ຄວາມສຸຂຸມເໝືອນດັ່ງພຣະຄຣິດ
“ພຣະອົງຈຶ່ງຕື່ນຂຶ້ນມາ ແລະ ກ່າວແກ່ທະເລວ່າ, ງຽບສະຫງົບແມ. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ.” (ມາຣະໂກ 4:39).
ຄັ້ງກ່ອນທີ່ຂ້າພະເຈົ້າຂຶ້ນກ່າວຢູ່ກອງປະຊຸມໃຫຍ່ສາມັນ, ລູກເຂີຍຂອງຂ້າພະເຈົ້າ ຣາຍແອນ ໄດ້ເອົາທະວີດໜຶ່ງໃຫ້ຂ້າພະເຈົ້າເບິ່ງ ຊຶ່ງຂຽນວ່າ, “ແທ້ບໍ? ຜູ້ຊາຍຜູ້ນັ້ນຊື່ ບະແຣກ”—ໝາຍຄວາມວ່າ “ໂອ້ອວດ”—“ແລະ ລາວບໍ່ເວົ້າກ່ຽວກັບຄວາມຖ່ອມຕົວເລີຍ? ໜ້າເສຍດາຍແທ້!” ໜ້າເສົ້າທີ່ຄວາມຜິດຫວັງຍັງຄົງດຳເນີນຕໍ່ໄປ.
ພໍ່ທີ່ດີເລີດຂອງຂ້າພະເຈົ້າ ເຄີຍເປັນນັກກິລາບານບ້ວງ All-America ໃຫ້ ມະຫາວິທະຍາໄລ UCLA ພາຍໃຕ້ຄູຝຶກທີ່ມີຊື່ສຽງ ຈອນ ວູເດັນ. ພວກເພິ່ນສະໜິດກັນຕະຫລອດຊີວິດຂອງພໍ່ຂອງຂ້າພະເຈົ້າ, ແລະ ບາງໂອກາດ ຄູຝຶກ ແລະ ນາງ ວູເດັນກໍມາກິນເຂົ້າແລງຢູ່ບ້ານຂອງພວກເຮົາ. ເພິ່ນດີໃຈສະເໝີທີ່ໄດ້ລົມກັບຂ້າພະເຈົ້າກ່ຽວກັບບານບ້ວງ ຫລື ສິ່ງອື່ນໆທີ່ຢູ່ໃນໃຈຂອງຂ້າພະເຈົ້າ. ຄັ້ງໜຶ່ງ ຂ້າພະເຈົ້າໄດ້ຖາມເພິ່ນວ່າ ເພິ່ນມີຄຳແນະນຳຫຍັງແດ່ສຳລັບຂ້າພະເຈົ້າ ເມື່ອຂ້າພະເຈົ້າເຂົ້າປີສຸດທ້າຍຂອງມັດທະຍົມປາຍ. ໂດຍເປັນຄູຢູ່ຕະຫລອດເວລາ, ເພິ່ນເວົ້າວ່າ, “ພໍ່ເຈົ້າບອກຂ້ອຍວ່າ ເຈົ້າໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຢຊູຄຣິດ, ສະນັ້ນ ຂ້ອຍຮູ້ວ່າເຈົ້າມີສັດທາໃນພຣະຜູ້ເປັນເຈົ້າ. ດ້ວຍສັດທາເຊັ່ນນັ້ນ ໃຫ້ແນ່ໃຈວ່າ ເຈົ້າມີຄວາມສຸຂຸມໃນທຸກໆສະຖານະການ. ຈົ່ງເປັນຄົນດີທ່າມກາງພະຍຸ.”
