ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ

ພຽງ​ແຕ່​ໃນ ແລະ ໂດຍ​ຄວາມ​ຈົງ​ຮັກ​ພັກ​ດີ ແລະ ຄວາມ​ຮັກ​ຂອງ​ເຮົາ​ເປັນ​ສ່ວນ​ບຸກ​ຄົນ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ຫວັງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້.

ດັ່ງ​ທີ່​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສັງ​ເກດ, ມື້​ນີ້​ແມ່ນ​ວັນ​ອາ​ທິດ​ໃບ​ຕານ, ເປັນ​ມື້​ເລີ່ມ​ຕົ້ນ​ອາ​ທິດ​ທີ່​ສັກ​ສິດ, ຊຶ່ງ​ໝາຍ​ເປັນ​ການ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ຢ່າງ​ຜູ້​ມີ​ໄຊ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ໃນ​ເຄັດ​ເຊ​ມາ​ເນ ແລະ ການ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ​ບໍ່​ເທົ່າ​ໃດ​ມື້​ຈາກ​ນັ້ນ, ແລະ ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ​ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ລືມ​ສິ່ງ​ທີ່​ພຣະ​ຄຣິດ​ໄດ້​ອົດ​ທົນ​ເພື່ອ​ໄຖ່​ເຮົາ.1 ແລະ ຂໍ​ໃຫ້​ເຮົາ​ຢ່າ​ສູນ​ເສຍ​ຄວາມ​ຊື່ນ​ຊົມ​ອັນ​ລົ້ນ​ເຫລືອ ທີ່​ເຮົາ​ຈະ​ຮູ້​ສຶກ​ອີກ​ຄັ້ງ​ໃນ​ວັນ​ອີດ​ສະ​ເຕີ ຂະ​ນະ​ທີ່​ເຮົາ​ໄຕ່​ຕອງ​ເຖິງ​ໄຊ​ຊະ​ນະ​ຂອງ​ພຣະ​ອົງ​ເໜືອ​ຫລຸມ​ຝັງ​ສົບ ແລະ ຂອງ​ປະ​ທານ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ທົ່ວ​ໄປ.

ຕອນ​ແລງ​ກ່ອນ​ການ​ທົດ​ລອງ ແລະ ການ​ຖືກ​ຄຶງ​ທີ່​ລໍ​ຖ້າ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ກິນ​ເຂົ້າ​ແລງ​ປັດ​ສະ​ຄາ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ. ໃນ​ທ້າຍ​ຂອງ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ໃນ​ຄຳ​ອະ​ທິ​ຖານ​ວິງ​ວອນ​ທີ່​ສັກ​ສິດ, ພຣະ​ເຢ​ຊູ​ໄດ້​ອ້ອນວອນ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ພຣະ​ບິ​ດາ​ຜູ້​ບໍ​ລິ​ສຸດ​ເອີຍ, ຂໍ​ໂຜດ​ພິ​ທັກ​ຮັກ​ສາ​ພວກ​ເຂົາ​ໄວ້​ໂດຍ​ອຳ​ນາດ​ແຫ່ງ​ພຣະ​ນາມ​ຂອງ​ພຣະ​ອົງ ຄື​ພຣະ​ນາມ​ທີ່​ພຣະ​ອົງ​ໄດ້​ໃຫ້​ແກ່​ຂ້າ​ນ້ອຍ​ນັ້ນ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເໝືອນ​ດັ່ງ​ພຣະ​ອົງ​ກັບ​ຂ້າ​ນ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”2

ແລ້ວ, ດ້ວຍ​ຄວາມ​ອ່ອນ​ໂຍນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຂະ​ຫຍາຍ​ຄຳ​ອ້ອນ​ວອນ​ຂອງ​ພຣະ​ອົງ ໃຫ້​ລວມ​ຜູ້​ທີ່​ເຊື່ອ​ທັງ​ໝົດ:

“ຂ້າ​ນ້ອຍ​ອະ​ທິ​ຖານ​ບໍ່​ແມ່ນ​ແຕ່​ສຳ​ລັບ​ພວກ​ເຂົາ​ເທົ່າ​ນັ້ນ, ແຕ່​ສຳ​ລັບ​ຄົນ​ທັງ​ຫລາຍ​ທີ່​ວາງ​ໃຈ​ເຊື່ອ​ໃນ​ຂ້າ​ນ້ອຍ ເພາະ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ;

“ເພື່ອ​ໃຫ້​ພວກ​ເຂົາ​ທັງ​ໝົດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ໂອ້ ພຣະ​ບິ​ດາ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ, ເໝືອນ​ດັ່ງ​ພຣະ​ອົງ​ສະ​ຖິດ​ຢູ່​ໃນ​ຂ້າ​ນ້ອຍ, ແລະ ຂ້າ​ນ້ອຍ​ຢູ່​ໃນ​ພຣະ​ອົງ, ຂໍ​ໃຫ້​ພວກ​ເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”3

