ປະຈັກພະຍານເຖິງພຣະເຢຊູ
ຄຳເຊື້ອເຊີນຂອງຂ້າພະເຈົ້າຄື ໃຫ້ລົງມືຕັ້ງແຕ່ຕອນນີ້ ເພື່ອຮັກສາຕຳແໜ່ງຂອງທ່ານໃນຖານະຜູ້ກ້າຫານໃນປະຈັກພະຍານເຖິງພຣະເຢຊູ.
ໃນປີ 1832, ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ຮັບພາບນິມິດທີ່ໂດດເດັ່ນກ່ຽວກັບຈຸດໝາຍປາຍທາງນິລັນດອນຂອງລູກໆຂອງພຣະເຈົ້າ. ການເປີດເຜີຍນີ້ກ່າວເຖິງອານາຈັກສະຫວັນສາມແຫ່ງ. ປະທານດາລິນ ເອັຈ ໂອກສ໌ ໄດ້ກ່າວກ່ຽວກັບ “ອານາຈັກແຫ່ງລັດສະໝີພາບ” ເຫລົ່ານີ້ ໃນເດືອນຕຸລາຜ່ານມານີ້,1 ໂດຍສັງເກດວ່າ “ຜ່ານໄຊຊະນະ ແລະ ລັດສະໝີພາບຂອງພຣະເມສານ້ອຍ,”2 ໃນທີ່ສຸດບຸກຄົນທັງໝົດຍົກເວັ້ນພຽງບໍ່ເທົ່າໃດຄົນ ກໍຈະຖືກໄຖ່ເຂົ້າສູ່ອານາຈັກໃດໜຶ່ງເຫລົ່ານີ້, “ຕາມຄວາມປາດຖະໜາທີ່ພວກເຂົາໄດ້ສະແດງໃຫ້ປະຈັກຜ່ານການເລືອກຂອງພວກເຂົາ.”3 ແຜນແຫ່ງການໄຖ່ຂອງພຣະເຈົ້າຖືເປັນໂອກາດທົ່ວໄປສຳລັບລູກໆຂອງພຣະອົງ, ທຸກເມື່ອ ແລະ ທຸກບ່ອນທີ່ພວກເຂົາອາໄສຢູ່ເທິງໂລກ.
ເຖິງແມ່ນລັດສະໝີພາບຂອງຊັ້ນຕ່ຳສຸດຂອງທັງສາມອານາຈັກ, ອານາຈັກຊັ້ນຕ່ຳ, “ເກີນກວ່າຄວາມເຂົ້າໃຈທັງໝົດ,”4 ແຕ່ຄວາມຫວັງຂອງພຣະບິດາຂອງເຮົາແມ່ນວ່າ ເຮົາຈະເລືອກ—ແລະ, ຜ່ານທາງພຣະຄຸນຂອງພຣະບຸດຂອງພຣະອົງ ເຮົາຈະມີຄຸນສົມບັດສຳລັບ—ຊັ້ນສູງສຸດ ແລະ ສະຫງ່າລາສີທີ່ສຸດຂອງອານາຈັກເຫລົ່ານີ້, ອານາຈັກຊັ້ນສູງ, ຊຶ່ງເຮົາຈະຊື່ນຊົມກັບຊີວິດນິລັນດອນ ໃນຖານະ “ເປັນຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ.”5 ປະທານຣະໂຊ ເອັມ ແນວສັນ ໄດ້ກະຕຸ້ນເຮົາໃຫ້ “ຄິດກ່ຽວກັບຊັ້ນສູງ,” ເຮັດໃຫ້ອານາຈັກຊັ້ນສູງເປັນເປົ້າໝາຍນິລັນດອນຂອງເຮົາ ແລະ ຈາກນັ້ນ “ໃຫ້ພິຈາລະນາຢ່າງຮອບຄອບວ່າ ການຕັດສິນໃຈແຕ່ລະຄັ້ງ [ຂອງເຮົາ] ຂະນະຢູ່ເທິງໂລກຈະນຳ [ເຮົາ] ໄປຫາບ່ອນໃດໃນໂລກໜ້າ.”6
