ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023


ການ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ

ຂະ​ນະ​ທີ່​ທ່ານ​ກ້າວ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຈາກ​ການ​ບັບ​ຕິ​ສະ​ມາ​ໄປ​ເຖິງ​ພຣະ​ວິ​ຫານ ແລະ ຕະ​ຫລອດ​ຊີ​ວິດ, ຂ້າ​ພະ​ເຈົ້າ​ສັນ​ຍາ​ໃຫ້​ອຳ​ນາດ​ທ່ານ ເພື່ອ​ຈະ​ດຳ​ເນີນ​ຕໍ່​ໄປ ກົງ​ກັນ​ຂ້າມ​ກັບ​ກະ​ແສ​ຂອງ​ຊາວ​ໂລກ.

ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ອຸ​ທິດ​ພຣະ​ວິ​ຫານ ເບ​ເລັມ ບຣາ​ຊິນ. ມັນ​ໄດ້​ເປັນ​ຄວາມ​ຊື່ນ​ຊົມ​ທີ່​ໄດ້​ຢູ່​ກັບ​ສະ​ມາ​ຊິກ​ຜູ້​ອຸ​ທິດ​ຕົນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ບຣາ​ຊິນ. ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເມືອງ​ເບ​ເລັມ​ເປັນ​ປະ​ຕູ​ເຂົ້າ​ສູ່​ພາກ​ພື້ນ​ນັ້ນ ທີ່​ລວມ​ທັງ​ແມ່​ນ້ຳ​ທີ່​ມີ​ພະ​ລັງ​ຫລາຍ​ທີ່​ສຸດ​ໃນ​ໂລກ, ແມ່​ນ້ຳ​ອາ​ມາ​ຊອນ.

ເຖິງ​ແມ່ນ​ວ່າ​ກະ​ແສ​ນ້ຳ​ຈະ​ແຮງ​ກໍ​ຕາມ, ປີ​ລະ​ສອງ​ເທື່ອ​ຈະ​ມີ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຜິດ​ທຳ​ມະ​ຊາດ​ເກີດ​ຂຶ້ນ. ເມື່ອ​ພະ​ອາ​ທິດ, ພະ​ຈັນ ແລະ ໜ່ວຍ​ໂລກ​ຢູ່​ລຽນ​ກັນ​ພໍ​ດີໆ, ຄື້ນ​ທະ​ເລ​ຈະ​ໄຫລ​ລ່ອງ​ຂຶ້ນ​ໄປ​ຕາມ​ແມ່​ນ້ຳ, ກົງ​ກັນ​ຂ້າມ​ກັບ​ການ​ໄຫລ​ລ່ອງ​ຕາມ​ທຳ​ມະ​ຊາດ​ຂອງ​ນ້ຳ. ຄື້ນ​ທີ່​ສູງ​ເຖິງ 6 ແມັດ1 ເດີນ​ທາງ​ປະ​ມານ 50 ກິ​ໂລ​ແມັດ2 ໄຫລ​ຂຶ້ນ​ໄປ​ຕາມ​ແມ່​ນ້ຳ​ກໍ​ເຄີຍ​ຖືກ​ບັນ​ທຶກ​ໄວ້​ແລ້ວ. ປະ​ກົດ​ການ​ນີ້, ເປັນ​ທີ່​ຮູ້​ກັນ​ໂດຍ​ທົ່ວ​ໄປ​ວ່າ​ຄື້ນ​ຍູ້​ກັບ, ທີ່​ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ເອີ້ນ​ວ່າ pororoca [ໂປ​ໂຣ​ໂຣ​ກາ], ຫລື​ວ່າ “ສຽງ​ດັງ​ສະ​ໜັ່ນ​ແຮງ” ເພາະ​ສຽງ​ດັງ​ທີ່​ອອກ​ມາ​ຈາກ​ນັ້ນ. ເຮົາ​ສາ​ມາດ​ສະ​ຫລຸບ​ໄດ້​ຢ່າງ​ຖືກ​ຕ້ອງ​ວ່າ ແມ່ນ​ແຕ່​ແມ່​ນ້ຳ​ອາ​ມາ​ຊອນ​ທີ່​ຍິ່ງ​ໃຫຍ່​ກໍ​ຍັງ​ຕ້ອງ​ຍອມ​ຕໍ່​ອຳ​ນາດ​ແຫ່ງ​ສະ​ຫວັນ.

ເໝືອນ​ດັ່ງ​ແມ່​ນ້ຳ​ອາ​ມາ​ຊອນ, ເຮົາ​ກໍ​ມີ​ການ​ໄຫລ​ລ່ອງ​ທຳ​ມະ​ຊາດ​ໃນ​ຊີ​ວິດ​ຂອງ​ເຮົາ; ເຮົາ​ມັກ​ຈະ​ເຮັດ​ສິ່ງ​ທີ່​ເປັນ​ແບບ​ທຳ​ມະ​ຊາດ. ເໝືອນ​ດັ່ງ​ແມ່​ນ້ຳ​ອາ​ມາ​ຊອນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ເຮົາ​ກໍ​ສາ​ມາດ​ເຮັດ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຜິດ​ທຳ​ມະ​ຊາດ. ເຖິງ​ແນວ​ໃດ, ມັນ​ບໍ່​ແມ່ນ​ເລື່ອງ​ທຳ​ມະ​ຊາດ​ສຳ​ລັບ​ເຮົາ​ທີ່​ຈະ​ຖ່ອມ​ຕົວ, ອ່ອນ​ໂຍນ, ຫລື ເຕັມ​ໃຈ​ທີ່​ຈະ​ຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ແຕ່​ພຽງ​ແຕ່​ການ​ເຮັດ​ດັ່ງ​ນີ້​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ຖືກ​ປ່ຽນ​ແປງ, ກັບ​ຄືນ​ໄປ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ແລະ ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ​ໄດ້.