ການ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເປັນ​ຫົວ​ຂໍ້​ທີ່​ເກີດ​ຂຶ້ນ​ຊ້ຳໆ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ການ​ປະ​ຕິ​ບັດ​ຂອງ​ພຣະ​ເຈົ້າ​ກັບ​ລູກໆ​ຂອງ​ພຣະ​ອົງ. ກ່ຽວ​ກັບ​ເມືອງ​ຊີ​ໂອນ​ໃນ​ສະ​ໄໝ​ຂອງ​ເອ​ນົກ, ມີ​ຄຳ​ກ່າວ​ວ່າ “ພວກ​ເຂົາ​ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ.”4 ໃນ​ບັນ​ດາ​ໄພ່​ພົນ​ລຸ້ນ​ທຳ​ອິດ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ໄໝ​ບູ​ຮານ, ພຣະ​ຄຳ​ພີ​ໃໝ່​ບັນ​ທຶກ​ວ່າ, “ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.”5

ໃນ​ສະ​ໄໝ​ຂອງ​ເຮົາ​ເອງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ວ່າ, “ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ຈົ່ງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ.”6 ໃນ​ບັນ​ດາ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ວ່າ​ເປັນ​ຫຍັງ​ໄພ່​ພົນ​ລຸ້ນ​ທຳ​ອິດ​ໃນ​ລັດ​ມີ​ເຊີ​ຣີ​ຈຶ່ງ​ລົ້ມ​ເຫລວ ໃນ​ການ​ສະ​ຖາ​ປະ​ນາ​ສະ​ຖານ​ທີ່​ຂອງ​ຊີ​ໂອນ​ຄື ເຂົາ​ເຈົ້າ “ບໍ່​ໄດ້​ພ້ອມ​ໃຈ​ກັນ​ຕາມ​ສະ​ຫະ​ພາບ​ດັ່ງ​ທີ່​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ຮຽກ​ຮ້ອງ.”7

ບ່ອນ​ທີ່​ພຣະ​ເຈົ້າ​ໄຊ​ຊະ​ນະ​ເໜືອ​ຫົວ​ໃຈ ແລະ ຄວາມ​ຄິດ​ທັງ​ໝົດ, ຜູ້​ຄົນ​ຈະ​ຖືກ​ບັນ​ຍາຍ​ວ່າ​ເປັນ “ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພຣະ​ຄຣິດ.”8

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ໄດ້​ປະ​ກົດ​ຕໍ່​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ສະ​ໄໝ​ບູ​ຮານ, ພຣະ​ອົງ​ໄດ້​ຕັ້ງ​ຂໍ້​ສັງ​ເກດ​ດ້ວຍ​ຄວາມ​ບໍ່​ພໍ​ພຣະ​ໄທ​ວ່າ ໃນ​ອະ​ດີດ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ ແລະ ເລື່ອງ​ອື່ນໆ. ພຣະ​ອົງ​ໄດ້​ບັນ​ຊາ​ວ່າ:

“ມັນ​ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ, ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ; ທັງ​ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ເຮົາ, ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

“ເພາະ​ຕາມ​ຈິງ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິ​ດາ​ຂອງ​ການ​ຂັດ​ແຍ້ງ.”9

ໃນ​ໂລກ​ທີ່​ມີ​ການ​ຂັດ​ແຍ້ງ​ຢ່າງ​ຫລວງ​ຫລາຍ, ເຮົາ​ຈະ​ບັນ​ລຸ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໄດ້​ແນວ​ໃດ, ໂດຍ​ສະ​ເພາະ​ໃນ​ສາດ​ສະ​ໜາ​ຈັກ ບ່ອນ​ທີ່​ເຮົາ​ຕ້ອງ​ມີ “ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ, ມີ​ຄວາມ​ເຊື່ອ​ດຽວ, ມີ​ບັບ​ຕິ​ສະ​ມາ​ດຽວ”?10 ໂປ​ໂລ​ໄດ້​ມອບ​ຂໍ​ກະ​ແຈ​ໃຫ້​ເຮົາ ດັ່ງ​ນີ້:

“ຄົນ​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ສວມ​ຊີ​ວິດ​ຂອງ​ພຣະ​ຄຣິດ.

