ຄວາມຊື່ສັດ: ຄຸນລັກສະນະທີ່ເປັນເໝືອນພຣະຄຣິດ
ການໃຊ້ຊີວິດດ້ວຍຄວາມຊື່ສັດ ຮຽກຮ້ອງໃຫ້ເຮົາຊື່ສັດຕໍ່ພຣະເຈົ້າ, ຕໍ່ກັນແລະກັນ, ແລະ ຕໍ່ເອກະລັກແຫ່ງສະຫວັນຂອງເຮົາ.
ໃນບັ້ນທ້າຍຂອງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງໄດ້ໄປຍັງພູໝາກກອກເທດ ສູ່ສວນແຫ່ງໜຶ່ງຊື່ວ່າ ເຄັດເຊມາເນ ແລະ ໄດ້ເຊື້ອເຊີນສານຸສິດຂອງພຣະອົງໃຫ້ລໍຖ້າ.1 ບັດນີ້ເມື່ອໄດ້ຢູ່ຄົນດຽວ, ພຣະອົງໄດ້ຮ້ອງຂໍພຣະບິດາຂອງພຣະອົງວ່າ, “ຖ້າເປັນຄວາມປະສົງຂອງພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນໄປຈາກລູກທ້ອນ.”2 ໂດຍທີ່ຢູ່ໃນຄວາມເຈັບປວດ, ຄວາມທຸກທໍລະມານຂອງພຣະອົງໄດ້ເຮັດໃຫ້ພຣະອົງ, “ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ, … ແລະ ປາດຖະໜາທີ່ [ພຣະອົງ] ຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ, ແລະ ຢຸດສະຫງັກຢູ່.”3 ເຖິງຢ່າງໃດກໍດີ ໃນຊ່ວງເວລາແຫ່ງຄວາມສິ້ນຫວັງ, ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ສະຫງັກຢູ່ ແຕ່ “ໄດ້ຮັບເອົາ ແລະ ໄດ້ສຳເລັດການຕຽມຂອງ [ພຣະອົງ] ເພື່ອລູກຫລານມະນຸດ.”4
ໃນຖານະພຣະອົງດຽວທີ່ຖືກຳເນີດຂອງພຣະບິດາ, ພຣະເຢຊູຄຣິດໄດ້ມີອຳນາດເໜືອຄວາມຕາຍ, ຄວາມເຈັບປວດ, ແລະ ຄວາມທຸກທໍລະມານ ແຕ່ບໍ່ໄດ້ສະຫງັກຢູ່. ພຣະອົງໄດ້ບັນລຸພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພຣະບິດາຂອງພຣະອົງ ແລະ, ໃນການເຮັດເຊັ່ນນັ້ນ, ໄດ້ສະແດງໃຫ້ປະຈັກເຖິງຄຸນລັກສະນະທີ່ເປັນເໝືອນພຣະຄຣິດ ທີ່ມີຄວາມສຳຄັນຫລາຍຍິ່ງຂຶ້ນໃນໂລກ ຊຶ່ງເຮົາກຳລັງຢູ່—ຄື ຄຸນລັກສະນະແຫ່ງຄວາມຊື່ສັດ. ພຣະອົງໄດ້ຊື່ສັດຕໍ່ພຣະເຈົ້າ, ຕໍ່ພວກເຮົາແຕ່ລະຄົນ, ແລະ ຕໍ່ເອກະລັກແຫ່ງສະຫວັນຂອງພຣະອົງ.
