ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເຮົາ​ໄດ້​ຮັບ​ພຣະ​ຄຳ​ພີ​ເພື່ອ​ຊີ້​ນຳ​ຊີ​ວິດ​ຂອງ​ເຮົາ. ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ປະ​ກອບ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈຳ​ນວນ​ໜຶ່ງ—ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ.

ເຮົາ​ເຊື່ອ​ໃນ​ພຣະ​ຄຣິດ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ​ໃນ​ພຣະ​ຄຳ​ພີ.

ກ່ອນ​ການ​ຕົກ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ກ່າວ​ກັບ​ອາດາມ ແລະ ເອ​ວາ​ໂດຍ​ກົງ. ຫລັງ​ຈາກ​ນັ້ນ, ພຣະ​ບິ​ດາ​ໄດ້​ແນະ​ນຳ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ ແລະ ໄດ້​ປະ​ທານ​ພຣະ​ບັນ​ຊາ​ວ່າ “ຈົ່ງ​ຟັງ​ທ່ານ.”1 ຈາກ​ການ​ຊີ້​ນຳ​ນີ້ ເຮົາ​ສະ​ຫລຸບ​ໄດ້​ວ່າ ບັນ​ທຶກ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ “ພຣະ​ເຈົ້າ” ຫລື “ພຣະ​ຜູ້​ເປັນ​ເຈົ້າ” ເກືອບ​ທຸກ​ຄັ້ງ​ຈະ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຢ​ໂຮ​ວາ, ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.2

ເຮົາ​ໄດ້​ຮັບ​ພຣະ​ຄຳ​ພີ​ເພື່ອ​ຊີ້​ນຳ​ຊີ​ວິດ​ຂອງ​ເຮົາ. ດັ່ງ​ທີ່​ສາດ​ສະ​ດາ​ນີ​ໄຟ​ໄດ້​ສິດ​ສອນ​ເຮົາ, ເຮົາ​ຄວນ “ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”3 ພຣະ​ຄຳ​ພີ​ສ່ວນ​ໃຫຍ່​ທີ່​ລາຍ​ງານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ໃນ​ຊ່ວງ​ມະ​ຕະ ບັນ​ຍາຍ​ເຖິງ​ສິ່ງ​ທີ່​ພຣະ​ອົງ ໄດ້​ກະ​ທຳ. ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ປະ​ກອບ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈຳ​ນວນ​ໜຶ່ງ—ສິ່ງ​ທີ່​ພຣະ​ອົງ ໄດ້​ກ່າວ. ຕໍ່​ໄປ​ນີ້​ແມ່ນ​ພຣະ​ຄຳ​ທີ່​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ (ລວມ​ທັງ​ການ​ເພີ່ມ​ເຕີມ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ໂຈ​ເຊັບ ສະ​ມິດ) ແລະ ໃນ​ພຣະ​ຄຳ​ພີ​ມໍ​ມອນ. ການ​ເລືອກ​ເຫລົ່າ​ນີ້​ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ລຳ​ດັບ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ.

“ເຮົາ​ບອກ​ກັບ​ພວກ​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ, ຖ້າ​ຜູ້​ໃດ​ບໍ່​ບັງ​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະ​ວິນ​ຍານ, ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້.”4

“ຄົນ … ທີ່​ຫິວ ແລະ ກະ​ຫາຍ​ຄວາມ​ຊອບ​ທຳ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ເຕັມ​ໄປ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”5

“ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ: ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ບຸດ.”6

“ເຈົ້າ​ທັງ​ຫລາຍ​ເຄີຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ:

“ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກ​ເຈົ້າ​ວ່າ, ຜູ້​ໃດ​ແນມ​ເບິ່ງ​ແມ່​ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງ​ເກີນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.”7

“ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ຈົ່ງ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ ແລະ ຊັງ​ສັດ​ຕູ.

