມັດມົນທົນ). ສ່ວນໃຫຍ່ຂອງເມືອງແຣັກສະເບີກກໍຈົມຢູ່ໃນນ້ຳ, ພ້ອມທັງເຮືອນ ແລະ ລົດທີ່ນ້ຳຖ້ວມໄດ້ດຶງໄປນຳ. ໃນທັນທີທັນໃດ ສອງສ່ວນສາມຂອງຈຳນວນຜູ້ອາໄສ 9,000 ຄົນຢູ່ໃນເຂດນັ້ນກໍບໍ່ມີບ້ານ.1
ຕາມທີ່ທ່ານຈະຈິນຕະນາການໄດ້ວ່າ, ຄວາມຄິດ ແລະ ຄວາມຫ່ວງໃຍຂອງພວກເຮົາກໍໄດ້ຫັນໄປຫາຄວາມປອດໄພຂອງລູກໆທີ່ຮັກຂອງພວກເຮົາ, ນັກສຶກສາວິທະຍາໄລຫລາຍໆຮ້ອຍຄົນ, ແລະ ຄະນະອາຈານ, ແລະ ຊຸມຊົນທີ່ພວກເຮົາຮັກ. ພວກເຮົາຢູ່ໄກຈາກບ້ານປະມານ 30 ໄມ (50 ກິໂລແມັດ), ແຕ່ໃນມື້ນັ້ນ, ດົນນານກ່ອນຈະມີໂທລະສັບມືຖື ແລະ ການສົ່ງຂໍ້ຄວາມ, ພວກເຮົາບໍ່ມີວິທີທີ່ຈະສື່ສານກັບລູກໆຂອງພວກເຮົາໄດ້ທັນທີ, ທັງບໍ່ສາມາດຂັບລົດຈາກເມືອງໄອດາໂຮຟໍສ໌ ໄປເມືອງແຣັກສະເບີກ, ເພາະຖະໜົນຫົນທາງທຸກສາຍກໍຖືກປິດ.
ທາງເລືອກພຽງທາງດຽວຂອງພວກເຮົາໃນຄືນນັ້ນ ແມ່ນພັກຢູ່ທີ່ໂຮງແຮມທ້ອງຖິ່ນໃນເມືອງໄອດາໂຮຟໍສ໌. ແຄຕີ້ ແລະ ຂ້າພະເຈົ້າໄດ້ຄຸເຂົ່າໃນຫ້ອງໂຮງແຮມນັ້ນ ແລະ ອ້ອນວອນດ້ວຍຄວາມຖ່ອມຕົນຕໍ່ພຣະບິດາເທິງສະຫວັນ ເພື່ອຄວາມປອດໄພຂອງລູກໆທີ່ຮັກຂອງພວກເຮົາ ແລະ ຫລາຍໆພັນຄົນອື່ນໆ ທີ່ຖືກກະທົບກະເທືອນ ໂດຍເຫດການທີ່ໜ້າໂສກເສົ້ານີ້. ຂ້າພະເຈົ້າຈຳໄດ້ວ່າ ແຄຕີ້ໄດ້ຍ່າງກັບໄປກັບມາໝົດທັງຄືນຈົນຮອດຕອນເຊົ້າ ເພາະເປັນຫ່ວງລູກໆຂອງນາງ. ເຖິງແມ່ນຂ້າພະເຈົ້າກໍເປັນຫ່ວງ, ແຕ່ຂ້າພະເຈົ້າຍັງສາມາດສະຫງົບສະຕິໄດ້ ແລະ ຫລັບໄປ.
ບໍ່ດົນຫລັງຈາກນັ້ນຄູ່ຄອງນິລັນດອນສຸດທີ່ຮັກຂອງຂ້າພະເຈົ້າ ໄດ້ປຸກຂ້າພະເຈົ້າ ແລະ ໄດ້ເວົ້າວ່າ, “ຮາວ, ອ້າຍນອນໄດ້ແນວໃດໃນເວລາທີ່ຂັບຂັນແບບນີ້?”