ແຕກ​ຕ່າງ​ຈາກ​ແມ່​ນ້ຳ​ອາ​ມາ​ຊອນ, ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຍອມ​ຕໍ່​ອຳ​ນາດ​ແຫ່ງ​ສະ​ຫວັນ ຫລື ຈະ “ດຳ​ເນີນ​ໄປ​ຕາມ​ກະ​ແສ​ຂອງ​ຊາວ​ໂລກ.”3 ການ​ດຳ​ເນີນ​ໄປ​ກົງ​ກັນ​ຂ້າມ​ກັບ​ກະ​ແສ​ຂອງ​ຊາວ​ໂລກ​ອາດ​ເປັນ​ເລື່ອງ​ຍາກ. ແຕ່​ເມື່ອ​ເຮົາ​ຍອມ​ຕໍ່ “ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ” ແລະ ປະ​ຖິ້ມ​ແນວ​ໂນ້ມ​ທີ່​ເຫັນ​ແກ່​ຕົວ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ,4 ເຮົາ​ສາ​ມາດ​ໄດ້​ຮັບ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ເຮົາ, ອຳ​ນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຍາກ​ໄດ້.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ເຮັດ​ສິ່ງ​ນີ້. ເພິ່ນ​ໄດ້​ສັນ​ຍາ​ວ່າ, “ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ … [ເພື່ອ​ຍົກ] ເຮົາ​ຂຶ້ນ​ເໜືອ​ແຮງ​ດຶງ​ດູດ​ຂອງ​ໂລກ​ທີ່​ຕົກ​ນີ້.”5 ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ຈະ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້, ພຽງ​ແຕ່​ເມື່ອ​ເຮົາ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ອົງ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ເທົ່າ​ນັ້ນ.

ກ່ອນ​ໂລກ​ຖືກ​ສ້າງ, ພຣະ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ພັນ​ທະ​ສັນ​ຍາ​ເພື່ອ​ເປັນ​ກົນ​ໄກ​ຊຶ່ງ​ຜ່ານ​ທາງ​ນັ້ນ​ເຮົາ, ລູກໆ​ຂອງ​ພຣະ​ອົງ, ຈະ​ລວມ​ຕົວ​ເຮົາ​ເອງ​ເຂົ້າ​ກັບ​ພຣະ​ອົງ. ອີງ​ຕາມ​ກົດ​ນິ​ລັນ​ດອນ, ທີ່​ບໍ່​ປ່ຽນ​ແປງ, ພຣະ​ອົງ​ໄດ້​ກຳ​ນົດ​ເງື່ອນ​ໄຂ​ທີ່​ຕໍ່​ລອງ​ບໍ່​ໄດ້ ຊຶ່ງ​ໂດຍ​ທາງ​ນັ້ນ​ທີ່​ເຮົາ​ຈະ​ຖືກ​ປ່ຽນ​ແປງ, ຊ່ວຍ​ໃຫ້​ລອດ, ແລະ ຖືກ​ເຮັດ​ໃຫ້​ສູງ​ສົ່ງ. ໃນ​ຊີ​ວິດ​ນີ້, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ແລະ ສັນ​ຍາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະ​ເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ, ແລະ ໃນ​ການ​ຕອບ​ແທນ, ພຣະ​ເຈົ້າ​ສັນ​ຍາ​ຈະ​ປະ​ທານ​ພອນ​ບາງ​ຢ່າງ​ໃຫ້​ແກ່​ເຮົາ.6

ພັນ​ທະ​ສັນ​ຍາ​ຄື​ຄຳ​ສັນ​ຍາ​ທີ່​ເຮົາ​ຄວນ​ກະ​ກຽມ​ຈະ​ເຮັດ, ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ, ແລະ ໃຫ້​ກຽດ​ຢ່າງ​ແທ້​ຈິງ.7 ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແມ່ນ​ແຕກ​ຕ່າງ​ຈາກ​ການ​ໃຫ້​ຄຳ​ສັນ​ຍາ​ແບບ​ທຳ​ມະ​ດາ. ໜຶ່ງ, ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ຈຳ​ເປັນ. ສອງ, ຄຳ​ສັນ​ຍາ​ທີ່​ອ່ອນ​ແອ​ບໍ່​ມີ​ພະ​ລັງ​ເຊື່ອມ​ຕໍ່​ທີ່​ຈະ​ຍົກ​ເຮົາ​ຂຶ້ນ​ເໜືອ​ອິດ​ທິ​ພົນ​ຂອງ​ໂລກ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ພຽງ​ແຕ່​ເມື່ອ​ເຮົາ​ຕັ້ງ​ໃຈ​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ຕົວ​ເອງ ແທ້ໆ​ວ່າ​ຈະ​ຮັກ​ສາ​ມັນ​ໄວ້.8 ເຮົາ​ກາຍ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ຜູ້​ສືບ​ທອດ​ມໍ​ລະ​ດົກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ, ໂດຍ​ສະ​ເພາະ​ເມື່ອ​ເຮົາ​ພະ​ຍາ​ຍາມ​ເຮັດ​ໃຫ້​ພັນ​ທະ​ສັນ​ຍາ​ເປັນ​ສ່ວນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເອ​ກະ​ລັກ​ຂອງ​ເຮົາ.

