ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ສຳ​ລັບ​ຍຸກ​ສຸດ​ທ້າຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ສຳ​ລັບ​ຍຸກ​ສຸດ​ທ້າຍ

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ໄດ້​ເລືອກ​ແບບ​ແຜນ​ຂອງ​ການ​ເປີດ​ເຜີຍ​ຄວາມ​ຈິງ​ແກ່​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ.

ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ຂ້າ​ພະ​ເຈົ້າ​ມັກ​ວັນ​ເສົາ​ຫລາຍ ເພາະ​ທຸກ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໃນ​ມື້​ນັ້ນ ເບິ່ງ​ຄື​ວ່າ​ເປັນ​ການ​ພະ​ຈົນ​ໄພ. ແຕ່​ບໍ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ຫຍັງ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ມັກ​ຈະ​ມາ​ກ່ອນ​ສະ​ເໝີ—ຄື​ການ​ເບິ່ງ​ກະ​ຕູນ​ຢູ່​ໂທ​ລະ​ທັດ. ເຊົ້າ​ວັນ​ເສົາ​ມື້​ໜຶ່ງ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຢືນ​ຢູ່​ຂ້າງ​ໂທ​ລະ​ທັດ ແລະ ກຳ​ລັງ​ປ່ຽນ​ຊ້ອງ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ວ່າ ກະ​ຕູນ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຈະ​ພົບ ໄດ້​ຖືກ​ແທນ​ທີ່​ດ້ວຍ​ການ​ຖ່າຍ​ທອດ​ສົດ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂະ​ນະ​ທີ່​ກຳ​ລັງ​ເບິ່ງ​ໂທ​ລະ​ທັດ ແລະ ຄໍ່າ​ຄວນ​ເພາະ​ບໍ່​ມີ​ກະ​ຕູນ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຊາຍ​ຜົມ​ຫງອກ​ຄົນ​ໜຶ່ງ​ໃສ່​ຊຸດ ແລະ ກາ​ລະ​ວັດ ກຳ​ລັງ​ນັ່ງ​ຢູ່​ຕັ່ງ​ງາມໆ​ໜ່ວຍ​ໜຶ່ງ.

ມັນ​ມີ​ບາງ​ຢ່າງ​ທີ່​ແຕກ​ຕ່າງ​ກ່ຽວ​ກັບ​ເພິ່ນ, ຂ້າ​ພະ​ເຈົ້າ​ເລີຍ​ຖາມ​ອ້າຍ​ກົກ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ຜູ້​ນັ້ນ​ແມ່ນ​ໃຜ?”

ລາວ​ເວົ້າ​ວ່າ, “ນັ້ນ​ແມ່ນ​ປະ​ທານ​ເດ​ວິດ ໂອ ມິກ​ເຄ; ເພິ່ນ​ເປັນ​ສາດ​ສະ​ດາ.”

ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ຮູ້​ສຶກ​ບາງ​ຢ່າງ ແລະ ດ້ວຍ​ເຫດ​ໃດ​ເຫດ​ໜຶ່ງ ຮູ້​ວ່າ ເພິ່ນ​ເປັນ​ສາດ​ສະ​ດາ. ແລ້ວ, ຍ້ອນ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຊາຍ​ໜຸ່ມ​ທີ່​ບ້າ​ກະ​ຕູນ​ຫລາຍ, ຂ້າ​ພະ​ເຈົ້າ​ຈຶ່ງ​ປ່ຽນ​ຊ້ອງ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ລືມ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໃນ​ຊ່ວງ​ເວ​ລາ​ສັ້ນໆ ແຫ່ງ​ການ​ເປີດ​ເຜີຍ​ທີ່​ບໍ່​ຄາດ​ຄິດ​ນັ້ນ​ເລີຍ. ກັບ​ສາດ​ສະ​ດາ, ບາງ​ເທື່ອ​ກໍ​ໃຊ້​ເວ​ລາ​ພຽງ​ແຕ່​ບຶດ​ດຽວ​ກໍ​ຮູ້​ແລ້ວ.1

ການ​ທີ່​ຮູ້​ໂດຍ​ການ​ເປີດ​ເຜີຍ​ວ່າ ມີ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້ ປ່ຽນ​ແປງ​ທຸກ​ສິ່ງ.2 ມັນ​ເຮັດ​ໃຫ້​ຄົນໆ​ໜຶ່ງ​ບໍ່​ສົນ​ໃຈ​ທີ່​ຈະ​ໂຕ້​ຖຽງ​ກ່ຽວ​ກັບ​ວ່າ ເມື່ອ​ໃດ​ທີ່​ສາດ​ສະ​ດາ​ກ່າວ​ໃນ​ຖາ​ນະ​ສາດ​ສະ​ດາ ຫລື ບໍ່​ວ່າ​ຄົນໆ​ໜຶ່ງ​ຈະ​ມີ​ເຫດ​ຜົນ​ອັນ​ເໝາະ​ສົມ​ໃນ​ການ​ເລືອກ​ທີ່​ຈະ​ປະ​ຕິ​ເສດ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຫລື​ບໍ່.3 ຄວາມ​ຮູ້​ທີ່​ເປີດ​ເຜີຍ​ເຊັ່ນ​ນັ້ນ ເຊື້ອ​ເຊີນ​ຄົນໆ​ໜຶ່ງ​ໃຫ້​ເຊື່ອ​ໃນ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ເຖິງ​ແມ່ນ​ວ່າ ເຮົາ​ຈະ​ບໍ່​ເຂົ້າ​ໃຈ​ມັນ​ເປັນ​ຢ່າງ​ດີ​ກໍ​ຕາມ.4 ເຖິງ​ແນວ​ໃດ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຜູ້​ຊົງ​ດີ​ພ້ອມ ແລະ ມີ​ຄວາມ​ຮັກ ໄດ້​ເລືອກ​ແບບ​ແຜນ​ຂອງ​ການ​ເປີດ​ເຜີຍ​ຄວາມ​ຈິງ​ແກ່​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ, ຜູ້​ທີ່​ບໍ່​ເຄີຍ​ສະ​ແຫວງ​ຫາ​ໜ້າ​ທີ່​ອັນ​ສັກ​ສິດ​ນັ້ນ​ເລີຍ ແລະ ຜູ້​ທີ່​ບໍ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ​ໃນ​ການ​ເຕືອນ​ເພິ່ນ​ເຖິງ​ຄວາມ​ບໍ່​ດີ​ພ້ອມ​ຂອງ​ເພິ່ນ​ເອງ.5 ສາດ​ສະ​ດາ ແມ່ນ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ກຽມ, ເອີ້ນ, ແກ້​ໄຂ, ດົນ​ໃຈ, ກ່າວ​ຕິ​ຕຽນ, ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ແລະ ສະ​ໜັບ​ສະ​ໜູນ​ເປັນ​ການ​ສ່ວນ​ຕົວ.6 ນີ້​ຄື​ເຫດ​ຜົນ​ທີ່​ເຮົາ​ຈະ​ບໍ່​ມີ​ວັນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທາງ​ວິນ​ຍານ ເມື່ອ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ.