ຜູ້ທີ່ຢູ່ໃນອານາຈັກຊັ້ນສູງຄື “ຜູ້ທີ່ໄດ້ຮັບປະຈັກພະຍານເຖິງພຣະເຢຊູ, … ຖືກເຮັດໃຫ້ດີພ້ອມທຸກຢ່າງຜ່ານພຣະເຢຊູຜູ້ເປັນກາງຂອງພັນທະສັນຍາໃໝ່.”7 ຜູ້ອາໄສຢູ່ໃນອານາຈັກຊັ້ນທີສອງ, ຫລື ອານາຈັກຊັ້ນກາງ, ຖືກບັນຍາຍໄວ້ວ່າ ເປັນຄົນດີແທ້ໆ, ລວມທັງ “ຜູ້ທີ່ມີກຽດຢູ່ໃນແຜ່ນດິນໂລກ, ຜູ້ຕາບອດໂດຍກົນອຸບາຍຂອງມະນຸດ.” ລັກສະນະຈຳກັດຕົ້ນຕໍຂອງພວກເຂົາແມ່ນວ່າພວກເຂົາ “ບໍ່ກ້າຫານໃນປະຈັກພະຍານເຖິງພຣະເຢຊູ.”8 ກົງກັນຂ້າມ, ຜູ້ທີ່ຢູ່ໃນອານາຈັກຊັ້ນລຸ່ມກວ່າ, ອານາຈັກຊັ້ນຕ່ຳຄືຜູ້ທີ່ “ບໍ່ໄດ້ຮັບເອົາພຣະກິດຕິຄຸນ, ທັງບໍ່ໄດ້ຮັບເອົາປະຈັກພະຍານເຖິງພຣະເຢຊູ.”9
ໃຫ້ສັງເກດວ່າບຸກຄະລິກລັກສະນະທີ່ໂດດເດັ່ນຂອງຜູ້ອາໄສຂອງແຕ່ລະອານາຈັກ ແມ່ນວິທີທີ່ພວກເຂົາກ່ຽວຂ້ອງກັບ “ປະຈັກພະຍານເຖິງພຣະເຢຊູ,” ຕັ້ງແຕ່ (1) ການອຸທິດຕົນຈົນສຸດຫົວໃຈ ໄປຈົນເຖິງ (2) ການບໍ່ກ້າຫານພໍ (3) ການປະຕິເສດຢ່າງສິ້ນເຊີງ. ປະຕິກິລິຍາຂອງແຕ່ລະຄົນຈະກຳນົດອະນາຄົດນິລັນດອນຂອງເຂົາ.
I.
ປະຈັກພະຍານເຖິງພຣະເຢຊູແມ່ນຫຍັງ?
ມັນແມ່ນການເປັນພະຍານເຖິງພຣະວິນຍານສັກສິດວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ, ພຣະເມຊີອາ ແລະ ພຣະຜູ້ໄຖ່. ມັນແມ່ນປະຈັກພະຍານຂອງໂຢຮັນວ່າ ແຕ່ຕົ້ນເດີມພຣະເຢຊູໄດ້ຢູ່ກັບພຣະເຈົ້າ, ວ່າພຣະອົງເປັນພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະ ພຣະເຢຊູ “ພຣະກິດຕິຄຸນມີຊີວິດຢູ່ໃນພຣະອົງ, ແລະ ພຣະກິດຕິຄຸນເປັນຊີວິດ, ແລະ ວ່າຊີວິດເປັນຄວາມສະຫວ່າງຂອງມະນຸດ.”10 ມັນແມ່ນ “ປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, … ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນພຣະຊົນອີກ ໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ.”11 ມັນແມ່ນຄວາມຮູ້ທີ່ວ່າ “ບໍ່ມີນາມອື່ນໃດໃຫ້ໄວ້ ຊຶ່ງໂດຍນາມນັ້ນຄວາມລອດຈະມາເຖິງໄດ້.”12 ມັນແມ່ນ “ປະຈັກພະຍານ, ສຸດທ້າຍຂອງທັງໝົດ,” ທີ່ມອບໃຫ້ໂດຍສາດສະດາໂຈເຊັບ ສະມິດ, “ວ່າພຣະອົງຊົງພຣະຊົນ! … ວ່າພຣະອົງເປັນພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ—ວ່າໂດຍພຣະອົງ, ແລະ ຜ່ານພຣະອົງ, ແລະ ຈາກພຣະອົງ, ໂລກຕ່າງໆຈຶ່ງຖືກສ້າງຂຶ້ນມາ, ແລະ ຜູ້ອາໄສຢູ່ໃນນັ້ນເປັນບຸດ ແລະ ທິດາທີ່ຖືກຳເນີດຂອງພຣະເຈົ້າ.”13
II.
