ຢ່າປະຖິ້ມໂອກາດທີ່ຈະເປັນພະຍານເຖິງພຣະຄຣິດ
ຄວາມສຸກທີ່ແທ້ຈິງຂຶ້ນຢູ່ກັບຄວາມເຕັມໃຈຂອງເຮົາທີ່ຈະຫຍັບເຂົ້າໃກ້ພຣະຄຣິດຫລາຍຂຶ້ນ ແລະ ເປັນພະຍານໃຫ້ກັບຕົວເຮົາເອງ.
ຫ້າປີທີ່ແລ້ວໃນມື້ນີ້, ເຮົາໄດ້ຍົກມືສະໜັບສະໜູນສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໃນຖານະປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ―ຄືກະບອກສຽງຂອງພຣະຜູ້ເປັນເຈົ້າໃນວັນເວລາຂອງການເຕີບໂຕ ແລະ ການເປີດເຜີຍທີ່ໜ້າອັດສະຈັນນີ້. ຜ່ານທາງເພິ່ນ, ເຮົາໄດ້ຮັບການເຊື້ອເຊີນຫລາຍຢ່າງຈົນນັບບໍ່ຖ້ວນ ແລະ ໄດ້ຮັບຄຳສັນຍາດ້ວຍພອນທີ່ສະຫງ່າລາສີ ຖ້າເຮົາຈະສຸມຊີວິດໃສ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ໃນປິ 2011, ໃນຂະນະທີ່ຂ້າພະເຈົ້າໄດ້ຮັບໃຊ້ກັບສາມີຂອງຂ້າພະເຈົ້າໃນຖານະຜູ້ນຳເຜີຍແຜ່ໃນ ເມືອງເຄີຣິຕີບາ, ບຣາຊິນ, ໂທລະສັບຂອງຂ້າພະເຈົ້າໄດ້ດັງຂຶ້ນໃນລະຫວ່າງການປະຊຸມ. ດ້ວຍຄວາມຮີບຮ້ອນທີ່ຈະປິດສຽງມັນ, ຂ້າພະເຈົ້າສັງເກດເຫັນວ່າສາຍໂທເຂົ້າມາແມ່ນພໍ່ຂອງຂ້າພະເຈົ້າ. ຂ້າພະເຈົ້າກໍອອກຈາກການປະຊຸມນັ້ນຢ່າງໄວວາເພື່ອຮັບໂທລະສັບ: “ສະບາຍດີ, ພໍ່!”
ໂດຍບໍ່ໄດ້ຄາດຄິດ, ນ້ຳສຽງຂອງເພິ່ນເຕັມໄປດ້ວຍຄວາມຮູ້ສຶກອ່ອນໄຫວ: “ສະບາຍດີ, ບອນນີ. ພໍ່ມີຫຍັງຕ້ອງບອກໃຫ້ລູກຮູ້. ພໍ່ຖືກກວດພົບວ່າເປັນພະຍາດ ALS.”
ຄວາມຄິດຂອງຂ້າພະເຈົ້າໝຸນວຽນໄປດ້ວຍຄວາມສັບສົນ, “ບຶດດຽວ! ALS ແມ່ນຫຍັງ?
ພໍ່ກໍກຳລັງອະທິບາຍຢູ່, “ຈິດໃຈຂອງພໍ່ຍັງດີເໝືອນເດີມຂະນະທີ່ຮ່າງກາຍເລີ່ມອ່ອນແຮງລົງ.”
ຂ້າພະເຈົ້າຮູ້ສຶກວ່າໂລກທັງໂລກປ່ຽນໄປເມື່ອຂ້າພະເຈົ້າເລີ່ມຕໍ່ສູ້ກັບຜົນຂອງຂ່າວຮ້າຍນີ້. ແຕ່ວ່າໃນມື້ທີ່ລືມບໍ່ໄດ້ນັ້ນ, ມັນຄືປະໂຫຍກສຸດທ້າຍຂອງເພິ່ນທີ່ຕິດຢູ່ໃນໃຈຂອງຂ້າພະເຈົ້າຕະຫລອດໄປ. ພໍ່ທີ່ຮັກຂອງຂ້າພະເຈົ້າກ່າວອອກມາດ້ວຍຄວາມຟ້າວຟັ່ງວ່າ, “ບອນນີ, ຢ່າປະຖິ້ມໂອກາດທີ່ຈະເປັນພະຍານເຖິງພຣະຄຣິດເດີ.”