ຜ່ານໄປຫລາຍປີ, ການສົນທະນານັ້ນຍັງຕິດຢູ່ກັບຂ້າພະເຈົ້າ. ຄຳແນະນຳນັ້ນທີ່ໃຫ້ສະຫງົບງຽບ, ໃຈເຢັນ, ແລະ ສຳລວມໃນທຸກໆສະຖານະການ, ໂດຍສະເພາະແມ່ນໃນຊ່ວງເວລາແຫ່ງຄວາມຍາກລຳບາກ ແລະ ຄວາມກົດດັນ, ໄດ້ດັງກ້ອງໃນຂ້າພະເຈົ້າ. ຂ້າພະເຈົ້າສາມາດເຫັນໄດ້ວ່າ ທີມຂອງຄູຝຶກວູເດັນໄດ້ຫລິ້ນດ້ວຍຄວາມສຸຂຸມຢ່າງໃດ ແລະ ປະສົບຄວາມສຳເລັດທີ່ຍິ່ງໃຫຍ່ ຈົນວ່າພວກເຂົາມີປະສົບການການຊະນະເລີດ ເປັນແຊ້ມລະດັບຊາດ 10 ຄັ້ງ.
ແຕ່ຄວາມສຸຂຸມບໍ່ໄດ້ມີການເວົ້າເຖິງຫລາຍໃນທຸກມື້ນີ້ ແລະ ແມ່ນແຕ່ມີການປະຕິບັດໜ້ອຍລົງໃນຊ່ວງເວລາທີ່ວຸ້ນວາຍ ແລະ ແຕກແຍກ. ມັນມັກຈະຖືກກ່າວເຖິງໃນກິລາ—ນັກກິລາທີ່ມີຄວາມສຸຂຸມ ຈະບໍ່ເສຍສະມາທິໃນເກມທີ່ສູສີ, ຫລື ທີມໜຶ່ງແຕກຍ້ອນຂາດຄວາມສຸຂຸມ. ແຕ່ຄຸນສົມບັດອັນດີເລີດນີ້ ໄປໄກກວ່າກິລາ. ຄວາມສຸຂຸມນຳໄປໃຊ້ກັບຊີວິດໄດ້ກວ້າງຂວາງກວ່າ ແລະ ສາມາດເປັນພອນແກ່ພໍ່ແມ່, ຜູ້ນຳ, ຜູ້ສອນສາດສະໜາ, ຄູສອນ, ນັກຮຽນ, ແລະ ທຸກຄົນທີ່ກຳລັງປະເຊີນກັບມໍລະສຸມຊີວິດ.
ຄວາມສຸຂຸມທາງວິນຍານອວຍພອນໃຫ້ເຮົາສະຫງົບສະຕິອາລົມ ແລະ ສຸມໃຈໃສ່ສິ່ງທີ່ສຳຄັນທີ່ສຸດ, ໂດຍສະເພາະແມ່ນເມື່ອເຮົາຢູ່ພາຍໃຕ້ຄວາມກົດດັນ. ປະທານຮິວ ບີ ບຣາວ ໄດ້ສິດສອນວ່າ, “ສັດທາໃນພຣະເຈົ້າ ແລະ ໃນໄຊຊະນະສູງສຸດຂອງຄວາມຖືກຕ້ອງ ຊ່ວຍໃຫ້ມີຄວາມສຸຂຸມທາງຈິດ ແລະ ວິນຍານ ເມື່ອປະເຊີນກັບຄວາມຫຍຸ້ງຍາກ.”1
ປະທານຣະໂຊ ເອັມ ແນວສັນ ເປັນຕົວຢ່າງທີ່ດີເລີດຂອງຄວາມສຸຂຸມທາງວິນຍານ. ຄັ້ງໜຶ່ງ, ຂະນະທີ່ ດຣ. ແນວສັນ ໃນຕອນນັ້ນ ກຳລັງເຮັດການຜ່າຕັດບາຍພາສເສັ້ນເລືອດຫົວໃຈຕີບສີ່ເທົ່າ, ຄວາມດັນເລືອດຂອງຄົນເຈັບໄດ້ຫລຸດລົງຢ່າງກະທັນຫັນ. ດຣ. ແນວສັນ ໄດ້ປະເມີນສະຖານະການຢ່າງສະຫງົບງຽບ ແລະ ໄດ້ລະບຸວ່າ ຄົນໜຶ່ງໃນທີມໄດ້ເອົາຄີມໜີບອອກໂດຍບໍ່ໄດ້ຕັ້ງໃຈ. ມັນໄດ້ຖືກແທນທີ່ໂດຍທັນທີ, ແລະ ດຣ. ແນວສັນ ໄດ້ປອບໂຍນສະມາຊິກໃນທີມ, ໂດຍເວົ້າວ່າ, “ຂ້ອຍຍັງຮັກເຈົ້າເດີ້,” ແລ້ວເພິ່ນກໍເວົ້າຕື່ມຢ່າງຕະຫລົກໆວ່າ, “ບາງເທື່ອຂ້ອຍກໍຮັກເຈົ້າຫລາຍກວ່າເວລາອື່ນ!” ເພິ່ນໄດ້ສະແດງໃຫ້ເຫັນວ່າ ເຮົາຄວນຮັບມືກັບເຫດສຸກເສີນແນວໃດ—ດ້ວຍຄວາມສຸຂຸມ, ໂດຍສຸມໃຈໃສ່ແຕ່ສິ່ງທີ່ສຳຄັນທີ່ສຸດ—ການຈັດການກັບເຫດສຸກເສີນ. ປະທານແນວສັນໄດ້ເວົ້າວ່າ: “ມັນເປັນເລື່ອງຂອງຄວາມມີວິໄນໃນຕົນເອງ. ປະຕິກິລິຍາທຳມະຊາດຂອງທ່ານອາດແມ່ນ, ‘ເອົາຂ້ອຍອອກ, ຄູຝຶກ! ຂ້ອຍຢາກກັບບ້ານ.’ ແຕ່ແນ່ນອນ ທ່ານເຮັດບໍ່ໄດ້. ຊີວິດຂອງຄົນໆໜຶ່ງຂຶ້ນຢູ່ກັບທີມຜ່າຕັດທັງທີມ. ສະນັ້ນ ທ່ານຕ້ອງຢູ່ຢ່າງສະຫງົບງຽບ ແລະ ຜ່ອນຄາຍ ແລະ ສຽບຄົມຫລາຍທີ່ສຸດເທົ່າທີ່ເຄີຍເປັນມາ.”2
ແນ່ນອນ, ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງເລື່ອງຄວາມສຸຂຸມທີ່ດີທີ່ສຸດ.
ໃນສວນເຄັດເຊມາເນ, ໃນຄວາມທົນທຸກທໍລະມານທີ່ບໍ່ສາມາດຈິນຕະນາການໄດ້, ຂະນະທີ່ “ພຣະອົງເຫື່ອອອກເໝືອນເລືອດໄຫລຢາດລົງເປັນເມັດໃຫຍ່,”3 ພຣະອົງໄດ້ເປັນຕົວຢ່າງຂອງຄວາມສຸຂຸມແຫ່ງສະຫວັນ ດ້ວຍຄຳຖະແຫລງການທີ່ລຽບງ່າຍ ແຕ່ສະຫງ່າຜ່າເຜີຍ “ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເທີ້ນ.”4 ພາຍໃຕ້ຄວາມກົດດັນອັນມະຫາສານ ເພື່ອໃຫ້ຄວາມລອດແກ່ມະນຸດຊາດທັງປວງ, ພຣະເຢຊູໄດ້ສະແດງເງື່ອນໄຂສຳຄັນສາມຂໍ້ ທີ່ຊ່ວຍໃຫ້ເຮົາເຂົ້າໃຈຄວາມສຸຂຸມທີ່ຍິ່ງໃຫຍ່ຂອງພຣະອົງ. ທຳອິດ, ພຣະອົງຮູ້ວ່າພຣະອົງແມ່ນໃຜ ແລະ ຊື່ສັດຕໍ່ພາລະກິດແຫ່ງສະຫວັນຂອງພຣະອົງ. ຕໍ່ມາ, ພຣະອົງຮູ້ວ່າມີແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່. ແລະ ສຸດທ້າຍ, ພຣະອົງຮູ້ວ່າ ຜ່ານທາງການຊົດໃຊ້ຂອງພຣະອົງ, ທຸກຄົນທີ່ທຽມແອກກັບພຣະອົງຢ່າງຊື່ສັດ ໂດຍການເຮັດ ແລະ ຮັກສາພັນທະສັນຍາອັນສັກສິດທີ່ໄດ້ຮັບຜ່ານທາງພິທີການຖານະປະໂລຫິດຕ່າງໆ ຈະໄດ້ຮັບຄວາມລອດ, ດັ່ງທີ່ ແອວເດີ ແດວ ຈີ ເຣັນລັນ ໄດ້ສອນໄວ້ຢ່າງງົດງາມໃນມື້ນີ້.