“ດັ່ງ​ນັ້ນ​ຈົ່ງ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ອັນ​ໃດ ລະ​ຫວ່າງ​ຄົນ​ຢິວ ແລະ ຄົນ​ຕ່າງ​ຊາດ, ລະ​ຫວ່າງ​ທາດ ແລະ ອິດ​ສະ​ລະ, ລະ​ຫວ່າງ​ຊາຍ ແລະ ຍິງ: ເພາະ​ພວກ​ເຈົ້າ​ທຸກ​ຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ.”11

ເຮົາ​ກໍ​ມີ​ຄວາມ​ຫລາກ​ຫລາຍ ຫລາຍ​ເກີນ​ໄປ ແລະ ບາງ​ຄັ້ງ​ບໍ່​ປອງ​ດອງ​ກັນ​ຫລາຍ​ເກີນ​ໄປ ຈົນ​ບໍ່​ສາ​ມາດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢູ່​ເທິງ​ພື້ນ​ຖານ​ອື່ນ ຫລື ພາຍ​ໃຕ້​ຊື່​ອື່ນ. ມີ​ແຕ່​ໃນ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ເຮົາ​ສາ​ມາດ​ກາຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້.

ການ​ກາຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ​ເກີດ​ຂຶ້ນ​ເທື່ອ​ລະ​ຄົນ—ເຮົາ​ແຕ່​ລະ​ຄົນ​ເລີ່ມ​ຕົ້ນ​ທີ່​ຕົວ​ເອງ. ເຮົາ​ເປັນ​ສອງ​ໃນ​ເນື້ອ​ໜັງ ແລະ ວິນ​ຍານ ແລະ ບາງ​ຄັ້ງ​ກໍ​ເຮັດ​ສົງ​ຄາມ​ພາຍ​ໃນ​ຕົວ​ເອງ. ດັ່ງ​ທີ່​ໂປ​ໂລ​ໄດ້​ກ່າວ:

“ສ່ວນ​ເລິກ​ໃນ​ຈິດ​ໃຈ​ຂອງ​ເຮົາ​ແລ້ວ ເຮົາ​ກໍ​ພໍ​ໃຈ​ປິ​ຕິ​ຍິນ​ດີ​ກັບ​ກົດ​ບັນ​ຍັດ​ຂອງ​ພຣະ​ເຈົ້າ;

“ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງ​ກາຍ​ຂອງ​ເຮົາ ຊຶ່ງ​ຕໍ່​ສູ້​ກັບ​ກົດ​ແຫ່ງ​ຈິດ​ໃຈ​ຂອງ​ເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະ​ເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະ​ໄວ​ຍະ​ວະ​ຂອງ​ເຮົາ.”12

ພຣະ​ເຢ​ຊູ​ກໍ​ເປັນ​ບຸກ​ຄົນ​ທີ່​ມີ​ຮ່າງ​ກາຍ ແລະ ວິນ​ຍານ​ເຊັ່ນ​ກັນ. ພຣະ​ອົງ​ໄດ້​ຖືກ​ທົດ​ສອບ; ພຣະ​ອົງ​ເຂົ້າ​ໃຈ; ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ບັນ​ລຸ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ພາຍ​ໃນ​ໄດ້.13 ສະ​ນັ້ນ, ໂດຍ​ອາ​ໄສ​ແສງ​ສະ​ຫວ່າງ ແລະ ພຣະ​ຄຸນ​ຂອງ​ພຣະ​ຄຣິດ, ເຮົາ​ຈຶ່ງ​ພະ​ຍາ​ຍາມ​ໃຫ້​ວິນ​ຍານ​ຂອງ​ເຮົາ—ແລະ ພຣະ​ວິນ​ຍານ​ສັກ​ສິດ—ມີ​ອຳ​ນາດ​ເໜືອ​ຮ່າງ​ກາຍ. ແລະ ເມື່ອ​ເຮົາ​ຜິດ​ພາດ, ພຣະ​ຄຣິດ, ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ໄດ້​ມອບ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ແລະ ໂອ​ກາດ​ໃຫ້​ລອງ​ໃໝ່​ອີກ.

ຖ້າ​ຫາກ​ເຮົາ​ແຕ່​ລະ​ຄົນ “ສວມ​ຊີ​ວິດ​ຂອງ​ພຣະ​ຄຣິດ,” ແລ້ວ​ເຮົາ​ສາ​ມາດ​ຫວັງ​ທີ່​ຈະ​ກາຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້, ດັ່ງ​ທີ່​ໂປ​ໂລ​ໄດ້​ກ່າວ​ວ່າ, “ພຣະ​ກາຍ​ຂອງ​ພຣະ​ຄຣິດ.”14 ແນ່​ນອນ ເພື່ອ​ທີ່​ຈະ “ສວມ​ຊີ​ວິດ​ຂອງ​ພຣະ​ຄຣິດ” ລວມ​ທັງ​ການ​ເຮັດ​ໃຫ້ “ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ”15 ເປັນ​ການ​ຜູກ​ມັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ຂອງ​ເຮົາ, ແລະ ຖ້າ​ຫາກ​ເຮົາ​ຮັກ​ພຣະ​ເຈົ້າ, ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.16

ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ ຈະ​ເຕີບ​ໂຕ​ຂຶ້ນ​ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງ—ຊຶ່ງ​ກ່ຽວ​ພັນ​ກັບ​ຂໍ້​ທຳ​ອິດ​ຢ່າງ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້—ໃຫ້​ຮັກ​ຄົນ​ອື່ນ​ເໝືອນ​ຮັກ​ຕົນ​ເອງ.17 ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ທີ່​ສົມ​ບູນ​ແບບ​ຫລາຍ​ຂຶ້ນ​ຈະ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຮົາ ຖ້າ​ຫາກ​ເຮົາ​ເຮັດ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ຕິ​ບັດ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ນີ້​ຢ່າງ​ສູງ​ກວ່າ ແລະ ສັກ​ສິດ​ກວ່າ​—ເພື່ອ​ຮັກ​ຊຶ່ງ​ກັນ​ແລະ​ກັນ ບໍ່​ພຽງ​ແຕ່​ເໝືອນ​ເຮົາ​ຮັກ​ຕົນ​ເອງ ແຕ່​ເໝືອນ ພຣະ​ອົງ ຊົງຮັກ​ເຮົາ.18 ສະ​ຫລຸບ​ແລ້ວ, ມັນ​ແມ່ນ “ໃຫ້​ທຸກ​ຄົນ​ສົນ​ໃຈ​ກັບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ແລະ ເຮັດ​ທຸກ​ສິ່ງ​ທັງ​ປວງ​ເພາະ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.”19

ປະ​ທານ​ແມ​ຣິ​ອອນ ຈີ ຣອມ​ນີ, ອະ​ດີດ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໃນ​ການ​ອະ​ທິ​ບາຍ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ, ໄດ້​ກ່າວ​ວ່າ:

“ຖ້າ​ຫາກ​ບຸກ​ຄົນ​ໜຶ່ງ, ຊຶ່ງ​ຍອມ​ຈຳ​ນົນ​ຕໍ່​ຊາ​ຕານ, ເຕັມ​ໄປ​ດ້ວຍ​ວຽກ​ງານ​ຂອງ​ເນື້ອ​ໜັງ, ເຂົາ​ກຳ​ລັງ​ເຮັດ​ສົງ​ຄາມ​ພາຍ​ໃນ​ຕົວ​ເອງ. ຖ້າ​ຫາກ​ສອງ​ຄົນ​ຍອມ​ຈຳ​ນົນ, ພວກ​ເຂົາ​ຕ່າງ​ກໍ​ເຮັດ​ສົງ​ຄາມ​ພາຍ​ໃນ​ຕົວ​ເອງ ແລະ ຕໍ່​ສູ້​ກັນ. ຖ້າ​ຫາກ​ຫລາຍ​ຄົນ​ຍອມ​ຈຳ​ນົນ, ສັງ​ຄົມ​ກໍ​ຈະ​ເກັບ​ກ່ຽວ​ຄວາມ​ຕຶງ​ຄຽດ ແລະ ການ​ຂັດ​ແຍ້ງ​ທີ່​ຍິ່ງ​ໃຫຍ່. ຖ້າ​ຫາກ​ຜູ້​ປົກ​ຄອງ​ປະ​ເທດ​ຍອມ​ຈຳ​ນົນ, ກໍ​ຈະ​ມີ​ການ​ຂັດ​ແຍ້ງ​ກັນ​ທົ່ວ​ໂລກ.”

ປະ​ທານ​ຣອມ​ນີ​ໄດ້​ກ່າວ​ຕື່ມ​ວ່າ: “ເນື່ອງ​ຈາກ​ວຽກ​ງານ​ຂອງ​ເນື້ອ​ໜັງ​ມີ​ຜົນ​ນຳ​ໃຊ້​ທົ່ວ​ໄປ, ສະ​ນັ້ນ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ເຊັ່ນ​ດຽວ​ກັນ. ຖ້າ​ຫາກ​ບຸກ​ຄົນ​ໜຶ່ງ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ, ເຂົາ​ຈະ​ມີ​ຄວາມ​ສະ​ຫງົບ​ສຸກ​ພາຍ​ໃນ​ຕົວ​ເອງ. ຖ້າ​ຫາກ​ສອງ​ຄົນ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ, ພວກ​ເຂົາ​ຕ່າງ​ກໍ​ມີ​ຄວາມ​ສະ​ຫງົບ​ສຸກ​ພາຍ​ໃນ​ຕົວ​ເອງ ແລະ ນຳ​ກັນ. ຖ້າ​ຫາກ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ, ປະ​ເທດ​ຊາດ​ກໍ​ມີ​ຄວາມ​ສະ​ຫງົບ​ສຸກ. ເມື່ອ​ມີ​ປະ​ເທດ​ຕ່າງໆ​ຫລາຍ​ພຽງ​ພໍ​ທີ່​ຈະ​ໄດ້​ຮັບ​ຜົນ​ແຫ່ງ​ພຣະ​ວິນ​ຍານ ເພື່ອ​ຄວບ​ຄຸມ​ກິດ​ຈະ​ການ​ຕ່າງໆ​ຂອງ​ໂລກ, ພຽງ​ແຕ່, ແລະ ພຽງ​ແຕ່​ເທົ່າ​ນັ້ນ, ທີ່​ສຽງ​ກອງ​ຂອງ​ສົງ​ຄາມ​ຈະ​ບໍ່​ດັງ​ອີກ​ຕໍ່​ໄປ, ແລະ ທຸງ​ເສິກ​ຈະ​ບໍ່​ປິວ. … (ເບິ່ງ Alfred Lord Tennyson, “Locksley Hall,” The Complete Poetical Works of Tennyson, ed. W. J. Rolfe, Boston: Houghton-Mifflin Co., 1898, p. 93, lines 27–28.)”20

