ສຽງແຫ່ງຄວາມຍິນດີ!
ການສ້າງພຣະວິຫານຖືວ່າເປັນໜຶ່ງໃນລຳດັບຄວາມສຳຄັນສູງສຸດສຳລັບສາດສະດາທັງໝົດ ນັບຕັ້ງແຕ່ສາດສະດາໂຈເຊັບ ສະມິດ.
“ບັດນີ້, ເຮົາໄດ້ຍິນຫຍັງໃນພຣະກິດຕິຄຸນທີ່ເຮົາໄດ້ຮັບ? ສຽງແຫ່ງຄວາມຍິນດີ! ສຽງແຫ່ງຄວາມເມດຕາຈາກສະຫວັນ; ແລະ ສຽງແຫ່ງຄວາມຈິງອອກຈາກແຜ່ນດິນໂລກ; … ສຽງແຫ່ງຄວາມຍິນດີສຳລັບຄົນເປັນ ແລະ ຄົນຕາຍ; ຂ່າວອັນໜ້າຊື່ນຊົມແຫ່ງຄວາມປິຕິຍິນດີອັນຍິ່ງໃຫຍ່.”1
ອ້າຍເອື້ອຍນ້ອງທັງຫລາຍ, ມັນເກືອບເປັນໄປບໍ່ໄດ້ທີ່ຈະໄດ້ຍິນຖ້ອຍຄຳເຫລົ່ານີ້ຈາກສາດສະດາໂຈເຊັບ ສະມິດ ແລະ ບໍ່ຍິ້ມຢ່າງໃຫຍ່ອອກມາ!
ການສະແດງທີ່ປິຕິຍິນດີຂອງໂຈເຊັບ ສະທ້ອນຄວາມຊົມຊື່ນຍິນດີທີ່ເຕັມປ່ຽມ ແລະ ສະຫງ່າຜ່າເຜີຍຢ່າງແທ້ຈິງ ຊຶ່ງພົບໃນແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ຂອງພຣະເຈົ້າ ພຣະບິດາເທິງສະຫວັນຂອງເຮົາ, ເພາະເພິ່ນໄດ້ຮັບຮອງກັບເຮົາວ່າ, “ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ.”2
ເຮົາທຸກຄົນກໍເປັ່ງສຽງໂຮຮ້ອງຍິນດີ3 ໃນຊີວິດກ່ອນມະຕະຂອງເຮົາ ເມື່ອເຮົາໄດ້ຍິນເຖິງແຜນແຫ່ງຄວາມສຸກຂອງພຣະເຈົ້າ, ແລະ ເຮົາກໍສືບຕໍ່ເປັ່ງສຽງໂຮຮ້ອງຍິນດີຢູ່ທີ່ນີ້ ຂະນະທີ່ເຮົາດຳລົງຊີວິດຕາມແຜນຂອງພຣະອົງ. ແຕ່ເນື້ອຫາທີ່ແທ້ຈິງສຳລັບການປະກາດທີ່ມີຄວາມສຸກນີ້ຈາກສາດສະດານັ້ນແມ່ນຫຍັງ? ແມ່ນຫຍັງທີ່ກະຕຸ້ນອາລົມທີ່ເລິກເຊິ່ງ ແລະ ຈັບໃຈນີ້?
