ຄຳເວົ້າແມ່ນສຳຄັນ
ຄຳເວົ້າກຳນົດນ້ຳສຽງ. ມັນສື່ສານຄວາມຄິດ, ຄວາມຮູ້ສຶກ, ແລະ ປະສົບການ, ບໍ່ວ່າດີ ຫລື ຊົ່ວ.
ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທົ່ວໂລກ, ຂ້າພະເຈົ້າຖືວ່າເປັນກຽດທີ່ໄດ້ກ່າວກັບຜູ້ຟັງຈຳນວນຫລວງຫລາຍນີ້, ຫລາຍຄົນເປັນສະມາຊິກ ແລະ ຫລາຍຄົນເປັນໝູ່ເພື່ອນ ແລະ ຜູ້ຟັງໃໝ່ ໃນການຖ່າຍທອດກອງປະຊຸມນີ້. ຍິນດີຕ້ອນຮັບ!
ຂ່າວສານທີ່ແບ່ງປັນຈາກແທ່ນປາໄສນີ້ ຈາກການສື່ສານດ້ວຍຄຳເວົ້າ. ພວກເພິ່ນກ່າວເປັນພາສາອັງກິດ ແລະ ໄດ້ແປເປັນພາສາຕ່າງໆ ເກືອບເຖິງ 100 ພາສາ. ພື້ນຖານຈະເປັນເໝືອນກັນສະເໝີ. ຄຳເວົ້າ. ແລະ ຄຳເວົ້າແມ່ນສຳຄັນຫລາຍ. ຂ້າພະເຈົ້າຂໍເວົ້າອີກຄັ້ງ. ຄຳເວົ້າແມ່ນສຳຄັນ!
ຄຳເວົ້າເປັນຮາກຖານຂອງວິທີທີ່ເຮົາເຊື່ອມຕໍ່ກັນ; ມັນເປັນຕົວແທນຂອງຄວາມເຊື່ອ, ສິນທຳ, ແລະ ມຸມມອງ. ບາງຄັ້ງເຮົາກ່າວຄຳເວົ້າ; ບາງຄັ້ງເຮົາຟັງ. ຄຳເວົ້າກຳນົດນ້ຳສຽງ. ມັນສື່ສານຄວາມຄິດ, ຄວາມຮູ້ສຶກ, ແລະ ປະສົບການ, ບໍ່ວ່າດີ ຫລື ຊົ່ວ.
ໜ້າເສຍດາຍທີ່, ຄຳເວົ້າອາດໄຮ້ຄວາມຄິດ, ຮີບຮ້ອນ, ແລະ ເຈັບປວດ. ເມື່ອກ່າວແລ້ວ, ເຮົາບໍ່ສາມາດນຳມັນກັບມາໄດ້. ມັນສາມາດທຳຮ້າຍ, ລົງໂທດ, ບັ່ນທອນ, ແລະ ແມ່ນແຕ່ນຳໄປສູ່ການກະທຳທີ່ທຳລາຍ. ມັນສາມາດສ້າງຄວາມໜັກໜ່ວງໃຫ້ເຮົາ.
ກົງກັນຂ້າມ, ຄຳເວົ້າສາມາດສະເຫລີມສະຫລອງໄຊຊະນະ, ໃຫ້ຄວາມຫວັງ ແລະ ໃຫ້ກຳລັງໃຈ. ມັນສາມາດກະຕຸ້ນເຮົາໃຫ້ຄິດຄືນໃໝ່, ຕັ້ງຫລັກໃໝ່, ແລະ ປ່ຽນເສັ້ນທາງຂອງເຮົາ. ຄຳເວົ້າສາມາດເປີດໃຈຂອງເຮົາສູ່ຄວາມຈິງໄດ້.
ນັ້ນຄືເຫດຜົນ, ກ່ອນອື່ນໝົດ, ພຣະຄຳຂອງພຣະຜູ້ເປັນເຈົ້າແມ່ນສຳຄັນ.
ໃນພຣະຄຳພີມໍມອນ, ສາດສະດາ ແອວມາ ແລະ ຜູ້ຄົນຂອງເພິ່ນໃນອາເມຣິກາສະໄໝບູຮານໄດ້ປະເຊີນກັບສົງຄາມທີ່ບໍ່ສິ້ນສຸດ ກັບຄົນທີ່ບໍ່ສົນໃຈພຣະຄຳຂອງພຣະເຈົ້າ, ເຮັດໃຫ້ໃຈແຂງກະດ້າງ, ແລະ ທຳລາຍວັດທະນະທຳຂອງພວກເຂົາ. ຄົນຊື່ສັດອາດຈະຕໍ່ສູ້ໄດ້, ແຕ່ແອວມາໄດ້ແນະນຳວ່າ: “ແລະ ບັດນີ້, ເມື່ອການສັ່ງສອນພຣະຄຳອັນຍິ່ງໃຫຍ່ນີ້ໄດ້ນຳພາຜູ້ຄົນມາເຮັດໃນສິ່ງທີ່ຖືກຕ້ອງແລ້ວ—ແທ້ຈິງແລ້ວ, ມັນໄດ້ໃຫ້ຜົນທີ່ມີອຳນາດແກ່ຈິດໃຈຂອງຜູ້ຄົນຍິ່ງກວ່າດາບ, ຫລື ເໜືອກວ່າສິ່ງໃດໆທີ່ໄດ້ເກີດຂຶ້ນກັບພວກເຂົາ—ສະນັ້ນ ແອວມາຈຶ່ງຄິດວ່າ ມັນສົມຄວນແລ້ວ ທີ່ພວກເພິ່ນຈະທົດລອງຄຸນນະທຳແຫ່ງພຣະຄຳຂອງພຣະເຈົ້າ.”1
“ພຣະຄຳຂອງພຣະເຈົ້າ” ເໜືອກວ່າການສະແດງອອກທັງໝົດ. ມັນເປັນເຊັ່ນນັ້ນນັບຕັ້ງແຕ່ການສ້າງໂລກ ເມື່ອພຣະຜູ້ເປັນເຈົ້າໄດ້ກ່າວວ່າ: “ໃຫ້ເກີດມີແສງແຈ້ງສ່ອງຂຶ້ນ: ແລະ ກໍເປັນດັ່ງນັ້ນ.”2
ການຮັບຮອງເຫລົ່ານີ້ມາຈາກພຣະຜູ້ຊ່ວຍໃຫ້ລອດໃນພຣະຄຳພີໃໝ່: “ຟ້າ ແລະ ດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”3
ແລະ ນີ້: “ພຣະເຢຊູຕອບເພິ່ນວ່າ, ຖ້າຜູ້ໃດຮັກເຮົາ ກໍຈະປະຕິບັດຕາມຖ້ອຍຄຳຂອງເຮົາ, ແລະ ພຣະບິດາຂອງເຮົາຈະຮັກຜູ້ນັ້ນ, ແລະ ເຮົາທັງສອງຈະມາຫາຜູ້ນັ້ນ, ແລະ ເຮົາຈະຕັ້ງຢູ່ກັບຜູ້ນັ້ນ.4
ແລະ ປະຈັກພະຍານອັນຕ່ຳຕ້ອຍນີ້ມາຈາກມາຣີ ມານດາຂອງພຣະເຢຊູ: “ຂ້ານ້ອຍເປັນທາດຍິງຂອງອົງພຣະຜູ້ເປັນເຈົ້າ; ຂໍໃຫ້ເຫດການນີ້ເກີດກັບຂ້ານ້ອຍຕາມທີ່ທ່ານໄດ້ກ່າວນັ້ນເທີ້ນ.”5