ຂ້າພະເຈົ້າໄດ້ໄຕ່ຕອງ, ແລະ ໄດ້ອະທິຖານກ່ຽວກັບຄຳແນະນຳຂອງພໍ່. ຂ້າພະເຈົ້າໄດ້ຖາມຕົວເອງເລື້ອຍໆວ່າ ຂ້າພະເຈົ້າຮູ້ຈັກຄວາມໝາຍຢ່າງເລິກເຊິ່ງແລ້ວບໍກັບຄຳວ່າຢ່າປະຖິ້ມໂອກາດທີ່ຈະເປັນພະຍານເຖິງພຣະຄຣິດ.
ເຊັ່ນດຽວກັນກັບພວກທ່ານ, ຂ້າພະເຈົ້າໄດ້ຢືນ ແລະ ກ່າວປະຈັກພະຍານເຖິງພຣະຄຣິດເປັນບາງຄັ້ງບາງຄາວໃນວັນອາທິດທຳອິດຂອງເດືອນ. ຫລາຍຄັ້ງຂ້າພະເຈົ້າກໍໄດ້ເປັນພະຍານເຖິງຄວາມຈິງຂອງພຣະກິດຕິຄຸນ ຊຶ່ງເປັນສ່ວນໜຶ່ງຂອງບົດຮຽນ. ຂ້າພະເຈົ້າສິດສອນຄວາມຈິງຢ່າງກ້າຫານ ແລະ ປະກາດຄວາມເປັນພຣະເຈົ້າຂອງພຣະຄຣິດໃນຖານະຜູ້ສອນສາດສະໜາ.
ແຕ່ຄຳຂໍຮ້ອງເທື່ອນີ້ເປັນການສ່ວນຕົວຫລາຍກວ່າ! ມັນຄືກັບວ່າເພິ່ນກຳລັງບອກ, “ບອນນີເອີຍ, ຢ່າໃຫ້ໂລກນີ້ຄອບງຳລູກເດີ! ຮັກສາພັນທະສັນຍາຂອງລູກກັບພຣະຜູ້ຊ່ວຍໃຫ້ລອດ. ສະແຫວງຫາປະສົບການກັບພອນຂອງພຣະອົງທຸກໆມື້, ແລະ ສາມາດເປັນພະຍານເຖິງອຳນາດຂອງພຣະອົງ ແລະ ການສະຖິດຢູ່ຂອງພຣະອົງໃນຊີວິດຂອງລູກ ຜ່ານທາງພຣະວິນຍານບໍລິສຸດ!”
ພວກເຮົາອາໄສຢູ່ໃນໂລກທີ່ຕົກຕ່ຳ, ດ້ວຍສິ່ງລົບກວນທີ່ລໍ້ລວງດວງຕາ ແລະ ຫົວໃຈຂອງເຮົາໃຫ້ຈົມລົງໄປ ແທນທີ່ຈະຂຶ້ນສູ່ຟ້າສະຫວັນ. ເໝືອນກັນກັບຊາວນີໄຟໃນ 3 ນີໄຟ 11, ເຮົາຕ້ອງການພຣະເຢຊູຄຣິດ. ທ່ານສາມາດຄິດເຫັນພາບຕົວເອງຢູ່ທີ່ນັ້ນໄດ້ບໍ, ຢູ່ໃນບັນດາຜູ້ຄົນທີ່ປະສົບກັບຄວາມວຸ້ນວາຍ ແລະ ທຳລາຍລ້າງ? ມັນຈະເປັນແນວໃດຖ້າເຮົາໄດ້ຍິນການເຊື້ອເຊີນແບບສ່ວນຕົວຈາກພຣະຜູ້ເປັນເຈົ້າ.
“ຈົ່ງລຸກຂຶ້ນ ແລະ ອອກມາຫາເຮົາເຖີດ, ເພື່ອເຈົ້າຈະໄດ້ ເດ່ ມືມາໃສ່ຂ້າງຂອງເຮົາ, ແລະ ເພື່ອເຈົ້າຈະໄດ້ ລູບຄຳຮອຍຕະປູທີ່ພຣະຫັດ ແລະ ທີ່ພຣະບາດຂອງເຮົານຳອີກ ເພື່ອເຈົ້າຈະໄດ້ ຮູ້ ວ່າ ເຮົາຄື … ພຣະເຈົ້າຂອງທັງແຜ່ນດິນໂລກ, ແລະ ໄດ້ຖືກປະຫານເພື່ອບາບຂອງໂລກ.