ສາດສະດາໂຈເຊັບໄດ້ສິດສອນກ່ຽວກັບການບັບຕິສະມາແທນຄົນຕາຍ. ແນ່່ນອນ ນີ້ແມ່ນການເປີດເຜີຍທີ່ມີສະຫງ່າລາສີ ທີ່ໄດ້ຮັບດ້ວຍຄວາມຊົມຊື່ນອັນຍິ່ງໃຫຍ່. ເມື່ອສະມາຊິກຂອງສາດສະໜາຈັກໄດ້ຮຽນຮູ້ໃນຕອນທຳອິດວ່າ ພວກເຂົາສາມາດຮັບບັບຕິສະມາແທນຄົນທີ່ພວກເຂົາຮັກທີ່ໄດ້ລ່ວງລັບໄປແລ້ວ, ພວກເຂົາກໍປິຕິຍິນດີ. ວິວຝອດ ວູດຣັບ ໄດ້ກ່າວວ່າ, “ທັນທີທີ່ຂ້າພະເຈົ້າໄດ້ຍິນກ່ຽວກັບເລື່ອງນີ້, ຈິດວິນຍານຂອງຂ້າພະເຈົ້າກໍເຕັມໄປດ້ວຍຄວາມຊື່ນຊົມ!”4
ການບັບຕິສະມາແທນຄົນທີ່ເຮົາຮັກທີ່ໄດ້ລ່ວງລັບໄປແລ້ວ ບໍ່ແມ່ນພຽງແຕ່ຄວາມຈິງຢ່າງດຽວທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ ແລະ ຟື້ນຟູ. ມີຂອງປະທານ, ຫລື ຂອງປະທານສັກສິດອື່ນໆອີກຢ່າງຫລວງຫລາຍທີ່ພຣະເຈົ້າປາດຖະໜາຢ່າງຈົດຈໍ່ທີ່ຈະປະທານໃຫ້ແກ່ບຸດ ແລະ ທິດາຂອງພຣະອົງ.
ຂອງປະທານອື່ນໆເຫລົ່ານີ້ແມ່ນລວມທັງສິດອຳນາດຂອງຖານະປະໂລຫິດ, ພັນທະສັນຍາ ແລະ ພິທີການຕ່າງໆ, ການແຕ່ງງານທີ່ສາມາດຄົງຢູ່ຕະຫລອດໄປ, ການຜະນຶກລູກໆເຂົ້າກັບພໍ່ແມ່ຂອງພວກເຂົາພາຍໃນຄອບຄົວຂອງພຣະເຈົ້າ, ແລະ ສິ່ງທີ່ສູງສຸດກໍຄື ພອນຂອງການກັບຄືນເມືອບ້ານສູ່ທີ່ພັກຂອງພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ, ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ພອນທັງໝົດເຫລົ່ານີ້ ສາມາດເປັນໄປໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ເພາະພຣະເຈົ້າຖືວ່າສິ່ງເຫລົ່ານີ້ເປັນພອນທີ່ສູງທີ່ສຸດ ແລະ ສັກສິດທີ່ສຸດຂອງພຣະອົງ,5 ພຣະອົງຈຶ່ງສັ່ງໃຫ້ສ້າງອາຄານທີ່ສັກສິດຂຶ້ນ ບ່ອນທີ່ພຣະອົງສາມາດມອບຂອງປະທານທີ່ລໍ້າຄ່າເຫລົ່ານີ້ໃຫ້ແກ່ລູກໆຂອງພຣະອົງ.6 ອາຄານເຫລົ່ານີ້ຈະເປັນບ້ານຂອງພຣະອົງເທິງແຜ່ນດິນໂລກ. ອາຄານເຫລົ່ານີ້ຈະເປັນພຣະວິຫານ ບ່ອນທີ່ສິ່ງທີ່ຖືກຜະນຶກຢູ່ເທິງໂລກ ຫລື ຖືກຜູກໄວ້ໃນໂລກ ໃນພຣະນາມຂອງພຣະອົງ, ໂດຍພຣະຄຳຂອງພຣະອົງ, ແລະ ໂດຍສິດອຳນາດຂອງພຣະອົງ ຈະຖືກຜູກໄວ້ໃນສະຫວັນ.7
ໃນຖານະສະມາຊິກຂອງສາດສະໜາຈັກໃນສະໄໝນີ້, ບາງຄົນໃນພວກເຮົາອາດຄິດວ່າມັນເປັນເລື່ອງງ່າຍທີ່ຈະບໍ່ເຫັນຄຸນຄ່າຂອງຄວາມຈິງທີ່ເປັນນິລັນດອນອັນມີສະຫງ່າລາສີເຫລົ່ານີ້. ມັນໄດ້ກາຍເປັນຄວາມລຶ້ງເຄີຍສຳລັບເຮົາ. ບາງເທື່ອມັນກໍເປັນປະໂຫຍດ ເມື່ອເຮົາເບິ່ງມັນຜ່ານທາງສາຍຕາຂອງຜູ້ທີ່ຮຽນຮູ້ກ່ຽວກັບມັນເປັນເທື່ອທຳອິດ. ສິ່ງນີ້ໄດ້ກາຍເປັນຫລັກຖານຕໍ່ຂ້າພະເຈົ້າ ຜ່ານທາງປະສົບການເມື່ອບໍ່ດົນມານີ້.