ບໍ່​ວ່າ​ເຮົາ​ຈະ​ມັກ​ຫລື​ບໍ່​ກໍ​ຕາມ, ເຮົາ​ທຸກ​ຄົນ​ໄດ້​ຖືກ​ເລືອກ​ໃນ​ຮູບ​ແບບ​ໃດ​ໜຶ່ງ​ໃນ​ຊີ​ວິດ​ກ່ອນ​ມາ​ສູ່​ແຜ່ນ​ດິນ​ໂລກ ໃຫ້​ມາ​ເກີດ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ມີ​ຄວາມ​ເປັນ​ຈິງ​ສອງ​ປະ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ຍຸກ​ສຸດ​ທ້າຍ. ຄວາມ​ເປັນ​ຈິງ​ທຳ​ອິດ​ກໍ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຈະ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ​ອີກ​ຄັ້ງ. ຄວາມ​ເປັນ​ຈິງ​ທີ​ສອງ​ກໍ​ຄື ສິ່ງ​ຕ່າງໆ​ຈະ​ມີ​ການ​ທ້າ​ທາຍ​ຫລາຍ. ພຣະ​ຄຳ​ພີ​ໄດ້​ເປີດ​ເຜີຍ​ວ່າ ໃນ​ຍຸກ​ສຸດ​ທ້າຍ “ພະ​ຍຸ​ໝາກ​ເຫັບ​ໃຫຍ່​ອັນ​ຮ້າຍ​ແຮງ​ຈະ​ຖືກ​ສົ່ງ​ໄປ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ແຜ່ນ​ດິນ​ໂລກ,”7 ໂຣກ​ລະ​ບາດ,8 “ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ, ແລະ ທັງ​ແຜ່ນ​ດິນ​ໂລກ ຈະ​ສັບ​ສົນ​ວຸ້ນ​ວາຍ, … ແລະ ຄວາມ​ຊົ່ວ​ຮ້າຍ​ຈະ​ມີ​ຢ່າງ​ຫລວງ​ຫລາຍ.”9

ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ, ຄຳ​ທຳ​ນາຍ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຢ້ານ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ບໍ່​ໃຫ້​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ມາ​ເຖິງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ—ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ວ່າ ຈົນ​ເຖິງ​ທຸກ​ມື້​ນີ້ ມັນ​ກໍ​ສຳ​ເລັດ​ແລ້ວ. ແຕ່​ດຽວ​ນີ້ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ສິ່ງ​ທີ່​ກົງ​ກັນ​ຂ້າມ, ເຖິງ​ແມ່ນ​ວ່າ​ການ​ທ້າ​ທາຍ​ທີ່​ໄດ້​ຖືກ​ທຳ​ນາຍ​ໄວ້​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ​ກໍ​ຕາມ,10 ເພາະ​ເມື່ອ​ພຣະ​ຄຣິດ​ສະ​ເດັດ​ກັບ​ຄືນ​ມາ​ປົກ​ຄອງ, ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ອົງ​ຈະ “ມີ​ຊີ​ວິດ​ຢູ່​ຢ່າງ​ສຸກ​ສະ​ບາຍ ແລະ ປອດ​ໄພ.”11

ສະ​ພາບ​ການ​ປະ​ຈຸ​ບັນ​ໃນ​ໂລກ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຕື່ນ​ຕົກ​ໃຈ. ໃນ​ຖາ​ນະ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ໄລ່​ຕາມ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ ເພື່ອ​ຈະ​ໄດ້​ຮູ້​ວິ​ທີ​ເດີນ​ທາງ​ຜ່ານ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ນີ້. ເຮົາ​ບໍ່​ຕ້ອງ​ຢ້ານ.12 ຄຳ​ສອນ ແລະ ຫລັກ​ທຳ​ທີ່​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕາມ ເພື່ອ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ ແລະ ອົດ​ທົນ​ທາງ​ຮ່າງ​ກາຍ ມີ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.13 ນັ້ນ​ຄື​ເຫດ​ຜົນ​ທີ່ ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ປະ​ກາດ​ວ່າ “ມັນ​ບໍ່​ແມ່ນ​ເລື່ອງ​ນ້ອຍ​ເລີຍ … ທີ່​ຈະ​ມີ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ທ່າມ​ກາງ​ພວກ​ເຮົາ.”14