“ແລະ … ຝູງຊົນໄດ້ອອກໄປ … ເທື່ອລະຄົນ … ແລະ ໄດ້ເຫັນດ້ວຍຕາຂອງຕົນເອງ ແລະ ໄດ້ລູບຄຳດ້ວຍມືຂອງຕົນເອງ, ແລະ ໄດ້ຮູ້ … ແລະ ໄດ້ເປັນພະຍານດ້ວຍຕົວຂອງພວກເຂົາເອງ.”1
ຊາວນີໄຟເຫລົ່ານີ້ມຸ່ງໜ້າອອກໄປດ້ວຍຄວາມກະຕືລືລົ້ນທີ່ຈະສຳຜັດຮອຍແຜຢູ່ໃນຂ້າງ ແລະ ຮອຍຕະປູຢູ່ທີ່ພຣະຫັດ ແລະ ພຣະບາດຂອງພຣະອົງ, ເພື່ອເປັນພະຍານດ້ວຍຕົວເອງວ່າພຣະອົງຄືພຣະຄຣິດ. ໃນທຳນອງດຽວກັນ, ຜູ້ຄົນທີ່ມີສັດທາຈຳນວນຫລວງຫລາຍທີ່ເຮົາໄດ້ສຶກສາໃນພຣະຄຳພີໃໝ່ໃນປີນີ້ ໄດ້ລໍຄອຍການສະເດັດມາຂອງພຣະຄຣິດຢ່າງກະຕືລືລົ້ນ. ແລ້ວພວກເຂົາກໍໄດ້ຍ່າງອອກຈາກສວນ, ໂຕະເຮັດວຽກ, ແລະ ໂຕະກິນເຂົ້າຂອງພວກເຂົາ ແລະ ຕາມພຣະອົງໄປ, ບຽດເຂົ້າໄປຫາພຣະອົງ, ແຫ່ໄປຫາພຣະອົງ, ແລະ ນັ່ງລົງກັບພຣະອົງ. ເຮົາກະຕືລືລົ້ນທີ່ຈະເປັນພະຍານດ້ວຍຕົວເຮົາເອງເໝືອນກັນກັບຝູງຊົນໃນພຣະຄຳພີບໍ? ພອນຕ່າງໆທີ່ເຮົາສະແຫວງຫາມີຄວາມຈຳເປັນໜ້ອຍກວ່າຂອງພວກເຂົາບໍ?
ເມື່ອພຣະຄຣິດໄດ້ສະເດັດໄປຢ້ຽມຢາມຊາວນີໄຟທີ່ພຣະວິຫານຂອງພວກເຂົາດ້ວຍພຣະອົງເອງ, ການເຊື້ອເຊີນຂອງພຣະອົງບໍ່ແມ່ນໃຫ້ຢືນຢູ່ໄກໆ ແລະ ເບິ່ງໄປທີ່ພຣະອົງ, ແຕ່ໃຫ້ມາຈັບບາຍພຣະອົງ, ເພື່ອໃຫ້ຮູ້ຈັກດ້ວຍຕົວພວກເຂົາເອງເຖິງຄວາມເປັນຈິງຂອງພຣະຜູ້ຊ່ວຍໃຫ້ລອດຂອງມວນມະນຸດ. ເຮົາຈະຫຍັບເຂົ້າໃກ້ພໍທີ່ຈະຮັບປະຈັກພະຍານສ່ວນຕົວເຖິງພຣະເຢຊູຄຣິດໄດ້ແນວໃດ? ນີ້ອາດຈະເປັນສ່ວນໜຶ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ພະຍາຍາມທີ່ຈະສິດສອນຂ້າພະເຈົ້າ. ໃນຂະນະທີ່ເຮົາອາດຈະບໍ່ໄດ້ເພີດເພີນກັບຄວາມໃກ້ຊິດທາງດ້ານຮ່າງກາຍ ເໝືອນດັ່ງຜູ້ຄົນທີ່ໄດ້ເດີນໄປກັບພຣະຄຣິດ ໃນລະຫວ່າງການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ, ຜ່ານທາງພຣະວິນຍານບໍລິສຸດ ເຮົາສາມາດປະສົບກັບອຳນາດຂອງພຣະອົງທຸກໆມື້! ຫລາຍເທົ່າທີ່ເຮົາຕ້ອງການ!
ຍິງໜຸ່ມຈາກທົ່ວໂລກໄດ້ສິດສອນຂ້າພະເຈົ້າຫລາຍກ່ຽວກັບການສະແຫວງຫາພຣະຄຣິດ ແລະ ການໄດ້ຮັບພະຍານສ່ວນຕົວກ່ຽວກັບພຣະອົງທຸກວັນ. ຂ້າພະເຈົ້າຂໍເລົ່າເລື່ອງຄວາມສະຫລາດຂອງສອງຄົນ:
ລິບວີ ໄດ້ເບິ່ງກອງປະຊຸມໃຫຍ່ສາມັນຕະຫລອດຊີວິດຂອງລາວ. ແທ້ຈິງແລ້ວ, ທີ່ບ້ານຂອງລາວມີປະເພນີຄືການເບິ່ງທັງໝົດຫ້າພາກນຳກັນເປັນຄອບຄົວ. ໃນອະດີດ, ກອງປະຊຸມໃຫຍ່ສຳລັບລິບວີໝາຍເຖິງການແຕ້ມຮູບຫລິ້ນ ຫລື ເຫງົານອນ ແລະ ນອນຫລັບໄປເປັນບາງຄັ້ງບາງຄາວ. ແຕ່ວ່າກອງປະຊຸມໃຫຍ່ສາມັນເດືອນຕຸລາທີ່ຜ່ານມານີ້ແມ່ນແຕກຕ່າງ. ມັນກາຍເປັນເລື່ອງສ່ວນຕົວ.
ຄັ້ງນີ້, ລິບວີຕັດສິນໃຈວ່າຈະເປັນຜູ້ມີສ່ວນຮ່ວມຢ່າງຫ້າວຫັນ. ລາວໄດ້ປິດສຽງໂທລະສັບໄວ້ ແລະ ໄດ້ຈົດບັນທຶກຄວາມປະທັບໃຈຈາກພຣະວິນຍານ. ລາວປະຫລາດໃຈກັບສິ່ງທີ່ລາວໄດ້ຮູ້ສຶກເຖິງບາງສິ່ງທີ່ພຣະເຈົ້າປາດຖະໜາໃຫ້ລາວໄດ້ຍິນ ແລະ ເຮັດ. ການຕັດສິນໃຈຄັ້ງນີ້ໄດ້ສ້າງຄວາມແຕກຕ່າງໃນຊີວິດຂອງລາວເກືອບທັນທີທັນໃດ.
ພຽງແຕ່ມື້ຕໍ່ໆມາ ໝູ່ເພື່ອນຂອງລາວໄດ້ຊວນລາວເບິ່ງໜັງທີ່ບໍ່ເໝາະສົມ. ລາວໄດ້ຄິດກັບຄືນວ່າ, “ຂ້ານ້ອຍຮູ້ສຶກວ່າຖ້ອຍຄຳ ແລະ ພຣະວິນຍານຂອງກອງປະຊຸມໃຫຍ່ກັບເຂົ້າມາໃນໃຈຂອງຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຍິນຕົວເອງກຳລັງບອກປະຕິເສດການຊັກຊວນຂອງພວກເຂົາ.” ລາວຍັງໄດ້ມີຄວາມກ້າຫານໃນການແບ່ງປັນປະຈັກພະຍານຂອງລາວເຖິງພຣະຜູ້ຊ່ວຍໃຫ້ລອດຢູ່ທີ່ຫວອດຂອງລາວນຳອີກ.
ຫລັງຈາກເຫດການເຫລົ່ານີ້ ລາວໄດ້ເວົ້າວ່າ, “ສິ່ງທີ່ໜ້າປະຫລາດໃຈຄື, ເມື່ອຂ້ານ້ອຍໄດ້ຍິນຕົວເອງເປັນພະຍານວ່າພຣະເຢຊູຄືພຣະຄຣິດ, ຂ້ານ້ອຍຮູ້ສຶກໄດ້ວ່າພຣະວິນຍານບໍລິສຸດຢືນຢັນກັບຂ້ານ້ອຍອີກຄັ້ງ.”