ປີກາຍນີ້, ໃກ້ກ່ອນການອຸທິດພຣະວິຫານໂຕກຽວ ຍີ່ປຸ່ນ ຄືນໃໝ່, ແຂກຫລາຍຄົນທີ່ນັບຖືສາດສະໜາອື່ນ ໄດ້ເຂົ້າຊົມພຣະວິຫານແຫ່ງນັ້ນ. ການທ່ຽວຊົມນັ້ນແມ່ນລວມທັງຜູ້ນຳທີ່ມີຄວາມຄິດຄົນໜຶ່ງຈາກສາດສະໜາອື່ນ. ພວກເຮົາໄດ້ສິດສອນແຂກຂອງພວກເຮົາກ່ຽວກັບແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ, ບົດບາດແຫ່ງການໄຖ່ຂອງພຣະເຢຊູຄຣິດໃນແຜນນັ້ນ, ແລະ ຄຳສອນທີ່ວ່າ ຄອບຄົວທັງຫລາຍສາມາດຢູ່ຮ່ວມກັນຊົ່ວນິລັນດອນຜ່ານທາງພິທີການຜະນຶກ.
ໃນຕອນທ້າຍຂອງການທ່ຽວຊົມ, ຂ້າພະເຈົ້າໄດ້ເຊື້ອເຊີນເພື່ອນຂອງພວກເຮົາໃຫ້ແບ່ງປັນຄວາມຮູ້ສຶກຂອງລາວ. ເມື່ອອ້າງອີງເຖິງການລວມຕົວກັນຂອງຄອບຄົວ—ໃນອະດີດ, ປະຈຸບັນ, ແລະ ອະນາຄົດ—ຊາຍທີ່ດີຄົນນີ້ໄດ້ຖາມດ້ວຍຄວາມຈິງໃຈທັງໝົດວ່າ, “ສະມາຊິກໃນສາດສະໜາເຈົ້າເຂົ້າໃຈຢ່າງທ່ອງແທ້ບໍ່ວ່າ ຄຳສອນນີ້ເລິກເຊິ່ງຫລາຍສໍ່າໃດ?” ລາວເວົ້າຕື່ມອີກວ່າ, “ນີ້ອາດເປັນໜຶ່ງໃນຄຳສອນທີ່ສາມາດລວມໂລກທີ່ແຕກແຍກນີ້ໃຫ້ເປັນໜຶ່ງດຽວໄດ້.”
ຊ່າງເປັນຂໍ້ສັງເກດທີ່ມີພະລັງແທ້ໆ. ຊາຍຄົນນີ້ບໍ່ພຽງແຕ່ປະທັບໃຈກັບງານຝີມືອັນປານີດຂອງພຣະວິຫານເທົ່ານັ້ນ ແຕ່ກັບຄຳສອນທີ່ໜ້າຕະລຶງ ແລະ ເລິກເຊິ່ງທີ່ວ່າ ຄອບຄົວທັງຫລາຍຈະລວມຕົວກັນ ແລະ ຖືກຜະນຶກເຂົ້າກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຕະຫລອດໄປ.8
ເຮົາບໍ່ຄວນປະຫລາດໃຈ ເມື່ອແມ່ນແຕ່ຄົນທີ່ບໍ່ນັບຖືສາດສະໜາດຽວກັນກັບເຮົາ ຍັງຮູ້ຈັກເຖິງຄວາມສະຫງ່າຜ່າເຜີຍຂອງສິ່ງທີ່ເກີດຂຶ້ນໃນພຣະວິຫານ. ແມ່ນຫຍັງທີ່ອາດກາຍເປັນເລື່ອງທຳມະດາ ຫລື ກິດຈະວັດສຳລັບເຮົາ ທີ່ບາງເທື່ອເບິ່ງຄືວ່າວິເສດ ແລະ ສະຫງ່າຜ່າເຜີຍໂດຍຜູ້ທີ່ໄດ້ຍິນ ຫລື ສຳຜັດມັນເປັນເທື່ອທຳອິດ.
