ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ສິດ​ສອນ​ໃຫ້​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


11:29

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ສິດ​ສອນ​ໃຫ້​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ຮັກ​ແກະ​ອັນ​ລໍ້າ​ຄ່າ​ຂອງ​ພຣະ​ອົງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ ດັ່ງ​ທີ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ.

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ກ່າວ​ວ່າ:

“ເຮົາ​ນີ້​ແຫລະ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ: ຜູ້​ລ້ຽງ​ທີ່​ດີ​ຍອມ​ສະ​ລະ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຝູງ​ແກະ. …

“ເໝືອນ​ດັ່ງ​ພຣະ​ບິ​ດາ​ຮູ້​ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້​ຈັກ​ພຣະ​ບິ​ດາ ເຮົາ​ເຕັມ​ໃຈ​ສະ​ລະ​ຊີ​ວິດ​ເພື່ອ​ຝູງ​ແກະ​ຂອງ​ເຮົາ.”1

ໃນ​ພຣະ​ຄຳ​ພີ​ຂໍ້​ນີ້​ສະ​ບັບ​ພາ​ສາ​ກຣີກ, ຄຳ​ວ່າ ດີ ຍັງ​ມີ​ຄວາມ​ໝາຍ​ວ່າ “ງົດ​ງາມ, ສະ​ຫງ່າ​ງາມ” ເຊັ່ນ​ກັນ. ສະ​ນັ້ນ ມື້​ນີ້, ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກ່ຽວ​ກັບ​ຜູ້​ລ້ຽງ​ແກະ​ທີ່​ດີ, ຜູ້​ລ້ຽງ​ແກະ​ທີ່​ງົດ​ງາມ, ຜູ້​ລ້ຽງ​ແກະ​ທີ່​ສະ​ຫງ່າ​ງາມ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ.

ໃນ​ພຣະ​ຄຳ​ພີ​ໃໝ່, ພຣະ​ອົງຖືກ​ເອີ້ນ​ວ່າ “ຜູ້​ລ້ຽງ​ແກະ​ອົງ​ຍິ່ງ​ໃຫຍ່,”2 “ພຣະ​ຜູ້​ລ້ຽງ​ອົງ​ຍິ່ງ​ໃຫຍ່,”3 ແລະ “ພຣະ​ຜູ້​ລ້ຽງ ແລະ ຜູ້​ເບິ່ງ​ແຍງ​ຈິດ​ວິນ​ຍານ [ຂອງ​ພວກ​ເຮົາ].”4

ໃນ​ພຣະ​ຄຳ​ພີ​ເດີມ, ເອ​ຊາ​ຢາ​ໄດ້​ຂຽນ​ໄວ້​ວ່າ “ພຣະ​ອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະ​ອົງ​ດັ່ງ​ຄົນ​ລ້ຽງ​ແກະ​ຜູ້​ໜຶ່ງ.”5

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ອົງ​ຖືກ​ເອີ້ນ​ວ່າ “ຜູ້​ລ້ຽງ​ທີ່​ດີ”6 ແລະ “ຜູ້​ລ້ຽງ​ຜູ້​ຍິ່ງ​ໃຫຍ່ ແລະ ແທ້​ຈິງ.”7

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ອົງ​ປະ​ກາດ​ວ່າ, “ດັ່ງ​ນັ້ນ, ເຮົາ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ເປັນ​ຜູ້​ລ້ຽງ​ທີ່​ດີ.”8

ໃນ​ສະ​ໄໝ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ: “ຜູ້​ລ້ຽງ​ແກະ​ທີ່​ດີ ເບິ່ງ​ແຍງ​ແກະ​ທັງ​ໝົດ​ໃນ​ຝູງ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮັກ, ແລະ ພວກ​ເຮົາ​ກໍ​ເປັນ​ຮອງ​ຜູ້​ລ້ຽງ​ແກະ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ. ສິດ​ທິ​ພິ​ເສດ​ຂອງ​ເຮົາ ກໍ​ຄື​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ຕື່ມ​ຄວາມ​ຮັກ​ຂອງ​ເຮົາ​ເອງ​ໃສ່​ໃຫ້​ບັນ​ດາ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ—ໂດຍ​ການ​ລ້ຽງ, ດູ​ແລ, ແລະ ບຳ​ລຸງ​ລ້ຽງ​ພວກ​ເຂົາ—ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ໃຫ້​ເຮົາ​ເຮັດ.”9