ຄວາມຊື່ສັດ
ພຣະເຢຊູຄຣິດເປັນແບບຢ່າງຂອງເຮົາ. ການໃຊ້ຊີວິດດ້ວຍຄວາມຊື່ສັດ ຮຽກຮ້ອງໃຫ້ເຮົາຊື່ສັດຕໍ່ພຣະເຈົ້າ, ຕໍ່ກັນແລະກັນ, ແລະ ຕໍ່ເອກະລັກແຫ່ງສະຫວັນຂອງເຮົາ. ຄວາມຊື່ສັດມາຈາກພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ ທີ່ໃຫ້ຮັກພຣະເຈົ້າ. ເພາະທ່ານຮັກພຣະເຈົ້າ, ທ່ານຈຶ່ງຊື່ສັດຕໍ່ພຣະອົງຕະຫລອດເວລາ. ທ່ານຈະເຂົ້າໃຈວ່າ ມີຖືກ ແລະ ຜິດ ແລະ ມີຄວາມຈິງທີ່ແນ່ນອນ—ຄວາມຈິງຂອງພຣະເຈົ້າ. ຄວາມຊື່ສັດໝາຍຄວາມວ່າ ເຮົາບໍ່ລົດມາດຕະຖານ ຫລື ພຶດຕິກຳຂອງເຮົາ ເພື່ອເຮັດໃຫ້ຜູ້ອື່ນປະທັບໃຈ ຫລື ເປັນທີ່ຍອມຮັບສຳລັບຜູ້ອື່ນ.5 ທ່ານ “ເຮັດແຕ່ຄວາມດີ” ແລະ “ໃຫ້ຜົນຮັບມີມາເຖິງທ່ານ.”6 ການປັບປຸງລ່າສຸດຂອງຄູ່ມືຜູ້ສອນສາດສະໜາ ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ ໄດ້ເພີ່ມຄວາມຊື່ສັດໃຫ້ເປັນຄຸນລັກສະນະໜຶ່ງທີ່ເປັນເໝືອນພຣະຄຣິດຢ່າງສັງເກດເຫັນໄດ້.7
ເມື່ອຫລາຍປີກ່ອນ, ແອວເດີ ອຸກດອບ ໄດ້ຮັບມອບໝາຍໃຫ້ຈັດຕັ້ງສະເຕກຂອງພວກເຮົາໃໝ່. ໃນລະຫວ່າງການສຳພາດ, ເພິ່ນໄດ້ຖາມຂ້າພະເຈົ້າຄຳຖາມທີ່ຂ້າພະເຈົ້າບໍ່ເຄີຍລືມ: “ເຄີຍມີສິ່ງໃດໃນຊີວິດຂອງທ່ານບໍ່ ທີ່ຖ້າຫາກຖືກນຳມາສູ່ສາທາລະນະຊົນ, ຈະເຮັດໃຫ້ທ່ານ ຫລື ສາດສະໜາຈັກອັບອາຍ?” ດ້ວຍຄວາມຕົກຕະລຶງ, ຈິດໃຈຂອງຂ້າພະເຈົ້າໄດ້ໄລ່ມາຈົນໝົດຊີວິດຂອງຂ້າພະເຈົ້າ, ໂດຍພະຍາຍາມທີ່ຈະຈື່ຊ່ວງເວລາທີ່ຂ້າພະເຈົ້າອາດບົກພ່ອງ ແລະ ຖາມຕົນເອງວ່າ, “ຖ້າຄົນອື່ນຮູ້ທຸກສິ່ງທີ່ຂ້າພະເຈົ້າໄດ້ເຮັດ, ພວກເຂົາຈະຄິດກ່ຽວກັບຂ້າພະເຈົ້າ ຫລື ສາດສະໜາຈັກແນວໃດ?”
ໃນຊ່ວງເວລານັ້ນ, ຂ້າພະເຈົ້າຄິດວ່າ ແອວເດີ ອຸກດອບ ພຽງແຕ່ຖາມກ່ຽວກັບຄວາມມີຄ່າຄວນ, ແຕ່ຂ້າພະເຈົ້າໄດ້ເຂົ້າໃຈວ່າ ແທ້ຈິງແລ້ວ ມັນເປັນຄຳຖາມກ່ຽວກັບຄວາມຊື່ສັດ. ຂ້າພະເຈົ້າຊື່ສັດຕໍ່ສິ່ງທີ່ຂ້າພະເຈົ້ານັບຖືບໍ່? ໂລກຈະເຫັນຄວາມສອດຄ່ອງລະຫວ່າງຄຳເວົ້າ ແລະ ການກະທຳຂອງຂ້າພະເຈົ້າບໍ່? ຄົນອື່ນຈະເຫັນພຣະເຈົ້າຜ່ານທາງການປະຕິບັດຕົນຂອງຂ້າພະເຈົ້າບໍ່?