ການເຊື່ອ ແລະ ການຟັງພຣະຄຳຂອງພຣະເຈົ້າຈະດຶງດູດເຮົາໃຫ້ຫຍັບເຂົ້າໃກ້ພຣະອົງຫລາຍຂຶ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ສັນຍາວ່າ, “ຖ້າຫາກທ່ານຈະສຶກສາພຣະຄຳຂອງພຣະອົງ, ຄວາມສາມາດຂອງທ່ານທີ່ຈະເປັນເໝືອນດັ່ງພຣະອົງ ຈະເພີ່ມທະວີຂຶ້ນ.”6
ເຮົາທຸກຄົນບໍ່ຢາກເປັນ, ດັ່ງທີ່ເພງສວດກ່າວບໍວ່າ, “ເພີ່ມສັກສິດ ແລະ ພອນເດັ່ນ—ເພີ່ມເຊັ່ນພຣະຜູ້ຊ່ວຍ”?7
ຂ້າພະເຈົ້າວາດພາບເຫັນຊາຍໜຸ່ມໂຈເຊັບ ສະມິດ ຄຸເຂົ່າຟັງພຣະຄຳຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງພຣະອົງ: “[ໂຈເຊັບ,] ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”8
ເຮົາ “ຟັງພຣະອົງ” ໃນຖ້ອຍຄຳຂອງພຣະຄຳພີ, ແຕ່ເຮົາປ່ອຍໃຫ້ມັນພຽງຢູ່ໃນໜ້ານັ້ນ, ຫລື ເຮົາຮັບຮູ້ວ່າພຣະອົງກຳລັງກ່າວກັບເຮົາຢູ່ບໍ? ເຮົາປ່ຽນແປງຫລືບໍ່?
ເຮົາ “ຟັງພຣະອົງ” ໃນການເປີດເຜີຍສ່ວນຕົວ ແລະ ການກະຕຸ້ນຈາກພຣະວິນຍານບໍລິສຸດ, ໃນຄຳຕອບຕໍ່ຄຳອະທິຖານ, ແລະ ໃນຊ່ວງເວລານັ້ນ ເມື່ອພຽງແຕ່ພຣະເຢຊູຄຣິດ, ຜ່ານທາງອຳນາດຂອງການຊົດໃຊ້ຂອງພຣະອົງ, ສາມາດຍົກພາລະຂອງເຮົາ, ປະທານການໃຫ້ອະໄພ ແລະ ຄວາມສະຫງົບ, ແລະ ໂອບກອດເຮົາໄວ້ “ໃນອ້ອມພຣະພາຫາແຫ່ງຄວາມຮັກ.”9
ສອງ, ຄຳເວົ້າຂອງສາດສະດາແມ່ນສຳຄັນ.
ສາດສະດາເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະເຢຊູຄຣິດ. ພວກເພິ່ນສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ສະແດງເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ທຸກຄົນ.10 ຂ້າພະເຈົ້າເປັນພະຍານວ່າ ສາດສະດາທີ່ມີຊີວິດຢູ່ຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ຍິນ ແລະ ກ່າວພຣະຄຳຂອງພຣະຜູ້ເປັນເຈົ້າ.