ລິບວີບໍ່ໄດ້ເບິ່ງກອງປະຊຸມໃນທ້າຍອາທິດແບບເຜີນໆ ຄືກັບກ້ອນຫີນທີ່ດິ່ງໄປຕາມໜ້ານ້ຳ, ລາວໄດ້ດຳມຸດລົງໄປ ທັງຄວາມຄິດ ແລະ ວິນຍານ, ແລະ ພົບເຫັນວ່າພຣະຜູ້ຊ່ວຍໃຫ້ລອດຢູ່ທີ່ນັ້ນ.
ແລະ ແລ້ວກໍແມ່ນ ແມດດີ. ເມື່ອຄອບຄົວຂອງລາວຢຸດໄປໂບດ, ແມດດີກໍສັບສົນ ແລະ ບໍ່ໝັ້ນໃຈວ່າຈະເຮັດແນວໃດ. ລາວຮັບຮູ້ໄດ້ວ່າບາງສິ່ງບາງຢ່າງທີ່ສຳຄັນຫລາຍໄດ້ຂາດຫາຍໄປ. ດັ່ງນັ້ນ, ເມື່ອຄົບອາຍຸ 13 ປີ, ແມດດີໄດ້ເລີ່ມມາໂບດຄົນດຽວ. ເຖິງແມ່ນວ່າການມາຄົນດຽວບາງຄັ້ງກໍເປັນເລື່ອງທີ່ຍາກ ແລະ ບໍ່ສະດວກ, ແຕ່ລາວຮູ້ວ່າ ລາວສາມາດພົບພຣະຜູ້ຊ່ວຍໃຫ້ລອດຢູ່ທີ່ໂບດ ແລະ ລາວຢາກຢູ່ໃນບ່ອນທີ່ພຣະອົງປະທັບຢູ່. ລາວໄດ້ເວົ້າວ່າ, “ຢູ່ໃນໂບດ ຈິດວິນຍານຂອງຂ້ານ້ອຍຮູ້ສຶກເໝືອນກັບວ່າຢູ່ບ້ານ.”
ແມດດີຍຶດຖືເອົາຄວາມຈິງທີ່ວ່າຄອບຄົວຂອງລາວໄດ້ຜະນຶກເຂົ້າກັນຊົ່ວນິລັນດອນ. ລາວໄດ້ເລີ່ມພານ້ອງຊາຍຂອງລາວມາໂບດນຳ ແລະ ສຶກສາພຣະຄຳພີກັບພວກເຂົາຢູ່ທີ່ບ້ານ. ໃນທີ່ສຸດ ແມ່ຂອງລາວກໍເລີ່ມມານຳເຂົາເຈົ້າ. ແມດດີໄດ້ບອກແມ່ຂອງລາວເຖິງຄວາມປາດຖະໜາຂອງລາວທີ່ຈະຮັບໃຊ້ເຜີຍແຜ່ ແລະ ໄດ້ຖາມແມ່ຂອງລາວວ່າພ້ອມແລ້ວບໍທີ່ຈະເຂົ້າພຣະວິຫານກັບລາວ.
ປະຈຸບັນນີ້ ແມດດີຢູ່ທີ່ສູນຝຶກອົບຮົມຜູ້ສອນສາດສະໜາ. ລາວກຳລັງຮັບໃຊ້. ລາວກຳລັງເປັນພະຍານເຖິງພຣະຄຣິດ. ຕົວຢ່າງຂອງລາວໄດ້ຊ່ວຍນຳພາພໍ່ແມ່ ທັງສອງ ຂອງລາວ ກັບຄືນມາທີ່ພຣະວິຫານ ແລະ ກັບຄືນຫາພຣະຄຣິດ.
