ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ—ວຽກງານອັນໜຶ່ງອັນດຽວກັນ
ຈຸດສຸມຂອງແຜນຂອງພຣະບິດາເທິງສະຫວັນຂອງເຮົາ ແມ່ນການລວມຄອບຄົວໃນຊີວິດນີ້ ແລະ ຊົ່ວນິລັນດອນ.
ຂ້າພະເຈົ້າກະຕັນຍູຫລາຍຕໍ່ການສ້າງພຣະວິຫານຢ່າງຕໍ່ເນື່ອງໃນ “ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ” ນີ້ (ຄຳສອນ ແລະ ພັນທະສັນຍາ 128:18). ຕັ້ງແຕ່ສະໄໝເລີ່ມຕົ້ນຂອງການຟື້ນຟູ, ໄພ່ພົນທີ່ຊື່ສັດໄດ້ເສຍສະລະຫລາຍຢ່າງ ເພື່ອທີ່ຈະຮັບພິທີການ ແລະ ພັນທະສັນຍາໃນພຣະວິຫານ. ໂດຍເຮັດຕາມຕົວຢ່າງອັນຍິ່ງໃຫຍ່ຂອງເຂົາເຈົ້າ, ໃນປີ 1975, ຫລັງຈາກການເສຍສະລະທາງເສດຖະກິດຫລາຍຄັ້ງ ເພື່ອທີ່ຈະເດີນທາງຈາກແມັກຊິໂກຊິຕີ, ພັນລະຍາທີ່ຮັກຂອງຂ້າພະເຈົ້າ, ເອເວເລຍ, ແລະ ຂ້າພະເຈົ້າ, ພ້ອມດ້ວຍພໍ່ແມ່ຜູ້ເປັນທີ່ຮັກຂອງພວກເຮົາ, ໄດ້ຮັບການຜະນຶກໃນຖານະສາມີ ແລະ ພັນລະຍາຊົ່ວນິລັນດອນ ໃນພຣະວິຫານເມຊາ ອາຣິໂຊນາ. ໃນມື້ນັ້ນ, ຂະນະທີ່ພວກເຮົາລວມຕົວກັນໂດຍສິດອຳນາດຂອງຖານະປະໂລຫິດໃນບ້ານຂອງພຣະຜູ້ເປັນເຈົ້ານັ້ນ, ພວກເຮົາໄດ້ເຫັນສະຫວັນແວັບໜຶ່ງຢ່າງແທ້ຈິງ.
ວຽກງານ ແລະ ຈຸດປະສົງຂອງພຣະວິຫານ
ປະສົບການນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າຊາບຊຶ້ງຫລາຍຂຶ້ນ, ເຖິງໄພ່ພົນໃນເມືອງເຄີດແລນ, ລັດໂອໄຮໂອ, ຫລັງຈາກທີ່ເຮັດວຽກໜັກ ແລະ ເສຍສະລະຢ່າງຫລວງຫລາຍມາເປັນເວລາສາມປີ, ໃນທີ່ສຸດ ກໍໄດ້ສຳເລັດພຣະວິຫານທີ່ງົດງາມຂອງເຂົາເຈົ້າໃນລະດູໃບໄມ້ປົ່ງຂອງປີ 1836—ຊຶ່ງເປັນແຫ່ງທຳອິດໃນຍຸກສະໄໝນີ້. ໃນເດືອນມີນາຂອງປີດຽວກັນນັ້ນ, ຄົນເປັນພັນກວ່າຄົນໄດ້ມາເຕົ້າໂຮມກັນໃນພຣະວິຫານແຫ່ງນັ້ນ ແລະ ຢູ່ບ່ອນທາງເຂົ້າເພື່ອພິທີການອຸທິດ. ສາດສະດາໂຈເຊັບ ສະມິດ ໄດ້ຢືນຂຶ້ນເພື່ອຖວາຍຄຳອະທິຖານກ່າວອຸທິດ, ຊຶ່ງເພິ່ນໄດ້ຮັບຜ່ານການເປີດເຜີຍ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 109). ໃນນັ້ນ ເພິ່ນໄດ້ອະທິບາຍພອນພິເສດຫລາຍໆຢ່າງທີ່ໄດ້ຖືກມອບໃຫ້ແກ່ຜູ້ທີ່ເຂົ້າພຣະວິຫານຂອງພຣະຜູ້ເປັນເຈົ້າຢ່າງມີຄ່າຄວນ. ແລ້ວກຸ່ມນັກຮ້ອງປະສານສຽງກໍຮ້ອງເພງສວດ “ພຣະວິນຍານພຣະເຈົ້າ” ແລະ ຜູ້ມາຮ່ວມໃນບ່ອນຊຸມນຸມກໍໄດ້ຢືນຂຶ້ນ ແລະ ຮ້ອງໂຮຊັນນາ “ດ້ວຍ [ພະລັງ] ທີ່ເບິ່ງຄືວ່າ … ຈະຍົກຫລັງຄາອອກຈາກອາຄານ” (Teachings of Presidents of the Church: Joseph Smith [2007], 307).