ປະທານແນວສັນເປັນຄົນຊ່າງເວົ້າ. ເພິ່ນໄດ້ກ່າວວ່າ, “ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ,”11 “ເຕົ້າໂຮມອິດສະຣາເອນ,”12 “ໃຫ້ພຣະເຈົ້າໄຊຊະນະ,”13 “ສ້າງສະພານແຫ່ງຄວາມເຂົ້າໃຈ,”14 “ຂອບພຣະໄທ,”15 “ເພີ່ມສັດທາຂອງທ່ານໃນພຣະເຢຊູຄຣິດ,”16 “ຮັບຜິດຊອບຕໍ່ປະຈັກພະຍານຂອງທ່ານ,”17 ແລະ “ກາຍເປັນຜູ້ສ້າງຄວາມສະຫງົບສຸກ.”18
ເມື່ອບໍ່ດົນມານີ້ ເພິ່ນໄດ້ຂໍໃຫ້ເຮົາ “ຄິດກ່ຽວກັບຊັ້ນສູງ.” “ເມື່ອທ່ານປະເຊີນກັບພາວະວິໄສ,” ເພິ່ນກ່າວ, “ໃຫ້ຄິດກ່ຽວກັບຊັ້ນສູງ! ເມື່ອທ່ານຖືກທົດສອບໂດຍການລໍ້ລວງ, ໃຫ້ຄິດກ່ຽວກັບຊັ້ນສູງ! ເມື່ອຊີວິດ ຫລື ຄົນທີ່ທ່ານຮັກເຮັດໃຫ້ທ່ານຜິດຫວັງ, ໃຫ້ຄິດກ່ຽວກັບຊັ້ນສູງ! ເມື່ອຄົນໃດຄົນໜຶ່ງຕາຍໄປ ກ່ອນໄວອັນຄວນ, ໃຫ້ຄິດກ່ຽວກັບຊັ້ນສູງ. …ເມື່ອຊີວິດມີຄວາມກົດດັນ, ໃຫ້ຄິດກ່ຽວກັບຊັ້ນສູງ! … ເມື່ອທ່ານຄິດກ່ຽວກັບຊັ້ນສູງ, ໃຈຂອງທ່ານຈະຄ່ອຍປ່ຽນໄປ, … ທ່ານຈະເບິ່ງການທົດລອງ ແລະ ການຕໍ່ຕ້ານໃນມຸມມອງໃໝ່, … [ແລະ] ສັດທາຂອງທ່ານຈະເພີ່ມທະວີຂຶ້ນ.”19
ເມື່ອເຮົາຄິດກ່ຽວກັບຊັ້ນສູງ ເຮົາເຫັນ “ເລື່ອງດັ່ງທີ່ເປັນຈິງ, ແລະ … ເລື່ອງທີ່ຈະເປັນ.”20 ໃນໂລກນີ້ທີ່ເຕັມໄປດ້ວຍຄວາມສັບສົນ ແລະ ຄວາມຂັດແຍ້ງ ເຮົາທຸກຄົນຕ້ອງການທັດສະນະນັ້ນ.
ແອວເດີ ຈອດ ອາເບີດ ສະມິດ, ດົນນານກ່ອນທີ່ຈະເປັນປະທານຂອງສາດສະໜາຈັກ, ໄດ້ກ່າວເຖິງການສະໜັບສະໜູນສາດສະດາ ແລະ ຟັງຖ້ອຍຄຳຂອງເພິ່ນ. ເພິ່ນໄດ້ກ່າວວ່າ: “ພັນທະທີ່ເຮົາເຮັດເມື່ອເຮົາຍົກມືຂອງເຮົາ … ເປັນມືທີ່ສັກສິດທີ່ສຸດ. … ມັນໝາຍຄວາມວ່າ … ເຮົາຈະຢືນຢູ່ຂ້າງຫລັງເພິ່ນ; ເຮົາຈະອະທິຖານເພື່ອເພິ່ນ; … ແລະ ເຮົາຈະພະຍາຍາມປະຕິບັດຕາມຄຳແນະນຳຂອງເພິ່ນ ຕາມທີ່ພຣະຜູ້ເປັນເຈົ້າຈະຊີ້ນຳ.”21 ໃນອີກຄຳໜຶ່ງ, ເຮົາຈະປະຕິບັດຢ່າງພາກພຽນຕາມຄຳເວົ້າຂອງສາດສະດາ.
ໃນຖານະໜຶ່ງໃນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ 15 ຄົນ ທີ່ໄດ້ຖືກສະໜັບສະໜູນມື້ວານນີ້ ໂດຍສາດສະໜາຈັກທົ່ວໂລກ, ຂ້າພະເຈົ້າຢາກແບ່ງປັນກັບທ່ານ ປະສົບການໜຶ່ງຂອງຂ້າພະເຈົ້າກ່ຽວກັບການສະໜັບສະໜູນສາດສະດາ ແລະ ຮັບເອົາຖ້ອຍຄຳຂອງເພິ່ນ. ສຳລັບຂ້າພະເຈົ້າ ແມ່ນຄືກັບສາດສະດາຢາໂຄບຜູ້ໄດ້ກ່າວວ່າ, “ຂ້າພະເຈົ້າໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າຮັບສັ່ງກັບຂ້າພະເຈົ້າ.”22
ເດືອນຕຸລາຜ່ານມານີ້ ພັນລະຍາຂອງຂ້າພະເຈົ້າ, ເມລານີ, ແລະ ຂ້າພະເຈົ້າໄດ້ຢູ່ທີ່ກຸງເທບ, ປະເທດໄທ, ຂະນະທີ່ກະກຽມອຸທິດສິ່ງທີ່ຈະເປັນພຣະວິຫານແຫ່ງທີ 185 ຂອງສາດສະໜາຈັກ.23 ສຳລັບຂ້າພະເຈົ້າ, ວຽກງານມອບໝາຍນັ້ນເປັນທັງສິ່ງແປກປະຫລາດ ແລະ ຖ່ອມຕົນ. ນີ້ແມ່ນພຣະວິຫານແຫ່ງທຳອິດຢູ່ໃນແຫລມອາຊີຕາເວັນອອກສຽງໃຕ້.24 ມັນໄດ້ຖືກອອກແບບຢ່າງຊ່ຽວຊານ—ມີຫົກຊັ້ນ, ມີເກົ້າຍອດ, “ຕິດເຊື່ອມສະໜິດ”25 ເພື່ອໃຫ້ເປັນບ້ານຂອງພຣະຜູ້ເປັນເຈົ້າ. ເປັນເວລາຫລາຍເດືອນທີ່ຂ້າພະເຈົ້າໄດ້ຕຶກຕອງກ່ຽວກັບການອຸທິດ. ສິ່ງທີ່ລົງຕົວຢູ່ໃນຈິດວິນຍານ ແລະ ຈິດໃຈຂອງຂ້າພະເຈົ້າກໍຄື ປະເທດ ແລະ ພຣະວິຫານໄດ້ຖືກໂອບອ້ອມໄວ້ໃນອ້ອມແຂນຂອງສາດສະດາ ແລະ ອັກຄະສາວົກ. ປະທານທອມມັສ ແອັສ ມອນສັນ ໄດ້ປະກາດພຣະວິຫານ26 ແລະ ປະທານແນວສັນໄດ້ປະກາດການອຸທິດ.27
ຂ້າພະເຈົ້າໄດ້ກະກຽມຄຳອະທິຖານອຸທິດຫລາຍເດືອນກ່ອນໜ້ານັ້ນ. ຖ້ອຍຄຳທີ່ສັກສິດເຫລົ່ານັ້ນໄດ້ຖືກແປເປັນ 12 ພາສາ. ພວກເຮົາພ້ອມແລ້ວ. ຫລື ດັ່ງທີ່ຂ້າພະເຈົ້າໄດ້ຄິດ.