“ແຕ່​ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ, ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ, [ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດ​ຊັງ​ເຈົ້າ, ແລະ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າ​ຢ່າງ​ໝິ່ນ​ປະ​ໝາດ ແລະ] ຂົ່ມ​ເຫັງ​ເຈົ້າ;

“ເພື່ອ​ວ່າ​ເຈົ້າ​ທັງ​ຫລາຍ​ຈະ​ກາຍ​ເປັນ​ບຸດ​ແຫ່ງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ: ເພາະ​ພຣະ​ອົງ​ບັນ​ດານ​ໃຫ້​ແສງ​ຕາ​ເວັນ​ຂອງ​ພຣະ​ອົງ ສ່ອງ​ໃສ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ​ເໝືອນ​ກັນ, ແລະ ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບ​ທຳ ແລະ ບໍ່​ຊອບ​ທຳ.”8

“ຖ້າ​ເຈົ້າ​ຍົກ​ໂທດ​ຄວາມ​ຜິດ​ຂອງ​ຄົນ​ອື່ນ​ທີ່​ໄດ້​ເຮັດ​ຕໍ່​ເຈົ້າ ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ກໍ​ຈະ​ຍົກ​ຄວາມ​ຜິດ​ຂອງ​ເຈົ້າ​ເໝືອນ​ກັນ:

“ແຕ່​ຖ້າ​ເຈົ້າ​ບໍ່​ຍົກ​ໂທດ​ໃຫ້​ຄົນ​ອື່ນ, ພຣະ​ບິ​ດາ​ຂອງ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ເຈົ້າ​ເໝືອນ​ກັນ.”9

“ຖ້າ​ເຈົ້າ​ທັງ​ຫລາຍ​ເປັນ​ຝ່າຍ​ໂລກ, ໂລກ​ກໍ​ຈະ​ຮັກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ: ແຕ່​ເພາະ​ເຈົ້າ​ທັງ​ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແລະ ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ເຈົ້າ​ອອກ​ຈາກ​ໂລກ​ນີ້, ເພາະ​ສະ​ນັ້ນ ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ເຈົ້າ.”10

ດັ່ງ​ນັ້ນ, ຢ່າ​ສະ​ແຫວງ​ຫາ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ແຕ່​ກ່ອນ​ອື່ນ​ໝົດ ຈົ່ງ​ສະ​ແຫວງ​ຫາ​ທີ່​ຈະ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ທີ່​ຈະ​ສະ​ຖາ​ປະ​ນາ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ, ແລະ ສິ່ງ​ທັງ​ໝົດ​ເຫລົ່າ​ນີ້ ຈະ​ຖືກ​ເພີ່ມ​ເຕີມ​ໃຫ້​ແກ່​ພວກ​ເຈົ້າ.”11

“[ສະ​ນັ້ນ] ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນ​ກັນ: ອັນ​ນີ້​ແມ່ນ​ກົດ​ບັນ​ຍັດ ແລະ ຄຳ​ສັ່ງ​ສອນ​ຂອງ [ສາດ​ສະ​ດາ].”12

“ຈົ່ງ​ລະ​ວັງ​ຜູ້​ປະ​ກາດ​ພຣະ​ຄຳ​ປອມ​ເຂົ້າ​ມາ​ຫາ​ພວກ​ເຈົ້າ, ເບິ່ງ​ພາຍ​ນອກ​ເຂົາ​ອ່ອນ​ໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດ​ຮ້າຍ​ຄື​ໝາ​ໄນ.

“ພວກ​ເຈົ້າ​ຈະ​ຮູ້​ຈັກ​ຄົນ​ເຫລົ່າ​ນີ້​ດ້ວຍ​ການ​ກະ​ທຳ​ຂອງ​ເຂົາ. ມີ​ຜູ້​ໃດ​ເກັບ​ໝາກ​ອະ​ງຸ່ນ​ຈາກ​ເຄືອ​ມີ​ໜາມ?