ອາທິດໜຶ່ງຕໍ່ມາ ສາດສະດາໄດ້ບັນຍາຍການມາປະກົດຂອງພຣະຜູ້ເປັນເຈົ້າໃນພຣະວິຫານ, ຜູ້ຊົງກ່າວວ່າ:
“ເພາະຈົ່ງເບິ່ງ, ເຮົາໄດ້ຍອມຮັບເອົາບ້ານແຫ່ງນີ້, ແລະ ນາມຂອງເຮົາຈະຢູ່ທີ່ນີ້; ແລະ ເຮົາຈະສະແດງຕົນໃຫ້ປະຈັກແກ່ຜູ້ຄົນຂອງເຮົາໃນຄວາມເມດຕາໃນບ້ານແຫ່ງນີ້. …
“ແລະ ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປຍັງຕ່າງແດນ; ແລະ ນີ້ເປັນການເລີ່ມຕົ້ນພອນຊຶ່ງຈະຖອກເທລົງມາເທິງຫົວຂອງຜູ້ຄົນຂອງເຮົາ” (ຄຳສອນ ແລະ ພັນທະສັນຍາ 110:7, 10).
ຫລັງຈາກພາບນິມິດນີ້ ແລະ ພາບນິມິດອື່ນໆ, ເອລີຢາຜູ້ເປັນສາດສະດາ, ຜູ້ທີ່ໄດ້ຖືກນຳຂຶ້ນໄປສະຫວັນໂດຍທີ່ບໍ່ໄດ້ຊີມລົດຊາດຂອງຄວາມຕາຍ, ໄດ້ປະກົດຕົວຕໍ່ໜ້າສາດສະດາໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ແລະ ໄດ້ກ່າວວ່າ:
“ຈົ່ງເບິ່ງ, ເວລາມາເຖິງໂດຍສົມບູນແລ້ວ, ຊຶ່ງໄດ້ກ່າວໄວ້ໂດຍປາກຂອງມາລາກີ—ໂດຍເປັນພະຍານວ່າ ເພິ່ນ [ເອລີຢາ] [ຜູ້ເປັນສາດສະດາ] ຈະຖືກສົ່ງມາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ—
“ເພື່ອຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ຖ້າບໍ່ດັ່ງນັ້ນທັງແຜ່ນດິນໂລກຈະຖືກສາບແຊ່ງ—
“ສະນັ້ນ, ຂໍກະແຈຂອງຍຸກສະໄໝນີ້ ຈຶ່ງຖືກມອບໄວ້ຢູ່ໃນມືຂອງພວກທ່ານ; ແລະ ໂດຍການນີ້ ພວກທ່ານຈະຮູ້ວ່າ ມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຢູ່ໃກ້, ແມ່ນແຕ່ຢູ່ທີ່ປະຕູ” (ຄຳສອນ ແລະ ພັນທະສັນຍາ 110:14–16).
ພຣະວິຫານ ແລະ ປະຫວັດຄອບຄົວ
ຫລັງຈາກທີ່ພຣະຜູ້ເປັນເຈົ້າໄດ້ຟື້ນຟູຂໍກະແຈແຫ່ງການຜະນຶກໃຫ້ແກ່ ໂຈເຊັບ ສະມິດ ແລ້ວ, ວຽກງານແຫ່ງຄວາມລອດຂອງທັງສອງຟາກມ່ານ ກໍໄດ້ເລີ່ມຕົ້ນຂຶ້ນໃນຍຸກສະໄໝຂອງເຮົາ (ເບິ່ງ 1 ໂກຣິນໂທ 15:22, 29; ຄຳສອນ ແລະ ພັນທະສັນຍາ 128:8–18).