ເມື່ອ​ບໍ່​ດົນ​ມາ​ນີ້, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ: “ຄວາມ​ດີ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເປັນ​ລະ​ບຽບ​ສະ​ເໝີ, ມີ​ເປົ້າ​ໝາຍ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ເພາະ​ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ. ເຮົາ​ຈະ​ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ອົງ, ແລະ ດ້ວຍ​ຄວາມ​ຮັກ​ທີ່​ມີ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ.”10

ເມື່ອ​ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ​ໄດ້​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, “ວ່າ, ຄົນ​ນີ້​ຕ້ອນ​ຮັບ​ຄົນ​ນອກ​ສິນ​ທຳ ແລະ ຍັງ​ຮ່ວມ​ກິນ​ນຳ​ພວກ​ເຂົາ​ດ້ວຍ,”11 ພຣະ​ອົງ​ໄດ້​ຕອບ​ພວກ​ເຂົາ​ໂດຍ​ການ​ນຳ​ສະ​ເໜີ​ເລື່ອງ​ລາວ​ທີ່​ງົດ​ງາມ ທີ່​ພວກ​ເຮົາ​ຮູ້​ຈັກ​ກັນ​ວ່າ ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ທີ່​ເສຍ, ຄຳ​ອຸ​ປະ​ມາ​ເລື່ອງ​ເງິນ​ຫລຽນ​ທີ່​ເສຍ, ແລະ ຄຳ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ.