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສິດສອນວ່າ, “ຄວາມຊື່ສັດ” ແມ່ນ “ຄວາມເຕັມໃຈ ແລະ ຄວາມສາມາດໃນການໃຊ້ຊີວິດຕາມຄວາມເຊື່ອ ແລະ ຄວາມມຸ່ງໝັ້ນຂອງເຮົາ.”8
ຊື່ສັດຕໍ່ພຣະເຈົ້າ
ຊີວິດແຫ່ງຄວາມຊື່ສັດ ຮຽກຮ້ອງໃຫ້ເຮົາຊື່ສັດຕໍ່ພຣະເຈົ້າກ່ອນສິ່ງອື່ນໃດ.
ຈາກໄວເດັກຂອງພວກເຮົາ, ພວກເຮົາໄດ້ຮຽນຮູ້ເລື່ອງລາວຂອງດານີເອນໃນຖໍ້າສິງ. ດານີເອນໄດ້ຊື່ສັດຕໍ່ພຣະເຈົ້າສະເໝີ. ໝູ່ເພື່ອນທີ່ອິດສາເພິ່ນ “ກໍພະຍາຍາມຊອກຈັບຜິດ [ເພິ່ນ]”9 ແລະ ໄດ້ອອກດຳລັດທີ່ບັງຄັບໃຫ້ອະທິຖານຫາພຣະເຈົ້າຂອງພວກເຂົາເທົ່ານັ້ນ. ດານີເອນໄດ້ຮູ້ກ່ຽວກັບດຳລັດນັ້ນ ແຕ່ໄດ້ກັບບ້ານ ແລະ—ດ້ວຍ “ປ່ອງຢ້ຽມທີ່ໄຂໄວ້”10—ໄດ້ຄຸເຂົ່າລົງ ແລະ ອະທິຖານສາມເທື່ອຕໍ່ມື້ຫາພຣະເຈົ້າແຫ່ງອິດສະຣະເອນ. ຜົນກໍຄື, ດານີເອນໄດ້ຖືກໂຍນເຂົ້າຖໍ້າສິງ. ໃນຕອນເຊົ້າ, ກະສັດໄດ້ພົບວ່າ ພຣະເຈົ້າຂອງດານີເອນໄດ້ຊ່ວຍກູ້ເອົາເພິ່ນໄວ້ ແລະ ໄດ້ອອກດຳລັດໃໝ່ວ່າ ທຸກຄົນຄວນ “ເຄົາລົບຢຳເກງຕໍ່ໜ້າພຣະເຈົ້າຂອງດານີເອນ: [ເພາະ] ພຣະອົງເປັນພຣະເຈົ້າອົງຊົງຊີວິດຢູ່.”11
ກະສັດໄດ້ຮູ້ຈັກພຣະເຈົ້າຜ່ານທາງຄວາມຊື່ສັດຂອງດານີເອນ. ຄົນອື່ນເຫັນພຣະເຈົ້າຜ່ານທາງ—ຄຳເວົ້າ ແລະ ການກະທຳຂອງເຮົາ. ເຊັ່ນດຽວກັບດານີເອນ, ການທີ່ຊື່ສັດຕໍ່ພຣະເຈົ້າ ຈະຍິ່ງເຮັດໃຫ້ເຮົາແຕກຕ່າງຈາກໂລກ.