ປະທານ ບອຍ ເຄ ແພ໊ກເກີ ໄດ້ສິດສອນວ່າ “ເຫດການທີ່ເປັນສັນຍານນີ້ບໍ່ໄດ້ຮັບການສົນໃຈຈາກໂລກ, ແຕ່ມັນຈະມີອິດທິພົນຕໍ່ຊະຕາກຳຂອງແຕ່ລະດວງວິນຍານທີ່ເຄີຍມີຊີວິດ ຫລື ຈະມີຊີວິດ. ສິ່ງຕ່າງໆໄດ້ເລີ່ມເກີດຂຶ້ນຢ່າງງຽບໆ. ສາດສະໜາຈັກໄດ້ກາຍເປັນສາດສະໜາຈັກທີ່ສ້າງພຣະວິຫານ.
“ໃນໂລກຢູ່ທີ່ນັ້ນ ໄດ້ໂຜ່ອອກມາຢູ່ທີ່ນີ້ ແລະ ທີ່ນັ້ນ, ໃນວິທີທີ່ຄິດວ່າເປັນເລື່ອງທີ່ເກີດຂຶ້ນເອງໂດຍທຳມະຊາດ, ຜູ້ຄົນ ແລະ ອົງການ ແລະ ສັງຄົມຕ່າງໆ ໄດ້ສົນໃຈເລື່ອງການສືບລຳດັບເຊື້ອສາຍ. ທັງໝົດນີ້ໄດ້ເກີດຂຶ້ນຕັ້ງແຕ່ການມາປະກົດຂອງເອລີຢາໃນພຣະວິຫານເຄີດແລນ (The Holy Temple [1980], 141).
“ຈາກມື້ນັ້ນ, ວັນທີ 3 ເດືອນເມສາ, 1836, ໃຈຂອງລູກໄດ້ເລີ່ມຫັນໄປຫາພໍ່ຂອງຕົນ. ຫລັງຈາກນັ້ນ ພິທີການຕ່າງໆກໍບໍ່ເປັນການຊົ່ວຄາວອີກຕໍ່ໄປ, ແຕ່ເປັນຖາວອນ. ອຳນາດແຫ່ງການຜະນຶກໄດ້ຢູ່ກັບເຂົາເຈົ້າ. ບໍ່ມີການອະນຸມັດໃດທີ່ຈະມີຄ່າເໜືອມັນ. ອຳນາດນັ້ນໃຫ້ຄວາມສຳຄັນ ແລະ ຄວາມຖາວອນອັນເປັນນິລັນດອນແກ່ທຸກໆພິທີການທີ່ມີການປະຕິບັດດ້ວຍສິດອຳນາດທີ່ເໝາະສົມສຳລັບທັງຜູ້ທີ່ມີຊີວິດຢູ່ ແລະ ຜູ້ທີ່ໄດ້ຕາຍໄປ” (Preparing to Enter the Holy Temple [2002], 28).
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ການກໍ່ສ້າງ ແລະ ການນຳໃຊ້ພຣະວິຫານຢ່າງເໝາະສົມ ເຄີຍມີຢູ່ໃນທຸກໆຍຸກສະໄໝ ໂດຍເປັນສັນຍານຂອງສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ. ຫລັງຈາກການອຸທິດພຣະວິຫານເຊົາເລັກໃນປີ 1893, ປະທານວິວເຝີດ ວູດຣັບ ໄດ້ຊຸກຍູ້ໃຫ້ສະມາຊິກຂອງສາດສະໜາຈັກ ຊອກຫາບັນທຶກຂອງບັນດາບັນພະບຸລຸດຂອງເຂົາເຈົ້າ ແລະ ໃຫ້ບັນທຶກລຳດັບເຊື້ອສາຍຂອງເຂົາເຈົ້າ ໂດຍການຄົ້ນຄືນຫລັງໄປໄກທີ່ສຸດເທົ່າທີ່ເປັນໄປໄດ້ ເພື່ອທີ່ຈະນຳຊື່ເຫລົ່ານັ້ນໄປພຣະວິຫານ ແລະ ປະຕິບັດພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ (ເບິ່ງ Teachings of Presidents of the Church: Wilford Woodruff [2004], 174).