ເພື່ອປຽບທຽບຄວາມແຕກຕ່າງລະຫວ່າງການສູນເສຍ ແລະ ການຮັກສາຄວາມສຸຂຸມ, ໃຫ້ຄິດກ່ຽວກັບສິ່ງທີ່ເກີດຂຶ້ນ ເມື່ອພຣະຄຣິດ ແລະ ບັນດາອັກຄະສາວົກຂອງພຣະອົງອອກຈາກສວນເຄັດເຊມາເນ. ເມື່ອປະເຊີນໜ້າກັບພວກທະຫານທີ່ສະແຫວງຫາທີ່ຈະຈັບກຸມພຣະເຢຊູ, ປະຕິກິລິຍາຂອງເປໂຕແມ່ນການສູນເສຍຄວາມສຸຂຸມຂອງລາວ ແລະ ໄດ້ຟາດຟັນຢ່າງຮຸນແຮງ ໂດຍຕັດຫູຂອງຜູ້ຮັບໃຊ້ຂອງຫົວໜ້າປະໂລຫິດ, ມາລະໂຂ. ປະຕິກິລິຍາຂອງພຣະເຢຊູຄຣິດ, ໃນທາງກົງກັນຂ້າມ, ແມ່ນການຮັກສາຄວາມສຸຂຸມຂອງພຣະອົງ ແລະ ການນຳຄວາມສະຫງົບງຽບມາສູ່ສະຖານະການທີ່ເຄັ່ງຕຶງ ໂດຍການປິ່ນປົວມາລະໂຂ.5
ແລະ ສຳລັບບາງຄົນໃນພວກເຮົາທີ່ດີ້ນລົນພະຍາຍາມຮັກສາຄວາມສຸຂຸມຂອງເຮົາ ແລະ ບາງທີກໍໝົດກຳລັງໃຈ, ຂໍໃຫ້ພິຈາລະນາເລື່ອງລາວທີ່ເຫລືອຂອງເປໂຕ. ບໍ່ດົນຫລັງຈາກເຫດການນີ້ ແລະ ຄວາມເຈັບປວດໃຈຂອງການປະຕິເສດຄວາມກ່ຽວຂ້ອງກັບພຣະຄຣິດ,6 ເປໂຕໄດ້ຢືນຂຶ້ນຕໍ່ໜ້າພວກຜູ້ນຳທາງສາດສະໜາພວກດຽວກັນກັບທີ່ກ່າວໂທດພຣະຜູ້ຊ່ວຍໃຫ້ລອດ, ແລະ ດ້ວຍຄວາມສຸຂຸມທີ່ຍິ່ງໃຫຍ່ພາຍໃຕ້ການສອບຖາມທີ່ຮຸນແຮງ ເພິ່ນໄດ້ສະແດງປະຈັກພະຍານທີ່ຊັດຖ້ອຍຊັດຄຳເຖິງຄວາມເປັນພຣະເຈົ້າຂອງພຣະເຢຊູຄຣິດ.7
ຮູ້ວ່າທ່ານແມ່ນໃຜ ແລະ ຊື່ສັດຕໍ່ຕົວຕົນແຫ່ງສະຫວັນຂອງທ່ານ