ເມື່ອ​ເຮົາ “ສວມ​ຊີ​ວິດ​ຂອງ​ພຣະ​ຄຣິດ,” ມັນ​ເປັນ​ໄປ​ໄດ້​ທີ່​ຈະ​ແກ້​ໄຂ ຫລື ປະ​ຖິ້ມ​ຄວາມ​ແຕກ​ຕ່າງ, ຄວາມ​ບໍ່​ເຫັນ​ພ້ອມ, ແລະ ການ​ໂຕ້​ແຍ້ງ. ຕົວ​ຢ່າງ​ທີ່​ຂ້ອນ​ຂ້າງ​ໜ້າ​ຕື່ນ​ເຕັ້ນ​ຂອງ​ການ​ເອົາ​ຊະ​ນະ​ການ​ແບ່ງ​ແຍກ ມີ​ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ. ແອວ​ເດີ ບຣິ​ກຳ ເຮັນ​ຣີ ຣໍ​ເບີດສ໌ (ທີ່​ຮູ້​ຈັກ​ທົ່ວ​ໄປ​ໃນ​ນາມ ບີ ເອັຈ ຣໍ​ເບີດສ໌), ໄດ້​ເກີດ​ຢູ່​ໃນ​ປະ​ເທດ​ອັງ​ກິດ ໃນ​ປີ 1857, ໄດ້​ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສູງ​ສຸດ​ຂອງ​ສາ​ວົກ​ເຈັດ​ສິບ—ຊຶ່ງ​ປະ​ຈຸ​ບັນ​ພວກ​ເຮົາ​ຮູ້​ຈັກ​ກັນ​ວ່າ​ເປັນ ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ. ແອວ​ເດີ ຣໍ​ເບີດສ໌ ເປັນ​ຜູ້​ປົກ​ປ້ອງ​ທີ່​ມີ​ຄວາມ​ສາ​ມາດ ແລະ ບໍ່​ຮູ້​ອິດ​ເມື່ອຍ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ບາງ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ຫລາຍ​ທີ່​ສຸດ​ຂອງ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ບີ ເອັຈ ຣໍ​ເບີດສ໌ ຕອນ​ໜຸ່ມ

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ປີ 1895, ການ​ຮັບ​ໃຊ້​ຂອງ​ແອວ​ເດີ ຣໍ​ເບີດສ໌ ໃນ​ສາດ​ສະ​ໜາ​ຈັກ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຍ້ອນ​ການ​ຂັດ​ແຍ້ງ. ​ບີ  ເອັຈ ໄດ້​ເປັນ​ຕົວ​ແທນ​ໃນ​ການ​ປະ​ຊຸມ​ເພື່ອ​ເຮັດ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສຳ​ລັບ​ລັດ​ຢູ​ທາ ເມື່ອ​ມັນ​ກາຍ​ເປັນ​ລັດ. ພາຍ​ລຸນ​ມາ, ລາວ​ໄດ້​ຕັດ​ສິນ​ໃຈ​ສະ​ໝັກ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ແຕ່​ບໍ່​ໄດ້​ແຈ້ງ ຫລື ຂໍ​ອະ​ນຸ​ຍາດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ. ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ, ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ຕຳ​ນິ ບີ ເອັຈ ສຳ​ລັບ​ຄວາມ​ຜິດ​ພາດ​ນັ້ນ ຢູ່​ໃນ​ກອງ​ປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ​ສາ​ມັນ. ແອວ​ເດີ ຣໍ​ເບີດສ໌ ບໍ່​ຊະ​ນະ​ການ​ເລືອກ​ຕັ້ງ ແລະ ຮູ້​ສຶກ​ວ່າ​ຄວາມ​ຜ່າຍ​ແພ້​ສ່ວນ​ໃຫຍ່​ຂອງ​ລາວ​ແມ່ນ​ມາ​ຈາກ​ການ​ກ່າວ​ຂອງ​ປະ​ທານ​ສະ​ມິດ. ລາວ​ໄດ້​ວິ​ຈານ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ຄຳ​ປາ​ໄສ​ທາງ​ການ​ເມືອງ ແລະ ໃນ​ການ​ສຳ​ພາດ. ລາວ​ຖອນ​ຕົວ​ຈາກ​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ. ໃນ​ການ​ປະ​ຊຸມ​ທີ່​ຍາວ​ນານ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ​ກັບ​ສະ​ມາ​ຊິກ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ, ບີ ເອັຈ ກໍ​ຍັງ​ຍຶດ​ໝັ້ນ​ໃນ​ການ​ໃຫ້​ເຫດ​ຜົນ​ກັບ​ຕົວ​ເອງ​ຢູ່. ຕໍ່​ມາ, “ປະ​ທານ [ວິວ​ເຝີດ] ວູດ​ຣັບ ໄດ້​ໃຫ້​ເວ​ລາ [ແອວ​ເດີ ຣໍ​ເບີດສ໌] ສາມ​ອາ​ທິດ​ເພື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຕຳ​ແໜ່ງ​ຂອງ​ລາວ. ຖ້າ​ຫາກ​ລາວ​ຍັງ​ບໍ່​ກັບ​ໃຈ, ພວກ​ເພິ່ນ​ຈະ​ປົດ​ລາວ​ອອກ​ຈາກ​ການ​ເປັນ​ສາ​ວົກ​ເຈັດ​ສິບ.”21