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເປັນ​ພະ​ຍານ​ວ່າ “ພຣະ​ເຈົ້າ​ໄດ້​ສ້າງ​ຕັ້ງ​ແບບ​ແຜນ​ການ​ສິດ​ສອນ​ລູກໆ​ຂອງ​ພຣະ​ອົງ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ຜ່ານ​ທາງ​ສາດ​ສະ​ດາ​ຜູ້​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ເຮົາ​ວ່າ ພຣະ​ອົງ​ຈະ​ໃຫ້​ພອນ​ແກ່​ສາດ​ສະ​ດາ​ແຕ່​ລະ​ທ່ານ ແລະ ພຣະ​ອົງ​ຈະ​ອວຍ​ພອນ​ຜູ້​ທີ່​ເອົາ​ໃຈ​ໃສ່​ຕໍ່​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ.”15 ສະ​ນັ້ນ ຈຸດ​ສຳ​ຄັນ​ກໍ​ຄື ການ​ຕິດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.16 ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຕ່າງ​ຈາກ​ປຶ້ມ​ກະ​ຕູນ​ບູ​ຮານ ແລະ ລົດ​ຄລາສ​ຊິກ, ຄຳ​ສອນ​ຂອງ​ສາດ​ສະ​ດາ​ບໍ່​ໄດ້​ມີ​ຄ່າ​ຫລາຍ​ຂຶ້ນ​ຕາມ​ອາ​ຍຸ. ນີ້​ຄື​ເຫດ​ຜົນ​ທີ່​ເຮົາ​ບໍ່​ຄວນ​ສະ​ແຫວງ​ຫາ​ທີ່​ຈະ​ໃຊ້​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ອະ​ດີດ ເພື່ອ​ຍົກ​ເລີກ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.17

ຂ້າ​ພະ​ເຈົ້າ​ມັກ​ຄຳ​ອຸ​ປະ​ມາ​ທີ່​ພຣະ​ເຢ​ຊູ​ຄຣິດ​ໃຊ້​ໃນ​ການ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຂ້າ​ພະ​ເຈົ້າ​ຢາກ​ຈະ​ແບ່ງ​ປັນ​ຄຳ​ອຸ​ປະ​ມາ​ຂອງ​ຊີ​ວິດ​ຈິງ​ກັບ​ທ່ານ​ໃນ​ເຊົ້າ​ມື້​ນີ້.

ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ໂຮງ​ອາ​ຫານ​ໃນ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ກິນ​ເຂົ້າ​ທ່ຽງ. ຫລັງ​ຈາກ​ທີ່​ເອົາ​ຖາດ​ອາ​ຫານ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຂດ​ກິນ​ເຂົ້າ ແລະ ສັງ​ເກດ​ເຫັນ​ໂຕະ​ໜຶ່ງ​ທີ່​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ທັງ​ສາມ​ທ່ານ​ໄດ້​ນັ່ງ​ຢູ່, ພ້ອມ​ທັງ​ຕັ່ງ​ວ່າງ​ໜ່ວຍ​ໜຶ່ງ. ຄວາມ​ບໍ່​ໝັ້ນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ລ້ຽວ​ອອກ​ໄປ​ຈາກ​ໂຕະ​ນັ້ນ​ຢ່າງ​ໄວ​ວາ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ກ່າວ​ວ່າ, “ອາ​ເລັນ, ຢູ່​ນີ້​ມີ​ຕັ່ງ​ວ່າງ​ຢູ່​ໜ່ວຍ​ໜຶ່ງ. ມາ​ນັ່ງ​ກັບ​ພວກ​ເຮົາ​ໄວ.” ແລະ ຂ້າ​ພະ​ເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ.

ຕອນ​ໃກ້​ຈະ​ສິ້ນ​ສຸດ​ອາ​ຫານ​ທ່ຽງ, ຂ້າ​ພະ​ເຈົ້າ​ຕົກ​ໃຈ​ທີ່​ໄດ້​ຍິນ​ສຽງ​ດັງ​ໂຄບໆ, ແລະ ເມື່ອ​ຂ້າ​ພະ​ເຈົ້າ​ແນມ​ຂຶ້ນ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ທານ​ແນວ​ສັນ​ຕັ້ງ​ຂວດ​ນໍ້າ​ພລາສ​ຕິກ​ຂອງ​ເພິ່ນ​ຂຶ້ນ ແລ້ວ​ເຮັດ​ໃຫ້​ມັນ​ແບນ​ລົງ ແລະ ປິດ​ຝາ.

ແລ້ວ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ຖາມ​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ, “ປະ​ທານ​ແນວ​ສັນ, ເປັນ​ຫຍັງ​ທ່ານ​ຄື​ເຮັດ​ໃຫ້​ຂວດ​ນໍ້າ​ພລາສ​ຕິກ​ຂອງ​ທ່ານ​ແບນ?”

ເພິ່ນ​ຕອບ​ວ່າ, “ມັນ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ສຳ​ລັບ​ຜູ້​ທີ່​ຈັດ​ການ​ກັບ​ວັດ​ສະ​ດຸ​ທີ່​ສາ​ມາດ​ນຳ​ມາ​ໝູນ​ໃຊ້​ຄືນ​ໃໝ່ ເພາະ​ມັນ​ບໍ່​ກິນ​ພື້ນ​ທີ່​ຫລາຍ​ໃນ​ກະ​ຖັງ​ໝູນ​ໃຊ້.”

ຂະ​ນະ​ທີ່​ກຳ​ລັງ​ໄຕ່​ຕອງ​ຄຳ​ຕອບ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ໂຄບໆ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ໄປ​ທາງ​ຂວາ, ແລະ ປະ​ທານ​ໂອກສ໌ ກໍ​ໄດ້​ເຮັດ​ໃຫ້​ຂວດ​ນໍ້າ​ພລາສ​ຕິກ​ຂອງ​ເພິ່ນ​ແບນ ຄື​ກັນ​ກັບ​ຂອງ​ປະ​ທານ​ແນວ​ສັນ. ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ຢູ່​ທາງ​ຊ້າຍ, ແລະ ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ກຳ​ລັງ​ເຮັດ​ໃຫ້​ຂວດ​ນໍ້າ​ພລາສ​ຕິກ​ຂອງ​ເພິ່ນ​ແບນ, ເຖິງ​ແມ່ນ​ວ່າ ເພິ່ນ​ໄດ້​ໃຊ້​ຍຸດ​ທະ​ສາດ​ທີ່​ແຕກ​ຕ່າງ ໂດຍ​ເຮັດ​ໃນ​ຂະ​ນະ​ທີ່​ຂວດ​ນໍ້າ​ຢູ່​ໃນ​ລວງ​ນອນ, ຊຶ່ງ​ໃຊ້​ແຮງ​ຫລາຍ​ກວ່າ​ຕອນ​ທີ່​ຂວດ​ຕັ້ງ​ຂຶ້ນ​ຊື່​ກໍ​ຕາມ. ເມື່ອ​ສັງ​ເກດ​ເຫັນ​ເຊັ່ນ​ນີ້, ປະ​ທານ​ແນວ​ສັນ​ຈຶ່ງ​ໄດ້​ສະ​ແດງ​ເທັກ​ນິກ​ຂວດ​ຕັ້ງ​ໃຫ້​ເພິ່ນ​ເບິ່ງ​ຢ່າງ​ອ່ອນ​ໂຍນ ເພື່ອ​ເຮັດ​ໃຫ້​ຂວດ​ແບນ​ລົງ​ໄດ້​ງ່າຍ​ຂຶ້ນ.