ພຣະຜູ້ຊ່ວຍໃຫ້ລອດໄດ້ຢໍ້າເຕືອນເຮົາວ່າ, “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ, ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”12 ປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳວ່າ: “[ການເອົາຊະນະໂລກ] ໝາຍເຖິງການເອົາຊະນະການລໍ້ລວງທີ່ຈະໃຫ້ສົນໃຈເລື່ອງຂອງໂລກນີ້ຫລາຍກວ່າເລື່ອງຂອງພຣະເຈົ້າ. ໝາຍເຖິງການໄວ້ວາງໃຈໃນຄຳສອນຂອງພຣະຄຣິດຫລາຍກວ່າປັດຊະຍາຂອງມະນຸດ.”13 ເຊັ່ນດຽວກັນ, ເຮົາຕ້ອງຕ້ານທານການລໍ້ລວງ ເພື່ອເດີນໄປ “ໃນເສັ້ນທາງ [ຂອງເຮົາ], ແລະ ຕາມລັກສະນະພຣະເຈົ້າ [ຂອງເຮົາ], ຊຶ່ງລັກສະນະນັ້ນ ເປັນຄືກັນກັບລັກສະນະຂອງໂລກ.”14
ແຮງດຶງດູດທີ່ກົງກັນຂ້າມຂອງໂລກນີ້ ແມ່ນສ່ວນສຳຄັນຂອງແຜນແຫ່ງຄວາມລອດຂອງພຣະເຈົ້າ. ວິທີທີ່ເຮົາຕອບສະໜອງຕໍ່ການດຶງດູດນັ້ນ ແມ່ນແກ່ນແທ້ຂອງສິ່ງທີ່ເຮົາເປັນ—ຊຶ່ງເປັນຕົວຊີ້ວັດຄວາມຊື່ສັດຂອງເຮົາ. ການດຶງດູດທາງໂລກ ສາມາດສົ່ງຜົນໂດຍກົງຕໍ່ການທຳລາຍຄວາມຊື່ສັດໃນການແຕ່ງງານ ຫລື ລະອຽດອ່ອນພໍໆກັບການໂພສຕ໌ຄວາມຄິດທີ່ບໍ່ເປີດເຜີຍຊື່ ເພື່ອວິພາກວິຈານຄຳສອນ ຫລື ວັດທະນະທຳຂອງສາດສະໜາຈັກ. ການໃຊ້ຄວາມຊື່ສັດໃນການເລືອກຂອງເຮົາ ແມ່ນການສະແດງອອກພາຍນອກເຖິງຄວາມມຸ່ງໝັ້ນພາຍໃນ ໃນການຕິດຕາມພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.
ຊື່ສັດຕໍ່ຜູ້ອື່ນ
ດັ່ງທີ່ຄວາມຊື່ສັດມາຈາກພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນໃຫ້ຮັກພຣະເຈົ້າ, ການຊື່ສັດຕໍ່ກັນແລະກັນ ມາຈາກຂໍ້ທີສອງ, ຄືໃຫ້ຮັກເພື່ອນບ້ານເໝືອນດັ່ງຕົນເອງ. ຊີວິດແຫ່ງຄວາມຊື່ສັດ ບໍ່ແມ່ນຊີວິດແຫ່ງຄວາມດີພ້ອມ; ມັນແມ່ນຊີວິດຊຶ່ງເຮົາພະຍາຍາມທຸກໆມື້ ເພື່ອທີ່ຈະຊື່ສັດຕໍ່ພຣະເຈົ້າກ່ອນສິ່ງອື່ນໃດ ແລະ ພາຍໃນບໍລິບົດນັ້ນ ໃຫ້ຊື່ສັດຕໍ່ຜູ້ອື່ນ. ປະທານໂອກສ໌ຢໍ້າເຕືອນເຮົາວ່າ, “ຄວາມກະຕືລືລົ້ນຂອງເຮົາທີ່ຈະຮັກສາພຣະບັນຍັດຂໍ້ທີສອງນີ້ ບໍ່ຄວນເຮັດໃຫ້ເຮົາລືມຂໍ້ທຳອິດ.”15