“ດັ່ງ​ນັ້ນ ຕົ້ນ​ໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ; ແຕ່​ຕົ້ນ​ໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ.”13

“ບໍ່​ແມ່ນ​ວ່າ​ທຸກ​ຄົນ​ທີ່​ເອີ້ນ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ, ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້; ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊຶ່ງ​ຢູ່​ໃນ​ສະ​ຫວັນ.”14

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ, ຈົ່ງ​ມາ​ຫາ​ເຮົາ, ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້, ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; ເພາະ​ວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ອ່ອນ​ສຸ​ພາບ ແລະ ຖ່ອມ​ລົງ: ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.”15

“ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້​ນັ້ນ​ປະ​ຕິ​ເສດ​ຕົນ​ເອງ, ແລະ ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ.

“ແລະ ບັດ​ນີ້​ໃນ​ການ​ທີ່​ມະ​ນຸດ​ຈະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ເອງ​ນັ້ນ, ໝາຍ​ເຖິງ​ການ​ປະ​ຕິ​ເສດ​ຕົນ​ເອງ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ພຣະ​ເຈົ້າ, ແລະ ຄວາມ​ໄຄ່​ທັງ​ໝົດ​ຂອງ​ໂລກ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.”16

“ສະ​ນັ້ນ, ຈົ່ງ​ປະ​ຖິ້ມ​ໂລກ​ນີ້, ແລະ ຮັກ​ສາ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ໄວ້; ເພາະ​ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບ​ສົມ​ບັດ, ຖ້າ​ຫາກ​ເຂົາ​ຈະ​ໄດ້​ໝົດ​ທັງ​ໂລກ, ແຕ່​ຕ້ອງ​ເສຍ​ຈິດ​ວິນ​ຍານ​ຂອງ​ຕົນ ຄົນ​ນັ້ນ​ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກ​ເອົາ​ຈິດ​ວິນ​ຍານ​ຂອງ​ຕົນ​ຄືນ​ໄດ້?”17

“ຜູ້​ໃດ​ທີ່​ເຕັມ​ໃຈ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ເຈົ້າ, ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງ​ສອນ​ນັ້ນ ມາ​ຈາກ​ພຣະ​ເຈົ້າ, ຫລື ເຮົາ​ກ່າວ​ຕາມ​ໃຈ​ຂອງ​ເຮົາ​ເອງ.”18

“ຝ່າຍ​ເຮົາ​ຈຶ່ງ​ບອກ​ແກ່​ພວກ​ເຈົ້າ​ວ່າ, ຈົ່ງ​ໝັ່ນ​ຂໍ ແລະ ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ຊອກ​ຫາ ແລະ ພວກ​ເຈົ້າ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ ແລະ ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້.

“ດ້ວຍ​ວ່າ ທຸກ​ຄົນ​ທີ່​ໝັ່ນ​ຂໍ ກໍ​ໄດ້​ຮັບ; ຜູ້​ໃດ​ທີ່​ໝັ່ນ​ຊອກ​ຫາ ກໍ​ໄດ້​ພົບ; ແລະ ຜູ້​ໃດ​ທີ່​ໝັ່ນ​ເຄາະ ກໍ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້.”19

“ມີ​ຝູງ​ແກະ​ອື່ນ​ທີ່​ເປັນ​ຝູງ​ແກະ​ຂອງ​ເຮົາ: ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫລົ່າ​ນັ້ນ​ມາ​ເໝືອນ​ກັນ, ພວກ​ເຂົາ​ຈະ​ຟັງ​ສຽງ​ຂອງ​ເຮົາ; ເຮົາ​ຈະ​ເຕົ້າ​ໂຮມ​ພວກ​ເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.”20

“ພຣະ​ເຢ​ຊູ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ, ທັງ​ເປັນ​ຊີ​ວິດ: ຜູ້​ທີ່​ວາງ​ໃຈ​ເຊື່ອ​ໃນ​ເຮົາ, ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ ກໍ​ຍັງ​ມີ​ຊີ​ວິດ​ຢູ່:

“ຜູ້​ໃດ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ແລະ ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕາຍ​ຈັກ​ເທື່ອ.”21

“[ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ໃນ​ກົດ​ແມ່ນ] ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ແມ່ນ​ກົດ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.

