ປິຕຸພອນຂອງທ່ານ—ທິດທາງທີ່ຖືກດົນໃຈຈາກພຣະບິດາເທິງສະຫວັນ
ປິຕຸພອນຂອງຂ້າພະເຈົ້າໄດ້ຊ່ວຍຂ້າພະເຈົ້າໃຫ້ຮູ້ເອກະລັກນິລັນດອນທີ່ແທ້ຈິງຂອງຂ້າພະເຈົ້າ—ຂ້າພະເຈົ້າແມ່ນໃຜ ແລະ ສາມາດກາຍເປັນຜູ້ໃດ.
ຂ້າພະເຈົ້າໄດ້ຮັບການລ້ຽງດູມາໂດຍພໍ່ແມ່ທີ່ປະເສີດຜູ້ທີ່ຮັກ ແລະ ສິດສອນພຣະກິດຕິຄຸນໃຫ້ກັບພວກຂ້າພະເຈົ້າ, ລູກໆຂອງພວກເພິ່ນຢ່າງຊື່ສັດ. ໜ້າເສຍດາຍ, ທີ່ພໍ່ ແລະ ແມ່ທີ່ຮັກຂອງຂ້າພະເຈົ້າມີບັນຫາກັບການແຕ່ງງານຂອງພວກເພິ່ນເປັນເວລາຫລາຍປີ. ຂ້າພະເຈົ້າເປັນເດັກນ້ອຍປະຖົມໄວໃນຕອນທີ່ຂ້າພະເຈົ້າຖືກບອກໃຫ້ຮູ້ວ່າພວກເພິ່ນມີແນວໂນ້ມວ່າຈະຢ່າຮ້າງກັນຈັກມື້ໜຶ່ງ ແລະ ຂ້າພະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າຈະໄດ້ເລືອກວ່າຈະຢູ່ກັບພໍ່ ຫລື ແມ່. ຍ້ອນແນວນັ້ນ, ເປັນເວລາຫລາຍປີທີ່ ຂ້າພະເຈົ້າໄດ້ປະສົບກັບຄວາມກັງວົນຫລາຍ; ເຖິງຢ່າງໃດກໍຕາມ, ຂອງປະທານຈາກພຣະບິດາເທິງສະຫວັນທ້າຍທີ່ສຸດໄດ້ຊ່ວຍປ່ຽນແປງທຸກສິ່ງໃຫ້ກັບຂ້າພະເຈົ້າຄື—ປິຕຸພອນຂອງຂ້າພະເຈົ້າ.
ຕອນອາຍຸ 11 ປີ, ໂດຍທີ່ຄວາມກັງວົນກ່ຽວກັບຄວາມສຳພັນຂອງພໍ່ແມ່ຂອງຂ້າພະເຈົ້າໄດ້ເພີ່ມທະວີຂຶ້ນ, ຂ້າພະເຈົ້າມີຄວາມປາດຖະໜາອັນແຮງກ້າໃນການຮັບປິຕຸພອນຂອງຕົນເອງ. ຂ້າພະເຈົ້າຮູ້ວ່າພຣະບິດາເທິງສະຫວັນຂອງຂ້າພະເຈົ້າຮູ້ຈັກຂ້າພະເຈົ້າດີ ແລະ ຮູ້ຈັກສະຖານະການສະເພາະຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າກໍຮູ້ອີກວ່າ ຂ້າພະເຈົ້າຈະໄດ້ຮັບການຊີ້ນຳຈາກພຣະອົງ. ໂດຍທັນທີຫລັງຈາກວັນເກີດຄົບຮອບ 12 ປີຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮັບປິຕຸພອນຂອງຂ້າພະເຈົ້າ. ນັ້ນເປັນເວລາກວ່າເຄິ່ງສັດຕະວັດມາແລ້ວ, ແຕ່ຂ້າພະເຈົ້າຍັງຈື່ຈຳລາຍລະອຽດຂອງປະສົບການອັນສັກສິດນັ້ນໄດ້ຢ່າງແຈ່ມແຈ້ງ.
ດ້ວຍຄວາມກະຕັນຍູ, ເຮົາມີການຊີ້ນຳທີ່ຖືກດົນໃຈກ່ຽວກັບປິຕຸພອນໃນ General Handbook ຂອງສາດສະໜາຈັກວ່າ:
“ສະມາຊິກທຸກຄົນທີ່ບັບຕິສະມາແລ້ວ ແລະ ມີຄ່າຄວນສາມາດຮັບປິຕຸພອນໄດ້, ຊຶ່ງເປັນການຊີ້ນຳທີ່ດົນໃຈຈາກພຣະບິດາເທິງສະຫວັນ.”