ໃນ​ຈຸດ​ນັ້ນ, ຂ້າ​ພະ​ເຈົ້າ​ເນີ້ງ​ຕົວ​ໄປ​ຫາ​ປະ​ທານ​ໂອກສ໌ ແລະ ຖາມ​ເພິ່ນ​ຢ່າງ​ງຽບໆ​ວ່າ, “ການ​ເຮັດ​ໃຫ້​ຂວດ​ນໍ້າ​ພລາສ​ຕິກ​ແບນ ເປັນ​ຂໍ້​ກຳ​ນົດ​ໃໝ່​ຂອງ​ການ​ໝູນ​ໃຊ້​ຄືນ​ໃໝ່​ຂອງ​ໂຮງ​ອາ​ຫານ​ບໍ?”

ປະ​ທານ​ໂອກສ໌​ຕອບ​ດ້ວຍ​ຮອຍ​ຍິ້ມ​ຢູ່​ໃບ​ໜ້າ​ຂອງ​ເພິ່ນ​ວ່າ, “ເອົາ​ລະ, ອາ​ເລັນ, ເຮົາ​ຕ້ອງ​ເຮັດ​ຕາມ​ສາດ​ສະ​ດາ.”

ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ປະ​ທານ​ແນວ​ສັນ​ບໍ່​ໄດ້​ປະ​ກາດ​ຄຳ​ສອນ​ໃໝ່​ກ່ຽວ​ກັບ​ການ​ໝູນ​ໃຊ້​ຄືນ​ໃໝ່​ໃນ​ໂຮງ​ອາ​ຫານ​ມື້​ນັ້ນ. ແຕ່​ພວກ​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ການ​ຕອບ​ສະ​ໜອງ​ອັນ​ວ່ອງ​ໄວ18 ຂອງ​ປະ​ທານ​ໂອກສ໌ ແລະ ປະ​ທານ​ໄອ​ຣິງ ຕໍ່​ແບບ​ຢ່າງ​ຂອງ​ປະ​ທານ​ແນວ​ສັນ ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ທານ​ແນວ​ສັນ​ໃນ​ການ​ຊ່ວຍ​ສອນ​ວິ​ທີ​ທີ່​ດີ​ກວ່າ​ໃຫ້​ກັບ​ຜູ້​ທີ່​ກ່ຽວ​ຂ້ອງ.19

ຫລາຍ​ປີ​ກ່ອນ, ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ແບ່ງ​ປັນ​ຂໍ້​ສັງ​ເກດ ແລະ ຄຳ​ແນະ​ນຳ​ບາງ​ຢ່າງ​ທີ່​ກົງ​ກັບ​ສະ​ໄໝ​ຂອງ​ເຮົາ ຕາມ​ທີ່​ໄດ້​ມີ​ທຳ​ນາຍ​ໄວ້:

“ໃນ​ຫລາຍ​ເດືອນ ແລະ ຫລາຍ​ປີ​ຂ້າງ​ໜ້າ, ເຫດ​ການ​ຕ່າງໆ​ຈະ​ກຳ​ນົດ​ໃຫ້​ສະ​ມາ​ຊິກ​ແຕ່​ລະ​ຄົນ​ຕັດ​ສິນ​ໃຈ​ວ່າ ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຝ່າຍ​ປະ​ທານ​ສູງ​ສຸດ​ຫລື​ບໍ່. ສະ​ມາ​ຊິກ​ຈະ​ພົບ​ວ່າ​ມັນ​ຍາກ​ກວ່າ​ທີ່​ຈະ​ຢຸດ​ສະ​ງັກ​ເປັນ​ເວ​ລາ​ດົນ​ລະ​ຫວ່າງ​ຄວາມ​ຄິດ​ເຫັນ​ສອງ​ຢ່າງ. …

“… ຂໍ​ໃຫ້​ເຮົາ​ປະ​ບັນ​ທຶກ​ໄວ້ ເພື່ອ​ວ່າ​ການ​ເລືອກ​ຕ່າງໆ​ຈະ​ຊັດ​ເຈນ​ຂຶ້ນ, ໂດຍ​ການ​ໃຫ້​ຄົນ​ອື່ນ​ເຮັດ​ໃນ​ສິ່ງ​ທີ່​ເຂົາ​ຢາກ​ເຮັດ​ຕໍ່​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ. …

“ພຣະ​ເຢ​ຊູ​ໄດ້​ກ່າວ​ໄວ້​ວ່າ ເມື່ອ​ຕົ້ນ​ໝາກ​ເດື່ອ​ແຕກ​ໃບ​ອ່ອນ, ‘ລະ​ດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.’ … ດັ່ງ​ນັ້ນ ຈົ່ງ​ຮັບ​ຄຳ​ເຕືອນ​ວ່າ ລະ​ດູ​ຮ້ອນ​ໄດ້​ມາ​ເຖິງ​ພວກ​ເຮົາ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຢ່າ​ໄດ້​ຈົ່ມ​ກ່ຽວ​ກັບ​ຄວາມ​ຮ້ອນ​ເລີຍ!”20