ໃນ​ການ​ປະ​ຊຸມ​ສ່ວນ​ຕົວ​ຕໍ່​ມາ​ກັບ​ອັກ​ຄະ​ສາ​ວົກ ຮີ​ເບີ ເຈ ກະ​ແຣ້ນ ແລະ ແຟຣນ​ຊິສ ໄລ​ມັນ, ໃນ​ຕອນ​ຕົ້ນ ບີ ເອັຈ ກໍ​ຍັງ​ບໍ່​ຍອມ​ຮັບ, ແຕ່​ຄວາມ​ຮັກ ແລະ ພຣະ​ວິນ​ຍານ​ສັກ​ສິດ​ໄດ້​ເອົາ​ຊະ​ນະ​ໃນ​ທີ່​ສຸດ. ນ້ຳ​ຕາ​ຂອງ​ລາວ​ໄດ້​ໄຫລ​ອອກ​ມາ. ອັກ​ຄະ​ສາ​ວົກ​ທັງ​ສອງ​ສາ​ມາດ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຮູ້​ສຶກ​ເລັກ​ນ້ອຍ ແລະ ຄວາມ​ຜິດ​ບາງ​ຢ່າງ​ທີ່​ເປັນ​ບັນ​ຫາ​ໃຫ້ ບີ  ເອັຈ, ແລະ ເຂົາ​ເຈົ້າ​ໄດ້​ອອກ​ໄປ​ດ້ວຍ​ການ​ອ້ອນ​ວອນ​ຢ່າງ​ຈິງ​ໃຈ​ເພື່ອ​ໃຫ້​ຄືນ​ດີ​ກັນ. ໃນ​ເຊົ້າ​ຕໍ່​ມາ, ຫລັງ​ຈາກ​ອະ​ທິ​ຖານ​ຢ່າງ​ຍາວ​ນານ, ແອວ​ເດີ ຣໍ​ເບີດສ໌ ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ແອວ​ເດີ ກະ​ແຣ້ນ ແລະ ໄລ​ມັນ ວ່າ​ລາວ​ໄດ້​ກຽມ​ພ້ອມ​ທີ່​ຈະ​ກັບ​ຄືນ​ຫາ​ພວກ​ອ້າຍ​ນ້ອງ​ຂອງ​ລາວ.22

ຕໍ່​ມາ​ເມື່ອ​ລາວ​ໄດ້​ພົບ​ປະ​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ, ແອວ​ເດີ ຣໍ​ເບີດສ໌ ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ໄດ້​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ສະ​ຫວ່າງ ແລະ ຄຳ​ແນະ​ນຳ​ຜ່າງ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ຍິນ​ຍອມ​ຢູ່​ໃຕ້​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ.”23 ດ້ວຍ​ຄວາມ​ຮັກ​ຂອງ​ລາວ​ທີ່​ມີ​ຕໍ່​ພຣະ​ເຈົ້າ, ບີ ເອັຈ ຣໍ​ເບີດສ໌ ຈຶ່ງ​ໄດ້​ສືບ​ຕໍ່​ເປັນ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຊື່​ສັດ ແລະ ມີ​ຄວາມ​ສາ​ມາດ ຈົນ​ເຖິງ​ວາ​ລະ​ສຸດ​ທ້າຍ​ຂອງ​ຊີ​ວິດ​ລາວ.24