ປະຫວັດຄອບຄົວ ແລະ ວຽກງານພຣະວິຫານ—ວຽກງານດຽວ
ໜຶ່ງປີຕໍ່ມາ (1894), ປະທານວູດຣັບ ຜູ້ດຽວກັນນັ້ນ ໄດ້ດູແລການສ້າງສະມາຄົມສືບລຳດັບເຊື້ອສາຍແຫ່ງຢູທາ. ໜຶ່ງຮ້ອຍປີຕໍ່ມາ, ໃນປີ 1994 ແອວເດີ ຣະໂຊ ເອັມ ແນວສັນ, ຕອນນັ້ນເປັນສະມາຊິກໃນກຸ່ມອັກຄະສາວົກສິບສອງ ໄດ້ກ່າວວ່າ, “ເຫດການຕ່າງໆຂອງປີທີ່ເປັນປະຫວັດສາດນັ້ນ ໄດ້ສະຖາປະນາການຄົ້ນຄວ້າປະຫວັດຄອບຄົວ ແລະ ການຮັບໃຊ້ໃນພຣະວິຫານ ວ່າເປັນ ວຽກງານດຽວ ໃນສາດສະໜາຈັກ” (“The Spirit of Elijah,” Ensign, Nov. 1994, 85).
ວຽກງານປະຫວັດຄອບຄົວ
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ພຣະຜູ້ເປັນເຈົ້າຊຸກຍູ້ເຮົາ ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະອົງ ໃຫ້ຮັກສາປະຫວັດຄອບຄົວຂອງເຮົາ, ເພື່ອຮຽນຮູ້ຈາກບັນພະບຸລຸດຂອງເຮົາ, ແລະ ເພື່ອການຈັດການທີ່ຈຳເປັນເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ຮັບພິທີການຕ່າງໆຂອງພຣະກິດຕິຄຸນໃນພຣະວິຫານ ເພື່ອເດີນໜ້າໄປຕາມເສັ້ນທາງແຫ່ງພັນທະສັນຍາ, ຊຶ່ງຈະອວຍພອນເຂົາເຈົ້າດ້ວຍຄອບຄົວນິລັນດອນ. ນີ້ແມ່ນຈຸດສຸມຂອງແຜນຂອງພຣະບິດາເທິງສະຫວັນຂອງເຮົາ: ການລວມຄອບຄົວໃນຊີວິດນີ້ ແລະ ຊົ່ວນິລັນດອນ.
ສຳລັບຜູ້ທີ່ຮູ້ສຶກວ່າບໍ່ສາມາດເຮັດວຽກງານນີ້ໄດ້, ທ່ານຄວນຮູ້ໄວ້ວ່າ ທ່ານບໍ່ແມ່ນຄົນດຽວ. ເຮົາທຸກຄົນສາມາດຫັນໄປຫາເຄື່ອງມືຕ່າງໆທີ່ສາດສະໜາຈັກຈັດກຽມໄວ້ໃຫ້ ຢູ່ໃນສູນ FamilySearch, ຊຶ່ງເຮົາເຄີຍຮູ້ຈັກກັນວ່າ ສູນປະຫວັດຄອບຄົວ. ສູນ FamilySearch ໄດ້ຖືກອອກແບບມາເພື່ອວ່າ ເກືອບທຸກຄົນ, ດ້ວຍຄວາມຊ່ວຍເຫລືອພຽງເລັກນ້ອຍ, ຈະສາມາດພົບຂໍ້ມູນຂອງບັນພະບຸລຸດຂອງເຂົາເຈົ້າ, ແລະ ຈັດລະບຽບມັນຢ່າງເໝາະສົມ ເພື່ອວ່າເຂົາເຈົ້າຈະສາມາດນຳມັນໄປບ້ານຂອງພຣະຜູ້ເປັນເຈົ້າໄດ້. ກະລຸນາຕິດຕໍ່ຫາ ຜູ້ໃຫ້ຄຳປຶກສາປະຫວັດຄອບຄົວ ໃນຫວອດ ຫລື ສາຂາຂອງທ່ານ, ຜູ້ທີ່ຈະນຳພາທ່ານໃນທຸກໆບາດກ້າວ.