ຂໍໃຫ້ເຮົາມາພິຈາລະນາອົງປະກອບຂອງຄວາມສຸຂຸມເໝືອນດັ່ງພຣະຄຣິດນຳກັນ. ເພື່ອເລີ່ມຕົ້ນ, ການທີ່ຮູ້ວ່າເຮົາແມ່ນໃຜ ແລະ ການທີ່ຊື່ສັດຕໍ່ຕົວຕົນແຫ່ງສະຫວັນຂອງເຮົາ ນຳຄວາມສະຫງົບງຽບມາໃຫ້. ຄວາມສຸຂຸມເໝືອນດັ່ງພຣະຄຣິດ ຮຽກຮ້ອງໃຫ້ເຮົາຫລີກລ້ຽງຈາກການປຽບທຽບຕົນເອງກັບຄົນອື່ນ ຫລື ທຳທ່າວ່າເຮົາເປັນຄົນທີ່ເຮົາບໍ່ໄດ້ເປັນ.8 ໂຈເຊັບ ສະມິດ ໄດ້ສິດສອນວ່າ, “ຖ້າມະນຸດບໍ່ເຂົ້າໃຈລັກສະນະຂອງພຣະເຈົ້າ, ເຂົາກໍບໍ່ເຂົ້າໃຈຕົນເອງ.”9 ມັນເປັນໄປບໍ່ໄດ້ແທ້ໆທີ່ຈະມີຄວາມສຸຂຸມແຫ່ງສະຫວັນໂດຍທີ່ບໍ່ຮູ້ຈັກວ່າເຮົາແມ່ນບຸດ ແລະ ທິດາແຫ່ງສະຫວັນຂອງພຣະບິດາເທິງສະຫວັນຜູ້ເປັນທີ່ຮັກ.
ໃນຄຳປາໄສຂອງເພິ່ນໃນ “ທາງເລືອກນິລັນດອນ,” ປະທານແນວສັນໄດ້ສິດສອນຄວາມຈິງນິລັນດອນເຫລົ່ານີ້ກ່ຽວກັບຜູ້ທີ່ເຮົາເປັນ: ພວກເຮົາເປັນລູກໆຂອງພຣະເຈົ້າ, ພວກເຮົາເປັນລູກໆແຫ່ງພັນທະສັນຍາ, ແລະ ພວກເຮົາເປັນສານຸສິດຂອງພຣະຄຣິດ. ແລ້ວເພິ່ນໄດ້ສັນຍາວ່າ, “ເມື່ອທ່ານນ້ອມຮັບຄວາມຈິງເຫລົ່ານີ້, ພຣະບິດາເທິງສະຫວັນຂອງເຮົາກໍຈະຊ່ວຍທ່ານໃຫ້ໄປຮອດເປົ້າໝາຍສູງສຸດຂອງທ່ານທີ່ຈະດຳເນີນຊີວິດຢ່າງນິລັນດອນໃນພຣະພັກອັນບໍລິສຸດຂອງພຣະອົງ.”10 ພວກເຮົາເປັນຄົນທີ່ມີຊີວິດຝ່າຍວິນຍານແຫ່ງສະຫວັນ ທີ່ມີປະສົບການມະຕະ. ການທີ່ຮູ້ວ່າເຮົາແມ່ນໃຜ ແລະ ການທີ່ຊື່ສັດຕໍ່ຕົວຕົນແຫ່ງສະຫວັນ ແມ່ນຮາກຖານຂອງການພັດທະນາຄວາມສຸຂຸມເໝືອນດັ່ງພຣະຄຣິດ.
