ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ສະ​ເໜີ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ​ຕໍ່​ສາດ​ສະ​ໜາ​ຈັກ ເພື່ອ​ການ​ສະ​ໜັບ​ສະ​ໜູນ.

ຈົ່ງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ໃນ​ວິ​ທີ​ທາງ​ທີ່​ເຄີຍ​ເຮັດ​ມາ ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ. ຖ້າ​ມີ​ຜູ້​ໃດ​ຄັດ​ຄ້ານ​ຕໍ່​ການ​ສະ​ເໜີ​ໃດໆ, ຂໍ​ໃຫ້​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ຕົນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ດາ​ລິນ ແຮ​ຣິສ ໂອກສ໌ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ເຮັນ​ຣີ ເບັນ​ນຽນ ໄອ​ຣິງ ເປັນ​ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ດາ​ລິນ ເອັຈ ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ເອັມ ຣະ​ໂຊ ບາ​ເລີດ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ: ເອັມ ຣະ​ໂຊ ບາ​ເລີດ, ແຈັບ​ຟະ​ຣີ ອາ ຮໍ​ແລນ, ດີ​ເດີ ແອັຟ ອຸກ​ດອບ, ເດ​ວິດ ເອ ແບ໊ດ​ນາ, ຄວິນ​ຕິນ ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ແອວ ແອນ​ເດີ​ເຊັນ, ຣອນ​ໂນ ເອ ແຣັສ໌​ແບນ, ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແດວ ຈີ ເຣັນ​ລັນ, ແກ​ຣິດ ດັບ​ເບິນ​ຢູ ກອງ, ແລະ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ​ດັ່ງ​ຕໍ່​ໄປ​ນີ້​ຈະ​ຖືກ​ປົດ​ຈາກ​ໜ້າ​ທີ່​ມອບ​ໝາຍ​ຂອງ​ພວກ​ເພິ່ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2023: ແອວ​ເດີ ເບັນ​ຈາ​ມິນ ເດ ໂອ​ໂຢສ໌, ຮວນ ອາ ອູ​ເຊ​ດາ, ແລະ ຄາ​ຊູ​ຮິ​ໂກະ ຢາ​ມາ​ຊີ​ຕະ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອ້າຍ​ນ້ອງ​ເຫລົ່າ​ນີ້ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄອບ​ຄົວ​ຂອງ​ພວກ​ເພິ່ນ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ໃນ​ຫລາຍ​ປີ​ຂອງ​ພວກ​ເພິ່ນ​ຕະ​ຫລອດ​ທົ່ວ​ໂລກ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ປົດ​ຈາກ​ໜ້າ​ທີ່​ມອບ​ໝາຍ​ຂອງ​ພວກ​ເພິ່ນ, ມີ​ຜົນ​ບັງ​ຄັບ​ໃຊ້​ທັນ​ທີ: ເຈ ຄິ​ໂມ ເອສ໌​ປລິນ ແລະ ອາ​ລັນ ທີ ຟີ​ລິບສ໌.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ພວກ​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ແຈ້ງ​ບອກ​ດ້ວຍ​ຄວາມ​ຂອບ​ໃຈ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​ອື່ນໆ ຜູ້​ທີ່​ຈະ​ສຳ​ເລັດ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ​ໃນ​ປີ​ນີ້ ແລະ ລາຍ​ຊື່​ຂອງ​ພວກ​ເພິ່ນ​ຈະ​ມີ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ມີ​ຜົນ​ບັງ​ຄັບ​ໃຊ້​ທັນ​ທີ, ຕາມ​ນີ້​ພວກ​ເຮົາ​ຂໍ​ປົດ​ບຣາ​ເດີ ອາ​ມັດ ແອັສ ຄໍ​ບິດ ແລະ ແບຣດ​ລີ ເຣ ວິວ​ຄ໊ອກສ໌ ຈາກ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ທີ່​ປຶກ​ສາ​ທີ​ໜຶ່ງ ແລະ ທີ​ສອງ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ສາ​ມັນ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ສະ​ເໜີ​ປົດ​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ ດັ່ງ​ຕໍ່​ໄປ​ນີ້, ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2023: ບອນ​ນີ ເອັຈ ຄໍ​ດອນ ຖາ​ນະ​ປະ​ທານ, ມະ​ແຊວ ດີ ຄະ​ເຣກ ຖາ​ນະ​ທີ່​ປຶກ​ສາ​ທີ່​ໜຶ່ງ, ແລະ ຣີ​ແບັກ​ກາ ແອວ ຄະ​ເຣ​ເວັນ ຖາ​ນະ​ທີ່​ປຶກ​ສາ​ທີ​ສອງ.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ເອື້ອຍ​ນ້ອງ​ເຫລົ່າ​ນີ້, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ​ດັ່ງ​ຕໍ່​ໄປ​ນີ້: ອາ​ມັດ ແອັສ ຄໍ​ບິດ, ຣໍ​ເບີດ ເອັມ ເດນສ໌, ເຈ ຄິ​ໂມ ເອສ໌​ປລິນ, ຄຣິສ​ຕອບ ຈີ ຈິ​ໂຣ-ແຄ​ຣິ​ເອີ, ແລະ ອາ​ລັນ ທີ ຟີ​ລິບສ໌.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ສັງ​ເກດ​ເຫັນ​ວ່າ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​ໃໝ່ 61 ທ່ານ ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຜູ້​ນຳ​ສາ​ມັນ ໃນ​ວັນ​ພະ​ຫັດ, ວັນ​ທີ 30 ເດືອນ​ມີ​ນາ, ແລະ ແລ້ວ​ໄດ້​ຖືກ​ປະ​ກາດ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ.

ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ໜັບ​ສະ​ໜູນ​ອ້າຍ​ນ້ອງ​ເຫລົ່າ​ນີ້ ໃນ​ໜ້າ​ທີ່​ມອບ​ໝາຍ​ໃໝ່​ຂອງ​ພວກ​ເພິ່ນ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້​ເປັນ​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ​ກຸ່ມ​ໃໝ່, ທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2023: ເອັມ​ມະ​ລີ ແບວ ຟຣີ​ແມນ ຖາ​ນະ​ປະ​ທານ, ທາ​ມາ​ຣາ ວູດ ຣູ​ເນຍ ຖາ​ນະ​ທີ່​ປຶກ​ສາ​ທີ​ໜຶ່ງ, ແລະ ແອນ​ເດຣຍ ມູ​ໂຍສ ສະ​ແປນ​ນາວສ໌ ຖາ​ນະ​ທີ່​ປຶກ​ສາ​ທີ​ສອງ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ເປັນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ສາ​ມັນ, ມີ​ຜົນ​ບັງ​ຄັບ​ໃຊ້​ທັນ​ທີ: ແບຣດ​ລີ ເຣ ວິວ​ຄ໊ອກສ໌ ຖາ​ນະ​ທີ່​ປຶກ​ສາ​ທີ​ໜຶ່ງ ແລະ ໄມ​ໂກ ທີ ແນວ​ສັນ ຖາ​ນະ​ທີ່​ປຶກ​ສາ​ທີ​ສອງ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ, ສາ​ວົກ​ເຈັດ​ສິບ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ຂອບ​ໃຈ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ສຳ​ລັບ​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ມາ.