ສະມາຊິກຄວນ “ມີວຸດທິພາວະພໍທີ່ຈະເຂົ້າໃຈຄວາມສຳຄັນ ແລະ ລັກສະນະອັນສັກສິດຂອງພອນ” ແລະ “ເຂົ້າໃຈຫລັກທຳພື້ນຖານຂອງພຣະກິດຕິຄຸນ.”
“ຕາມອຸດົມການແລ້ວສະມາຊິກຄວນເປັນໄວໜຸ່ມພຽງພໍທີ່ວ່າການຕັດສິນໃຈສຳຄັນຫລາຍຢ່າງໃນຊີວິດຍັງຢູ່ໃນພາຍພາກໜ້າ. … ຜູ້ນຳຖານະປະໂລຫິດບໍ່ຄວນຕັ້ງເກນອາຍຸຕ່ຳສຸດສຳລັບສະມາຊິກໃນການຮັບປິຕຸພອນ. …
“ປິຕຸພອນບຸກໃບແມ່ນສັກສິດ, ເປັນຄວາມລັບ, ແລະ ເປັນສ່ວນຕົວ. …
“ບຸກຄົນທີ່ຮັບເອົາປິຕຸພອນ ຄວນທະນຸຖະໜອມຖ້ອຍຄຳ, ໄຕ່ຕອງກ່ຽວກັບມັນ, ແລະ ດຳລົງຊີວິດຢ່າງມີຄ່າຄວນສຳລັບພອນທີ່ສັນຍາໄວ້ໃນຊີວິດນີ້ ແລະ ໃນນິລັນດອນ.”1
ປະທານຣະໂຊ ເອັມ ແນວສັນ ທີ່ຮັກແພງຂອງເຮົາ ໄດ້ສິດສອນຊ້ຳໄປຊ້ຳມາກ່ຽວກັບຄວາມສຳຄັນຂອງປິຕຸພອນ,2 ວ່າມັນເຮັດໃຫ້ຜູ້ຮັບແຕ່ລະຄົນມີ “ການປະກາດເຊື້ອສາຍທີ່ກັບຄືນໄປເຖິງຍຸກອັບຣາຮາມ, ອີຊາກ, ແລະ ຢາໂຄບ”3 ແລະ ວ່າ “ພອນແຕ່ລະຢ່າງຄືພຣະຄຳພີສ່ວນຕົວໃຫ້ກັບທ່ານ.”4
ປິຕຸພອນຂອງຂ້າພະເຈົ້າແມ່ນມີຄວາມສຳຄັນຢ່າງຫລວງຫລາຍຕໍ່ຂ້າພະເຈົ້າໃນຕອນທີ່ຂ້າພະເຈົ້າຍັງເປັນໄວໜຸ່ມດ້ວຍເຫດຜົນຫລາຍປະການ. ຢ່າງທີໜຶ່ງ, ຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ, ປິຕຸພອນຂອງຂ້າພະເຈົ້າໄດ້ຊ່ວຍຂ້າພະເຈົ້າໃຫ້ຮູ້ເອກະລັກນິລັນດອນທີ່ແທ້ຈິງຂອງຂ້າພະເຈົ້າ—ຂ້າພະເຈົ້າແມ່ນໃຜ ແລະ ສາມາດກາຍເປັນຜູ້ໃດ. ມັນຊ່ວຍໃຫ້ຂ້າພະເຈົ້າໄດ້ຮູ້, ດັ່ງທີ່ປະທານແນວສັນໄດ້ສິດສອນໄວ້, ວ່າຂ້າພະເຈົ້າເປັນ “ບຸດ ຂອງພຣະເຈົ້າ,” ເປັນ “ລູກ ແຫ່ງພັນທະສັນຍາ,” ແລະ ເປັນ “ສານຸສິດ ຂອງພຣະເຢຊູຄຣິດຄົນໜຶ່ງ.”5 ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າເອງເປັນທີ່ຮູ້ຈັກ ແລະ ຮັກໂດຍພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ ແລະ ວ່າພວກພຣະອົງມີສ່ວນຮ່ວມໃນຊີວິດຂອງຂ້າພະເຈົ້າເປັນການສ່ວນຕົວ. ນີ້ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຫຍັບເຂົ້າໃກ້ພວກພຣະອົງຫລາຍຂຶ້ນ ແລະ ເພີ່ມພູນສັດທາ ແລະ ຄວາມໄວ້ວາງໃຈໃນພວກພຣະອົງ.