ຖ້ອຍຄຳເຫລົ່ານີ້ໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າຢ່າງແຈ່ມແຈ້ງ. ຂ້າພະເຈົ້າໄດ້ເວົ້າກັບພັນລະຍາຂອງຂ້າພະເຈົ້າວ່າ: “ແຄຕີ້, ບໍ່ວ່າຜົນຕາມມາຈະເປັນແນວໃດກໍຕາມ, ທຸກສິ່ງຈະເປັນໄປດ້ວຍດີ ເພາະພຣະວິຫານ. ພວກເຮົາໄດ້ເຮັດພັນທະສັນຍາກັບພຣະເຈົ້າແລ້ວ ແລະ ໄດ້ຜະນຶກເຂົ້າກັນເປັນຄອບຄົວນິລັນດອນແລ້ວ.”
ໃນວິນາທີນັ້ນ, ເບິ່ງຄືວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຢືນຢັນໃນຫົວໃຈ ແລະ ຈິດໃຈຂອງພວກເຮົາສິ່ງທີ່ພວກເຮົາຮູ້ວ່າເປັນຄວາມຈິງຢູ່ແລ້ວ: ພິທີການຜະນຶກ, ທີ່ພົບເຫັນຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ດຳເນີນໂດຍສິດອຳນາດຂອງຖານະປະໂລຫິດທີ່ຖືກຕ້ອງ, ໄດ້ຜູກມັດພວກເຮົາເຂົ້າກັນເປັນສາມີພັນລະຍາ, ແລະ ລູກໆຂອງພວກເຮົາກໍຖືກຜະນຶກເຂົ້າກັບພວກເຮົາແລ້ວ. ແທ້ໆແລ້ວ ບໍ່ມີຫຍັງທີ່ຕ້ອງຢ້ານກົວ, ແລະ ພວກເຮົາກໍກະຕັນຍູທີ່ຕໍ່ມາໄດ້ຍິນວ່າພວກລູກຊາຍຂອງພວກເຮົາປອດໄພດີ.
ບາງທີຖ້ອຍຄຳນີ້ຈາກ ປະທານທອມມັສ ແອັສ ມອນສັນ ຈະສະແດງໃຫ້ເຫັນສິ່ງທີ່ແຄຕີ້ ແລະ ຂ້າພະເຈົ້າໄດ້ຮູ້ສຶກໃນຄ່ຳຄືນທີ່ບໍ່ມີວັນລືມໄດ້ນັ້ນ. “ເມື່ອເຮົາໄປພຣະວິຫານ, ລະດັບທາງວິນຍານຂອງເຮົາຈະຖືກຍົກສູງຂຶ້ນ ແລະ ເຮົາຈະມີ ຄວາມສະຫງົບ. … ເຮົາຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ເມື່ອພຣະອົງໄດ້ກ່າວວ່າ: ‘ສັນຕິສຸກທີ່ເຮົາມອບໃຫ້ພວກເຈົ້າ, ສັນຕິສຸກທີ່ເຮົາໃຫ້ນັ້ນ. … ຢ່າວຸ້ນວາຍເປັນທຸກໃຈ, ແລະ ຢ່າສູ່ຢ້ານ [ໂຢຮັນ 14:27].’”2
ຂ້າພະເຈົ້າໄດ້ຮັບພອນທີ່ໄດ້ຮູ້ສຶກຄວາມສະຫງົບນັ້ນທຸກໆເທື່ອທີ່ຂ້າພະເຈົ້າເຂົ້າໄປໃນພຣະວິຫານສັກສິດ. ຂ້າພະເຈົ້າຫວນຄິດເຖິງມື້ທຳອິດທີ່ຂ້າພະເຈົ້າໄດ້ຍ່າງເຂົ້າໄປໃນພຣະວິຫານເຊົາເລັກ. ຕອນນັ້ນຂ້າພະເຈົ້າເປັນຊາຍໜຸ່ມ.