ນອກເໜືອຈາກປະຈັກພະຍານນີ້ຄືຄຳຖາມ, ເຮົາຈະເຮັດແນວໃດກັບເລື່ອງນີ້?
ຜູ້ສືບທອດອານາຈັກຊັ້ນສູງ “ໄດ້ຮັບ” ປະຈັກພະຍານເຖິງພຣະເຢຊູ ໃນຄວາມໝາຍທີ່ສົມບູນທີ່ສຸດ ໂດຍການຮັບບັບຕິສະມາ, ການຮັບພຣະວິນຍານບໍລິສຸດ, ແລະ ການເອົາຊະນະໂດຍສັດທາ.14 ຫລັກທຳ ແລະ ຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຄວບຄຸມລຳດັບຄວາມສຳຄັນ ແລະ ການເລືອກ. ປະຈັກພະຍານເຖິງພຣະເຢຊູໄດ້ຖືກສະແດງໃຫ້ປະຈັກໃນສິ່ງທີ່ພວກເຂົາເປັນ ແລະ ສິ່ງທີ່ພວກເຂົາຈະກາຍເປັນ. ແຮງຈູງໃຈຄືຄວາມໃຈບຸນ, “ຄວາມຮັກອັນບໍລິສຸດຂອງພຣະຄຣິດ.”15 ຈຸດສຸມຂອງພວກເຂົາແມ່ນເພື່ອຕິດຕາມ “ຂະໜາດຄວາມສົມບູນຂອງພຣະຄຣິດ.”16
ຢ່າງໜ້ອຍບາງຄົນທີ່ຈະຖືກພົບເຫັນຢູ່ໃນອານາຈັກຊັ້ນກາງ ກໍຍອມຮັບປະຈັກພະຍານເຖິງພຣະເຢຊູ, ແຕ່ພວກເຂົາມີຄວາມແຕກຕ່າງຈາກສິ່ງທີ່ພວກເຂົາ ບໍ່ ເຮັດຫຍັງກ່ຽວກັບເລື່ອງນີ້. ຄວາມບໍ່ກ້າຫານໃນການເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດບົ່ງບອກເຖິງລະດັບຄວາມເສີຍເມີຍ ຫລື ຄວາມບໍ່ເອົາໃຈໃສ່—ການເປັນຄົນ “ບໍ່ເຢັນບໍ່ຮ້ອນ”17—ກົງກັນຂ້າມກັບຜູ້ຄົນຂອງອຳໂມນໃນພຣະຄຳພີມໍມອນ, ຍົກຕົວຢ່າງ, ເປັນຜູ້ທີ່ “ດີເດັ່ນຂຶ້ນຍ້ອນວ່າຄວາມກະຕືລືລົ້ນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ.”18
ຜູ້ອາໄສຢູ່ໃນອານາຈັກຊັ້ນຕ່ຳ ຄືຜູ້ທີ່ປະຕິເສດປະຈັກພະຍານເຖິງພຣະເຢຊູ ພ້ອມທັງພຣະກິດຕິຄຸນຂອງພຣະອົງ, ພັນທະສັນຍາຂອງພຣະອົງ, ແລະ ສາດສະດາຂອງພຣະອົງ. ພວກເຂົາຖືກບັນຍາຍໂດຍອະບີນາໄດວ່າ “ໂດຍໄປຕາມຄວາມປະສົງອັນເຕັມໄປດ້ວຍກາມມະລົມ ແລະ ຄວາມປາດຖະໜາຂອງພວກເຂົາເອງ ໂດຍບໍ່ເຄີຍເອີ້ນຫາພຣະຜູ້ເປັນເຈົ້າ ທັງໆທີ່ພຣະພາຫາແຫ່ງຄວາມເມດຕາຂອງພຣະອົງເດ່ອອກມາຫາພວກເຂົາ; ຊຶ່ງເປັນພຣະພາຫາແຫ່ງຄວາມເມດຕາຂອງພຣະອົງເດ່ອອກມາຫາພວກເຂົາແລ້ວ, ແລະ ພວກເຂົາບໍ່ຮັບເອົາ.”19
III.
ຄວາມກ້າຫານໃນປະຈັກພະຍານເຖິງພຣະເຢຊູໝາຍຄວາມວ່າແນວໃດ?