ມັນ​ໜ້າ​ສົນ​ໃຈ​ທີ່​ຈະ​ສັງ​ເກດ​ວ່າ ເມື່ອ​ລູ​ກາ, ຜູ້​ຂຽນ​ພຣະ​ກິດ​ຕິ​ຄຸນ, ກຳ​ລັງ​ແນະ​ນຳ​ເລື່ອງ​ລາວ​ທັງ​ສາມ​ເລື່ອງ​ນັ້ນ, ເພິ່ນ​ໃຊ້​ຄຳ​ວ່າ ຄຳ​ອຸ​ປະ​ມາ ເປັນ​ຄຳ​ເອ​ກະ​ພົດ, ບໍ່​ແມ່ນ​ຄຳ​ພະ​ຫຸ​ພົດ.12 ປະ​ກົດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສິດ​ສອນ​ບົດ​ຮຽນ​ດຽວ​ດ້ວຍ​ເລື່ອງ​ລາວ​ສາມ​ເລື່ອງ—ຄື​ເລື່ອງ​ລາວ​ທີ່​ນຳ​ສະ​ເໜີ​ຕົວ​ເລກ​ທີ່​ແຕກ​ຕ່າງ​ກັນ, ແກະ 100 ໂຕ, ເງິນ 10 ຫລຽນ, ແລະ ລູກ​ຊາຍ 2 ຄົນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕົວ​ເລກ​ທີ່​ສຳ​ຄັນ​ໃນ​ແຕ່​ລະ​ເລື່ອງ​ເຫລົ່າ​ນີ້ ແມ່ນ​ເລກ ໜຶ່ງ. ແລະ ບົດ​ຮຽນ​ທີ່​ພວກ​ເຮົາ​ອາດ​ໄດ້​ຮັບ​ຈາກ​ຕົວ​ເລກ​ນັ້ນ ກໍ​ຄື ທ່ານ​ອາດ​ເປັນ​ຮອງ​ຜູ້​ລ້ຽງ​ແກະ​ສຳ​ລັບ​ແອວ​ເດີ ແລະ ຜູ້​ຄາດ​ຫວັງ​ຈະ​ເປັນ​ແອວ​ເດີ 100 ຄົນ ໃນ​ກຸ່ມ​ແອວ​ເດີ​ຂອງ​ທ່ານ ຫລື ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ແກ່​ຍິງ​ໜຸ່ມ 10 ຄົນ, ຫລື ຄູ​ສອນ​ເດັກ​ນ້ອຍ​ປະ​ຖົມ​ໄວ 2 ຄົນ, ແຕ່​ທ່ານ​ກໍ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພວກ​ເຂົາ, ດູ​ແລ​ພວກ​ເຂົາ, ແລະ ຮັກ​ພວກ​ເຂົາ​ເທື່ອ​ລະ​ຄົນ, ເທື່ອ​ລະ​ຄົນ, ຢ່າງ​ເປັນ​ສ່ວນ​ຕົວ ຢູ່​ສະ​ເໝີ. ທ່ານ​ຈະ​ບໍ່​ມີ​ວັນ​ເວົ້າ​ວ່າ, “ຊ່າງ​ເປັນ​ແກະ​ທີ່​ໂງ່​ແທ້” ຫລື “ເຖິງ​ແນວ​ໃດ, ຂ້ອຍ​ກໍ​ບໍ່​ຕ້ອງ​ການ​ເງິນ​ຫລຽນ​ນັ້ນ​ແທ້ໆ​ດອກ” ຫລື “ຊ່າງ​ເປັນ​ລູກ​ຊາຍ​ທີ່​ກະ​ບົດ​ແທ້.” ຖ້າ​ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ,”13 ເຮົາ, ໃນ​ຖາ​ນະ​ຊາຍ​ທີ່​ຢູ່​ໃນ​ເລື່ອງ​ລາວ​ຂອງ​ແກະ​ທີ່​ເສຍ, ຈະ “ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ … ແລະ ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ​ຈົນ [… ຈົນ​ກວ່າ … ຈົນ​ກວ່າ ເຮົາ​ຈະ] ພົບ.”14 ຫລື, ດັ່ງ​ຍິງ​ທີ່​ຢູ່​ໃນ​ເລື່ອງ​ລາວ​ຂອງ​ເງິນ​ຫລຽນ​ທີ່​ເສຍ, ເຮົາ​ຈະ “ໄຕ້​ໂຄມ, ກວາດ​ເຮືອນ ແລະ ຄົ້ນ​ຫາ​ຢ່າງ​ຖ້ວນ​ຖີ່ [… ຢ່າງ​ຖ້ວນ​ຖີ່] ຈົນ​ກວ່າ [… ຈົນ​ກວ່າ … ຈົນ​ກວ່າ ເຮົາ] ຈະ​ພົບ.”15 ຖ້າ​ເຮົາ​ມີ “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ” ຢູ່​ກັບ​ເຮົາ, ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພໍ່​ຜູ້​ທີ່​ຢູ່​ໃນ​ເລື່ອງ​ລາວ​ຂອງ​ລູກ​ຊາຍ​ທີ່​ເສຍ, ຜູ້​ທີ່, ເມື່ອ​ລູກ​ຊາຍ “ຂະ​ນະ​ທີ່​ຍັງ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ພໍ​ສົມ​ຄວນ, … ກໍ​ແນມ​ເຫັນ​ລາວ ແລ້ວ​ມີ​ຄວາມ​ເມດ​ຕາ​ສົງ​ສານ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກ​ແພງ.”16

ເຮົາ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຟ້າວ​ຟັ່ງ​ໃນ​ໃຈ​ຂອງ​ຊາຍ​ຜູ້​ທີ່​ສູນ​ເສຍ​ແກະ​ໂຕ​ໜຶ່ງ​ຂອງ​ລາວ​ໄດ້​ແນວ​ໃດ? ຫລື ຄວາມ​ຟ້າວ​ຟັ່ງ​ໃນ​ໃຈ​ຂອງ​ຍິງ​ຜູ້​ທີ່​ສູນ​ເສຍ​ເງິນ​ພຽງ​ແຕ່​ຫລຽນ​ດຽວ? ຫລື ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ສົງ​ສານ​ທີ່​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້​ໃນ​ໃຈ​ຂອງ​ພໍ່​ຂອງ​ລູກ​ຊາຍ​ທີ່​ເສຍ?