ຂ້າພະເຈົ້າໄດ້ຫລຽວຂຶ້ນເບິ່ງເພດານສູງສີຂາວ ທີ່ເຮັດໃຫ້ຫ້ອງນັ້ນແຈ້ງສະຫວ່າງ ຄືກັບວ່າມັນເປີດສູ່ທ້ອງຟ້າ. ແລະ ໃນວິນາທີນັ້ນເອງ, ຂ້າພະເຈົ້າໄດ້ຍິນຖ້ອຍຄຳທີ່ແຈ່ມແຈ້ງຢູ່ໃນໃຈວ່າ: “ເຮົາເຄີຍຢູ່ໃນບ່ອນທີ່ຮຸ່ງແຈ້ງນີ້ມາກ່ອນ.” ແຕ່ທັນໃດນັ້ນ ຂ້າພະເຈົ້າໄດ້ຍິນສຽງຢູ່ໃນໃຈ, ບໍ່ແມ່ນສຽງຂອງຂ້າພະເຈົ້າເອງ, ເວົ້າວ່າ: “ບໍ່, ເຈົ້າບໍ່ເຄີຍມາບ່ອນນີ້ເລີຍ. ເຈົ້າຈື່ຈຳເວລາກ່ອນເຈົ້າໄດ້ເກີດມາ. ເຈົ້າເຄີຍຢູ່ໃນບ່ອນທີ່ສັກສິດແບບນີ້ ບ່ອນທີ່ພຣະຜູ້ເປັນເຈົ້າສາມາດສະເດັດມາ.”
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານຢ່າງຖ່ອມຕົນວ່າ ຂະນະທີ່ເຮົາໄປພຣະວິຫານ, ເຮົາສາມາດໄດ້ຮັບການເຕືອນໃຈເຖິງທຳມະຊາດນິລັນດອນຂອງວິນຍານຂອງເຮົາ, ຄວາມສຳພັນຂອງເຮົາກັບພຣະບິດາ ແລະ ພຣະບຸດທີ່ສູງສົ່ງຂອງພຣະອົງ, ແລະ ຄວາມປາດຖະໜາສູງສຸດຂອງເຮົາທີ່ຈະກັບຄືນໄປສູ່ບ້ານສະຫວັນຂອງເຮົາ.
ໃນບົດປາໄສທີ່ກອງປະຊຸມໃຫຍ່ເມື່ອບໍ່ດົນມານີ້, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ:
“ບ່ອນທີ່ປອດໄພທີ່ສຸດ ທາງວິນຍານ ແມ່ນການດຳລົງຊີວິດ ຢູ່ໃນ ພັນທະສັນຍາຂອງທ່ານ!”
“ທຸກສິ່ງ ທີ່ເຮົາເຊື່ອ ແລະ ທຸກ ຄຳສັນຍາທີ່ພຣະເຈົ້າໄດ້ເຮັດກັບຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງຈະລວມຢູ່ໃນພຣະວິຫານ.”3
“ທຸກຄົນທີ່ເຮັດພັນທະສັນຍາ … ໃນພຣະວິຫານ—ແລະ ຮັກສາມັນ—ສາມາດເຂົ້າເຖິງອຳນາດຂອງພຣະເຢຊູຄຣິດຫລາຍຂຶ້ນ.”4
ເພິ່ນຍັງໄດ້ສິດສອນນຳອີກວ່າ “ເມື່ອເຮົາເຮັດພັນທະສັນຍາກັບພຣະເຈົ້າ, ເຮົາຈະໜີຈາກພື້ນຖານກາງຕະຫລອດໄປ. ພຣະເຈົ້າຈະບໍ່ປະຖິ້ມຄວາມສຳພັນຂອງພຣະອົງກັບຜູ້ທີ່ໄດ້ສ້າງຄວາມຜູກພັນເຊັ່ນນັ້ນກັບພຣະອົງ. ຕາມຄວາມຈິງແລ້ວ, ທຸກຄົນທີ່ໄດ້ເຮັດພັນທະສັນຍາກັບພຣະເຈົ້າ ໄດ້ເຂົ້າເຖິງຄວາມຮັກ ແລະ ຄວາມເມດຕາທີ່ພິເສດ.”5
ພາຍໃຕ້ການນຳພາທີ່ດົນໃຈຂອງປະທານແນວສັນ, ພຣະຜູ້ເປັນເຈົ້າໄດ້ເລັ່ງ ແລະ ຈະສືບຕໍ່ເລັ່ງ, ການກໍ່ສ້າງພຣະວິຫານຕະຫລອດທົ່ວໂລກ. ນີ້ຈະອະນຸຍາດໃຫ້ລູກໆຂອງພຣະເຈົ້າໄດ້ຮັບໂອກາດເພື່ອຮັບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ແລະ ເຮັດ ແລະ ຮັກສາພັນທະສັນຍາສັກສິດ. ການມີຄຸນຄ່າເໝາະສົມທີ່ຈະເຮັດພັນທະສັນຍາສັກສິດບໍ່ໄດ້ເປັນຄວາມພະຍາຍາມຄັ້ງດຽວ ແຕ່ເປັນແບບແຜນຕະຫລອດຊີວິດ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າມັນຈະໃຊ້ສຸດໃຈ, ສຸດພະລັງ, ສຸດຄວາມຄິດ, ແລະ ສຸດກຳລັງຂອງເຮົາ.6
ການມີສ່ວນຮ່ວມໃນພິທີການພຣະວິຫານເລື້ອຍໆ ສາມາດສ້າງແບບແຜນຂອງການອຸທິດຕົນແດ່ພຣະຜູ້ເປັນເຈົ້າ. ເມື່ອທ່ານຮັກສາພັນທະສັນຍາພຣະວິຫານຂອງທ່ານ ແລະ ຈື່ຈຳມັນ, ທ່ານເຊື້ອເຊີນຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດມາເພີ່ມຄວາມເຂັ້ມແຂງ ແລະ ຊຳລະໃຫ້ທ່ານບໍລິສຸດ.