ການ​ປ່ຽນ​ແປງ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ການ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ໄອ​ເຊ​ຢາ ອໍ​ຄາ​ລາ, ຈອນ ດີ ເອ​ມັສ, ຈອນ​ນີ ໂອ ບາ​ດູ, ວິກ​ເຕີ ໂອ ບາ​ສີ, ເອ​ດຣຽນ ເບດ​ເທຣດ, ເອ ຄອລ໌ ບາ​ເຊ​ຣາ, ຄາ​ໂລສ໌ ຈີ ຄານ​ເທ​ໂຣ, ເອ​ເມີ​ສັນ ບີ ຄາ​ນາ​ແວວ, ອໍ​ລານ​ໂດ ອາ ຄາ​ສະ​ຕາ​ໂຍສ໌, ບັນ ຮຸກ ແອງ, ຮັດ ຢູ ແຟວ, ເຟີ​ນານ​ໂດ ອາ ກາ​ເຊຍ, ໂຕ​ມາສ໌ ກາ​ເຊຍ, ຊີ ອາ​ລານ ກໍ​ດິນ, ແອ​ຣັນ ທີ ຮອລ໌, ດາ​ວິນ ດັບ​ເບິນ​ຢູ ຮາວ​ເວີ​ສັນ, ເຈດ ເຈ ແຮນ​ຄ໊ອກ, ເຮັນ​ຣີ ເຮີ​ເຣ​ຣາ, ນະ​ດາ​ລຳ​ບາ ອິ​ລັງ​ກາ, ແຊມ​ໂຍ ເອັມ ທີ ກອຍ​ວິດ​ສະ​ໂຕ, ຄາ​ໂລສ໌ ໂຮ ລານ​ຕີ​ກົວ, ອີ​ຊໍ ລາ​ຣາ, ສະ​ຕີບ​ເວັນ ເຈ ລາ​ສັນ, ທາ​ໂບ ເລ​ເບ​ໂທ​ອາ, ຈີ ເຄັນ​ເນັດ ລີ, ອິດ​ສະ​ຣຽວ ມາ​ຣິນ, ເວນ ອີ ມາວຣ໌, ລີ ຈີ ແມັກ​ແຄນ ທີ​ສອງ, ຣໍ​ເບີດ ເມັນ​ເດັນ​ຮອລ໌ ເອ​ດຣຽນ ເມັນ​ເດສ໌, ຊີ​ຢາ​ມອງ​ກາ ມັກ​ຄາຍ, ຮາ​ເວຍ ແອັຟ ໂມ​ເນັດ​ສະ​ເຕວ, ທອມ​ມັສ ບີ ມໍ​ແກນ, ແຈ​ເຣັດ ວີ ອອມສ໌​ບີ, ຊີ ຣູ​ດີ ພາວ​ຮົວ, ອາ​ທູ​ໂຣ ດີ ພອມ​ມີ​ຣີ, ເຄັນ​ເນັດ ແພມ​ບູ, ຮູ​ໂກ ໂອ ປາ​ນາ​ເມ​ໂຍ, ແຄ​ວິນ ເຈ ພາກສ໌, ພອລ໌ ພິ​ຄາດ, ເດ​ວິດ ເຈ ພິກ​ເກັດ, ມາ​ຕິນ ພິລ​ກາ, ອິ​ຣິ​ນິວ ອີ ປຣາ​ໂດ, ຄຣິສ​ໂຕ​ເຟີ ອາ ພຣາຍສ໌, ມີ​ແກວ ຣິ​ເບ​ໂຣ, ເຈມສ໌ ເອັນ ຣໍ​ບິນ​ສັນ, ເອດ​ເວີດ ບີ ໂຣວ໌, ຣໍ​ເບີດ ຊະ​ຫວອດ, ເກຣ​ກະ​ຣີ ເອ ສະ​ກາດ, ໂດ​ມິ​ນິກ ອາ ເຊ​ເນ​ຊານ, ໂຄ​ຟີ ຈີ ໂຊ​ຊູ, ໄມ​ໂກ ບີ ສະ​ຕຣອງ, ນິດ​ເທຍ ຄູ​ມາ ຊັນ​ເດີ​ຣາຈ໌, ທອມ​ມັສ ເອ ທອມ​ມັສ, ອາ​ເລ​ຮານ​ໂດ ເອັຈ ເທຣ​ວິ​ໂຍ, ເນ​ຟີ ເອັມ ທຣູ​ຮິ​ໂຢ, ຈິ​ມະ​ໂຣ​ເກະ ຈີ ອູ​ເດ​ຈິ, ເຟີ​ນານ​ໂດ, ແອວ​ຕົນ ຊີ ເວັກ​ຈີ, ບເຣັ້ນ ບີ ຫວອດ, ແລະ ໂຕ​ມາ​ຊິ​ໂຕ ແອັສ ຊີ​ປານ​ຕາ.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ຈະ​ຖືກ​ປົດ​ໃນ​ວັນ​ທີ ຫລື ກ່ອນ​ວັນ​ທີ 1 ເດືອນ​ສິງ​ຫາ, 2023:

ຣິ​ເຈີດ ເຄ ອາ​ຫາດ​ຈີ, ດູ​ເວນ ດີ ແບວ, ຮູ​ເບີ​ມານ ບຽນ ເອ​ເມ, ວິກ​ເຕີ ອາ ຄາ​ເດ​ໂຣນ, ໄມ​ໂກ ເຈ ຄາດ​ເທີ, ແດນ​ໂຍ ໂຄ​ໂດ​ວາ, ຈອນ ເອັນ ຄະ​ເຣກ, ວິວ​ລຽມ ເອັຈ ເຄ ເດ​ວິສ໌, ເຟີ​ນານ​ໂດ ພີ ແດວ ຄາ​ປີ​ໂອ, ຣິ​ເຈີດ ເຈ ດີວ​ຣີ, ຄາຍ​ເລີ ຈີ ໂດ​ມິງ​ແກສ໌, ທໍ​ເບັນ ອິງ​ເບີກ, ເຄັນ​ເນັດ ເຈ ເຟີມ​ເມັຈ໌, ເອດ​ເກີ ຟະ​ໂລ​ເຣສ໌, ຊິວ​ວິ​ໂອ ຟະ​ໂລ​ເຣສ໌, ຄາ​ໂລສ໌ ເອ ເກ​ນາ​ໂຣ, ມາກ ເອ ກຽວ​ມໍ, ເຊີ​ຈີ​ໂອ ອາ ໂກ​ເມສ໌, ໂຣ​ແບ​ໂຕ ກອນ​ຊາ​ເລສ໌, ວີ​ຮີ​ລຽວ ກອນ​ຊາ​ເລສ໌, ສະ​ເປັນ​ເຊີ ອາ ກຣິບ​ຟິນ, ມາ​ແຊວ ເກ, ໂອ​ເລັກ​ຊີ ເອັຈ ຮາ​ກາ​ເລັນ​ໂກ, ມັດ​ທິວ ແອັສ ຮາດ​ດິງ, ເດ​ວິດ ເຈ ແຮ​ຣິສ໌, ແຄວິນ ເຈ ແຮັດ​ຕະ​ເວ, ໂຮ​ເຊ ເຮີຣ໌​ນານ​ເດສ໌, ກະ​ເລນ ເອັມ ໂຮມສ໌, ຣິ​ເຈີດ ໄນ​ແຊວ ໂຮ​ຊາ​ແຟວ, ໂອ​ເຄ​ໂຊ​ໂກະ ອີ ອີ​ໂມ, ໄມ​ໂກ ດີ ໂຈນສ໌, ພຸງ​ກີ ແອັສ ກົນ​ໂກ​ໂລ, ຣິ​ຄາ​ໂດ ຊີ ເລັຈ, ອາ​ເຣ​ເທັມ​ມຽວ ຊີ ມາ​ລິ​ໂກນ, ເອດ​ເກີ ເອ ມານ​ຕີ​ຢາ, ລິງກອນ ພີ ມາ​ທິນສ໌, ຄາລ໌ ອາ ມາວຣ໌, ແດນ​ໂຍ ແອັສ ແມ ທີ​ສອງ, ກະ​ເລັນ ດີ ເມວ​ລາ, ທອມ​ມັ​ສ ແອັສ ເມ​ດີ​ເກຍ ຜູ້​ລູກ, ອາ​ລິສ​ແຕ ບີ ອອດ​ເຈີສ໌, ອາ ​ແຈັບ​ຟະ​ຣີ ພາກ​ເກີ, ວິກ​ເຕີ ພີ ແພ​ທຣິກ, ແດັນ​ນິສ໌ ອີ ພະ​ເນ​ດາ, ເອັນ​ຣິ​ເກ ແອັສ ຊິມ​ພະ​ລິ​ຊິ​ໂອ, ແຈັບ​ຟະ​ຣີ ເອັຈ ຊິງ​ເງີ, ໄມ​ໂກ ແອວ ສະ​ເຕ​ລີ, ແຈັບ​ຟະ​ຣີ ເຄ ແວັດ​ໂຊ, ໄມ​ໂກ ແອັສ ວິວ​ສະ​ເຕດ, ແລະ ເດ​ວິດ ແອວ ໄຣ້.

ພິມ