ເຖິງແມ່ນວ່າພຣະວິຫານເຄີຍມີຢູ່ໃນສະໄໝບູຮານ, ແຕ່ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ, ການສ້າງພຣະວິຫານຖືວ່າເປັນໜຶ່ງໃນລຳດັບຄວາມສຳຄັນສູງສຸດສຳລັບສາດສະດາທັງໝົດ ນັບຕັ້ງແຕ່ສາດສະດາໂຈເຊັບ ສະມິດ. ແລະ ມັນງ່າຍທີ່ຈະເຂົ້າໃຈວ່າເປັນຫຍັງ.
ເມື່ອສາດສະດາໂຈເຊັບກຳລັງສິດສອນກ່ຽວກັບການບັບຕິສະມາແທນຄົນຕາຍ, ເພິ່ນໄດ້ເປີດເຜີຍຄວາມຈິງທີ່ຍິ່ງໃຫຍ່ອີກຢ່າງໜຶ່ງ. ເພິ່ນໄດ້ສິດສອນວ່າ: “ຂໍໃຫ້ຂ້າພະເຈົ້າຢືນຢັນກັບພວກທ່ານວ່າ ນີ້ເປັນຫລັກທຳກ່ຽວກັບຄົນຕາຍ ແລະ ຄົນເປັນ ຊຶ່ງຕ້ອງເຮັດແບບເອົາຈິງເອົາຈັງ, ກ່ຽວກັບຄວາມລອດຂອງພວກເຮົາ. ເພາະວ່າຄວາມລອດຂອງພວກເຂົາຈຳເປັນ ແລະ ສຳຄັນຕໍ່ຄວາມລອດຂອງພວກເຮົາ, … ຖ້າຫາກປາດສະຈາກພວກເຮົາ, ພວກເຂົາຈະດີພ້ອມບໍ່ໄດ້—ທັງພວກເຮົາກໍຄືກັນ ຈະດີພ້ອມບໍ່ໄດ້ ຖ້າຫາກປາດສະຈາກຄົນຕາຍຂອງພວກເຮົາ.”9
ດັ່ງທີ່ພວກເຮົາເຫັນ, ຄວາມຈຳເປັນຂອງພຣະວິຫານ ແລະ ວຽກງານທີ່ເຮັດເພື່ອທັງຜູ້ທີ່ມີຊີວິດຢູ່ ແລະ ຜູ້ທີ່ຕາຍໄປແລ້ວ ກາຍເປັນເລື່ອງທີ່ຊັດເຈນຫລາຍ.
ຜູ້ປໍລະປັກກໍຢູ່ໃນຄວາມຕື່ນຕົວ. ອຳນາດຂອງມັນໄດ້ຖືກຂົ່ມຂູ່ໂດຍພິທີການຕ່າງໆ ແລະ ພັນທະສັນຍາທີ່ໄດ້ມີການປະຕິບັດໃນພຣະວິຫານ, ແລະ ມັນເຮັດທຸກຢ່າງທີ່ມັນສາມາດເຮັດໄດ້ ເພື່ອພະຍາຍາມຢຸດຢັ້ງວຽກງານນັ້ນ. ຍ້ອນຫຍັງ? ຍ້ອນວ່າມັນຮູ້ເຖິງອຳນາດທີ່ມາຈາກວຽກງານອັນສັກສິດນີ້. ເມື່ອພຣະວິຫານໃໝ່ໄດ້ຖືກອຸທິດ, ອຳນາດແຫ່ງການຊ່ວຍໃຫ້ລອດຂອງພຣະເຢຊູຄຣິດຈະຂະຫຍາຍໄປທົ່ວໂລກ ເພື່ອຕໍ່ຕ້ານກັບຄວາມພະຍາຍາມຂອງຜູ້ປໍລະປັກ ແລະ ໄຖ່ເຮົາເມື່ອເຮົາມາຫາພຣະອົງ. ຂະນະທີ່ພຣະວິຫານ ແລະ ຜູ້ຮັກສາພັນທະສັນຍາ ເພີ່ມຈຳນວນຂຶ້ນ, ຜູ້ປໍລະປັກກໍອ່ອນແອລົງ.