ມັນມີຄວາມເປັນໄປໄດ້ຫລາຍຢ່າງທີ່ສາມາດພິຈາລະນາໄດ້ໃນການຕອບຄຳຖາມນີ້. ຂ້າພະເຈົ້າຈະເວົ້າເຖິງສອງສາມຢ່າງ. ຄວາມກ້າຫານໃນປະຈັກພະຍານເຖິງພຣະເຢຊູແມ່ນລວມທັງການບຳລຸງລ້ຽງ ແລະ ການເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານນັ້ນ. ສານຸສິດທີ່ແທ້ຈິງຈະບໍ່ເມີນເສີຍຈາກສິ່ງເລັກນ້ອຍ ທີ່ສະໜັບສະໜູນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງພວກເຂົາເຖິງພຣະຄຣິດ, ເຊັ່ນການອະທິຖານ, ການສຶກສາພຣະຄຳພີ, ການຮັກສາວັນຊະບາໂຕ, ການຮັບສ່ວນສິນລະລຶກ, ການກັບໃຈ, ການປະຕິບັດສາດສະໜາກິດ, ແລະ ການນະມັດສະການໃນບ້ານຂອງພຣະຜູ້ເປັນເຈົ້າ. ປະທານແນວສັນເຕືອນເຮົາວ່າ “ດ້ວຍຄວາມໄວທີ່ໜ້າຢ້ານກົວ, ປະຈັກພະຍານທີ່ບໍ່ໄດ້ຮັບການບຳລຸງລ້ຽງທຸກວັນ ‘ດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ’ [ໂມໂຣໄນ 6:4] ສາມາດພັງທະລາຍ. ດັ່ງນັ້ນ, … ເຮົາຕ້ອງການປະສົບການປະຈຳວັນໃນການນະມັດສະການພຣະຜູ້ເປັນເຈົ້າ ແລະ ການສຶກສາພຣະກິດຕິຄຸນຂອງພຣະອົງ.” ແລ້ວເພິ່ນໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າອ້ອນວອນກັບທ່ານ ວ່າໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງທ່ານ. ຈົ່ງມອບເວລາຂອງທ່ານໃຫ້ພຣະອົງຫລາຍພໍ. ຂະນະທີ່ທ່ານເຮັດ, ໃຫ້ສັງເກດເບິ່ງສິ່ງທີ່ເກີດຂຶ້ນກັບແຮງຜັກດັນທາງວິນຍານໃນທາງບວກຂອງທ່ານ.”20
ການເປັນຄົນກ້າຫານກໍຍັງແນະນຳການເປີດກວ້າງ ແລະ ການເປີດເຜີຍຕໍ່ສາທາລະນະກ່ຽວກັບຄຳພະຍານຂອງຕົນດ້ວຍ. ໃນການບັບຕິສະມາ, ເຮົາຢືນຢັນຄວາມເຕັມໃຈຂອງເຮົາ “ທີ່ຈະຢືນເປັນພະຍານຂອງພຣະເຈົ້າ ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ເຮົາຢູ່, ເຖິງແມ່ນຈົນເຖິງຄວາມຕາຍ.”21 ໃນເທດສະການອີດສະເຕີນີ້ໂດຍສະເພາະ, ເຮົາປະກາດຄຳພະຍານຂອງເຮົາຢ່າງຊື່ນຊົມ, ຕໍ່ສາທາລະນະ, ແລະ ບໍ່ສະຫງວນ ເຖິງພຣະຄຣິດທີ່ຟື້ນຄືນພຣະຊົນ ແລະ ຊົງພຣະຊົນຢູ່.
ດ້ານໜຶ່ງຂອງການເປັນຄົນກ້າຫານໃນປະຈັກພະຍານເຖິງພຣະຄຣິດແມ່ນການຮັບຟັງຜູ້ສົ່ງຂ່າວຂອງພຣະອົງ. ພຣະເຈົ້າຈະບໍ່ບັງຄັບເຮົາໃຫ້ເຂົ້າໄປໃນເສັ້ນທາງທີ່ດີກວ່າ, ເປັນເສັ້ນທາງແຫ່ງພັນທະສັນຍາ, ແຕ່ພຣະອົງໄດ້ແນະນຳສາດສະດາຂອງພຣະອົງເພື່ອເຮັດໃຫ້ເຮົາຮັບຮູ້ເຖິງຜົນສະທ້ອນຂອງການເລືອກຂອງເຮົາ. ແລະ ມັນບໍ່ແມ່ນພຽງແຕ່ສະມາຊິກຂອງສາດສະໜາຈັກຂອງພຣະອົງເທົ່ານັ້ນ. ຜ່ານທາງສາດສະດາ ແລະ ອັກຄະສາວົກຂອງພຣະອົງ, ພຣະອົງໄດ້ອ້ອນວອນດ້ວຍຄວາມຮັກຕໍ່ຄົນທັງໂລກ ໃຫ້ຮັບຟັງຄວາມຈິງທີ່ຈະເຮັດໃຫ້ພວກເຂົາເປັນອິດສະລະ,22 ຍົກເວັ້ນພວກເຂົາຈາກຄວາມທຸກທໍລະມານທີ່ບໍ່ຈຳເປັນ, ແລະ ນຳຄວາມສຸກອັນຍືນຍົງມາສູ່ພວກເຂົາ.