ໂລກນີ້ຕໍ່ສູ້ກັບຄວາມຊື່ສັດຂຶ້ນເລື້ອຍໆ ໂດຍການກຳນົດກົດເກນການປະພຶດ ຫລື ກົດຈັນຍາບັນທີ່ປົກຄອງຄວາມສຳພັນລະຫວ່າງຄົນທັງຫລາຍ ແລະ ສະຖາບັນ. ຂະນະທີ່ເປັນສິ່ງທີ່ດີ, ໂດຍທົ່ວໄປແລ້ວ ກົດເຫລົ່ານີ້ບໍ່ໄດ້ຍຶດຕິດກັບຄວາມຈິງທີ່ສົມບູນ ແລະ ມີແນວໂນ້ມທີ່ຈະຄ່ອຍໆປ່ຽນແປງຕາມການຍອມຮັບທາງວັດທະນະທຳ. ຄ້າຍຄືກັນກັບຄຳຖາມທີ່ຕັ້ງໂດຍ ແອວເດີ ອຸກດອບ, ບາງອົງການຝຶກອົບຮົມພະນັກງານໃຫ້ພິຈາລະນາວ່າ ການຕັດສິນໃຈ ຫລື ຂະບວນການການຕັດສິນໃຈຈະເປັນແນວໃດ ຖ້າຖືກເຜີຍແຜ່ອອນລາຍ ຫລື ຢູ່ໜ້າທຳອິດຂອງໜັງສືພິມລາຍໃຫຍ່. ດັ່ງທີ່ສາດສະໜາຈັກອອກມາຈາກຄວາມບໍ່ແຈ່ມແຈ້ງ ແລະ ຄວາມມືດ,16 ພວກເຮົາ, ເຊັ່ນດຽວກັບດານີເອນ, ຕ້ອງຢູ່ເໜືອຄວາມຄາດຫວັງທາງໂລກ ແລະ ກາຍເປັນພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ຊົງພຣະຊົນຢູ່ຕະຫລອດເວລາ ແລະ ທຸກແຫ່ງຫົນ.17
ການທີ່ເວົ້າວ່າ ເຮົາຊື່ສັດນັ້ນແມ່ນບໍ່ພຽງພໍ ຖ້າການກະທຳຂອງເຮົາບໍ່ສອດຄ່ອງກັບຄຳເວົ້າຂອງເຮົາ. ເຊັ່ນດຽວກັນ, ຄວາມເມດຕາຂອງຊາວຄຣິດ ບໍ່ແມ່ນສິ່ງທີ່ມາແທນທີ່ຄວາມຊື່ສັດ. ໃນຖານະຜູ້ຄົນແຫ່ງພັນທະສັນຍາ, ແລະ ຜູ້ນຳຂອງສາດສະໜາຈັກຂອງພຣະອົງ, ເຮົາຕ້ອງຢູ່ເໜືອການຕຳນິຕິເຕືອນ ແລະ ສອດຄ່ອງກັບມາດຕະຖານທີ່ພຣະຜູ້ເປັນເຈົ້າໄດ້ຕັ້ງໄວ້.
ການກະທຳດ້ວຍຄວາມຊື່ສັດ ສ້າງສັດທາ ແລະ ຄວາມໄວ້ວາງໃຈ ແລະ ເຮັດໃຫ້ຄົນອື່ນໝັ້ນໃຈວ່າ ເຮົາສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າເທົ່ານັ້ນ. ໃນສະພາຂອງພວກເຮົາ, ເຮົາຕ້ານທານອິດທິພົນພາຍນອກ ແລະ ປະຕິບັດຕາມຂະບວນການທີ່ໄດ້ຮັບການເປີດເຜີຍຈາກພຣະຜູ້ເປັນເຈົ້າ ໂດຍສະແຫວງຫາຄວາມຮູ້ແຈ້ງຈາກຍິງ ແລະ ຊາຍແຕ່ລະຄົນ ແລະ ກະທຳໃຫ້ສອດຄ່ອງກັບຄຳແນະນຳທີ່ດົນໃຈທີ່ໄດ້ຮັບ.18
ຈຸດສຸມຂອງເຮົາແມ່ນພຣະຜູ້ເປັນເຈົ້າ, ແລະ ເຮົາກໍລະມັດລະວັງທີ່ຈະຫລີກລ້ຽງຈາກການກະທຳທີ່ອາດເບິ່ງຄືວ່າ ເປັນປະໂຫຍດໃຫ້ກັບຕົນເອງ, ສ້າງປະໂຫຍດແກ່ຄອບຄົວຂອງເຮົາ, ຫລື ເຫັນຊອບບາງຄົນບົນຄວາມທຸກຂອງຄົນອື່ນ. ເຮົາພະຍາຍາມຫລີກລ້ຽງຈາກການຮັບຮູ້ໃດໆວ່າ ການກະທຳຂອງເຮົາອາດໄດ້ຮັບອິດທິພົນຈາກກຽດຕິຍົດຂອງມະນຸດ,19 ເພື່ອຮັບການຍອມຮັບສ່ວນຕົວ, ເພີ່ມຈຳນວນຊົມຊອບ, ຮັບການອ້າງອີງ ຫລື ເຜີຍແຜ່.
ຊື່ສັດຕໍ່ເອກະລັກແຫ່ງສະຫວັນຂອງເຮົາ
ທ້າຍສຸດນີ້, ຊີວິດແຫ່ງຄວາມຊື່ສັດ ຮຽກຮ້ອງໃຫ້ເຮົາຊື່ສັດຕໍ່ເອກະລັກແຫ່ງສະຫວັນຂອງເຮົາ.