ຄຳ​ທີ່​ວ່າ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ອ້າງ​ເຖິງ​ລຳ​ດັບ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ໂດຍ​ທາງ​ນັ້ນ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ອົງ. ຜ່ານ​ທາງ​ຄວາມ​ຜູກ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ນີ້, ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ເສັ້ນ​ທາງ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ, ຕິດ​ຕາມ​ໂດຍ​ການ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.9 ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ເຮົາ​ເຂົ້າ​ສູ່​ເສັ້ນ​ທາງ​ເມື່ອ​ພຣະ​ອົງ​ໄດ້​ຮັບ​ບັບ​ຕິ​ສະ​ມາ.10 ອີງ​ຕາມ​ເລື່ອງ​ລາວ​ພຣະ​ກິດ​ຕິ​ຄຸນ​ພຣະ​ຄຳ​ພີ​ໃໝ່ ຢູ່​ໃນ​ມາ​ຣະ​ໂກ ແລະ ລູ​ກາ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກ່າວ​ຕໍ່​ພຣະ​ເຢ​ຊູ​ໂດຍ​ກົງ​ຢູ່​ທີ່​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ອົງ, ໂດຍ​ກ່າວ​ວ່າ, “ທ່ານ​ເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ; ເຮົາ​ພໍ​ໃຈ​ນຳ​ທ່ານ​ຫລາຍ.” ເມື່ອ​ເຮົາ​ເລີ່ມ​ຕົ້ນ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ, ຂ້າ​ພະ​ເຈົ້າ​ສາ​ມາດ​ວາດ​ພາບ​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່າວ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ເຮົາ​ແຕ່​ລະ​ຄົນ​ວ່າ: “ເຈົ້າ​ເປັນ​ລູກ​ທີ່​ຮັກ​ຂອງ​ເຮົາ ຜູ້​ຊຶ່ງ​ເຮົາ​ຊື່ນ​ຊົມ. ດຳ​ເນີນ​ຕໍ່​ໄປ​ເຖີດ.”11

ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ,12 ເຮົາ​ເປັນ​ພະ​ຍານ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.13 ໃນ​ສະ​ພາບ​ການ​ນີ້, ໃຫ້​ເຮົາ​ຮັບ​ຮູ້​ພຣະ​ບັນ​ຍັດ​ຈາກ​ພຣະ​ຄຳ​ພີ​ເດີມ​ທີ່​ວ່າ, “ຢ່າ​ໃຊ້​ຊື່​ຂອງ​ເຮົາ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ.”14 ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ, ນີ້​ຈະ​ຟັງ​ຄື​ວ່າ​ເປັນ​ການ​ຫ້າມ​ບໍ່​ໃຫ້​ໃຊ້​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ບໍ່​ຄາ​ລະ​ວະ. ພຣະ​ບັນ​ຍັດ​ກໍ​ລວມ​ທັງ​ສິ່ງ​ນັ້ນ, ແຕ່​ຄຳ​ບັນ​ຊາ​ຂອງ​ມັນ​ຍິ່ງ​ເລິກ​ເຊິ່ງ​ຫລາຍ​ກວ່າ​ນັ້ນ. ໃນ​ພາ​ສາ​ເຮັບ​ເຣີ ຄຳ​ທີ່​ແປ​ວ່າ “ໃຊ້” ໝາຍ​ຄວາມ​ວ່າ “ຍົກ​ຂຶ້ນ” ຫລື “ຖື,” ດັ່ງ​ທີ່​ເຮົາ​ຍົກ​ທຸງ​ສັນ​ຍານ​ຂຶ້ນ​ທີ່​ລະ​ບຸ​ຕົວ​ເອງ​ກັບ ບຸກ​ຄົນ ຫລື ກຸ່ມ.15 ຄຳ​ທີ່​ແປ​ວ່າ “ຊົ່ວ​ຮ້າຍ” ໝາຍ​ຄວາມ​ວ່າ “ວ່າງ​ເປົ່າ” ຫລື “ຫລອກ​ລວງ.”16 ດັ່ງ​ນັ້ນ ພຣະ​ບັນ​ຍັດ​ທີ່​ວ່າ​ຢ່າ​ໃຊ້​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທາງ​ຊົ່ວ​ຮ້າຍ​ກໍ​ສາ​ມາດ​ໝາຍ​ຄວາມ​ວ່າ, “ທ່ານ​ບໍ່​ຄວນ​ລະ​ບຸ​ຕົວ​ເອງ​ວ່າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເວັ້ນ​ເສຍ​ແຕ່​ທ່ານ​ຕັ້ງ​ໃຈ​ຈະ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ອົງ​ເປັນ​ຢ່າງ​ດີ.”

ເຮົາ​ກາຍ​ເປັນ​ສາ​ນຸ​ສິດ ແລະ ຕົວ​ແທນ​ໃຫ້​ແກ່​ພຣະ​ອົງ​ເປັນ​ຢ່າງ​ດີ​ເມື່ອ​ເຮົາ​ຕັ້ງ​ໃຈ ແລະ ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເພີ່ມ​ຂຶ້ນ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ. ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໃຫ້​ອຳ​ນາດ​ເຮົາ​ທີ່​ຈະ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເພາະ​ວ່າ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຖືກ​ປ່ຽນ​ໄປ. ເຮົາ​ຖືກ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພວກ​ພຣະ​ອົງ​ໂດຍ​ຄວາມ​ຜູກ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ.

ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ນຳ​ພາ​ໄປ​ສູ່​ພິ​ທີ​ການ​ພຣະ​ວິ​ຫານ, ດັ່ງ​ເຊັ່ນ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ.17 ຂອງ​ປະ​ທານ​ສັກ​ສິດ​ຄື​ຂອງ​ປະ​ທານ​ແຫ່ງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ພຣະ​ເຈົ້າ ທີ່​ເຊື່ອມ​ຕໍ່​ເຮົາ​ເຂົ້າ​ກັບ​ພຣະ​ອົງ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ​ຫລາຍ​ຂຶ້ນ. ຢູ່​ໃນ​ພິ​ທີ​ຂອງ​ປະ​ທານ​ສັກ​ສິດ, ໜຶ່ງ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ, ທີ່​ຈະ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ; ສອງ, ທີ່​ຈະ​ກັບ​ໃຈ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ; ສາມ, ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ເຮັດ​ສິ່ງ​ນີ້​ໂດຍ ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຂະ​ນະ​ທີ່​ເຮົາ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ, ແລະ ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ. ສີ່, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ, ທີ່​ຈະ​ຮັກ​ສາ​ກົດ​ພົມ​ມະ​ຈັນ ແລະ, ຫ້າ, ທີ່​ຈະ​ອຸ​ທິດ​ຕົວ​ເຮົາ​ເອງ ແລະ ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ເຮົາ ເພື່ອ​ສ້າງ​ສາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.18

ໂດຍ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ, ເຮົາ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.19 ເຮົາ​ຮັບ​ເອົາ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ. ເຮົາ​ເຕີບ​ໂຕ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ສືບ​ຕໍ່​ຄົງ​ຢູ່​ເປັນ​ເດັກ​ນ້ອຍ​ທີ່​ບໍ່​ຮູ້​ຫຍັງ​ຕະ​ຫລອດ​ການ.20 ແຕ່, ເຮົາ​ດຳ​ລົງ​ຊີ​ວິດ​ດ້ວຍ​ທັດ​ສະ​ນະ​ນິ​ລັນ​ດອນ ແລະ ມີ​ແຮງ​ຈູງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ​ຫລາຍ​ຂຶ້ນ. ເຮົາ​ໄດ້​ຮັບ​ຄວາມ​ສາ​ມາດ​ເພີ່ມ​ຂຶ້ນ​ເພື່ອ​ຈະ​ເຮັດ​ໃຫ້​ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ຊ່ວງ​ມະ​ຕະ​ສຳ​ເລັດ. ເຮົາ​ຖືກ​ປົກ​ປ້ອງ​ຈາກ​ຄວາມ​ຊົ່ວ​ຮ້າຍ,21 ແລະ ເຮົາ​ມີ​ພະ​​ລັງ​ຫລາຍ​ຂຶ້ນ​ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ແລະ ກັບ​ໃຈ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ.22 ເມື່ອ​ເຮົາ​ເຮັດ​ຜິດ​ພາດ, ຄວາມ​ຊົງ​ຈຳ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ນັ້ນ. ໂດຍ​ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ເຮົາ​ກາຍ​ເປັນ pororoca [ໂປ​ໂຣ​ໂຣ​ກາ], ຂອງ​ເຮົາ​ເອງ, ສາ​ມາດ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ ກົງ​ກັນ​ຂ້າມ​ກັບ​ກະ​ແສ​ຂອງ​ຊາວ​ໂລກ, ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ແລະ ຈົນ​ເຖິງ​ນິ​ລັນ​ດອນ. ໃນ​ທີ່​ສຸດ, ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ຈະ​ຖືກ​ປ່ຽນ​ແປງ​ເພາະ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ນິ​ລັນ​ດອນ.23

ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ​ກໍ​ໃຫ້​ຄວາມ​ເຂັ້ມ​ແຂງ​ເຮົາ​ນຳ​ອີກ ເພື່ອ​ຈະ​ທົນ​ຕໍ່​ການ​ທົດ​ລອງ ແລະ ຄວາມ​ເຈັບ​ປວດ​ໃຈ​ໃນ​ຊີ​ວິດ​ມະ​ຕະ.24 ຄຳ​ສອນ​ທີ່​ກ່ຽວ​ພັນ​ກັບ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ເຮັດ​ໃຫ້​ເສັ້ນ​ທາງ​ຂອງ​ເຮົາ​ສະ​ດວກ ແລະ ໃຫ້​ຄວາມ​ຫວັງ, ການ​ປອບ​ໂຍນ, ແລະ ຄວາມ​ສະ​ຫງົບ​ສຸກ.

ຕູ້​ຍ່າ​ກັບ​ຕູ້​ປູ່​ຂອງ​ຂ້າ​ພະ​ເຈົ້າ ເລ​ນາ ໂຊ​ເຟຍ ແລະ ແມດສ໌ ລີ​ແອນ​ເດີ ເຣັນ​ລັນ ໄດ້​ຮັບ​ເອົາ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ເມື່ອ​ພວກ​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃນ​ປີ 1912 ໃນ​ປະ​ເທດ​ແຟງ​ລັງ. ພວກ​ເພິ່ນ​ດີ​ໃຈ​ທີ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ສາ​ຂາ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ປະ​ເທດ​ແຟງ​ລັງ.

ລີ​ແອນ​ເດີ​ໄດ້​ເສຍ​ຊີ​ວິດ​ຈາກ​ໂຣກ​ວັນ​ນະ​ໂລກ​ຫ້າ​ປີ​ຕໍ່​ຈາກ​ນັ້ນ​ຕອນ​ທີ່​ເລ​ນາ​ຖື​ພາ​ລູກ​ຄົນ​ທີ​ສິບ​ຂອງ​ພວກ​ເພິ່ນ. ລູກ​ຄົນ​ນັ້ນ, ພໍ່​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ເກີດ​ມາ​ສອງ​ເດືອນ​ຫລັງ​ຈາກ​ລີ​ແອນ​ເດີ​ໄດ້​ເສຍ​ຊີ​ວິດ​ໄປ. ໃນ​ທີ່​ສຸດ ເລ​ນາ​ບໍ່​ພຽງ​ແຕ່​ໄດ້​ຝັງ​ສາ​ມີ​ຂອງ​ເພິ່ນ​ເທົ່າ​ນັ້ນ ແຕ່​ລູກ​ເຈັດ​ຄົນ​ນຳ​ອີກ ໃນ​ຈຳ​ນວນ​ລູກ​ສິບ​ຄົນ​ຂອງ​ເພິ່ນ. ໃນ​ຖາ​ນະ​ແມ່​ໝ້າຍ​ທີ່​ຍາກ​ຈົນ, ເພິ່ນ​ໄດ້​ດີ້ນ​ລົນ​ຕໍ່​ສູ້. ເປັນ​ເວ​ລາ 20 ປີ ເພິ່ນ​ນອນ​ບໍ່​ຫລັບ​ສະ​ໜິດ​ຈັກ​ຄືນ. ຕອນ​ກາງ​ເວັນ, ເພິ່ນ​ໄດ້​ດີ້ນ​ລົນ​ເພື່ອ​ຈັດ​ຫາ​ອາ​ຫານ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ. ຕອນ​ກາງ​ຄືນ, ເພິ່ນ​ໄດ້​ດູ​ແລ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ກຳ​ລັງ​ຈະ​ຕາຍ. ມັນ​ຍາກ​ທີ່​ຈະ​ວາດ​ພາບ​ເຫັນ​ວ່າ​ເພິ່ນ​ໄດ້​ຮັບ​ມື​ແນວ​ໃດ.