ການເປັນຄົນກ້າຫານໃນປະຈັກພະຍານເຖິງພຣະຄຣິດໝາຍເຖິງການຊຸກຍູ້ຄົນອື່ນ, ໂດຍຄຳເວົ້າ ແລະ ຕົວຢ່າງ, ໃຫ້ເປັນຄົນກ້າຫານເຊັ່ນກັນ, ໂດຍສະເພາະຄົນໃນຄອບຄົວຂອງເຮົາເອງ. ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງໜຶ່ງໄດ້ກ່າວວ່າ “ສະມາຊິກ ‘ຜູ້ມີກຽດ’ ແທ້ໆ [ຂອງສາດສະໜາຈັກ] ທີ່ທຳຕົວແບບເຜີນໆ ແທນທີ່ຈະເຮັດໃຫ້ການເປັນສານຸສິດຂອງຕົນເລິກເຊິ່ງ ແລະ ຜູ້ທີ່ມີສ່ວນຮ່ວມແບບເສີຍໆ ແທນທີ່ຈະ ‘ກະຕືລືລົ້ນໃນອຸດົມການ’ [ຄຳສອນ ແລະ ພັນທະສັນຍາ 76:75; 58:27].”23 ທຸກຄົນມີສິດໃນການເລືອກ, ແອວເດີ ແມ໊ກສະແວວ ຄ່ຳຄວນວ່າ: “ເຖິງຢ່າງໃດກໍຕາມ, ແຕ່ໜ້າເສຍດາຍ, ເມື່ອບາງຄົນເລືອກຄວາມກຽດຄ້ານ, ພວກເຂົາບໍ່ພຽງແຕ່ເລືອກເພື່ອຕົວເອງເທົ່ານັ້ນ, ແຕ່ຍັງເລືອກສຳລັບຄົນລຸ້ນຕໍ່ໄປ ແລະ ຕໍ່ໆໄປນຳອີກ. ຄຳເວົ້າທີ່ເປັນໜ້າສົງໄສເລັກນ້ອຍຂອງພໍ່ແມ່ສາມາດເຮັດໃຫ້ເກີດການອອກນອກທາງຂອງລູກໆຂອງພວກເຂົາໄດ້! ຄົນລຸ້ນກ່ອນໃນຄອບຄົວອາດສະທ້ອນເຖິງຄວາມອຸທິດຕົນ, ຂະນະທີ່ຄົນລຸ້ນປະຈຸບັນບາງຄົນຍັງມີຫລັກຖານທີ່ເປັນໜ້າສົງໄສຢູ່. ໜ້າເສຍດາຍ, ໃນລຸ້ນຄົນຕໍ່ໄປ, ບາງຄົນອາດເລືອກການໂຕ້ຖຽງ, ເມື່ອບັນຫາສົ່ງຜົນກະທົບ.”24
ຫລາຍປີກ່ອນ, ແອວເດີ ຈອນ ເອັຈ ໂກຣເບີກ ໄດ້ເລົ່າເລື່ອງລາວຂອງຄອບຄົວນ້ອຍຄອບຄົວໜຶ່ງທີ່ອາໄສຢູ່ໃນສາຂານ້ອຍໃນລັດຮາວາຍ ໃນຊ່ວງຊຸມປີ 1900. ເຂົາເຈົ້າໄດ້ເປັນສະມາຊິກຂອງສາດສະໜາຈັກປະມານສອງປີ ເມື່ອລູກສາວຄົນໜຶ່ງຂອງເຂົາເຈົ້າໄດ້ລົ້ມປ່ວຍໂດຍບໍ່ຮູ້ວ່າເປັນພະຍາດຫຍັງ ແລະ ໄດ້ເຂົ້າໂຮງໝໍ. ຢູ່ໂບດໃນວັນອາທິດຕໍ່ໄປ, ພໍ່ ແລະ ລູກຊາຍຂອງລາວໄດ້ກະກຽມສິນລະລຶກ ດັ່ງທີ່ເຂົາເຈົ້າເຄີຍເຮັດໃນຫລາຍອາທິດຜ່ານມາ, ແຕ່ເມື່ອພໍ່ໜຸ່ມຄຸເຂົ່າລົງໃຫ້ພອນເຂົ້າຈີ່, ປະທານສາຂາ, ທັນໃດນັ້ນກໍຮູ້ວ່າຜູ້ໃດຢູ່ໂຕະສິນລະລຶກ, ໄດ້ກະໂດດລຸກຂຶ້ນ ແລະ ເວົ້າວ່າ, “ຢຸດ. ເຈົ້າບໍ່ສາມາດແຕະຕ້ອງສິນລະລຶກ. ລູກສາວຂອງເຈົ້າເປັນພະຍາດຫຍັງກໍບໍ່ຮູ້. ອອກໄປທັນທີ ໃນຂະນະທີ່ຄົນອື່ນຈັດເຂົ້າຈີ່ສິນລະລຶກໃໝ່. ພວກເຮົາໃຫ້ເຈົ້າຢູ່ນີ້ບໍ່ໄດ້. ໄປ.” ພໍ່ທີ່ຕົກໃຈແຮງໄດ້ຫລຽວເບິ່ງປະທານສາຂາແບບບໍ່ເຂົ້າໃຈ ແລະ ແລ້ວໄດ້ຫລຽວເບິ່ງບ່ອນປະຊຸມ ແລະ, ຮູ້ສຶກກັງວົນຢ່າງໜັກ ແລະ ອັບອາຍຈາກທຸກຄົນ, ພໍ່ຄົນນັ້ນຈຶ່ງໄດ້ຍົກມືເອີ້ນຄອບຄົວຂອງລາວ, ແລ້ວເຂົາເຈົ້າກໍໄດ້ທະຍອຍອອກຈາກບ່ອນປະຊຸມໄປເທື່ອລະຄົນ.
ບໍ່ມີຄຳເວົ້າໃດໆເອີ່ຍອອກມາ, ຄອບຄົວນີ້ໄດ້ຍ່າງໄປຍັງບ້ານຫລັງນ້ອຍໆຂອງເຂົາເຈົ້າດ້ວຍຄວາມເສົ້າໃຈ. ຢູ່ທີ່ນັ້ນເຂົາເຈົ້າໄດ້ນັ່ງອ້ອມເປັນວົງ, ແລະ ພໍ່ໄດ້ເວົ້າວ່າ, “ກະລຸນາມິດງຽບ ຈົນກວ່າຂ້ອຍພ້ອມທີ່ຈະເວົ້າ.” ລູກຊາຍນ້ອຍໄດ້ຄິດຢູ່ໃນໃຈວ່າເຂົາເຈົ້າຄວນເຮັດຫຍັງເພື່ອແກ້ແຄ້ນຄວາມອັບອາຍທີ່ເຂົາເຈົ້າຕ້ອງທົນທຸກທໍລະມານ: ເຂົາເຈົ້າຄວນຈະຂ້າໝູຂອງປະທານສາຂາບໍ, ຫລື ຈູດເຮືອນຂອງລາວ, ຫລື ໄປໂບດອື່ນບໍ? ຫ້າ, ສິບ, ສິບຫ້າ, ຊາວຫ້ານາທີໄດ້ຜ່ານໄປ.