ເພື່ອນທີ່ຮັກຄົນໜຶ່ງຜູ້ທີ່ໄດ້ເຂົ້າຮ່ວມສາດສະໜາຈັກໃນຕອນທີ່ລາວເປັນຜູ້ໃຫຍ່ໜຸ່ມໄດ້ແບ່ງປັນວ່າ: “ເມື່ອປິຕຸໄດ້ວາງມືເທິງຫົວຂອງຂ້ອຍ ແລະ ເອີ້ນຊື່ຂອງຂ້ອຍ, ທຸກສິ່ງທຸກຢ່າງກໍປ່ຽນໄປ. … ບໍ່ແມ່ນແຕ່ຊ່ວງເວລານັ້ນແຕ່ຕະຫລອດຊີວິດຂອງຂ້ອຍ. ຂ້ອຍໄດ້ຮູ້ຈັກທັນທີວ່າ—ຜ່ານທາງອຳນາດທີ່ເພິ່ນໄດ້ກ່າວອອກໄປ—ຂ້ອຍເປັນທີ່ຮູ້ຈັກຢ່າງສະໜິດສະໜົມ ແລະ ເລິກເຊິ່ງ. ຄຳເວົ້າທີ່ເພິ່ນໄດ້ກ່າວອອກມາໄດ້ແຊກຊຶມລົງໄປທົ່ວຮ່າງກາຍຂອງຂ້ອຍ. ຂ້ອຍຮັບຮູ້ໄດ້ເລີຍວ່າພຣະບິດາເທິງສະຫວັນຮັກຂ້ອຍ, ຈາກພາຍໃນສູ່ພາຍນອກ.”
ການທີ່ຂ້າພະເຈົ້າໄດ້ຮູ້ວ່າຂ້າພະເຈົ້າແມ່ນໃຜໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈ ແລະ ປາດຖະໜາທີ່ຈະເຮັດໃນສິ່ງທີ່ພຣະເຈົ້າຄາດຫວັງຈາກຂ້າພະເຈົ້າ.6
ສິ່ງນີ້ໄດ້ນຳພາຂ້າພະເຈົ້າໃຫ້ສຶກສາພັນທະສັນຍາທີ່ຂ້າພະເຈົ້າໄດ້ເຮັດໄວ້ ແລະ ພອນແຫ່ງຄຳສັນຍາໃນພັນທະສັນຍາຂອງພຣະເຈົ້າກັບອັບຣາຮາມ.7 ມັນໄດ້ໃຫ້ທັດສະນະນິລັນດອນທີ່ດົນໃຈຂ້າພະເຈົ້າໃຫ້ຮັກສາພັນທະສັນຍາຂອງຂ້າພະເຈົ້າຢ່າງເຕັມທີ່ຫລາຍຂຶ້ນ.
ຂ້າພະເຈົ້າໄດ້ສຶກສາປິຕຸພອນຂອງຂ້າພະເຈົ້າເລື້ອຍໆ ແລະ, ໃນຊ່ວງການເປັນຊາວໜຸ່ມ, ກໍເກືອບທຸກມື້, ຊຶ່ງຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກເຖິງການປອບໂຍນ, ອິດທິພົນຂອງການນຳພາຈາກພຣະວິນຍານບໍລິສຸດ, ຜູ້ທີ່ຊ່ວຍຫລຸດຜ່ອນຄວາມວິຕົກກັງວົນຂອງຂ້າພະເຈົ້າໃນຂະນະທີ່ຂ້າພະເຈົ້າເຮັດຕາມການກະຕຸ້ນເຕືອນຂອງພຣະອົງ. ສິ່ງນີ້ໄດ້ເພີ່ມຄວາມປາດຖະໜາຂອງຂ້າພະເຈົ້າຢ່າງຈິງຈັງໃນການເຊື້ອເຊີນແສງສະຫວ່າງ, ຄວາມຈິງ, ແລະ ພຣະວິນຍານບໍລິສຸດ ໂດຍການສຶກສາພຣະຄຳພີຂອງຂ້າພະເຈົ້າ ແລະ ການອະທິຖານທຸກມື້ ແລະ ການພະຍາຍາມຢ່າງພາກພຽນໃນການຮຽນຮູ້ ແລະ ເຮັດຕາມການສິດສອນຂອງສາດສະດາ ແລະ ອັກຄະສາວົກຂອງພຣະເຈົ້າ. ປິຕຸພອນຂອງຂ້າພະເຈົ້າຍັງຊ່ວຍຂ້າພະເຈົ້າໃຫ້ປາດຖະໜາທີ່ຈະຍອມກະທຳຕາມພຣະປະສົງຂອງພຣະບິດາເທິງສະຫວັນຂອງຂ້າພະເຈົ້າຫລາຍຂຶ້ນ, ແລະ ການເອົາໃຈໃສ່ນັ້ນໄດ້ຊ່ວຍຂ້າພະເຈົ້າໃຫ້ປະສົບກັບຄວາມສຸກທີ່ຍິ່ງໃຫຍ່, ແມ່ນແຕ່ໃນສະຖານະການສ່ວນຕົວຂອງຂ້າພະເຈົ້າ.8
ຂ້າພະເຈົ້າໄດ້ຮັບຄວາມເຂັ້ມແຂງທາງວິນຍານທຸກຄັ້ງທີ່ຂ້າພະເຈົ້າສຶກສາປິຕຸພອນຂອງຂ້າພະເຈົ້າ. ໃນທີ່ສຸດເມື່ອພໍ່ແມ່ຂອງຂ້າພະເຈົ້າຢ່າຮ້າງກັນ, ປິຕຸພອນຂອງຂ້າພະເຈົ້າ, ຕາມທີ່ປະທານທອມມັສ ແອັສ ມອນສັນ ສິດສອນໄວ້, ໄດ້ກາຍເປັນ “ສົມບັດສ່ວນຕົວອັນລ້ຳຄ່າ ແລະ ຫາຢູ່ໃສບໍ່ໄດ້,” ສຳລັບຂ້າພະເຈົ້າ ຊຶ່ງເປັນ “ເລຍໂຮນາສ່ວນຕົວ.”9
ບັດນີ້, ຈົ່ງຢ່າເຂົ້າໃຈຜິດ. ຂ້າພະເຈົ້າບໍ່ໄດ້ດີພ້ອມ. ຂ້າພະເຈົ້າໄດ້ເຮັດຄວາມຜິດພາດຫລາຍຢ່າງ. ຄູ່ຊີວິດນິລັນດອນຂອງຂ້າພະເຈົ້າຍັງຢືນຢັນວ່າຂ້າພະເຈົ້າຍັງເຮັດແນວນັ້ນ. ແຕ່ປິຕຸພອນຂອງຂ້າພະເຈົ້າໄດ້ຊ່ວຍແລະ ຍັງຄົງຊ່ວຍຂ້າພະເຈົ້າຕໍ່ໄປໃນການເຮັດໃຫ້ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະປະພຶດດີຂຶ້ນ ແລະ ເປັນຄົນດີຂຶ້ນ.10 ການສຶກສາປິຕຸພອນຂອງຂ້າພະເຈົ້າເປັນປະຈຳໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຕໍ່ຕ້ານການລໍ້ລວງຫລາຍຂຶ້ນ. ມັນຊ່ວຍໃຫ້ຂ້າພະເຈົ້າມີຄວາມປາດຖະໜາ ແລະ ກ້າຫານທີ່ຈະກັບໃຈ, ແລະ ການກັບໃຈກາຍເປັນຂະບວນການຂອງຄວາມປິຕິຍິນດີຫລາຍຂຶ້ນເລື້ອຍໆ.
ມັນຈຳເປັນສຳລັບຂ້າພະເຈົ້າໃນການຮັບປິຕຸພອນໃນຕອນທີ່ຂ້າພະເຈົ້າຍັງນ້ອຍ ແລະ ໃນຂະນະທີ່ປະຈັກພະຍານຂອງຂ້າພະເຈົ້າກຳລັງເຕີບໂຕ. ແລະ ຂ້າພະເຈົ້າກະຕັນຍູຕະຫລອດໄປທີ່ພໍ່ແມ່ ແລະ ອະທິການຂອງຂ້າພະເຈົ້າເຂົ້າໃຈວ່າຄວາມປາດຖະໜາຂອງຂ້າພະເຈົ້າບົ່ງບອກວ່າຂ້າພະເຈົ້າກຽມພ້ອມແລ້ວ.