“ກົດ​ບັນ​ຍັດ​ທັງ​ໝົດ ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ [ສາດ​ສະ​ດາ] ກໍ​ຂຶ້ນ​ກັບ​ກົດ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.”22

“ຜູ້​ທີ່​ມີ​ກົດ​ບັນ​ຍັດ​ຂອງ​ເຮົາ ແລະ ເຊື່ອ​ຟັງ​ກົດ​ບັນ​ຍັດ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ ທີ່​ຮັກ​ເຮົາ: ພຣະ​ບິ​ດາ​ຂອງ​ເຮົາ ຈະ​ຮັກ​ຜູ້​ທີ່​ເຮົາ​ຮັກ ແລະ ເຮົາ​ຈະ​ຮັກ​ເຂົາ​ເໝືອນ​ກັນ ທັງ​ຈະ​ປະ​ກົດ​ຕົວ​ໃຫ້​ແກ່​ເຂົາ.”23

“ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”24

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື, ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.”25

“ຈົ່ງ​ເບິ່ງ​ມື ແລະ ຕີນ​ຂອງ​ເຮົາ​ດູ, ນີ້​ແມ່ນ​ເຮົາ​ເອງ​ແທ້, ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ແລະ ພວກ​ເຈົ້າ​ກໍ​ຈະ​ຮູ້, ເພາະ​ວ່າ​ຜີ​ບໍ່​ມີ​ເນື້ອ​ໜັງ, ບໍ່​ມີ​ກະ​ດູກ​ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ເຮົາ​ມີ​ຢູ່​ນີ້.”26

“ເຫດ​ສະ​ນັ້ນ ພວກ​ເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ:

“ສັ່ງ​ສອນ​ພວກ​ເຂົາ​ໃຫ້​ຖື​ຮັກ​ສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວ​ນັ້ນ: ນີ້​ແຫລະ, ເຮົາ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກ​ນີ້.”27

ຫລັງ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ແຜ່ນ​ດິນ​ສັກ​ສິດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ກົດ​ຕົວ​ຕໍ່​ຄົນ​ທີ່​ຊອບ​ທຳ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ. ນີ້​ຄື​ພຣະ​ຄຳ​ບາງ​ສ່ວນ​ທີ່​ພຣະ​ອົງ​ໄດ້​ກ່າວ​ຢູ່​ທີ່​ນັ້ນ:

“ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ລວມ​ທັງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ. ເຮົາ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ຕັ້ງ​ແຕ່​ຕົ້ນ. ເຮົາ​ຢູ່​ໃນ​ພຣະ​ບິ​ດາ, ແລະ ພຣະ​ບິ​ດາ​ຢູ່​ໃນ​ເຮົາ; ແລະ ໃນ​ເຮົາ​ພຣະ​ບິ​ດາ​ແຜ່​ບາ​ລະ​ມີ​ພຣະ​ນາມ​ຂອງ​ພຣະ​ອົງ.”28

“ເຮົາ​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ. ເຮົາ​ຄື ອາ​ລະ​ຟາ ແລະ ໂອ​ເມ​ຄາ, ເປັນ​ຕົ້ນ ແລະ ທີ່​ສຸດ.

“ແລະ ພວກ​ເຈົ້າ​ຢ່າ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ການ​ຫລັ່ງ​ເລືອດ​ແກ່​ເຮົາ​ອີກ​ຕໍ່​ໄປ; ແທ້​ຈິງ​ແລ້ວ, ເຄື່ອງ​ບູ​ຊາ ແລະ ເຄື່ອງ​ເຜົາ​ຂອງ​ພວກ​ເຈົ້າ​ໝົດ​ສິ້ນ​ໄປ​ແລ້ວ, ເພາະ​ເຮົາ​ບໍ່​ຮັບ​ເອົາ​ເຄື່ອງ​ບູ​ຊາ ແລະ ເຄື່ອງ​ເຜົາ​ຂອງ​ພວກ​ເຈົ້າ​ອີກ​ແລ້ວ.