ຄົນ​ລຸ້ນ​ໃໝ່​ກຳ​ລັງ​ເຕີບ​ໃຫຍ່​ຂຶ້ນ​ໃນ​ເວ​ລາ​ມີ​ໃບ​ໝາກ​ເດື່ອ ແລະ ຄວາມ​ຮ້ອນ​ຫລາຍ​ຂຶ້ນ. ຄວາມ​ເປັນ​ຈິງ​ນັ້ນ​ກຳ​ນົດ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ຂຶ້ນ​ໃນ​ຄົນ​ລຸ້ນ​ໃໝ່, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ເມື່ອ​ເວົ້າ​ເຖິງ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ. ເມື່ອ​ພໍ່​ແມ່​ເມີນ​ເສີຍ​ຕໍ່​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ສູນ​ເສຍ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ສຳ​ລັບ​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍິ່ງ​ໜ້າ​ເສົ້າ​ໄປ​ກວ່າ​ນັ້ນ ເຂົາ​ເຈົ້າ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ​ວ່າ ສິ່ງ​ທີ່​ສາດ​ສະ​ດາ​ກ່າວ​ນັ້ນ​ບໍ່​ສຳ​ຄັນ ຫລື ວ່າ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ສາ​ມາດ​ຖືກ​ເລືອກ​ຢິບ​ມາ​ໃຊ້​ໄດ້​ຄື​ແບບ​ຖາດ​ຊີ້ນ ໂດຍ​ທີ່​ບໍ່​ຄຳ​ນຶງ​ເຖິງ​ຜົນ​ທີ່​ຕາມ​ມາ​ຂອງ​ພາ​ວະ​ຂາດ​ສານ​ອາ​ຫານ​ທາງ​ຈິດ​ວິນ​ຍານ.

ຄັ້ງ​ໜຶ່ງ ແອວ​ເດີ ຣິ​ເຈີດ ແອວ ອີ​ແວນສ໌ ໄດ້​ສັງ​ເກດ​ວ່າ: “ພໍ່​ແມ່​ບາງ​ຄົນ​ເຂົ້າ​ໃຈ​ຜິດ​ວ່າ ເຂົາ​ເຈົ້າ​ສາ​ມາດ​ຜ່ອນ​ຜັນ​ເລັກ​ນ້ອຍ​ກັບ​ການ​ປະ​ພຶດ ແລະ ການ​ປະ​ຕິ​ບັດ​ຕາມ … ວ່າ​ເຂົາ​ເຈົ້າ​ສາ​ມາດ​ຖື​ເບົາ​ເລັກ​ນ້ອຍ​ກ່ຽວ​ກັບ​ພື້ນ​ຖານ ໂດຍ​ທີ່​ບໍ່​ກະ​ທົບ​ກະ​ເທືອນ​ຕໍ່​ຄອບ​ຄົວ ຫລື ອະ​ນາ​ຄົດ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ແຕ່​ຖ້າ​ພໍ່​ແມ່​ອອກ​ນອກ​ລູ່​ນອກ​ທາງ​ໜ້ອຍ​ໜຶ່ງ, ລູກໆ​ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ເກີນ​ກວ່າ​ແບບ​ຢ່າງ​ຂອງ​ພໍ່​ແມ່.”21

ໃນ​ຖາ​ນະ​ຄົນ​ລຸ້ນ​ໜຶ່ງ​ທີ່​ມີ​ພາ​ລະ​ໜ້າ​ທີ່​ອັນ​ສັກ​ສິດ​ໃນ​ການ​ກຽມ​ຄົນ​ລຸ້ນ​ໃໝ່​ໃຫ້​ພ້ອມ​ຮັບ​ບົດ​ບາດ​ທີ່​ໄດ້​ທຳ​ນາຍ​ໄວ້​ໃນ​ຍຸກ​ສຸດ​ທ້າຍ​ນີ້,22 ຊຶ່ງ​ບົດ​ບາດ​ດັ່ງ​ກ່າວ​ຈະ​ຕ້ອງ​ບັນ​ລຸ​ຜົນ​ໃນ​ຊ່ວງ​ເວ​ລາ​ທີ່​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ​ຢູ່​ຈຸດ​ສູງ​ສຸດ,23 ເຮົາ​ຈະ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ສັບ​ສົນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ບໍ່​ໄດ້. ແມ່ນ​ຄຳ​ແນະ​ນຳ​ນັ້ນ​ເອງ ທີ່​ຈະ​ໃຫ້​ຄົນ​ລຸ້ນ​ໃໝ່​ໄດ້​ເຫັນ “ສັດ​ຕູ​ໃນ​ຂະ​ນະ​ທີ່​ເຂົາ​ຍັງ​ຢູ່​ໄກ; ແລະ ເມື່ອ​ນັ້ນ [ເຂົາ] ຈະ​ໄດ້​ຕຽມ​ພ້ອມ” ທີ່​ຈະ​ຕ້ານ​ທານ​ກັບ​ການ​ໂຈມ​ຕີ​ຂອງ​ສັດ​ຕູ.24 ການ​ຫັນ​ເຫ, ການ​ເມີນ​ເສີຍ​ທີ່​ມິດ​ງຽບ, ຫລື ການ​ກະ​ຊິບ​ວິ​ພາກ​ວິ​ຈານ​ຂອງ​ເຮົາ​ຕໍ່​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ​ນີ້ ອາດ​ສົ່ງ​ຜົນ​ໃຫ້​ເຮົາ​ຍ່າງ​ໃກ້​ຂອບ​ຂອງ​ເສັ້ນ​ທາງ​ພັນ​ທະ​ສັນ​ຍາ​ຢ່າງ​ອັນ​ຕະ​ລາຍ; ແຕ່​ເມື່ອ​ຖືກ​ຂະ​ຫຍາຍ​ໂດຍ​ຜູ້​ປໍ​ລະ​ປັກ​ໃນ​ຊີ​ວິດ​ຂອງ​ຄົນ​ລຸ້ນ​ໃໝ່​ແລ້ວ, ການ​ກະ​ທຳ​ເຊັ່ນ​ນັ້ນ ອາດ​ຊັກ​ຈູງ​ພວກ​ເຂົາ​ໃຫ້​ອອກ​ໄປ​ຈາກ​ເສັ້ນ​ທາງ​ນັ້ນ​ໂດຍ​ສິ້ນ​ເຊີງ. ຜົນ​ສະ​ທ້ອນ​ເຊັ່ນ​ນັ້ນ​ຈະ​ຮ້າຍ​ແຮງ​ຕໍ່​ຫລາຍ​ລຸ້ນ​ຄົນ.25

ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ຮູ້​ສຶກ​ວ່າ​ຂາດ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຖ້າ​ເປັນ​ເຊັ່ນ​ນັ້ນ, ຈົ່ງ​ກັບ​ໃຈ; ເລີ່ມ​ໃໝ່​ອີກ​ຄັ້ງ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ໄດ້​ຮັບ​ການ​ເລືອກ​ຈາກ​ພຣະ​ເຈົ້າ. ເອົາ​ສິ່ງ​ລົບ​ກວນ​ເຊັ່ນ​ກະ​ຕູນ​ເດັກ​ນ້ອຍ​ອອກ​ໄປ ແລະ ໄວ້​ວາງ​ໃຈ​ໃນ​ຜູ້​ທີ່​ຖືກ​ເຈີມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ປິ​ຕິ​ຍິນ​ດີ ເພາະ​ອີກ​ຄັ້ງ​ໜຶ່ງ “ຢູ່​ທີ່​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ​ນີ້​ມີ [ສາດ​ສະ​ດາ] ຄົນ​ໜຶ່ງ.”26

ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ບໍ່​ແນ່​ໃຈ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ສາ​ມາດ​ຕ້ານ​ທານ​ກັບ​ຄວາມ​ຮ້ອນ​ຂອງ​ຍຸກ​ສຸດ​ທ້າຍ ແລະ ກ້າວ​ໜ້າ​ໃນ​ນັ້ນ​ໄດ້. ເຮົາ​ຄື​ໄພ່​ພົນ​ໃນ​ຍຸກ​ສຸດ​ທ້າຍ, ແລະ ນີ້​ແມ່ນ​ຍຸກ​ທີ່​ຍິ່ງ​ໃຫຍ່. ເຮົາ​ໄດ້​ຮ້ອນ​ໃຈ​ເພື່ອ​ມາ​ສູ່​ໂລກ​ນີ້​ໃນ​ເວ​ລາ​ນີ້, ໂດຍ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ເຮົາ​ຈະ​ບໍ່​ຖືກ​ຖິ້ມ​ໃຫ້​ຕຳ​ສະ​ດຸດ ເມື່ອ​ປະ​ເຊີນ​ໜ້າ​ກັບ​ໝອກ​ທີ່​ມືດ​ມົນ ແລະ ສັບ​ສົນ​ຂຶ້ນ​ຂອງ​ຜູ້​ປໍ​ລະ​ປັກ27 ແຕ່​ຮັບ​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳ​ຈາກ​ຜູ້​ທີ່​ໄດ້​ຮັບ​ສິດ​ອຳ​ນາດ​ໃຫ້​ກ່າວ​ແກ່​ເຮົາ ແລະ ທັງ​ທົ່ວ​ໂລກ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້.”28 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ສາດ​ສະ​ດາ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ຂຶ້ນ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ,29 ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເມື່ອ​ບໍ່​ດົນ​ມາ​ນີ້ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ບັນ​ດາ​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ໃຫ້​ມີ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ແບບ​ດຽວ​ກັນ: “ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ວ່າ ພວກ​ເຮົາ​ເປັນ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້​ບໍ່. ຖາມ​ວ່າ​ພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃນ​ເລື່ອງ​ນີ້ ແລະ ເລື່ອງ​ອື່ນໆ​ບໍ່” (“The Love and Laws of God” [Brigham Young University devotional, Sept. 17, 2019], speeches.byu.edu). ເບິ່ງ Neil L. Andersen, “The Prophet of God,” Liahona, May 2018, 26–27 ນຳ​ອີກ: “ເຮົາ​ມີ​ສິດ​ທິ​ພິ​ເສດ ໃນ​ຖາ​ນະ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ສ່ວນ​ຕົວ ວ່າ​ປະ​ທານ​ແນວ​ສັນ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ.” ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ແອວ​ມາ​ຈາກ​ການ​ຟັງ​ສາດ​ສະ​ດາ​ອະ​ບີ​ນາ​ໄດ ໃຫ້​ຫລັກ​ຖານ​ເພີ່ມ​ເຕີມ​ວ່າ ການ​ເປີດ​ເຜີຍ​ກ່ຽວ​ກັບ​ສາດ​ສະ​ດາ​ແມ່ນ​ມີ​ໄວ້​ສຳ​ລັບ​ເຮົາ​ທຸກ​ຄົນ (ເບິ່ງ ໂມ​ໄຊ​ຢາ 13:5; 17:2).

  2. “ພວກ​ເຮົາ​ມີ​ສາດ​ສະ​ດາ ຫລື ພວກ​ເຮົາ​ບໍ່​ມີ​ຫຍັງ​ເລີຍ; ແລະ ການ​ທີ່​ມີ​ສາດ​ສະ​ດາ, ພວກ​ເຮົາ​ກໍ​ມີ​ທຸກ​ຢ່າງ.” (Gordon B. Hinckley, “We Thank Thee, O God, for a Prophet,” Ensign, Jan. 1974, 122).