ໃນສະໄໝເລີ່ມຕົ້ນຂອງສາດສະໜາຈັກ, ບາງຄົນໄດ້ກັງວົນ ເມື່ອມີການປະກາດພຣະວິຫານຫລັງໃໝ່ຂຶ້ນ, ເພາະພວກເຂົາເວົ້າວ່າ, “ພວກເຮົາບໍ່ເຄີຍເລີ່ມສ້າງພຣະວິຫານໂດຍທີ່ລະຄັງແຫ່ງນະລົກບໍ່ເລີ່ມດັງຂຶ້ນກ່ອນ.” ແຕ່ບຣິກຳ ຢັງ ໄດ້ໂຕ້ກັບຢ່າງກ້າຫານວ່າ, “ຂ້ອຍຢາກໄດ້ຍິນມັນດັງອີກເດ.”10
ໃນຊີວິດມະຕະນີ້, ເຮົາຈະບໍ່ມີວັນຫລົບໜີຈາກສົງຄາມ, ແຕ່ເຮົາສາມາດມີອຳນາດເໜືອສັດຕູໄດ້. ອຳນາດ ແລະ ກຳລັງນັ້ນມາຈາກພຣະເຢຊູຄຣິດ ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາພຣະວິຫານ.
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ເວລານັ້ນກຳລັງຈະມາເຖິງ ເມື່ອຜູ້ທີ່ບໍ່ເຊື່ອຟັງພຣະຜູ້ເປັນເຈົ້າຈະຖືກແຍກອອກຈາກຜູ້ທີ່ເຊື່ອຟັງ. ສິ່ງປະກັນທີ່ປອດໄພທີ່ສຸດຂອງເຮົາ ແມ່ນການສືບຕໍ່ມີຄ່າຄວນທີ່ຈະເຂົ້າໄປໃນບ້ານສັກສິດຂອງພຣະອົງ.”11
ຕໍ່ໄປນີ້ແມ່ນພອນເພີ່ມເຕີມບາງປະການທີ່ພຣະເຈົ້າໄດ້ສັນຍາກັບເຮົາຜ່ານທາງສາດສະດາຂອງພຣະອົງ:
ທ່ານຕ້ອງການສິ່ງມະຫັດສະຈັນບໍ? ສາດສະດາຂອງເຮົາເຄີຍກ່າວໄວ້ວ່າ: “ຂ້າພະເຈົ້າສັນຍາກັບທ່ານວ່າ ພຣະຜູ້ເປັນເຈົ້າຈະນຳສິ່ງມະຫັດສະຈັນ ທີ່ທ່ານຕ້ອງການມາໃຫ້ທ່ານ ຂະນະທີ່ທ່ານເສຍສະລະເວລາ ທີ່ຈະຮັບໃຊ້ ແລະ ນະມັດສະການ ຢູ່ໃນພຣະວິຫານຂອງພຣະອົງ.”12
ທ່ານຕ້ອງການອຳນາດທີ່ປິ່ນປົວ ແລະ ເສີມສ້າງ ຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດບໍ? ປະທານແນວສັນໃຫ້ຄວາມໝັ້ນໃຈກັບພວກເຮົາອີກວ່າ “ທຸກສິ່ງທີ່ສິດສອນໃນພຣະວິຫານ … ເພີ່ມຄວາມເຂົ້າໃຈຂອງເຮົາກ່ຽວກັບພຣະເຢຊູຄຣິດຫລາຍຂຶ້ນ. … ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ພຣະອົງຈະມອບອຳນາດທີ່ປິ່ນປົວ ແລະ ເສີມສ້າງ ຂອງພຣະອົງ ໃຫ້ເຮົາ. ແລະ ໂອ້, ເຮົາຈະຕ້ອງການອຳນາດຂອງພຣະອົງຫລາຍເທົ່າໃດ ໃນວັນຂ້າງໜ້າ.”13