“ແລະ ໃຫ້​ພວກ​ເຈົ້າ​ຖວາຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ຂອງ​ພວກ​ເຈົ້າ​ແກ່​ເຮົາ​ເປັນ​ເຄື່ອງ​ບູ​ຊາ. ແລະ ຜູ້​ໃດ​ກໍ​ຕາມ​ທີ່​ມາ​ຫາ​ເຮົາ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເຮົາ​ຈະ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້ນັ້ນ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານບໍ​ລິ​ສຸດ. …

“ຈົ່ງ​ເບິ່ງ, ເຮົາ​ໄດ້​ມາ​ສູ່​ໂລກ​ເພື່ອ​ນຳ​ເອົາ​ການ​ໄຖ່​ມາ​ສູ່​ໂລກ, ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດ​ຈາກ​ບາບ.”29

“ແລະ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ​ເສຍ​ກ່ອນ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ, ຖ້າ​ບໍ່​ດັ່ງ​ນັ້ນ ເຈົ້າ​ຈະ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ມູນ​ມໍ​ລະ​ດົກ​ໄດ້​ເລີຍ.”30

“ສະ​ນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ເຈົ້າ ດີ​ພ້ອມ ຄື​ກັນ​ກັບ​ເຮົາ, ຫລື ພຣະ​ບິ​ດາ​ຂອງ​ເຈົ້າ ຜູ້​ປະ​ທັບ​ຢູ່​ໃນ​ສະ​ຫວັນ​ຊົງ​ດີ​ພ້ອມ.”31

“ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຈົ່ງ​ຄອຍ​ເຝົ້າ​ລະ​ວັງ ແລະ ອະ​ທິ​ຖານ ສະ​ເໝີ, ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ຖືກ​ມານ​ລໍ້​ລວງ, ແລະ ຖືກ​ມັນ​ນຳ​ໄປ​ເປັນ​ຊະ​ເລີຍ.”32

“ສະ​ນັ້ນ ເຈົ້າ​ຕ້ອງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຢູ່​ສະ​ເໝີ​ໃນ​ນາມ​ຂອງ​ເຮົາ.”33

“ສະ​ນັ້ນ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເຮັດ, ຈົ່ງ​ເຮັດ​ໃນ​ນາມ​ຂອງ​ເຮົາ; ສະ​ນັ້ນ ເຈົ້າ​ຈົ່ງ​ເອີ້ນ​ສາດ​ສະ​ໜາ​ຈັກ​ຕາມ​ນາມ​ຂອງ​ເຮົາ.”34

“ຈົ່ງ​ເບິ່ງ ເຮົາ​ໄດ້​ມອບ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ, ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ—ຄື​ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ເພາະ​ວ່າ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ.

“ແລະ ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ … ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ດີ ຫລື ວຽກ​ງານ​ຊົ່ວ.”35

“ບັດ​ນີ້ ນີ້​ຄື​ພຣະ​ບັນ​ຍັດ: ຈົ່ງ​ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.”36

ເຮົາ​ເຊື່ອ​ໃນ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ຂໍ​ສະ​ຫລຸບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ຮູ້ ແລະ ປະ​ຕິ​ບັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ:

“ແຕ່ [ພຣະ​ຜູ້​ປອບ​ໂຍນ] ຄື ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ທີ່​ພຣະ​ບິ​ດາ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫລະ ຈະ​ສັ່ງ​ສອນ​ພວກ​ເຈົ້າ​ທຸກ​ສິ່ງ ແລະ ຈະ​ເຕືອນ​ໃຫ້​ພວກ​ເຈົ້າ​ລະ​ນຶກ​ເຖິງ​ທຸກ​ສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ນັ້ນ.”37

ຂ້າ​ພະ​ເຈົ້າ​ຢືນ​ຢັນ​ຄວາມ​ຈິງ​ຂອງ​ຄຳ​ສອນ​ເຫລົ່າ​ນີ້​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