ກຳປັ້ນຂອງພໍ່ເລີ່ມມາຍອອກ, ແລະ ນ້ຳຕາໄດ້ໄຫລອອກມາ. ແມ່ເລີ່ມຮ້ອງໄຫ້, ແລະ ບໍ່ດົນລູກໆທຸກຄົນກໍຮ້ອງໄຫ້ຢ່າງງຽບໆ. ພໍ່ໄດ້ຫັນໄປຫາເມຍຂອງລາວ ແລະ ເວົ້າວ່າ, “ຂ້ອຍຮັກເຈົ້າ,” ແລະ ໄດ້ເວົ້າຄຳນັ້ນກັບລູກແຕ່ລະຄົນຂອງເຂົາເຈົ້າ. “ຂ້ອຍຮັກພວກເຈົ້າທຸກຄົນ ແລະ ຂ້ອຍຢາກໃຫ້ພວກເຮົາຢູ່ນຳກັນຕະຫລອດໄປ, ເປັນຄອບຄົວ. ແລະ ທາງດຽວທີ່ສາມາດເປັນໄດ້ຄື ພວກເຮົາທຸກຄົນຕ້ອງເປັນສະມາຊິກທີ່ດີຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ຜະນຶກເຂົ້າກັນໂດຍຖານະປະໂລຫິດສັກສິດໃນພຣະວິຫານ. ນີ້ບໍ່ແມ່ນໂບດຂອງປະທານສາຂາ. ນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ. ພວກເຮົາຈະບໍ່ປ່ອຍໃຫ້ຜູ້ໃດ ຫລື ໃຫ້ການເຈັບປວດອັນໃດ ຫລື ໃຫ້ຄວາມອັບອາຍອັນໃດ ຫລື ໃຫ້ຄວາມທະນົງຕົວອັນໃດກີດກັນພວກເຮົາຈາກການໄດ້ຢູ່ນຳກັນຕະຫລອດໄປ. ວັນອາທິດໜ້າພວກເຮົາຈະກັບຄືນໄປໂບດ. ພວກເຮົາຈະຢູ່ໄກໆຈາກຄົນອື່ນ ຈົນກວ່າຈະຮູ້ວ່າລູກສາວຂອງພວກເຮົາເປັນພະຍາດຫຍັງ, ແຕ່ພວກເຮົາຈະກັບຄືນໄປ.”
ເຂົາເຈົ້າໄດ້ກັບຄືນໄປ, ລູກສາວຂອງເຂົາເຈົ້າໄດ້ຫາຍດີ, ແລະ ຄອບຄົວໄດ້ຜະນຶກເຂົ້າກັນໃນພຣະວິຫານ ເລ ຮາວາຍ ເມື່ອມັນຖືກສ້າງສຳເລັດ. ປະຈຸບັນ, ຫລາຍກວ່າ 100 ຄົນ ເອີ້ນພໍ່ຂອງເຂົາເຈົ້າ, ພໍ່ຕູ້ຂອງເຂົາເຈົ້າ, ແລະ ພໍ່ຕູ້ທວດຂອງເຂົາເຈົ້າວ່າ ໄດ້ຮັບພອນ ເພາະລາວຈ້ອງຕາຢູ່ທີ່ນິລັນດອນ.25
ລັກສະນະສຸດທ້າຍຂອງຄວາມກ້າຫານໃນປະຈັກພະຍານເຖິງພຣະເຢຊູທີ່ຂ້າພະເຈົ້າຈະກ່າວເຖິງແມ່ນການສະແຫວງຫາຄວາມບໍລິສຸດສ່ວນຕົວຂອງເຮົາ. ພຣະເຢຊູເປັນພຣະຜູ້ໄຖ່ທີ່ສຳຄັນຂອງເຮົາ,26 ແລະ ພຣະອົງອ້ອນວອນວ່າ, “ຈົ່ງກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.”27
ສາດສະດາມໍມອນບັນຍາຍໄພ່ພົນກຸ່ມໜຶ່ງທີ່ພາກພຽນໃນລັກສະນະນີ້ວ່າ “ລຸຍໄປກັບຄວາມທຸກຢ່າງຫລວງຫລາຍ”:28