ແລ້ວທ່ານອາດປະສົບຄວາມຮູ້ສຶກເຖິງຄວາມສະຫວ່າງ ແລະ ຄວາມຫວັງ ເປັນພະຍານວ່າຄຳສັນຍານັ້ນເປັນຄວາມຈິງ. ທ່ານຈະມາຮູ້ຈັກວ່າ ພັນທະສັນຍາທຸກຂໍ້ກັບພຣະເຈົ້າເປັນໂອກາດທີ່ຈະເຂົ້າໃກ້ພຣະອົງຫລາຍຂຶ້ນ, ຊຶ່ງຈະສ້າງຄວາມປາດຖະໜາໃນໃຈທ່ານໃຫ້ຮັກສາພັນທະສັນຍາພຣະວິຫານ.
ເຮົາໄດ້ຮັບຄຳສັນຍາວ່າ, “ຍ້ອນພັນທະສັນຍາຂອງເຮົາກັບພຣະເຈົ້າ, ພຣະອົງຈະບໍ່ມີວັນອິດເມື່ອຍໃນຄວາມພະຍາຍາມຂອງພຣະອົງທີ່ຈະຊ່ວຍເຫລືອເຮົາ, ແລະ ເຮົາຈະບໍ່ເຮັດໃຫ້ຄວາມອົດທົນທີ່ເມດຕາຂອງພຣະອົງສຳລັບເຮົາໝົດໄປ.”7
ຜ່ານທາງພັນທະສັນຍາຂອງການຜະນຶກ ໃນພຣະວິຫານນັ້ນເອງ ທີ່ເຮົາສາມາດໄດ້ຮັບຄວາມແນ່ນອນໃຈ ເຖິງການເຊື່ອມຕໍ່ຄອບຄົວທີ່ແສນຮັກ ຊຶ່ງຈະຍືນຍົງຫລັງຈາກຄວາມຕາຍ ແລະ ສືບຕໍ່ໄປເຖິງນິລັນດອນ. ການໃຫ້ກຽດການແຕ່ງງານ ແລະ ພັນທະສັນຍາຂອງຄອບຄົວທີ່ໄດ້ເຮັດໃນພຣະວິຫານຂອງພຣະເຈົ້າຈະສາມາດໃຫ້ການປົກປ້ອງຈາກຄວາມຊົ່ວຮ້າຍຂອງຄວາມເຫັນແກ່ຕົວ ແລະ ຄວາມຈອງຫອງ.