ເລ​ນາ​ໄດ້​ບາກ​ບັ່ນ​ອົດ​ທົນ​ເພາະ​ເພິ່ນ​ຮູ້​ວ່າ​ສາ​ມີ ແລະ ລູກໆ​ຂອງ​ເພິ່ນ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ​ຈະ​ເປັນ​ຂອງ​ເພິ່ນ​ຊົ່ວ​ນິ​ລັນ​ດອນ. ຄຳ​ສອນ​ຂອງ​ພອນ​ພຣະ​ວິ​ຫານ, ລວມ​ທັງ​ວ່າ​ຄອບ​ຄົວ​ນິ​ລັນ​ດອນ​ນັ້ນ, ໄດ້​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ໃຫ້​ເພິ່ນ ເພາະ​ວ່າ​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ. ຂະ​ນະ​ທີ່​ຢູ່​ໃນ​ຊີ​ວິດ​ມະ​ຕະ, ເພິ່ນ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເພິ່ນ ຫລື ໄດ້​ຜະ​ນຶກ​ເຂົ້າ​ກັບ​ລີ​ແອນ​ເດີ, ແຕ່​ລີ​ແອນ​ເດີ​ຍັງ​ໄດ້​ເປັນ​ອິດ​ທິ​ພົນ​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ຂອງ​ເພິ່ນ ແລະ ເປັນ​ພາກ​ສ່ວນ​ຂອງ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ສຳ​ລັບ​ອະ​ນາ​ຄົດ.

ໃນ​ປີ 1938, ເລ​ນາ​ໄດ້​ສົ່ງ​ບັນ​ທຶກ​ເຂົ້າ​ໄປ​ເພື່ອ​ວ່າ​ພິ​ທີ​ການ​ພຣະ​ວິ​ຫານ​ຈະ​ຖືກ​ກະ​ທຳ​ແທນ​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ​ຂອງ​ເພິ່ນ, ບັນ​ທຶກ​ລຸ້ນ​ທຳ​ອິດ​ບາງ​ຈຳ​ນວນ​ໄດ້​ຖືກ​ສົ່ງ​ມາ​ຈາກ​ປະ​ເທດ​ແຟງ​ລັງ. ຫລັງ​ຈາກ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ, ຄົນ​ອື່ນ​ໄດ້​ກະ​ທຳ​ພິ​ທີ​ການ​ພຣະ​ວິ​ຫານ​ແທນ​ເພິ່ນ, ແທນ​ລີ​ແອນ​ເດີ, ແລະ ລູກໆ​ທີ່​ເສຍ​ຊີ​ວິດ​ຂອງ​ເພິ່ນ. ໂດຍ​ການ​ກະ​ທຳ​ແທນ, ເພິ່ນ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ເລ​ນາ ແລະ ລີ​ແອນ​ເດີ​ໄດ້​ຜະ​ນຶກ​ເຂົ້າ​ກັນ, ແລະ ລູກໆ​ທີ່​ເສຍ​ຊີ​ວິດ​ຂອງ​ພວກ​ເພິ່ນ ແລະ ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພວກ​ເພິ່ນ. ເໝືອນ​ດັ່ງ​ຄົນ​ອື່ນ, ເລ​ນາ “ໄດ້​ຕາຍ​ໄປ​ຂະ​ນະ​ທີ່​ມີ​ຄວາມ​ເຊື່ອ, ໂດຍ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນ​ຍາ​ໄວ້, ແຕ່​ພວກ​ເພິ່ນ​ກໍ​ໄດ້​ເຫັນ ແລະ ຕ້ອນ​ຮັບ​ໄວ້​ຕັ້ງ​ແຕ່​ໄກ, … [ຖືກ] ຍອມ​ຮັບ.”25