“ເຖິງຢ່າງໃດກໍຕາມ ພວກເຂົາຍັງໄດ້ຖືສິນອົດເຂົ້າ ແລະ ອະທິຖານຢູ່ເລື້ອຍໆ ແລະ ໄດ້ເຂັ້ມແຂງຂຶ້ນໄປເລື້ອຍໆໃນຄວາມຖ່ອມຕົວຂອງພວກເຂົາ, ແລະ ໝັ້ນຄົງຂຶ້ນໄປເລື້ອຍໆນຳສັດທາໃນພຣະຄຣິດ, ຈົນເຮັດໃຫ້ຈິດວິນຍານຂອງພວກເຂົາເຕັມໄປດ້ວຍຄວາມສຸກ ແລະ ຄວາມປອບໃຈ, ແທ້ຈິງແລ້ວ, ຈົນຊຳລະໃຈຂອງພວກເຂົາໃຫ້ບໍລິສຸດ ແລະ ສັກສິດ ຊຶ່ງການຊຳລະໃຫ້ບໍລິສຸດນັ້ນມີມາຍ້ອນການຍອມຖວາຍໃຈຂອງພວກເຂົາແດ່ພຣະເຈົ້າ.”29 ມັນເປັນການປ່ຽນແປງໃຈອັນຍິ່ງໃຫຍ່ນີ້—ຍອມມອບໃຈຂອງເຮົາຕໍ່ພຣະເຈົ້າ ແລະ ການເກີດໃໝ່ທາງວິນຍານ ຜ່ານທາງພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ—ທີ່ເຮົາສະແຫວງຫາ.30
ຄຳເຊື້ອເຊີນຂອງຂ້າພະເຈົ້າຄື ໃຫ້ລົງມືຕັ້ງແຕ່ຕອນນີ້ ເພື່ອຮັກສາຕຳແໜ່ງຂອງທ່ານໃນຖານະຜູ້ກ້າຫານໃນປະຈັກພະຍານເຖິງພຣະເຢຊູ. ເນື່ອງຈາກອາດຈຳເປັນຕ້ອງກັບໃຈ, “ຢ່າຜັດມື້ຜັດວັນແຫ່ງການກັບໃຈ,”31 ຢ້ານວ່າ “ໃນຊົ່ວໂມງທີ່ພວກເຈົ້າບໍ່ຄິດລະດູຮ້ອນຈະຜ່ານໄປ, ແລະ ການເກັບກ່ຽວສິ້ນສຸດລົງແລ້ວ, ແລະ ຈິດວິນຍານຂອງພວກເຈົ້າບໍ່ລອດ.”32 ຈົ່ງກະຕືລືລົ້ນໃນການຮັກສາພັນທະສັນຍາຂອງທ່ານກັບພຣະເຈົ້າ. ຢ່າ “ບໍ່ພໍໃຈ [ໂດຍ] ຄວາມເຄັ່ງຄັດຂອງພຣະຄຳ.”33 “ຈາລຶກພຣະນາມ [ພຣະຄຣິດ] ໄວ້ໃນໃຈພວກທ່ານສະເໝີໄປ, … ເພື່ອພວກທ່ານ [ອາດ] ຈະໄດ້ຍິນ ແລະ ຮູ້ຈັກ ສຽງ ຊຶ່ງໂດຍສຽງນັ້ນທີ່ທ່ານຈະຖືກເອີ້ນ, ແລະ ຈົ່ງຈື່ຈຳ ພຣະນາມ ໄວ້ສະເໝີ ເພາະພຣະອົງຈະເອີ້ນພວກທ່ານໂດຍພຣະນາມນັ້ນ.”34 ແລະ ສຸດທ້າຍ, “ຈົ່ງຕົກລົງໃຈ, ວ່າພວກເຈົ້າຈະເຮັດສິ່ງທີ່ [ພຣະເຢຊູ] ຈະສິດສອນ, ແລະ ບັນຊາພວກເຈົ້າ.”35
ພຣະບິດາຂອງເຮົາຢາກໃຫ້ລູກໆທຸກຄົນຂອງພຣະອົງໄດ້ຊື່ນຊົມກັບຊີວິດນິລັນດອນກັບພຣະອົງ ໃນອານາຈັກຊັ້ນສູງຂອງພຣະອົງ. ພຣະເຢຊູຄຣິດໄດ້ຮັບທຸກທໍລະມານ, ໄດ້ສິ້ນພຣະຊົນ, ແລະ ໄດ້ຟື້ນຄືນພຣະຊົນ ເພື່ອເຮັດໃຫ້ສິ່ງນັ້ນເປັນໄປໄດ້. ພຣະອົງ “ໄດ້ສະເດັດຂຶ້ນໄປສະຫວັນ, ແລະ ປະທັບຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ເພື່ອຮຽກຮ້ອງສິດແຫ່ງຄວາມເມດຕາຈາກພຣະບິດາ ຊຶ່ງພຣະອົງມີຕໍ່ລູກຫລານມະນຸດ.”36 ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະໄດ້ຮັບພອນດ້ວຍປະຈັກພະຍານທີ່ລຸກໄໝ້ເຖິງອົງພຣະເຢຊູຄຣິດເຈົ້າ, ປິຕິຍິນດີ ແລະ ມີຄວາມກ້າຫານໃນປະຈັກພະຍານນັ້ນ, ແລະ ຊື່ນຊົມກັບໝາກຜົນຂອງພຣະຄຸນຂອງພຣະອົງໃນຊີວິດຂອງເຮົາຢ່າງຕໍ່ເນື່ອງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.