  3. “ພວກ​ເຂົາ​ເລີ່ມ​ບໍ່​ເຊື່ອ​ຖື​ໃນ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ; ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ຫລຽວ​ເບິ່ງ​ໜ້າ​ພວກ​ເຂົາ​ຢູ່” (ຮີ​ລາ​ມັນ 4:23; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:25 ນຳ​ອີກ). “ເຮົາ​ຮ້ອງ​ເພງ ແລະ ເຮັດ​ເຊັ່ນ​ນັ້ນ​ຢູ່​ເລື້ອຍໆ, ‘ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ ເພື່ອ​ນຳ​ພາ​ເຮົາ​ໃນ​ຍຸກ​ສຸດ​ທ້າຍ.’ ມີ​ຫລາຍ​ຄົນ​ທີ່ [ຄວນ] ຂຽນ​ຄຳ​ລົງ​ທ້າຍ​ວ່າ: ‘ໂດຍ​ມີ​ເງື່ອນ​ໄຂ​ວ່າ ເພິ່ນ​ນຳ​ພາ​ເຮົາ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ພໍ​ໃຈ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ’” (Teachings of Presidents of the Church: Heber J. Grant [2002], 80).

  4. “ບາງ​ເທື່ອ ເຮົາ​ຈະ​ຮັບ​ຄຳ​ແນະ​ນຳ​ທີ່​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ຫລື ເບິ່ງ​ຄື​ວ່າ​ຈະ​ໃຊ້​ກັບ​ເຮົາ​ບໍ່​ໄດ້, ເຖິງ​ແມ່ນ​ຫລັງ​ຈາກ​ການ​ອະ​ທິ​ຖານ ແລະ ການ​ໄຕ່​ຕອງ​ທີ່​ຖີ່​ຖ້ວນ​ແລ້ວ. ຢ່າ​ປະ​ຖິ້ມ​ຄຳ​ແນະ​ນຳ​ນັ້ນ, ແຕ່​ໃຫ້​ເກັບ​ມັນ​ໄວ້​ໃກ້ໆ. ຖ້າ​ຄົນ​ທີ່​ທ່ານ​ໄວ້​ໃຈ​ຍື່ນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ພຽງ​ແຕ່​ດິນ​ຊາຍ​ເທົ່າ​ນັ້ນ​ໃຫ້​ທ່ານ ໂດຍ​ສັນ​ຍາ​ວ່າ ມັນ​ມີ​ຄຳ​ປົນ​ຢູ່​ນຳ, ທ່ານ​ອາດ​ເກັບ​ມັນ​ໄວ້​ໃນ​ມື​ຊົ່ວ​ໄລ​ຍະ​ໜຶ່ງ​ຢ່າງ​ມີ​ສະ​ຕິ, ໂດຍ​ສັ່ນ​ມັນ​ເບົາໆ. ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ​ກັບ​ຄຳ​ແນະ​ນຳ​ຈາກ​ສາດ​ສະ​ດາ, ຫລັງ​ຈາກ​ເວ​ລາ​ຜ່ານ​ໄປ ເກັດ​ຄຳ​ກໍ​ເລີ່ມ​ປະ​ກົດ​ຂຶ້ນ ແລະ ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ກະ​ຕັນ​ຍູ” (Henry B. Eyring, “Finding Safety in Counsel,” Ensign, May 1997, 26; ເບິ່ງ 3 ນີ​ໄຟ 1:13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:14 ນຳ​ອີກ).

  5. ເບິ່ງ 2 ນີ​ໄຟ 4:17–18. “ຢ່າ​ໄດ້​ກ່າວ​ໂທດ​ຂ້າ​ພະ​ເຈົ້າ​ຍ້ອນ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ເພາະ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເພິ່ນ, … ແຕ່​ທາງ​ທີ່​ດີ​ຈົ່ງ​ຖວາຍ​ຄວາມ​ຂອບ​ຄຸນ​ແດ່​ພຣະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ພວກ​ເຮົາ​ໃຫ້​ປະ​ຈັກ​ແກ່​ທ່ານ, ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮຽນ​ຮູ້​ໃຫ້​ຮອບ​ຄອບ​ດີ​ກວ່າ​ທີ່​ພວກ​ເຮົາ​ເປັນ​ມາ” (ມໍ​ມອນ 9:31).

  6. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:6–8; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:47 ນຳ​ອີກ.

  7. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:16.

  8. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:97; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 87:6 ນຳ​ອີກ.

  9. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26, 27.

  10. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38.

  11. ໂຮ​ເສ​ອາ 2:18. “ເພາະ​ເຮົາ​ຈະ​ເປີດ​ເຜີຍ​ຕົວ​ເຮົາ​ຈາກ​ສະ​ຫວັນ ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່, ພ້ອມ​ດ້ວຍ​ໄພ່​ພົນ​ທັງ​ປວງ​ໃນ​ນັ້ນ, ແລະ ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ​ກັບ​ມະ​ນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ເປັນ​ເວ​ລາ​ພັນ​ປີ, ແລະ ຄົນ​ຊົ່ວ​ຈະ​ບໍ່​ຄົງ​ຢູ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:11).

  12. ເບິ່ງ 1 ນີ​ໄຟ 22:16–17; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23 ນຳ​ອີກ.

  13. “ເພາະ​ຈົ່ງ​ເບິ່ງ ຄົນ​ເຫລົ່າ​ນັ້ນ​ບໍ່​ຍອມ​ຮັບ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ດັ່ງ​ນັ້ນ, ຖ້າ​ຫາກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຫລັງ​ຈາກ​ເພິ່ນ​ໄດ້​ຮັບ​ບັນ​ຊາ​ໃຫ້​ໜີ​ຈາກ​ແຜ່ນ​ດິນ​ແລ້ວ, ຈົ່ງ​ເບິ່ງ, ເພິ່ນ​ຈະ​ຕ້ອງ​ຕາຍ​ຄື​ກັນ” (1 ນີ​ໄຟ 3:18; ເບິ່ງ 2 ນີ​ໄຟ 26:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:5 ນຳ​ອີກ).

  14. M. Russell Ballard, “His Word Ye Shall Receive,” Liahona, July 2001, 65.

  15. Russell M. Nelson, “Ask, Seek, Knock,” Liahona, Nov. 2009, 82. “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສາ​ມາດ​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ການ​ເຊື່ອ​ຟັງ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່” (The Teachings of Lorenzo Snow, ed. Clyde J. Williams [1996], 86).