ເລ​ນາ​ໄດ້​ດຳ​ລົງ​ຊີ​ວິດ​ຄື​ກັບ​ວ່າ​ເພິ່ນ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ແລ້ວ​ໃນ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ຮູ້​ວ່າ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ​ຂອງ​ເພິ່ນ​ໄດ້​ເຊື່ອມ​ຕໍ່​ເພິ່ນ​ເຂົ້າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ໄດ້ “ໃຫ້​ຄວາມ​ຕ້ອງ​ການ​ຄືນ​ສະ​ຖານ​ທີ່​ສັກ​ສິດ [ຂອງ​ພຣະ​ຜູ້​ໄຖ່] ນຳ​ຄວາມ​ຫວັງ​ແກ່​ຈິດ​ເປົ່າ​ປ່ຽວ [ຂອງ​ເພິ່ນ].”26 ເລ​ນາ​ໄດ້​ຖື​ວ່າ​ມັນ​ເປັນ​ຄວາມ​ເມດ​ຕາ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄອບ​ຄົວ​ນິ​ລັນ​ດອນ ກ່ອນ​ທີ່​ເພິ່ນ​ໄດ້​ປະ​ສົບ​ກັບ​ຄວາມ​ໂສກ​ເສົ້າ​ໃນ​ຊີ​ວິດ​ຂອງ​ເພິ່ນ. ຜ່ານ​ທາງ​ພັນ​ທະ​ສັນ​ຍາ, ເພິ່ນ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ອົດ​ທົນ ແລະ ເອົາ​ຊະ​ນະ​ອິດ​ທິ​ພົນ​ທີ່​ຊຶມ​ເສົ້າ​ຂອງ​ການ​ທ້າ​ທາຍ ແລະ ຄວາມ​ຍາກ​ລຳ​ບາກ​ຂອງ​ເພິ່ນ.

ຂະ​ນະ​ທີ່​ທ່ານ​ກ້າວ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຈາກ​ການ​ບັບ​ຕິ​ສະ​ມາ​ໄປ​ເຖິງ​ພຣະ​ວິ​ຫານ ແລະ ຕະ​ຫລອດ​ຊີ​ວິດ, ຂ້າ​ພະ​ເຈົ້າ​ສັນ​ຍາ​ໃຫ້​ອຳ​ນາດ​ທ່ານ ເພື່ອ​ຈະ​ດຳ​ເນີນ​ຕໍ່​ໄປ ກົງ​ກັນ​ຂ້າມ​ກັບ​ກະ​ແສ​ຂອງ​ຊາວ​ໂລກ—ອຳ​ນາດ​ທີ່​ຈະ​ຮຽນ​ຮູ້, ອຳ​ນາດ​ທີ່​ຈະ​ກັບ​ໃຈ ແລະ ຖືກ​ຊຳ​ລະ​ລ້າງ​ໃຫ້​ສະ​ອາດ, ແລະ ອຳ​ນາດ​ທີ່​ຈະ​ພົບ​ຄວາມ​ຫວັງ, ການ​ປອບ​ໂຍນ, ແລະ ແມ່ນ​ແຕ່​ຄວາມ​ຊື່ນ​ຊົມ ຂະ​ນະ​ທີ່​ທ່ານ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ. ຂ້າ​ພະ​ເຈົ້າ​ສັນ​ຍາ​ໃຫ້​ການ​ປົກ​ປ້ອງ​ແກ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ ເພື່ອ​ຈະ​ຕ້ານ​ທານ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ, ໂດຍ​ສະ​ເພາະ​ເມື່ອ​ທ່ານ​ເຮັດ​ໃຫ້​ພຣະ​ວິ​ຫານ​ເປັນ​ຈຸດ​ສຸມ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ.

ຂະ​ນະ​ທີ່​ທ່ານ​ມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໂດຍ​ພັນ​ທະ​ສັນ​ຍາ, ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຜິດ​ທຳ​ມະ​ຊາດ​ຈະ​ເກີດ​ຂຶ້ນ. ທ່ານ​ຖືກ​ປ່ຽນ​ແປງ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ເຢ​ຊູ​ຄຣິດ.27 ທ່ານ​ກາຍ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ຜູ້​ສືບ​ທອດ​ມໍ​ລະ​ດົກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.28 ຂ້າ​ພະ​ເຈົ້າ​ສາ​ມາດ​ວາດ​ພາບ​ເຫັນ​ພຣະ​ອົງ​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ເປັນ​ລູກ​ທີ່​ຮັກ​ຂອງ​ເຮົາ ຜູ້​ທີ່​ເຮົາ​ຊື່ນ​ຊົມ. ຍິນ​ດີ​ຕ້ອນ​ຮັບ​ກັບ​ບ້ານ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ປະ​ມານ 20 ຟຸດ.

  2. ປະ​ມານ 30 ໄມ (48 ກິ​ໂລ​ແມັດ).

  3. ເຮົາ​ມີ​ທາງ​ເລືອກ​ເພາະ​ພຣະ​ເຈົ້າ​ໄດ້​ປະ​ທານ​ສິດ​ທິ​ພິ​ເສດ​ໃຫ້​ແກ່​ເຮົາ​ທີ່​ຈະ​ເລືອກ ແລະ ກະ​ທຳ​ເພື່ອ​ຕົວ​ເຮົາ​ເອງ. ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ອຳ​ເພີ​ໃຈ,” scriptures.ChurchofJesusChrist.org; 2 ນີ​ໄຟ 2:27; ​ໂມ​ເຊ 7:32.

  4. ເບິ່ງ ໂມ​ໄຊ​ຢາ 3:19.

  5. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 96, 97.

  6. ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພັນ​ທະ​ສັນ​ຍາ,” scriptures.ChurchofJesusChrist.org.