ເໝືອນກັບລິບວີ ແລະ ແມດດີ, ຂະນະທີ່ເຮົາເລືອກທີ່ຈະສະແຫວງຫາພຣະຄຣິດ, ພຣະວິນຍານຈະເປັນພະຍານເຖິງພຣະອົງໃນຫລາຍສະຖານະການທີ່ແຕກຕ່າງກັນ. ການເປັນພະຍານເຫລົ່ານີ້ເກີດຂຶ້ນຂະນະທີ່ເຮົາຖືສິນອົດເຂົ້າ, ອະທິຖານ, ລໍຖ້າ, ແລະ ດຳເນີນໄປທາງໜ້າ. ການເຂົ້າໃກ້ພຣະຄຣິດເຕີບໂຕຂຶ້ນຜ່ານທາງການນະມັດສະການໃນພຣະວິຫານ, ການກັບໃຈໃນແຕ່ລະວັນ, ການສຶກສາພຣະຄຳພີຕ່າງໆ, ການໄປໂບດ ແລະ ການໄປຫ້ອງຮຽນສາດສະໜາ, ການໄຕ່ຕອງປິຕຸພອນຂອງເຮົາ, ການມີຄ່າຄວນໃນການຮັບພິທີການຕ່າງໆ, ແລະ ການໃຫ້ກຽດແກ່ພັນທະສັນຍາອັນສັກສິດ. ທຸກສິ່ງເຫລົ່ານີ້ລ້ວນແລ້ວແຕ່ເຊື້ອເຊີນພຣະວິນຍານໃຫ້ຄວາມສະຫວ່າງແກ່ຈິດໃຈຂອງເຮົາ, ແລະ ໄດ້ນຳເອົາຄວາມສະຫງົບສຸກ ແລະ ການປົກປັກຮັກສາເພີ່ມເຕີມມາໃຫ້ເຮົາ. ແຕ່ວ່າເຮົາໄດ້ໃຫ້ກຽດສິ່ງດັ່ງກ່າວວ່າເປັນໂອກາດອັນສັກສິດໃນການເປັນພະຍານເຖິງພຣະຄຣິດບໍ?
ຂ້າພະເຈົ້າໄດ້ໄປພຣະວິຫານຫລາຍຄັ້ງ, ແຕ່ເມື່ອຂ້າພະເຈົ້າ ນະມັດສະການຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ມັນປ່ຽນແປງຂ້າພະເຈົ້າ. ບາງຄັ້ງໃນຂະນະທີ່ກຳລັງຖືສິນອົດເຂົ້າ, ຂ້າພະເຈົ້າກໍເຫັນວ່າຕົວເອງຫິວເຂົ້າເປັນທຳມະດາ, ແຕ່ບາງເວລາ, ຂ້າພະເຈົ້າ ກໍຊື່ນຊົມກັບພຣະວິນຍານຢ່າງມີເປົ້າໝາຍ. ບາງຄັ້ງຂ້າພະເຈົ້າກໍມີຄຳອະທິຖານທີ່ຊ້ຳເກົ່າ ແລະ ເປັນສິ່ງທີ່ເຮັດປະຈຳ, ແຕ່ວ່າຂ້າພະເຈົ້າຍັງໄດ້ມາຢ່າງ ກະຕືລືລົ້ນເພື່ອຮັບເອົາຄຳແນະນຳຈາກພຣະຜູ້ເປັນເຈົ້າ ຜ່ານທາງການອະທິຖານ ເຊັ່ນກັນ.
ມີພະລັງໃນການເຮັດນິໄສອັນບໍລິສຸດເຫລົ່ານີ້ ເມື່ອເຮົາເຮັດແບບເຜີນໆໜ້ອຍລົງ ແລະ ເປັນພະຍານຫລາຍຂຶ້ນ. ຂະບວນການຈະຄ່ອຍເປັນຄ່ອຍໄປ ແຕ່ຈະເຕີບໂຕຂຶ້ນໂດຍການມີສ່ວນຮ່ວມຢ່າງແຂງຂັນທຸກວັນ ແລະ ເປັນປະສົບການດ້ວຍເປົ້າໝາຍຮ່ວມກັບພຣະຄຣິດ. ຂະນະທີ່ເຮົາປະຕິບັດຕາມຄຳສອນຂອງພຣະອົງເປັນປະຈຳ, ເຮົາຈະໄດ້ຮັບປະຈັກພະຍານກ່ຽວກັບພຣະອົງ; ເຮົາສ້າງຄວາມສຳພັນກັບພຣະອົງ ແລະ ພຣະບິດາເທິງສະຫວັນຂອງເຮົາ. ເຮົາເລີ່ມທີ່ຈະກາຍເປັນເໝືອນດັ່ງພວກພຣະອົງ.