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ມາ​ເຣຍ ອິ​ຊາ​ເບວ, ແລະ ຂ້າ​ພະ​ເຈົ້າ ໄດ້​ຮັບ​ໃຊ້​ໃນ​ອາ​ເມ​ຣິ​ກາ​ກາງ, ຂະ​ນະ​ທີ່​ປະ​ຈຳ​ການ​ຢູ່​ເມືອງ​ກວາ​ເຕ​ມາ​ລາ. ໃນ​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ພົບ​ກັບ​ຮູ​ເລຍ, ສະ​ມາ​ຊິກ​ທີ່​ຊື່​ສັດ​ຄົນ​ໜຶ່ງ​ໃນ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ຖາມ​ລາວ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ລາວ. ແມ່​ຂອງ​ລາວ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ໂຣກ​ມະ​ເລັງ​ໃນ​ປີ 2011. ພໍ່​ຂອງ​ລາວ​ເຄີຍ​ເປັນ​ຜູ້​ນຳ​ທີ່​ຊື່​ສັດ​ໃນ​ສະ​ເຕກ​ຂອງ​ເພິ່ນ, ໂດຍ​ຮັບ​ໃຊ້​ເປັນ​ອະ​ທິ​ການ ແລະ ເປັນ​ທີ່​ປຶກ​ສາ​ຂອງ​ປະ​ທານ​ສະ​ເຕກ​ມາ​ເປັນ​ເວ​ລາ​ຫລາຍ​ປີ. ເພິ່ນ​ເປັນ​ຮອງ​ຜູ້​ລ້ຽງ​ແກະ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຮູ​ເລຍ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ບໍ່​ອິດ​ເມື່ອຍ​ຂອງ​ເພິ່ນ​ໃນ​ການ​ຢ້ຽມ​ຢາມ, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຮັບ​ໃຊ້. ແນ່​ນອນ ເພິ່ນ​ໄດ້​ຊື່ນ​ຊົມ​ຍິນ​ດີ​ໃນ​ການ​ລ້ຽງ ແລະ ດູ​ແລ​ແກະ​ອັນ​ລໍ້າ​ຄ່າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ແຕ່ງ​ງານ​ໃໝ່ ແລະ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ​ຢູ່​ຄື​ເກົ່າ.

ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ, ເພິ່ນ​ໄດ້​ຜ່ານ​ການ​ຢ່າ​ຮ້າງ, ແລະ ບັດ​ນີ້ ເພິ່ນ​ຕ້ອງ​ໄດ້​ໄປ​ໂບດ​ຄົນ​ດຽວ​ອີກ​ຄັ້ງ. ເພິ່ນ​ໄດ້​ຮູ້​ສຶກ​ເປັນ​ຄົນ​ນອກ ແລະ ກໍ​ຮູ້​ສຶກ​ວ່າ ບາງ​ຄົນ​ວິ​ພາກ​ວິ​ຈານ​ເພິ່ນ​ນຳ​ອີກ ຍ້ອນ​ການ​ຢ່າ​ຮ້າງ​ຂອງ​ເພິ່ນ. ເພິ່ນ​ໄດ້​ເຊົາ​ມາ​ໂບດ ເມື່ອ​ວິນ​ຍານ​ທາງ​ລົບ​ໄດ້​ເຕັມ​ລົ້ນ​ໃນ​ຈິດ​ໃຈ​ຂອງ​ເພິ່ນ.