ໃນຄືນກ່ອນການອຸທິດ, ຂ້າພະເຈົ້າໄດ້ຕື່ນຂຶ້ນຈາກການນອນຫລັບດ້ວຍຄວາມຮູ້ສຶກບໍ່ສະຫງົບ, ຮີບດ່ວນກ່ຽວກັບຄຳອະທິຖານອຸທິດ. ຂ້າພະເຈົ້າພະຍາຍາມບໍ່ສົນໃຈກັບການກະຕຸ້ນ, ໂດຍຄິດວ່າຄຳອະທິຖານກໍຮຽບຮ້ອຍແລ້ວ. ແຕ່ພຣະວິນຍານກໍບໍ່ໜີໄປຈາກຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກວ່າມີບາງຄຳຂາດໄປ, ແລະ ໂດຍແບບແຜນຈາກສະຫວັນ ຖ້ອຍຄຳເຫລົ່ານັ້ນໄດ້ມາສູ່ຂ້າພະເຈົ້າໃນການເປີດເຜີຍ, ແລະ ຂ້າພະເຈົ້າໄດ້ສອດຖ້ອຍຄຳເຫລົ່ານັ້ນໃສ່ໃນທ້າຍຂອງຄຳອະທິຖານວ່າ: “ຂໍໃຫ້ພວກຂ້ານ້ອຍຄິດກ່ຽວກັບຊັ້ນສູງ, ຂໍໃຫ້ພຣະວິນຍານຂອງພຣະອົງໄຊຊະນະໃນຊີວິດຂອງພວກຂ້ານ້ອຍ, ແລະ ພະຍາຍາມເປັນຄົນມັກຄວາມສະຫງົບສຸກຕະຫລອດໄປ.”28 ພຣະຜູ້ເປັນເຈົ້າໄດ້ເຕືອນຂ້າພະເຈົ້າໃຫ້ຟັງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ຂອງເຮົາ ທີ່ວ່າ: “ໃຫ້ຄິດກ່ຽວກັບຊັ້ນສູງ,” “ໃຫ້ພຣະວິນຍານໄຊຊະນະ,” “ພະຍາຍາມເປັນຄົນມັກຄວາມສະຫງົບສຸກ.” ຖ້ອຍຄຳຂອງສາດສະດາແມ່ນສຳຄັນຕໍ່ພຣະຜູ້ເປັນເຈົ້າ ແລະ ຕໍ່ເຮົາ.
ສາມ, ແລະ ສຳຄັນຫລາຍແທ້ໆ, ແມ່ນຄຳເວົ້າຂອງເຮົາເອງ. ເຊື່ອຂ້າພະເຈົ້າ, ໃນໂລກຂອງເຮົາທີ່ເຕັມໄປດ້ວຍ ອີໂມຈິ,29 ຄຳເວົ້າແມ່ນສຳຄັນ.
ຄຳເວົ້າຂອງເຮົາອາດເປັນການສະໜັບສະໜູນ ຫລື ໃຈຮ້າຍ, ຊື່ນຊົມ ຫລື ຫຍາບຄາຍ, ເຫັນອົກເຫັນໃຈ ຫລື ບໍ່ສົນໃຈ. ໃນຊ່ວງເວລາອາລົມຮ້ອນ, ຄຳເວົ້າສາມາດເຮັດໃຫ້ເຈັບປວດ ແລະ ຈົມລົງເລິກໃນຈິດວິນຍານ—ແລະ ຢູ່ໃນນັ້ນ. ຄຳເວົ້າຂອງເຮົາໃນອິນເຕີເນັດ, ການສົ່ງຂໍ້ຄວາມ, ສື່ສັງຄົມ, ຫລື ທວີດ ຕ່າງມີຊີວິດຂອງຕົວມັນເອງ. ສະນັ້ນ ຈົ່ງລະວັງວ່າທ່ານຈະເວົ້າຫຍັງ ແລະ ທ່ານຈະເວົ້າແນວໃດ. ໃນຄອບຄົວຂອງເຮົາ, ໂດຍສະເພາະກັບສາມີ, ພັນລະຍາ, ແລະ ລູກໆ, ຄຳເວົ້າຂອງເຮົາສາມາດນຳເຮົາໃຫ້ມາຢູ່ນຳກັນ ຫລື ແຕກແຍກກັນໄດ້.