  7. ທຸກ​ຄົນ​ເຮັດ​ຜິດ​ພາດ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແຕ່​ພຣະ​ເຈົ້າ​ອົດ​ທົນ​ຕໍ່​ການ​ເຮັດ​ຜິດ​ພາດ​ຂອງ​ເຮົາ ແລະ ປະ​ທານ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ​ໃຫ້​ແກ່​ເຮົາ ແມ່ນ​ແຕ່​ຫລັງ​ຈາກ​ເຮົາ​ໄດ້​ຝ່າ​ຝືນ​ພັນ​ທະ​ສັນ​ຍາ. ດັ່ງ​ທີ່ ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ສິດ​ສອນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອ​ວ່າ​ແຕກ​ຕ່າງ​ຈາກ​ທີ່​ພຣະ​ອົງ [ເຫັນ] ການ​ກະ​ບົດ … [ເພາະ] ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ມັນ​ຈະ​ມາ​ດ້ວຍ​ຄວາມ​ເມດ​ຕາ​ສະ​ເໝີ” (“Personal Strength through the Atonement of Jesus Christ,” Liahona, Nov. 2013, 83). ດັ່ງ​ນັ້ນ, ເຮົາ​ບໍ່​ຄວນ​ສົງ​ໄສ​ຄວາມ​ສາ​ມາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ຊ່ວຍ​ເຮົາ​ກັບ​ຄວາມ​ອ່ອນ​ແອ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ຢ່າງ​ມີ​ສະ​ຕິ​ດ້ວຍ​ແຜນ​ການ​ຮ້າຍ​ແຮງ​ທີ່​ຈະ​ກັບ​ໃຈ​ໃນ​ພາຍ​ຫລັງ—ໃນ​ອີກ​ຄຳ​ໜຶ່ງ, ການ​ກັບ​ໃຈ​ທີ່​ວາງ​ແຜນ​ໄວ້​ລ່ວງ​ໜ້າ—ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ເຮັບ​ເຣີ 6:4–6).

  8. ເບິ່ງ Robert Bolt, A Man for All Seasons: A Play in Two Acts (1990), xiii–xiv, 140.

  9. ເບິ່ງ 2 ນີ​ໄຟ 31:17–18.

  10. ເບິ່ງ 2 ນີ​ໄຟ 31:4–15.

  11. ລູ​ກາ​ບັນ​ທຶກ​ວ່າ, “ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຮູບ​ຮ່າງ​ເໝືອນ​ນົກ​ເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະ​ອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະ​ຫວັນ​ວ່າ, “ທ່ານ​ເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ; ເຮົາ​ພໍ​ໃຈ​ນຳ​ທ່ານ​ຫລາຍ” (ລູ​ກາ 3:22). ມາ​ຣະ​ໂກ ບັນ​ທຶກ​ວ່າ, “ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງ​ຟ້າ​ວ່າ, ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ເຮົາ​ພໍ​ໃຈ​ໃນ​ທ່ານ​ຫລາຍ” (ມາ​ຣະ​ໂກ 1:11). ການ​ແປ​ຂອງ​ທ່ານ​ວິວ​ລຽມ ທິນ​ແດວ ຍິ່ງ​ແຈ່ມ​ແຈ້ງ ແລະ ໃກ້​ຊິດ​ຫລາຍ​ກວ່າ​ສະ​ບັບ​ຂອງ​ກະ​ສັດ​ເຈມສ໌. ໃນ​ການ​ແປ​ຂອງ​ເພິ່ນ, ສຸ​ລະ​ສຽງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ກ່າວ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ​ທີ່​ເຮົາ​ຊື່ນ​ຊົມ​ຫລາຍ” (ໃນ Brian Moynahan, God’s Bestseller: William Tyndale, Thomas More, and the Writing of the English Bible—A Story of Martyrdom and Betrayal [2002], 58). ມີ​ພຽງ​ແຕ່​ມັດ​ທາຍ​ເທົ່າ​ນັ້ນ​ທີ່​ລາຍ​ງານ​ວ່າ ສຽງ​ນັ້ນ​ແມ່ນ​ກ່າວ​ທົ່ວ​ໄປ​ວ່າ, “ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງ​ຟ້າ​ວ່າ, ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເອງ, ເຮົາ​ພໍ​ໃຈ​ນຳ​ເພິ່ນ​ຫລາຍ” (ມັດ​ທາຍ 3:17). ພຣະ​ທຳ​ໂຢ​ຮັນ​ລາຍ​ງານ​ພຽງ​ແຕ່​ເຖິງ​ການ​ບັບ​ຕິ​ສະ​ມາ​ໂດຍ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ວ່າ: “ແລະ ເຮົາ​ກໍ​ໄດ້​ເຫັນ, ແລ້ວ​ຈຶ່ງ​ຂໍ​ເປັນ​ພະ​ຍານ​ວ່າ ທ່ານ​ຜູ້​ນີ້​ແຫລະ ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ໂຢ​ຮັນ 1:34).

  12. ເບິ່ງ 2 ​ນີ​ໄຟ 31:13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  13. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ຄວາມ​ສຳ​ຄັນ​ຂອງ​ຄຳ​ທີ່​ວ່າ “ເຕັມ​ໃຈ” ຂະ​ນະ​ທີ່​ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ສິນ​ລະ​ລຶກ: “ມັນ​ສຳ​ຄັນ​ວ່າ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ເຮົາ​ບໍ່​ໄດ້​ເປັນ​ພະ​ຍານ​ວ່າ​ເຮົາ ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ເປັນ​ພະ​ຍານ​ວ່າ​ເຮົາ ເຕັມ​ໃຈ ທີ່​ຈະ​ເຮັດ​ດັ່ງ​ນັ້ນ. [ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.] ຄວາມ​ຈິງ​ທີ່​ວ່າ​ເຮົາ​ພຽງ​ແຕ່​ເປັນ​ພະ​ຍານ​ຕໍ່​ຄວາມ​ເຕັມ​ໃຈ​ຂອງ​ເຮົາ ແນະ​ນຳ​ວ່າ ສິ່ງ​ອື່ນ​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ທີ່​ເຮົາ​ຈະ​ຮັບ​ເອົາ​ພຣະ​ນາມ​ອັນ​ສັກ​ສິດ​ນັ້ນ​ແທ້ໆ ໃນ​ຄວາມ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ” (“Taking upon Us the Name of Jesus Christ,” Ensign, May 1985, 81). “ສິ່ງ​ອື່ນ” ນັ້ນ​ອ້າງ​ເຖິງ​ພອນ​ແຫ່ງ​ພຣະ​ວິ​ຫານ ແລະ ຄວາມ​ສູງ​ສົ່ງ​ໃນ​ອະ​ນາ​ຄົດ.