ຂະນະທີ່ເຮົາເຮັດຕາມການນຳພາຂອງສາດສະດາ ແລະ ຮຽນຮູ້ວິທີເຮັດປະຫວັດຄອບຄົວ ແລະ ປະຕິບັດພິທີການພຣະວິຫານເພື່ອບັນພະບຸລຸດຂອງເຮົາ, ເຮົາຈະພົບກັບຄວາມຊົມຊື່ນທີ່ຍິ່ງໃຫຍ່ ຈົນເຖິງຈຸດທີ່ວ່າ ເຮົາຈະບໍ່ຢາກຢຸດເຮັດມັນ. ພຣະວິນຍານຈະຖ້ວມລົ້ນໃນໃຈຂອງເຮົາ, ປຸກປັນຍາຂອງເຮົາໃຫ້ເຮັດມັນ, ແລະ ນຳພາເຮົາ ຂະນະທີ່ເຮົາຄົ້ນຫາຊື່ຂອງບັນພະບຸລຸດຂອງເຮົາ. ແຕ່ຂໍໃຫ້ເຮົາຈື່ໄວ້ວ່າ ການສືບປະຫວັດຄອບຄົວເປັນຫລາຍກວ່າການຊອກຫາຊື່, ວັນທີ, ແລະ ສະຖານທີ່ຕ່າງໆ. ມັນແມ່ນການລວມຄອບຄົວ ແລະ ຄວາມຮູ້ສຶກຊື່ນຊົມ ທີ່ມາຈາກການສົ່ງຕໍ່ພິທີການຕ່າງໆຂອງພຣະກິດຕິຄຸນໃຫ້ແກ່ເຂົາເຈົ້າ.
ຂ້າພະເຈົ້າມັກຄຳສອນທີ່ດົນໃຈຂອງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ຜູ້ໄດ້ກ່າວວ່າ: “ພຣະວິຫານເປັນສູນກາງຂອງການເສີມສ້າງສັດທາ ແລະ ຄວາມເຂັ້ມແຂງທາງວິນຍານຂອງເຮົາ ເພາະວ່າພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງເປັນສູນກາງຂອງພຣະວິຫານ. ທຸກສິ່ງທີ່ສິດສອນໃນພຣະວິຫານ, ຜ່ານທາງຄຳແນະນຳ ແລະ ຜ່ານທາງພຣະວິນຍານ, ຈະເພີ່ມຄວາມເຂົ້າໃຈຂອງເຮົາກ່ຽວກັບພຣະເຢຊູຄຣິດຫລາຍຂຶ້ນ. ພິທີການທີ່ຈຳເປັນຂອງພຣະອົງຈະຜູກມັດເຮົາໄວ້ກັບພຣະອົງ ຜ່ານທາງພັນທະສັນຍາຂອງຖານະປະໂລຫິດທີ່ສັກສິດ. ແລ້ວ, ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ພຣະອົງຈະມອບອຳນາດທີ່ປິ່ນປົວ ແລະ ເສີມສ້າງຂອງ ພຣະອົງ ໃຫ້ເຮົາ” (“The Temple and Your Spiritual Foundation,” Liahona, Nov. 2021, 93–94).
ແນ່ນອນ, ວຽກງານພຣະວິຫານ ແລະ ປະຫວັດຄອບຄົວ ເປັນວຽກງານອັນໜຶ່ງອັນດຽວກັນໃນສາດສະໜາຈັກ.
ຂ້າພະເຈົ້າຂໍເປັນພະຍານເຖິງຄວາມຈິງເຫລົ່ານີ້. ຂ້າພະເຈົ້າຮູ້ວ່າ ນີ້ແມ່ນສາດສະໜາຈັກຂອງອົງພຣະເຢຊູຄຣິດເຈົ້າ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ຜູ້ທີ່ເຮົາລະນຶກເຖິງ ແລະ ນັບຖື ໃນຊ່ວງເວລາອີດສະເຕີນີ້. ຂ້າພະເຈົ້າຮູ້ວ່າ ພຣະອົງຮັກເຮົາ, ແລະ ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ ແລະ ເຊື່ອໝັ້ນໃນພຣະອົງ, ພຣະອົງຈະມອບອຳນາດທີ່ປິ່ນປົວ ແລະ ເສີມສ້າງຂອງພຣະອົງ ໃຫ້ແກ່ເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.