ຂ້າພະເຈົ້າຂໍແນະນຳວະລີທີ່ລຽບງ່າຍສາມຄຳ ທີ່ເຮົາສາມາດໃຊ້ ເພື່ອກຳຈັດຄວາມຫຍຸ້ງຍາກ ແລະ ຄວາມແຕກຕ່າງ, ໃຫ້ກຳລັງໃຈ, ແລະ ສ້າງຄວາມໝັ້ນໃຈໃຫ້ກັນ:
“ຂອບໃຈ.”
“ຂ້ອຍຂໍໂທດ.”
ແລະ “ຂ້ອຍຮັກເຈົ້າ.”
ຢ່າເກັບວະລີທີ່ຖ່ອມຕົວເຫລົ່ານີ້ໄວ້ສຳລັບໂອກາດພິເສດ ຫລື ໄພພິບັດເທົ່ານັ້ນ. ໃຊ້ມັນເລື້ອຍໆ ແລະ ຈິງໃຈ, ເພາະມັນສະແດງເຖິງຄວາມເຄົາລົບຕໍ່ຄົນອື່ນ. ການເວົ້າລົມເລີ່ມມີຄວາມໝາຍໜ້ອຍລົງ; ຢ່າຕິດຕາມແບບແຜນນັ້ນ.
ເຮົາສາມາດເວົ້າ “ຂອບໃຈ” ຢູ່ໃນລິບ, ໃນລານຈອດລົດ, ທີ່ຕະຫລາດ, ໃນຫ້ອງການ, ໃນແຖວ, ຫລື ກັບເພື່ອນບ້ານ ຫລື ໝູ່ເພື່ອນ. ເຮົາສາມາດເວົ້າວ່າ “ຂ້ອຍຂໍໂທດ” ເມື່ອເຮົາເຮັດຜິດ, ພາດການປະຊຸມ, ລືມວັນເກີດ, ຫລື ເຫັນຄົນໃດຄົນໜຶ່ງເຈັບປວດ. ເຮົາສາມາດເວົ້າ “ຂ້ອຍຮັກເຈົ້າ,” ແລະ ຄຳເວົ້າທີ່ບອກວ່າ “ຂ້ອຍຄິດເຖິງເຈົ້າ,” “ຂ້ອຍເປັນຫ່ວງນຳເຈົ້າ,” “ຂ້ອຍຢູ່ນີ້ເພື່ອເຈົ້າ,” ຫລື “ເຈົ້າເປັນທຸກສິ່ງສຳລັບຂ້ອຍ.”
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງສ່ວນຕົວ. ສາມີທັງຫລາຍ, ຈົ່ງຟັງ. ເອື້ອຍນ້ອງທັງຫລາຍ, ສິ່ງນີ້ຈະຊ່ວຍພວກທ່ານເຊັ່ນກັນ. ກ່ອນວຽກງານມອບໝາຍເຕັມເວລາຂອງຂ້າພະເຈົ້າໃນສາດສະໜາຈັກ, ຂ້າພະເຈົ້າໄດ້ເດີນທາງຢ່າງກວ້າງໄກສຳລັບບໍລິສັດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ໄປເລື້ອຍ ແລະ ໄກສົມຄວນທົ່ວໂລກ. ໃນທ້າຍຂອງມື້ນັ້ນ, ບໍ່ວ່າຂ້າພະເຈົ້າຈະຢູ່ໃສ, ຂ້າພະເຈົ້າມັກຈະໂທກັບບ້ານ. ເມື່ອພັນລະຍາຂອງຂ້າພະເຈົ້າ, ເມລານີ, ຮັບສາຍ ແລະ ຂ້າພະເຈົ້າໄດ້ລາຍງານຕົວ, ການສົນທະນາຂອງພວກເຮົາມັກຈະນຳໄປສູ່ຄຳວ່າ “ຂ້ອຍຮັກເຈົ້າ.” ທຸກໆມື້, ຖ້ອຍຄຳເຫລົ່ານັ້ນໄດ້ຄອຍຍຶດໝັ້ນຈິດວິນຍານ ແລະ ການກະທຳຂອງຂ້າພະເຈົ້າ; ມັນເປັນສິ່ງປົກປ້ອງຂ້າພະເຈົ້າຈາກກົນອຸບາຍອັນຊົ່ວຮ້າຍ. “ເມລານີ, ຂ້ອຍຮັກເຈົ້າ” ຊຶ່ງເວົ້າຈາກຄວາມໄວ້ວາງໃຈອັນລ້ຳຄ່າລະຫວ່າງພວກເຮົາ.