ໃນວັນອາທິດໃບຕານທຳອິດ, ຂະນະທີ່ພຣະເຢຊູໄດ້ເຂົ້າສູ່ກຸງເຢຣູຊາເລັມຢ່າງຜູ້ມີໄຊ, ສານຸສິດຈຳນວນຫລວງຫລາຍຂອງພຣະອົງ “[ໄດ້] ປິຕິຍິນດີ ແລະ [ໄດ້] ສັນລະເສີນພຣະເຈົ້າດ້ວຍສຽງອັນດັງວ່າ, ຂໍໃຫ້ກະສັດ ຜູ້ທີ່ສະເດັດມາໃນພຣະນາມຂອງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ.”14
ຊ່າງພໍດີແທ້ ທີ່ພຣະວິຫານເຄີດແລນໄດ້ຖືກອຸທິດໃນວັນອາທິດໃບຕານຂອງປີ 1836. ໃນໂອກາດນັ້ນ ບັນດາສານຸສິດຂອງພຣະເຢຊູຄຣິດ ກໍຊົມຊື່ນຍິນດີເຊັ່ນກັນ. ໃນຄຳອະທິຖານອຸທິດ, ສາດສະດາໂຈເຊັບ ສະມິດ ໄດ້ປະກາດຄຳສັນລະເສີນເຫລົ່ານີ້ວ່າ:
“ໂອ້ ອົງພຣະຜູ້ເປັນເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່, ຂໍຈົ່ງຟັງພວກຂ້າພຣະອົງ … ແລະ ຕອບພວກຂ້າພຣະອົງຈາກສະຫວັນ, … ບ່ອນທີ່ພຣະອົງປະທັບຢູ່ເທິງພຣະບັນລັງ, ດ້ວຍລັດສະໝີພາບ, ກຽດຕິຍົດ, ອຳນາດ, ເດຊານຸພາບ, ແລະ ຄວາມຍິ່ງໃຫຍ່. …
“… ຂໍຈົ່ງຊ່ວຍເຫລືອພວກຂ້າພຣະອົງ ໂດຍອຳນາດຂອງພຣະວິນຍານຂອງພຣະອົງ, ເພື່ອວ່າພວກຂ້າພຣະອົງຈະໄດ້ປະສານສຽງຂອງພວກຂ້າພຣະອົງ ຮ່ວມກັບເຊຣາຟີມເຫລົ່ານັ້ນທີ່ຮຸ່ງແຈ້ງ ແລະ ສ່ອງແສງຢູ່ອ້ອມຮອບພຣະບັນລັງຂອງພຣະອົງ, ພ້ອມດ້ວຍການໂຮຮ້ອງສັນລະເສີນ, ຮ້ອງໂຮຊັນນາແດ່ພຣະເຈົ້າ ແລະ ພຣະເມສານ້ອຍ!
“ແລະ ຂໍຈົ່ງໃຫ້ຜູ້ຄົນເຫລົ່ານີ້ … ໄພ່ພົນຂອງພຣະອົງຮ້ອງສະໜັ່ນດ້ວຍຄວາມຊື່ນຊົມ.”15
ອ້າຍເອື້ອຍນ້ອງທັງຫລາຍ, ມື້ນີ້ ໃນວັນອາທິດໃບຕານນີ້, ຂໍໃຫ້ພວກເຮົາ ໃນຖານະສານຸສິດຂອງພຣະເຢຊູຄຣິດ ສັນລະເສີນພຣະເຈົ້າອົງຜູ້ບໍລິສຸດເຊັ່ນກັນ ແລະ ຊົມຊື່ນຍິນດີໃນພຣະກະລຸນາທິຄຸນຂອງພຣະອົງທີ່ມີຕໍ່ເຮົາ. “ເຮົາໄດ້ຍິນຫຍັງໃນພຣະກິດຕິຄຸນທີ່ເຮົາໄດ້ຮັບ? “ສຽງແຫ່ງຄວາມຍິນດີ!” ຢ່າງແທ້ຈິງ.16
ຂ້າພະເຈົ້າເປັນພະຍານວ່າ ທ່ານຈະຮູ້ສຶກເຖິງຄວາມຊື່ນຊົມນີ້ຍິ່ງໆຂຶ້ນ ເມື່ອທ່ານເຂົ້າໄປໃນພຣະວິຫານອັນສັກສິດຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ທ່ານຈະປະສົບກັບຄວາມຊື່ນຊົມທີ່ພຣະອົງມີຕໍ່ທ່ານເປັນການຕອບແທນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.