ໃນຕອນທີ່ຂ້າພະເຈົ້າອາຍຸ 12 ປີ ໂລກນີ້ສັບສົນ ແລະ ວຸ້ນວາຍໜ້ອຍກວ່າໂລກປະຈຸບັນນີ້. ປະທານແນວສັນໄດ້ອະທິບາຍວ່າ ປະຈຸບັນນີ້ເປັນ “ຊ່ວງເວລາທີ່ຊັບຊ້ອນທີ່ສຸດ ໃນປະຫວັດສາດຂອງໂລກ,” ເປັນໂລກທີ່ “ເຕັມໄປດ້ວຍບາບ” ແລະ “ເຫັນແກ່ຕົວ.”11 ໂຊກດີທີ່ຊາວໜຸ່ມຂອງເຮົາໃນປະຈຸບັນມີຄວາມເປັນຜູ້ໃຫຍ່ຫລາຍກວ່າຕອນທີ່ຂ້າພະເຈົ້າອາຍຸ 12 ປີ, ແລະ ເຂົາເຈົ້າກໍຕ້ອງມີການຕັດສິນໃຈທີ່ສຳຄັນເຊັ່ນກັນໃນຂະນະທີ່ເຂົາເຈົ້າເປັນຊາວໜຸ່ມ! ເຊັ່ນດຽວກັນ ເຂົາເຈົ້າຕ້ອງຮູ້ຈັກວ່າເຂົາເຈົ້າແມ່ນໃຜ ແລະ ພຣະເຈົ້າຮັກເຂົາເຈົ້າ ແລະ ຮູ້ຈັກເຂົາເຈົ້າຢ່າງສົມບູນແບບ!
ບໍ່ແມ່ນທຸກຄົນທີ່ປາດຖະໜາຮັບປິຕຸພອນຂອງເຂົາເຈົ້າຄືກັນກັບຂ້າພະເຈົ້າ. ແຕ່ຂ້າພະເຈົ້າອະທິຖານວ່າສະມາຊິກຜູ້ທີ່ຍັງບໍ່ທັນໄດ້ຮັບປິຕຸພອນຂອງເຂົາເຈົ້າຈະອະທິຖານຢ່າງເຕັມທີ່ໃນການຊອກຫາທີ່ຈະຮູ້ຈັກວ່າເຂົາເຈົ້າຈະພ້ອມເມື່ອໃດ. ຂ້າພະເຈົ້າສັນຍາວ່າ ຖ້າທ່ານກຽມພ້ອມທາງວິນຍານ, ປະສົບການຂອງທ່ານ, ເໝືອນກັບຂ້າພະເຈົ້າ, ຈະສັກສິດກັບທ່ານ. ຂ້າພະເຈົ້າອະທິຖານອີກວ່າ ຜູ້ທີ່ໄດ້ຮັບປິຕຸພອນຂອງເຂົາເຈົ້າຈະສຶກສາມັນ ແລະ ທະນຸຖະໜອມມັນ. ການທະນຸຖະໜອມປິຕຸພອນຂອງຂ້າພະເຈົ້າຕອນຂ້າພະເຈົ້າຍັງນ້ອຍ ໄດ້ເປັນພອນໃຫ້ແກ່ຂ້າພະເຈົ້າ ໃຫ້ມີຄວາມກ້າຫານເມື່ອຂ້າພະເຈົ້າໝົດກຳລັງໃຈ, ໃຫ້ການປອບໂຍນເມື່ອຂ້າພະເຈົ້າຢ້ານກົວ, ໃຫ້ສັນຕິສຸກເມື່ອຂ້າພະເຈົ້າມີຄວາມກັງວົນ, ໃຫ້ຄວາມຫວັງເມື່ອຂ້າພະເຈົ້າຮູ້ສຶກໝົດຫວັງ, ແລະ ໃຫ້ຄວາມສຸກເມື່ອຂ້າພະເຈົ້າຕ້ອງການຫລາຍທີ່ສຸດ. ປິຕຸພອນຂອງຂ້າພະເຈົ້າໄດ້ຊ່ວຍເພີ່ມພູນສັດທາ ແລະ ຄວາມຫວັງຂອງຂ້າພະເຈົ້າໃນພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ. ມັນຍັງເພີ່ມພູນຄວາມຮັກຂອງຂ້າພະເຈົ້າຕໍ່ພວກພຣະອົງນຳອີກ—ແລະ ມັນກໍຍັງເປັນເຊັ່ນນັ້ນ.12
ຂ້າພະເຈົ້າເປັນພະຍານວ່າ ປິຕຸພອນໄດ້ຈັດຕຽມທິດທາງທີ່ດົນໃຈຈາກພຣະບິດາເທິງສະຫວັນ. ຂ້າພະເຈົ້າເປັນພະຍານເຖິງການດຳລົງຢູ່ທີ່ເປັນຈິງຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ—ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ—ຜູ້ຊົງຮູ້ຈັກເຮົາ, ຮັກເຮົາ, ແລະ ປາດຖະໜາທີ່ຈະອວຍພອນເຮົາ. ຂ້າພະເຈົ້າຍັງຮູ້ດ້ວຍຄວາມໝັ້ນໃຈວ່າ ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະເຈົ້າຢູ່ໃນໂລກປະຈຸບັນນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.