ປະທານທອມມັສ ແອັສ ມອນສັນ ເຄີຍກ່າວວ່າ, “ມີຕີນໃຫ້ຢືນໝັ້ນຄົງ, ມີມືໃຫ້ຈັບບາຍ, ມີຈິດໃຈໃຫ້ກ້າຫານ, ມີຫົວໃຈໃຫ້ສ້າງແຮງບັນດານ, ແລະ ມີຈິດວິນຍານເພື່ອຊ່ວຍໃຫ້ລອດ.”30 ການເວົ້າ “ຂອບໃຈ,” “ຂ້ອຍຂໍໂທດ,” “ຂ້ອຍຮັກເຈົ້າ” ຈະເຮັດໃຫ້ເປັນເຊັ່ນນັ້ນ.
ອ້າຍເອື້ອຍນ້ອງທັງຫລາຍ, ຄຳເວົ້າແມ່ນສຳຄັນ.
ຂ້າພະເຈົ້າສັນຍາວ່າ ຖ້າຫາກເຮົາ “ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ”31 ທີ່ນຳໄປສູ່ຄວາມລອດ, ຖ້ອຍຄຳຂອງສາດສະດາຂອງເຮົາທີ່ນຳພາ ແລະ ຊຸກຍູ້ເຮົາ, ແລະ ຄຳເວົ້າຂອງເຮົາເອງທີ່ບອກວ່າເຮົາເປັນໃຜ ແລະ ສິ່ງທີ່ເຮົາຮັກ, ພະລັງແຫ່ງສະຫວັນຈະຖອກເທລົງມາເທິງເຮົາ. “ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ.”32 ເຮົາເປັນລູກຂອງພຣະບິດາເທິງສະຫວັນ ແລະ ພຣະອົງເປັນພຣະເຈົ້າຂອງເຮົາ, ແລະ ພຣະອົງຄາດໝາຍໃຫ້ເຮົາກ່າວດ້ວຍ “ລີ້ນຂອງທູດ”33 ໂດຍອຳນາດຂອງພຣະວິນຍານບໍລິສຸດ.34
ຂ້າພະເຈົ້າຮັກອົງພຣະເຢຊູຄຣິດເຈົ້າ. ພຣະອົງ, ໃນຖ້ອຍຄຳຂອງສາດສະດາເອຊາຢາ ໃນພຣະຄຳພີເດີມ, ເປັນ “ຜູ້ປຶກສາທີ່ອັດສະຈັນ, ພຣະເຈົ້າຊົງລິດ, ພຣະບິດາສືບໄປ, ອົງສັນຕິລາດ.”35 ແລະ ດັ່ງທີ່ອັກຄະສາວົກໂຢຮັນໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ, ພຣະເຢຊູຄຣິດພຣະອົງເອງຄື “ພຣະຄຳ.”36
ຂ້າພະເຈົ້າເປັນພະຍານເຖິງເລື່ອງນີ້ ໃນຖານະອັກຄະສາວົກທີ່ຖືກເອີ້ນສູ່ການຮັບໃຊ້ອັນສູງສົ່ງຂອງພຣະຜູ້ເປັນເຈົ້າ—ເພື່ອປະກາດພຣະຄຳຂອງພຣະອົງ—ແລະ ຖືກເອີ້ນໃຫ້ຢືນເປັນພະຍານພິເສດເຖິງພຣະອົງ. ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.