  16. “ຈັບ​ຕາ​ເບິ່ງ​ຜູ້​ທີ່​ເປັນ​ປະ​ທານ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ມື້​ນີ້, ຫລື ມື້​ອື່ນ, ແລະ ກຳ​ນົດ​ແບບ​ແຜນ​ຊີ​ວິດ​ຂອງ​ທ່ານ​ຕາມ​ພວກ​ເພິ່ນ ແທນ​ທີ່​ຈະ​ໝົກ​ໝຸ້ນ​ຢູ່​ກັບ​ວ່າ ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ອາດ​ຈະ​ເບິ່ງ ຫລື ຄິດ ຫລື ເວົ້າ​ແນວ​ໃດ” (The Teachings of Harold B. Lee [1996], 525).

  17. ຄັ້ງ​ໜຶ່ງ ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ສັງ​ເກດ​ວ່າ “ຜູ້​ທີ່​ເຄີຍ​ຕົກ​ແຕ່ງ​ບ່ອນ​ຝັງ​ສົບ​ຂອງ​ສາດ​ສະ​ດາ​ທີ່​ຕາຍ​ໄປ​ແລ້ວ ບັດ​ນີ້ ກໍ​ເລີ່ມ​ທີ່​ຈະ​ແກວ່ງ​ກ້ອນ​ຫີນ​ໃສ່​ສາດ​ສະ​ດາ​ຜູ້​ທີ່​ມີ​ຊີ​ວິດ​ຢູ່” (The Teachings of Spencer W. Kimball, ed. Edward L. Kimball [1982], 462). “ຖ້ອຍ​ຄຳ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ໄດ້​ຍິນ, ໄຕ່​ຕອງ, ແລະ ເຮັດ​ຕາມ ແມ່ນ​ຖ້ອຍ​ຄຳ​ທີ່​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່” (Ronald A. Rasband, “The Things of My Soul,” Liahona, Nov. 2021, 40).

  18. “ເມື່ອ​ເຮົາ​ໄດ້​ຍິນ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສະ​ແດງ​ອອກ​ຜ່ານ​ຖ້ອຍ​ຄຳ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ການ​ຕອບ​ສະ​ໜອງ​ຂອງ​ເຮົາ​ຄວນ​ເປັນ​ໄປ​ໃນ​ທາງ​ບວກ ແລະ ວ່ອງ​ໄວ” (M. Russell Ballard, His Word Ye Shall Receive,” Liahona, July 2001, 65).

  19. “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ທີ່​ມີ​ຊີ​ວິດ​ຢູ່ ມາ​ຕະ​ຫລອດ. ເຖິງ​ແມ່ນ​ພວກ​ເພິ່ນ​ເປັນ​ມະ​ນຸດ​ໃນ​ຄວາມ​ເປັນ​ມະ​ຕະ ແລະ ຂາດ​ຕົກ​ບົກ​ພ່ອງ, ແຕ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຮັບ​ການ​ດົນ​ໃຈ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ອຸ​ປະ​ສັກ ທີ່​ຈະ​ທຳ​ຮ້າຍ​ຊີ​ວິດ​ທາງ​ວິນ​ຍານ ແລະ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ຜ່ານ​ຜ່າ​ຄວາມ​ເປັນ​ມະ​ຕະ​ໄປ​ຢ່າງ​ປອດ​ໄພ ສູ່​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ, ອັນ​ສູງ​ສົ່ງ, ແລະ ແຫ່ງ​ສະ​ຫວັນ​ຂອງ​ເຮົາ” (M. Russell Ballard, “God Is at the Helm,” Liahona, Nov. 2015, 24).

  20. Neal A. Maxwell, “A More Determined Discipleship,” Ensign, Feb. 1979, 69, 70.

  21. Richard L. Evans, “Foundations of a Happy Home,” ໃນ Conference Report, Oct. 1964, 135–36.

  22. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:11; ເບິ່ງ Robert D. Hales, “Our Duty to God: The Mission of Parents and Leaders to the Rising Generation,” Liahona, May 2010, 95–98 ນຳ​ອີກ.

  23. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14.

  24. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:54.

  25. ເບິ່ງ ໂມ​ໄຊ​ຢາ 26:1–4.

  26. 2 ກະ​ສັດ 5:8.

  27. “ພວກ​ເຈົ້າ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ ແລະ ພຣະ​ບັນ​ຍັດ​ທັງ​ໝົດ​ຂອງ​ລາວ ຊຶ່ງ​ລາວ​ຈະ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ເມື່ອ​ລາວ​ໄດ້​ຮັບ​ມັນ, … ເພາະ​ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ … ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳ​ນາດ​ແຫ່ງ​ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ, ແລະ ເຮັດ​ໃຫ້​ຟ້າ​ສະ​ຫວັນ​ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ນາມ​ຂອງ​ພຣະ​ອົງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:4, 6). “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ທີ່​ເຄີຍ​ເຮັດ​ຕາມ​ຄຳ​ສອນ ຫລື ຮັບ​ເອົາ​ຄຳ​ແນະ​ນຳ​ຈາກ​ຜູ້​ທີ່​ຢືນ​ໃນ​ຖາ​ນະ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ຫລົງ​ທາງ” (Doctrines of Salvation: Sermons and Writings of Joseph Fielding Smith, ed. Bruce R. McConkie [1998], 243).

  28. ເອ​ເຊ​ກຽນ 3:27. “ເພາະ​ຖ້ອຍ​ຄຳ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຮັບ, ກໍ​ຄື​ກັບ​ວ່າ​ມັນ​ມາ​ຈາກ​ປາກ​ຂອງ​ເຮົາ​ເອງ, ດ້ວຍ​ຄວາມ​ອົດ​ທົນ​ທີ່​ສຸດ ແລະ ສັດ​ທາ​ທັງ​ໝົດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:5).

  29. ເບິ່ງ 1 ນີ​ໄຟ 22:20–21; ເບິ່ງ 3 ນີ​ໄຟ 20:23 ນຳ​ອີກ.

ພິມ