ການດູແລຂອງອ້າຍເອື້ອຍນ້ອງທີ່ມີໃຫ້ກັນແລະກັນຢ່າງຕໍ່ເນື່ອງ ຈະມີມາພຽງແຕ່ດ້ວຍຄວາມພະຍາຍາມຢ່າງສະໝ່ຳສະເໝີທີ່ຈະນຳພາຄອບຄົວຂອງທ່ານໃນວິທີຂອງພຣະຜູ້ເປັນເຈົ້າ. ໃຫ້ໂອກາດລູກໆອະທິຖານເພື່ອກັນແລະກັນ. ໃຫ້ຫລິງເຫັນການເລີ່ມຕົ້ນຂອງການຂັດແຍ້ງຢ່າງໄວ, ແລະ ໃຫ້ຮັບຮູ້ການກະທຳຂອງການຮັບໃຊ້ທີ່ບໍ່ເຫັນແກ່ຕົວໃນທາງບວກ, ໂດຍສະເພາະຕໍ່ກັນແລະກັນ. ເມື່ອອ້າຍເອື້ອຍນ້ອງອະທິຖານເພື່ອກັນແລະກັນ ແລະ ຮັບໃຊ້ກັນແລະກັນ, ຫົວໃຈຈະອ່ອນລົງ ແລະ ຫັນໄປຫາກັນແລະກັນ ແລະ ພໍ່ແມ່ຂອງເຂົາເຈົ້າ.
ໃນສ່ວນໜຶ່ງ, ນັ້ນຄືສິ່ງທີ່ມາລາກີໄດ້ບັນຍາຍ ເມື່ອເພິ່ນໄດ້ກ່າວລ່ວງໜ້າເຖິງການມາຂອງສາດສະດາເອລີຢາວ່າ “ເພິ່ນຈະເອົາຄຳສັນຍາທີ່ເຮັດໄວ້ກັບບັນພະບຸລຸດໃສ່ໄວ້ໃນຈິດໃຈຂອງລູກຫລານ ແລ້ວຫົວໃຈຂອງລູກຫລານຈະຫັນໄປຫາບັນພະບຸລຸດຂອງຕົນ. ຖ້າບໍ່ເປັນເຊັ່ນນັ້ນ, ທັງແຜ່ນດິນໂລກຈະຖືກທຳລາຍໃຫ້ໝົດສິ້ນໃນຕອນພຣະອົງສະເດັດມາ.”8
ແນ່ນອນວ່າ ການທົດລອງ, ການທ້າທາຍ, ແລະ ຄວາມເຈັບປວດໃຈຈະມາເຖິງເຮົາທຸກຄົນ. ບໍ່ມີຄົນໃດໃນບັນດາພວກເຮົາຖືກລະເວັ້ນຈາກ “ສ້ຽນໜາມໃນເນື້ອກາຍ.”9 ແຕ່, ຂະນະທີ່ເຮົາໄປພຣະວິຫານ ແລະ ຈື່ຈຳພັນທະສັນຍາຂອງເຮົາ, ເຮົາສາມາດກະກຽມທີ່ຈະຮັບເອົາການຊີ້ນຳສ່ວນຕົວຈາກພຣະຜູ້ເປັນເຈົ້າ.
ເມື່ອແຄຕີ້ ແລະ ຂ້າພະເຈົ້າໄດ້ແຕ່ງງານ ແລະ ຜະນຶກເຂົ້າກັນຢູ່ທີ່ພຣະວິຫານໂລກັນ ຢູທາ, ແອວເດີ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ຜະນຶກພວກເຮົາ. ໃນສອງສາມຄຳທີ່ເພິ່ນກ່າວ, ເພິ່ນໄດ້ໃຫ້ຄຳແນະນຳວ່າ: “ຮາວ ແລະ ແຄຕີ້, ໃຫ້ໃຊ້ຊີວິດໃນແບບທີ່ ເມື່ອການເອີ້ນມາເຖິງ, ພວກເຈົ້າຈະເດີນໜີໄດ້ຢ່າງສະບາຍ.”
ໃນຕອນຕົ້ນ, ພວກເຮົາບໍ່ເຂົ້າໃຈສິ່ງທີ່ຄຳແນະນຳນັ້ນໄດ້ໝາຍເຖິງສຳລັບພວກເຮົາ, ແຕ່ພວກເຮົາໄດ້ເຮັດສຸດຄວາມສາມາດທີ່ຈະດຳລົງຊີວິດຂອງພວກເຮົາວິທີທີ່ພວກເຮົາກຽມພ້ອມທີ່ຈະໜີໄປ ເພື່ອຮັບໃຊ້ພຣະຜູ້ເປັນເຈົ້າເມື່ອການເອີ້ນນັ້ນມາເຖິງ. ຫລັງຈາກພວກເຮົາໄດ້ແຕ່ງງານກັນເກືອບ 10 ປີ, ການເອີ້ນທີ່ບໍ່ໄດ້ຄາດຄິດກໍໄດ້ມາຈາກກຳມະການການສຶກສາຂອງສາດສະໜາຈັກ, ນຽວ ເອ ແມ໊ກສະແວວ.