ເຮົາຮູ້ຈັກບາງຄົນທີ່ບໍ່ເປັນເຊັ່ນນັ້ນ. ບຸກຄົນນັ້ນກໍຄື ໂຄຣິຫໍ ຜູ້ຕໍ່ຕ້ານພຣະຄຣິດ, ຜູ້ທີ່ໄດ້ນຳພາໃຈຂອງຫລາຍໆຄົນໃຫ້ຫັນໜີໄປ, ໂດຍຍຸຍົງ “ຈິດໃຈແຫ່ງກາມມະລົມ” ຂອງພວກເຂົາ.20 ແຕ່ແລ້ວ, ໃນຊ່ວງເວລາສຸດທ້າຍຂອງຊີວິດລາວ, ລາວໄດ້ສາລະພາບວ່າ, “ຂ້າພະເຈົ້າຮູ້ຢູ່ຕະຫລອດວ່າ ມັນມີພຣະເຈົ້າ.”21 ປະທານເຮັນຣີ ບີ ໄອຣິງ ໄດ້ສິດສອນວ່່າ ການເວົ້າຕົວະ “ແມ່ນກົງກັນຂ້າມກັບສະພາບແຫ່ງຈິດວິນຍານຂອງພວກເຮົາ,”22 ເອກະລັກແຫ່ງສະຫວັນຂອງເຮົາ. ໂຄຣິຫໍໄດ້ຫລອກຕົວເອງ, ແລະ ຄວາມຈິງບໍ່ໄດ້ຢູ່ໃນລາວ.23
ກົງກັນຂ້າມ, ສາດສະດາໂຈເຊັບ ສະມິດ ໄດ້ປະກາດຢ່າງໝັ້ນໃຈວ່າ, “ຂ້າພະເຈົ້າຈຶ່ງຮູ້ ແລະ ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຮູ້ຄືກັນ ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້.”24
ພຣະຜູ້ເປັນເຈົ້າໄດ້ຮັກໄຮຣຳ ອ້າຍຂອງໂຈເຊັບ “ເພາະຄວາມຊື່ສັດຂອງໃຈລາວ.”25 ເພິ່ນ ແລະ ໂຈເຊັບ ຍັງຄົງຊື່ສັດຈົນເຖິງທີ່ສຸດ—ຊື່ສັດຕໍ່ເອກະລັກແຫ່ງສະຫວັນຂອງພວກເພິ່ນ, ຕໍ່ຄວາມສະຫວ່າງ ແລະ ຄວາມຮູ້ທີ່ພວກເພິ່ນໄດ້ຮັບ, ແລະ ຊື່ສັດຕໍ່ຕົວເອງທີ່ພວກເພິ່ນຮູ້ວ່າພວກເພິ່ນຈະສາມາດເປັນໄດ້.
ສະຫລຸບ
ຂໍໃຫ້ເຮົາທຳຕົນເອງ “ໃຫ້ເຂົ້າກັບພຣະປະສົງຂອງພຣະເຈົ້າ”26 ແລະ ພັດທະນາຄຸນລັກສະນະທີ່ເປັນເໝືອນພຣະຄຣິດແຫ່ງຄວາມຊື່ສັດ. ຂໍໃຫ້ເຮົາເຮັດຕາມຜູ້ທີ່ເປັນແບບຢ່າງຂອງເຮົາ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ແລະ ບໍ່ສະຫງັກ ແຕ່ໃຊ້ຊີວິດທີ່ຊື່ສັດຕໍ່ພຣະເຈົ້າ, ຕໍ່ກັນແລະກັນ, ແລະ ຕໍ່ເອກະລັກແຫ່ງສະຫວັນຂອງເຮົາ.
ດັ່ງທີ່ໂຢບໄດ້ກ່າວໄວ້, “ຂ້ອຍໃຫ້ພຣະເຈົ້າຊັ່ງເບິ່ງໂດຍຕາຊິງອັນທ່ຽງທຳ ພຣະອົງກໍຈະໄດ້ຮູ້ຈັກວ່າຂ້ອຍສັດຊື່ສໍ່າໃດແທ້.”27 ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.