ຮູ້ວ່າມີແຜນແຫ່ງສະຫວັນ
ຕໍ່ໄປ, ການທີ່ຈື່ວ່າມີແຜນອັນຍິ່ງໃຫຍ່ ກໍ່ໃຫ້ເກີດຄວາມກ້າຫານ ແລະ ຄວາມສຸຂຸມໃນສະພາບການທີ່ທ້າທາຍ. ນີໄຟສາມາດ “ໄປ ແລະ ເຮັດ”11 ເມື່ອພຣະຜູ້ເປັນເຈົ້າບັນຊາ “ໂດຍບໍ່ຮູ້ລ່ວງໜ້າ”12 ເຖິງສິ່ງທີ່ເພິ່ນຄວນຈະເຮັດ ເພາະເພິ່ນຮູ້ວ່າ ເພິ່ນຈະຖືກນຳພາໂດຍພຣະວິນຍານ, ເພື່ອສຳເລັດແຜນນິລັນດອນຂອງພຣະບິດາເທິງສະຫວັນຜູ້ເປັນທີ່ຮັກ. ຄວາມສຸຂຸມມາເຖິງເມື່ອເຮົາເຫັນສິ່ງຕ່າງໆຈາກມຸມມອງນິລັນດອນ. ພຣະຜູ້ເປັນເຈົ້າໄດ້ແນະນຳສານຸສິດຂອງພຣະອົງໃຫ້ “ເງີຍໜ້າເບິ່ງ”13 ແລະ ໃຫ້ “ຄວາມນອບນ້ອມແຫ່ງຊົ່ວນິລັນດອນ ຢູ່ໃນຈິດໃຈຂອງພວກເຈົ້າ.”14 ໂດຍການກຳນົດກອບເວລາທີ່ທ້າທາຍໄວ້ໃນແຜນນິລັນດອນ, ຄວາມກົດດັນຈະກາຍເປັນສິດທິພິເສດໃນການຮັກ, ຮັບໃຊ້, ສິດສອນ, ແລະ ອວຍພອນ. ມຸມມອງນິລັນດອນຊ່ວຍໃຫ້ມີຄວາມສຸຂຸມເໝືອນດັ່ງພຣະຄຣິດ.
ຮູ້ອຳນາດທີ່ມີລິດທານຸພາບຂອງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ
ແລະ ສຸດທ້າຍນີ້, ອຳນາດທີ່ມີລິດທານຸພາບຂອງພຣະເຢຊູຄຣິດ, ຊຶ່ງເປັນໄປໄດ້ໂດຍການເສຍສະລະແຫ່ງການຊົດໃຊ້ຂອງພຣະອົງ, ມອບກຳລັງໃຫ້ແກ່ເຮົາເພື່ອທີ່ຈະອົດທົນ ແລະ ເອົາຊະນະ. ເພາະພຣະເຢຊູຄຣິດ ເຮົາຈຶ່ງສາມາດເຮັດພັນທະສັນຍາກັບພຣະເຈົ້າ ແລະ ເຂັ້ມແຂງຂຶ້ນໃນການຮັກສາພັນທະສັນຍາ. ເຮົາສາມາດຜູກມັດກັບພຣະຜູ້ຊ່ວຍໃຫ້ລອດໄດ້ໃນຄວາມຊື່ນຊົມ ແລະ ຄວາມສະຫງົບງຽບ, ບໍ່ວ່າສະພາບການທາງໂລກຂອງເຮົາຈະເປັນແນວໃດກໍຕາມ.15 ແອວມາ ບົດທີ 7 ສິດສອນຢ່າງງົດງາມກ່ຽວກັບອຳນາດທີ່ມີລິດທານຸພາບຂອງພຣະຄຣິດ. ນອກຈາກຈະໄຖ່ເຮົາຈາກບາບແລ້ວ, ພຣະຜູ້ຊ່ວຍໃຫ້ລອດຍັງສາມາດເຮັດໃຫ້ເຮົາເຂັ້ມແຂງຂຶ້ນໃນຄວາມອ່ອນແອ, ຄວາມຢ້ານກົວ, ແລະ ການທ້າທາຍຕ່າງໆໃນຊີວິດນີ້ຂອງເຮົາ.
ເມື່ອເຮົາສຸມໃຈໃສ່ພຣະຄຣິດ, ເຮົາກໍສາມາດລະງັບຄວາມຢ້ານຂອງເຮົາໄດ້, ດັ່ງທີ່ຜູ້ຄົນຂອງແອວມາໄດ້ເຮັດໃນເຮລາມ.16 ຂະນະທີ່ກອງທັບຂົ່ມຂູ່ໄດ້ມາເຕົ້າໂຮມກັນ, ສານຸສິດທີ່ຊື່ສັດຂອງພຣະຄຣິດ ໄດ້ສະແດງຄວາມສຸຂຸມອອກມາ. ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ: “ແອວມາໄດ້ແນະນຳຜູ້ທີ່ເຊື່ອ ໃຫ້ຈື່ຈຳພຣະຜູ້ເປັນເຈົ້າ ແລະ ການປົດປ່ອຍ ຊຶ່ງມີແຕ່ພຣະອົງເທົ່ານັ້ນທີ່ສາມາດເຮັດໄດ້ (ເບິ່ງ 2 ນີໄຟ 2:8). ແລະ ຄວາມຮູ້ກ່ຽວກັບການເບິ່ງແຍງຄຸ້ມຄອງຂອງພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ຄົນທັງຫລາຍລະງັບຄວາມຢ້ານຂອງພວກເຂົາ.”17 ນີ້ແມ່ນຕົວຢ່າງຂອງຄວາມສຸຂຸມ.
ບຸລຸດຜູ້ຍິ່ງໃຫຍ່ໃນພະຍຸ
ໂນອາໄດ້ສິດສອນເຮົາຫລາຍຢ່າງກ່ຽວກັບຄວາມອົດທົນໃນພະຍຸ, ແຕ່ພຣະຜູ້ຊ່ວຍໃຫ້ລອດເປັນຄູສອນທີ່ຍິ່ງໃຫຍ່ທີ່ສຸດກ່ຽວກັບການເອົາຕົວລອດໃນພະຍຸ. ພຣະອົງເປັນບຸລຸດຜູ້ຍິ່ງໃຫຍ່ໃນພະຍຸ. ຫລັງຈາກທີ່ສິດສອນກັບບັນດາອັກຄະສາວົກຂອງພຣະອົງໝົດມື້, ພຣະຜູ້ຊ່ວຍໃຫ້ລອດຕ້ອງການພັກຜ່ອນ ແລະ ໄດ້ແນະນຳໃຫ້ພວກເພິ່ນພາຍເຮືອຂ້າມໄປຫາອີກຟາກໜຶ່ງຂອງທະເລຄາລີເລ. ຂະນະທີ່ພຣະຜູ້ຊ່ວຍໃຫ້ລອດພັກຜ່ອນຢູ່ນັ້ນ, ກໍເກີດພະຍຸຮຸນແຮງຂຶ້ນ. ຂະນະທີ່ລົມ ແລະ ຄື້ນປະທະເຮືອຈວນຈະຫລົ້ມ, ບັນດາອັກຄະສາວົກກໍເລີ່ມຢ້ານວ່າຈະເອົາຊີວິດບໍ່ລອດ ແລະ ຈື່ໄວ້ວ່າ, ອັກຄະສາວົກບາງຄົນເຄີຍເປັນຄົນຫາປາມາກ່ອນ ຄືຜູ້ທີ່ຄຸ້ນເຄີຍກັບລົມພະຍຸຢູ່ທະເລນັ້ນເປັນຢ່າງດີ! ແຕ່, ດ້ວຍຄວາມກັງວົນ,18 ພວກເພິ່ນໄດ້ປຸກພຣະຜູ້ເປັນເຈົ້າ ແລະ ຖາມວ່າ, “[ພຣະຜູ້ເປັນເຈົ້າເອີຍ], ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ?” ແລ້ວ, ດ້ວຍຄວາມສຸຂຸມທີ່ເປັນຕົວຢ່າງ, ພຣະຜູ້ຊ່ວຍໃຫ້ລອດ “ຈຶ່ງຕື່ນຂຶ້ນມາ ແລະ ກ່າວແກ່ທະເລວ່າ, ງຽບສະຫງົບແມ. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ.”19