ຮູ​ເລຍ​ໄດ້​ເວົ້າ​ເຖິງ​ຮອງ​ຜູ້​ລ້ຽງ​ແກະ​ທີ່​ປະ​ເສີດ​ຜູ້​ນີ້​ຢ່າງ​ສູງ​ສົ່ງ, ຜູ້​ທີ່​ເຄີຍ​ເປັນ​ຊາຍ​ທີ່​ເຮັດ​ວຽກ​ໜັກ, ມີ​ຄວາມ​ຮັກ, ແລະ ມີ​ຄວາມ​ເມດ​ຕາ​ສົງ​ສານ. ຂ້າ​ພະ​ເຈົ້າ​ຈື່​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ຟ້າວ​ຟັ່ງ​ທີ່​ມາ​ຫາ​ຂ້າ​ພະ​ເຈົ້າ​ຢ່າງ​ຊັດ​ເຈນ ຂະ​ນະ​ທີ່​ລາວ​ກຳ​ລັງ​ພັນ​ລະ​ນາ​ເພິ່ນ​ຢູ່​ນັ້ນ. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຢາກ​ເຮັດ​ຫຍັງ​ບາງ​ຢ່າງ​ເພື່ອ​ຊາຍ​ຄົນ​ນັ້ນ, ຊາຍ​ຜູ້​ທີ່​ໄດ້​ເຮັດ​ຫລາຍ​ຢ່າງ​ເພື່ອ​ຫລາຍ​ຄົນ ໃນ​ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ.

ລາວ​ໄດ້​ເອົາ​ເບີ​ໂທ​ລະ​ສັບ​ຂອງ​ເພິ່ນ​ໃຫ້​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ໂທ​ຫາ​ເພິ່ນ, ໂດຍ​ຫວັງ​ວ່າ​ຈະ​ມີ​ໂອ​ກາດ​ໄດ້​ພົບ​ກັບ​ເພິ່ນ​ເປັນ​ການ​ສ່ວນ​ຕົວ. ຫລັງ​ຈາກ​ຫລາຍ​ອາ​ທິດ​ຜ່ານ​ໄປ ແລະ ຫລາຍໆ​ຄັ້ງ​ທີ່​ໂທ​ຫາ​ແຕ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ, ມື້​ໜຶ່ງ ໃນ​ທີ່​ສຸດ ເພິ່ນ​ກໍ​ຮັບ​ໂທ​ລະ​ສັບ.

ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຮູ​ເລຍ, ລູກ​ສາວ​ຂອງ​ເພິ່ນ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຈັບ​ໃຈ​ກັບ​ວິ​ທີ​ທີ່​ເພິ່ນ​ໄດ້​ຮັບ​ໃຊ້, ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຮັກ​ແກະ​ອັນ​ລໍ້າ​ຄ່າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເປັນ​ເວ​ລາ​ຫລາຍ​ປີ. ເພິ່ນ​ບໍ່​ໄດ້​ຄາດ​ຫວັງ​ຄຳ​ເຫັນ​ເຊັ່ນ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ຂ້າ​ພະ​ເຈົ້າ​ຢາກ​ໄປ​ຢ້ຽມ​ຢາມ​ເພິ່ນ​ຕາ​ຕໍ່​ຕາ, ໜ້າ​ຕໍ່​ໜ້າ​ແທ້ໆ. ເພິ່ນ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ເຖິງ​ຈຸດ​ປະ​ສົງ​ຂອງ​ການ​ສະ​ເໜີ​ການ​ນັດ​ພົບ​ດັ່ງ​ກ່າວ. ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ຂ້ອຍ​ຢາກ​ພົບ​ກັບ​ພໍ່​ຂອງ​ຜູ້​ຍິງ​ທີ່​ປະ​ເສີດ​ຄົນ​ນີ້​ແທ້ໆ.” ແລ້ວ​ກໍ​ມີ​ແຕ່​ຄວາມ​ງຽບ​ຜ່ານ​ໂທ​ລະ​ສັບ​ເປັນ​ເວ​ລາ​ສອງ​ສາມ​ວິ​ນາ​ທີ—ຊຶ່ງ​ເປັນ​ສອງ​ສາມ​ວິ​ນາ​ທີ​ທີ່​ເບິ່ງ​ຄື​ວ່າ​ຊົ່ວ​ນິ​ລັນ​ດອນ​ສຳ​ລັບ​ຂ້າ​ພະ​ເຈົ້າ. ເພິ່ນ​ມີ​ແຕ່​ເວົ້າ​ວ່າ, “ເມື່ອ​ໃດ ແລະ ຢູ່​ໃສ?”