ຄຳແນະນຳດ້ວຍຄວາມຮັກທີ່ປະທານຄິມໂບໄດ້ມອບໃຫ້ໃນພຣະວິຫານວ່າໃຫ້ສາມາດ “ເດີນໜີໄດ້ຢ່າງສະບາຍ” ໄດ້ເກີດເປັນຈິງ. ແຄຕີ້ ແລະ ຂ້າພະເຈົ້າໄດ້ຮັບການເອີ້ນໃຫ້ໜີຈາກສະຖານະການຄອບຄົວທີ່ງົດງາມໃນລັດຄາລິຟໍເນຍ ເພື່ອໄປຮັບໃຊ້ໃນການມອບໝາຍ ແລະ ຢູ່ບ່ອນທີ່ຂ້າພະເຈົ້າບໍ່ຮູ້ຫຍັງເລີຍ. ເຖິງຢ່າງໃດກໍຕາມ, ຄອບຄົວຂອງພວກເຮົາກໍພ້ອມທີ່ຈະໜີຈາກທີ່ນັ້ນ ເພາະສາດສະດາ, ຢູ່ໃນພຣະວິຫານສັກສິດ, ບ່ອນໃຫ້ການເປີດເຜີຍ, ໄດ້ເຫັນເຫດການທີ່ຈະເກີດຂຶ້ນໃນອະນາຄົດ ຊຶ່ງດ້ວຍເຫດນັ້ນພວກເຮົາຈຶ່ງໄດ້ຕຽມພ້ອມ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ບໍ່ມີສິ່ງໃດສຳຄັນຫລາຍກວ່າການໃຫ້ກຽດພັນທະສັນຍາທີ່ທ່ານໄດ້ເຮັດ ຫລື ອາດຈະເຮັດໃນພຣະວິຫານ. ບໍ່ວ່າທ່ານຈະຢູ່ໃນຈຸດໃດກໍຕາມໃນເສັ້ນທາງແຫ່ງພັນທະສັນຍາ, ຂ້າພະເຈົ້າຊຸກຍູ້ທ່ານໃຫ້ເໝາະສົມ ແລະ ມີຄຸນຄ່າທີ່ຈະໄປພຣະວິຫານ. ຂໍໃຫ້ໄປພຣະວິຫານເລື້ອຍໆເທົ່າທີ່ສະຖານະການຂອງທ່ານຈະເອື້ອອຳນວຍ. ຂໍໃຫ້ເຮັດ ແລະ ຮັກສາພັນທະສັນຍາສັກສິດກັບພຣະເຈົ້າ. ຂ້າພະເຈົ້າສາມາດຮັບຮອງກັບທ່ານໄດ້ເຖິງຄວາມຈິງອັນດຽວກັນ ທີ່ຂ້າພະເຈົ້າໄດ້ແບ່ງປັນກັບແຄຕີ້ໃນຄືນນັ້ນ ເກືອບຫ້າທົດສະວັດກ່ອນ ຢູ່ໃນໂຮງແຮມໃນເມືອງໄອດາໂຮຟໍສ໌ວ່າ: “ບໍ່ວ່າຜົນຮັບຈະເປັນແນວໃດກໍຕາມ, ທຸກສິ່ງຈະເປັນໄປດ້ວຍດີເພາະພັນທະສັນຍາພຣະວິຫານ.”
ຂ້າພະເຈົ້າໃຫ້ການເປັນພະຍານທີ່ແນ່ນອນວ່າ ພຣະເຢຊູຄືພຣະຄຣິດ. ພຣະອົງຊົງພຣະຊົນ ແລະ ນຳພາສາດສະໜາຈັກຂອງພຣະອົງ. ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ. ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າຢູ່ເທິງໂລກ. ຂ້າພະເຈົ້າຮັກເພິ່ນ, ແລະ ຂ້າພະເຈົ້າຮັກທ່ານທຸກຄົນ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.