ຮູບ​ພາບ
ແອວ​ເດີ ບີ ເອັຈ ຣໍ​ເບີດສ໌

ເຮົາ​ກໍ​ສາ​ມາດ​ເຫັນ​ໄດ້​ຈາກ​ຕົວ​ຢ່າງ​ນີ້​ວ່າ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພຽງ​ແຕ່​ເຫັນ​ພ້ອມ ວ່າ​ທຸກ​ຄົນ​ຄວນ​ເຮັດ​ສິ່ງ​ທີ່​ຕົນ​ຕ້ອງ​ການ” ຫລື ໄປ​ຕາມ​ທາງ​ຂອງ​ຕົນ. ເຮົາ​ບໍ່​ສາ​ມາດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້ ເວັ້ນ​ເສຍ​ແຕ່​ເຮົາ​ທຸກ​ຄົນ​ຈະ​ທຸ້ມ​ເທ​ຄວາມ​ພະ​ຍາ​ຍາມ ເພື່ອ​ອຸ​ດົມ​ການ​ດຽວ​ກັນ. ໝາຍ​ຄວາມ​ວ່າ, ໃນ​ຖ້ອຍ​ຄຳ​ຂອງ​ບີ ເອັຈ ຣໍ​ເບີດສ໌, ນັ້ນ​ຄື​ການ​ຍິນ​ຍອມ​ຢູ່​ໃຕ້​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ເຮົາ​ແຕ່​ລະ​ຄົນ​ຕ່າງ​ກໍ​ເປັນ​ອະ​ໄວ​ຍະ​ວະ​ພາກ​ສ່ວນ​ໜຶ່ງ​ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ, ເຮັດ​ໜ້າ​ທີ່​ຕ່າງ​ກັນ ໃນ​ເວ​ລາ​ທີ່​ແຕກ​ຕ່າງ​ກັນ—ຫູ, ຕາ, ຫົວ, ມື, ຕີນ—ແຕ່​ທັງ​ໝົດ​ເປັນ​ຮ່າງ​ກາຍ​ດຽວ.25 ສະ​ນັ້ນ, ເປົ້າ​ໝາຍ​ຂອງ​ເຮົາ​ຄື “ເພື່ອ​ບໍ່​ໃຫ້​ມີ​ການ​ຍາດ​ແຍ່ງ​ກັນ​ໃນ​ຮ່າງ​ກາຍ, ແຕ່​ໃຫ້​ທຸກ​ພາກ​ສ່ວນ​ຫ່ວງ​ໃຍ​ຊຶ່ງ​ກັນ​ແລະ​ກັນ.”26

ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ບໍ່​ຕ້ອງ​ການ​ຄວາມ​ເປັນ​ຢ່າງ​ດຽວ​ກັນ, ແຕ່​ຕ້ອງ​ການ​ຄວາມ​ປອງ​ດອງ​ກັນ. ເຮົາ​ສາ​ມາດ​ຜູກ​ພັນ​ຫົວ​ໃຈ​ເຂົ້າ​ກັນ​ໃນ​ຄວາມ​ຮັກ, ເປັນ​ໜຶ່ງ​ໃນ​ສັດ​ທາ ແລະ ຄຳ​ສອນ, ແລະ ຍັງ​ຄົງ​ເຊຍ​ທີມ​ຕ່າງໆ, ບໍ່​ເຫັນ​ດ້ວຍ​ກັບ​ປະ​ເດັນ​ທາງ​ການ​ເມືອງ​ຕ່າງໆ, ຖົກ​ຖຽງ​ເລື່ອງ​ເປົ້າ​ໝາຍ ແລະ ວິ​ທີ​ທີ່​ຖືກ​ຕ້ອງ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ, ແລະ ອື່ນໆ​ອີກ​ຢ່າງ​ຫລວງ​ຫລາຍ. ແຕ່​ເຮົາ​ບໍ່​ສາ​ມາດ​ບໍ່​ເຫັນ​ດ້ວຍ ຫລື ຂັດ​ແຍ້ງ​ດ້ວຍ​ຄວາມ​ໂມ​ໂຫ ຫລື ດູ​ຖູກ​ກັນ​ແລະ​ກັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ເພາະ​ຕາມ​ຈິງ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິ​ດາ​ຂອງ​ການ​ຂັດ​ແຍ້ງ ແລະ ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.

“ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ຄຳ​ສອນ​ຂອງ​ເຮົາ​ທີ່​ຈະ​ຍຸ​ຍົງ​ໃຈ​ຂອງ​ມະນຸດ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ຕໍ່​ກັນ; ແຕ່​ນີ້​ເປັນ​ຄຳ​ສອນ​ຂອງ​ເຮົາ​ຄື ຄວນ​ໃຫ້​ເລື່ອງ​ເຊັ່ນ​ນັ້ນ​ໝົດ​ໄປ.”27

ປີ​ແລ້ວ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຂໍ​ຮ້ອງ​ເຮົາ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ສາ​ມາດ​ຄວບ​ຄຸມ​ປະ​ເທດ​ຊາດ, ຫລື ການ​ກະ​ທຳ​ຂອງ​ຄົນ​ອື່ນ ຫລື ແມ່ນ​ແຕ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ​ເອງ. ແຕ່​ເຮົາ​ສາ​ມາດ​ຄວບ​ຄຸມ​ຕົວ​ເອງ​ໄດ້. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຄຳ​ຮຽກ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້, ຈົ່ງ​ຢຸດ​ຕິ​ການ​ຂັດ​ແຍ້ງ​ທີ່​ລຸກ​ລາມ​ຢູ່​ໃນ​ໃຈ ຂອງ​ທ່ານ, ໃນ​ບ້ານ​ເຮືອນ ຂອງ​ທ່ານ, ແລະ ໃນ​ຊີ​ວິດ ຂອງ​ທ່ານ. ຈົ່ງ​ຝັງ​ຄວາມ​ໂນ້ມ​ອຽງ​ໃດໆ ແລະ ທັງ​ໝົດ​ທີ່​ຈະ​ທຳ​ຮ້າຍ​ຄົນ​ອື່ນ—ບໍ່​ວ່າ​ຄວາມ​ໂນ້ມ​ອຽງ​ເຫລົ່າ​ນັ້ນ​ຈະ​ເປັນ​ອາ​ລົມ, ຄຳ​ເວົ້າ​ຮຸນ​ແຮງ, ຫລື ຄວາມ​ແຄ້ນ​ໃຈ​ຕໍ່​ຄົນ​ທີ່​ເຮັດ​ໃຫ້​ທ່ານ​ເຈັບ​ປວດ​ກໍ​ຕາມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ໄດ້​ບັນ​ຊາ​ເຮົາ​ໃຫ້​ປິ່ນ​ແກ້ມ​ອີກ​ເບື້ອງ​ໜຶ່ງ [ເບິ່ງ 3 ນີ​ໄຟ 12:39], ໃຫ້​ຮັກ​ສັດ​ຕູ​ຂອງ​ເຮົາ, ແລະ ໃຫ້​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ໃຊ້​ເຮົາ​ຢ່າງ​ໝິ່ນ​ປະ​ໝາດ [ເບິ່ງ 3 ນີ​ໄຟ 12:44].”28

ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ອີກ​ວ່າ ມັນ​ເປັນ​ພຽງ​ແຕ່​ໃນ ແລະ ຜ່ານ​ທາງ​ຄວາມ​ຈົງ​ຮັກ​ພັກ​ດີ ແລະ ຄວາມ​ຮັກ​ຂອງ​ເຮົາ​ເປັນ​ສ່ວນ​ບຸກ​ຄົນ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ມີ​ຄວາມ​ຫວັງ​ທີ່​ຈະ​ເປັນ​ໜຶ່ງ​ໄດ້—ເປັນ​ໜຶ່ງ​ພາຍ​ໃນ, ເປັນ​ໜຶ່ງ​ໃນ​ບ້ານ, ເປັນ​ໜຶ່ງ​ໃນ​ສາດ​ສະ​ໜາ​ຈັກ, ໃນ​ທີ່​ສຸດ ເປັນ​ໜຶ່ງ​ໃນ​ຊີ​ໂອນ, ແລະ ເໜືອ​ສິ່ງ​ອື່ນ​ໃດ, ເປັນ​ໜຶ່ງ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ​ຫາ​ເຫດ​ການ​ຂອງ​ອາ​ທິດ​ບໍ​ລິ​ສຸດ ແລະ ໃນ​ທີ່​ສຸດ ການ​ໄຊ​ຊະ​ນະ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ ວ່າ​ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ເໜືອ​ທຸກ​ສິ່ງ. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ເປັນ​ພະ​ຍານ​ວ່າ, ເມື່ອ​ຜູກ​ພັນ​ເຂົ້າ​ກັບ​ພຣະ​ອົງ​ໂດຍ​ພັນ​ທະ​ສັນ​ຍາ, ເຮົາ​ກໍ​ສາ​ມາດ​ເອົາ​ຊະ​ນະ​ທຸກ​ສິ່ງ ແລະ ກາຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ເປັນ​ພະ​ຍານ​ວ່າ ຜ່ານ​ທາງ​ພຣະ​ອົງ, ຄວາມ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ເປັນ​ຄວາມ​ຈິງ.

ເຊົ້າ​ມື້​ນີ້, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ ແລະ ທຸກ​ສິ່ງ​ທີ່​ນັ້ນ​ໝາຍ​ເຖິງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