ມື້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ເພິ່ນ, ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ໃຫ້​ເພິ່ນ​ແບ່ງ​ປັນ​ປະ​ສົບ​ການ​ບາງ​ຢ່າງ​ຂອງ​ເພິ່ນ​ໃນ​ການ​ຢ້ຽມ​ຢາມ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ຮັບ​ໃຊ້​ແກະ​ອັນ​ລໍ້າ​ຄ່າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ເລົ່າ​ເລື່ອງ​ລາວ​ທີ່​ຊາບ​ຊຶ້ງ​ໃຈ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ນໍ້າ​ສຽງ​ຂອງ​ເພິ່ນ​ປ່ຽນ​ໄປ ແລະ ວິນ​ຍານ​ດຽວ​ກັນ​ທີ່​ເພິ່ນ​ເຄີຍ​ຮູ້​ສຶກ​ຫລາຍ​ເທື່ອ​ໃນ​ຖາ​ນະ​ຮອງ​ຜູ້​ລ້ຽງ​ແກະ​ກໍ​ກັບ​ມາ. ບັດ​ນີ້ ຕາ​ຂອງ​ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ນໍ້າ​ຕາ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ເໝາະ​ສົມ​ສຳ​ລັບ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ພົບ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ໃຈ​ວ່າ, “ພຣະ​ບິ​ດາ, ຊ່ວຍ​ລູກ​ແນ່.”

ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ຕົນ​ເອງ​ເວົ້າ​ວ່າ, “ບຣາ​ເດີ ຟລໍ​ຣຽນ, ໃນ​ຖາ​ນະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້ອຍ​ຂໍ​ໂທດ​ທີ່​ພວກ​ເຮົາ​ບໍ່​ໄດ້​ຢູ່​ຄຽງ​ຂ້າງ​ທ່ານ. ກະ​ລຸ​ນາ​ໃຫ້​ອະ​ໄພ​ພວກ​ເຮົາ​ແນ່. ໃຫ້​ໂອ​ກາດ​ພວກ​ເຮົາ​ອີກ​ເທື່ອ​ໜຶ່ງ ເພື່ອ​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ ພວກ​ເຮົາ​ຮັກ​ທ່ານ. ວ່າ​ພວກ​ເຮົາ​ຕ້ອງ​ການ​ທ່ານ. ວ່າ​ທ່ານ​ສຳ​ຄັນ​ຕໍ່​ພວກ​ເຮົາ.”

ວັນ​ອາ​ທິດ​ຕໍ່​ມາ ເພິ່ນ​ກໍ​ກັບ​ມາ. ເພິ່ນ​ໄດ້​ສົນ​ທະ​ນາ​ກັບ​ອະ​ທິ​ການ​ຂອງ​ເພິ່ນ​ດົນ​ເຕີບ ແລະ ຍັງ​ຄົງ​ເຂັ້ມ​ແຂງ​ຢູ່​ຄື​ເກົ່າ. ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ມາ ເພິ່ນ​ກໍ​ເສຍ​ຊີ​ວິດ—ແຕ່​ເພິ່ນ​ກໍ​ໄດ້​ກັບ​ມາ. ເພິ່ນ​ໄດ້​ກັບ​ຄືນ​ມາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ຮັກ​ແກະ​ອັນ​ລໍ້າ​ຄ່າ​ຂອງ​ພຣະ​ອົງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ ດັ່ງ​ທີ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ. ແລະ ດັ່ງ​ນັ້ນ, ຢູ່​ທີ່​ນັ້ນ ໃນ​ເມືອງ​ກວາ​ເຕ​ມາ​ລາ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ນຳ​ແກະ​ທີ່​ລໍ້າ​ຄ່າ​ໂຕ​ໜຶ່ງ​ກັບ​ຄືນ​ມາ​ສູ່​ຝູງ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ບົດ​ຮຽນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ອາດ​ລືມ​ໄດ້. ໃນ​ພຣະ​ນາມ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ, ຜູ້​ລ້ຽງ​ແກະ​ທີ່​ງົດ​ງາມ, ແລະ ຜູ້​ລ້ຽງ​ແກະ​ທີ່​ສະ​ຫງ່າ​ງາມ, ແມ່ນ​ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.