  14. ອົບ​ພະ​ຍົບ 20:7.

  15. ເບິ່ງ James Strong, The New Strong’s Expanded Exhaustive Concordance of the Bible (2010), Hebrew dictionary section, page 192, number 5375.

  16. ເບິ່ງ Strong, The New Strong’s Expanded Exhaustive Concordance of the Bible, Hebrew dictionary section, page 273, number 7723.

  17. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ໄຕ່​ຕອງ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ເຫດ​ການ ຫລື ເຫດ​ການ​ຕ່າງໆ​ໃນ​ອະ​ນາ​ຄົດ ແລະ ມອງ​ໄປ​ທີ່​ພຣະ​ວິ​ຫານ. … ຂະ​ບວນ​ການ​ຂອງ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ເລີ່ມ​ຕົ້ນ​ຢູ່​ທີ່​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ແມ່ນ​ສືບ​ຕໍ່ ແລະ ຂະ​ຫຍາຍ​ອອກ​ໄປ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຮົາ​ຢືນ​ຢູ່​ທີ່​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ເຮົາ​ມອງ​ໄປ​ທີ່​ພຣະ​ວິ​ຫານ. ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກ, ເຮົາ​ກໍ​ມອງ​ໄປ​ທີ່​ພຣະ​ວິ​ຫານ. ເຮົາ​ສັນ​ຍາ​ວ່າ​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ເພື່ອ​ເປັນ​ການ​ກະ​ກຽມ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ​ແຫ່ງ​ພຣະ​ວິ​ຫານ ແລະ ຮັບ​ເອົາ​ພອນ​ສູງ​ສຸດ​ທີ່​ມີ​ໄວ້​ໃຫ້​ຜ່ານ​ທາງ​ພຣະ​ນາມ ແລະ ສິດ​ອຳ​ນາດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ດັ່ງ​ນັ້ນ, ຢູ່​ໃນ​ພິ​ທີ​ການ​ພຣະ​ວິ​ຫານ​ສັກ​ສິດ ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ສົມ​ບູນ ແລະ ຄົບ​ຖ້ວນ” (“Honorably Hold a Name and Standing,” Liahona, May 2009, 98). ຂະ​ບວນ​ການ​ອາດ​ຍັງ​ບໍ່​ທັນ​ສຳ​ເລັດ​ຈົນ​ກວ່າ “ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, (ໂມ​ໂຣ​ໄນ 7:48), ເມື່ອ​ເຮົາ​ຖືກ​ປ່ຽນ​ແປງ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ.

  18. ດັ່ງ​ທີ່​ອະ​ທິ​ບາຍ​ຢູ່​ໃນ General Handbook: Serving in The Church of Jesus Christ of Latter-day Saints, 27.2 (ChurchofJesusChrist.org), ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ຄື​ທີ່​ຈະ​ດຳ​ລົງ​ຊີ​ວີດ​ຕາມ​ກົດ​ແຫ່ງ​ການ​ເຊື່ອ​ຟັງ, ຮັກ​ສາ​ກົດ​ແຫ່ງ​ການ​ເສຍ​ສະ​ລະ, ຮັກ​ສາ​ກົດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຮັກ​ສາ​ກົດ​ພົມ​ມະ​ຈັນ, ແລະ ຮັກ​ສາ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ; ເບິ່ງ David A. Bednar, “Let This House Be Built unto My Name,” Liahona, May 2020, 84–87 ນຳ​ອີກ.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:14–15. ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ວ່າ, “‘ຄວາມ​ສົມ​ບູນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ’ ແມ່ນ​ລວມ​ທັງ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ບັນ​ຍາຍ​ວ່າ​ເປັນ ‘ຄື​ຄຳ​ສັນ​ຍາ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ຊຶ່ງ​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ແມ່ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ; ຊຶ່ງ​ລັດ​ສະ​ໝີ​ພາບ​ນັ້ນ​ຄື​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແມ່ນ​ແຕ່​ຂອງ​ພຣະ​ເຈົ້າ, ຜູ້​ສັກ​ສິດ​ເໜືອ​ກວ່າ​ທຸກ​ສິ່ງ​ທັງ​ປວງ, ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ອົງ’ (ຄ&ພ 88:4–5)” (“The Power of Covenants,” Liahona, May 2009, 23, note 5).

  20. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15.

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22, 25–26.

  22. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:21.

  23. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15, 22; Russell M. Nelson, “The Power of Spiritual Momentum,” Liahona, May 2022, 98.

  24. ເບິ່ງ Russell M. Nelson, “Overcome the World and Find Rest,” 96; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20. ໂດຍ​ສະ​ເພາະ, ປະ​ທານ​ແນວ​ສັນ ໄດ້​ກ່າວ​ວ່າ, “ທຸກ​ເທື່ອ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ, ທຸກ​ເທື່ອ​ທີ່​ທ່ານ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ດີ—ສິ່ງ​ທີ່ ‘ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ’ ຈະ​ບໍ່​ເຮັດ—ທ່ານ​ກຳ​ລັງ​ເອົາ​ຊະ​ນະ​ໂລກ” (“Overcome the World and Find Rest,” 97).

  25. ເຮັບ​ເຣີ 11:13.

  26. ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6, ບາດ​ທີ 5. ນີ້​ຄື​ເພງ​ສວດ​ທີ່​ໂປດ​ຂອງ​ເລ​ນາ ໂຊ​ເຟຍ ເຣັນ​ລັນ

  27. ເບິ່ງ ໂມ​ໂຣ​ໄນ 10:30–33.

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19–20.

ພິມ