ຜູ້ປໍລະປັກໄດ້ສ້າງຄວາມຟົດນັນອຶກກະທຶກ ຈຶ່ງເຮັດໃຫ້ເປັນການຍາກທີ່ຈະໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ. ໂລກຂອງເຮົາ, ການທ້າທາຍຂອງເຮົາ, ສະຖານະການຕ່າງໆຂອງເຮົາຈະບໍ່ມິດລົງ, ແຕ່ເຮົາສາມາດ ແລະ ຈຳຕ້ອງຫິວ ແລະ ກະຫາຍຕໍ່ສິ່ງຕ່າງໆຂອງພຣະຄຣິດ ເພື່ອ “ຈົ່ງຟັງທ່ານ” ດ້ວຍຄວາມຊັດເຈນ.2 ເຮົາຕ້ອງການສ້າງກ້າມເນື້ອຄວາມຈຳແຫ່ງການເປັນສານຸສິດ ແລະ ປະຈັກພະຍານທີ່ຈະເຮັດໃຫ້ເຮົາຕ້ອງເພິ່ງອາໄສພຣະຜູ້ຊ່ວຍໃຫ້ລອດໃນແຕ່ລະວັນ.
ພໍ່ຂອງຂ້າພະເຈົ້າໄດ້ຈາກໄປໄດ້ 11 ກວ່າປີແລ້ວ, ແຕ່ຄຳເວົ້າຂອງເພິ່ນຍັງຢູ່ໃນໃຈຂອງຂ້າພະເຈົ້າ. “ບອນນີ, ຢ່າປະຖິ້ມໂອກາດທີ່ຈະເປັນພະຍານເຖິງພຣະຄຣິດເດີ.” ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຮ່ວມກັບຂ້າພະເຈົ້າໃນການຮັບເອົາຄຳເຊື້ອເຊີນຂອງເພິ່ນ. ເບິ່ງຫາພຣະຄຣິດໃນທຸກຫົນທຸກແຫ່ງ―ຂ້າພະເຈົ້າສັນຍາວ່າພຣະອົງຢູ່ທີ່ນັ້ນ!3 ຄວາມສຸກທີ່ແທ້ຈິງຂຶ້ນຢູ່ກັບຄວາມເຕັມໃຈຂອງເຮົາທີ່ຈະຫຍັບເຂົ້າໃກ້ພຣະຄຣິດຫລາຍຂຶ້ນ ແລະ ເປັນພະຍານໃຫ້ກັບຕົວເຮົາເອງ.
ເຮົາຮູ້ວ່າໃນຍຸກສຸດທ້າຍ, “ທຸກຫົວເຂົ່າຈະຄຸລົງ, ແລະ ທຸກລີ້ນຈະສາລະພາບ” ວ່າພຣະເຢຊູຄືພຣະຄຣິດ.4 ຂ້າພະເຈົ້າອະທິຖານວ່າປະຈັກພະຍານນີ້ຈະກາຍເປັນປະສົບການປົກກະຕິ ແລະ ເປັນທຳມະຊາດສຳລັບເຮົາ ໃນເວລານີ້—ເພື່ອເຮົາຈະໃຊ້ທຸກໂອກາດເພື່ອເປັນພະຍານຢ່າງມີຄວາມສຸກວ່າ: ພຣະເຢຊູຄຣິດຊົງພຣະຊົນ!
ໂອ, ຂ້າພະເຈົ້າຮັກພຣະອົງຫລາຍ. ເຮົາກະຕັນຍູຫລາຍພຽງໃດສຳລັບການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ, ຊຶ່ງໄດ້ “ເຮັດໃຫ້ຊີວິດນິລັນດອນ ເປັນໄປໄດ້ ແລະ ອະມະຕະ ເປັນສິ່ງທີ່ແນ່ນອນ ສຳລັບ [ເຮົາ] ທຸກຄົນ.”5 ຂ້າພະເຈົ້າຂໍເປັນພະຍານເຖິງພຣະກະລຸນາທິຄຸນ ແລະ ລັດສະໝີພາບອັນຍິ່ງໃຫຍ່ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.