ແລະ ແລ້ວກໍເປັນບົດຮຽນທີ່ຍິ່ງໃຫຍ່ເລື່ອງຄວາມສຸຂຸມສຳລັບບັນດາອັກຄະສາວົກຂອງພຣະອົງ. ພຣະອົງໄດ້ຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”20 ພຣະອົງໄດ້ຢ້ຳເຕືອນພວກເພິ່ນວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ ແລະ ວ່າພຣະອົງໄດ້ຖືກສົ່ງມາໂດຍພຣະບິດາ ເພື່ອນຳເອົາຄວາມເປັນອະມະຕະ ແລະ ຊີວິດນິລັນດອນມາໃຫ້ລູກໆຂອງພຣະເຈົ້າ. ແນ່ນອນ ພຣະບຸດຂອງພຣະເຈົ້າ ຈະບໍ່ຈິບຫາຍຢູ່ເທິງເຮືອ. ພຣະອົງໄດ້ເປັນຕົວຢ່າງຂອງຄວາມສຸຂຸມແຫ່ງສະຫວັນ ເພາະພຣະອົງຮູ້ຈັກເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ພຣະອົງຮູ້ຈັກວ່າ ແຜນແຫ່ງຄວາມລອດ ແລະ ຄວາມສູງສົ່ງ ແລະ ການຊົດໃຊ້ຂອງພຣະອົງນັ້ນ ສຳຄັນຫລາຍສໍ່າໃດຕໍ່ຄວາມສຳເລັດນິລັນດອນຂອງແຜນນັ້ນ.
ແມ່ນຜ່ານທາງພຣະຄຣິດ ແລະ ການຊົດໃຊ້ຂອງພຣະອົງທີ່ສິ່ງທີ່ດີໆທັງໝົດຈະເຂົ້າມາສູ່ຊີວິດຂອງເຮົາ. ເມື່ອເຮົາຈື່ວ່າເຮົາແມ່ນໃຜ, ໂດຍຮູ້ວ່າ ມີແຜນແຫ່ງຄວາມເມດຕາແຫ່ງສະຫວັນ ແລະ ໂດຍມີຄວາມກ້າຫານໃນກຳລັງຂອງພຣະຜູ້ເປັນເຈົ້າ, ເຮົາຈະສາມາດເຮັດທຸກສິ່ງໄດ້. ເຮົາຈະພົບຄວາມສະຫງົບງຽບ. ເຮົາຈະເປັນຍິງ ແລະ ຊາຍທີ່ດີໃນພະຍຸໃດກໍຕາມ.
ຂໍໃຫ້ພວກເຮົາສະແຫວງຫາພອນແຫ່ງຄວາມສຸຂຸມເໝືອນດັ່ງພຣະຄຣິດ, ບໍ່ແມ່ນພຽງແຕ່ເພື່ອຊ່ວຍຕົວເຮົາເອງໃນຊ່ວງເວລາທີ່ທ້າທາຍ ແຕ່ເພື່ອເປັນພອນໃຫ້ແກ່ຄົນອື່ນ ແລະ ຊ່ວຍໃຫ້ພວກເພິ່ນຜ່ານທາງຜ່າມໍລະສຸມໃນຊີວິດຂອງພວກເພິ່ນ. ໃນມື້ກ່ອນວັນອາທິດໃບຕານນີ້, ຂ້າພະເຈົ້າເປັນພະຍານຢ່າງຊື່ນຊົມເຖິງພຣະເຢຊູຄຣິດ. ພຣະອົງໄດ້ຟື້ນຄືນພຣະຊົນແລ້ວ. ຂ້າພະເຈົ້າເປັນພະຍານເຖິງສັນຕິສຸກ, ຄວາມສະຫງົບງຽບ, ແລະ ຄວາມສຸຂຸມແຫ່ງສະຫວັນ ທີ່ພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດນຳມາສູ່ຊີວິດຂອງເຮົາໄດ້ ແລະ ກະທຳເຊັ່ນນັ້ນໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.